7398.1

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 02/11/2026 xtgmf]k; ໂທລະເລກ... ສະຖານທູດຕວັກກີ... ສສກ ສະຫລຸບວຽກງານ... ສໍາເລັດຍົກລະດັບທິດສະດີ... ຜູ້ແທນລາວເຂົ້າຮ່ວມ... ຍົກລະດັບຄວາມຮູ້ການນຳໃຊ້... ຂ້າພະເຈົ້າຂໍສົ່ງຄວາມໄວ້ອາໄລ ຢ່າງສຸດຊຶ້ງ ແລະ ແບ່ງປັນຄວາມ ໂສກເສົ້າມາຍັງທ່ານ ແລະ ຜ່ານ ທ່ານໄປຍັງລັດຖະບານ ແລະ ປະຊາ ຊົນຍີ່ປຸ່ນ ໂດຍສະເພາະຄອບຄົວ ຂອງທ່ານ ຟຸກຸດະ ຢາສຸໂອະ ໃນໂອ ກາດນີ້ດ້ວຍ. ຂໍໃຫ້ດວງວິນຍານຂອງທ່ານ ຟຸກຸດະ ຢາສຸໂອະ ຈົ່ງໄປສູ່ສຸຂະຕິ ເທີ້ນ. ຫົວໜ້າຫ້ອງການ, ກົມ, ສູນ, ສະຖາ ບັນ, ສໍານັກພິມ, ລັດວິສາຫະກິດ, ພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫລວງ, ມະຫາ ວິທະຍາໄລ, ວິທະຍາໄລ, ໂຮງຮຽນ ແລະ ພະນັກງານຫລັກແຫລ່ງເຂົ້າ ຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບ ທາງໄກ. ສະຫາຍ ທອງສະລິດ ມັງໜໍ່ເມກ ໄດ້ກ່າວວ່າ: ກອງປະຊຸມດັ່ງກ່າວ, ເປັນກອງປະຊຸມທີ່ມີຄວາມໝາຍສໍາ ຄັນຢ່າງຍິ່ງໃຫ້ແກ່ການຕີລາຄາຜົນ ສໍາເລັດໄລຍະ 5 ປີຜ່ານມາ ແລະ ວາງຄາດໝາຍຈຸດສຸມຕໍ່ໜ້າ ເພື່ອ ແນໃສ່ສ້າງຄວາມຮັບຮູ້ເຂົ້າໃຈເລິກ ເຊິ່ງຕໍ່ເນື້ອໃນຈິດໃຈ ແລະ ຜົນສໍາ ເລັດຂອງວຽກງານຈັດຕັ້ງ ກໍຄື ແນວທາງການເມືອງ ແລະ ການ ຈັດຕັ້ງທີ່ໄດ້ກຳນົດອອກໃນກອງ ປະຊຸມຈັດຕັ້ງທົ່ວປະເທດ ຄັ້ງທີ XII ຢ່າງຈະແຈ້ງ; ທັງເປັນການເຊື່ອມ ຊຶມກໍາແໜ້ນເນື້ອໃນມະຕິຕ່າງໆ ຂອງພັກ ກ່ຽວກັບວຽກງານຈັດຕັ້ງ, ພັກ-ພະນັກງານໃນການນໍາພາ-ຊີ້ ນໍາການຈັດຕັ້ງຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດຕົວຈິງ; ສ້າງ ໃຫ້ໄດ້ແຜນດໍາເນີນງານ, ແຜນປະ ຕິບັດງານ, ມີກົນໄກ, ລະບອບແບບ ແຜນທີ່ຖືກຕ້ອງ, ແທດເຖິງ ແລະ ມີວິທະຍາສາດ. ພ້ອມກັນນັ້ນ, ກໍ ໃຫ້ມີຄວາມເປັນເອກະພາບສູງ ຢູ່ ພາຍໃນ ແລະ ມີຄວາມຕັດສິນໃຈ ອັນເດັດດ່ຽວ, ກ້າຫານປະດິດສ້າງ, ກ້າຮັບຜິດຊອບ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນກອງ ປະຊຸມດັ່ງກ່າວ ເຂົ້າສູ່ລວງເລິກ ແລະ ເປັນຮູບປະທໍາຢ່າງແທ້ຈິງ. ນອກນີ້, ຍັງແມ່ນການປະຕິບັດທິດ ນໍາຍຸດທະສາດກ່ຽວກັບການສ້າງ ຄວາມເຂັ້ມແຂງ-ຄວາມໝັ້ນຄົງໃຫ້ ແກ່ການຈັດຕັ້ງພັກ-ພະນັກງານທຸກ ຂັ້ນໃນການຈັດຕັ້ງປະຕິບັດຢ່າງຕັ້ງ ໜ້າ ໂດຍຕິດພັນກັບການເສີມຂະ ຫຍາຍພາລະບົດບາດ ແລະ ໜ້າທີ່ ຂອງຕົນ. ຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ແມ່ນຂະ ແໜງການໜຶ່ງທີ່ໃຫຍ່. ສະນັ້ນ, ວຽກງານຈັດຕັ້ງ, ພັກ-ພະນັກງານ ຍິ່ງມີຄວາມຈໍາເປັນ ແລະ ພາວະ ວິໄສຂອງຄະນະພັກ, ຄະນະນໍາ, ຜູ້ ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ຕ້ອງມີຄວາມຮັບຮູ້, ເຂົ້າໃຈເລິກເຊິ່ງ ແລະ ຈັດຕັ້ງປະຕິ ບັດໄປໃນລວງດຽວກັນ ເພື່ອຍົກ ສູງຄວາມສາມາດນໍາພາຮອບດ້ານ ຂອງຄະນະພັກທຸກຂັ້ນ, ປັບປຸງລະ ບົບການສຶກສາ, ວິທະຍາສາດ ແລະ ການກິລາໃຫ້ຫັນປ່ຽນຢ່າງແຂງ ແຮງ ແລະ ມີຄຸນນະພາບສູງຂຶ້ນ ຮັບໃຊ້ພາລະກິດຂອງພັກ ສາມາດ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ແລະ ປ່າໄມ້ ອາຊຽນ ຄັ້ງທີ 48 ໄດ້ ເນັ້ນໜັກເຖິງຄວາມສໍາຄັນຂອງ ຂະແໜງກະສິກຳ ແລະ ປ່າໄມ້ ພາຍໃຕ້ວິໄສທັດປະຊາຄົມອາຊຽນ 2045 ໂດຍພິຈາລະນາຮັບຮອງ ເອົາເອກະສານສຳຄັນກ່ຽວກັບວຽກ ງານສະບຽງອາຫານ, ກະສິກຳ, ລ້ຽງສັດ ແລະ ປ່າໄມ້ ຂອງອາ ຊຽນ ຈຳນວນ 25 ສະບັບ ຊຶ່ງໄດ້ ກໍານົດ 6 ຂົງເຂດບຸລິມະສິດຄື: ການຜະລິດແບບຍືນຍົງ ແລະ ຟື້ນ ຟູ ຊຶ່ງເນັ້ນໃສ່ການຟື້ນຟູສຸຂະພາບ ຂອງດິນ, ເພີ່ມປະສິດທິພາບການ ໃຊ້ນ້ຳ ແລະ ທາດອາຫານ, ເສີມ ສ້າງຄວາມຫລາກຫລາຍທາງຊີ ວະພາບ ແລະ ຊ່ວຍໃຫ້ຜູ້ຜະລິດສາ ມາດຮັກສາຜົນຜະລິດ ພ້ອມທັງ ມີລາຍໄດ້ທີ່ໝັ້ນຄົງ; ການຫລຸດ ຜ່ອນອາຍເຮືອນແກ້ວ ແລະ ສ້າງ ຄວາມທົນທານຕໍ່ການປ່ຽນແປງ ດິນຟ້າອາກາດ ໂດຍສົ່ງເສີມການ ເຮັດກະສິກໍາທີ່ປ່ອຍທາດອາຍກາກ ບອນຕໍ່າ ເຊັ່ນ: ການປູກເຂົ້າແບບ ປະຢັດນໍ້າ, ການຄຸ້ມຄອງສິ່ງເສດ ເຫລືອຈາກການຜະລິດກະສິກຳ ແລະ ເຟືອງ ເພື່ອຫລຸດການເຜົາ ໄໝ້ ແລະ ບັນຫາໝອກຄວັນຂ້າມ ຊາຍແດນລວມທັງການສ້າງລະບົບ ເຕືອນໄພລ່ວງໜ້າ; ຄວາມໝັ້ນຄົງ ດ້ານສະບຽງອາຫານ ແລະ ໂພ ຊະນາການທີ່ເນັ້ນຮັບປະກັນການ ເຂົ້າເຖິງອາຫານທີ່ປອດໄພ, ລາຄາ ສົມເຫດສົມຜົນ ແລະ ມີໂພຊະນາ ການພ້ອມທັງຫລຸດຜ່ອນການສູນ ເສຍ ແລະ ສິ່ງເສດເຫລືອອາຫານ, ເພີ່ມຄັງສະບຽງອາຫານ ແລະ ການ ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບ ຝຸ່ນ ແລະ ປັດໄຈການຜະລິດ; ການ ຄ້າ ແລະ ການເຊື່ອມຈອດຕະຫລາດ ເພື່ອຮັກສາການເຄື່ອນຍ້າຍສິນຄ້າທີ່ ຈໍາເປັນໃຫ້ລຽບງ່າຍ ໂດຍບໍ່ມີການ ແກ່ພະນັກງານພາຍໃນສູນກາງ ສະຫະພັນກໍາມະບານລາວ ໃນວັນທີ 29 ຕຸລາ 2026 ໂດຍການເປັນ ປະທານຮ່ວມຂອງສະຫາຍ ວັນສີ ກົວມົວ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກ ແລະ ສະຫາຍ ວິໄລ ວົງຂະເສີມ ຮອງເລຂາຄະນະພັກ, ຮອງປະທານສູນກາງສະຫະພັນ ກໍາມະບານລາວ, ມີຜູ້ຕາງໜ້າກົມ ຈາກສູນກາງສະຫະພັນກໍາມະບານ ລາວ ແລະ ຫົວໜ້າກົມອົບຮົມ, ຫົວ ໜ້າພະແນກອົບຮົມພະນັກງານ ແລະ ສະມາຊິກພັກ ຈາກຄະນະໂຄ ສະນາອົບຮົມສູນກາງພັກ, ຄະນະ ຮັບຜິດຊອບຊຸດຝຶກອົບຮົບ ແລະ ນັກ ຝຶກອົບຮົມ ເຂົ້າຮ່ວມ. ໃນພິທີສະຫາຍນາງອາລຸນແສງ ວິຈິດວົງສາ ຫົວໜ້າກົມໂຄສະນາ ອົບຮົມ ໄດ້ຜ່ານບົດສະຫລຸບຜົນການ ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ສັນຕິສຸກ ສິມມາລາວົງ ລັດຖະ ມົນຕີກະຊວງເຕັກໂນໂລຊີແລະການ ສື່ສານ, ທ່ານ ຄຳພອຍ ວັນນະສານ ປະທານສູນກາງສະຫະພັນກຳມະ ບານລາວ,ທ່ານໄມທອງທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ, ມີທູຕານຸທູດ, ຕາງໜ້າ ອົງການຈັດຕັ້ງສາກົນປະຈຳລາວ, ພ້ອມດ້ວຍແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ. ໂອກາດນີ້, ທ່ານ ນາງ ໂອຢາ ຢາຊາ (Oya Yasar) ເອກອັກ ຄະລັດຖະທູດຕວັກກີ ປະຈຳ ສປປ ລາວ ໄດ້ຍົກໃຫ້ເຫັນເຖິງຄວາມພະ ຍາຍາມຢ່າງຕໍ່ເນື່ອງຂອງລັດຖະ ບານຕວັກກີ ໃນການເສີມຂະຫຍາຍ ການຮ່ວມມືໃນຫລາຍຂົງເຂດກັບ ສປປ ລາວ ໂດຍສະເພາະໃນຂົງເຂດ ການສຶກສາ, ສາທາລະນະສຸກ ແລະ ມໍລະດົກທາງວັດທະນະທຳ. ນອກ ຈາກນີ້, ຍັງໄດ້ຍົກໃຫ້ເຫັນຄໍາໝັ້ນ ສັນຍາຂອງຕວັກກີ ທີ່ຈະແກ້ໄຂສິ່ງ ທ້າທາຍຂອງປະເທດດ້ອຍພັດທະ ນາ ກໍຄື ການສະໜັບສະໜູນທີ່ສະເໝີ ຕົ້ນສະເໝີປາຍ ແລະ ການປະກອບ ສ່ວນທີ່ຫ້າວຫັນຂອງປະເທດຕວັກກີ ຕໍ່ການຮ່ວມມືໃຕ້-ໃຕ້. ພ້ອມນີ້, ໃນພິທີຍັງໄດ້ສາຍ ວິດີໂອຄຳປາໄສພິເສດຂອງທ່ານ ເຣເຊບ ຕາຍິບ ເອີໂດກັນ ປະທານາ ທິບໍດີ ແຫ່ງ ສາທາລະນະລັດຕວັກກີ ຊຶ່ງສະທ້ອນໃຫ້ເຫັນເຖິງການເດີນ ທາງຕະຫລອດໄລຍະ 103 ປີ ອັນ ໂດດເດັ່ນຂອງສາທາລະນະລັດ ຕວັກກີນັບຕັ້ງແຕ່ສ້າງຕັ້ງໃນວັນທີ29 ຕຸລາ 1923.ທ່ານປະທານາທິບໍດີ ໄດ້ຍົກໃຫ້ເຫັນວ່າປະເທດຕວັກກີ ພວມກ້າວສູ່ອະນາຄົດທີ່ຈະເລີນຮຸ່ງ ເຮືອງຍິ່ງຂຶ້ນຢ່າງໝັ້ນໃຈດ້ວຍການ ຂະຫຍາຍຂີດຄວາມສາມາດດ້ານ ການປ້ອງກັນຊາດພາຍໃນປະເທດ, ການພັດທະນາເຕັກໂນໂລຊີຂອງ ຕົນເອງ, ການປັບປຸງພື້ນຖານໂຄງ ລ່າງດ້ານການຂົນສົ່ງໃຫ້ທັນສະໄໝ ແລະ ການສ້າງຄວາມເຂັ້ມແຂງໃຫ້ ແກ່ຄວາມໝັ້ນຄົງດ້ານການສະ ໜອງພະລັງງານ. ພ້ອມນີ້, ທ່ານຍັງ ໄດ້ເນັ້ນໜັກວ່າຜົນສຳເລັດເຫລົ່ານີ້ ເຮັດໃຫ້ປະເທດຊາດໄດ້ຮັບຄວາມ ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ວັນລາຕີ ຄຳວານວົງສາ ຜູ້ອຳນວຍການໃຫຍ່ໂທລະພາບ ແຫ່ງຊາດລາວ, ທ່ານ ຫວາງ ໝິນ ຮອງຫົວໜ້າກົມວິທະຍຸກະຈາຍສຽງ ແລະ ໂທລະພາບແຂວງຢູນນານ ພ້ອມດ້ວຍສຳມະນາກອນຈາກຄະ ນະໂຄສະນາຈັດຕັ້ງສູນກາງພັກ, ໂທລະພາບແຫ່ງຊາດລາວ, ສະມາ ຄົມຜູ້ປະກອບການໄວໜຸ່ມລາວ ແລະ ຂົງເຂດສື່ມວນຊົນອິດສະລະ ເຂົ້າຮ່ວມ. ການຝຶກອົບຮົມຄັ້ງນີ້, ເນັ້ນໃສ່ ການປະຍຸກໃຊ້ເຕັກໂນໂລຊີການ ສ້າງເນື້ອຫາດ້ວຍປັນຍາປະດິດ (AIGC) ໃນການສ້າງສື່ດ້ານພາບ ແລະ ສຽງ ໂດຍໃຊ້ຮູບແບບການ ສອນແບບ “ການສອນທິດສະດີ + ການຝຶກປະຕິບັດຕົວຈິງ + ການ ສົນທະນາຕົວຢ່າງສຶກສາ” ໂດຍ ການເຊີນຊ່ຽວຊານຈີນມາຮ່ວມ ສົນທະນາ. ເນື້ອໃນຫລັກສູດຂອງ ການຝຶກອົບຮົມປະກອບມີຫົວຂໍ້ ຕ່າງໆເຊັ່ນ: ລະບົບຕົວແທນປັນຍາ ປະດິດ (AI Agent), ການສ້າງ ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ ຮັບຟັງການເຜີຍແຜ່ເຊື່ອມຊຶມບົດ ໂອ້ລົມຂອງສະຫາຍເລຂາທິການ ໃຫຍ່ຄະນະບໍລິຫານງານສູນກາງ ພັກ ຕໍ່ກອງປະຊຸມວຽກງານຈັດຕັ້ງ ທົ່ວປະເທດ ຄັ້ງທີ XII; ຜ່ານຮ່າງ ບົດສະຫລຸບວຽກງານຈັດຕັ້ງ ຕະຫລອດໄລຍະ 5 ປີ ຜ່ານມາ (2021-2025) ແລະ ທິດທາງ ແຜນການ 5 ປີຕໍ່ໜ້າ (20262030) ຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ; ຮັບຟັງ ມະຕິກອງປະຊຸມວຽກງານຈັດຕັ້ງ ທົ່ວປະເທດ ຄັ້ງທີ XII; ມະຕິຕົກລົງ ຂອງກົມການເມືອງສູນກາງພັກ ວ່າດ້ວຍວຽກງານສ້າງແຜນກໍາ ນົດພະນັກງານນໍາພາ-ຄຸ້ມຄອງ ສະບັບເລກທີ 64/ກມສພ, ລົງ ວັນທີ 24 ກໍລະກົດ 2026; ຮັບ ຟັງຄໍາແນະນໍາຂອງຄະນະຈັດຕັ້ງ ສູນກາງພັກ ສະບັບເລກທີ 557/ ຄຈສພ, ລົງວັນທີ 21 ສິງຫາ 2026 ກ່ຽວກັບການຈັດຕັ້ງປະຕິບັດມະຕິ ຂອງກົມການເມືອງສູນກາງພັກ ວ່າດ້ວຍວຽກງານສ້າງແຜນກໍານົດ ພະນັກງານນໍາພາ-ຄຸ້ມຄອງ ແລະ ມະຕິຕົກລົງຂອງກົມການເມືອງ ສູນກາງພັກ ວ່າດ້ວຍການເພີ່ມທະ ວີວຽກງານແຂ່ງຂັນຍ້ອງຍໍ ສະບັບ ເລກທີ 61/ກມສພ ລົງວັນທີ 18 ມິຖຸນາ 2026 ຕື່ມອີກ. ຂ່າວ: ບຸນທະວີ; ພາບ: ສົງການ ກີດຂວາງທາງການຄ້າທີ່ບໍ່ຈຳເປັນ, ສົ່ງເສີມການຫັນເປັນດີຈິຕອນຜ່ານ ລະບົບ e-Phyto ແລະ ໃບຢັ້ງຢືນ ດີຈິຕອນທີ່ເຊື່ອມໂຍງກັນໄດ້ ເພື່ອ ຫລຸດຕົ້ນທຶນການຄ້າ ແລະ ເພີ່ມ ຄວາມໂປ່ງໃສ; ການເປັນຄູ່ຮ່ວມ ມືລະຫວ່າງລັດ-ເອກະຊົນ ແລະ ນະ ວັດຕະກຳດີຈິຕອນຜ່ານການຊຸກຍູ້ ການລົງທຶນຮ່ວມກັນລະຫວ່າງ ພາກລັດ, ເອກະຊົນ, ສະຖາບັນ ການເງິນ ແລະ ຄູ່ຮ່ວມພັດທະນາ ພ້ອມທັງນໍາໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳ; ການຄຸ້ມຄອງປ່າໄມ້ ແບບຍືນຍົງ ເພື່ອສົ່ງເສີມການປົກ ປັກຮັກສາລະບົບນິເວດ, ການຟື້ນ ຟູປ່າ ແລະ ການຜັນຂະຫຍາຍໂຄງ ການປູກຕົ້ນໄມ້ 1 ຕື້ຕົ້ນຂອງອາ ຊຽນ. ພ້ອມກັນນັ້ນ, ກອງປະຊຸມ ຍັງໄດ້ຮັບຮອງເອົາຂໍ້ລິເລີ່ມຕ່າງໆ ເຊັ່ນ: ຖະແຫລງການ ແລະ ແຜນ ປະຕິບັດງານກ່ຽວກັບລະບົບກະ ສິກຳຟື້ນຟູ, ໂຄງການປະກັນໄພ ກະສິກຳ (SEADRIF-RAISE), ຕະຫລອດເຖິງແນວຄວາມຄິດກ່ຽວ ກັບສັນຍາຄວາມຢືດຢຸ່ນດ້ານສະ ບຽງອາຫານຮອດປີ 2045. ສຳລັບກອງປະຊຸມອາຊຽນບວກ 3 ໄດ້ຮັບຮອງເອົາແຜນຍຸດທະສາດ ການຮ່ວມມືໃນຂະແໜງສະບຽງ ອາຫານ, ກະສິກຳ ແລະ ປ່າໄມ້ ອາ ຊຽນ ບວກ3 ສົກປີ 2026-2035 ຊຶ່ງແຜນຍຸດທະສາດດັ່ງກ່າວ ແມ່ນ ສືບຕໍ່ປັບປຸງວຽກງານຄວາມທົນ ທານຕໍ່ການປ່ຽນແປງຂອງສະພາບ ດິນຟ້າອາກາດ, ການເຕີບໂຕສີຂຽວ ແລະ ການຫັນເປັນດີຈິຕອນໃນຂະ ແໜງກະສິກໍາ ແລະ ອາຫານ. ໃນ ນັ້ນ, ວຽກງານຄັງແຮເຂົ້າສຸກເສີນ ອາຊຽນບວກ 3 (APTERR) ຖື ເອົາເປັນບຸລິມະສິດເນື່ອງຈາກເປັນ ວຽກງານການຮັບປະກັນຄວາມ ໝັ້ນຄົງດ້ານສະບຽງອາຫານຂອງ ພາກພື້ນ ຫລື ເປັນຄັງແຮເຂົ້າສຸກ ເສີນອາຊຽນໃນເວລາເກີດໄພພິ ບັດ ຊຶ່ງກະຊວງກະສິກຳ ແລະ ສິ່ງ ແວດລ້ອມ ສປປ ລາວ ເປັນຈຸດປະ ສານງານຫລັກໃນການປະສານ ງານຂອບການຊ່ວຍເຫລືອດັ່ງກ່າວ. ສຳລັບປີ 2026 ສປປ ລາວ ໄດ້ຮັບ ເຂົ້າຈໍານວນ 1.600 ໂຕນ ເພື່ອເກັບ ຮັກສາໄວ້ເປັນຄັງສໍາຮອງສຸກເສີນ ເພື່ອແຈກຢາຍໃຫ້ແກ່ຜູ້ໄດ້ຮັບຜົນ ກະທົບໃນເວລາເກີດໄພພິບັດ. ຜົນໄດ້ຮັບຈາກກອງປະຊຸມດັ່ງ ກ່າວ, ຖືເປັນໂອກາດອັນສຳຄັນ ທີ່ ສປປ ລາວ ຈະສາມາດນໍາມາຕໍ່ ຍອດ ແລະ ຈັດຕັ້ງປະຕິບັດ ເພື່ອ ສ້າງຜົນປະໂຫຍດໃຫ້ແກ່ປະເທດ ຊາດ ໂດຍຜ່ານການເຊື່ອມໂຍງ ນະໂຍບາຍພາກພື້ນເຂົ້າສູ່ແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ ຊຶ່ງຈະຊ່ວຍໃຫ້ກະສິກອນລາວສາ ມາດເຂົ້າເຖິງການຟື້ນຟູສຸຂະພາບ ດິນ, ການຫລຸດຕົ້ນທຶນການຜະລິດ ດ້ວຍການໃຊ້ຝຸ່ນຊີວະພາບ ແລະ ການຄຸ້ມຄອງສິ່ງເສດເຫລືອຈາກ ການຜະລິດກະສິກຳ ເພື່ອຫລຸດຜ່ອນ ບັນຫາໝອກຄວັນ ແລະ ການຈູດສິ່ງ ເສດເຫລືອຈາກກະສິກຳ. ນອກຈາກ ນີ້, ສປປ ລາວ ຍັງສາມາດນຳເອົາ ມາດຕະຖານການຄ້າ, ລະບົບໃບ ຢັ້ງຢືນດີຈິຕອນ (e-Phyto) ແລະ ຂອບການຮ່ວມມືຕ່າງໆມາເປັນ ຊ່ອງທາງໃນການຍົກລະດັບມາດ ຕະຖານສິນຄ້າກະສິກຳຂອງລາວ ໃຫ້ສາມາດສົ່ງອອກໄປຕະຫລາດ ອາຊຽນ ແລະ ສາກົນ ໄດ້ຢ່າງສະ ດວກຍິ່ງຂຶ້ນ, ພ້ອມທັງດຶງດູດການ ລົງທຶນ ແລະ ການສະໜັບສະໜູນ ດ້ານການເງິນສີຂຽວຈາກຄູ່ຮ່ວມ ພັດທະນາສາກົນ ເພື່ອເນັ້ນໃສ່ການ ພັດທະນາການຄຸ້ມຄອງປ່າໄມ້, ປົກປ້ອງລະບົບນິເວດ ແລະ ຍົກ ລະດັບຊີວິດການເປັນຢູ່ຂອງຊຸມ ຊົນທ້ອງຖິ່ນ ພ້ອມທັງໃຊ້ກົນໄກປະ ກັນໄພກະສິກຳ ເພື່ອປົກປ້ອງຊາວ ກະສິກອນລາວຈາກຜົນກະທົບຂອງ ໄພພິບັດທາງທຳມະຊາດຢ່າງມີປະ ສິດທິພາບ. ກອງປະຊຸມໃນຄັ້ງນີ້, ເຫັນວ່າ ບັນດາປະເທດສະມາຊິກອາຊຽນ ແລະ ບັນດາຄູ່ຮ່ວມເຈລະຈາໄດ້ມີ ຄວາມເປັນເອກະພາບສູງ ແລະ ໃຫ້ຄວາມສຳຄັນທີ່ສຸດຕໍ່ກັບການ ພັດທະນາວຽກງານດ້ານສະບຽງ ອາຫານ, ການຜະລິດກະສິກຳ ແລະ ປ່າໄມ້ ແຕ່ນີ້ຮອດປີ 2045 ແລະ ໃນ ອະນາຄົດ. ຂ່າວ-ພາບ: ຂ່າວສານກະສິກໍາ ແລະ ສິ່ງແວດລ້ອມ ເຄົາລົບ ແລະ ມີອິດທິພົນຫລາຍຂຶ້ນ. ທ່ານປະທານາທິບໍດີ ໄດ້ຮຽກ ຮ້ອງໃຫ້ປະຊາຊົນຕວັກກີ ສາມັກຄີ ກັນບົນພື້ນຖານຄ່ານິຍົມແຫ່ງຊາດ ຮ່ວມກັນ ເພື່ອຫັນວິໄສທັດ “ສະຕະ ວັດຕວັກກີ(TurkiyeCentury)” ໃຫ້ກາຍເປັນຈິງ. ການສະເຫລີມສະຫລອງດັ່ງ ກ່າວ, ຍັງເປັນການຢັ້ງຢືນເຖິງມິດ ຕະພາບອັນຍາວນານ ແລະ ການ ຮ່ວມມືສອງຝ່າຍທີ່ກຳລັງຂະຫຍາຍ ຕົວລະຫວ່າງສອງປະເທດ ລາວ- ຕວັກກີ ຕື່ມອີກ. ບໍາລຸງຍົກລະດັບທິດສະດີ-ແນວ ທາງຂອງພັກ ໂດຍໄດ້ຍົກໃຫ້ເຫັນ ສະພາບລວມການຈັດຕັ້ງປະຕິບັດ ການຮຽນ-ການສອນ ໃນໄລຍະ 7 ວັນຜ່ານມາ, ຕີລາຄາປະເມີນຜົນ ໄດ້ຮັບຂອງຜູ້ເຂົ້າຮ່ວມຝຶກອົບຮົມ ເນື້ອໃນ, ດ້ານດີ-ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ປັບ ປຸງແກ້ໄຂໃນສະເພາະໜ້າ ແລະ ບົດ ຮຽນທີ່ຖອດຖອນໄດ້. ສະຫາຍ ວັນສີ ກົວມົວ ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາຕໍ່ຜົນສໍາເລັດຕະຫລອດໄລ ຍະການຄົ້ນຄວ້າຮໍ່າຮຽນ, ພ້ອມ ທັງໄດ້ເນັ້ນບາງບັນຫາສໍາຄັນເປັນ ຕົ້ນສືບຕໍ່ຄົ້ນຄວ້າ, ກຳແໜ້ນ ແລະ ເຊື່ອມຊຶມເນື້ອໃນບົດຮຽນທີ່ໄດ້ ຮໍ່າຮຽນມາຢ່າງເລິກເຊິ່ງ ເພື່ອ ນຳໄປຈັດຕັ້ງຜັນຂະຫຍາຍເປັນ ແຜນງານ, ໂຄງການຕົວຈິງຢູ່ກົມ ກອງຂອງຕົນ, ເຮັດໃຫ້ການປະຕິ ບັດໜ້າທີ່ເປັນເສນາທິການໃຫ້ຄະ ນະພັກ ກໍຄື ການປະຕິບັດໜ້າທີ່ການ ເມືອງໄດ້ຮັບຜົນດີກວ່າເກົ່າ; ເປັນ ເຈົ້າການຕິດຕາມ ແລະ ກຳແໜ້ນສະ ພາບແນວຄິດ, ທ່າອ່ຽງຫາງສຽງ ສັງຄົມຂອງພະນັກງານ, ສະມາຊິກ ກຳມະບານ ແລະ ຜູ້ອອກແຮງງານ ຢ່າງເປັນປົກກະຕິ ເພື່ອຄົ້ນຄວ້າ ວິທີຕອບແກ້, ອະທິບາຍຊີ້ແຈງ ຢ່າງມີເຫດມີຜົນ, ທັນເວລາ ແລະ ຖືກຕ້ອງຕາມແນວທາງຂອງພັກ, ລະບຽບກົດໝາຍຂອງລັດ; ເປັນ ແບບຢ່າງໃນການສ້າງຂະບວນ ການດ້ານຕ່າງໆ ເພື່ອສູ້ຊົນຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ແລະ ມະຕິກອງປະຊຸມໃຫຍ່ຂອງ ອົງຄະນະພັກ ສູນກາງສະຫະພັນກຳ ມະບານລາວໃຫ້ປະກົດຜົນເປັນຈິງ; ເປັນເຈົ້າການປັບປຸງແບບແຜນວິທີ ເຮັດວຽກ ແລະ ຍົກສູງຄຸນນະພາບ ຂອງວຽກງານ ໂດຍຫັນທິດທາງ ແຜນການຂອງຄະນະພັກແຕ່ລະຂັ້ນ ໃຫ້ເປັນໂຄງການລະອຽດ, ແທດ ເໝາະກັບສະພາບຄວາມເປັນຈິງ ຂອງແຕ່ລະໄລຍະ ແລະ ຈັດຕັ້ງປະ ຕິບັດໃຫ້ມີປະສິດທິຜົນ; ຕ້ອງຝຶກ ຝົນຫລໍ່ຫລອມ ແລະ ປັບປຸງຕົນເອງ ໃຫ້ດີຂຶ້ນກວ່າເກົ່າທັງດ້ານວິທີຄິດ, ການເບິ່ງບັນຫາ ແລະ ການແກ້ ໄຂບັນຫາ; ເປັນແບບຢ່າງອັນດີ ງາມໃນການຮັກສາຄຸນທາດການ ເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ຈັນຍາບັນໃຫ້ສົມກັບເປັນພະ ນັກງານ, ສະມາຊິກພັກຢູ່ສູນກາງ ສະຫະພັນກຳມະບານລາວ. ໃນໂອກາດນີ້, ສະຫາຍ ວິໄລ ວົງຂະເສີມ ໄດ້ກ່າວປິດຊຸດອົບຮົມ ບໍາລຸງຍົກລະດັບທິດສະດີ-ແນວ ທາງຂອງພັກ ແລະ ຍັງໄດ້ໂອ້ລົມ ຕໍ່ນັກສໍາມະນາກອນ ກໍຄື ໃຫ້ຜູ້ເຂົ້າ ຮ່ວມສືບຕໍ່ຄົ້ນຄວ້າບົດຮຽນໃຫ້ ເລິກເຊິ່ງ ແລະ ນໍາໄປຈັດຕັ້ງຜັນຂະ ຫຍາຍໃຫ້ຖືກຕ້ອງສອດຄ່ອງກັບ ເງື່ອນໄຂຕົວຈິງ ແລະ ນໍາໄປໝູນໃຊ້ ເຂົ້າໃນການປະຕິບັດວຽກງານໃນ ຄວາມຮັບຜິດຊອບຂອງຕົນໃຫ້ສູງ ຂຶ້ນຕື່ມອີກ. ຂາວ-ພາບ: ພະແນກອົບຮົມພະນັກ ງານ ແລະ ສະມາຊິກພັກ ຄອສພ ຮູບພາບດ້ວຍ AI, ການສ້າງວິດີໂອ ດ້ວຍ AI ແລະ ອື່ນໆ. ແນໃສ່ເພື່ອ ຊ່ວຍໃຫ້ຜູ້ຊ່ຽວຊານດ້ານສື່ມວນຊົນ ຂອງລາວ ຍົກລະດັບດ້ານຂີດຄວາມ ສາມາດໃນການສ້າງສັນດ້ານດີຈິ ຕອນ, ເສີມສ້າງການຮ່ວມມືແລກ ປ່ຽນການສ້າງສື່ດ້ານສຽງ ແລະ ພາບລະຫວ່າງ ລາວ-ຈີນ ແລະ ຊຸກ ຍູ້ການຫັນເປັນດີຈິຕອນຂອງອຸດ ສາຫະກຳສື່ດ້ານສຽງ ແລະ ພາບ ໃນພາກພື້ນອີກດ້ວຍ. ທ່ານ ຫວາງ ໝິນ ໄດ້ກ່າວວ່າ: ແຜນການຮຽນຮູ້ດ້ານ AI ດ້ານສື່ ພາບ ແລະ ສຽງ ລຸ່ມແມ່ນ້ຳຂອງແມ່ນ້ຳລ້ານຊ້າງ ແມ່ນມາດຕະການ ສຳຄັນໃນການຈັດຕັ້ງປະຕິບັດ ກົນໄກການຮ່ວມມືລຸ່ມແມ່ນ້ຳຂອງແມ່ນໍ້າລ້ານຊ້າງ ແລະ ເສີມສ້າງ ການຮ່ວມມືແລກປ່ຽນການສ້າງ ສື່ດ້ານພາບ ແລະ ສຽງ ລະຫວ່າງ ລາວ-ຈີນ ຊຶ່ງປັນຍາປະດິດກຳລັງ ປ່ຽນແປງວິທີການຜະລິດ ແລະ ການເຜີຍແຜ່ເນື້ອຫາສື່ດ້ານພາບ ແລະ ສຽງ ຢ່າງເລິກເຊິ່ງ. ພ້ອມທັງ, ຫວັງວ່າສຳມະນາກອນທີ່ເຂົ້າຮ່ວມ ຈະສາມາດຮຽນຮູ້ທັກສະການ ສ້າງສື່ດ້ານພາບ ແລະ ສຽງ ດ້ວຍ AIGC ແລະ ນຳໄປປະຍຸກໃຊ້ເຂົ້າ ໃນການປະຕິບັດໜ້າທີ່ວຽກງານ ຕົວຈິງ. ກົມສື່ວິທະຍຸກະຈາຍສຽງ ແລະ ໂທລະພາບ ແຂວງຢູນນານ ມີຄວາມຍິນດີທີ່ຈະຂະຫຍາຍການ ຮ່ວມມືທີ່ເປັນຮູບປະທຳກັບຝ່າຍ ລາວໃນຂົງເຂດຕ່າງໆເຊັ່ນ: ການ ສ້າງເນື້ອຫາ, ການຝຶກອົບຮົມດ້ານ ເຕັກນິກ ແລະ ການພັດທະນາບຸກ ຄະລາກອນ. ໂອກາດນີ້, ທ່ານ ວັນລາຕີ ຄຳວານວົງສາ ໄດ້ສະແດງຄວາມ ຂອບໃຈຕໍ່ຝ່າຍຈີນ ທີ່ສ້າງໂອກາດ ໃນການຮຽນຮູ້ໃຫ້ແກ່ບຸກຄະລາ ກອນດ້ານສື່ມວນຊົນຂອງລາວ. ປັນຍາປະດິດມີບົດບາດສຳຄັນໃນ ການເພີ່ມປະສິດທິພາບໃນການ ສ້າງສັນສື່ ແລະ ຄວາມສາມາດປະ ດິດສ້າງຂອງສື່ມວນຊົນສະຖານີ ໂທລະພາບແຫ່ງຊາດລາວ ກຳລັງ ສົ່ງເສີມການຫັນເປັນດີຈິຕອນຢ່າງ ຕັ້ງໜ້າ. ຫວັງວ່າສຳມະນາກອນທີ່ ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້, ຈະ ຖືເອົາໂອກາດນີ້ຮຽນຮູ້ ແລະ ນຳ ເອົາສິ່ງທີ່ໄດ້ຮຽນຮູ້ໄປໝູນໃຊ້ເຂົ້າ ໃນການເຮັດວຽກຕົວຈິງຢ່າງເປັນ ຮູບປະທຳ.

RkJQdWJsaXNoZXIy MTc3MTYxMQ==