7394

xtgmf]k; 6 27/10/2026 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d 7;k,gxa o,k0v'[5 o-j ;'gIn v xtgrou va ofu 'k,muj ln [mvf,kc8j [6 Ikootdko -u ;y f{;a fmtotme u y a ໂດຍ: ແສງສະຫວັນັນ ໂດຍ: ແສງສຸວັນ ຄຳພັກດີຸ ວັນັ ກີ 9kd3I''kog0Q kx5h ol6j Ih ko7h k lh k']kpIa [s]kply []h kodu [8+ gfn vo ຂປລ. ບຸນຊ່ວງເຮືອ ເປັນບຸນປະ ເພນີອັນດີງາມຂອງຊາດລາວ ທີ່ໄດ້ ປະຕິບັດສືບທອດກັນມາ ແຕ່ບູຮານ ນະການຈົນເຖິງປັດຈຸບັນ. ບຸນດັ່ງ ກ່າວບໍ່ພຽງແຕ່ເປັນກິດຈະກຳແຂ່ງ ຂັນກິລາທາງນໍ້າທີ່ສ້າງຄວາມຄຶກ ຄື້ນມ່ວນຊື່ນໃຫ້ແກ່ປະຊາຊົນເທົ່າ ນັ້ນ, ແຕ່ຍັງສະທ້ອນເຖິງວິຖີຊີວິດ, ຄວາມເຊື່ອຖື, ຄວາມສາມັກຄີ ແລະ ພູມປັນຍາຂອງຄົນລາວທີ່ຜູກພັນ ກັບແມ່ນ້ຳມາແຕ່ດັ້ງເດີມ. ການຈັດບຸນຊ່ວງເຮືອມັກຈັດ ຂຶ້ນໃນໄລຍະເດືອນ 10 ຫາ ເດືອນ 12 ລາວ ຂອງທຸກໆປີ ຊຶ່ງໄລຍະ ການສະຫລອງບຸນດັ່ງກ່າວຂຶ້ນກັບ ເງື່ອນໄຂຂອງແຕ່ລະທ້ອງຖິ່ນໂດຍ ສະເພາະເຂດທີ່ຕັ້ງຢູ່ລຽບຕາມແມ່ ນ້ຳສາຍໃຫຍ່ ກໍໄດ້ຈັດໃຫ້ມີການ ຊ່ວງເຮືອ ເພື່ອສ້າງຄວາມມ່ວນຊື່ນ. ພາຍໃນງານບຸນຊ່ວງເຮືອນອກ ຈາກການແຂ່ງຂັນຊ່ວງເຮືອແລ້ວ, ຍັງມີການຈັດກິດຈະກຳສະແດງ ສີລະປະ-ວັນນະຄະດີພື້ນເມືອງ ແລະ ການວາງສະແດງຈຳໜ່າຍ ສິນຄ້າຕ່າງໆ ເພື່ອສົ່ງເສີມພູມປັນ ຍາທ້ອງຖິ່ນ, ກະຕຸ້ການຂາຍ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນຢູ່ ເຂດນັ້ນໆ. ສຳລັບຄວາມເປັນມາຂອງບຸນ ຊ່ວງເຮືອນັ້ນ, ໄດ້ມີນິທານພື້ນເມືອງ ເລື່ອງ “ກໍ່າພ້າຜີນ້ອຍ” ໃນບາງ ຕອນ ໄດ້ພັນລະນາກ່ຽວກັບການ ຊ່ວງເຮືອ ຊຶ່ງເປັນເລື່ອງເລົ່າສືບຕໍ່ ກັນມາໃນສັງຄົມລາວ. ຕາມເນື້ອໃນ ນິທານສະແດງອອກໃນຕອນເຈົ້າ ພະຍາຢາກໄດ້ນາງງາ ເມຍຂອງ ທ້າວກໍ່າພ້າ ມາເປັນເມຍ, ພະຍາໄດ້ ເອີ້ນເອົາເສນາອາມາດ ມາປຶກສາ ຫາລືກັນວ່າເຮັດແນວໃດຈຶ່ງຈະເອົາ ນາງງາ ເມຍກໍ່າພ້າມາເປັນເມຍໄດ້, ຈາກນັ້ນ ໄດ້ອອກອຸບາຍທ້າກັບ ທ້າວກໍ່າພ້າຜີນ້ອຍ ວ່າຖ້າທ້າວກໍ່າ ພ້າ ບໍ່ຊະນະຕ້ອງຍົກນາງງາໃຫ້ ເປັນເມຍຂອງພະຍາ ໂດຍເລີ່ມແຕ່ ການເອົາໄກ່ມາຕີກັນ, ຄວາຍຊົນກັນ ຄວາຍ ຊຶ່ງພະຍາບໍ່ສາມາດເອົາຊະ ນະຝ່າຍກໍ່ໍາພ້າຜີນ້ອຍໄດ້ຈັກເທື່ອ, ໃນທີ່ສຸດພະຍາກໍທ້າຊ່ວງເຮືອ, ໃນ ເທື່ອນີ້ກໍ່ຄືທຸກເທື່ອຜ່ານມານາງ ງາ ໄດ້ໃຊ້ແຫວນວິເສດເສກພະຍາ ນາກສ່ຽວກໍ່າພ້າໃຫ້ເປັນເຮືອຊ່ວງ ແລະ ເມື່ອຈະເຖິງຫລັກໄຊເຮືອພະ ຍານາກກໍ່າພ້າ ກໍເອົາຫາງຟາດນໍ້າ ເປັນຟອງໃຫຍ່ຈົນເຮືອພະຍາຫລົ່ມ ເຮັດໃຫ້ພະຍາກັບເສນາອາມາດໄດ້ ຈົມນໍ້າຕາຍໝົດ ແລະ ເຊື່ອກັນວ່າ ນິທານດັ່ງກ່າວມີປະຫວັດຄວາມ ເປັນມາຂອງບຸນຊ່ວງເຮືອປະເພນີ ຈົນເຖິງເທົ່າທຸກມື້ນີ້. ບຸນຊ່ວງເຮືອ, ນອກຈາກເປັນ ບຸນປະເພນີອັນດີງາມທີ່ມີຄວາມ ຄຶກຄື້ນມ່ວນຊື່ນແລ້ວ; ຕາມຄວາມ ເຊື່ອຈາກລຸ້ນຄົນສູ່ລຸ້ນຄົນສືບຕໍ່ກັນ ມານັ້ນ ຍັງເປັນການສະແດງຄວາມ ຮູ້ບຸນຄຸນຕໍ່ດິນຟ້າອາກາດ, ແມ່ນໍ້າ ທີ່ໄດ້ດົນບັນດານໃຫ້ແກ່ຊາວກະສີ ກອນ ຕາມລະດູການປູກຝັງ ແລະ ເກັບກູ້ຜົນຜະລິດໃຫ້ໄດ້ຮັບຜົນດີ; ການສະແດງຄວາມຮູ້ບຸນຄຸນຕໍ່ພະ ຍານາກ ຊຶ່ງຖືໄດ້ວ່າເປັນປູ່ຍ່າຕາ ຍາຍຂອງມວນມະນຸດທີ່ດົນບັນ ດານໃຫ້ຟ້າຝົນເອື້ອອຳນວຍແກ່ ການຜະລິດກະສິກຳ. ບຸນຊ່ວງເຮືອ ບໍ່ພຽງແຕ່ມີຄວາມໝາຍທາງຮີດ ຄອງປະເພນີເທົ່ານັ້ນ, ແຕ່ຍັງມີ ຄວາມໝາຍດ້ານກິລາ, ວັດທະນະ ທຳ ເພື່ອແນໃສ່ຮັກສາ, ເຜີຍແຜ່ແລະ ສົ່ງເສີມໃຫ້ແກ່ຄົນລຸ້ນໃໝ່ໄດ້ຮັບຮູ້, ເຂົ້າໃຈຮີດຄອງປະເພນີຂອງລາວ, ທັງເປັນການເອກອ້າງຕໍ່ຊາດອື່ນໆ ໃນໂລກໄດ້ຮັບຮູ້ວັດທະນະທຳອັນ ດີງາມຂອງຊາດລາວເຮົານໍາອີກ. ໃນໂອກາດ ບຸນອອກພັນສາປະ ວໍຣະນາ ປະຈໍາປີ 2026 ທີ່ໝູນ ວຽນມາອີກວາລະໜຶ່ງຕາມຮີດ ຄອງປະເພນີອັນດີງາມຂອງຊາດ ປະຊາຊົນລາວທົ່ວປະເທດຕ່າງກໍ ພ້ອມກັນຈັດກິດຈະກຳຕາມປະເພນີ ຢູ່ແຕ່ລະທ້ອງຖິ່ນ ເພື່ອສືບສານ ມູນເຊື້ອ, ເຕົ້າໂຮມຄວາມສາມັກຄີ ແລະ ສົ່ງເສີມການທ່ອງທ່ຽວພາຍ ໃນ ແລະ ຕ່າງປະເທດ. ສຳລັບຢູ່ນະ ຄອນຫລວງວຽງຈັນ ກິດຈະກຳ ຊ່ວງເຮືອທ່າວັດຈັນ ເມືອງຈັນທະ ບູລີ ກຳນົດຈັດຂຶ້ນໃນວັນທີ 27 ຕຸລາ 2026 ເລີ່ມແຕ່ເວລາ 08:30 ໂມງເປັນຕົ້ນໄປ. ໃນງານຈະມີການ ແຂ່ງຂັນຊ່ວງເຮືອ 30 ສີພາຍປະ ເພດຊາຍ ແລະ ເຮືອ 12 ສີພາຍ ປະ ເພດຍິງ-ຊາຍ ລະຫວ່າງອົງການ ປົກຄອງເມືອງ ແລະ 3 ຕາແສງ, ສ່ວນເວລາ 16:00 ໂມງ ມອບ ລາງວັນໃຫ້ແກ່ເຮືອຊ່ວງທີ່ຊະນະ ການແຂ່ງຂັນ. ຂປລ. ໃນສະພາບທີ່ເສດຖະກິດ ມີການປ່ຽນແປງແລະການດຳເນີນ ອາຊີບມີຫລາຍສິ່ງທ້າທາຍ, ຄວາມ ຂະຫຍັນ, ຄວາມອົດທົນ, ການຮູ້ຈັກ ຮຽນຮູ້ ແລະ ການຮູ້ຈັກສະແຫວງ ຫາໂອກາດ ຖືເປັນປັດໄຈສຳຄັນທີ່ ແລະ ມີການຈ້າງຊາວໜຸ່ມໃນທ້ອງ ຖິ່ນເຂົ້າມາຊ່ວຍວຽກອີກ 2 ຄົນ. ເມື່ອສິນຄ້າມີຄຸນນະພາບ ແລະ ຕອບໂຈດຄວາມຕ້ອງການຂອງຕະ ຫລາດ ຍອດສັ່ງຊື້ກໍເພີ່ມຂຶ້ນຢ່າງ ຕໍ່ເນື່ອງ ໂດຍສາມາດສົ່ງຈຳໜ່າຍ ໃຫ້ຕະຫລາດໃກ້ຄຽງ ແລະ ບັນດາ ເມືອງ. ກິດຈະການຜະລິດເສັ້ນ ເຂົ້າປຸ້ນນີ້ສາມາດສ້າງລາຍຮັບໃຫ້ ຄອບຄົວປະມານ 35-40 ລ້ານກີບ ຕໍ່ເດືອນ. ທ່ານ ພຸດສະພອງ ເວົ້າຕື່ມວ່າ: ນອກຈາກການຜະລິດເສັ້ນເຂົ້າປຸ້ນ ແລ້ວຕົນເອງຍັງເປີດຮ້ານຂາຍ ເຄື່ອງຍ່ອຍຄວບຄູ່ກັນໄປ ເພື່ອຕອບ ສະໜອງຄວາມຕ້ອງການສິນຄ້າ ຈຳເປັນໃນຊີວິດປະຈຳວັນຂອງປະ ຊາຊົນໃນຊຸມຊົນ. ດ້ວຍການຈຳ ໜ່າຍສິນຄ້າທີ່ຫລາກຫລາຍ, ໃຫ້ ບໍລິການດ້ວຍຄວາມເປັນກັນເອງ ແລະ ເອົາໃຈໃສ່ຕໍ່ຄວາມຕ້ອງການ ຂອງລູກຄ້າ ຈຶ່ງເຮັດໃຫ້ຮ້ານສາ ຊ່ວຍໃຫ້ຊາວໜຸ່ມສາມາດສ້າງອາ ຊີບ, ສ້າງລາຍຮັບ ແລະ ຍົກລະດັບ ຊີວິດການເປັນຢູ່ໃຫ້ດີຂຶ້ນ. ເໝືອນ ດັ່ງ ທ່ານ ພຸດສະພອງ ສີຫາລາດ ອາຍຸ 36 ປີ, ປະຊາຊົນບ້ານເວີນ ແຄນ, ເມືອງສາມັກຄີໄຊ, ແຂວງ ອັດຕະປື ທີ່ສາມາດສ້າງອາຊີບຈາກ ການຜະລິດເສັ້ນເຂົ້າປຸ້ນ ຕໍ່ຍອດສູ່ ການເປີດຮ້ານຂາຍເຄື່ອງຍ່ອຍ ຈົນ ສາມາດສ້າງລາຍຮັບໃຫ້ຄອບຄົວ ຫລາຍສິບລ້ານກີບຕໍ່ເດືອນ. ທ່ານ ພຸດສະພອງ ສີຫາລາດ ເວົ້າສູ່ຟັງວ່າ: ຍ້ອນຄອບຄົວມີພື້ນ ຖານການຜະລິດເສັ້ນເຂົ້າປຸ້ນຂາຍ ມາກ່ອນ ຈຶ່ງເຮັດໃຫ້ຕົນເອງມີໂອ ກາດຮຽນຮູ້ຂັ້ນຕອນການຜະລິດ ແລະ ເຫັນເຖິງທ່າແຮງຂອງອາຊີບ ດັ່ງກ່າວ. ໃນໄລຍະຜ່ານມາ, ການ ຜະລິດເສັ້ນເຂົ້າປຸ້ນ ຍັງອາໄສແຮງ ງານຄົນເປັນຫລັກ, ເຮັດໃຫ້ຜົນ ຜະລິດມີຈຳກັດ ແລະ ບໍ່ສາມາດ ສະໜອງຄວາມຕ້ອງການຂອງຕະ ຫລາດໄດ້ຢ່າງພຽງພໍ, ແຕ່ຍ້ອນ ເຫັນໂອກາດໃນການພັດທະນາອາ ຊີບ ແລະ ຄວາມຕ້ອງການບໍລິໂພກ ເສັ້ນເຂົ້າປຸ້ນຂອງປະຊາຊົນ, ໃນປີ 2015 ຈຶ່ງຕັດສິນໃຈກູ້ຢືມເງິນຈາກ ທະນາຄານຈຸລະພາກ ຈຳນວນ 80 ລ້ານກີບ ເພື່ອລົງທຶນສ້າງໂຮງງານ ຜະລິດເສັ້ນເຂົ້າປຸ້ນ ແລະ ພັດທະນາ ກິດຈະການໃຫ້ມີລະບົບຫລາຍຂຶ້ນ. ໃນໄລຍະເລີ່ມຕົ້ນດຳເນີນກິດຈະ ການຍັງຜະເຊີນກັບຫລາຍບັນຫາ ເຊັ່ນ: ລາຄາວັດຖຸດິບສູງ, ການສະ ໜອງເຂົ້າບໍ່ສະໝ່ຳສະເໝີ ແລະ ວັດ ຖຸດິບບາງປະເພດຂາດແຄນໃນຕະ ຫລາດ. ບັນຫາເຫລົ່ານີ້ໄດ້ສົ່ງຜົນຕໍ່ ຕົ້ນທຶນ ແລະ ການວາງແຜນການ ຜະລິດ. ຂະນະດຽວກັນ, ການຊຸກຍູ້ ສົ່ງເສີມ ແລະ ການຕິດຕາມຈາກ ພາກລັດ ກໍເປັນສ່ວນໜຶ່ງທີ່ຊ່ວຍ ໃຫ້ການດຳເນີນກິດຈະການຄ່ອຍໆ ພັດທະນາໄປໃນທິດທາງທີ່ດີຂຶ້ນ ໂດຍການຜະລິດ ແມ່ນເນັ້ນຄຸນນະ ພາບ, ຄວາມສະອາດ ແລະ ຄວາມ ສົດໃໝ່ຂອງເສັ້ນເຂົ້າປຸ້ນ ເພື່ອສ້າງ ຄວາມເຊື່ອໝັ້ນໃຫ້ແກ່ລູກຄ້າ. ຈາກ ການຜະລິດທີ່ຄ່ອຍໆເຕີບໃຫຍ່ ໂຮງ ງານສາມາດຜະລິດເສັ້ນເຂົ້າປຸ້ນໄດ້ ປະມານ100-150ກິໂລກຣາມຕໍ່ມື້ ມາດສ້າງລາຍຮັບເພີ່ມອີກປະມານ 15-20 ລ້ານກີບຕໍ່ເດືອນ. ເສັ້ນທາງການສ້າງອາຊີບຂອງ ທ່ານ ພຸດສະພອງ ສີຫາລາດ ສະ ທ້ອນໃຫ້ເຫັນວ່າ ຄວາມສຳເລັດບໍ່ ໄດ້ເກີດຂຶ້ນພຽງຂ້າມຄືນ, ແຕ່ເກີດ ຈາກຄວາມກ້າຄິດ, ກ້າລົງມືເຮັດ, ຄວາມຂະຫຍັນ, ຄວາມອົດທົນແລະ ການຮູ້ຈັກປັບຕົວໃຫ້ທັນກັບສະ ພາບຕະຫລາດ. ຈາກຜູ້ທີ່ຍັງບໍ່ມີອາ ຊີບໝັ້ນຄົງສາມາດຄ່ອຍໆສ້າງກິດ ຈະການຂອງຕົນເອງ ຈົນມີລາຍຮັບ ຈາກຫລາຍແຫລ່ງ ແລະ ສ້າງວຽກ ເຮັດງານທຳໃຫ້ຄົນອື່ນ ຊຶ່ງຕົວ ແບບດັ່ງກ່າວເປັນບົດຮຽນສຳຄັນ ສຳລັບຊາວໜຸ່ມທີ່ກຳລັງຊອກຫາ ທິດທາງສ້າງອາຊີບ ໂດຍສະເພາະ ການເລີ່ມຕົ້ນຈາກສິ່ງທີ່ຕົນເອງມີ ຄວາມຮູ້, ການວາງແຜນໃຊ້ທຶນ ຢ່າງຮອບຄອບ, ການຮັກສາຄຸນນະ ພາບສິນຄ້າ ແລະ ການສ້າງຄວາມ ເຊື່ອໝັ້ນກັບລູກຄ້າ, ຖ້າມີຄວາມມຸ່ງ ໝັ້ນ ແລະ ຮູ້ຈັກນຳໃຊ້ໂອກາດທີ່ມີຢູ່ ໃຫ້ເກີດປະໂຫຍດ, ກໍສາມາດສ້າງ ອາຊີບ, ພັດທະນາຄອບຄົວ ແລະ ມີ ສ່ວນຮ່ວມໃນການພັດທະນາເສດ ຖະກິດຂອງທ້ອງຖິ່ນໄດ້. ພາບປະກອບ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==