7398.1

02/11/2026 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ອ່ານຕໍ່ສະບັບໜ້າ ຕໍ່ຈາກສະບັບກ່ອນ ໂດຍ ສຸວັນໂນ ທະລັງສີ 9 gfn vo glf4tdy f c0;'va f8txn 0tspkp8q ; 4,3% ໂດຍ: ພອນປະເສີດ ຂປລ. ໃນໄລຍະ 9 ເດືອນ ຜ່ານ ມາ, ເສດຖະກິດແຂວງອັດຕະປື ສືບ ຕໍ່ຂະຫຍາຍຕົວ ສະເລ່ຍ 4,3 , ມີ ມູນຄ່າລວມ 5.271 ຕື້ກີບ ເທົ່າກັບ 67 ຂອງແຜນການປີ, ຂະນະ ທີ່ລວມຍອດຜະລິດຕະພັນພາຍໃນ (GDP) ສະເລ່ຍຕໍ່ຫົວຄົນບັນລຸ 29,55 ລ້ານກີບ. ທ່ານ ວົງມາດ ແສນດາລາ ຮອງ ຫົວໜ້າພະແນກການເງິນ ແຂວງ ອັດຕະປື ໄດ້ລາຍງານຕໍ່ກອງປະຊຸມ ຄະນະກຳມະການປົກຄອງແຂວງ ປະຈຳເດືອນຕຸລາ ນີ້ວ່າ: ການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມໃນໄລຍະ9 ເດືອນແມ່ນ ດຳເນີນໄປທ່າມກາງສະພາບການ ໂລກ ແລະ ພາກພື້ນທີ່ມີຄວາມທ້າ ທາຍ ໂດຍສະເພາະຄວາມຂັດແຍ່ງ ທາງການຄ້າ, ສະຖານະການບໍ່ສະ ຫງົບໃນຕາເວັນອອກກາງ ແລະ ບັນຫາລາຄານ້ຳມັນເຊື້ອໄຟ ຊຶ່ງສົ່ງ ຜົນກະທົບຕໍ່ເສດຖະກິດໂລກ. ແນວ ໃດກໍຕາມ, ດ້ວຍການນຳພາ-ຊີ້ນຳ ຂອງອົງຄະນະພັກແຂວງ ແລະ ການຜັນຂະຫຍາຍນິຕິກຳສຳຄັນ ຂອງສູນກາງ ແລະ ຂອງແຂວງ ເຮັດໃຫ້ເສດຖະກິດ-ສັງຄົມ ຍັງສາ ມາດສືບຕໍ່ຂະຫຍາຍຕົວໄດ້. ສຳລັບການຂະຫຍາຍຕົວຕາມ ຂະແໜງການ ເປັນຕົ້ນ ຂະແໜງກະ ສິກຳຂະຫຍາຍຕົວ 4,9 , ກວມ ເອົາ 51 ຂອງ GDP, ຂະແໜງ ອຸດສາຫະກຳຂະຫຍາຍຕົວ 4,2 , ກວມເອົາ 29 , ຂະແໜງບໍລິການ ຂະຫຍາຍຕົວ 3,7 , ກວມເອົາ 17 ແລະ ພາສີ-ອາກອນສຸດທິຂະ ຫຍາຍຕົວ 5,8 , ກວມເອົາ 3 ຂອງ GDP. ຂະແໜງການສຳຄັນ ທີ່ຊຸກຍູ້ເສດຖະກິດ ປະກອບມີ: ການ ປູກຝັງ, ລ້ຽງສັດ, ປະມົງ, ອຸດສາ ຫະກຳປຸງແຕ່ງ, ການຜະລິດໄຟຟ້າ, ການຂາຍຍົກ-ຂາຍຍ່ອຍ ແລະ ການ ສ້ອມແປງພາຫະນະ. ດ້ານການເງິນ, ແຂວງອັດຕະປື ຈັດເກັບລາຍຮັບງົບປະມານໄດ້ 1.702,68 ຕື້ກີບ, ເທົ່າກັບ 96 ຂອງແຜນການ ແລະ ເພີ່ມຂຶ້ນ 471,71 ຕື້ກີບ ຫລື 48 ທຽບ ໃສ່ໄລຍະດຽວກັນຂອງປີຜ່ານມາ. ສ່ວນລາຍຈ່າຍງົບປະມານປະຕິບັດ ໄດ້ 474,46 ຕື້ກີບ, ເທົ່າກັບ 43 ຂອງແຜນການ ແລະ ຫລຸດລົງ 45,78 ຕື້ກີບ ຫລື 8,8 ທຽບ ໃສ່ປີຜ່ານມາ. ຂະນະທີ່ດູນງົບປະ ມານ ເກີນດູນ 1.228,22 ຕື້ກີບ ກວມເອົາ 15,6 ຂອງ GDP. ສ່ວນການລົງທຶນລວມທົ່ວສັງຄົມ ປະຕິບັດໄດ້ 1.954 ຕື້ກີບ, ເທົ່າກັບ 58 ຂອງແຜນການທີ່ສະພາ ກຳນົດໄວ້ 3.329 ຕື້ກີບ. ຂປລ. ຈາກພະນັກງານປະຈຳ ສູ່ ການເປັນຊາວກະສິກອນເຕັມຕົວ ດ້ວຍ ຄວາມມຸ່ງໝັ້ນຢາກຢູ່ໃກ້ຊິດ ແລະ ເບິ່ງ ແຍງຄອບຄົວ ທ້າວ ບຸນທະໜອມ ວັງ ມະນີ ຢູ່ບ້ານຫາດແຮ່ ເມືອງຫີນບູນ ແຂວງຄຳມ່ວນ ໄດ້ຫັນມາປະກອບອາ ຊີບກະສິກຳເປັນຫລັກໂດຍເນັ້ນປູກພືດ ໄລຍະສັ້ນ ໝູນວຽນຕາມລະດູການ ພ້ອມນຳໃຊ້ເຕັກນິກການຜະລິດທີ່ຊ່ວຍ ຫລຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບໃຫ້ຄອບຄົວໄດ້ຫລາຍ ຮ້ອຍລ້ານກີບຕໍ່ປີ. ທ້າວ ບຸນທະໜອມ ຫວັງມະນີ ໃຫ້ ຮູ້ວ່າ: ກ່ອນໜ້ານີ້ ຕົນເອງເຄີຍເຮັດ ວຽກປະຈຳ ແຕ່ພາຍຫລັງແມ່ເຖົ້າເສຍ ຊີວິດ ຈຶ່ງເກີດຄວາມເປັນຫ່ວງພໍ່ເຖົ້າທີ່ ບໍ່ມີຄົນຢູ່ເບິ່ງແຍງໃກ້ຊິດ ຈຶ່ງຕັດສິນໃຈ ອອກຈາກວຽກປະຈຳ ແລະ ກັບມາຢູ່ ກັບຄອບຄົວ ພ້ອມທັງສືບຕໍ່ອາຊີບກະ ສິກຳປູກຝັງທີ່ຄອບຄົວເຄີຍເຮັດມາ. ຈາກການປູກພືດເພື່ອລ້ຽງຊີບ ຕົນ ຄ່ອຍໆພັດທະນາວິທີການຜະລິດ ແລະ ວາງແຜນປູກພືດໄລຍະສັ້ນຫລາຍ ຊະນິດເຊັ່ນ:ໝາກແຕງ,ໝາກຖົ່ວ,ໝາກ ສາລີ, ໝາກໂມ, ໝາກຟັກ (ໝາກອຶ) ແລະ ໝາກຮຸ່ງ ເພື່ອໃຫ້ມີຜົນຜະລິດ ຈຳໜ່າຍຕາມລະດູການ. ສຳລັບການ ເຮັດກະສິກຳບໍ່ແມ່ນພຽງແຕ່ການສ້າງ ລາຍຮັບ ແຕ່ຍັງເປັນວິທີໜຶ່ງທີ່ຊ່ວຍໃຫ້ ໄດ້ຢູ່ໃກ້ຊິດກັບຄອບຄົວ ແລະ ມີເວລາ ເບິ່ງແຍງພໍ່ແມ່. ໃນບັນດາພືດທີ່ປູກ ໝາກແຕງ 7v[7q ;8q ;c[[ x6 drn f\6 o;Po lh k']kpIa [ 200-400 ]h kodu [8+ xu ແມ່ນພືດຫລັກທີ່ໃຫ້ຄວາມສຳຄັນ ໂດຍ ເລີ່ມຈາກການກະກຽມດິນໃຫ້ເໝາະ ສົມ ດ້ວຍການໄຖດິນປະມານ 2 ເທື່ອ ແລ້ວຕາກດິນໃຫ້ແຫ້ງ ເພື່ອຊ່ວຍຫລຸດ ບັນຫາຈາກເຊື້ອພະຍາດ ແລະ ເຊື້ອລາ ໃນດິນ. ຫລັງຈາກນັ້ນຈຶ່ງໃສ່ປຸÐ ຍ ແລະ ປູຜ້າຢາງຄຸມໜ້າດິນ ເພື່ອຫລຸດການ ເກີດຫຍ້າ ແລະ ວັດສະພືດ ຊ່ວຍໃຫ້ ການດູແລຮັກສາສະດວກຂຶ້ນ. ນອກນີ້, ຍັງນຳໃຊ້ລະບົບນ້ຳຢອດ ເພື່ອສົ່ງນ້ຳໄປ ຫາຮາກພືດໂດຍກົງ ຊ່ວຍຫລຸດເວລາ ໃນການຫົດນ້ຳແລະສະດວກຕໍ່ການໃຫ້ ປຸÐ ຍຜ່ານລະບົບນ້ຳ. ສຳລັບການປູກ ແມ່ນຈະຢອດເມັດໝາກແຕງລົງດິນ ໂດຍທົ່ວໄປປະມານ 2-3 ມື້ ເມັດກໍຈະ ເລີ່ມງອກ. ຈາກນັ້ນ ຈຶ່ງໃຫ້ນ້ຳຕາມ ຄວາມຊຸ່ມຂອງດິນ ແລະ ຄວາມຕ້ອງ ການຂອງຕົ້ນພືດ ພ້ອມທັງໃຫ້ປຸÐ ຍອິນຊີ ປະສົມກັບປຸÐ ຍທົ່ວໄປຜ່ານລະບົບນ້ຳ ຢອດ ເພື່ອຊ່ວຍໃຫ້ພືດໄດ້ຮັບນ້ຳ ແລະ ສານອາຫານຢ່າງສະໝ່ຳສະເໝີ. ການ ນຳໃຊ້ເຕັກນິກ ແລະ ວິທີການຜະລິດ ແບບນີ້ຊ່ວຍໃຫ້ການເຮັດສວນສະດວກ ຂຶ້ນແຕ່ການປູກພືດໃຫ້ໄດ້ຜົນດີຍັງຕ້ອງ ອາໄສການສັງເກດຕົ້ນພືດ, ການໃຫ້ນ້ຳ ແລະ ປຸÐ ຍຢ່າງເໝາະສົມ ລວມທັງການ ປ້ອງກັນແມງໄມ້ ແລະ ພະຍາດພືດ. ຈຸດເດັ່ນອີກຢ່າງໜຶ່ງຂອງການເຮັດ ກະສິກຳ ແມ່ນການວາງແຜນປູກພືດ ໄລຍະສັ້ນໝູນວຽນກັນ. ໝາກແຕງ ສາມາດປູກໄດ້ປະມານ 3-4 ຮອບຕໍ່ປີ ໂດຍສະຫລັບກັບການປູກໝາກໂມ, ໝາກຖົ່ວ, ສາລີ ແລະ ໝາກຟັກ ຕາມ ຄວາມເໝາະສົມຂອງແຕ່ລະ ລະດູການ. ການປູກພືດຫລາຍຊະນິດ ແລະ ໝູນ ວຽນຕາມແຜນ ຊ່ວຍໃຫ້ຄອບຄົວມີ ໂອກາດເກັບກ່ຽວແລະຈຳໜ່າຍຜົນຜະ ລິດໃນຫລາຍຊ່ວງຂອງປີ ເປັນການ ສ້າງລາຍຮັບໃຫ້ມີຄວາມຕໍ່ເນື່ອງຕະ ຫລອດປີ. ຈາກການຜະລິດກະສິກຳ ຢ່າງຕໍ່ເນື່ອງ ສາມາດສ້າງລາຍຮັບໄດ້ ປະມານ 200 ລ້ານກີບ ຫາ 400 ລ້ານ ກີບຕໍ່ປີ. ສຳລັບການຈຳໜ່າຍຜົນຜະ ລິດ ແມ່ນຂາຍໃຫ້ພໍ່ຄ້າແມ່ຄ້າທົ່ວໄປ ຊາວບ້ານໃນຊຸມຊົນ ແລະ ພໍ່ຄ້າຈາກ ເມືອງທ່າແຂກ. ທ້າວ ບຸນທະໜອມ ໃຫ້ຮູ້ຕື່ມວ່າ: ສໍາລັບສິ່ງທ້າທາຍໃນການປູກພືດກະ ສິກຳ ບັນຫາທຳອິດແມ່ນແມງໄມ້ ແລະ ສັດຕູພືດທີ່ອາດສ້າງຄວາມເສຍຫາຍ ໃຫ້ແກ່ຕົ້ນພືດ ສົ່ງຜົນຕໍ່ປະລິມານ ແລະ ຄຸນນະພາບຜົນຜະລິດ. ນອກນີ້ ລາຄາ ປຸÐ ຍ ແລະ ສະພາບອາກາດທີ່ປ່ຽນແປງ ກໍມີຜົນຕໍ່ຕົ້ນທຶນ ແລະ ການເຕີບໂຕ ບຸນທະໜອມ ເຫັນວ່າ ການເຮັດກະສິ ກຳໃຫ້ປະສົບຜົນສຳເລັດ ຕ້ອງມີຄວາມ ດຸໝັ່ນຂະຫຍັນພຽນ ແລະ ອົດທົນ ເພາະ ເປັນອາຊີບທີ່ຕ້ອງເຮັດວຽກກາງແຈ້ງ ຜະເຊີນທັງແດດ, ຝົນ ແລະ ສະພາບອາ ກາດທີ່ປ່ຽນແປງ. ພ້ອມກັນນີ້, ຊາວກະ ສິກອນຕ້ອງຫັນມາໃສ່ໃຈການຮຽນຮູ້ ເຕັກນິກໃໝ່ໆ ແລະ ປັບປຸງວິທີການຜະ ລິດຂອງຕົນຢູ່ສະເໝີ ເພື່ອຫລຸດຕົ້ນທຶນ ເພີ່ມປະສິດທິພາບການຜະລິດ ແລະ ຫລຸດຜົນເສຍຫາຍທີ່ອາດເກີດຂຶ້ນ. ສິ່ງ ສຳຄັນອີກປະການໜຶ່ງ ແມ່ນການວາງ ແຜນປູກພືດໝູນວຽນໃຫ້ເໝາະສົມກັບ ແຕ່ລະ ລະດູການ ແລະ ສະພາບຕະ ຫລາດ ເພື່ອໃຫ້ມີຜົນຜະລິດອອກຈຳ ໜ່າຍຢ່າງຕໍ່ເນື່ອງ ບໍ່ໃຫ້ລາຍຮັບຂາດ ຊ່ວງ ແລະ ຊ່ວຍກະຈາຍຄວາມສ່ຽງ ຈາກການປູກພືດຊະນິດດຽວ. ບົດສະເໜີ ໂດຍ: ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໃນໄລຍະປີ 1986-1995, ເປັນ ໄລຍະຂອງການ“ເປີດປະຕູ” ແລະ ຟື້ນ ຟູສາຍພົວພັນກັບສາກົນ. ທ່າມກາງສະ ພາບການພາຍໃນ ແລະ ສາກົນທີ່ຜັນ ແປໃນໄລຍະທ້າຍຂອງສົງຄາມເຢັນ, ສປປ ລາວ ໄດ້ເປີດກວ້າງສາຍພົວພັນ, ຟື້ນຟູຄວາມສຳພັນກັບຫລາຍປະເທດ, ຂະຫຍາຍເຄືອຂ່າຍການທູດ ແລະ ເຂົ້າ ຮ່ວມໃນກົນໄກສາກົນຫລາຍຂຶ້ນ. ການ ລະດົມການຊ່ວຍເຫລືອແລະ ຍາດແຍ່ງ ເອົາການຮ່ວມມືດ້ານຕ່າງໆ ຈາກບັນ ດາປະເທດເພື່ອນມິດ ກໍໄດ້ປະກອບ ສ່ວນອັນສຳຄັນເຂົ້າໃນການສ້າງສາ ພັດທະນາປະເທດຊາດ. ນັບຕັ້ງແຕ່ປີ 1996-2005, ການທູດລາວໄດ້ກ້າວ ເຂົ້າສູ່ການເຊື່ອມໂຍງກັບພາກພື້ນຢ່າງ ສົມບູນ. ເຫດການສໍາຄັນຄື ການເຂົ້າ ເປັນສະມາຊິກອາຊຽນໃນວັນທີ 23 ກໍລະກົດ 1997. ນັບຕັ້ງແຕ່ນັ້ນເປັນຕົ້ນ ມາ, ອາຊຽນໄດ້ກາຍເປັນເວທີສຳຄັນ ທີ່ຊ່ວຍໃຫ້ ສປປ ລາວ ມີບົດບາດ, ມີ ສິດ, ມີສຽງ ແລະ ມີສ່ວນຮ່ວມໃນການ ສ້າງກົດລະບຽບ ແລະ ກົນໄກຮ່ວມມື ຂອງພາກພື້ນ. ການເຂົ້າສູ່ອາຊຽນ ຈຶ່ງ ບໍ່ແມ່ນພຽງເປັນການຂະຫຍາຍສະມາ ຊິກອີກໜຶ່ງປະເທດ, ແຕ່ເປັນການເປີດ ຂອບເຂດໃໝ່ໃຫ້ກັບການທູດລາວ. ສຳ ລັບປະເທດນ້ອຍ, ການມີບ່ອນຢືນຢູ່ໃນ ເວທີພາກພື້ນໝາຍເຖິງການມີສ່ວນ ຮ່ວມໃນການກຳນົດວາລະ, ສະແດງ ຈຸດຢືນ ແລະ ປົກປ້ອງຜົນປະໂຫຍດ. ໃນໄລຍະປີ 2006-2015, ການທູດ ໄດ້ເຂົ້າສູ່ຍຸກແຫ່ງການເຊື່ອມໂຍງດ້ານ ເສດຖະກິດທີ່ມີບົດບາດສູງເດັ່ນຂຶ້ນ. ແນວຄິດຈາກປະເທດທີ່ບໍ່ມີຊາຍແດນ ຕິດກັບທະເລ ໄປສູ່ປະເທດແຫ່ງການ ເຊື່ອມໂຍງ-ເຊື່ອມຈອດ ຊຶ່ງນີ້ໄດ້ສະ ແດງເຖິງຄວາມພະຍາຍາມປ່ຽນຂໍ້ຈຳ ກັດດ້ານພູມສາດໃຫ້ກາຍເປັນໂອກາດ. ຖະໜົນຫົນທາງ, ພະລັງງານ, ການ ຂົນສົ່ງ ແລະ ພື້ນຖານໂຄງລ່າງຕ່າງໆ ຈຶ່ງກາຍເປັນພາກສ່ວນສຳຄັນຂອງ ການທູດເສດຖະກິດ. ວິວັດທະນາການຂອງ “ຈິນຕະນາ ການໃໝ່” ຍັງສະແດງອອກຢ່າງຈະ ແຈ້ງຜ່ານການທູດເສດຖະກິດ ແລະ ການດຶງດູດການລົງທຶນ. ໃນໄລຍະເລີ່ມ ຕົ້ນ(ປີ1988-1990),ສປປລາວສາ ມາດອະນຸມັດໂຄງການລົງທຶນໄດ້ 63 ໂຄງການ ລວມມູນຄ່າປະມານ 100 ລ້ານໂດລາສະຫະລັດ. ຕໍ່ມາ, ການລົງ ທຶນໄດ້ຂະຫຍາຍຕົວຕາມລໍາດັບ ໂດຍ dkom6 f]k;.ow]pt.\j 40 xu csj '9y o8tokdko.\j l6 j dkom6 fgrn j vdkora fmtok ໃນໄລຍະປີ 2021-2025 ສາມາດ ບັນລຸໄດ້ 16 ຕື້ໂດລາ. ຕົວເລກດັ່ງກ່າວ ສະແດງໃຫ້ເຫັນວ່າ ການທູດເສດຖະ ກິດໄດ້ຄ່ອຍໆກາຍເປັນອົງປະກອບສໍາ ຄັນຂອງການທູດລາວ ໂດຍມີພາລະ ບົດບາດໃນການດຶງດູດທຶນ, ຂະຫຍາຍ ການຮ່ວມມືທາງເສດຖະກິດ ແລະ ສະ ໜັບສະໜູນການພັດທະນາປະເທດ. ໃນ ຂະນະດຽວກັນ, ຂະແໜງການລົງທຶນ ກໍໄດ້ຂະຫຍາຍຈາກພະລັງງານ, ບໍ່ແຮ່ ແລະ ກະສິກໍາ ໄປສູ່ຂະແໜງອຸດສາຫະ ກໍາ, ການຜະລິດ, ການປຸງແຕ່ງ, ການ ຂົນສົ່ງ-ໂລຈິສຕິກ, ໂທລະຄົມ, ການ ເງິນ ແລະ ການທ່ອງທ່ຽວ. ໃນນີ້, ການສ້າງຕັ້ງເຂດເສດຖະ ກິດພິເສດ ກໍເປັນອີກຕົວຢ່າງໜຶ່ງທີ່ສະ ແດງໃຫ້ເຫັນກ່ຽວກັບການຫັນແນວ ຄິດດ້ານການທູດໃຫ້ເປັນໂອກາດເພື່ອ ການພັດທະນາ. ລັດຖະບານ ໄດ້ມີນະ ໂຍບາຍສ້າງຕັ້ງເຂດເສດຖະກິດພິເສດ ເພື່ອຊຸກຍູ້ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ການຜະລິດເປັນຕ່ອງ ໂສ້ ແລະ ການສ້າງເມືອງໃໝ່. ມາຮອດ ປັດຈຸບັນ, ລາວໄດ້ອະນຸມັດ21 ເຂດທົ່ວ ປະເທດ, ສາມາດດຶງດູດ 2.041 ບໍລິ ສັດເຂົ້າມາລົງທຶນ, ມີທຶນຈົດທະບຽນ ປະມານ 41 ຕື້ກວ່າໂດລາ ແລະ ມີແຜນ ການລົງທຶນກວ່າ 86 ຕື້ໂດລາ. ນອກ ຈາກນັ້ນ, ຍັງມີຫົວໜ່ວຍທຸລະກິດຂະ ໜາດນ້ອຍ-ກາງ ເຂົ້າມາລົງທຶນໃນຂະ ແໜງການຄ້າ ແລະ ການບໍລິການເຖິງ 3.996ຫ້າງຮ້ານຊຶ່ງໄດ້ຊຸກຍູ້ການສ້າງ ວຽກເຮັດງານທຳຫລາຍກວ່າ90.000 ຕຳແໜ່ງ. ຕົວເລກນີ້ກໍໄດ້ຊີ້ໃຫ້ເຫັນເຖິງ ຜົນສໍາເລັດອີກດ້ານໜຶ່ງຂອງການທູດ ເສດຖະກິດ: ການທູດບໍ່ຄວນວັດແທກ ພຽງຈຳນວນສາຍພົວພັນຫລືຈຳນວນ ໂຄງການ, ແຕ່ຍັງຕ້ອງເບິ່ງວ່າສາຍພົວ ພັນແລະການຮ່ວມມືເຫລົ່ານັ້ນສາມາດ ສ້າງວຽກງານ, ນຳເອົາທຶນ ແລະ ເຕັກ ໂນໂລຊີເຂົ້າມາ, ພັດທະນາທັກສະ ແລະ ສ້າງມູນຄ່າໃຫ້ແກ່ພາຍໃນປະເທດໄດ້ ຫລາຍປານໃດ. ນັບແຕ່ປີ 2016 ຈົນເຖິງປັດຈຸບັນ, ການທູດລາວ ໄດ້ເຄື່ອນໄຫວທ່າມກາງ ສະພາບແວດລ້ອມສາກົນທີ່ມີຄວາມ ສັບສົນ ແລະ ຜັນແປຫລາຍຂຶ້ນ. ການ ແຂ່ງຂັນລະຫວ່າງມະຫາອຳນາດ, ຄວາມບໍ່ແນ່ນອນທາງພູມສາດການ ເມືອງ, ວິກິດການຫລາຍຮູບແບບ, ການຮັບມືກັບການປ່ຽນແປງດິນຟ້າ ອາກາດ ແລະ ຄວາມກ້າວໜ້າທາງດີຈິ ຕອນ ລ້ວນແຕ່ເປັນປັດໄຈທີ່ກຳນົດໃຫ້ ການທູດຕ້ອງປັບຕົວ ແລະ ປັບປ່ຽນ ວິທີການເຄື່ອນໄຫວຢ່າງຕໍ່ເນື່ອງ. ດ້ວຍເຫດນີ້, ການທູດດີຈິຕອນ, ການ ທູດສີຂຽວ ແລະ ການທູດປະຊາຊົນ ຈຶ່ງ ມີບົດບາດພົ້ນເດັ່ນຂຶ້ນໃນການຂະຫຍາຍ ສາຍພົວພັນ, ສົ່ງເສີມການຮ່ວມມື ແລະ ຮັບມືກັບສິ່ງທ້າທາຍຮ່ວມກັນ. ເມື່ອທົບທວນຕະຫລອດ 4 ທົດສະວັດ, ຈະເຫັນໄດ້ວ່າ ການທູດລາວໄດ້ຄ່ອຍໆ ຂະຫຍາຍຈາກການເນັ້ນໃສ່ການຮັກ ສາສັນຕິພາບ ແລະ ຄວາມໝັ້ນຄົງ ໄປສູ່ ການມີບົດບາດຫລາຍດ້ານຍິ່ງຂຶ້ນ ໂດຍສຸມໃສ່ການນຳໃຊ້ສາຍພົວພັນສາ ກົນ ແລະ ການຮ່ວມມືພາຍນອກ ເພື່ອ ສະໜັບສະໜູນການພັດທະນາພາຍໃນ. ເຖິງຢ່າງໃດກໍດີ, ການປັບປ່ຽນດັ່ງກ່າວ ບໍ່ໄດ້ໝາຍເຖິງການປະຖິ້ມຫລັກການ ທີ່ຢຶດຖືມາແຕ່ເດີມ. ຄວາມເປັນເອກະ ລາດ, ອະທິປະໄຕ, ສັນຕິພາບ, ການ ບໍ່ແຊກແຊງກິດຈະການພາຍໃນ ແລະ ການຍຶດໝັ້ນຜົນປະໂຫຍດແຫ່ງຊາດ ຍັງຄົງເປັນຫລັກການພື້ນຖານທີ່ຊີ້ນຳ ການດຳເນີນນະໂຍບາຍຕ່າງປະເທດ ຂອງລາວ. ຜົນສຳເລັດອີກດ້ານໜຶ່ງຂອງວຽກ ງານການທູດກໍຄືສປປລາວໄດ້ຄ່ອຍໆ ຂະຫຍາຍສາຍພົວພັນສາກົນນັບມື້ນັບ ເພິ່ມຂຶ້ນຕະຫລອດມາ ຊຶ່ງໃນປັດຈຸບັນ ສປປ ລາວ ມີສາຍພົວພັນການທູດກັບ 155 ປະເທດ ແລະ ມີສາຍພົວພັນກັບ 145 ພັກການເມືອງຈາກ 83 ປະເທດ. ຕົວເລກເຫລົ່ານີ້ ບໍ່ພຽງແຕ່ໝາຍເຖິງ ຂອບເຂດຂອງສາຍພົວພັນທີ່ຂະຫຍາຍ ກວ້າງຂຶ້ນ, ແຕ່ຍັງສະແດງເຖິງຊ່ອງ ທາງ ແລະ ທາງເລືອກທີ່ຫລາກຫລາຍ ສຳລັບການດຳເນີນນະໂຍບາຍຕ່າງປະ ເທດ. ໃນຂະນະດຽວກັນ, ການມີສ່ວນ ຮ່ວມຢ່າງຫ້າວຫັນໃນອາຊຽນ ແລະ ກົນໄກຮ່ວມມືອະນຸພາກພື້ນຕ່າງໆ ໄດ້ ຊ່ວຍເສີມສ້າງບົດບາດຂອງລາວ ກໍຄື ເພີ່ມໂອກາດໃນການຮ່ວມມືກັບຄູ່ເຈ ລະຈາສາກົນ. ຄຽງຄູ່ກັນນັ້ນ, ການທູດ ເສດຖະກິດກໍໄດ້ມີສ່ວນສຳຄັນໃນການ ລະດົມທຶນ, ດຶງດູດເຕັກໂນໂລຊີ ແລະ ຂະຫຍາຍການຮ່ວມມືເພື່ອສະໜັບສະ ໜູນໂຄງການພັດທະນາສຳຄັນຂອງ ປະເທດ. ໂຄງການລົດໄຟ ລາວ-ຈີນ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ-ໜຶ່ງເສັ້ນ ທາງ” ຂອງ ສປ ຈີນ ເປັນຕົວຢ່າງໜຶ່ງ ຂອງການນຳໃຊ້ສາຍພົວພັນສາກົນ ເພື່ອສ້າງໂອກາດດ້ານການເຊື່ອມໂຍງ, ການຄ້າ ແລະ ການພັດທະນາ. ຜົນງານ ເຫລົ່ານີ້ຊີ້ໃຫ້ເຫັນວ່າ ຄຸນຄ່າຂອງການ ທູດບໍ່ໄດ້ຢູ່ພຽງແຕ່ການສ້າງ ແລະ ຮັກ ສາສາຍພົວພັນ, ແຕ່ຍັງຂຶ້ນກັບຄວາມ ອາດສາມາດໃນການປ່ຽນສາຍພົວພັນ ເຫລົ່ານັ້ນ ໃຫ້ເປັນຜົນປະໂຫຍດທີ່ຈັບ ຕ້ອງໄດ້ສຳລັບປະເທດ ແລະ ປະຊາຊົນ ລາວບັນດາເຜົ່າ. ສະນັ້ນ, ການຕີລາຄາ ຜົນງານຂອງການທູດ ຈຶ່ງບໍ່ຄວນຈຳ ກັດຢູ່ພຽງຄຳຖາມວ່າ“ລາວມີສາຍພົວ ພັນຫລາຍປານໃດ ”, ແຕ່ຄວນພິຈາ ລະນາຕໍ່ໄປວ່າ “ສາຍພົວພັນເຫລົ່າ ນັ້ນສາມາດສ້າງຜົນປະໂຫຍດແທ້ຈິງ ອັນໃດໃຫ້ແກ່ປະເທດຊາດ ແລະ ປະຊາ ຊົນລາວບັນດາເຜົ່າ ”. ຂອງພືດ, ອີກບັນຫາໜຶ່ງທີ່ຕ້ອງຮັບມື ແມ່ນລາຄາຜົນຜະລິດທີ່ບໍ່ແນ່ນອນ. ບາງຊ່ວງລາຄາສູງ ແຕ່ບາງຊ່ວງລາ ຄາຕົກຕ່ຳ ຫລື ມີຜົນຜະລິດອອກສູ່ຕະ ຫລາດຫລາຍຈົນລົ້ນຕະຫລາດ. ສະ ພາບດັ່ງກ່າວອາດເຮັດໃຫ້ລາຍຮັບຂອງ ຊາວກະສິກອນຜັນຜວນ ເຖິງແມ່ນຈະ ຜະລິດໄດ້ຫລາຍກໍຕາມ. ດັ່ງນັ້ນ ນອກ ຈາກການຜະລິດໃຫ້ໄດ້ຜົນດີແລ້ວ, ການຕິດຕາມລາຄາຕະຫລາດ, ການ ວາງແຜນເວລາປູກ ແລະ ການຊອກ ຫາຊ່ອງທາງຈຳໜ່າຍທີ່ເໝາະສົມ ຈຶ່ງເປັນສິ່ງສຳຄັນທີ່ຊ່ວຍຫລຸດຄວາມ ສ່ຽງໃນການປະກອບອາຊີບ. ຈາກປະສົບການທີ່ຜ່ານມາ ທ້າວ

RkJQdWJsaXNoZXIy MTc3MTYxMQ==