7392

xtgmf]k; 7 23/10/2026 gsfdko c]t dkora fmtok a [= ]y 7ew- ;k' 5 ;Pd95 fl5 , grnj v.sh g,n v';P'mv' c]t 402 7v[7q ; s]5 frQ ovvd9kd7;k,m5 dpkd xd- c0;'v5 fq ,w- c]t dyj 'ly [lv'ra ook rq [xtc]dxj Poltrk[ ;Pd'koxh v'da o-kpcfo zQ 'lk]u l5 ,.lj ra fmtokrN o4ko37']j k'8k,c]; 11 c]t 4 mk'vvdl6j 8ts]kfrkpovd ຂປລ. ແຫລ່ງຂ່າວຈາກ ແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ແຂວງບໍລິ ຄຳໄຊ ໄດ້ກຳນົດ 5 ວຽກຈຸດສຸມ ແລະ ແຜນງານບຸລິມະສິດ ເປັນ ເຄື່ອງມືໃນການຈັດຕັ້ງປະຕິບັດ ສູ້ ຊົນສ້າງບ້ານພົ້ນທຸກໃຫ້ໄດ້ຫລາຍ ກວ່າ 19 ບ້ານ (ຈາກ 20 ບ້ານ ທຸກຍາກ) ແລະ ຍູ້ດັນ ເມືອງວຽງ ທອງ ໃຫ້ຫລຸດພົ້ນອອກຈາກເມືອງ ທຸກຍາກ ໂດຍສົ່ງເສີມການຜະລິດ ກະສິກຳເປັນສິນຄ້າ, ການລ້ຽງສັດ ໃຫຍ່ແບບຟາມ(ງົວ-ຄວາຍ),ການ ປູກຜັກອິນຊີ, ເຮືອນຮົ່ມ, ສົ່ງເສີມ ຫັດຖະກຳ (ສານຕິບເຂົ້າ, ແປຮູບ ຊາ) ພ້ອມທັງຍົກລະດັບສີມືແຮງ ງານ ແລະ ຈັດສັນພູມລຳເນົາໃຫ້ ໝັ້ນຄົງ. ເລັ່ງກໍ່ສ້າງ-ສ້ອມແປງເສັ້ນ ທາງຄົມມະນາຄົມຊົນນະບົດ (ເຊັ່ນ: ທາງປູແຮ່ ນໍ້າກ້າງ-ໜອງປາດ, ໄຊ ຈະເລີນ-ນໍ້າກູ້), ລະບົບຊົນລະປະ ທານ, ນ້ຳປະປາ/ນ້ຳລິນ, ຂະຫຍາຍ ຕາໜ່າງໄຟຟ້າ, ໂທລະຄົມມະນາຄົມ, ສຸກສາລາ ແລະ ໂຮງຮຽນ ພ້ອມທັງ ປັບປຸງກົງຈັກການຈັດຕັ້ງຂັ້ນຕາ ແສງ ແລະ ບ້ານ ໃຫ້ມີຄວາມໜັກ ແໜ້ນ, ທັນສະໄໝ ແລະ ສາມາດນຳ ພາປະຊາຊົນເປັນເຈົ້າການພັດທະ ນາຕົນເອງ, ຂົນຂວາຍ ແລະ ຍາດ ແຍ່ງແຫລ່ງທຶນຈາກງົບປະມານ ລັດ, ທຶນ ODA, ທຶນ FDI ແລະ ທຶນຊ່ວຍເຫລືອຈາກພາກສັງຄົມ. ພ້ອມນີ້, ສ້າງ-ປັບປຸງນິຕິກຳ, ຖານ ຂໍ້ມູນແລະ ກົນໄກການຕິດຕາມ-ປະ ເມີນຜົນໃຫ້ມີປະສິດທິພາບ. ທ່ານ ວິລະພົນ ສຸລິນພູມີ ຮອງ ຫົວໜ້າພະແນກກະສິກຳ ແລະ ສີ່ງ ແວດລ້ອມແຂວງບໍລິຄຳໄຊໄດ້ລາຍ ງານຕໍ່ກອງປະຊຸມເຜີຍແຜ່ເອກະ ສານວາລະແຫ່ງຊາດ ວ່າດ້ວຍ ການພັດທະນາຊົນນະບົດ ແລະ ແກ້ ໄຂຄວາມທຸກຍາກ ໄລຍະປີ 20272030 ຢູ່ແຂວງບໍລິຄຳໄຊ ເມື່ອບໍ່ ດົນມານີ້ວ່າ: ນອກຈາກນີ້, ແຂວງ ຍັງໄດ້ຫັນຍຸດທະສາດການແກ້ໄຂ ຄວາມທຸກຍາກ ໄປສູ່ການປະຕິບັດ ຂປລ. ແຫລ່ງຂ່າວຈາກແຂວງ ຜົ້ງສາລີ ໃຫ້ຮູ້ວ່າ: ໂດຍປະຕິບັດ ຕາມແຜນພັດທະນາເສດຖະກິດສັງຄົມ ຄັ້ງທີ IX ຂອງແຂວງຜົ້ງ ສາລີ ຊຶ່ງແຂວງໄດ້ສຸມໃສ່ບັນດາ ພື້ນຖານໂຄງລ່າງ ເປັນຕົ້ນພັດທະ ນາຕາມແລວ 11, 4 ທາງອອກສູ່ ຕະຫລາດພາຍນອກຄື: ອອກສູ່ຕະ ຫລາດ ສປ ຈີນ, ອອກສູ່ຕະຫລາດ ສສ ຫວຽດນາມ, ອອກສູ່ຕະຫລາດ 3 ແຈປະເທດ ແລະ ອອກສູ່ສະຖາ ນີລົດໄຟ ລາວ-ຈີນ ທີ່ເມືອງນາໝໍ້ ແຂວງອຸດົມໄຊ ແລະ ພັດທະນາ ຕາມແລວ 22 ການແກ້ໄຂຄວາມ ທຸກຍາກ ຕິດພັນກັບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ. ປັດຈຸບັນພວມດໍາເນີນຈັດຕັ້ງ ປະຕິບັດວຽກງານສ້ອມແປງທາງ ຫລວງແຫ່ງຊາດ, ຈັດຕັ້ງປະຕິບັດ ວຽກໂຄງການຂະແໜງຂົວທາງ ໄລຍະ 2, ໂຄງການພັດທະນາຕາມ ແລວເສດຖະກິດ ອາຊີຕາເວັນອອກ ສ່ຽງໃຕ້ ເພື່ອການເຊື່ອມຈອດເຊື່ອມໂຍງ, ໂຄງການຂະຫຍາຍ ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ກອງປະຊຸມພົບ ປະແລກປ່ຽນສະພາບວຽກງານ ປ້ອງກັນຊາຍແດນ ປະຈໍາປີ 2026 ລະຫວ່າງ ກອງບັນຊາການທະ ຫານ ແຂວງອຸດົມໄຊ ແລະ ກອງບັນ ຊາການທະຫານປ້ອງກັນຊາຍແດນ ກິ່ງສິບສອງພັນນາ ຈັດຂຶ້ນໃນ ວັນທີ 21 ຕຸລາ 2026 ທີ່ ແຂວງ ອຸດົມໄຊ ໂດຍມີທ່ານ ພົນຈັດຕະວາ ຕຸ້ຍ ພົມມີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານ ແຂວງ ອຸດົມໄຊ, ທ່ານ ພັນເອກ ພິເສດ ຊ້ຽວ ເຈີ ຫົວໜ້າການເມືອງ ກອງ ບັນຊາການທະຫານປ້ອງກັນຊາຍ ແດນ ກິ່ງສິບສອງພັນນາ ພ້ອມດ້ວຍ ຄະນະທັງ 2 ຝ່າຍ ລາວ-ຈີນ, ຈີນລາວ ເຂົ້າຮ່ວມ. ການພົບປະແລກປ່ຽນສະພາບ ຄະນະຜູ້ແທນທັງສອງຝ່າຍ ໄດ້ ລາຍງານແຈ້ງສະພາບການຕ່າງໆ ລຽບຕາມຂອບເຂດຊາຍແດນ ໃນ ໄລຍະ 1 ປີ ຜ່ານມາ ພ້ອມທັງຕີລາ ຄາສູງໝາກຜົນການຮ່ວມມືຮອບ ດ້ານໃນການຄຸ້ມຄອງ, ປ້ອງກັນ ຊາຍແດນ, ຮັກສາສະຖຽນລະພາບ ທາງດ້ານການເມືອງ ແລະ ຄວາມ ເປັນລະບຽບຮຽບຮ້ອຍ, ຄວາມ ປອດໄພທາງດ້ານສັງຄົມ, ຕ້ານ ແລະສະກັດກັ້ນການຄ້າຂາຍເຖື່ອນ, ການສໍ້ໂກງທາງດ້ານການຄ້າ, ສະ ກັດກັ້ນການຍົກຍ້າຍພູມລໍາເນົາ ຕາມລໍາພັງໃຈ, ການເຂົ້າ-ອອກ ເມືອງ ທີ່ບໍ່ໄດ້ຮັບອະນຸຍາດ ຢູ່ບໍລິ ເວນຊາຍແດນໄດ້ເປັນຢ່າງດີ; ເພີ່ມ ທະວີການແລກປ່ຽນບົດຮຽນ, ປະ ສານສົມທົບແລກປ່ຽນຂໍ້ມູນຂ່າວ ສານ, ຜັນຂະຫຍາຍການຮ່ວມມື, ພ້ອມກັນຕ້ານ ແລະ ສະກັດກັ້ນປະ ກົດການຫຍໍ້ທໍ້ຕ່າງໆເປັນຕົ້ນບັນຫາ ການເຄື່ອນຍ້າຍຖິ່ນລໍາເນົາແບບ ເສລີ, ການຂ້າມລອຍຕາມຊາຍ ແດນຜິດກົດໝາຍ, ການຄ້າຂາຍ ເຖື່ອນ, ການເຂົ້າ-ອອກເມືອງ ບໍ່ຖືກ ຕ້ອງຕາມລະບຽບກົດໝາຍ ແລະ ບັນຫາອື່ນໆ. ໂອກາດນີ້, ສອງຝ່າຍ ໄດ້ກ່າວ ສະແດງຄວາມຂອບໃຈ ແລະ ເປັນ ເອກະພາບກັນໃນຫລາຍບັນຫາທີ່ ສຳຄັນກ່ຽວກັບການແກ້ໄຂບັນຫາ ທີ່ຈະເກີດຂຶ້ນ ຕາມບໍລິເວນຊາຍ ແດນ ລາວ-ຈີນ, ຈີນ-ລາວ ໃຫ້ມີ ຄວາມສອດຄ່ອງດີຂຶ້ນ ແລະ ມີປະ ສິດທິພາບສູງ ເພື່ອເປັນການເສີມ ຂະຫຍາຍມູນເຊື້ອສາຍພົວພັນ ຄວາມສາມັກຄີມິດຕະພາບ ຖານ ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດ ທີ່ດີ ແລະ ເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ລະຫວ່າງ ສອງພັກ ສອງ ລັດ, ສອງກອງທັບ ແລະ ປະຊາຊົນ ສອງຊາດ ລາວ-ຈີນ, ຈີນ-ລາວ, ເວົ້າລວມ, ເວົ້າສະເພາະການພົວພັນ ຮ່ວມມື ໃນຂົງເຂດວຽກງານການ ຄຸ້ມຄອງປ້ອງກັນຊາຍແດນ-ຫລັກ ໝາຍຊາຍແດນ ລະຫວ່າງ ກອງ ບັນຊາການທະຫານ ແຂວງອຸດົມ ໄຊ ສປປ ລາວ ກັບກອງບັນຊາການ ທະຫານປ້ອງກັນຊາຍແດນ ກິ່ງສິບ ສອງພັນນາ ສປ ຈີນ; ສອງຝ່າຍໄດ້ ເອົາໃຈໃສ່ເຄື່ອນໄຫວ ກວດກາ, ປົກປັກຮັກສາເສັ້ນຊາຍແດນ-ຫລັກ ໝາຍຊາຍແດນແຫ່ງຊາດ, ສົ່ງເສີມ ສັນຕິພາບ, ສະຖຽນລະພາບ, ສ້າງ ຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ ເຮັດໃຫ້ຊາຍແດນແຫ່ງຊາດ ລາວຈີນ ມີຄວາມໝັ້ນຄົງຕະຫລອດໄປ. ໂອກາດດຽວກັນ, ສອງຝ່າຍ ໄດ້ລົງນາມບົດບັນທຶກຊ່ວຍຈໍາ ລະຫວ່າງກອງບັນຊາການທະຫານ ແຂວງອຸດົມໄຊ ສປປລາວກັບກອງ ບັນຊາການທະຫານປ້ອງກັນຊາຍ ແດນ ກິ່ງສິບສອງພັນນາ ສປ ຈີນ ຕື່ມອີກ. ຂ່າວ-ພາບ: ສົມພູນ ບ້ານ ຈາກ 149 ບ້ານໃນປີ 2025 ລຸດລົງ 5 ບ້ານ ກວມ 28,63%. ວຽກງານເຄຫາ, ຜັງເມືອງ ແລະ ນໍ້າປະປາ ໄດ້ສໍາຫລວດ- ອອກແບບຜັງ 28 ກຸ່ມບ້ານ ກວມ 48,28%ຂອງຈໍານວນກຸ່ມບ້ານໃນ ທົ່ວແຂວງ ໃນນີ້, ໄດ້ຕັດຜັງກຸ່ມບ້ານ ແລ້ວ 22 ກຸ່ມບ້ານ ກວມ 37,93% ຂອງຈໍານວນກຸ່ມບ້ານໃນທົ່ວແຂວງ ແລະ ບ້ານທີ່ໄດ້ສໍາຫລວດ-ອອກ ແບບ 132 ບ້ານ, ໄດ້ຕັດຜັງບ້ານ 78 ບ້ານ, ກວມ 15,51% ຂອງ ຈໍານວນບ້ານທັງໝົດໃນທົ່ວແຂວງ, ທົ່ວແຂວງມີຈໍານວນບ້ານທີ່ຢູ່ໃນ ຂອບເຂດພື້ນທີ່ບໍລິການ 67 ບ້ານ ແລະ ບ້ານໄດ້ນໍາໃຊ້ນໍ້າປະປາຕົວ ຈິງ 52 ບ້ານ, ກວມ 10,34% ຂອງຈໍານວນບ້ານໃນທົ່ວແຂວງ, ປະຊາກອນພື້ນທີ່ບໍລິການນໍ້າປະ ປາ (ເທສະບານ) ມີ 42.096 ຄົນ ໄດ້ຊົມໃຊ້ນໍ້າປະປາ 37.881 ຄົນ ກວມ 90,2%, ຖ້າທຽບໃສ່ປະຊາ ກອນໃນທົ່ວແຂວງກວມ18,30%, ເປີເຊັນນໍ້າສູນເສຍ 41%. ສ່ວນວຽກງານຂົນສົ່ງໄດ້ເອົາ ຕົວຈິງບົນພື້ນຖານການສູ້ຊົນໃຫ້ ບັນລຸເປົ້າໝາຍຢ່າງຍືນຍົງ ພາຍໃນ ປີ 2030 ໂດຍໄດ້ກຳນົດຄາດໝາຍ ສູ້ຊົນໄວ້ຄື: ສູ້ຊົນສ້າງຄອບຄົວ ພົ້ນທຸກໃຫ້ໄດ້ຫລາຍກວ່າ 402 ຄອບຄົວ (ກວມເອົາ 29,82%) ຈາກຈຳນວນຄອບຄົວທຸກຍາກທັງ ໝົດ 1.348 ຄອບຄົວ ພ້ອມທັງກຳ ນົດສ້າງບ້ານຈຸດສຸມຕົວແບບ ໃນ ການແກ້ໄຂຄວາມທຸກຍາກ 5 ບ້ານ ຄື: ບ້ານທອງມີໄຊ, ບ້ານນາຍາງ, ບ້ານໜອງປາດ(ເມືອງວຽງທອງ) ແລະ ບ້ານນາແຈງ, ບ້ານຄຳກູນາ (ເມືອງໄຊຈຳພອນ) ຊຶ່ງແຜນປະ ຕິບັດງານນີ້ ຈະເລີ່ມປະຕິບັດຢ່າງ ເປັນຮູບປະທຳແຕ່ຕົ້ນປີ 2027 ຮອດປີ 2030 ໂດຍພະແນກກະສິ ກຳ ແລະ ສິ່ງແວດລ້ອມແຂວງ ເປັນ ໃຈກາງປະສານສົມທົບກັບບັນດາ ຂະແໜງການ, ອົງການປົກຄອງ ທ້ອງຖິ່ນ ແລະ ພະແນກການເງິນ ໃນການຈັດສັນງົບປະມານ ແລະ ຊຸກຍູ້ຕິດຕາມຢ່າງໃກ້ຊິດ ເພື່ອສ້າງ ເງື່ອນໄຂໃຫ້ປະຊາຊົນບັນດາເຜົ່າ ມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ຮາກຖານມີຄວາມສະຫງົບ-ປອດ ໄພຢ່າງແທ້ຈິງ. ຂ່າວ-ພາບ: ສາຍສະໝອນ ນໍ້າປະປາ, ສຸຂະພິບານ-ອະນາໄມ ແລະ ການປະມູນໂຄງການພັດທະ ນາຊົນນະບົດໄລຍະ IV. ທ່ານ ບຸນພານິດ ແກ້ວຮຸ່ງ ຫົວ ໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງຜົ້ງສາລີ ໄດ້ລາຍງານ ໃນໂອກາດທີ່ທ່ານ ເດດສົງຄາມ ທຳມະວົງ ຮອງລັດ ຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ລົງພົບປະໂອ້ລົມພະນັກ ງານຫລັກແຫລ່ງຂະແໜງໂຍທາ ທິການ ແລະ ຂົນສົ່ງ ແຂວງຜົ້ງສາລີ ໃນວັນທີ 21 ຕຸລາ 2026 ນີ້ວ່າ: ສໍາລັບວຽກງານຂົວທາງ ແຂວງ ໄດ້ເອົາໃຈໃສ່ຊຸກຍູ້ວຽກບູລະນະ ສ້ອມແປງທາງຫລວງແຫ່ງຊາດ ເລກທີ 19, ທາງ 1A, 1B ແລະ 2E ລວມທັງໝົດ 8 ສັນຍາ, ໄດ້ເຊັນ ສັນຍາການຈັດຕັ້ງປະຕິບັດວຽກ ຖາງຫຍ້າແຄມທາງມອບເໝົາ 3 ປີ, ໄດ້ປັບເກດໜ້າທາງຫລວງແຫ່ງ ຊາດ, ຕິດຕາມເຝົ້າລະວັງ ແລະ ແກ້ ໄຂດິນເຈື່ອນໄລຍະລະດູຝົນ ຕາມ ສາຍທາງໃຫ້ເດີນທາງໄປ-ມາສະ ດວກໄດ້ປົກກະຕິ, ປັດຈຸບັນທົ່ວ ແຂວງມີ 58 ກຸ່ມບ້ານ, ຈໍານວນ ບ້ານໃນທົ່ວແຂວງທັງໝົດ 503 ບ້ານມີເສັ້ນທາງເຂົ້າເຖິງບ້ານ503 ບ້ານ, ກວມ 100% ໃນນີ້, ທາງບົກ 501 ບ້ານ ກວມ 99,6% ທາງນໍ້າ ລວມ 2 ບ້ານ ກວມ 0,40% ຂອງ ຈໍານວນບ້ານທີ່ມີເສັ້ນທາງເຂົ້າເຖິງ 0 ບ້ານ ເທົ່າກັບ 0% ບ້ານທີ່ມີເສັ້ນ ທາງສາມາດທ່ຽວໄດ້ 2 ລະດູ ມີ 359 ບ້ານ ຈາກ 354 ບ້ານໃນປີ 2025 ເພີ່ມຂຶ້ນ 5 ບ້ານ ມາເປັນ 359 ບ້ານກວມ 71,37%, ບ້ານທີ່ ມີເສັ້ນທາງທ່ຽວໄດ້ລະດູດຽວ 144 ໃຈໃສ່ຊຸກຍູ້ ແລະ ຕິດຕາມ ການ ຂົນສົ່ງ, ເພື່ອຍົກລະດັບການຂົນສົ່ງ ເຊື່ອມໂຍງ-ເຊື່ອມຈອດ ຕາມແລວ ເສດຖະກິດ ສາຍຕັ້ງ ແລະ ສາຍ ຂວາງ ພ້ອມທັງຊຸກຍູ້ບໍລິສັດຂົນສົ່ງ ສີນຄ້າພາຍໃນ ໃຫ້ສາມາດແຂ່ງຂັນ ກັບບັນດາແຂວງໃກ້ຄຽງແລະຕ່າງ ປະເທດ; ສ້າງສິ່ງອໍານວຍຄວາມ ສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໃຫ້ໂລ່ງລ່ຽນ ພ້ອມ ທັງຕິດຕາມຊຸກຍູ້ບັນດາສ່າງຄ່ຽນ ຖ່າຍສິນຄ້າດ່ານສາກົນປາງຫົກ ອອກປະເທດ ສສ ຫວຽດນາມ ແລະ ດ່ານສາກົນລານຕຸ່ຍ ອອກປະເທດ ສປ ຈີນ ເພື່ອຮັບປະກັນການນໍາ ເຂົ້າ-ສົ່ງອອກ ໂດຍສານ ແລະ ສິນ ຄ້າ ໃຫ້ວ່ອງໄວ, ປອດໄພ ແລະ ທັນເວລາ; ປັບປຸງ, ກໍ່ສ້າງສະຖານີ ຂົນສົ່ງໂດຍສານ ແຫ່ງໃໝ່ເທສະ ບານແຂວງ ເມືອງບຸນເໜືອ ແລະ ບ້ານອູເໜືອ ເມືອງຍອດອູ ແລະ ປັບ ປຸງສະຖານີຂົນສົ່ງໂດຍສານພາຍ ໃນແຂວງໃຫ້ເຂົ້າສູ່ຄວາມເປັນລະ ບຽບຮຽບຮ້ອຍ ໄປພ້ອມກັບການ ປັບປຸງໂຄງສ້າງລາຄາຂົນສົ່ງໂດຍ ສານ ຕາມການຂຶ້ນລົງຂອງລາຄາ ນໍ້າມັນໃນແຕ່ລະໄລຍະ, ຍົກສູງ ການບໍລິການວຽກງານພາຫະນະ ແລະ ການຂັບຂີ່ ເຂົ້າສູ່ຄວາມທັນສະ ໄໝ, ປອດໄພ ເທື່ອລະກ້າວ; ໄດ້ກວດ ກາມາດຕະຖານເຕັກນິກລົດທຸກ ປະເພດໃນການບໍລິການສັງຄົມໃຫ້ ມີຄວາມປອດໄພ ແລະ ຄວາມເປັນ ລະບຽບຮຽບຮ້ອຍ, ສົມທົບ ປກສ ແຂວງ ລົງປູກຈິດສໍານຶກຄວາມ ປອດໄພທ້ອງຖະໜົນ ບັນດາເມືອງ, ກຸ່ມບ້ານ ແລະ ໂຮງຮຽນ ມ ຕົ້ນ ແລະ ມ ປາຍ ເຮັດໃຫ້ການເກີດອຸບັດ ເຫດຕາມທ້ອງຖະໜົນຫລຸດໜ້ອຍ ຖອຍລົງ ເພື່ອບໍລິການສັງຄົມເປັນ ປົກກະຕິ; ຊຸກຍູ້ໃຫ້ຜູ້ປະກອບການ ສ້າງຕັ້ງໂຮງຮຽນສອນຂັບຂີ່ບັນດາ ເມືອງ ໃຫ້ໄດ້ເປີດສອນຕາມຫລັກ ສູດການຂັບຂີ່, ມີສາງຄ່ຽນຖາຍ ສິນຄ້າ 3 ແຫ່ງ, ມີສະຖານີໂດຍ ສານ 6 ແຫ່ງ, ມີສາຍຂົ່ນສົ່ງໂດຍ ສານ ພາຍໃນ 15 ສາຍ, ສາຍຕ່າງ ປະເທດ 5 ສາຍ, ມີບໍລິສັດຂົນສົ່ງ ສິນຄ້າ 3 ບໍລິສັດ, ມີບໍລິສັດຂົນສົ່ງ ໂດຍສານພາຍ 2 ບໍລິສັດ ແລະ ບໍລິສັດຂົນສົ່ງໂດຍສານຜ່ານແດນ 2 ບໍລິສັດ ແລະ ມີລົດຂົນສົ່ງສິນຄ້າ ພາຍໃນແຂວງ 132 ຄັນ; ໄດ້ຂຶ້ນ ທະບຽນຕິດປ້າຍລົດທັງໝົດ4.765 ຄັນ ໃນນີ້, ປະເພດລົດຈັກ 3.210 ຄັນ. ວຽກງານການບິນ ໄດ້ດຳເນີນ ການບໍລິການ ແຕ່ປີ 2003 ເປັນ ຕົ້ນມາ ໃນເມື່ອກ່ອນແມ່ນນຳໃຊ້ ເຮືອບິນ Y12 ບິນບໍລິການ ແຕ່ ປັດຈຸບັນແມ່ນໃຊ້ເຮືອບິນ ເຊສນ່າ ຂອງບໍລິສັດ ລາວເດີນອາກາດ ຮັບ ໃຊ້ບໍລິການ 5 ວັນຕໍ່ອາທິດ ມື້ລະ ຖ້ຽວ, ສະພາບສະໜາມບິນ ບຸນ ເໜືອ ແມ່ນມີລານແລ່ນກວ້າງ 20 ແມັດ, ຍາວ 900 ແມັດ. ຂອບເຂດ ຄວາມປອດໄພທາງກວ້າງເບື້ອງ ລະ 50 ແມັດ ແລະ ທາງຍາວເບື້ອງ ລະ 100 ແມັດ ປັດຈຸບັນພວມສຳ ຫລວດອອກແບບຍັງບໍ່ທັນສຳເລັດ. ໂອກາດນີ້, ທ່ານ ເດດສົງຄາມ ທຳມະວົງ ໄດ້ເນັ້ນໃຫ້ພະນັກງານ ຫລັກແຫລ່ງຂະແໜງ ຍທຂ ແຂວງ ຜົ້ງສາລີ ຈົ່ງເປັນເຈົ້າການເອົາໃຈ ໃສ່ໃນການຈັດຕັ້ງປະຕິບັດແຜນ ພັດທະນາວຽກງານ ຍທຂ ໄລຍະ 2026-2030 ເວົ້າລວມ ເວົ້າສະ ເພາະວຽກງານເຄຫາ-ຜັງເມືອງ ຕ້ອງໄດ້ເອົາໃຈໃສ່ໃນການກຳນົດ ຂອບເຂດຜັງເມືອງ ເປັນແຕ່ລະ ເຂດ ເປັນຕົ້ນ ເຂດປຸກສ້າງ, ເຂດ ກະສິກຳ (ເຂດທຳການຜະລິດ) ແລະ ເຂດສະຫງວນ ທັງນີ້ກໍເພື່ອ ການພັດທະນາພື້ນຖານໂຄງລ່າງ ໃນຕໍ່ໜ້າ ແນໃສ່ເຮັດໃຫ້ຕົວເມືອງມີ ຄວາມເປັນລະບຽບຮຽບຮ້ອຍ, ທັນ ສະໄໝ ແລະ ຍືນຍົງ ຕາມທິດທາງ ການພັດທະນາຂອງພັກ ແລະ ລັດ.

RkJQdWJsaXNoZXIy MTc3MTYxMQ==