xtgmf]k; 6 23/10/2026 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ;y mu gIa f/5 j o[q j ,-u ;trk[ grn j vxa [x5 'fy o ໂດຍ: ແສງສະຫວັນັນ ໂດຍ: ລູກສາວຫລ້າູ ກ້ າ g,n v'76 o7e sk]n gruj ,mt;u dko75h ,7v' c]t d;fdk;Pd'komj v'mj P; .sh ,u 7;k,gxa o]t[P[ dkog0Q kIj ;,gxa oxt-k7q ,glf4tdy f vk-Po ]k;gIq k8h v'ra fmtok 4 fh ko ຂປລ. ໃນວັນທີ 20 ຕຸລາ 2026, ຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວ ເມືອງຄູນ ຄຳ ແຂວງຄຳມ່ວນ ໄດ້ຈັດກອງປະ ຊຸມປຶກສາຫາລື ແລະ ແລກປ່ຽນ ຄຳຄິດເຫັນ ກ່ຽວກັບ ການຄຸ້ມຄອງ ແລະ ກວດກາ ວຽກງານທ່ອງທ່ຽວ ພາຍໃນເມືອງຄູນຄຳ ເພື່ອສ້າງ ຄວາມເປັນລະບຽບຮຽບຮ້ອຍ, ຍົກ ສູງປະສິດທິພາບການຄຸ້ມຄອງແລະ ສົ່ງເສີມການພັດທະນາການທ່ອງ ທ່ຽວຢ່າງມີຄຸນນະພາບ. ໂດຍມີ ທ່ານ ວິໄລສັກ ສຸວັນນະລາດ ຫົວ ໜ້າຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວ ເມືອງຄູນຄຳ, ທ່ານ ພົມມະລາ ຄານລາຫວັນ ປະ ທານຄະນະກຳມະການປົກຄອງ ຂປລ. ການເຂົ້າຮ່ວມເປັນປະຊາ ຄົມເສດຖະກິດອາຊຽນ (AEC) ໄດ້ນຳໂອກາດອັນມະຫາສານໃຫ້ ແກ່ສປປລາວທັງໃນດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ. ແນວໃດກໍດີ, ເພື່ອໃຫ້ສາມາດກຳ ໂອກາດ ແລະ ແຂ່ງຂັນກັບປະເທດ ສະມາຊິກອື່ນໆໄດ້ຢ່າງມີປະສິດທິ ພາບ, ສປປ ລາວ ຈຳເປັນຕ້ອງໄດ້ ເລັ່ງໃສ່ພັດທະນາ ແລະ ປັບປຸງ 4 ຂົງເຂດຕົ້ນຕໍຄື: ດ້ານໂຄງລ່າງ ແລະ ລະບົບໂລຈິສຕິກ (Logistics & Infrastructure) ເຖິງວ່າລາວ ເຮົາຈະປ່ຽນຈາກປະເທດທີ່ “ບໍ່ມີ ທາງອອກສູ່ທະເລ” ມາເປັນ “ສູນ ກາງເຊື່ອມໂຍງ-ເຊື່ອມຈອດ” ແຕ່ ກໍຍັງຕ້ອງພັດທະນາເພີ່ມເຕີມ ໂດຍ ສະເພາະຄຸນນະພາບເສັ້ນທາງຕ້ອງ ປັບປຸງ ແລະ ເພີ່ມຄຸນນະພາບເສັ້ນ ທາງຄົມມະນາຄົມທາງບົກ ໃຫ້ໄດ້ ມາດຕະຖານ. ຫັນລະບົບການຂ້າມ ດ່ານໃຫ້ເປັນທັນສະໄໝ (Single Window System) ເພື່ອຫລຸດ ຜ່ອນເວລາ ແລະ ຕົ້ນທຶນ ໃນການ ຂົນສົ່ງ. ລະບົບການຂົນສົ່ງເຊື່ອມ ໂຍງລະບົບທາງລົດໄຟ, ທາງບົກ, ແລະ ທ່າບົກ ໃຫ້ມີຄວາມສະດວກ ແລະ ວ່ອງໄວ. ດ້ານການພັດທະນາຊັບພະຍາ ກອນມະນຸດແຮງງານແມ່ນປັດໄຈ ສຳຄັນທີ່ສຸດໃນການແຂ່ງຂັນ ແລະ ການດຶງດູດການລົງທຶນ ເປັນຕົ້ນ ທັກສະດ້ານພາສາເລັ່ງສົ່ງເສີມພາ ສາອັງກິດ (ເປັນພາສາກາງຂອງ ອາຊຽນ) ແລະ ພາສາຂອງປະເທດ ເພື່ອນບ້ານ; ທັກສະດ້ານວິຊາຊີບ ແລະ ເຕັກໂນໂລຊີ ຍົກລະດັບຝີມື ແຮງງານໃຫ້ສອດຄ່ອງກັບມາດຕະ ຖານຝີມືແຮງງານອາຊຽນ, ໂດຍ ສະເພາະໃນ 8 ສາຂາວິຊາຊີບທີ່ ຕ້ອງຍົກເວັ້ນວີຊາ/ຍົກເວັ້ນໃບອະ ນຸຍາດ ເຊັ່ນ: ແພດ, ວິສະວະກອນ, ສະຖາປານິກ, ການບັນຊີ, ການ ທ່ອງທ່ຽວ ແລະ ອື່ນໆ; ການສຶກສາ ICT: ເພີ່ມຄວາມຮູ້ດ້ານດີຈິຕອນ (Digital Literacy) ເພື່ອຮອງ ຮັບເສດຖະກິດຍຸກໃໝ່. ດ້ານການປັບປຸງສະພາບແວດ ລ້ອມການດຳເນີນທຸລະກິດ ເພື່ອ ໃຫ້ທຸລະກິດພາຍໃນເຂັ້ມແຂງ ແລະ ດຶງດູດທຶນຈາກຕ່າງປະເທດນັ້ນ, ກົດໝາຍ ແລະ ລະບຽບການ: ປັບ ປຸງ ແລະ ດັດສົມນິຕິກຳດ້ານການ ລົງທຶນ, ການຄ້າ ໃຫ້ມີຄວາມໂປ່ງ ໃສ, ງ່າຍດາຍ, ແລະ ສອດຄ່ອງ ກັບກົດລະບຽບອາຊຽນ. ສົ່ງເສີມ MSMEs (ວິສາຫະກິດຂະໜາດ ນ້ອຍ ແລະ ກາງ) ຊ່ວຍໃຫ້ຜູ້ປະ ກອບການລາວເຂົ້າເຖິງແຫລ່ງທຶນ, ເຕັກໂນໂລຊີ ແລະ ໄດ້ມາດຕະຖານ ຜະລິດຕະພັນ ເພື່ອສົ່ງອອກໄດ້. ການປົກປ້ອງຊັບສິນທາງປັນຍາ ເພີ່ມຄວາມເຂັ້ມງວດໃນການຄຸ້ມ ຄອງ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ ແກ່ນັກລົງທຶນ. ສຳລັບດ້ານການຜະລິດ ແລະ ການເພີ່ມມູນຄ່າ ກະສິກຳສະອາດ ຫັນຈາກການຂາຍວັດຖຸດິບ ມາ ເປັນການແປຮູບ ໂດຍເນັ້ນໃສ່ ຄວາມປອດໄພ ແລະ ມາດຕະຖານ ສາກົນ. ການທ່ອງທ່ຽວແບບຍືນ ຍົງ ເນັ້ນໃສ່ການທ່ອງທ່ຽວທາງ ທຳມະຊາດ, ວັດທະນະທຳ ແລະ ການບໍລິການທີ່ມີຄຸນນະພາບສູງ ເພາະເປັນຈຸດແຂງທີ່ໂດດເດັ່ນ ຂອງລາວ. ການເຂົ້າເປັນ AEC ບໍ່ແມ່ນພຽງແຕ່ການເປີດປະຕູຮັບ ເອົາສິນຄ້າ ແລະ ການລົງທຶນຈາກ ຕ່າງປະເທດ, ແຕ່ແມ່ນການປັບ ໂຕ ແລະ ຍົກລະດັບພາຍໃນ ໃຫ້ມີ ຄວາມສາມາດໃນການແຂ່ງຂັນ. ການພັດທະນາ “ຄົນ” ແລະ “ໂຄງ ລ່າງ” ຖືເປັນກຸນແຈສຳຄັນທີ່ສຸດ ໃນປັດຈຸບັນ. ຂປລ. ໄລຍະນີ້, ຫລາຍທ້ອງຖິ່ນ ໃນທົ່ວປະເທດເລີ່ມເກັບກ່ຽວຜົນ ຜະລິດເຂົ້ານາປີ, ຂະນະທີ່ບາງເຂດ ທີ່ມີເງື່ອນໄຂເໝາະສົມກຳລັງກະ ກຽມປູກພືດກະສິກໍາຕາມລະດູການ ເພື່ອສະໜອງຜົນຜະລິດໃຫ້ຕະ ຫລາດ. ສະນັ້ນ, ການປັບປຸງບຳລຸງ ດິນໃຫ້ມີຄວາມອຸດົມສົມບູນຈຶ່ງເປັນ ປັດໄຈສຳຄັນທີ່ຊ່ວຍໃຫ້ພືດເຕີບ ໃຫຍ່ດີ ແລະ ໃຫ້ຜົນຜະລິດທີ່ມີຄຸນ ນະພາບ. ດ່ັງນັ້ນ, ມື້ນີ້ຄໍລໍາ “ສຶກສາ ຫາຄວາມຮູ້” ຂໍນຳສະເໜີວິທີເຮັດ ຝຸ່ນບົ່ມຊີວະພາບແບບງ່າຍໆ ໂດຍ ນຳໃຊ້ວັດຖຸດິບທີ່ຫາໄດ້ໃນທ້ອງຖິ່ນ ເຊັ່ນ: ຂີ້ສັດ, ຂີ້ແກບເຜົາ, ຮຳອ່ອນ ມາປະສົມໜັກເປັນຝຸ່ນອິນຊີ ເພື່ອ ນຳໄປໃຊ້ປັບປຸງດິນກ່ອນການປູກ ພືດ ໂດຍຂັ້ນຕອນການເຮັດມີດັ່ງນີ້: ຂັ້ນຕອນເລີ່ມຕົ້ນການເຮັດຝຸ່ນ ບົ່ມທຳມະຊາດ ຕ້ອງກຽມວັດຖຸດິບ ເປັນຕົ້ນ: ຂີ້ສັດແຫ້ງ 1 ຄຸ, ຂີ້ແກບ ເຜົາ 1 ຄຸ, ຮໍາອ່ອນ 1 ຄຸ ຫລື 1 ກິໂລ ກໍ່ໄດ້, ນໍ້າສະກັດຊີວະພາບ, ກາກ ນໍ້າຕານ ແລະ ວັດຖຸອື່ນໆ ເຊັ່ນ: ຂີ້ ອ້ອຍ, ຂີ້ເລື່ອຍ, ເປືອກຖົ່ວດິນ, ຖົ່ວ ຂຽວ, ໄຍໝາກພ້າວ ຢ່າງລະໜຶ່ງຄຸ. ວິທີເຮັດ: ປະສົມວັດຖຸທັງໝົດ ໃຫ້ເຂົ້າກັນ, ຫລັງຈາກນັ້ນ ປະສົມ ນໍ້າຊີວະພາບດ້ວຍອັດຕາສ່ວນ ນໍ້າ 10 ລິດ, ນໍ້າຊີວະພາບ 2 ບ່ວງແກງ, ກາກນໍ້າຕານ 2 ບ່ວງແກງ ຄົນໃຫ້ ເຂົ້າກັນດີ ແລ້ວຫົດກອງຝຸ່ນຈົນຊຸ່ມ ດີ , ກອງຝຸ່ນໃຫ້ໜາປະມານ 1 ຄືບ ປົກດ້ວຍເປົາປ່ານປະໄວ້ 3 ວັນກໍສາ ມາດນໍາໄປໃຊ້ໄດ້. ວິທີໃຊ້: ໃຊ້ຝຸ່ນບົ່ມຊີວະພາບປະ ສົມດິນໃນໜານຜັກທຸກຊະນິດໃນ ອັດຕາສ່ວນຝຸ່ນ 1 ກິໂລຕໍ່ເນື້ອທີ່ 1 ຕາແມັດ, ສໍາລັບຜັກທີ່ມີອາຍຸຫລາຍ ກວ່າ 2 ເດືອນຂຶ້ນໄປແມ່ນໃຊ້ຮອງ ພື້ນຂຸມລະ 1-2 ກອບມື ແລະ ຕົ້ນ ໄມ້ໃຫ້ໝາກທີ່ປູກໄດ້ 2 ປີຂຶ້ນໄປໃຊ້ ໃນອັດຕາສ່ວນ2 ກິໂລຕໍ່ຕົ້ນ. ເມືອງຄູນຄຳ ພ້ອມດ້ວຍຜູ້ຕາງໜ້າ ຈາກຂະແໜງການທີ່ກ່ຽວຂ້ອງ ອ້ອມຂ້າງເມືອງເຂົ້າຮ່ວມ. ທ່ານ ວິໄລສັກ ສຸວັນນະລາດ ໄດ້ກ່າວວ່າ: ເມືອງຄູນຄຳມີທ່າແຮງ ດ້ານການທ່ອງທ່ຽວສູງ ໂດຍມີ ແຫລ່ງທ່ອງທ່ຽວ 32 ແຫ່ງ ໃນນີ້, ທຳມະຊາດ 26 ແຫ່ງ, ວັດທະນະ ທຳ 5 ແຫ່ງ, ປະຫວັດສາດ 1 ແຫ່ງ. ນອກນີ້ຍັງມີສິ່ງອຳນວຍຄວາມ ສະດວກຄື: ສະຖານທີ່ພັກແຮມ 25 ແຫ່ງ (ຣີສອດ 6 ແຫ່ງ, ເຮືອນພັກ 19 ແຫ່ງ), ຮ້ານອາຫານ-ຮ້ານ ກິນດື່ມ 20 ແຫ່ງ, ຮ້ານຄາຣາ ໂອເກະ 1 ແຫ່ງ. ສຳລັບໄລຍະ 9 ເດືອນຜ່ານມາ, ເມືອງຄູນຄຳ ມີ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວ ຈຳນວນ 10.843 ເທື່ອຄົນ, ຍິງ 4.783 ເທື່ອຄົນ, ສາມາດສ້າງລາຍຮັບໄດ້ 4,8 ຕື້ກວ່າກີບ. ພາຍໃນກອງປະຊຸມ, ຄະນະຮັບ ຜິດຊອບໄດ້ຜ່ານຂໍ້ຕົກລົງ ຂອງ ຄະນະກຳມະການຄຸ້ມຄອງຜູ້ປະ ກອບການຮ້ານກິນດື່ມ, ຄາຣາໂອ ເກະ, ເຮືອນພັກ, ຣີສອດ ແລະ ການ ທ່ອງທ່ຽວພາຍໃນເມືອງຄູນຄຳ ພ້ອມທັງຜ່ານຮ່າງກົດລະບຽບ ການຄຸ້ມຄອງຮ້ານບັນເທີງ ທີ່ສຳ ຄັນ ເປັນຕົ້ນ ກຳນົດເວລາເປີດ-ປິດ ຮ້ານບັນເທີງ, ມາດຕະການຕໍ່ຜູ້ ລະເມີດ ເຊັ່ນ: ການປັບໃໝ, ການ ຢຸດໂຈະກິດຈະການ ແລະ ມາດຕະ ການອື່ນໆ ຕາມລະບຽບກົດໝາຍ. ພ້ອມນີ້, ບັນດາຜູ້ເຂົ້າຮ່ວມຍັງໄດ້ ປະກອບຄຳຄິດເຫັນ ແລະ ແລກ ປ່ຽນທັດສະນະຢ່າງກົງໄປກົງມາ ຕໍ່ຮ່າງກົດລະບຽບ ແລະ ການນຳ ໃຊ້ມາດຕະການຕໍ່ຜູ້ກະທຳຜິດ ເພື່ອ ໃຫ້ມີຄວາມຮັດກຸມ ແລະ ສາມາດ ຈັດຕັ້ງປະຕິບັດໄດ້ຈິງ. ທ່ານ ພົມມະລາ ຄານລາຫວັນ ໄດ້ເນັ້ນໃຫ້ທຸກພາກສ່ວນທີ່ກ່ຽວ ຂ້ອງ ຈົ່ງພ້ອມກັນເພີ່ມທະວີຄວາມ ສາມັກຄີ, ປະສານງານກັນຢ່າງໃກ້ ຊິດ ເພື່ອຄຸ້ມຄອງວຽກງານທ່ອງ ທ່ຽວ ໃຫ້ມີຄວາມເປັນລະບຽບຮຽບ ຮ້ອຍ, ປອດໄພ, ພ້ອມທັງຮັກສາໄດ້ ຮີດຄອງປະເພນີອັນດີງາມ ແລະ ພ້ອມໃຈກັນພັດທະນາແຫລ່ງທ່ອງ ທ່ຽວຂອງເມືອງຄູນຄຳ ໃຫ້ມີຄວາມ ໂດດເດັ່ນ ເພື່ອດຶງດູດນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ໃຫ້ມາ ທ່ຽວເມືອງຄູນຄຳ ໃຫ້ນັບມື້ນັບ ຫລາຍຂຶ້ນ.
RkJQdWJsaXNoZXIy MTc3MTYxMQ==