7392

23/10/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ລັດຖະບານ ພິຈາລະນາ 7 ຫົວ...ັິົ ຮັບຮອງຢ່າງເປັນທາງການ...ັ່ັ ຂປລ. ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄຂຂຶ້ນໃນຕອນເຊົ້າວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກ ລັດຖະມົນຕີ, ພາຍໃຕ້ການເປັນ ປະທານຂອງທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະ ມົນຕີ, ສະມາຊິກລັດຖະບານ ແລະ ຜູ້ ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງ ການປົກຄອງທ້ອງຖິ່ນເຂົ້າຮ່ວມ ຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງ ແຜນວຽກຈຸດສຸມ ປະຈຳເດືອນ ພະຈິກ 2026. ກ່ອນເຂົ້າສູ່ວາລະດຳເນີນກອງ ປະຊຸມຢ່າງເປັນທາງການ, ທ່ານ ຄຳພັນ ພົມມະທັດ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງຍຸຕິ ທຳ ໄດ້ຕາງໜ້າບັນດາສະມາຊິກ ລັດຖະບານມອບກະຕ່າດອກໄມ້ ອວຍພອນ ແລະ ຊົມເຊີຍຕໍ່ທ່ານ ສະເຫລີມໄຊ ກົມມະສິດ ທີ່ໄດ້ຮັບ ການເລືອກຕັ້ງເປັນນາຍົກລັດຖະ ມົນຕີ. ຫລັງຈາກນັ້ນ, ທ່ານນາຍົກ ລັດຖະມົນຕີ ກໍໄດ້ກ່າວສະແດງ ຄວາມຂອບໃຈຕໍ່ບັນດາທ່ານ ສະມາ ຊິກລັດຖະບານ ແລະ ອົງການປົກ ຄອງທ້ອງຖິ່ນທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນຊ່ວຍ ເຫລືອຕະ ຫລອດໄລຍະທີ່ຜ່ານມາ ແລະ ຫວັງ ຢ່າງຍິ່ງວ່າໃນຕໍ່ໜ້າຈະສືບຕໍ່ໄດ້ ຮັບການຮ່ວມມື ແລະ ສະໜັບສະ ໜູນຊ່ວຍເຫລືອ ເພື່ອພ້ອມກັນປະຕິ ບັດໜ້າທີ່ການເມືອງທີ່ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້ມີ ຜົນສຳເລັດຕາມຄາດໝາຍທີ່ກຳນົດ ໄວ້ໃນແຕ່ລະໄລຍະ. ກອງປະຊຸມໄດ້ໄຂຂຶ້ນໃນທ່າມ ກາງບັນຍາກາດທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວບັນດາເຜົ່າ ກຳລັງຂຸ້ນຂ້ຽວຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີX, ການກະກຽມວຽກງານຮອບດ້ານ ເພື່ອຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ການ ດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຫາກໍ່ສຳເລັດ ຊຶ່ງໄດ້ຮັບ ຮອງເອົາບົດລາຍງານຂອງລັດຖະ ບານກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງ ລັດ, ແຜນເງິນຕາ ປະຈຳປີ 2026 ແລະ ທິດທາງແຜນການປະຈຳປີ 2027; ຮ່າງກົດໝາຍ ຈຳນວນ 8 ສະບັບ (ສະບັບປັບປຸງ 7 ສະບັບ ແລະ ສ້າງໃໝ່ 1 ສະບັບ) ແລະ ບັນ ຫາສໍາຄັນຕ່າງໆຂອງຊາດ. ກອງປະຊຸມຈະໄດ້ດຳເນີນເປັນ ເວລາ 2 ວັນ ເພື່ອຄົ້ນຄວ້າ, ປຶກສາ ຫາລື, ປະກອບຄຳເຫັນ ແລະ ພິຈາ ລະນາຕໍ່ 6 ວາລະ ແລະ 7 ຫົວຂໍ້ທີ່ ສໍາຄັນ ຄື: ວາລະທີ 1 ລາຍງານສະ ພາບພົ້ນເດັ່ນ ແລະ ວຽກງານຈຸດ ສຸມຮີບດ່ວນຈໍານວນໜຶ່ງ ຄື: ການ ປະຕິບັດວຽກຈຸດສຸມພົ້ນເດັ່ນ ປະຈໍາ ເດືອນຕຸລາ ແລະ ທິດທາງແຜນການ ປະຈຳເດືອນພະຈິກ 2026 ຂອງ ລັດຖະບານ; ແລະ ການຈັດຕັ້ງປະຕິ ບັດກອງທຶນທາງໃນປີ 2026 ແລະ ທິດທາງແຜນປີ 2027. ວາລະ ທີ 2: ຮ່າງມະຕິວ່າດ້ວຍການແບ່ງ ສປປ ລາວ ກະກຽມ... ການນຳ ຫສນຍ... ລາວ-ກໍາປູເຈຍ ຊຸກຍູ້...ໍູຸູ້ ຂປລ. ເມື່ອບໍ່ດົນມານີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດ ຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມ ກອງປະຊຸມສົນທະນາວ່າດ້ວຍ ການອຳນວຍຄວາມສະດວກດ້ານ ການທ່ອງທ່ຽວຕາມຊາຍແດນ ແລະ ສົ່ງເສີມການລົງທຶນດ້ານ ການທ່ອງທ່ຽວ ລາວ-ກຳປູເຈຍ ທີ່ ແຂວງຊຽງແຕງ ລາຊະອານາຈັກ ກຳປູເຈຍ. ທັງນີ້, ກໍເພື່ອຊຸກຍູ້ ການຮ່ວມມືດ້ານການທ່ອງທ່ຽວ, ອຳນວຍຄວາມສະດວກໃນການ ເດີນທາງຂ້າມຊາຍແດນ, ເພີ່ມທະວີ ການແລກປ່ຽນນັກທ່ອງທ່ຽວ ແລະ ສ້າງໂອກາດໃຫ້ແກ່ການລົງທຶນ ຂອງພາກທຸລະກິດທັງສອງປະເທດ. ພ້ອມນີ້, ຍັງເປັນການສົ່ງເສີມສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືລະຫວ່າງສອງປະເທດ ເພື່ອພັດ ທະນາການທ່ອງທ່ຽວແບບຍືນຍົງ ແລະ ສ້າງຜົນປະໂຫຍດໃຫ້ແກ່ປະ ຊາຊົນສອງຊາດ ລາວ-ກໍາປູເຈຍ. ໃນໂອກາດດຽວກັນນີ້, ທ່ານລັດ ຖະມົນຕີ ຍັງໄດ້ເຂົ້າຮ່ວມກິດຈະ ກຳແລ່ນ ເພື່ອສຸຂະພາບ ແລະ ມິດ ຕະພາບ ລາວ-ກຳປູເຈຍ ຮ່ວມກັບ ການນຳ, ພາກສ່ວນສັງຄົມ ແລະ ກອງປະຊຸມລັດພາຄີສົນທິສັນຍາ ຂອບວຽກສະຫະປະຊາຊາດ ວ່າ ດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31 (COP31) ເພື່ອປະສານ ບຸລິມະສິດ ແລະ ກຳນົດຈຸດຢືນ ຂອງຊາດໃຫ້ມີຄວາມຊັດເຈນ ແລະ ເປັນເອກະພາບ ໂດຍທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດ ຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ນາງ ອາຍຊານີ ເມດາກັງໂກດາ ລາເບ ຜູ້ຕາງໜ້າ ສປຊ ປະຈຳ ສປປ ລາວ, ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະ ທູດຕວັກກີ ປະຈຳ ສປປ ລາວ, ມີຜູ້ ຕາງໜ້າຈາກເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ, ຜູ້ຕາງໜ້າສະຖາບັນເຕີບໂຕສີຂຽວ ສາກົນ (GGGI) ປະຈໍາ ສປປ ລາວ, ພ້ອມດ້ວຍຜູ້ຕາງໜ້າຈາກ ບັນດາກະຊວງ, ຂະແໜງການ, ສະ ຖານທູດ, ອົງການສາກົນ ແລະ ຄູ່ ຮ່ວມພັດທະນາເຂົ້າຮ່ວມ. ຈຸດປະສົງຫລັກຂອງກອງປະ ຊຸມສຳມະນາ ເພື່ອກະກຽມຄວາມ ພ້ອມດ້ານເນື້ອໃນ, ທັດສະນະ, ຈຸດ ຢືນ ແລະ ບຸລິມະສິດແຫ່ງຊາດຂອງ ສປປ ລາວ ສຳລັບການເຈລະຈາ ໃນ COP31, ພ້ອມທັງປຶກສາ ຫາລືບັນຫາພົ້ນເດັ່ນທີ່ຄາດວ່າຈະ ຍົກຂຶ້ນໃນກອງປະຊຸມ COP31 ແລະ ທັງເປັນການໂຄສະນາເຜີຍແຜ່ ວຽກງານການປ່ຽນແປງດິນຟ້າ ອາກາດໃຫ້ແກ່ພາກສ່ວນຕ່າງໆ ໂດຍສະເພາະແມ່ນວຽກງານການ ຮ່ວມມືພາຍໃຕ້ຂອບສົນທິສັນຍາ. ທ່ານ ນາ ງ ຈັນທະຄອນ ບົວລະພັນ ໄດ້ກ່າວວ່າ: ລັດຖະບານ ສປປ ລາວ ໃຫ້ຄວາມສໍາຄັນຕໍ່ການ ແກ້ໄຂບັນຫາການປ່ຽນແປງດິນຟ້າ ອາກາດ ແລະ ມີຄວາມພະຍາຍາມ ຢ່າງຈິງຈັງໃນການດຳເນີນມາດ ຕະການທັງພາຍໃນປະເທດ ແລະ ຮ່ວມມືກັບປະຊາຄົມໂລກ ເພື່ອຮັບ ມືກັບສິ່ງທ້າທາຍດັ່ງກ່າວ. ສປປ ລາວ ໄດ້ມີສ່ວນຮ່ວມໃນຂອບການ ຮ່ວມມືສາກົນດ້ານສິ່ງແວດລ້ອມ ແລະ ສະພາບອາກາດ ໂດຍໄດ້ເຂົ້າ ເປັນພາຄີຂອງສົນທິສັນຍາສະຫະ ປະຊາຊາດ ວ່າດ້ວຍການປ່ຽນແປງ ດິນຟ້າອາກາດ (UNFCCC) ໃນ ປີ 1995, ອະນຸສັນຍາກຽວໂຕ (Kyoto Protocol) ໃນປີ 2003 ແລະ ສັນຍາປາຣີ (Pa r i s Agreement) ໃນປີ 2016. ນອກນີ້, ລາວຍັງສືບຕໍ່ປະກອບ ສ່ວນໃນການຈັດຕັ້ງພັນທະພາຍໃຕ້ ຂອບສົນທິສັນຍາ ໂດຍຄຳນຶງ ເຖິງຫລັກການຄວາມຮັບຜິດຊອບ ຮ່ວມກັນແຕກຕ່າງກັນຕາມຄວາມ ສາມາດຂອງແຕ່ລະປະເທດ. ການ ເຂົ້າຮ່ວມ COP31 ບໍ່ພຽງແຕ່ ເປັນການປະຕິບັດພັນທະຂອງປະ ເທດຕໍ່ປະຊາຄົມສາກົນເທົ່ານັ້ນ ແຕ່ ຍັງເປັນໂອກາດສຳຄັນໃຫ້ ສປປ ລາວ ສາມາດສະແຫວງຫາການສະ ກະຊວງການຕ່າງປະເທດແລະ ທ່ານ ບາໂຄເດຍ ເບີຄານ໊ອບ (Bakhodir Burkhanov), ຜູ້ປະສານງານ ອົງການ ສປຊ ປະຈໍາ ສປປ ລາວ, ມີຮອງລັດຖະມົນຕີ, ເອກອັກຄະລັດ ຖະທູດ, ຫົວໜ້າຫ້ອງການກະຊວງ, ຄະນະກົມ, ຜູ້ຕາງໜ້າຈາກບັນດາ ກະຊວງຂະແໜງການ ແລະ ຜູ້ ຕາງໜ້າອົງການເຄືອຂ່າຍ ສປຊ ເຂົ້າຮ່ວມ. ຂອບການຮ່ວມມືສະບັບໃໝ່ ໄດ້ຮັບການລົງນາມໂດຍທ່ານ ທອງສະຫວັນ ພົມວິຫານ ໃນນາມ ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ບາໂຄເດຍ ເບີຄານ໊ອບ ໃນນາມຕາງໜ້າໃຫ້ ແກ່ອົງການ ສປຊ ແລະ ຄູ່ຮ່ວມ ພັດທະນາ ຊຶ່ງຂອບການຮ່ວມມື ດັ່ງກ່າວ ໄດ້ກຳນົດທິດທາງສໍາ ຄັນສຳລັບການຮ່ວມມືລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງ ການ ສປຊ ໃນໄລຍະ 5 ປີຕໍ່ໜ້າ ໂດຍ ໄດ້ກໍານົດເອົາ 3 ເປົ້າໝາຍຫລັກ ຄື: ການເປັນຢູ່ທີ່ດີຂອງປະຊາຊົນ; ການປົກຄອງລັດ ແລະ ບັນດາສະ ຖາບັນຕ່າງໆ; ດ້ານສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ; ພ້ອມດ້ວຍ 10 ແຜນວຽກຈຸດສຸມ ຊຶ່ງສອດຄ່ອງກັບແນວທາງການ ພັດທະນາແຫ່ງຊາດ ແລະ ວິໄສທັດ ໄລຍະຍາວຂອງ ສປປ ລາວ. ໃນພິທີ, ທ່ານຮອງນາຍົກລັດຖະ ມົນຕີ ທອງສະຫວັນ ພົມວິຫານ ໄດ້ ໃຫ້ກ່າວບາງຄໍາເຫັນສຳຄັນວ່າ: ລັດ ຖະບານ ແຫ່ງ ສປປ ລາວ ໄດ້ໃຫ້ ຄວາມສຳຄັນຢ່າງຍິ່ງຕໍ່ການເປັນ ຄູ່ຮ່ວມມືກັບອົງການ ສປຊ ມາແຕ່ ຍາວນານ. ເປັນເວລາຫລາຍທົດ ສະວັດແລ້ວທີ່ອົງການ ສປຊ ໄດ້ ກາຍເປັນຄູ່ຮ່ວມພັດທະນາທີ່ມີຄຸນ ຄ່າ ແລະ ເຊື່ອຖືໄດ້, ປະກອບສ່ວນ ສຳຄັນເຂົ້າໃນຄວາມພະຍາຍາມ ການພັດທະນາ ສປປ ລາວ ແລະ ຍົກລະດັບຊີວິດການເປັນຢູ່ທີ່ດີ ຂອງປະຊາຊົນ. ລັດຖະບານ ສປປ ລາວ ສະແດງຄວາມຂອບໃຈຢ່າງ ຍິ່ງຕໍ່ການຮ່ວມມື ແລະ ການສະໜັບ ສະໜູນຢ່າງຕໍ່ເນື່ອງ. ລັດຖະບານ ສປປ ລາວ ຢືນຢັນຄວາມໝາຍ ໝັ້ນໃນການຮ່ວມມືກັບອົງການ ຂປລ. ຄະນະປ້ອງກັນພາຍໃນ ຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ (ຫສນຍ) ຈັດກອງ ປະຊຸມເຜີຍແຜ່ເອກະສານກ່ຽວກັບ ການເກັບກູ້ອາວຸດປືນ ແລະ ວັດຖຸ ລະເບີດ ໃນວັນທີ 21 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ຄຳຜາ ພິມມະສອນ ຮອງລັດຖະ ມົນຕີ, ຮອງຫົວໜ້າ ຫສນຍ, ມີຜູ້ ຕາງໜ້າຄະນະກຳມະການເກັບ ກູ້ອາວຸດເສີກຂັ້ນສູນກາງ ຈາກ ກະຊວງປ້ອງກັນຄວາມສະຫງົບ, ບັນດາຫົວໜ້າກົມ, ຮອງຫົວໜ້າ ກົມ ແລະ ຫົວໜ້າພະແນກທີ່ຂຶ້ນກັບ ຫສນຍ ເຂົ້າຮ່ວມ. ຈຸດປະສົງຂອງການເຜີຍແຜ່ ເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງຈະ ແຈ້ງ, ເລິກເຊິ່ງຕໍ່ເຫດຜົນ ແລະ ຄວາມຈຳເປັນໃນການເກັບກູ້ອາວຸດ ປືນ ແລະ ວັດຖຸລະເບີດ ຕາມແນວ ທາງນະໂຍບາຍຂອງພັກ-ລັດ ກໍຄື ນິຕິກຳຂອງຂັ້ນເທິງວາງອອກ, ທັງ ສາມາດນຳເອົາເນື້ອໃນເອກະສານ ກໍຄື ນິຕິກຳ ທີ່ນຳມາເຜີຍແຜ່ໃນຄັ້ງ ນີ້ ໄປເຜີຍແຜ່ເຊື່ອມຊຶມ ແລະ ປຸກ ລະດົມພະນັກງານ-ລັດຖະກອນທີ່ ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງ ຕົນຕະຫລອດຮອດຍາດຕິພີ່ນ້ອງ ໃຫ້ການຮ່ວມມື ແລະ ປະຕິບັດຕາມ ຂັ້ນຄຸ້ມຄອງລະຫວ່າງສູນກາງ ກັບ ທ້ອງຖິ່ນໃນຂົງເຂດການເງິນ, ການ ລົງທຶນ, ທີ່ດິນ ແລະ ຂົງເຂດອື່ນໆ. ວາລະທີ 3: ຮ່າງມະຕິວ່າດ້ວຍການ ບຸກທະລຸການພັດທະນາວິທະຍາ ສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ຫັນເປັນດີຈິຕອນ. ວາລະທີ 4: ຮ່າງຍຸດທະສາດການສົ່ງເສີມ ແລະ ຄຸ້ມຄອງການນໍາໃຊ້ລົດໄຟຟ້າ ແລະ ລົດພະລັງງານທາງເລືອກ. ວາລະທີ 5: ຮ່າງດຳລັດວ່າດ້ວຍນະໂຍບາຍ ນຳເຂົ້າເຄື່ອງຂອງ ແລະ ຍານພາ ຫະນະຂອງສະມາຊິກສຳນັກງານຜູ້ ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ ຕ່າງປະເທດ. ວາລະທີ 6: ຮ່າງດໍາ ລັດວ່າດ້ວຍກອງທຶນປົກປັກຮັກສາ ສິ່ງແວດລ້ອມ ແລະ ປ່າໄມ້. ໃນໂອກາດດັ່ງກ່າວ, ທ່ານນາ ຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງ ບັນດາທ່ານສະມາຊິກລັດຖະບານ ແລະ ບັນດາທ່ານທີ່ເຂົ້າຮ່ວມກອງ ປະຊຸມ ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ, ແທດກັບສະພາບຄວາມເປັນຈິງຂອງ ແຕ່ລະບັນຫາດ້ວຍການສະເໜີທັດ ສະນະຢ່າງກົງໄປກົງມາ, ກະທັດ ຮັດ, ມີຈຸດສຸມເພື່ອແກ້ໄຂບັນຫາທີ່ ຍັງຄົງຄ້າງໃຫ້ຕົກໄປເປັນກ້າວໆ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ສປຊ ປະຈຳ ສປປ ລາວ ແລະ ບັນດາຄູ່ຮ່ວມພັດທະນາຕ່າງໆ ເພື່ອ ຮັບປະກັນການຈັດຕັ້ງປະຕິບັດຂອບ ຮ່ວມມືສະບັບໃໝ່ນີ້ ໃຫ້ມີປະສິດ ທິພາບ ແລະ ມີການປະສານງານ ກັນເປັນຢ່າງດີ ໂດຍມີເປົ້າໝາຍເພື່ອ ບັນລຸການພັດທະນາແບບຍືນຍົງທີ່ ມີຜົນຈັບຕ້ອງໄດ້ ແລະ ຍາວນານ ພາຍໃນປະເທດ. ໃນຂະນະດຽວກັນ, ທ່ານ ບາ ໂຄເດຍ ເບີຄານ໊ອບ ກໍໄດ້ມີຄໍາເຫັນ ບາງຕອນວ່າ: ຂອບຮ່ວມມືດັ່ງກ່າວ ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ຂອງອົງການ ສປຊ ຕໍ່ລັດຖະບານ ແຫ່ງ ສປປ ລາວ ໃນການສະໜັບ ສະໜູນບຸລິມະສິດການພັດທະນາ ແຫ່ງຊາດ, ລວມທັງວາລະ 2030 ເພື່ອການພັດທະນາແບບຍືນຍົງ ໂດຍສອດຄ່ອງກັບວິໄສທັດຂອງ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 10, ບຸລິມະສິດ ເຫລົ່ານີ້ ຈະເປັນແນວທາງໃນການ ວາງແຜນ, ຈັດລຳດັບຄວາມສຳຄັນ ແລະ ຈັດຕັ້ງປະຕິບັດໃນງົບປະມານ ຈຳນວນປະມານ 510 ລ້ານໂດລາ ສະຫະລັດຈາກ 24 ອົງການ, ກອງ ທຶນ ແລະ ໂຄງການຂອງ ສປຊ ໃນ ໄລຍະ 5 ປີຂ້າງໜ້າ. ຫລັງຈາກພິທີດັ່ງກ່າວ, ກໍໄດ້ມີ ການຈັດກອງປະຊຸມລະດັບສູງຂອງ ຄະນະກຳມະການຊີ້ນໍາຮ່ວມຂອບ ການຮ່ວມມື ເພື່ອການພັດທະນາ ແບບຍືນຍົງລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສປຊ ສຳລັບປີ 2022-2026 ຊຶ່ງ ເປັນກອງປະຊຸມຄັ້ງສຸດທ້າຍຂອງ ຂອບການຮ່ວມມືສະບັບປັດຈຸບັນ, ພາຍໃຕ້ການເປັນປະທານຮ່ວມ ໂດຍທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ແລະ ທ່ານ ບາໂຄເດຍ ເບີຄານ໊ອບ ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ. ໃນທີ່ ປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ຮ່ວມ ກັນປຶກສາຫາລື ແລະ ປະກອບຄໍາ ເຫັນຢ່າງກົງໄປກົງມາ ແລະ ສ້າງ ສັນຕໍ່ກັບຜົນສຳເລັດຂອງຂອບການ ຮ່ວມມືສະບັບປັດຈຸບັນ, ບັນດາບຸລິ ມະສິດສຳລັບປີ 2027 ແລະ ວາລະ ອື່ນໆທີ່ສໍາຄັນ. ໜັບສະໜູນດ້ານເຕັກນິກ, ວິຊາການ ແລະ ງົບປະມານ ເພື່ອເພີ່ມທະວີປະ ສິດທິຜົນໃນການດຳເນີນວຽກງານ ດ້ານການປ່ຽນແປງດິນຟ້າອາກາດ ພາຍໃນປະເທດ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມ ຍັງໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບການລະດົມຊັບພະຍາ ກອນ, ການເສີມສ້າງຂີດຄວາມສາ ມາດຂອງສະຖາບັນ, ການປັບປຸງ ການເຂົ້າເຖິງເຕັກໂນໂລຊີ ແລະ ການເສີມສ້າງຄວາມຢືດຢຸ່ນຕໍ່ຜົນ ກະທົບຈາກສະພາບອາກາດ ໂດຍ ເນັ້ນໃຫ້ເຫັນເຖິງຄວາມຈຳເປັນໃນ ການປະສານງານລະຫວ່າງພາກ ລັດ ແລະ ຄູ່ຮ່ວມພັດທະນາ, ການ ຂະຫຍາຍໂອກາດເຂົ້າເຖິງແຫລ່ງ ທຶນດ້ານສະພາບອາກາດ ແລະ ການ ເພີ່ມພູນການຮ່ວມມືສາກົນ. ການກະກຽມດັ່ງກ່າວ, ຄາດວ່າ ຈະຊ່ວຍໃຫ້ ສປປ ລາວ ມີຈຸດຢືນ ທີ່ຊັດເຈນໃນເວທີເຈລະຈາສາກົນ, ສາມາດປະສານບຸລິມະສິດດ້ານ ສະພາບອາກາດໃຫ້ສອດຄ່ອງກັບ ເປົ້າໝາຍການພັດທະນາແຫ່ງຊາດ ແລະ ນຳເອົາຄຳໝັ້ນສັນຍາດ້ານ ສະພາບອາກາດໄປສູ່ການປະຕິບັດ ຢ່າງເປັນຮູບປະທຳ ເພື່ອສ້າງຄວາມ ຢືດຢຸ່ນ ແລະ ການພັດທະນາທີ່ຍືນ ຍົງໃຫ້ແກ່ປະເທດ. ກອງປະຊຸມລັດພາຄີສົນທິສັນຍາ ຂອບວຽກສະຫະປະຊາຊາດ ວ່າ ດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31 ຈະໄດ້ຂຶ້ນທີ່ເມືອງອັນ ຕາລະຢາ ປະເທດຕວັກກີ ໃນວັນທີ 9-20 ພະຈິກ 2026, ຄາດວ່າ ຈະເນັ້ນໜັກໃສ່ການປ່ຽນຄຳໝັ້ນ ສັນຍາດ້ານສະພາບອາກາດໃຫ້ເປັນ ການປະຕິບັດຢ່າງເປັນຮູບປະທຳ, ການເລັ່ງຫັນປ່ຽນໄປສູ່ພະລັງງານ ສະອາດ, ການລະດົມທຶນ ແລະ ການ ລົງທຶນດ້ານສະພາບອາກາດ, ການ ເສີມສ້າງການປັບຕົວ ແລະ ຄວາມ ຢືດຢຸ່ນຕໍ່ຜົນກະທົບຈາກສະພາບ ອາກາດຕະຫລອດຮອດການຊຸກ ຍູ້ການຈັດຕັ້ງປະຕິບັດການປະ ກອບສ່ວນທີ່ປະເທດກຳນົດເອງ (NDCs) ແລະ ຮັກສາເປົ້າໝາຍ ຈຳກັດການເພີ່ມຂຶ້ນຂອງອຸນຫະພູມ ໂລກບໍ່ໃຫ້ເກີນ 1,5 ອົງສາ. ປະຊາຊົນທ້ອງຖິ່ນ ຊຶ່ງກິດຈະກຳ ດັ່ງກ່າວນີ້ໄດ້ຈັດຂຶ້ນເພື່ອເປັນການ ສົ່ງເສີມການຮັກສາສຸຂະພາບ, ຮັດ ແໜ້ນສາຍພົວພັນມິດຕະພາບ, ທັງ ເປັນການເຊື່ອມໂຍງການທ່ອງທ່ຽວ ລາວ-ກຳປູເຈຍ ໃຫ້ຂະຫຍາຍຕົວສູ່ ພາກພື້ນ ແລະ ສາກົນ ແນໃສ່ສ້າງ ໂອກາດໃນການພັດທະນາເສດຖະ ກິດ ແລະ ຍົກລະດັບຊີວິດການເປັນ ຢູ່ຂອງປະຊາຊົນທັງສອງຊາດ. ກິດ ຈະກໍານີ້, ຍັງເປັນສ່ວນໜຶ່ງຂອງ ການສະເຫລີມສະຫລອງວັນສ້າງ ຕັ້ງສາຍພົວພັນການທູດ ລາວກຳປູເຈຍ ຄົບຮອບ 70 ປີ ຕື່ມອີກ. ລັດຖະບານຍີ່ປຸ່ນ...ັີຸ່່ ບ້ານເປົ້າໝາຍ. ໂຄງການດັ່ງກ່າວ ຈະສະໜັບສະໜູນທຶນຮອນໃນການ ຂະຫຍາຍທໍ່ນ້ຳປະປາຈາກລະບົບ ທໍ່ສົ່ງນ້ຳທີ່ມີຢູ່ໃນປັດຈຸບັນໄປເຖິງ 3 ບ້ານ ຄື: ບ້ານນາພະບາງໃຫຍ່, ບ້ານນາທົ່ມ ແລະ ນາພະບາງນ້ອຍ ເມືອງລະຄອນເພັງ ແຂວງສາລະວັນ ເພື່ອຍົກລະດັບການເຂົ້າເຖິງນ້ຳທີ່ ສະອາດ ແລະ ປອດໄພຂອງປະຊາ ຊົນໃນຊຸມຊົນ. ພິທີເຊັນສັນຍາຊ່ວຍເຫລືອດັ່ງ ກ່າວ ຈັດຂຶ້ນໃນວັນທີ 20 ຕຸລາ 2026 ຢູ່ນະຄອນຫລວງວຽງຈັນ ໂດຍການລົງນາມລະຫວ່າງທ່ານ ໂຄອິຊຶມິ ຊິໂຕະມຸ ເອກອັກຄະຣາຊະ ທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ສຽວສະຫວາດ ນາມເສນາ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງລະຄອນເພັງ ໂດຍມີທ່ານ ດາວວົງ ພອນແກ້ວ ເລຂາຄະນະພັກແຂວງສາລະວັນ ເຂົ້າຮ່ວມເປັນສັກຂີພິຍານ. ທ່ານ ໂຄອິຊຶມິ ຊິໂຕະມຸ ໄດ້ກ່າວ ວ່າ: ເຖິງວ່າຢູ່ເທສະບານເມືອງລະ ຄອນເພັງ ໄດ້ມີການຕິດຕັ້ງລະບົບ ນ້ຳປະປາແລ້ວ, ແຕ່ປະຊາຊົນໃນ 3 ບ້ານຍັງບໍ່ສາມາດເຂົ້າເຖິງນ້ຳ ສະອາດໄດ້ຈຳເປັນຕ້ອງໄດ້ອາໄສ ນ້ຳຈາກບໍ່ບາດານເລິກ ແລະ ນ້ຳ ຝົນເປັນຕົ້ນຕໍ. ໂຄງການດັ່ງກ່າວ, ຈະໄດ້ຂະຫຍາຍທໍ່ນ້ຳປະປາ ເພື່ອ ເຊື່ອມຕໍ່ທໍ່ສົ່ງນ້ຳໃໝ່ເຂົ້າກັບລະບົບ ນ້ຳປະປາຂອງໂຮງງານນ້ຳປະປາ ທີ່ມີຢູ່ແລ້ວໄປຍັງ 3 ບ້ານດັ່ງກ່າວ, ຊຶ່ງໂຮງງານດັ່ງກ່າວ ກໍໄດ້ຮັບ ການຊ່ວຍເຫລືອຈາກ JICA ໃນ ການສະໜອງນ້ຳສະອາດທີ່ປອດ ໄພເຊັ່ນກັນ. ພາຍຫລັງທີ່ການກໍ່ສ້າງ ສຳເລັດແລ້ວ, ຈະຊ່ວຍປະກອບ ສ່ວນເຮັດໃຫ້ສະພາບແວດລ້ອມ ການເປັນຢູ່ ແລະ ສຸຂານາໄມຂອງ ປະຊາຊົນໃນ 3 ບ້ານຈະໄດ້ຮັບການ ປັບປຸງໃຫ້ດີຂຶ້ນໂດຍໄວ. ໂຄງການ GGP ແມ່ນການສະ ໜອງທຶນທີ່ຈຳເປັນໃຫ້ແກ່ໂຄງການ ຂະໜາດນ້ອຍທີ່ໃຫ້ຜົນປະໂຫຍດ ໂດຍກົງແກ່ປະຊາຊົນຜູ້ອາໄສ ແລະ ມີຈຸດປະສົງເພື່ອການພັດທະນາ ເສດຖະກິດ-ສັງຄົມຂອງປະເທດ ລາວ ໂດຍອີງຕາມຄວາມຕ້ອງການ ພື້ນຖານຂອງມະນຸດເປັນຫລັກ. ລັດຖະບານຍີ່ປຸ່ນ ໄດ້ໃຫ້ການ ສະໜັບສະໜູນ ແຂວງສາລະວັນ ລ ວ ມ ມູ ນ ຄ່ າ ຫ ລ າ ຍ ກ ວ່ າ 2.035.000 ໂດລາສະຫະລັດ ເປັນ ຕົ້ນດ້ານສາທາລະນະສຸກ, ການ ສຶກສາ ແລະ ພື້ນຖານໂຄງລ່າງໃນ ໄລຍະຜ່ານມາ. ປະເທດຍີ່ປຸ່ນ ຈະ ສືບຕໍ່ໃຫ້ການຊ່ວຍເຫລືອປະເທດ ລາວ ໃນການປັບປຸງພື້ນຖານຊີວິດ ການເປັນຢູ່ຂັ້ນຮາກຖານຕໍ່ໄປເພື່ອ ຮັບປະກັນ “ບໍ່ໃຫ້ມີໃຜຖືກຖິ້ມໄວ້ ທາງຫລັງ” ຜ່ານການແກ້ໄຂຄວາມ ແຕກໂຕນໃນພາກພື້ນ. ນິຕິກຳ ກໍຄື ຄຳສັ່ງຂອງຂັ້ນເທິງ ວາງອອກຢ່າງເຂັ້ມງວດ, ມີປະສິດ ທິພາບ, ປະສິດທິຜົນ ແລະ ສຳເລັດ ຕາມກຳນົດເວລາ. ໂອກາດນີ້, ທ່ານ ພັນເອກ ສຸວັນ ທອງຈະເລີນ, ຫົວໜ້າກົມ 200, ກົມ ໃຫຍ່ສັນຕິບານ, ກະຊວງປ້ອງກັນ ຄວາມສະຫງົບ, ຄະນະກໍາມະການ ເກັບກູ້ອາວຸດເສີກຂັ້ນສູນກາງ ໄດ້ ເຜີຍແຜ່ກ່ຽວກັບຄຳສັ່ງເລກທີ 11/ ນຍ, ລົງວັນທີ 07 ສິງຫາ 2024 ວ່າດ້ວຍການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ; ຄຳສັ່ງເລກທີ 31/ ຄ.ປກສ-ປກສ, ລົງວັນທີ 24 ມິຖຸນາ 2026 ວ່າດ້ວຍການຈັດຕັ້ງປະຕິບັດ ການເກັບກູ້ອາວຸດປືນ ແລະ ວັດຖຸ ລະເບີດໃນຂອບເຂດທົ່ວປະເທດ ແລະ ແຈ້ງການ ສະບັບເລກທີ 311/ ປກສ, ລົງວັນທີ 16 ກໍລະກົດ 2026 ວ່າດ້ວຍການຈັດຕັ້ງປະຕິບັດຄຳສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍ ການເກັບກູ້ອາວຸດປືນ ແລະ ວັດຖຸ ລະເບີດ. ໃນໂອກາດດັ່ງກ່າວ, ທ່ານປະ ທານກອງປະຊຸມໄດ້ຍົກໃຫ້ເຫັນ ຄວາມໝາຍຄວາມສໍາຄັນໃນການ ຈັດຕັ້ງຜັນຂະຫຍາຍທິດຊີ້ນຳຂອງ ຂັ້ນເທິງໃນວຽກງານເກັບກູ້ອາ ວຸດປືນ ແລະ ວັດຖຸລະເບີດ ຊຶ່ງ ຕ້ອງໄດ້ປຸກລະດົມໃຫ້ທົ່ວປວງຊົນ ລາວທັງຊາດ ໂດຍສະເພາະພະນັກ ງານ-ລັດຖະກອນພາຍໃນ ຫສນຍ ທີ່ມີອາວຸດປືນ ແລະ ວັດຖຸລະເບີດ ໄວ້ໃນຄອບຄອງຕ້ອງໄດ້ມອບໃຫ້ ເຈົ້າໜ້າທີ່ກ່ຽວຂ້ອງເປັນຜູ້ຄຸ້ມຄອງ ຢ່າງລວມສູນ ເພື່ອປະກອບສ່ວນ ເຮັດໃຫ້ທົ່ວສັງຄົມມີຄວາມສະຫງົບ, ປອດໄພ ແລະ ເປັນລະບຽບຮຽບ ຮ້ອຍດີ. ພ້ອມນີ້, ທ່ານຍັງໄດ້ຮຽກ ຮ້ອງໃຫ້ຜູ້ເຂົ້າຮ່ວມ ໂດຍສະເພາະ ຜູ້ທີ່ມີອາວຸດປືນ ແລະ ວັດຖຸລະເບີດ ຈົ່ງພ້ອມກັນເປັນແບບຢ່າງນຳໜ້າ ໃນການປະຕິບັດກົດໝາຍ ແລະ ລະ ບຽບການດັ່ງກ່າວ ຢ່າງເຂັ້ມງວດ, ພ້ອມທັງປຸກລະດົມຄອບຄົວ, ພີ່ນ້ອງ ແລະ ຊຸມຊົນຂອງຕົນໃຫ້ການຮ່ວມມື ເຊັ່ນດຽວກັນ; ສະເໜີໃຫ້ຜູ້ເຂົ້າຮ່ວມ ນຳເອົາບັນດາເນື້ອໃນຈິດໃຈ ກໍຄື ເອກະສານທີ່ໄດ້ຮັບການເຜີຍແຜ່ ເຊື່ອມຊຶມໃນຄັ້ງນີ້ ໄປເຜີຍແຜ່ຕໍ່ ໃຫ້ແກ່ພະນັກງານ-ລັດຖະກອນທີ່ ຢູ່ໃນຄວາມຮັບຜິດຊອບຂອງຕົນໄດ້ ຮັບຮູ້, ເຂົ້າໃຈ ແລະ ພ້ອມກັນປະຕິ ບັດຢ່າງເຂັ້ມງວດ. ນອກນັ້ນ, ກໍໃຫ້ ມີສະຕິ ແລະ ເປັນເຈົ້າການຮ່ວມ ກັນ ກໍລະນີພົບເຫັນ ຫລື ຮູ້ຂໍ້ມູນ ກ່ຽວກັບການຄອບຄອງ, ຜະລິດ ແລະ ຄ້າຂາຍອາວຸດ ທີ່ຜິດກົດໝາຍ ໃຫ້ແຈ້ງຕໍ່ເຈົ້າໜ້າທີ່ກ່ຽວຂ້ອງຊາບ ເພື່ອມີມາດຕະການແກ້ໄຂຢ່າງວ່ອງ ໄວ ແລະ ທັນການ. ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ.

RkJQdWJsaXNoZXIy MTc3MTYxMQ==