23/10/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ສຸວັນໂນ ທະລັງສີຸັັີ 9 gfn vo glf4tdy fc0;'v5 fq ,w- 0tspkp8q ; 3,3% ໂດຍ: ເຂົ້າຈານນ້ຳົ້ າ້ ຳ Ij ;,cI'Ij ;,.9 xq dxa dIa dlkly j 'c;f]h v,.o]tf6 c]h ' ໂດຍ: ຄຳພັນ ແກ້ວມະນີ ັ ນ້ ວີ ຂປລ. ໃນ 9 ເດືອນຕົ້ນປີ 2026, ຂົງເຂດເສດຖະກິດຂອງແຂວງ ອຸດົມໄຊ ສືບຕໍ່ຂະຫຍາຍຕົວຢ່າງ ຕໍ່ເນື່ອງ ໃນລະດັບ 3,3% ຄາດຄະ ເນໝົດປີ ຈະຂະຫຍາຍຕົວ 5,3%, ມູນຄ່າລວມຍອດຜະລິດຕະພັນ ພາຍໃນ (GDP) ບັນລຸ 12.237 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນ 1.512 ໂດລາສະຫະລັດ. ຜົນສໍາ ເລັດດັ່ງກ່າວ ເກີດຈາກການສຸມ ໃສ່ນໍາໃຊ້ທ່າແຮງ ແລະ ຈຸດພິເສດ ຂອງແຂວງ, ຊຸກຍູ້ການລົງທຶນ, ພັດທະນາການຜະລິດ, ການບໍລິ ການແລະປັບປຸງການຄຸ້ມຄອງເສດ ຖະກິດ-ການເງິນ ຢ່າງຕໍ່ເນື່ອງ. ໃນ ນັ້ນ, ແຂວງໄດ້ສຸມໃສ່ສ້າງເງື່ອນ ໄຂແລະອໍານວຍຄວາມສະດວກໃນ ການດຶງດູດການລົງທຶນ ຈາກພາກ ເອກະຊົນ ທັງພາຍໃນ ແລະ ຕ່າງປະ ຂປລ. ເມື່ອກ້າວເຂົ້າສູ່ລະດູ ແລ້ງ, ສະພາບອາກາດຈະມີຄວາມ ແຫ້ງແລ້ງ, ອາກາດຮ້ອນແລະແຮງ ລົມເພີ່ມໃນບາງໄລຍະ. ສະພາບ ດັ່ງກ່າວ ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ ຊີວິດການເປັນຢູ່ຂອງພວກເຮົາເທົ່າ ນັ້ນ, ແຕ່ຍັງເພີ່ມຄວາມສ່ຽງຕໍ່ການ ເກີດໄຟໄໝ້ປ່າ, ບັນຫາຝຸ່ນລະອອງ ແລະ ການຂາດແຄນນ້ຳ. ດັ່ງນັ້ນ, ການຮ່ວມແຮງຮ່ວມໃຈຂອງທຸກ ພາກສ່ວນໃນການປົກປັກຮັກສາ ທຳມະຊາດ ແລະ ສິ່ງແວດລ້ອມ ໃນລະດູແລ້ງ ຈຶ່ງເປັນພັນທະ ແລະ ຄວາມຮັບຜິດຊອບຂອງພວກເຮົາ ທຸກຄົນ. ບັນຫາທີ່ຄວນເຝົ້າລະວັງເປັນ ພິເສດໃນລະດູແລ້ງແມ່ນໄຟໄໝ້ ລາມປ່າ ແລະ ການຈູດຂີ້ເຫຍື້ອຊະ ຊາຍ. ການຈູດປ່າ ໂດຍທີ່ບໍ່ລະວັງ ບໍ່ພຽງແຕ່ທຳລາຍຄວາມອຸດົມສົມ ບູນຂອງປ່າໄມ້, ແຕ່ຍັງສ້າງຝຸ່ນ ລະອອງ PM2.5 ແລະ ມົນລະພິດ ທາງອາກາດທີ່ຮ້າຍແຮງ, ສົ່ງຜົນ ເສຍຕໍ່ສຸຂະພາບທາງເດີນຫາຍໃຈ ຂອງຄົນເຮົາ. ດັ່ງນັ້ນ, ພວກເຮົາ ຄວນຫລີກລ່ຽງການຈູດປ່າ, ເສດ ໄມ້ ຫລື ເຟືອງໄຮ່ເຟືອງນາ, ຖ້າຈຳ ເປັນຕ້ອງໃຊ້ໄຟ ໃນເຂດໃກ້ປ່າ ຕ້ອງ ມີການເຝົ້າລະວັງ ແລະ ດັບໄຟໃຫ້ ມອດດີທຸກຄັ້ງ. ຄຽງຄູ່ກັນນັ້ນ, ການ ປະຢັດ ແລະ ນຳໃຊ້ນ້ຳຢ່າງຮູ້ຄຸນ ຄ່າ ກໍເປັນອີກໜຶ່ຶງວຽກງານສຳຄັນ ໃນລະດູແລ້ງ. ເນ່ືອງຈາກແຫລ່ງ ນ້ຳທຳມະຊາດຫລາຍແຫ່ງອາດມີ ປະລິມານນ້ຳຫລຸດລົງ, ປະຊາຊົນ ຈຶ່ງຄວນໃຊ້ນ້ຳຢ່າງປະຢັດ, ປິດ ກອກນ້ຳໃຫ້ດີ ເມື່ອບໍ່ໄດ້ໃຊ້, ສ້ອມ ແປງຈຸດຮົ່ວໄຫລ ແລະ ນຳນ້ຳທີ່ ໃຊ້ແລ້ວບາງປະເພດກັບມາໃຊ້ປະ ໂຫຍດຕາມຄວາມເໝາະສົມ. ພ້ອມ ນີ້, ຄວນຮ່ວມກັນຮັກສາແຫລ່ງ ນ້ຳໂດຍບໍ່ຖິ້ມຂີ້ເຫຍື້ອ, ສານເຄມີ ຫລື ປ່ອຍນ້ຳເສຍລົງສູ່ແມ່ນ້ຳລຳ ເຊ ເພື່ອຮັກສາຄຸນນະພາບນ້ຳໃຫ້ສະ ອາດ ແລະ ປອດໄພຕໍ່ການນຳໃຊ້. ສ່ວນການປູກ ແລະ ດູແລຮັກສາ ຕົ້ນໄມ້ ກໍຍັງມີຄວາມສຳຄັນເຖິງ ແມ່ນຈະເປັນລະດູແລ້ງກໍຕາມ, ການຮັກສາພື້ນທີ່ສີຂຽວກໍຍັງມີ ຄວາມສຳຄັນຫລາຍ. ຕົ້ນໄມ້ຊ່ວຍ ເພີ່ມຄວາມຊຸ່ມຊື່ນ ໃຫ້ອາກາດ, ຫລຸດອຸນຫະພູມ ແລະ ຫລຸດຄວາມ ຮ້ອນ. ພວກເຮົາຄວນຊ່ວຍກັນໃສ່ ປຸ໋ຍ, ປົກຫຍ້າ ຫລື ເຟືອງຮອບຕົ້ນ ໄມ້ ເພື່ອຮັກສາຄວາມຊຸ່ມຊື່ນໃນ ດິນ ແລະ ຫລຸດການລະເຫີຍຂອງ ນ້ຳ. ນອກນີ້, ຄວນຊ່ວຍກັນເບິ່ງ ແຍງພື້ນທີ່ສີຂຽວຕາມບ້ານເຮືອນ, ໂຮງຮຽນ, ຫ້ອງການແລະ ສະຖານ ທີ່ສາທາລະນະ. ການປົກປັກຮັກສາສິ່ງແວດ ລ້ອມໃນລະດູແລ້ງ ບໍ່ແມ່ນເລື່ອງ ຂອງໃຜຄົນໜຶ່ງ, ແຕ່ແມ່ນເລື່ອງ ຂອງພວກເຮົາທຸກຄົນ. ພຽງແຕ່ ເລີ່ມຈາກການປ່ຽນແປງພຶດຕິກຳ ນ້ອຍໆ ເຊັ່ນ: ການບໍ່ຈູດຂີ້ເຫຍື້ອ, ການປະຢັດນ້ຳ ແລະ ການຊ່ວຍກັນ ເຝົ້າລະວັງໄຟໄໝ້ລາມປ່າ ຈະຊ່ວຍ ໃຫ້ສິ່ງແວດລ້ອມຂອງພວກເຮົາມີ ຄວາມສົມບູນ, ອາກາດສະອາດ. ແລະ ຜ່ານພົ້ນລະດູແລ້ງໄປໄດ້ຢ່າງ ປອດໄພ. “ຮັກສາທຳມະຊາດໃນມື້ ນີ້ ເພື່ອອາກາດບໍລິສຸດ ແລະ ຊີວິດ ທີ່ຍືນຍົງໃນມື້ໜ້າ”. ເທດ ໂດຍອີງໃສ່ 4 ທ່າແຮງຫລັກ ຄື: ກະສິກໍາ, ອຸດສາຫະກໍາປຸງແຕ່ງ ແລະ ພະລັງງານສະອາດ, ການບໍລິ ການ ແລະ ການທ່ອງທ່ຽວ, ການ ຂົນສົ່ງ ແລະ ສາງຄ່ຽນຖ່າຍສິນ ຄ້າ. ດ້ານກະສິກໍາ: ມີເນື້ອທີ່ປູກຢາງ ພາລາ ທັງໝົດ 31.017 ເຮັກຕາ ໃນນີ້, ເປັນເນື້ອທີ່ປູກໃໝ່ 1.826 ເຮັກຕາແລະ ເນື້ອທີ່ກໍາລັງເກັບກ່ຽວ ປະມານ 29.190 ເຮັກຕາ. ນອກ ນີ້, ຍັງມີການປູກເຂົ້ານາປີ, ອ້ອຍ, ກ້ວຍ, ສາລີ ແລະ ພືດລະດູແລ້ງ ເຊັ່ນ: ໝາກນັດ, ຖົ່ວ, ໝາກໂມ ແລະ ພືດຜັກຊະນິດຕ່າງໆ ເພື່ອສະ ໜອງຕະຫລາດພາຍໃນ, ສົ່ງໄປຈໍາ ໜ່າຍຢູ່ຕ່າງແຂວງ ແລະ ສປ ຈີນ. ສ່ວນການລ້ຽງສັດ ມີການລ້ຽງປາ ໜອງ, ລ້ຽງໝູ ແລະ ໄກ່ໄຂ່ ເປັນ ຟາມ ທີ່ສາມາດສະໜອງຄວາມ ຕ້ອງການພາຍໃນແຂວງ ແລະ ສົ່ງ ອອກບາງສ່ວນ. ດ້ານອຸດສາຫະກໍາ ແລະ ພະລັງງານສະອາດ: ມີໂຮງ ງານປຸງແຕ່ງຢາງພາລາ, ໂຮງງານ ຜະລິດຊີມັງ ທີ່ມີກໍາລັງການຜະລິດ 2 ລ້ານໂຕນຕໍ່ປີ, ໂຮງງານຜະລິດ ຫົວອາຫານສັດ, ໂຮງງານປຸງແຕ່ງ ແຮ່ທາດ ແລະ ແຫລ່ງບໍ່ແຮ່ຕ່າງໆ. ຂະນະດຽວກັນ ໂຄງການພະລັງ ງານແສງຕາເວັນ ຂະໜາດ 1.000 ເມກາວັດ ຂອງ ບໍລິສັດ CGN ຈາກ ສປ ຈີນ ຢູ່ ເມືອງໄຊ ແລະ ເມືອງນາ ໝໍ້ ໄດ້ດໍາເນີນການກໍ່ສ້າງສໍາເລັດ ຕາມຂໍ້ມູນລາຍງານ, ພ້ອມທັງສືບຕໍ່ ດໍາເນີນ3ໂຄງການພະລັງງານແສງ ຕາເວັນແລະພະລັງງານລົມຢູ່ເມືອງ ນາໝໍ້, ລວມເຖິງໂຄງການເຂື່ອນ ໄຟຟ້ານໍ້າຂອງ ຢູ່ເມືອງປາກແບງ. ສ່ວນໂຄງການນິຄົມອຸດສາຫະ ກໍາ ອະມະຕະ ກໍພວມດໍາເນີນການ ແລະ ມີຄວາມຄືບໜ້າໃນລະດັບໜຶ່ງ. ຂະແໜງການບໍລິການ ແລະ ທ່ອງ ທ່ຽວ: ໄດ້ສືບຕໍ່ປັບປຸງໂຮງແຮມ, ເຮືອນພັກ ແລະ ແຫລ່ງທ່ອງທ່ຽວ ທໍາມະຊາດ ເຊັ່ນ: ນໍ້າກັດຢໍລະປ່າ, ຣີສອດເມືອງຫລາ, ທີວທັດໃນເທ ສະບານແຂວງ, ຖໍ້າຈອມອອງ, ພູ ຫຍ້າຄາ ແລະ ບັນດາເມືອງ. ຄຽງ ຄູ່ກັນນັ້ນ, ຍັງມີການຈັດບຸນປະເພນີ ຂອງບັນດາເຜົ່າ ແລະ ກອງປະຊຸມ ຕ່າງໆ ເພື່ອດຶງດູດນັກທ່ອງທ່ຽວ ແລະ ອໍານວຍຄວາມສະດວກແກ່ ການຮອງຮັບແຂກທີ່ເຂົ້າມາຢ້ຽມ ຢາມ. ສ່ວນດ້ານການຂົນສົ່ງ, ໄດ້ ສືບຕໍ່ພັດທະນາ ສາງຄ່ຽນຖ່າຍສິນ ຄ້າແລະການຂົນສົ່ງທາງບົກເຊື່ອມ ຕໍ່ກັບທາງລົດໄຟ ລາວ-ຈີນ ຢູ່ສະ ຖານີເມືອງໄຊ ໃຫ້ເປັນຮູບປະທໍາ ຫລາຍຂຶ້ນ. ພ້ອມນີ້ ແຂວງອຸດົມໄຊ ຍັງໄດ້ສຸມໃສ່ເຝົ້າລະວັງ ແລະ ແກ້ ໄຂບັນຫາເສດຖະກິດ-ການເງິນ ທີ່ ຮີບດ່ວນ ໂດຍສະເພາະການຂາດ ແຄນນໍ້າມັນ, ລາຄານໍ້າມັນ, ລາຄາ ສິນຄ້າຈໍາເປັນ ແລະ ການຄຸ້ມຄອງ ເງິນຕາ. ເຂັ້ມງວດຕໍ່ການລັກລອບ ຂຸດຄົ້ນຄໍາຕົກຂ້ອນ. ສ່ວນການຈັດ ຕັ້ງປະຕິບັດ ຄໍາສັ່ງ ເລກທີ 11 ຂອງ ນາຍົກລັດຖະມົນຕີ ສາມາດດໍາເນີນ ຄະດີຕໍ່ຜູ້ລະເມີດ ໄດ້ 192 ກໍລະນີ ເຮັດໃຫ້ຄວາມເສຍຫາຍຫລຸດລົງ ເມື່ອທຽບໃສ່ປີຜ່ານມາ. ດ້ານການລົງທຶນຂອງລັດ: ໄດ້ ເລັ່ງລັດການຈັດຕັ້ງບັນດາໂຄງ ການ ປະຈໍາປີ 2026 ໂດຍສະ ເພາະການກໍ່ສ້າງ, ປັບປຸງ ແລະ ສ້ອມແປງເສັ້ນທາງ ຊຶ່ງມີຄວາມຄືບ ໜ້າໃນລະດັບໜຶ່ງ. ໂຄງການທີ່ໄດ້ ຮັບການສຸມໃສ່ເປັນພິເສດ ແມ່ນ ການກໍ່ສ້າງທາງເລກ 2E ແລະ 2W ໃຫ້ມີຄວາມຄືບໜ້າຢ່າງຕໍ່ ເນື່ອງ. ສໍາລັບວຽກງານການເງິນ: ສາມາດຈັດເກັບລາຍຮັບ ໃນ 9 ເດືອນຕົ້ນປີ ໄດ້ 713,55 ຕື້ກີບ ເທົ່າ ກັບ92,78%ຂອງແຜນການປີ, ໃນ ນັ້ນ ລາຍຮັບພາຍໃນທ້ອງຖິ່ນ ບັນລຸ 577,81 ຕື້ກີບ ເທົ່າກັບ 91,18% ຂອງແຜນການປີ, ສາມາດເຮັດໃຫ້ ເຫັນເຖິງຄວາມພະຍາຍາມໃນການ ຈັດເກັບລາຍຮັບ ແລະ ຄຸ້ມຄອງ ການເງິນ ໃຫ້ມີປະສິດທິຜົນ. ໂດຍລວມແລ້ວ ໃນ 9 ເດືອນຕົ້ນ ປີ 2026, ແຂວງອຸດົມໄຊ ສາມາດ ຮັກສາທ່ວງທ່າການຂະຫຍາຍຕົວ ຂອງ ເສດຖະກິດ, ຊຸກຍູ້ການຜະ ລິດ, ຂະຫຍາຍການລົງທຶນ ແລະ ພັດທະນາ ວຽກງານວັດທະນະທໍາ- ສັງຄົມ ໄດ້ຢ່າງຕໍ່ເນື່ອງ. ໃນໄລຍະຕໍ່ ໜ້າ ແຂວງອຸດົມໄຊ ຈະສືບຕໍ່ສຸມ ໃສ່ການຈັດຕັ້ງບັນດາໂຄງການສໍາ ຄັນ, ປັບປຸງການຄຸ້ມຄອງ ເສດຖະ ກິດ-ການເງິນ ແລະ ຍົກສູງຄຸນນະ ພາບຊີວິດການເປັນຢູ່ຂອງປະຊາ ຊົນ ໃຫ້ດີຂຶ້ນກວ່າເກົ່າ.
RkJQdWJsaXNoZXIy MTc3MTYxMQ==