7389

xtgmf]k; 6 20/10/2026 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ln [lkor6 ,xa opk “zh k0PomPo” 9kdsa f4tderN o[h kol6j dkolh k']kpIa [muj \A o7q ' -u ;y f{;a fmtotme u y a ໂດຍ: ມາລີດາີດ [5 ovvdra olkxt;= ]tok xtgrou le7a o0v'7q o]k;-k;r5 f ຂປລ. ບຸນອອກພັນສາປະວໍລະ ນາ ຖືເປັນໜຶ່ງໃນຮີດ 12 ຂອງຊາວ ພຸດກໍຄືປະຊາຊົນລາວບັນດາເຜົ່າທີ່ ໄດ້ປະຕິບັດສືບທອດມາແຕ່ບູຮານ ຈົນຮອດປັດຈຸບັນ. ບຸນປະເພນີນີ້ ບໍ່ ພຽງແຕ່ສະທ້ອນເຖິງສັດທາ ແລະ ຄວາມເລື່ອມໃສຂອງພຸດທະສາສະ ນິກະຊົນເທົ່ານັ້ນ, ແຕ່ຍັງເປັນໂອກາດ ໃຫ້ປະຊາຊົນຮ່ວມກັນຮັກສາແລະສືບ ທອດມູນເຊື້ອວັດທະນະທຳອັນດີ ງາມຂອງຊາດ. ສຳລັບປີນີ້, ມື້ຂຶ້ນ 15ຄ່ຳເດືອນ11ລາວກົງກັບວັນຈັນ ທີ 26 ຕຸລາ. ດັ່ງນັ້ນກ່ອນຈະຮອດມື້ ບຸນອອກພັນສາ ຈຶ່ງຂໍນຳສະເໜີ ຄວາມເປັນມາ, ຄວາມໝາຍ-ຄວາມ ສໍາຄັນຂອງບຸນອອກພັນສາເພື່ອໃຫ້ ຜູ້ອ່ານໄດ້ເຂົ້າໃຈປະເພນີນີ້ຫລາຍຂຶ້ນ. ວັນບຸນອອກພັນສາ ຫລື ວັນມະ ຫາປະວໍລະນາ ເປັນວັນທີ່ສໍາຄັນ ອີກວັນໜຶ່ງທາງພຸດທະສາສະໜາ ທີ່ໝາຍເຖິງວັນສິ້ນສຸດໄລຍະການ ຈໍາພັນສາຂອງພະສົງເປັນເວລາ 3 ເດືອນ ໃນລະດູຝົນ, ນັບແຕ່ມື້ເຂົ້າ ພັນສາຈົນເຖິງມື້ຂຶ້ນ 15 ຄຳ່ເດືອນ 11 ລາວ ແລະ ຖືວ່າເປັນການປະຕິ ບັດຕາມພະວິໄນຂອງພະພິກຂຸສົງ ທີ່ເປັນຍັດຕິກໍາວາຈາ (ສັງຄະກໍາ) ປະເພດໜຶ່ງໂດຍໃຫ້ໂອກາດພະສົງ ທີ່ຈໍາພັນສາຢູ່ຮ່ວມກັນຄົບຖ້ວນ ໄຕຣມາດ (3 ເດືອນ) ສາມາດ ກ່າວຕັກເຕືອນ, ຖາມເຖິງຂໍ້ສົງໄສ ຂປລ: ການອະນຸຮັກວັດທະນະ ທໍາຜ້າຂຽນທຽນຫລືຜ້າແຕ້ມທຽນ ເປັນໜຶ່ງໃນຫັດຖະກໍາທີ່ມີເອກະລັກ ໂດດເດັ່ນຂອງຊົນເຜົ່າມົ້ງ ທີ່ໄດ້ຮັບ ການຖ່າຍທອດພູມປັນຍາຈາກລຸ້ນ ປູ່ຍ່າຕາຍາຍສືບຕໍ່ກັນມາຈົນຮອດ ລຸ້ນຄົນປັດຈຸບັນ. ນອກຈາກເປັນມໍ ລະດົກທາງວັດທະນະທຳແລ້ວ, ຜ້າ ຂຽນທຽນ ຍັງສາມາດພັດທະນາ ເປັນສິນຄ້າຫັດຖະກິດທີ່ສ້າງລາຍ ຮັບ, ສ້າງອາຊີບ ແລະ ຍົກລະດັບຊີ ວິດການເປັນຢູ່ຂອງປະຊາຊົນໃຫ້ດີ ຂຶ້ນ. ມື້ນີ້ ຜູ້ຂຽນຈະພາມາຮູ້ຈັກປະ ຫວັດຄວາມເປັນມາແລະການປ່ຽນ ແປງພູມປັນຍານີ້ໃຫ້ເປັນອາຊີບທີ່ ຍືນຍົງຜ່ານຮ້ານ“ສາມເອື້ອຍນ້ອງ ຜ້າຂຽນທຽນ ຊົນເຜົ່າ”. ທ່ານນາງ ນາລີ ເຕັ່ງ ບ້ານຕານ ມີໄຊ, ເມືອງໄຊທານີ, ນະຄອນ ຫລວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ ນັກຂ່າວທີ່ສູນການຄ້າລາວ-ໄອເຕັກ ວ່າ:ທີ່ມາຂອງການເປີດຮ້ານ“ສາມ ເອື້ອຍນ້ອງຂຽນທຽນຊົນເຜົ່າ” ຍ້ອນວ່າຕັ້ງແຕ່ດັ້ງເດີມແມ່ນເຮັດ ຕາມປະເພນີ ທີ່ປູ່ຍ່າຕາຍາຍ ແລະ ພໍ່ແມ່ພາເຮັດສືບໆກັນມາ. ໃນໄລຍະ ທໍາອິດຄອບຄົວເຮັດຜ້າຂຽນທຽນ ເພື່ອນຳໃຊ້ເອງ, ແຕ່ເມື່ອມີຜູ້ຄົນພົບ ເຫັນ ແລະ ເກີດຄວາມສົນໃຈ-ຖາມ ຊື້, ຈຶ່ງມີແນວຄວາມຄິດຕໍ່ຍອດ ການຜະລິດເພື່ອຈຳໜ່າຍຄືຈະເປັນ ຜົນທີ່ດີ. ຈາກຈຸດເລີ່ມຕົ້ນອັນນ້ອຍໆ ການຜະລິດກໍຄ່ອຍໆຂະຫຍາຍໂຕ ຂຶ້ນເລື້ອຍໆ ໂດຍອາໄສຄວາມຮັກ, ຄວາມມຸ່ງໝັ້ນ ແລະ ການຮ່ວມມື ຂອງ 3 ເອື້ອຍນ້ອງ ຕໍ່ວຽກງານຫັດ ຖະກໍານີ້. ຮ້ານສາມເອື້ອຍນ້ອງ ຄໍາວ່າ “ຂຽນທຽນ” ແມ່ນການໃຊ້ທຽນຂີ້ ເຜີ້ງ ມາແຕ້ມເປັນລວດລາຍຕ່າງໆ ຕາມທີ່ຕ້ອງການຂອງເຈົ້າຮ້ານ ເອງ ຫລື ຕາມທີ່ລູກຄ້າມັກ ເຊັ່ນ: ລາຍກົ້ນຫອຍ ຫລື ລາຍພື້ນເມືອງ ຕ່າງໆ ລົງເທິງຜ້າ, ຫລັງຈາກແຕ້ມ ແລ້ວ ກໍນໍາຜ້າໄປຍ້ອມສີ ແລ້ວນໍາ ໄປຕົ້ມເພື່ອໃຫ້ທຽນລະລາຍອອກ ເຮັດໃຫ້ເກີດເປັນລວດລາຍອັນເປັນ ເອກະລັກ ກ່ອນຈະນຳໄປຕົກແຕ່ງ ດ້ວຍການປັກ ຫລື ແສ່ວຕື່ມ ໃຫ້ມີ ຄວາມສວຍງາມ ແລະ ໂດດເດັ່ນ ຫລາຍຂຶ້ນ. ປັດຈຸບັນ ຮ້ານ 3 ເອື້ືອຍ ນ້ອງມີຜະລິດຕະພັນຫລາກຫລາຍ ເຊັ່ນ: ເສື້ອຜ້າຊຸດຊົນເຜົ່າ (ຍິງຊາຍ), ກະໂປ່ງ, ກະເປົາ ແລະ ຜ້າ ຂຽນທຽນເປັນມ້ວນ. ພ້ອມນີ້ທັງ ຮ້ານຍັງໄດ້ຮັກສາລວດລາຍເດີມ ໄວ້ ແລະ ບາງສ່ວນກໍອອກແບບ ໃໝ່ໃຫ້ທັນກັບຍຸກສະໄໝ ເໝາະກັບ ການນໍາໃຊ້ໃນຊີວິດປະຈໍາວັນ. ທ່ານນາງ ນາລີ ກ່າວຕື່ມວ່າ: ການເຮັດຜ້າຂຽນທຽນບໍ່ພຽງແຕ່ ຊ່ວຍອະນຸລັກສືບທອດພູມປັນຍາ ຂອງຊົນເຜົ່າເທົ່ານັ້ນ, ແຕ່ຍັງສາ ມາດສ້າງລາຍຮັບໃຫ້ປະຊາຊົນ ໃນຊຸມຊົນອີກດ້ວຍ. ປັດຈຸບັນທາງ ຮ້ານພວກເຮົາມີຖານການຜະລິດຢູ່ ແຂວງຫົວພັນ ໂດຍສະເພາະເມືອງ ຊໍາເໜືອ ບ້ານຫາດເມືອງ ແລະ ເມືອງຊົບເບົາ, ໃນແຕ່ລະເດືອນສາ ມາດຜະລິດ ແລະ ສົ່ງອອກຜ້າ ປະ ມານ 1.000 ກວ່າຜືນ ໂດຍມີຊາວ ບ້ານ ແລະ ແຮງງານໃນຊຸມຊົນປະ ມານ 30-40 ຄົນ ເຂົ້າມາມີສ່ວນ ຮ່ວມໃນຂັ້ນຕອນການແຕ້ມ, ຍ້ອມ ແລະປັກຜ້າ.ນີ້ຖືວ່າຫັດຖະກໍາແຕ້ມ, ຫຍິບ, ປັກ, ຖັກ, ແສ່ວ ທີ່ກາຍເປັນ ການສ້າງອາຊີບ ແລະ ປັບປຸງຊີວິດ ຄວາມເປັນຢູ່ຂອງຊາວບ້ານໃຫ້ດີ ຂຶ້ນ. ແນວໃດກໍຕາມ, ສິນຄ້າຂອງ ຮ້ານເຮົານອກຈາກຈໍາໜ່າຍພາຍ ໃນປະເທດແລ້ວ ຍັງສົ່ງອອກໄປ ປະເທດໄທ ແລະ ອາເມລິກາ. ສ່ວນ ລາຄາຂາຍຜະລິດຕະພັນພາຍໃນ ຮ້ານແມ່ນມີຄວາມແຕກຕ່າງກັນ ຕາມປະເພດ, ຂະໜາດ ແລະ ລວດ ລາຍຄວາມຢາກຄວາມງ່າຍ ຊຶ່ງລາ ຄາເລີ່ມຕົ້ນແມ່ນ 130.000 ກີບ ຂຶ້ນໄປ. ຖ້າຫາກວ່າ ທ່ານໃດສົນໃຈ ສາມາດຕິດຕໍ່ໄດ້ທີ່ເບີ 020 2861 3428 ຫລື ເຂົ້າໄປຢ້ຽມຊົມໄດ້ທີ່ ໜ້າຮ້ານ ບ້ານຕານມີໄຊ, ເມືອງໄຊ ທານີ, ນະຄອນຫລວງວຽງຈັນ. ແລະ ຊີ້ບອກຂໍ້ບົກຜ່ອງ ດ້ວຍຈິດທີ່ ປາຖະໜາດີ ເຊິ່ງກັນ ແລະ ກັນໄດ້ ໂດຍຄວາມສະເໝີພາບ ເພື່ອໃຫ້ພະ ພິກຂຸຮູ້ຂໍ້ບົກຜ່ອງຂອງຕົນ ແລະ ນໍາ ໄປແກ້ໄຂ, ປັບປຸງຕົວໃຫ້ດີຍິ່ງຂຶ້ນ ໄປ ແລະ ໃນພະໄຕຣປີດົກກ່າວໄວ້ ວ່າ: ມື້ອອກພັນສາ ຂຶ້ນ 15 ຄໍ່າ ເດືອນ 11 ນີ້ ເປັນວັນທີ່ພະສໍາມາ ສໍາພຸດທະເຈົ້າ ສະເດັດລົງມາຈາກ ສະຫວັນຊັ້ນຕາວະຕິງ ສູ່ໂລກມະ ນຸດ ຫລັງຈາກທີ່ພະອົງໄດ້ໄປຈໍາ ພັນສາເປັນເວລາ 3 ເດືອນ ເພື່ອເທ ສະນາໂປດພຸດທະມານດາ ທີ່ຢູ່ສະ ຫວັນຊັ້ນດຸສິດ ແຕ່ລົງມາຟັງທໍາທີ່ ສະຫວັນຊັ້ນຕາວະຕິງ ແລະ ໃນວັນ ນີ້ເອງ ທີ່ເຮົາເອີ້ນອີກຢ່າງໜຶ່ງວ່າ: ວັນພະພຸດທະເຈົ້າເປີດໂລກ ເນື່ອງ ຈາກຂະນະທີ່ພະພຸດທະອົງ ສະເດັດ ລົງຈາກສະຫວັນ ມາສູ່ໂລກມະນຸດ ດ້ວຍຄັນໄດທິບທີ່ພະອິນເນຣະມິດ ຖວາຍບູຊາສະເດັດຈາກສະຫວັນ ຊັ້ນຕາວະຕິງ ລົງສູ່ປະຕູເມືອງ ສັງ ກັດສະນະດອນ ຊຶ່ງມີພຸດທະສາສະ ນິກະຊົນມາລໍຕ້ອນຮັບ ແລະ ຖວາຍ ບິນທະບາດ ທີ່ເຮົາເອີ້ນວ່າ: ການ ຕັກບາດເທໂວ (ເທໂວໂຣຫະນະ) ຢ່າງຫລວງຫລາຍ ແລະ ໃນວັນຂຶ້ນ 15 ຄໍ່າ ເດືອນ 11 ຫາ ວັນແຮມ 1 ຄໍ່າ ເດືອນ 11 ເປັນວັນທີ່ໂລກທັງ ສາມຄື: ໂລກສະຫວັນ, ໂລກມະນຸດ ແລະ ໂລກນະຮົກ ຕ່າງກໍສາມາດ ເຫັນກັນໄດ້. ຕາມປະເພນີລາວ ແຕ່ເກົ່າແລ້ວ ເວລາໃກ້ຈະຮອດ ວັນບຸນອອກພັນ ສາ ຊາວບ້ານໄດ້ກະກຽມ ເຮັດໝາກ ກະໂພກ ແລະ ບັ້ງໄຟດອກ ໂດຍນຳ ໃຊ້ຂີ້ໝື້, ຂີ້ເຈຍມາຕຳ ປະສົມກັນໃຫ້ ເປັນເຊື້ອເພີງແລະນຳມາຫໍ່ດ້ວຍໃບ ລານແຫ້ງ, ພໍຕົກຄ່ຳມາຂອງມື້ ເພັງ ຊາວບ້ານ ກໍພາກັນມາເຕົ້າໂຮມກັນ ຢູ່ວັດ ເພື່ອພ້ອມກັນສ້າງເຮືອໄຟ ໂຄກ, ວຽນທຽນ, ຈູດໝາກກະໂພກ, ຈູດບັ້ງໄຟດອກ ແລະ ໄຕ້ໄຟບູຊາຄຸນ ພະພຸດພະທຳ ແລະ ພະສົງ. ນອກ ຈາກນັ້ນ ແຕ່ລະຄອບຄົວຍັງໄດ້ ສ້າງເຮືອໄຟໂຄກ ຢູ່ທີ່ເຮືອນຂອງ ໃຜລາວ ເພື່ອບູຊາຄຸນພະພຸດພະທຳ ແລະ ພະສົງ. ອີກຢ່າງໜຶ່ງທີ່ຊາວ ບ້ານໄດ້ກະກຽມ ແມ່ນເຮືອໄຟນ້ຳ ຊຶ່ງປົກກະຕິແມ່ນສ້າງຂຶ້ນໃນຕອນ ບ່າຍຂອງມື້ເພັງເອງ. ບາງບ້ານກໍ ເຮັດແບບງ່າຍດາຍຈາກທ່ອນກ້ວຍ ເປັນຕົ້ນຕໍ ເສີມດ້ວຍແຜ່ນໄມ້ນ້ອຍໆ ເປັນຮູບຍາວຄ້າຍຮູບເຮືອ ຊຶ່ງເພິ່ນ ເອົາມັດຢອງໃສ່ແພທ່ອນກ້ວຍ. ຈາກນັ້ນເພິ່ນເອົາ ຕົ້ນກາລະພຶກ ຕັ້ງ ໄວ້ຢູ່ເທິງກາງ ຂອງແຜ່ນໄມ້ແລ້ວ ຈຶ່ງໄຕ້ກະບອງລຽນໃສ່ເຮືອໄຟ ເພື່ອ ໃຫ້ແນມເຫັນແສງໄຟ ໃນຄືນວັນ ເພັງ ແລະ ແລ້ວຊາວບ້ານກໍ ພ້ອມ ກັນອະທິຖານ ຕ່າງໆນາໆເຊັ່ນວ່າ: ຂໍໃຫ້ຊີວິດມີຄວາມສຸກ, ປັດສະຈາກ ໂລກ ໄພໄຂ້ເຈັບ, ປະສົບຜົນສຳເລັດ ໃນໜ້າທີ່ການງານ ແລະ ອື່ນໆ ແລ້ວ ກໍປ່ອຍເຮືອໄຟ ອອກສູ່ແລວນ້ຳ ເພິ່ນ ເອີ້ນວ່າ: “ການໄຫລເຮືອໄຟ”. ອີກ ບາງບ້ານ ກໍເຮັດດ້ວຍໄມ້ໃຜ່ມັດເຂົ້າ ກັນເປັນຮູບຊົງເຮືອໃຫຍ່ ມີການກະ ກຽມຫລາຍວັນ. ຢູ່ຕາມລຳນ້ຳຖ້າ ວ່າຜູ້ໃດຫາກລັດເອົາເຮືອໄຟດັ່ງ ກ່າວໄດ້ຕົ້ນກາລະພຶກກໍຈະເປັນຂອງ ຜູ້ນັ້ນ ຊຶ່ງເປັນຜູ້ມີໂຊກໄຊ ເຫລືອ ຫລາຍ, ມີຄວາມເຊື່ອວ່າຄອບຄົວ ຂອງ ຜູ້ນັ້ນຈະມີຊີວິດ ທີ່ປາສະຈາກ ໂລກໄພໄຂ້ເຈັບ. ແນວໃດກໍຕາມ, ມື້ຂຶ້ນ 15 ຄໍ່າ ເດືອນ 11 ລາວ ໂດຍມີພິທີການສະ ເຫລີມສະຫລອງບຸນອອກພັນສາ ປະວໍລະນາ ແລະ ໄຫລເຮືອໄຟ ຊຶ່ງ ຖືເປັນປາງບຸນໃຫຍ່ ແລະ ສຳຄັນ ຂອງພຸດທະສາສະໜາ ທີ່ຕິດພັນ ກັບວັດທະນະທຳ ແລະ ຮີດຄອງປະ ເພນີອັນດີງາມຂອງຊາດລາວເຮົາ, ມື້ອອກພັນສາຄືວັນສິ້ນສຸດໄລຍະ ການຈຳພັນສາຂອງພະສົງສໍາມະ ເນນເປັນເວລາ 3 ເດືອນ ທີ່ຜ່ານມາ ຄືນັບແຕ່ມື້ຂຶ້ນ 15 ຄໍ່າເດືອນແປດ ຈົນເຖິງມື້ຂຶ້ນ 15 ຄໍ່າເດືອນສິບເອັດ ໃນມື້ບຸນອອກພັນສາມີຫລາຍພິທີ ກຳທີ່ສຳຄັນເປັນຕົ້ນແມ່ນ ໄປເຮັດ ບຸນໃສ່ບາດ, ຖວາຍສັງຄະທານ ແລະ ເຮັດພາເຂົ້າໄປວັດ ເພື່ອອຸທິດ ສ່ວນກຸສົນໄປໃຫ້ເຈົ້າກຳນາຍເວນ ແລະ ຍາດພີ່ນ້ອງຜູ້ທີ່ລ່ວງລັບໄປ ແລ້ວ ພ້ອມທັງມີການເຂົ້າວັດປະຕິ ບັດທຳຟັງທຳມະເທສະໜາ. ນອກ ຈາກນີ້, ຢູ່ຕາມວັດວາອາຮາມກໍມີ ການປະດັບປະດາດ້ວຍໂຄມໄຟ, ເຮືອໄຟໂຄກຈູດບັ້ງໄຟດອກ ແລະ ໄຫລເຮືອໄຟໃນຍາມຄ່ຳຄືນຢູ່ຕາມ ແມ່ນ້ຳລຳເຊ ແລະ ອື່ນໆ .

RkJQdWJsaXNoZXIy MTc3MTYxMQ==