xtgmf]k; 7 20/10/2026 gsfdko c]t dkora fmtok a lk]t;a o xk4tdt4k;a oxtdkfgvdt]kf c]t ;a olh k'8A 'dkom6 f]k; 7q [Iv[ 81 xu [= ]y 7ew- g-a ola opk 3 37'dko]q 'mb o ra fmtok37'dkow22h kcl'8kg;a o0t|kf 5 g,dk;a f ຂປລ. ແຫລ່ງຂ່າວຈາກແຂວງ ສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ຄະນະໂຄສະນາອົບຮົມແຂວງຮ່ວມກັບ ພະແນກການຕ່າງປະເທດ ແຂວງສາ ລະວັນ ໄດ້ຈັດປາຖະກະຖາຫວນຄືນ ວັນປະກາດເອກະລາດ ແລະ ວັນສ້າງ ຕັ້ງການທູດລາວ ຄົບຮອບ 81 ປີ (12 ຕຸລາ 1945-12 ຕຸລາ 2026), ໃຫ້ກຽດບັນຍາຍໂດຍ ທ່ານ ສີເຮັງ ຫອມສົມບັດ ອະດີດຮອງເລຂາຄະນະ ບໍລິຫານງານພັກແຂວງ, ປະທານສະ ພາປະຊາຊົນແຂວງສາລະວັນ, ມີບັນ ດາກຳມະການພັກແຂວງ, ພະແນກ ການ, ອົງການທຽບເທົ່າອ້ອມຂ້າງ ແຂວງ, ພະນັກງານຫລັກແຫລ່ງຂອງ ແຂວງ, ນາຍ ແລະ ພົນທະຫານ,ນາຍ ແລະ ພົນຕຳຫລວດ ເຂົ້າຮ່ວມ. ທ່ານ ສີເຮັງ ຫອມສົມບັດ ໄດ້ຍົກ ໃຫ້ເຫັນເຖິງບັນດາປັດໄຈສໍາຄັນທີ່ ສ້າງເງື່ອນໄຂໃຫ້ແກ່ການປະກາດເອ ກະລາດ ແລະ ເສີມຂະຫຍາຍມູນເຊື້ອ ວັນປະກາດເອກະລາດ12ຕຸລາ1945, ໄດ້ກ່າວເຖິງສະພາບການປະຫວັດ ສາດໃນໄລຍະທີ່ປະເທດລາວ ຕົກຢູ່ ພາຍໃຕ້ການປົກຄອງຂອງອານານິຄົມ ຂອງຈັກກະພັດລ່າເມືອງຂຶ້ນແລະການ ຕື່ນຕົວລຸກຂຶ້ນຕໍ່ສູ້ຂອງປະຊາຊົນລາວ ເພື່ອທວງເອົາສິດອັນຊອບທຳຂອງ ຕົນ. ມາຮອດວັນທີ 12 ຕຸລາ 1945, ໄດ້ມີການຊຸມນຸມຄັ້ງໃຫຍ່ຢູ່ນະຄອນ ວຽງຈັນ ເພື່ອປະກາດເອກະລາດຂອງ ຊາດລາວພ້ອມທັງສ້າງຕັ້ງລັດຖະບານ ລາວເອກະລາດ, ປະກາດຄວາມເປັນ ເອກະພາບຂອງດິນແດນລາວ ແລະ ດຳເນີນການປ່ຽນແປງດ້ານການປົກ ຄອງຕ່າງໆ ເພື່ອວາງພື້ນຖານໃຫ້ແກ່ ການສ້າງລັດເອກະລາດ. ເຫດການ ດັ່ງກ່າວ, ບໍ່ພຽງແຕ່ມີຄວາມໝາຍສຳ ຄັນຕໍ່ການກູ້ເອົາເອກະລາດເທົ່ານັ້ນ ແຕ່ຍັງເປັນການຢືນຢັນເຖິງສິດອັນ ຊອບທຳຂອງປະຊາຊົນລາວ ໃນການ ກຳນົດອະນາຄົດ ແລະ ຊາຕາກຳຂອງ ຕົນເອງ.ການປະກາດເອກະລາດ,ການ ສ້າງຕັ້ງລັດຖະບານ ເປັນບາດກ້າວ ສຳຄັນໃນການສ້າງຕັ້ງປະເທດລາວ ທີ່ມີເອກະລາດ, ມີອະທິປະໄຕ ແລະ ມີ ຈຸດຢືນຂອງຕົນເອງຕໍ່ສາກົນ. ພ້ອມດຽວກັນນັ້ນ, ທ່ານກໍໄດ້ເນັ້ນ ໃຫ້ເຫັນເຖິງຄວາມສຳຄັນ ແລະ ປະ ຫວັດຄວາມເປັນມາ ຂອງວັນການທູດ ລາວ, ຜົນສໍາເລັດໃນການເປີດກວ້າງ ການພົວພັນກັບສາກົນ ແລະ ບົດຮຽນ ທີ່ຖອດຖອນໄດ້ຈາກການເຄື່ອນໄຫວ ວຽກງານການຕ່າງປະເທດຂອງ ສປປ ລາວ ໂດຍສະເພາະການສ້າງຕັ້ງການ ທູດລາວ ຊຶ່ງເປັນກົນໄກສຳຄັນໃນການ ດຳເນີນສາຍພົວພັນກັບນາໆປະເທດ, ປົກປັກຮັກສາຜົນປະໂຫຍດແຫ່ງຊາດ ແລະ ສົ່ງເສີມຄວາມຮ່ວມມືກັບສາກົນ; ແນວທາງການທູດຂອງລາວ ຍຶດໝັ້ນ ໃນຫລັກການເອກະລາດ, ອະທິປະໄຕ, ຄວາມສະເໝີພາບ ແລະ ຜົນປະໂຫຍດ ຮ່ວມກັນ. ໃນໂອກາດດັ່ງກາວ, ທ່ານ ສີເຮັງ ຫອມສົມບັດ ຍັງໄດ້ຮຽກຮ້ອງໃຫ້ພະ ນັກງານຫລັກແຫລ່ງສືບຕໍ່ເສີມຂະ ຫຍາຍມູນເຊື້ອວັນປະກາດເອກະລາດ ແລະ ວັນການທູດລາວ ຊຶ່ງແມ່ນບົດ ຮຽນອັນລ້ຳຄ່າທາງປະຫວັດສາດ ທີ່ ສະແດງເຖິງຄວາມອົງອາດກ້າຫານ, ຄວາມເສຍສະລະ ແລະ ຄວາມສາມັກຄີ ເປັນປຶກແຜ່ນຂອງຊາດລາວ. ທັງໄດ້ ເນັ້ນໃຫ້ເຊີດຊູນ້ຳໃຈຮັກຊາດ, ປະກອບ ສ່ວນເຂົ້າໃນການປະຕິບັດໜ້າທີ່ການ ເມືອງ, ຍົກສູງຄວາມຮັບຜິດຊອບ ແລະ ມີຄວາມເປັນເຈົ້າການສູງ; ເພີ່ມ ທະວີຄວາມສາມັກຄີປອງດອງ ແລະ ຕີຖອຍປະກົດການຫຍໍ້ທໍ້ໃນສັງຄົມ ເພື່ອສ້າງສະພາບແວດລ້ອມໃຫ້ແຂວງ ສາລະວັນ ມີຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ໄດ້ຮັບການພັດທະນາ. ຂ່າວ-ພາບ: ວິໄລວອນ ສິດທິໄຊ ຂປລ. ແຫລ່ງຂ່າວຈາກ ແຂວງຈຳ ປາສັກ ໃຫ້ຮູ້ວ່າ: ທ່ານສຸກສະຫວັນ ວິ ໄລວົງ ປະທານຄະນະກໍາມະກ ານປົກ ຄອງແ ຂວງຈໍາປາສັກຕ້ອນຮັບຄ ະນະ ນໍາ ບໍລິສັດ ວິຣະບຸນທໍາ (Vireak Buntham) ຈາກລາຊະອານາຈັກ ກໍາປູເຈຍນໍາໂດຍທ່ານ ສໍາອາງ ຊູນ (Samang SUON)ຫົວໜ້າຝ່າຍ ການຕະຫລາດ ບໍລິສັດ ພ້ອມຄະນະ ເຂົ້່າພົບປະຢ້ຽມຢາມ ເພື່ອເພີ່ມທະວີ ການຮ່ວມມືແລະອໍານວຍຄວາມສະ ດວກດ້ານການຄ້າຂ້າມຊາຍແດນ ຢູ່ ໜອງນົກກຽນ ແລະ ດ່ານຊາຍແດນ ກະລໍ ເມື່ອບໍ່ດົນມານີ້ ທີ່ແຂວງຈຳ ປາສັກ. ໂອກາດນີ້, ທ່ານ ສໍາອາງ ຊູນໄດ້ ແຈ້ງຈຸດປະສົງຂອງການເຂົ້າພົບປະ ຢ້ຽມຢາມກໍເພື່ອຂໍການສ ະໜັບສະໜູນ ແລະ ການອ ຳນວຍຄວາມສະດວກໃນ ການດຳເນີນການຄ້າຊາຍແດນ ລະ ຫວ່າງ ສປປ ລາວ ແ ລະ ກຳປູເຈຍເວົ້າ ລວມ,ເວົ້າສະເພາະຢູ່ດ່ານຊາຍແດນ ໜອງນົ ກກ ຽນ-ດົງກະລໍເພື່ອການຮ່ ວມ 7totoec0;'9exkla d 8h voIa [7totoe [= ]y la f ;y it [5 ome 9kddex6 g9p ຂປລ. ແຫລ່ງຂ່າວຈາກແຂວງບໍ ລິຄຳໄຊ ໃຫ້ຮູ້ວ່າ: ພິທີລົງນາມເຊັນ ສັນຍາວ່າດ້ວຍການລົງທຶນພັດທະນາ ໂຄງການໄຟຟ້າແສງຕາເວັນ ຂະໜາດ 5 ເມກາວັດ ລະຫວ່າງອົງການປົກ ຄອງແຂວງບໍລິຄໍາໄຊ ກັບບໍລິສັດປາກ ຊັນພັດທະນາພະລັງງານຈໍາກັດ ແລະ ບໍລິສັດລາວພະລັງງານສະອາດຈໍາກັດ ຈັດຂຶ້ນໃນວັນທີ 15 ຕຸລາ 2026 ຜ່ານ ມາທ່ີ, ເມືອງປາກຊັນ ແຂວງບໍລິຄໍາໄຊ ຊຶ່ງເປັນການລົງທຶນໃນຮູບແບບກໍ່ສ້າງ ເປັນເຈົ້າຂອງ ແລະ ດໍາເນີນງານ (BOO) ເນື້ອທີ່ດິນທີ່ນໍາໃຊ້ເຂົ້າໃນ ໂຄງການແມ່ນເປັນດິນຂອງບໍລິສັດ ເອງ ຈໍານວນ 3 ໂຄງການຄື: ໂຄງການ ໄຟຟ້າແສງຕາເວັນ ຂະໜາດ 5 ເມກາ ວັດ ລົງມາ ໃນເນື້ອທີ່ 9.982 ຕາແມັດ ຢູ່ບ້ານທວາຍ ເມືອງທ່າພະບາດ, ໂຄງ ການໄຟຟ້າແສງຕາເວັນ ຂະໜາດ 5 ເມກາວັດ ໃນເນື້ອທີ່ 64.731 ຕາແມັດ ຢູ່ບ້ານຫວ້ຍສຽດ ເມືອງປາກຊັນ ແລະ ໂຄງການໄຟຟ້າແສງຕາເວັນ ຂະໜາດ 5 ເມກາວັດ ໃນເນື້ອທີ່ 63.217 ຕາ ແມັດ ຢູ່ບ້ານໂພນສະອາດ ເມືອງປາກ ຊັນແຂວງບໍລິຄໍາໄຊລະຫວ່າງອົງການ ປົກຄອງແຂວງບໍລິຄໍາໄຊ. ຕາງໜ້າລົງນາມຄັ້ງນີ້ໂດຍ ທ່ານ ແກ້ວວິລາທິບດາລາຫົວໜ້າຫ້ອງການ ຄະນະກໍາມະການສົ່ງເສີມແລະຄຸ້ມຄອງ ການລົງທຶນແຂວງບໍລິຄຳໄຊແລະທ່ານ ນາງ ພິລັດດາ ພະໄຊສິສຸນົນ ອໍານວຍ ການບໍລິສັດລາວພະລັງງານສະອາດຈໍາ ກັດ, ມີທ່ານ ສົມໃຈ ຄຸນພະໄຊ ຮອງປະ ທານຄະນະກໍາມະການປົກຄອງແຂວງ ບໍລິຄໍາໄຊ ພ້ອມດ້ວຍພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ. ຂ່າວ-ພາບ: ພູວົງ, ວຽງສະຫວັນ ຂປລ. ແຫລ່ງຂ່າວຈາກແຂວງເຊ ກອງ ໃຫ້ຮູ້ວ່າ: ທະນະຄານພັດທະນາ ຊົນນະບົດ ສາຂາອັດຕະປື ຈັດກອງປະ ຊຸມທົບທວນຜົນດຳເນີນງານ 9 ເດືອນ ແລະ ວາງທິດທາງແຜນການ 3 ເດືອນ ປີ 2026 ໃນລະຫວ່າງວັນທີ 15-16 ຕຸລາ 2026 ທີ່ເມືອງລະມາມ ແຂວງ ເຊກອງ ໂດຍເປັນປະທານຂອງ ທ່ານ ບຸນແຫລມ ກິວົງສັກ ຫົວໜ້າທະນາ ຄານພັດທະນາຊົນນະບົດສາຂາອັດຕະ ປື, ທ່ານ ສົມພົນ ພົງເສນາ ຮອງຫົວ ໜ້າສາຂາທະນາຄານພັດທະນາຊົນ ນະບົດ ສາຂາອັດຕະປື ພ້ອມດ້ວຍຂະ ແໜງ, ຄະນະໜ່ວຍບໍລິການທີ່ຂຶ້ນກັບ ທະນະຄານພັດທະນາຊົນນະບົດ ສາຂາ ອັດຕະປື ເຂົ້າຮ່ວມ. ທ່ານ ອິນປອນ ເພັງຄຳອ່ອນ ຮອງ ຫົວໜ້າທະນາຄານພັດທະນາຊົນນະ ບົດ ສາຂາອັດຕະປື ກ່າວວ່າ: ທະນາ ຄານພັດທະນາຊົນນະບົດ ສາຂາອັດຕະ ປື ປະກອບມີ 4 ຂະແໜງການ ແລະ ມີ 6 ໜ່ວຍບໍລິການ ຂຶ້ນກັບ ຄື: ໜ່ວຍບໍລິ ການເມືອງຊານໄຊ, ເມືອງພູວົງ, ເມືອງ ສະໜາມໄຊແຂວງອັດຕະປືແລະໜ່ວຍ ບໍລິການເມືອງກະລຶມ, ເມືອງດາກຈຶງ, ເມືອງລະມາມ ແຂວງເຊກອງ. ໃນໄລ ຍະ9ເດືອນ(1-9)ຜ່ານມາ, ໄດ້ເຄື່ອນ ໄຫວວຽກງານຢ່າງຮອບດ້ານແລະສຳ ເລັດຕາມລະດັບຄາດໝາຍ, ໄດ້ໂອນ ເງິນຂາອອກທັງໝົດ 293 ທຸລະກຳ, ລວມເປັນເງິນ 10,26 ຕື້ກວ່າກີບ, ໂອນເງິນຂາເຂົ້າ 136 ທຸລະກຳ, ລວມ ເປັນເງິນ 8,39 ຕື້ກວ່າກີບ, ມີບັນຊີເງິນ ຝາກກະແສລາຍວັນ 18.532 ບັນຊີ, ລວມຍອດເຫລືອ 7,77 ຕື້ກວ່າກີບ ເທົ່າ ກັບ 12,26% ຂອງແຜນປີ ໃນນີ້, ເງິນ ຝາກ Current ຈຳນວນ 17.324 ບັນຊີ ມີຍອດເຫລືອ 1,39 ຕື້ກວ່າກີບ ເທົ່າກັບ 13,58%; ເງິນຝາກ Saving ຈຳນວນ 1.173 ບັນຊີ, ຍອດເຫລືອ 4,26 ຕື້ກວ່າກີບ ເທົ່າກັບ 28,44% ແລະ ເງິນຝາກ Deposit ຈຳນວນ 35 ບັນຊີ, ມີຍອດເຫລືອ 2,11 ຕື້ກວ່າ ກີບ, ເທົ່າກັບ 5,55% ຂອງແຜນປີ; ວຽກງານຊຳລະສະສາງດອກເບ້ຍເງິນ ກູ້ໃຫ້ສຳນັກງານໃຫຍ່ ແລະ ວຽກງານ ມືຢ່າງຕໍ່ເນື່ອງໃນການເຄື່ອນໄຫວສົ່ງ ອອກຜະລິດຕະພັນກະສິກໍາ. ປັດຈຸ ບັນເຫັນວ່າຄ່າບໍລິການຢູ່ທ່າບົກໜອງ ນົກຂຽນເພີ່ມຂຶ້ນເປັນຕົ້ນ ຄ່າທໍ ານ ຽມ ກ ານເຄື່ອນຍ້ າຍຂ ອງລົ ດບັ ນທຸ ກ ເຂົ້າອອກ.ນອກນັ້ນ, ການນໍາບໍ ລິສັດວິຣະ ບຸນທໍາ ຍັງຂໍໃຫ້ການແຂວງຈໍາປາສັກ ຊ່ວຍສະໜັບສະໜູນ ແລະ ຊຸກຍູ້ໃຫ້ມີ ຂອບການຮ່ວມມືຮອບດ້ານລະຫວ່າງ ບໍລິສັດ ວີທີກະສິກຳ ຂາເຂົ້າ ແລະ ສົ່ງ ອອກ ຈຳກັດ ກັບ ກຸ່ມບໍລິສັດເອເດນ ອຸດົມຜົນຈຳກັດ ໂດຍສະເພາະວຽກ ງານຂົນສົ່ງສິນຄ້າ, ການບໍລິການສາງ ສິນຄ້າ, ການປະສານງານຜ່ານດ່ານ ຊາຍແດນ ແລະ ການຄຸ້ມຄອງການຂົນ ສົ່ງຄ້າສິນຄ້າຂ້າມແດນ. ທ່ານ ສຸກສະຫວັນ ວິໄລວົງ ໄດ້ ກ່າວຕ້ອນຮັບແລະມີຄໍາເຫັນວ່າ: ການ ຂົນສົ່ງສິນຄ້າຜ່ານແດນທີ່ມີຄວາມ ວ່ອງໄວ ເປັນສິ່ງຈຳເປັນສຳລັບການ ຮັກສາຄວາມໜ້າເຊື່ອຖືຂອງຕ່ອງໂສ້ ຂົນສົ່ງແລະການສະໜອງສິນຄ້າໃຫ້ ບັນລຸຕາມກຳນົດເວລາການສົ່ງອອກ ທັງເພີ່ມທ ະວີກ ານຮ່ ວມມື ດ້ ານການຄ້າ ຊາຍແ ດນ, ຫລຸດຜ່ອນຂັ້ນຂອດທີ່ສ້າງ ຄວາມຫຍຸ້ງຍາກດ້ານການຂົນສົ່ງ, ເພີ່ມທະວີການຄ້າກະສິກຳລະຫວ່າງ ສອງປະເທດ. ບັນຫານີ້ ຄະນະພັກ- ການປົກຄອງແຂວງຈຳປາສັກ ຈະສືບ ຕໍ່ຊີ້ນໍາພະແນກການທີ່ກ່ຽວຂ້ອງຂອງ ແຂວງ ປະສານສົມທົບແລະປຶກສາຫາ ລື ກັບພາກທຸລະກິດຊອກຫາວິທີທາງ ແກ້ໄຂພາຍໃຕ້ລະບຽບກົດໝາຍຂອງ ລາວເພື່ອປັບປຸ ງການຂົ ນສົ່ ງໃຫ້ປະສິ ດ ທິພ າບ, ຫລຸດຜ່ ອນຄ ວາມຊັ ກຊ້ າ, ຊ່ວຍ ສະໜັ ບສ ະໜູ ນກ ານຂ ະຫ ຍາຍຕົ ວຂ ອງ ການຄ້າສອງຝ່າຍ ເພື່ອເຮັດໃຫ້ລົດ ບັນທຸກຕູ້ຄອນເທນເນີສາມາດຂົນສົ່ງ ສິນຄ້າ ໂດຍບໍ່ມີສິ່ງລົບກວນຫລືສິ່ງກີດ ຂວາງຕາມເສັ້ນທາງຫລວງອາຊຽນ ເລກ 13 ໂດຍສະເພາະເສັ້ນທາງຈາກ ໜອງນົກຂຽນຫາສະຖານີລົດໄຟລາວ- ຈີນຢູ່ນະຄອນຫລວງວ ຽງຈັນ. ຂ່າວ-ພາບ: ທູນທອງໃຈ mtok7kora fmtok-q oot[q flk0kva f8txn mq [m;ozq ofegou o'ko 9 gfn vo 2026 ສິນເຊື່ອ (ແຫລ່ງທຶນການນຳໃຊ້ຈາກ ສຳນັກງານໃຫຍ່) ຍອດຍົກມາທ້າຍ ເດືອນ 12 ປີ 2025 ຈຳນວນ 339 ຕື້ກວ່າກີບ, ຖອນນໍາໃຊ້ 253 ຕື້ກວ່າ ກີບ (ໂຮມສັນຍາຈົດຕິດຕາມໃໝ່ 200 ຕື້ກວ່າກີບ, ຖອນແຫລ່ງທຶນຕົວຈິງ 48,21 ຕື້ກີບກີບ), ໃນ 9 ເດືອນ 2026 ຊໍາລະຄືນແລ້ວ 231 ຕື້ກວ່າ ກີບ, ຍອດເຫລືອທ້າຍເດືອນ 9 ປີ 2026 ຈໍານວນ 361 ຕື້ກວ່າກີບ; ການ ເຄື່ອນໄຫວສິນເຊື່ອໂດຍລວມ 48,21 ຕື້ກີບ ເທົ່າກັບ 36,03% ຂອງແຜນປີ ເພີ່ມຂຶ້ນ 4,34% ຄຽງຄູ່ກັນນັ້ນວຽກ ງານອື່ນໆກໍມີຜົນສຳເລັດໂດຍດີ. ພ້ອມ ນັ້ນ, ຍັງໄດ້ວາງທິດທາງແຜນການ 3 ເດືອນທ້າຍປີ 2026 ຢ່າງລະອຽດ ເພື່ອເປັນແຜນສືບຕໍ່ຈັດຕັ້ງປະຕິບັດ ວຽກງານທີ່ຊັດເຈນແບບມີຮູບປະທຳ ໃຫ້ສຳເລັດຕາມລະດັບຄາດໝາຍ ມີ ປະສິດທິພາບ ແລະ ປະສິດທິຜົນ. ຂະນະດຽວກັນ, ໃນກອງປະຊຸມ ຍັງໄດ້ຮັບຟັງການຜ່ານບົດລາຍງານ ຕີລາຄາຜົນການຈັດຕັ້ງະຕິບັດວຽກ ງານສິນເຊື່ອ, ວຽກງານການເງິນ (ແຜນທຸລະກິດ) ລາຍຮັບ-ລາຍຈ່າຍ, ຄາດຄະເນແຜນ 3 ເດືອນທ້າຍປີ 2026 ແລະ ພ້ອມທັງຜັດປ່ຽນກັນຂຶ້ນປະກອບ ຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ລາຍງານສະພາບການຈັດຕັ້ງປະຕິບັດ ວຽກງານທີ່ພົ້ນເດັ່ນ, ບັນຫາຂໍ້ຫຍຸ້ງ ຍາກ ເພື່ອນຳໄປແກ້ໄຂ ແລະ ສືບຕໍ່ຈັດ ຕັ້ງປະຕິບັດໜ້າທີ່ວຽກງານໃຫ້ສຳເລັດ ໂດຍດີ. ຂ່າວ: ອັດສະວິນ g,n v'-kow- xtdkfIa [Iv' 5 [h ko gxa o[h koxh v'da o-kfg0A ,c0' ຂປລ. ແຫລ່ງຂ່າວຈາກ ແຂວງອັດ ຕະປື ໃຫ້ຮູ້ວ່າ: ພິທີປະກາດຮັບຮອງ ບ້ານຕາດແສງ, ບ້ານດາກກຽດ, ບ້ານ ເພຍແກ້ວ, ບ້ານຕາດກຸ່ມ ແລະ ບ້ານໃໝ່ ນາກອກຂອງເມືອງຊານໄຊ ແຂວງ ອັດຕະປື ເປັນຄອບຄົວ ແລະ ບ້ານປ້ອງ ກັນຊາດເຂັ້ມແຂງ ປະຈຳປີ 2026 ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາ ທີ່ ບ້ານເພຍແກ້ວ ໂດຍມີ ທ່ານ ພັນເອກ ຄຳມະນີ ແກ້ວສາທິດ ຫົວໜ້າຫ້ອງ ການເມືອງກອງບັນຊາການທະຫານ ແຂວງອັດຕະປື,ທ່ານຄຳສຸກບຸນປະສົງ ຮອງປະທານຄະນະກຳມະການປົກ ຄອງເມືອງຊານໄຊ, ມີອຳນາດການປົກ ຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ. ໃນພິທີທ່ານຄຳແພງພີລາວັນນາຍ ບ້ານເພຍແກ້ວ ໄດ້ຕາງໜ້າໃຫ້ 5 ບ້ານ ຜ່ານບົດສະຫລຸບຕີລາຄາຜົນການກໍ່ ສ້າງຄອບຄົວ ແລະ ບ້ານປ້ອງກັນຊາດ ເຂັ້ມແຂງ ປະຈຳປີ 2026, ພ້ອມທັງ ຜ່ານທິດທາງແຜນການສຳລັບປີ 2027 ໂດຍຍົກໃຫ້ເຫັນວ່າ: ຜ່ານມາ, ອຳນາດການປົກຄອງ 5 ບ້ານ ໄດ້ປະ ສານກັບພະນັກງານວິຊາການ ເພື່ອ ເຜີຍແຜ່ແນວທາງນະໂຍບາຍຂອງ ພັກ-ລັດ, ສຶກສາອົບຮົມການເມືອງແນວຄິດ ແລະ ປຸກລະດົມປະຊາຊົນ ໃຫ້ ມີສ່ວນຮ່ວມໃນວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ. ຜົນການປະເມີນພົບວ່າ ທັງ 5 ບ້ານ ມີຜົນງານຄົບຖ້ວນຕາມ 2 ເນື້ອໃນ ແລະ 6 ມາດຖານເງື່ອນໄຂ ທີ່ກຳນົດ ໄວ້ ໂດຍມີຈຳນວນຄອບຄົວທີ່ຜ່ານ ການຢັ້ງຢືນ ດັ່ງນີ້: ບ້ານຕາດແສງ ມີ 293 ຄອບຄົວ, ຜ່ານການຢັ້ງຢືນ 287 ຄອບຄົວ, ກວມ 97,95%, ບ້ານດາກ ກຽດ ມີ 122 ຄອບຄົວ, ຜ່ານການຢັ້ງ ຢືນ 113 ຄອບຄົວ, ກວມ 92,62%, ບ້ານເພຍແກ້ວ ມີ 152 ຄອບຄົວ, ຜ່ານ ການຢັ້ງຢືນ 140 ຄອບຄົວ, ກວມ 92,10%, ບ້ານຕາດກຸ່ມ ມີ 155 ຄອບ ຄົວ, ຜ່ານການຢັ້ງຢືນ 141 ຄອບຄົວ, ກວມ 90,96%, ບ້ານໃໝ່ນາກອກ ມີ 219 ຄອບຄົວ, ຜ່ານການຢັ້ງຢືນ 217 ຄອບຄົວ, ກວມ 99,08%. ລວມທັງ 5 ບ້ານ ມີ 941 ຄອບຄົວ ໃນ ນັ້ນ, ຜ່ານການຢັ້ງຢືນ 898 ຄອບຄົວ ແລະ ບໍ່ຜ່ານເກນ 43 ຄອບຄົວ. ການ ຮັບຮອງຄັ້ງນີ້ ເຮັດໃຫ້ເມືອງຊານໄຊ ມີບ້ານປ້ອງກັນຊາດເຂັ້ມແຂງສະສົມ 16 ບ້ານ ແລະ ເປັນບ້ານລຳດັບທີ 52 ຫາ 56 ຂອງແຂວງອັດຕະປື. ໃນໂອກາດດຽວກັນ, ທ່ານ ພັນໂທ ບຸນຈັນ ເທບພິທັກ ຫົວໜ້າພະແນກ ກໍ່ສ້າງຮາກຖານຫ້ອງການເມືອງກອງ ບັນຊາການທະຫານແຂວງ ໄດ້ຜ່ານ ຂໍ້ຕົກລົງທີ່ກ່ຽວຂ້ອງ ກ່ອນຈະມີການ ປະກາດຮັບຮອງທັງ 5 ບ້ານ ແລະ ມອບໃບຢັ້ງຢືນໃຫ້ແກ່ຄອບຄົວ ແລະ ບ້ານທີ່ຜ່ານເກນຢ່າງສົມກຽດ. ຂ່າວ: ສຸກສະໄໝ ນວນມະລິນ
RkJQdWJsaXNoZXIy MTc3MTYxMQ==