xtgmf]k; 7 27/10/2026 gsfdko c]t dkora fmtok a ,j ;o-q oc0;'va f8txn Ij ;,.9da o.lj [kf ln [lkoIu f7v'xtgrou va ofu 'k,.o[5 ovvdra olk mj P;[5 ovvdra olk{ws]gIn vw2 muj ot7vos];'rt[k' -q ,7;k,'f'k, 9kddkow8h xtmu [ muj pyj '.spj c]t |h kxtma [.9 dP,lh v,cx' c]t xa [x5 '[k'95 fmk's];'mh v'4yj o c8j [h koxkdd= sk [h kovk3o g,n v's]k ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ບຸນອອກ ພັນສາປະວໍຣະນາ ເປັນບຸນປາງ ໜຶ່ງໃນຮີດ 12 ຂອງລາວ ເປັນການ ເປີດໂອກາດໃຫ້ພະສົງສາມະເນນ ໄດ້ກະທຳກິດຂອງສົງ ເຊັ່ນ: ໄປ ເທດສະໜາ, ສັ່ງສອນອອກຕົນຍາດ ໂຍມ, ບວດລູກຫລານຂອງພໍ່ແມ່ປະ ຊາຊົນບັນດາເຜົ່າ ເພື່ອສືບຕໍ່ອາຍຸ ພຸດທະສາສະໜາ ແລະ ໄປຢ້ຽມ ຢາມຍາດພີ່ນ້ອງ, ອຸປະຊາອາຈານ ຕາມລະບຽບທີ່ກຳນົດໄວ້ໃນພະທຳ ຄຳສອນ, ອີກຄວາມໝາຍໜຶ່ງ ແມ່ນ ເປັນການບູຊາຮອຍພະພຸດທະບາດ ຢູ່ພື້ນບາດານ, ເພື່ອນ້ອມລະນຶກເຖິງ ຄຸນບິດາມານດາ ໃຫ້ມີຄວາມຈະ ເລີນຮຸ່ງເຮືອງ ເໝືອນດັ່ງແສງທຽນ ທີ່ໄຕ້ບູຊາ ທັງໝົດນັ້ນໄດ້ກາຍເປັນ ວັດທະນະທຳ-ຮີດຄອງປະເພນີ ອັນ ດີງາມທີ່ຄົງຄຸນຄ່າຕະຫລອດມາ ຈົນເຖິງທຸກວັນນີ້. ໃນມື້ຂຶ້ນ15ຄ່ຳ ເດືອນ11ອອກ ຕົນຍາດໂຍມ ແລະ ພະສົງສາມະ ເນນ ໄດ້ຮ່ວມກັນສ້າງເຮືອໄຟຂຶ້ນ ໃນເຂດວັດບ່ອນທີ່ເໝາະສົມ ພໍຮອດ ຕອນຄ່ຳກໍນຳປະທີບນ້ຳມັນດອກໄມ້ ທູບທຽນມາຈູດໄຕ້ບູຊາພະລັດຕະ ນະໄຕຣ ບາງບ່ອນຢູ່ໃກ້ສາຍນ້ຳ ແມ່ນເຮັດເຮືອໄຟ ແລ້ວນຳໄປໄຫລ ລົງນ້ຳຊຶ່ງຊາວພຸດລາວຖືວ່າການບູ ຊາປະທີບນ້ຳມັນ ມີອານິສົງຫລາຍ. ເພື່ອສືບຕໍ່ປົກປັກຮັກສາມູນເຊື້ອ ດ້ານວັດທະນະທຳ-ຮີດຄອງປະເພ ນີຂອງຊາດກໍຄືຂອງຊາວຫລວງພະ ບາງ ໃຫ້ຍືນຍົງ ໂດຍສະເພາະບຸນ ອອກພັນສາປະວໍລະນາ ແລະ ບຸນ ໄຫລເຮືອໄຟ ທີ່ເປັນກິດຈະກຳໜຶ່ງ ຊຸກຍູ້ການທ່ອງທ່ຽວ ໃຫ້ຄຶກຄື້ນໃນ ແຕ່ລະປີ. ສຳລັບປີນີ້ ຄະນະກຳມະ ການປົກຄອງນະຄອນຫລວງພະ ບາງ ໄດ້ຈັດບຸນອອກພັນສາປະວໍ ຣະນາ ບຸນໄຫລເຮືອໄຟ ແລະ ບຸນ ນະມັດສະການພະທາດຈອມສີຢ່າງ ເຕັມຮູບແບບ ໂດຍມີຫລາຍກິດ ຈະກຳຕິດພັນກັບບຸນປະເພນີ ທີ່ສືບ ທອດກັນມາແຕ່ດົນນານ. ທ່ານ ສະເຫວີຍ ສີລາວັນ ປະ ທານຄະນະກຳມະການປົກຄອງ ນະ ຄອນຫລວງພະບາງ ໃຫ້ສຳພາດ ເມື່ອບໍ່ດົນມານີ້ວ່າ: ປີນີ້, ນະຄອນ ຫລວງພະບາງ ຈະຈັດງານຢ່າງຍິ່ງ ໃຫຍ່ເຕັມຮູບແບບ ໂດຍເນັ້ນເຖິງ ຄວາມເປັນວັດທະນະທຳ, ເອກະລັກ ສະເພາະ ແລະ ປະເພນີອັນດີງາມ, ຄາດວ່າຈະມີເຮືອຈາກບັນດາຕາ ແສງ, ບ້ານ, ສະຖາບັນການສຶກສາ, ໂຮງຮຽນ, ຊາວໝຸ່ມແລະພາກທຸລະ ກິດ ເຂົ້າຮ່ວມປະກວດເຮືອໄຟງາມ 20 ລຳ, ສ່ວນກິດຈະກໍາຫລັກຂອງ ການຈັດງານປີນີ້ ຈະມີການຄົບງັນ ເຮືອໄຟຊົມໂຄມໄຟ1.000ດວງ,ໃສ່ ບາດ ຕາມວັດວາອາຮາມພາຍໃນ ນະຄອນ ແລະ ການປະກວດເຮືອໄຟ ງາມ ໂດຍກຳນົດຈັດຂຶ້ນລະຫວ່າງ ວັນທີ 24 ຫາ 27 ຕຸລາ 2026 ໃນ ນັ້ນ, ຍັງຈະມີບຸນມະຫາຊາດ ນະມັດ ສະການພະທາດຈອມສີ, ຄົບງັນເຮືອ ໄຟ, ຊົມການສະແດງສິລະປະພື້ນ ບ້ານຊາວຫລວງພະບາງແລະທ່ຽວ ຊົມ ຄວາມງົດງາມຂອງໄຟແສງສີ ການໄຕ້ປະທີບ ຫລື ໂຄມໄຟ ຕາມ ວັດວາອາຮາມພາຍໃນນະຄອນ, ໃສ່ ບາດແດ່ພະສົງ-ສາມະເນນ, ພິເສດ ແມ່ນການຈັດງານປະກວດແລະຈັດ ບຸນໄຫລເຮືອໄຟຢ່າງເປັນທາງການ ຕາມຮີດຄອງປະເພນີ ໃນຄໍ່າຄືນ ຂອງວັນທີ 27 ຕຸລາ 2026 ຢູ່ຕາມ ເສັ້ນທາງສີສະຫວ່າງວົງ. ມາຮອດມື້ນີ້ ແຕ່ລະພາກສ່ວນ ໄດ້ສ້າງ ແລະ ປະດັບປະດາເຮືອໄຟ ຂອງຕົນ ເພື່ອເຂົ້າຮ່ວມງານປະ ກວດໃຫ້ມີຫລາກຫລາຍສີສັນ, ເຮັດ ໃຫ້ບຸນມີຄວາມຄຶກຄື້ນມ່ວນຊື່ນ, ສະ ເພາະບ້ານໝື່ນນາ ໄດ້ຮັບຜິດຊອບ ການສ້າງ ແລະ ປະດັບປະດາ ເຮືອ ໄຟເຂົ້າປະກວດ ໃນນາມເຮືອໄຟ ຕາແສງຊຽງທອງ 2, ປັດຈຸບັນໄດ້ ສຳເລັດການສ້າງ ແລະ ປະດັບປະ ດາແລ້ວ ທັງໄດ້ເກັບຮັກສາໄວ້ຢູ່ ສະໂມສອນຂອງບ້ານ. ທ່ານ ທອງລາ ເຮີ ນາຍບ້ານ ໝື່ນນາ ໄດ້ໃຫ້ສຳພາດວ່າ: ພາຍ ຫລັງໄດ້ຮັບການຊີ້ນຳຈາກຄະນະ ກຳມະການປົກຄອງຕາແສງ ການ ຈັດຕັ້ງບ້ານທຸກຂັ້ນ ໄດ້ປຶກສາຫາລື ວຽກງານຮ່ວມກັນ ແລະ ໄດ້ຕົກລົງ ໃຫ້ສະກຸນຊ່າງຜູ້ມີປະສົບການ ຊ່ວຍ ສ້າງເຮືອໄຟເປັນຮູບພະຍາຫົງ ທັງ ປະດັບປະດາດ້ວຍເຈ້ຍສີໃຫ້ມີຄວາມ ງົດງາມ ມາຮອດວັນທີ 18 ຕຸລານີ້ ໄດ້ສຳເລັດໂດຍພື້ນຖານ ແລະ ໄດ້ ເກັບຮັກສາໄວ້ຢູ່ສະໂມສອນຂອງ ບ້ານ ເພື່ອນຳເຂົ້າຂະບວນແຫ່ ໃນ ມື້ປະກວດເຮືອໄຟງາມ ໃນໂອກາດ ບຸນອອກພັນສາປະວໍຣະນາ ທີ່ນະ ຄອນຫລວງພະບາງປີນີ້. ນອກຈາກ ກະກຽມເຮືອໄຟ ຍັງໄດ້ກະກຽມ ຄວາມພ້ອມຂອງຂະບວນແຫ່ ໃຫ້ ມີສີສັນ, ມີຄວາມເບີກບານມ່ວນຊື່ນ ຖືກຕ້ອງຕາມລະບຽບ ທີ່ຄະນະກຳ ມະການຈັດງານກຳນົດອອກ ຄາດ ວ່າການເຂົ້າຮ່ວມປະກວດເຮືອໄຟ ງາມໃນປີນີ້ ເຮືອໄຟຕາແສງຊຽງ ທອງ 2 ຈະຕິດ 5 ອັນດັບຕົ້ນຂອງ ເຮືອໄຟທີ່ເຂົ້າປະກວດ. ຕະຫລອດໄລຍະຜ່ານມາ, ນະ ຄອນຫລວງພະບາງ ຍັງປົກປັກຮັກ ສາສິ່ງທີ່ມີຢູ່ແລ້ວ ໃຫ້ຄົງຮູບແບບ ເດີມຄຽງຄູ່ກັບການເອົາໃຈໃສ່ຊຸກ ຍູ້-ສົ່ງເສີມບຸນປະເພນີໃຫ້ກວ້າງ ຂວາງແລະຍືນຍົງ ເຮັດໃຫ້ນັກທ່ອງ ທ່ຽວທີ່ມາທ່ຽວຊົມຫລວງພະບາງ ມີຄວາມປະທັບໃຈ. ທັງໝົດນີ້ຄື ສິ່ງ ທີ່ຄະນະນຳທຸກຂັ້ນ ໄດ້ເອົາໃຈໃສ່ ປົກປັກຮັກສາ ແລະ ເສີມຂະຫຍາຍ ໃຫ້ສອດຄ່ອງກັບການພັດທະນາ ໃນໄລຍະໃໝ່ ທັງຮັບປະກັນໃຫ້ມີ ຄວາມຍືນຍົງ ຢູ່ຄຽງຄູ່ກັບເມືອງ ມໍລະດົກໂລກຕະຫລອດໄປ. ໃນໂອ ກາດບຸນອອກພັນສາປະວໍຣະນາ ແລະ ບຸນໄຫລເຮືອໄຟ ທີ່ນະຄອນ ຫລວງພະບາງ ປີນີ້, ຮຽກຮ້ອງເຖິງ ປະຊາຊົນບັນດາເຜົ່າ ແລະ ທຸກພາກ ສ່ວນໃນສັງຄົມ ຈົ່ງພ້ອມກັນຫ້າງ ຫາກະກຽມ, ປະດັບປະດາໂຄມໄຟ, ຮ່ວມໃຈກັນເປັນເຈົ້າພາບທີ່ດີ, ຮັກ ສາຄວາມສະຫງົບ, ຄວາມເປັນລະ ບຽບຮຽບຮ້ອຍທົ່ວສັງຄົມ, ເປັນ ເຈົ້າການບໍລິການ, ຮັກສາຄວາມສະ ອາດ, ມີສ່ວນຮ່ວມປະກອບສ່ວນ ດ້ານເຫື່ອແຮງ, ທຶນຮອນ, ວັດຖຸປັດ ໄຈ ເຂົ້າໃນການຈັດບຸນຄັ້ງນີ້ ໃຫ້ປະ ສົບຜົນສຳເລັດຢ່າງຈົບງາມ. ເຊີນ ຊວນ ບັນດານັກທ່ອງທ່ຽວທັງພາຍ ໃນ ແລະ ຕ່າງປະເທດ, ພ້ອມກັນມາ ທ່ຽວຊົມມື້ບຸນອອກພັນສາປະວໍຣະ ນາ ໄຫລເຮືອໄຟ ແລະ ບຸນນະມັດ ສະການພະທາດຈອມສີ ປະຈຳປີ 2026 ທີ່ນະຄອນຫລວງພະບາງ ຂ່າວ: ອາພຸດເດດ ບຸບຜາ ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ໃນຕອນເຊົ້າວັນ ທີ 26 ຕຸລາ 2026 ທີ່ວັດຫລວງລັດ ຕະນາຣາມ ບ້ານວັດຫລວງ ເມືອງ ສາມັກຄີໄຊ ແຂວງອັດຕະປື ໄດ້ຈັດ ພິທີໃສ່ບາດ, ຖວາຍສັງຄະທານ, ຖວາຍປັດຈຸປັດໄຈ ແລະ ຟັງທຳມະ ເທສະໜາ ເພື່ອສືບສານມູນເຊື້ອປະ ເພນີອັນດີງາມແລະ ທຳນຸບຳລຸງພະ ພຸດທະສາສະໜາ ໃນບຸນອອກພັນ ສາປະວໍຣະນາ ໂດຍມີພະອາຈານ ໃຫຍ່ ສີສະຫວາດ ເທບວົງສາ ກຳ ມະການສູນກາງອົງການພຸດທະສາ ສະໜາສຳພັນລາວ (ອພສ) ແລະ ປະທານອົງການພຸດທະສາສະໜາ ສຳພັນລາວ ແຂວງອັດຕະປື, ທ່ານ ສີໄລ ສີສະແຫວງສຸກ ຮອງປະ ທານຄະນະກຳມະການປົກຄອງ ແຂວງອັດຕະປື, ພ້ອມດ້ວຍພະສົງສາມະເນນ, ການນຳພັກ-ລັດ, ຜູ້ອາ ວຸໂສບຳນານ ແລະ ພຸດທະສາສະ ນິກະຊົນຈຳນວນຫລາຍເຂົ້າຮ່ວມ. ໃນໂອກາດນີ້, ພະອາຈານໃຫຍ່ ວຽງສັນ ມະນີລັດ ຮອງປະທານ ອພສ ແຂວງອັດຕະປື ໄດ້ສະແດງ ທຳມະເທສະໜາ ໂດຍເນັ້ນເຖິງ ຄວາມໝາຍ ແລະ ຄຸນຄ່າຂອງບຸນ ອອກພັນສາ ຊຶ່ງເປັນບຸນສຳຄັນ ທາງພະພຸດທະສາສະໜາ ທີ່ໝາຍ ເຖິງການສິ້ນສຸດໄລຍະຈຳພັນສາ 3 ເດືອນຂອງພະສົງ ເປັນໄລຍະທີ່ພະ ສົງໄດ້ສຶກສາຮ່ຳຮຽນພະທຳວິໄນ ແລະບຳເພັນພາວະນາ. ສ່ວນຄຳວ່າ “ປະວໍຣະນາ” ໝາຍເຖິງການເປີດ ໂອກາດໃຫ້ພະສົງກ່າວເຕືອນ ຫລື ຊີ້ ແນະກັນດ້ວຍເຈຕະນາບໍລິສຸດ ເພື່ອ ແກ້ໄຂຂໍ້ບົກພ່ອງ ແລະ ພັດທະນາ ການປະພຶດຕົນໃຫ້ດີຍິ່ງຂຶ້ນ. ບຸນ ອອກພັນສາຍັງເປັນໂອກາດໃຫ້ພຸດ ທະສາສະນິກະຊົນໄດ້ຮ່ວມກັນສ້າງ ບຸນກຸສົນ, ຮັກສາສິນ, ຟັງທຳ ແລະ ນຳຫລັກທຳມາປັບໃຊ້ໃນຊີວິດປະ ຈຳວັນ ເພື່ອປູກຝັງຄຸນງາມຄວາມ ດີ, ຄວາມເມດຕາ, ຄວາມສາມັກຄີ ແລະ ການຢູ່ຮ່ວມກັນຢ່າງສັນຕິສຸກ. ສຳລັບກິດຈະກຳໃນຕອນແລງ ຢູ່ຫໍຫລັກເມືອງ ແລະ ທ່າຜາມໄຊ ບ້ານເມືອງໃໝ່ ເມືອງສາມັກຄີໄຊ ມີການສະແດງສິລະປະ-ວັນນະຄະ ດີ, ວາງສະແດງ ແລະ ຈຳໜ່າຍຜະ ລິດຕະພັນທ້ອງຖິ່ນ ແລະ ສິນຄ້າໂອ ດັອບ ເພື່ອສົ່ງເສີມຜົນງານຂອງປະ ຊາຊົນ ກະຕຸ້ນເສດຖະກິດທ້ອງຖິ່ນ, ໃນເວລາ19:00ໂມງຈະມີພິທີວຽນ ທຽນຢູ່ຫໍຫລັກເມືອງ ຕໍ່ດ້ວຍຂະ ບວນໄຕ້ເຮືອໄຟຢູ່ລໍານໍ້າເຊກອງ ແລະ ການປະກວດເຮືອໄຟຈາກວັດ ຕ່າງໆ. ກິດຈະກຳເຫລົ່ານີ້ສະທ້ອນ ເຖິງສັດທາທາງສາສະໜາ ແລະ ຄວາມງົດງາມຂອງສິລະປະປະດິດ ສ້າງພື້ນບ້ານ ພ້ອມທັງເປັນການສືບ ສານມູນເຊື້ອຮີດຄອງປະເພນີ ແລະ ອະນຸລັກມໍລະດົກວັດທະນະທຳ ຂອງຊາດໃຫ້ຄົງຢູ່ຄູ່ສັງຄົມລາວ ຕະຫລອດໄປ. ການຈັດບຸນປະວໍຣະນາອອກ ພັນສາຄັ້ງນີ້ ນອກຈາກຈະສົ່ງເສີມ ສັດທາທາງພະພຸດທະສາສະໜາ ແລ້ວ ຍັງຊ່ວຍສ້າງຄວາມສາມັກຄີ ໃນຊຸມຊົນ, ທຳນຸບຳລຸງປະເພນີອັນ ດີງາມ, ສົ່ງເສີມສິລະປະວັດທະນະ ທຳ ແລະ ກະຕຸ້ນການຄ້າຂາຍພາຍ ໃນທ້ອງຖິ່ນໃຫ້ດີຂຶ້ນ. ຂ່າວ: ສ. ໄຊຄຳສອນ 2 [= ]y la f -5 dp6h dkolb dlk 16j 7e,j ;o ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ພິທີມອບ-ຮັບ ຊຸດໂຕະ-ຕັ່ງ ແລະ ມອບເງິນຊຸກຍູ້ ສ້ອມແປງໂຮງຮຽນສາມັນພອນ ສະຫວັນ ແຂວງຄໍາມ່ວນ ລວມມູນ ຄ່າ 860 ລ້ານກີບ ຈາກກຸ່ມບໍລິສັດ ພີທີແອວ ໂຮນດິ້ງ ຈໍາກັດ ແລະ ບໍລິ ສັດ ທ່າບົກ ທ່າແຂກ ຈຳກັດ ຈັດຂຶ້ນ ໃນທ້າຍອາທິດຜ່ານມາ ທີ່ຫ້ອງວ່າ ການແຂວງຄໍາມ່ວນ ໂດຍມີ ທ່ານ ເດດສັກດາ ມະນີຄຳ ຮອງປະທານ ຄະນະກຳມະການປົກຄອງແຂວງ ຄຳມ່ວນ ເປັນຜູ້ກ່າວຮັບ, ມີຜູ້ຕາງ ໜ້າສອງບໍລິສັດ, ພະແນກສຶກສາ ທິການ ແລະ ກິລາແຂວງ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ການຊ່ວຍເຫລືອຄັ້ງນີ້ ປະກອບ ມີຊຸດໂຕະ-ຕັ່ງ 500 ຊຸດ ມູນຄ່າ 360 ລ້ານກີບ, ມອບໂດຍ ທ່ານ ນາງ ມະໂນລາ ປະເສີດ ຮອງປະ ທານກຳມາທິການພົວພັນພາກລັດ ຕາງໜ້າໃຫ້ກຸ່ມບໍລິສັດ ພີທີແອວ ໂຮນດິ້ງ ຈຳກັດ ແລະ ເງິນສົດ 500 ລ້ານກີບ ສໍາລັບສ້ອມແປງໂຮງ ຮຽນ, ມອບໂດຍ ທ່ານ ວຽງຄອນ ສິດທິໄຊ ຜູ້ອຳນວຍການໃຫຍ່ ບໍລິ ສັດ ທ່າບົກ ທ່າແຂກ ຈຳກັດ. ການຊ່ວຍເຫລືອຄັ້ງນີ້, ມີເປົ້າ ໝາຍເພື່ອປັບປຸງສະພາບແວດລ້ອມ ການຮຽນ ແລະ ຍົກລະດັບອຸປະ ກອນການຮຽນ-ການສອນ, ທັງສະ ແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ການປະກອບສ່ວນອັນສຳຄັນ ຂອງພາກທຸລະກິດ ໃນການພັດທະ ນາການສຶກສາ ໃຫ້ມີຄວາມພ້ອມ ແລະ ສະດວກສະບາຍຍິ່ງຂຶ້ນ. ຂ່າວ : ມະນີວັນ ຂປລ. ແຫລ່ງຂ່າວຈາກແຂວງອຸ ດົມໄຊໃຫ້ຮູ້ວ່າ: ພິທີເຊັນສັນຍາໂຄງ ການສ້ອມແປງຕາມກຳນົດ ແລະ ປັບປຸງເປັນບາງຈຸດ ທາງຫລວງ ທ້ອງຖິ່ນ ແຂວງອຸດົມໄຊ ພາຍໃຕ້ ໂຄງການຂະແໜງຂົວທາງລາວ ໄລຍະ 2 ລະຫ່ວາງ ພະແນກໂຍທາ ທິການ ແລະ ຂົນສົ່ງ ແຂວງອຸດົມ ໄຊ ກັບ ບໍລິສັດ ພີເອັມເອສ ແອນ ຣາສະສິງ ຈອຍ ເວັນເຈີ ຈັດຂຶ້ນ ເມື່ອບໍ່ດົນມານີ້ ທີ່ແຂວງອຸດົມໄຊ ໂດຍສັນຍາເລກທີ: CW-OUDNCB-07, ທາງເລກທີ: 1857 ຕອນທາງບ້ານປາກກໍ-ບ້ານອາໂນ, ຍາວ 29.164 ກິໂລແມັດ ເມືອງ ຫລາ, ຊຶ່ງມີໜ້າວຽກຫລັກ ປູຢາງ ເປັນຈຸດໄລຍະຄ້ອຍຊັນ ແລະ ໄລຍະ ຜ່ານບ້ານ ໃນສັນຍາ 14 ເດືອນໃຫ້ ສຳເລັດມູນຄ່າສັນຍາ: 1,09 ລ້ານ ກວ່າເອີໂຣ ໂດຍໄດ້ຮັບແຫລ່ງທຶນ ກູ້ຢືມຈາກທະນາຄານພັດທະນາ ເອີລົບ ແລະ ສະຫະພາບເອີລົບ (EIB/EU). ຕາງໜ້າລົງນາມຄັ້ງນີ້ ໂດຍ ທ່ານ ສົມພາວັນ ສຸດຈະລິດ ຫົວໜ້າ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງອຸດົມໄຊ, ທ່ານ ນາງ ວາລາ ພອນ ສິງສຸວົງ ຮອງອຳນວຍການ ບໍລິສັດ ພີເອັມເອສ ແອນ ຣາສະ ສິງ ຈອຍ ເວັນເຈີ, ມີທ່ານ ຄຳແສງ ອາລີ ຮອງປະທານຄະນະກຳມະ ການປົກຄອງແຂວງອຸດົມໄຊ, ຄະ ນະກຳມະການປົກຄອງເມືອງ ຫລາ ພ້ອມດ້ວຍຄະນະຄຸ້ມຄອງການປະ ມູນ, ທີ່ປຶກສາບໍລິສັດເຂົ້າຮ່ວມ. ໂຄງການສ້ອມແປງຕາມກຳ ນົດ ແລະ ປັບປຸງເປັນຈຸດ (ວຽກປີ 3) ຂອງໂຄງການຂະແໜງຂົວທາງ ລາວໄລຍະ 2 (LRSP2), ສັນຍາ ເລກທີ CW-OUD-NCB-07 ເສັ້ນທາງເລກທີ 1857 (ບ້ານ ປາກກໍ ຫາ ບ້ານອາໂນ ເມືອງຫລາ ແຂວງອຸດົມໄຊ), ຍາວ 29.164 ກິໂລແມັດ ໂດຍໄດ້ເຮັດການຈັດຊື້- ຈັດຈ້າງ ຜ່ານມາ 1 ຄັ້ງ ແລະ ໄດ້ ເຊັນສັນຍາຮັບເໝົາກັບບໍລິສັດວາດ ສະໜາ ໃນປີ 2023 ໃນມູນຄ່າ 14,97 ຕື້ກວ່າກີບ, ຜ່ານການຈັດ ທ້ອງຖິ່ນ ວຽກປີ 2 ແລະ ປີ 3 (ປະ ມູນຄືນໃໝ່) ພາຍໃຕ້ໂຄງການ ຂະແໜງຂົວທາງລາວໄລຍະ 2 (LRSP2) ໂດຍມີບໍລິສັດທີ່ເຂົ້າ ຮ່ວມປະມູນທັງໝົດ 7 ບໍລິສັດ ຜ່ານ ການຄົ້ນຄວ້າຕີລາຂອງກອງເລຂາ ຂາແລະຄະນະກຳມະການປະມູນຂັ້ນ ແຂວງ ເຫັນວ່າ ບໍລິສັດ PMS and Rasasing Jv (ບໍລິສັດ ພີເອັມເອສ ແອນ ຣາສະສິງ ຈອຍ ເວັນເຈີ) ເປັນ ຜູ້ຊະນະການປະມູນ ໃນມູນຄ່າປະ ມູນ 1,09 ລ້ານເອີໂຣ (ຕໍ່າຫລຸດລາ ຄາປະເມີນໂຄງການ -10,80%), ເຫັນວ່າ: ເປັນລາຄາທີ່ສົມເຫດສົມ ຜົນ. ຂ່າວ: ສຸວັນທອງ ປັນຍາຂັນ ຕັ້ງປະຕິບັດ ມາຮອດເດືອນຕຸລາ 2024, ມີຄວາມຄືບໜ້າ 45,07% ໄດ້ຢຸດຕິການຈັດຕັ້ງປະຕິບັດ (ຍົກ ເລີກສັນຍາ) ເນື່ອງຈາກສະພາບ ເສດຖະກິດມີການເໜັງຕີງ ບໍລິສັດ ບໍ່ສາມາດຈັດຕັ້ງປະຕິບັດໄດ້. ພາຍ ຫລັງຍົກເລີກສັນຍາ ພະແນກ ຍທຂ ໄດ້ເຮັດບົດລາຍງານ ແລະໜັງສືສະ ເໜີຂໍງົບປະມານ ເພື່ອປະມູນຄືນ ໃໝ່, ຫລັງຈາກນັ້ນໄດ້ຮັບໜັງສືແຈ້ງ ການຂອງກົມຂົວທາງ ກະຊວງ ໂຍ ທາທິການ ແລະ ຂົນສົ່ງ, ສະບັບ ລົງ ວັນທີ 4 ມີນາ 2026 ກ່ຽວກັບການ ປະມູນຈັດຊື້-ຈັດຈ້າງ ສໍາລັບວຽກ ສ້ອມແປງທາງເປັນກຳນົດ ແລະ ປັບປຸງເປັນບາງຈຸດ ທາງຫລວງ q
RkJQdWJsaXNoZXIy MTc3MTYxMQ==