7398.1

xtgmf]k; 6 02/11/2026 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ;y mu xh v'da ortpkfw0h g]n vffe co;mk' c]t ,kf8tdkos]a dgrnj vvvd9kd lt4kotrk[xtgmffh vpra fmtok 1j k'pn opq ' ( 8vo 2) ໂດຍ: ສຈ ຟາງເວີນ ຄະນະລັດທິ ມາກເລນິນ ມະຫາວິທະຍາໄລຊູໂຈ ຕໍ່ຈາກສະບັບກ່ອນ ຕໍ່ຈາກສະບັບກ່ອນ dkol= h 3d'-a [s]a ddko.odko9ecod ]ts;j k' 7tfu vkpk c]t 7tfu crj ' c]t zq omk'crj '0v'dkodtmezy f 3) ມີຊັບຄ້ຳປະກັນຈິງ ແລະ ມີການຊຳລະຈິງບາງສ່ວນ. ກ ກູ້ເງິນຈາກ ຂ ແລະ ນຳຊັບ ຂອງຕົນມາຄ້ຳປະກັນຕາມຄວາມ ຈິງ. ກ ຊຳລະດອກເບ້ຍ ແລະ ເງິນ ຕົ້ນຫລາຍງວດ ແຕ່ພາຍຫລັງຂາດ ລາຍຮັບ. 4) ຮັບເງິນມັດຈຳໂດຍມີເຈດ ຕະນາຂາຍຈິງ ແຕ່ຕໍ່ມາບໍ່ສາມາດ ມອບຊັບ. ກ ເປັນເຈົ້າຂອງລົດຈິງ ແລະ ຕົກລົງຂາຍໃຫ້ ຂ. ຂ ຈ່າຍເງິນມັດ ຈຳ. ກ່ອນວັນມອບລົດ ລົດເກີດ ອຸບັດເຫດເສຍຫາຍ ຫລື ເກີດເຫດ ອື່ນ ທີ່ເຮັດໃຫ້ມອບບໍ່ໄດ້. 5) ຮັບເງິນກໍ່ສ້າງ ແລະ ໄດ້ກໍ່ ສ້າງຈິງ ແຕ່ບໍ່ສຳເລັດຕາມກຳນົດ. ກ ຮັບເໝົາກໍ່ສ້າງເຮືອນໃຫ້ ຂ ແລະ ຮັບເງິນລ່ວງໜ້າ. ກ ຊື້ວັດ ສະດຸ, ນຳຄົນງານເຂົ້າກໍ່ສ້າງ ແລະ ໄດ້ກໍ່ສ້າງໄປແລ້ວບາງສ່ວນ. ຕໍ່ມາ ເກີດບັນຫາການເງິນ ຈຶ່ງບໍ່ສຳເລັດ ຕາມສັນຍາ. 6) ຮັບເງິນສັ່ງຊື້ສິນຄ້າ ແລະ ໄດ້ສັ່ງຊື້ຈິງ ແຕ່ສົ່ງມອບຊ້າ. ກ ຮັບເງິນຈາກ ຂ ເພື່ອສັ່ງເຄື່ອງ ຈັກ. ກ ມີການພົວພັນຜູ້ຂາຍເຄື່ອງ ຈັກ, ໄດ້ສັ່ງຊື້ ແລະ ຊຳລະຄ່າສິນ ຄ້າບາງສ່ວນແລ້ວ. ແຕ່ຜູ້ຜະລິດສົ່ງ ຊ້າ ຫລື ມີບັນຫາການຂົນສົ່ງ. 7) ລົງທຶນໃນກິດຈະການຈິງ ແຕ່ຂາດທຶນ. ກ ຊັກຊວນ ຂ ລົງທຶນໃນຮ້ານ ອາຫານ. ກ ເຊົ່າສະຖານທີ່, ຊື້ອຸປະ ກອນ, ຈ້າງພະນັກງານ ແລະ ເປີດ ຮ້ານຈິງ. ຕໍ່ມາກິດຈະການຂາດທຶນ. 8) ຄຳຕົວະຍົວະຫລອກລວງ ເກີດຂຶ້ນພາຍຫລັງການມອບຊັບ. ກ ມອບເງິນໃຫ້ ຂ ຕາມສັນຍາ ທີ່ແທ້ຈິງ. ໃນເວລາຮັບເງິນ ຂ ບໍ່ ໄດ້ຕົວະ ແລະ ມີເຈດຕະນາປະຕິບັດ ຕາມສັນຍາ. ຫÌັ ງຈາກໄດ້ເງິນແລ້ວ ຂ ຈຶ່ງຕົວະວ່າ ໄດ້ນຳເງິນໄປຊື້ຊັບ ແລ້ວ. 9) ເຈດຕະນາຈະເອົາຊັບເປັນ ຂອງຕົນເກີດຂຶ້ນພາຍຫລັງ. ກ ມອບເງິນໃຫ້ ຂ ໄປຊື້ຊັບໃຫ້. ໃນເວລາຮັບເງິນ ຂ ມີເຈດຕະນາຊື້ ໃຫ້ ກ ຈິງ ແລະ ໄດ້ດຳເນີນການຊື້ ຕາມທີ່ມອບໝາຍ. ແຕ່ພາຍຫລັງ ຂ ຈຶ່ງປ່ຽນໃຈ ແລະ ບໍ່ຍອມໂອນ ສິດໃຫ້ ກ. 10) ມີການຕົວະບາງຢ່າງ ແຕ່ ຄຳຕົວະບໍ່ແມ່ນສາເຫດຂອງການ ມອບຊັບ. ກ ບອກ ຂ ວ່າ ຕົນມີລາຍຮັບສູງ ທັງທີ່ລາຍຮັບບໍ່ສູງຕາມທີ່ອ້າງ. ແຕ່ ຂ ບໍ່ໄດ້ປ່ອຍເງິນ ຍ້ອນເຊື່ອເລື່ອງ ລາຍຮັບ; ຂ ປ່ອຍເງິນ ຍ້ອນມີຊັບ ຄ້ຳປະກັນຈິງທີ່ພຽງພໍ. ໂດຍລວມແລ້ວ, ຈາກກໍລະນີສຶກ ສາ ຂ້າງເທິງ ສາມາດສະຫລຸບໄດ້ ວ່າ:ການສໍ້ໂກງຊັບ ມີການຫລອກ ລວງກ່ອນ ຫລື ໃນຂະນະມອບຊັບ- ຜູ້ຖືກເສຍຫາຍຫລົງເຊື່ອ - ຍ້ອນ ຄວາມຫລົງເຊື່ອ ຈຶ່ງມອບຊັບ - ຜູ້ ກະທຳ ມີເຈດຕະນາເອົາຊັບຈາກ ການຫລອກລວງຢູ່ແລ້ວ. ສ່ວນ ຄະດີແພ່ງ ແມ່ນກໍລະນີ ທີ່ ໃນເວລາຮັບຊັບ ມີສາຍພົວພັນສັນ ຍາ ຫລື ພັນທະທີ່ແທ້ຈິງ, ບໍ່ມີການ ຫລອກລວງເປັນສາເຫດໃຫ້ມອບ ຊັບ ແລະ ບັນຫາເກີດຂຶ້ນພາຍຫລັງ ຈາກການບໍ່ປະຕິບັດພັນທະ, ປະຕິ ບັດພັນທະບໍ່ຄົບຖ້ວນ ຫລື ປະຕິບັດ ພັນທະຊັກຊ້າ. ສັງລວມແລ້ວ, ການສ້າງຄວາມ ຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ຖືກ ຕ້ອງ ພ້ອມທັງການນຳໃຊ້ກົດໝາຍ ໃຫ້ເປັນເອກະພາບ ໃນການຈຳ ແນກຄະດີອາຍາ ໃນສະຖານການ ສໍ້ໂກງຊັບ ກັບ ຄະດີແພ່ງ ມີຄວາມ ສຳຄັນ ແລະ ຈຳເປັນຢ່າງຍິ່ງ ເພື່ອ ໃຫ້ການວິນິດໄສ ແລະ ດຳເນີນຄະດີ ເປັນໄປຢ່າງຖືກຕ້ອງຕາມກົດໝາຍ, ສອດຄ່ອງກັນ ໃນທາງປະຕິບັດ, ປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທຳ ຂອງຄູ່ກໍລະນີ, ບໍ່ໃຫ້ ນຳເອົາຄະດີອາຍາ ໄປເປັນຄະດີ ແພ່ງ ໂດຍບໍ່ຖືກຕ້ອງ ແລະ ບໍ່ໃຫ້ຮູບ ການທາງແພ່ງ ຖືກນຳໃຊ້ ເພື່ອປົກ ປິດການຫລອກລວງ ທີ່ເປັນການສໍ້ ໂກງຊັບ. ການມີຫລັກການກ່ຽວກັບ ການຮັບຮູ້ ແລະ ນຳໃຊ້ທີ່ຊັດເຈນ ແລະ ເປັນເອກະພາບ ຈະເຮັດໃຫ້ ການພິຈາລະນາຄະດີສໍ້ໂກງຊັບ ແລະ ຄະດີແພ່ງ ມີຄວາມຖືກຕ້ອງ, ເປັນທຳ, ມີມາດຕະຖານ ແລະ ສອດ ຄ່ອງກັນ, ປົກປ້ອງສິດ ແລະ ຜົນປະ ໂຫຍດອັນຊອບທຳຂອງປະຊາຊົນ, ສ້າງຄວາມແນ່ນອນໃນການນຳ ໃຊ້ກົດໝາຍ, ຄວາມເຊື່ອໝັ້ນ ຕໍ່ຂະ ບວນການຍຸຕິທຳແລະການສ້າງລັດ ທີ່ປົກຄອງດ້ວຍກົດໝາຍ ໃຫ້ນັບມື້ ນັບເຂັ້ມແຂງ. ຂປລ. ພະຍາດໄຂ້ເລືອດດຳ ຫລື AnthraY ແມ່ນພະຍາດຕິດເຊື້ອ ຈາກສັດສູ່ຄົນ ເກີດຈາກເຊື້ອ ບາ ຊິລລັສ ອັນທຣາຊິດ (#aDillus anthraDis) ຊຶ່ງສາມາດສ້າງສະ ປໍ ແລະ ທົນທານຢູ່ໃນສິ່ງແວດລ້ອມ ໄດ້ດົນ. ເຊື້ອອາດພົບໄດ້ໃນດິນແລະ ທົ່ງຫຍ້າ ແລະ ສາມາດແຜ່ຈາກສັດ ທີ່ຕິດເຊື້ອສູ່ຄົນໄດ້. ພະຍາດເລືອດດຳສາມາດຕິດສູ່ ຄົນໄດ້ຈາກການສຳຜັດສັດທີ່ປ່ວຍ ຫລື ຕາຍຜິດປົກກະຕິ, ການຄົວ ຫລື ສຳຜັດຊາກສັດທີ່ຕິດເຊື້ອ, ການ ບໍລິໂພກຊີ້ນ ຫລື ຜະລິດຕະພັນຈາກ ສັດທີ່ມີເຊື້ອ ແລະ ການຫາຍໃຈເອົາ ຝຸ່ນ ຫລື ອະນຸພາກທີ່ປົນເປື້ອນສະປໍ ຂອງເຊື້ອເຂົ້າໄປຊຶ່ງໄລຍະຝັກຕົວ ຂອງພະຍາດ 1-5 ວັນ ຫລື ອາດດົນ ເຖິງ 60 ວັນ. ສ່ວນຜູ້ຕິດເຊື້ອອາດມີ ອາການໄຂ້, ອ່ອນເພຍ, ປວດຮາກ, ຮາກ, ເຈັບທ້ອງ, ຫາຍໃຈຍາກ ຫລື ມີບາດແຜບວມ ແລະ ມີສີດຳບໍລິ ເວນກາງບາດ. ຖ້າສົງໄສວ່າຕິດ ເຊື້ອ ຄວນຮີບໄປພົບແພດໂດຍໄວ. ວິທີປ້ອງກັນພະຍາດໄຂ້ເລືອດ ດຳ: 1.ຫລີກລ່ຽງການສຳຜັດຄວາຍ, ງົວ, ແບ້, ແກະ, ໝູ ທີ່ຕາຍໂດຍບໍ່ ຮູ້ສາເຫດຢ່າງເດັດຂາດ ເພາະຈະ ເປັນສາເຫດໃຫ້ເຊື້ອພະຍາດສາ ມາດຕິດຕໍ່ສູ່ຄົນ, ຖ້າມີການລະບາດ ເປັນວົງກວ້າງ ຕ້ອງໄດ້ທຳລາຍຖິ້ມ ດ້ວຍການຈູບຢ່າງດຽວຈຶ່ງສາມາດ ທຳລາຍເຊື້ອພະຍາດນີ້ໄດ້. 2.ລ້າງມື,ອາບນ້ຳຫລັງສຳຜັດ, ເລືອກກິນຊີ້ນສັດທີ່ໄດ້ຮັບຮອງອາ ຫານປອດໄພ. 3. ເຈົ້າຂອງສັດ ຕ້ອງເອົາໃຈໃສ່ ກັກຂັງສັດລ້ຽງຂອງຕົນ ເພື່ອຕິດ ຕາມອາການ, ຖ້າພົບເຫັນສັດມີ ການເຫງົາຊຶມ, ບໍ່ກິນອາຫານ, ຂາ ໄຄ່, ຍຶ່ງທ້ອງ ໃຫ້ຟ້າວແຍກສັດດ່ັງ ກ່າວອອກຈາກຝູງ. 4. ຈົ່ງເອົາໃຈໃສ່ຕິດຕາມເຝົ້າ ລະວັງຢ່າງໃກ້ຊິດ, ຖ້າພົບເຫັນປະ ກົດການຂອງພະຍາດດັ່ງກ່າວໃຫ້ ຮີບປະສານກັບສັດຕະວະແພດບ້ານ ເພື່ອລາຍງານຂັ້ນເທິງ. ການປ້ອງກັນພະຍາດໄຂ້ເລືອດ ດຳ ຈຳເປັນຕ້ອງອາໄສຄວາມຮ່ວມ ມືຈາກປະຊາຊົນ, ເຈົ້າຂອງສັດ, ພາກສ່ວນກ່ຽວຂ້ອງແລະສາທາລະ ນະສຸກ. ການຫລີກລ່ຽງສັດທີ່ປ່ວຍ ຫລື ຕາຍຜິດປົກກະຕິ, ບໍ່ບໍລິໂພກ ຊີ້ນສັດທີ່ສົງໄສ ແລະ ຮີບແຈ້ງເຈົ້າ ໜ້າທີ່ເມື່ອພົບສັດຕາຍຜິດປົກກະຕິ ແມ່ນມາດຕະການສຳຄັນໃນການ ຫລຸດຄວາມສ່ຽງ ແລະ ສະກັດກັ້ນ ການແຜ່ລະບາດ. ພັດທະນາທຶນມະນຸດ: ການພັດທະ ນາ “ທຶນມະນຸດ” ຖືເປັນຍຸດທະສາດ ທີ່ສຳຄັນທີ່ສຸດໃນການສ້າງຄວາມຍືນ ຍົງໃຫ້ແກ່ ສປປ ລາວ ພາຍຫລັງການ ອອກຈາກສະຖານະພາບປະເທດດ້ອຍ ພັດທະນາ. ເພື່ອສ້າງຊັບພະຍາກອນ ມະນຸດໃຫ້ມີຄຸນນະພາບ, ສາມາດຂັບ ເຄື່ອນເສດຖະກິດໃນຍຸກໃໝ່ໄດ້, ຕ້ອງ ສຸມໃສ່ 4 ຂະແໜງການຫລັກດັ່ງນີ້: 1. ການປະຕິຮູບການສຶກສາ: ການ ຍົກລະດັບຄຸນນະພາບການສຶກສາຖືເປັນ ພື້ນຖານອັນສຳຄັນທີ່ສຸດໃນການພັດທະ ນາຊັບພະຍາກອນມະນຸດ ເພື່ອກ້າວສູ່ ການເປັນປະເທດທີ່ທັນສະໄໝ. ການປະ ຕິຮູບການສຶກສາຢ່າງຮອບດ້ານຈຳເປັນ ຕ້ອງເລີ່ມຈາກການຍົກລະດັບຫລັກສູດ ການຮຽນ-ການສອນ ໃຫ້ມີຄວາມທັນ ສະໄໝ, ໂດຍເນັ້ນໃສ່ການສົ່ງເສີມ ທັກສະການຄິດວິເຄາະ (CritiDal Thinking), ການແກ້ໄຂບັນຫາທີ່ສ້າງ ສັນ ແລະ ທັກສະດ້ານພາສາຕ່າງປະ ເທດ ເພື່ອໃຫ້ຜູ້ຮຽນສາມາດປັບຕົວ ແລະ ຮອງຮັບການເຊື່ອມໂຍງກັບສາ ກົນໄດ້ຢ່າງມີປະສິດທິພາບ. ຄຽງຄູ່ກັນ ນັ້ນ, ການພັດທະນາອາຊີວະສຶກສາ ຕ້ອງມີການປັບປ່ຽນຮູບແບບໂດຍການ ສ້າງຄວາມຮ່ວມມືຢ່າງແໜ້ນແຟ້ນກັບ ພາກທຸລະກິດຜ່ານຮູບແບບ (PuCliD- PriWate PartnershiQ) ເພື່ອປັບ ຫລັກສູດໃຫ້ກົງກັບຄວາມຕ້ອງການ ຕົວຈິງຂອງຕະຫລາດແຮງງານ, ພ້ອມທັງຈັດຕັ້ງລະບົບການຝຶກງານ (InternshiQ) ໃຫ້ມີປະສິດທິພາບ ເພື່ອໃຫ້ຜູ້ຮຽນມີທັກສະວິຊາຊີບທີ່ພ້ອມ ເຮັດວຽກໄດ້ທັນທີ. ສຳລັບບຸກຄະລາ ກອນຄູ, ຕ້ອງມີການພັດທະນາຢ່າງຕໍ່ ເນື່ອງ, ມີລະບົບການປະເມີນຜົນທີ່ໂປ່ງ ໃສ ແລະ ມີນະໂຍບາຍສະຫວັດດີການ ທີ່ເໝາະສົມເພື່ອສ້າງຂວັນກຳລັງໃຈ. ນອກຈາກນີ້, ຄວາມສະເໝີພາບ ໃນການເຂົ້າເຖິງການສຶກສາກໍເປັນປັດ ໄຈທີ່ຂາດບໍ່ໄດ້. ລັດຖະບານຕ້ອງເພີ່ມ ການລົງທຶນໃສ່ພື້ນຖານໂຄງລ່າງດ້ານ ການສຶກສາໃນເຂດຫ່າງໄກສອກຫລີກ ແລະ ນຳໃຊ້ເຕັກໂນໂລຊີການສຶກສາ ເຂົ້າມາຊ່ວຍ ເພື່ອໃຫ້ລູກຫລານບັນດາ ເຜົ່າໃນທຸກພື້ນທີ່ຂອງປະເທດ ສາມາດ ເຂົ້າເຖິງການສຶກສາທີ່ມີຄຸນນະພາບ ໄດ້ຢ່າງເທົ່າທຽມກັນ. ການປະຕິບັດ ນະໂຍບາຍເຫລົ່ານີ້ຢ່າງຕໍ່ເນື່ອງ ຈະ ເປັນກຸນແຈສຳຄັນໃນການສ້າງກຳລັງ ແຮງງານທີ່ມີຄຸນນະພາບ ຊຶ່ງຈະເປັນ ຕົວຂັບເຄື່ອນເສດຖະກິດຂອງ ສປປ ລາວ ໃຫ້ເຕີບໂຕຢ່າງໝັ້ນຄົງ ແລະ ຍືນ ຍົງໃນອະນາຄົດ. 2. ການພັດທະນາວິຊາຊີບ: ການ ພັດທະນາຊັບພະຍາກອນມະນຸດ ເພື່ອ ກ້າວສູ່ຕະຫລາດແຮງງານຍຸກໃໝ່ ຕ້ອງການຍຸດທະສາດການຝຶກອົບຮົມ ທີ່ທັນສະໄໝ ແລະ ຕອບໂຈດຄວາມ ຕ້ອງການຕົວຈິງໂດຍມີແນວທາງການ ປະຕິບັດທີ່ເຊື່ອມໂຍງກັນດັ່ງນີ້: ພວກ ເຮົາຕ້ອງນຳໃຊ້ຮູບແບບການຮຽນຮູ້ ຄູ່ຂະໜານ ທີ່ເປັນການປະສົມປະສານ ທິດສະດີໃນໂຮງຮຽນກັບການປະຕິບັດ ຕົວຈິງໃນສະຖານປະກອບການ ຫລື ໂຮງງານຢ່າງແທ້ຈິງ ເພື່ອໃຫ້ຜູ້ຮຽນ ມີຄວາມຊຳນານ ແລະ ພ້ອມເຮັດວຽກ ໄດ້ທັນທີຫລັງຮຽນຈົບ. ຄຽງຄູ່ກັນນັ້ນ, ຕ້ອງຍົກລະດັບທັກສະໃຫ້ແກ່ແຮງງານ ທີ່ມີວຽກເຮັດງານທຳແລ້ວ ໂດຍການ ເປີດໂຄງການຝຶກອົບຮົມໄລຍະສັ້ນ ເພື່ອເສີມສ້າງທັກສະດີຈິຕອນ, ການບໍ ລິຫານຈັດການ ແລະ ທັກສະພາສາ ຕ່າງປະເທດ ເພື່ອເພີ່ມຂີດຄວາມສາ ມາດໃນການແຂ່ງຂັນຂອງແຮງງານ ໃນລະບົບ. ນອກຈາກນີ້, ຕ້ອງມີການສ້າງມາດ ຕະຖານສີມືແຮງງານແຫ່ງຊາດໃຫ້ມີ ຄວາມຊັດເຈນໃນຂະແໜງບຸລິມະສິດ ເປັນຕົ້ນແມ່ນ ການກໍ່ສ້າງ, ກະສິກຳທັນ ສະໄໝ, ການທ່ອງທ່ຽວແລະໄອທີເພື່ອ ຮັບປະກັນຄຸນນະພາບຂອງຜົນງານ ແລະ ເປັນພື້ນຖານໃນການກຳນົດລະ ດັບລາຍໄດ້ທີ່ສູງຂຶ້ນໃຫ້ແກ່ແຮງງານ. ພ້ອມດຽວກັນນັ້ນ, ການປູກຝັງ “ທັກ ສະອ່ອນ” ກໍມີຄວາມສຳຄັນບໍ່ແພ້ກັນ ເຊັ່ນ: ການປູກຝັງວິໄນ, ທັກສະການ ສື່ສານ, ການເຮັດວຽກເປັນທີມ ແລະ ຄວາມຄິດສ້າງສັນ ເພາະທັກສະເຫລົ່າ ນີ້ຈະຊ່ວຍໃຫ້ແຮງງານລາວສາມາດ ເຮັດວຽກຮ່ວມກັບຜູ້ອື່ນໄດ້ຢ່າງມີປະ ສິດທິພາບ ແລະ ປະສົບຜົນສຳເລັດໃນ ໜ້າທີ່ວຽກງານຢ່າງຍືນຍົງ . 3. ການພັດທະນາລະບົບສາທາ ລະນະສຸກ: ການພັດທະນາລະບົບ ສາທາລະນະສຸກໃຫ້ມີປະສິດທິພາບ ແລະ ທົ່ວເຖິງ ຖືເປັນເສົາຄ້ຳສຳຄັນໃນ ການຍົກລະດັບຄຸນນະພາບຊີວິດຂອງ ປະຊາຊົນ ເພື່ອນຳພາປະເທດກ້າວໄປ ສູ່ການພັດທະນາທີ່ຍືນຍົງ. ການປະຕິ ຮູບລະບົບສາທາລະນະສຸກຕ້ອງເນັ້ນ ໃສ່ການປະສານງານຢ່າງເປັນລະບົບ ໂດຍເລີ່ມຈາກການສ້າງຄວາມເຂັ້ມ ແຂງໃຫ້ແກ່ຮາກຖານ ເປັນຕົ້ນແມ່ນ ການພັດທະນາສຸກສາລາ ແລະ ໂຮງໝໍ ເມືອງ ໃຫ້ມີຄວາມພ້ອມທາງດ້ານ ເຄື່ອງມືການແພດທີ່ທັນສະໄໝ ພ້ອມ ກັບການຈັດສັນບຸກຄະລາກອນການ ແພດທີ່ມີຄວາມຮູ້ຄວາມສາມາດ ແລະ ຄຸນນະພາບ ເພື່ອໃຫ້ສາມາດປ້ອງກັນ ແລະ ປິ່ນປົວພະຍາດໃນຂັ້ນຕົ້ນໄດ້ຢ່າງ ວ່ອງໄວ ແລະ ມີປະສິດທິຜົນ. ຄຽງຄູ່ ກັບການພັດທະນາພື້ນຖານໂຄງລ່າງ, ຕ້ອງມີການນຳໃຊ້ເຕັກໂນໂລຊີການ ແພດທີ່ທັນສະໄໝ ໂດຍການຫັນມາໃຊ້ ລະບົບດີຈິຕອນໃນການເກັບຮັກສາປະ ຫວັດຄົນເຈັບ ເພື່ອຄວາມສະດວກໃນ ການຕິດຕາມ ແລະ ປິ່ນປົວ, ລວມເຖິງ ການສຸມໃສ່ພັດທະນາທີມແພດຊ່ຽວ ຊານສະເພາະທາງໃນຂະແໜງການ ຕ່າງໆ ເພື່ອຍົກລະດັບຂີດຄວາມສາ ມາດໃນການປິ່ນປົວພະຍາດຊັບຊ້ອນ ພາຍໃນປະເທດ ຊຶ່ງຈະເປັນການຫລຸດ ຜ່ອນການສົ່ງຕົວຄົນເຈັບໄປປິ່ນປົວ ຢູ່ຕ່າງປະເທດໄດ້ຢ່າງຫລວງຫລາຍ. ນອກຈາກນີ້, ຍັງຕ້ອງສືບຕໍ່ພັດທະ ນາກົນໄກການປະກັນສຸຂະພາບຖ້ວນ ໜ້າໃຫ້ມີຄວາມຍືນຍົງ, ໂປ່ງໃສ ແລະ ສາມາດຄຸ້ມຄອງໄດ້ທົ່ວເຖິງ, ໂດຍສະ ເພາະແມ່ນການສ້າງນະໂຍບາຍທີ່ ເອື້ອອຳນວຍໃຫ້ກຸ່ມຜູ້ມີລາຍໄດ້ໜ້ອຍ ສາມາດເຂົ້າເຖິງການບໍລິການທາງ ການແພດທີ່ມີຄຸນນະພາບໂດຍບໍ່ມີພາ ລະທາງການເງິນເກີນຄວນ. ການປະ ຕິບັດນະໂຍບາຍເຫລົ່ານີ້ຢ່າງເປັນຮູບ ປະທຳ ຈະຊ່ວຍສ້າງລະບົບສາທາ ລະນະສຸກທີ່ເຂັ້ມແຂງ ແລະ ສາມາດ ຮັບປະກັນສຸຂະພາບຂອງປະຊາຊົນ ລາວທຸກຄົນຢ່າງໝັ້ນຄົງ. ພາບ˜ະກອບ ພາບ˜ະກອບ ພາບ˜ະກອບ

RkJQdWJsaXNoZXIy MTc3MTYxMQ==