20/10/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ z6h cmolt,k7q ,,y f8trk[xt-k-q oc0;'15 ooko da [8j k'xtgmf lx 9u o 1h P,1k, lxx ]k; gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຂປລ. ໂດຍຕອບສະໜອງຕາມ ຄຳເຊີນຂອງສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ, ຄະນະຜູ້ ແທນສະມາຄົມມິດຕະພາບປະຊາ ຊົນແຂວງຢຸນນານ ກັບຕ່າງປະເທດ ສປ ຈີນ ນຳໂດຍສະຫາຍ ນາງ Yang Sheng ທີ່ປຶກສາລະດັບ 2 ຂອງສະມາຄົມມິດຕະພາບປະຊາ ຊົນແຂວງຢຸນນານ ກັບຕ່າງປະເທດ ສປ ຈີນ ໄດ້ມາຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ. ຄະນະຜູ້ແທນໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໄຊຊະນະ ສິດທິພອນ ຮອງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ ທັງເປັນເລຂາທິການສະມາຄົມ ມິດຕະພາບ ລາວ-ຈີນ ຂັ້ນສູນກາງ. ໂອກາດນີ້ ສະຫາຍ ໄຊຊະນະ ສິດທິພອນ ໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາ ສູງຕໍ່ການມາຢ້ຽມຢາມ ແລະ ເຮັດ ວຽກຂອງຄະນະຜູ້ແທນສະມາຄົມ ມິດຕະພາບປະຊາຊົນແຂວງຢຸນ ນານກັບຕ່າງປະເທດ ຖືເປັນການ ປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດ ຕະພາບ ແລະ ການຮ່ວມມືແບບຄູ່ ຮ່ວມຍຸດທະສາດ, ຮອບດ້ານ, ໝັ້ນ ຄົງຍາວນານຕາມທິດ 4 ດີ ແລະ ການສ້າງເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ໝັ້ນຄົງໜຽວແໜ້ນ ໃນທຸກສະພາບການຂອງຍຸກໃໝ່ ໃຫ້ໄດ້ຮັບການເພີ່ມພູນຄູນສ້າງ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ. ນອກນີ້, ສະຫາຍຍັງໄດ້ສະເໜີໃຫ້ ໃຫ້ສອງຝ່າຍສ້າງກົນໄກການພົວ ພັນຮ່ວມມືໃຫ້ເປັນຮູບປະທໍາຫລາຍ ກວ່າເກົ່າເຊັ່ນ: ຊຸກຍູ້ໃຫ້ປະຊາຊົນ, ນັກທຸລະກິດ, ບັນດາຂະແໜງການ ຕ່າງໆຂອງລາວ ແລະ ແຂວງຢຸນ ໜານມີການຮ່ວມມື ແລະ ແລກ ປ່ຽນດ້ານການສຶກສາ, ສາທາລະ ນະສຸກ, ສິລະປະວັດທະນະທໍາ, ການທ່ອງທ່ຽວ ແລະ ດ້ານອື່ນໆ ໃຫ້ມີການຮ່ວມມືຫລາຍຂຶ້ນ, ພິເສດ ແມ່ນປະຊາຊົນໃນເຂດຊາຍແດນ ລາວ-ຈີນ ມີການໄປມາຫາສູ່ກັນ, ພົບປະປຶກສາຫາລືແລກປ່ຽນຢ້ຽມ ຢາມ, ຈັດກິດຈະກຳຮ່ວມກັນ ແລະ ໃຫ້ການສະໜັບສະໜູນຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນວັນສໍາຄັນ ຕ່າງໆຂອງພັກຂອງຊາດຂອງລາວ ແລະ ຈີນ ເພື່ອປະກອບສ່ວນສ້າງ ຊາຍແດນແຫ່ງສັນຕິພາບ, ມິດຕະ ພາບ ແລະ ການຮ່ວມມືເພື່ອການ ພັດທະນາ. ສະຫາຍ ນາງ Yang Sheng ໄດ້ສະແດງຄວາມຂອບໃຈຢ່າງ ຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້ຊາບກ່ຽວກັບຈຸດ ປະສົງຂອງການຢ້ຽມຢາມ ໂດຍສະ ເພາະແມ່ນວຽກງານການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະມາ ຄົມມິດຕະພາບປະຊາຊົນແຂວງຢຸນ ນານ ກັບຕ່າງປະເທດ ໃຫ້ຊາບ ແລະ ຢືນຢັນວ່າສະມາຄົມມິດຕະພາບ ປະຊາຊົນແຂວງຢຸນນານກັບຕ່າງ ປະເທດ ຈະສືບຕໍ່ເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມື ກັບສະມາຄົມມິດຕະພາບ ລາວ-ຈີນ ເພື່ອເຮັດບົດບາດເປັນຂົວຕໍ່ທີ່ດີຊຸກ ຍູ້ການພົວພັນຮ່ວມມືຂອງບັນດາ ຂະແໜງການທີ່ສອງປະເທດເຄີຍ ປະຕິບັດຮ່ວມກັນ ແລະ ເຫັນດີເປັນ ເອກະພາບຕາມກົນໄກການຮ່ວມມື ທີ່ສະຫາຍຮອງປະທານສະມາຄົມ ມິດຕະພາບ ລາວ-ຈີນ ຂັ້ນສູນກາງ ໄດ້ຍົກຂຶ້ນ. ສະພາແຫ່ງຊາດ...່ ຄະນະຜູ້ແທນກະຊວງສາທາ...ູ້ ຝຶກອົບຮົມການເປັນຄູຝຶກ...ຶົົັູຶ ສ້າງຄວາມຮັບຮູ້ກ່ຽວກັບ...້ັູ້່ັ ຂປລ. ໃນວາລະດຳເນີນກອງ ປະຊຸມສະໄໝມັນເທື່ອທີ 2 ຂອງສະ ພາແຫ່ງຊາດ ຊຸດທີ X, ໃນອາທິດ ຜ່ານມາ, ພາຍໃຕ້ການເປັນປະທານ ຂອງທ່ານ ວິໄລວົງ ບຸດດາຄຳ ຮອງ ປະທານສະພາແຫ່ງຊາດ, ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະ ຊວງໂຍທາທິການ ແລະ ຂົນສົ່ງ ໄດ້ນຳສະເໜີຮ່າງກົດໝາຍວ່າດ້ວຍ ການຈະລາຈອນທາງບົກ (ສະບັບ ປັບປຸງ) ເພື່ອໃຫ້ສະມາຊິກສະພາ ແຫ່ງຊາດ ສຸມໃສ່ປະກອບຄຳຄິດ ຄຳເຫັນໃຫ້ມີເນື້ອໃນກະທັດຮັດ, ຄົບ ຖ້ວນ, ສົມບູນ ເພື່ອກ້າວໄປສູ່ການ ຮັບຮອງ ແລະ ປະກາດໃຊ້. ໂອກາດນີ້, ທ່ານ ເຫລັກໄຫລ ສີວິໄລ ໄດ້ຍົກໃຫ້ເຫັນສະພາບລວມ ການຈັດຕັ້ງປະຕິບັດກົດໝາຍວ່າ ດ້ວຍການຈະລາຈອນທາງບົກ ສະບັບປີ 2012 ຊຶ່ງໄລຍະຜ່ານມາ ຂປລ. ໃນອາທິດຜ່ານມາ, ທີ່ ນະຄອນຫລວງປັກກິ່ງ ສປ ຈີນ, ທ່ານ ວັນນະໄຊ ຊາດຕະກຸນ ຮອງ ລັດຖະມົນຕີກະຊວງສາທາລະນະ ສຸກ ພ້ອມຄະນະໄດ້ເຂົ້າຮ່ວມກອງ ປະຊຸມການແພດພື້ນເມືອງໂລກ ປີ 2026 . (The Wo r l d Conference on Traditional Medicine 2026), ມີຜູ້ຕາງໜ້າ ການນໍາກະຊວງສາທາລະນະສຸກ, ອົງການຈັດຕັ້ງສາກົນ, ສະຖາບັນ ການສຶກສາ, ສະຖາບັນຄົ້ນຄວ້າ, ຊ່ຽວຊານ, ນັກຄົ້ນຄວ້າ ແລະ ພາກ ສ່ວນທຸລະກິດຈາກທົ່ວໂລກເຂົ້າຮ່ວມ. ກອງປະຊຸມການແພດພື້ນເມືອງ ໂລກ ຄັ້ງນີ້ໄດ້ກຳນົດຫົວຂໍ້ “ການ ສ້າງຄວາມເຂັ້ມແຂງດ້ານເຕັກໂນ ໂລຊີ ແລະ ການພັດທະນາແບບປະ ສົມປະສານຂອງການແພດ-ການ ຢາພື້ນເມືອງສໍາລັບທຸກຄົນ” ຊຶ່ງ ມີຈຸດປະສົງ ເພື່ອເປັນເວທີການ ແລກປ່ຽນບົດຮຽນຂອງແຕ່ລະ ປະເທດ, ການຈັດຕັ້ງປະຕິບັດຍຸດ ກຳມະການສູນກາງພັກ, ຮອງປະ ທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການ ສໍ້ລາດບັງຫລວງສູນກາງ ໄດ້ກ່າວ ວ່າ: ຊຸດຝຶກອົບຮົມການເປັນຄູຝຶກ ດ້ານວຽກງານກວດກາໃນຄັ້ງນີ້ ແມ່ນເພື່ອຮຽນຮູ້, ທົບທວນກ່ຽວ ກັບວຽກງານສ້າງຄວາມອາດສາ ມາດການເປັນຄູຝຶກທີ່ດີໃນການ ເປັນຄູຝຶກ, ຮູ້ຈັກເກັບກໍາ, ປະເມີນ ຜົນ, ບົດບາດຂອງວິທະຍາກອນ, ຫລັກການໃນການເວົ້າ, ບັນລະຍາຍ ຂອງວິທະຍາກອນ, ການສ້າງ ຄວາມເຊື່ອໝັ້ນ, ການສົນທະນາ, ການຕໍານິຕິຊົມທີ່ມີຄຸນນະພາບ, ການວາງແຜນ, ນໍາສະເໜີບົດຮຽນ ຂອງວຽກງານກວດກາ ແລະ ຕ້ານ ການສໍ້ລາດບັງຫລວງ, ພ້ອມທັງ ລົງເລິກປະຕິບັດຕົວຈິງ ໃຫ້ມີຄວາມ ເຂັ້ມແຂງ ແລະ ກວ້າງຂວາງໃນ ທຸກຂົງເຂດວຽກງານ. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ສຳມະນາກອນ ໂດຍການສະໜັບສະໜູນຂອງ HELVETAS Lao ຈັດກອງປະ ຊຸມແນະນໍາໂຄງການ ແລະ ຝືກອົບ ຮົມສ້າງຄວາມຮັບຮູ້ກ່ຽວກັບການ ປ່ຽນແປງດິນຟ້າອາກາດພາຍໃຕ້ ໂຄງການສົ່ງເສີມການຫລຸດຜ່ອນ ແລະ ປັບຕົວຕໍ່ການປ່ຽນແປງດິນຟ້າ ອາກາດໃນອາທິດຜ່ານມາ ຢູ່ເມືອງ ສັງທອງ ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນມາກ ສີຫາລາດ ຮອງປະ ທານຄະນະກຳມະການປົກຄອງ ເມືອງສັງທອງ, ທ່ານ ນາງ ນວນຈັນ ສາວຈັນທະລາ ປະທານສະມາຄົມ ພັດທະນາກະສິກຳ ແລະ ຊ່ວຍເຫລືອ ສັງຄົມ, ທ່ານ ແສງເພັດ ວັນນະວົງ ປະທານສະມາຄົມພັດທະນາຊຸມຊົນ ແລະ ສິ່ງແວດລ້ອມ, ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອ ສ້າງຄວາມຮັບຮູ້, ແລກປ່ຽນບົດ ຮຽນກ່ຽວກັບຜົນກະທົບ ແລະ ສາ ວຽກງານການຈະລາຈອນທາງ ບົກແມ່ນໜຶ່ງໃນວຽກງານທີ່ພັກລັດ ໄດ້ເອົາໃຈໃສ່ໃນການອໍານວຍ ຄວາມສະດວກ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃຫ້ແກ່ປະຊາຊົນທີ່ນຳໃຊ້ຍານພາ ຫະນະທາງບົກຕາມທາງຫລວງ, ທັງເປັນການກະຕຸກຊຸກຍູ້ໃຫ້ແກ່ ການປະກອບສ່ວນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມແຫ່ງ ຊາດ. ເຖິງຢ່າງໃດກໍຕາມ, ຜ່ານ ການຈັດຕັ້ງປະຕິບັດ ແລະ ຄຸ້ມຄອງ ວຽກງານຈະລາຈອນທາງບົກໃນ ໄລຍະຜ່ານມາ ເຫັນວ່າຍັງມີຄວາມ ຈໍາເປັນທີ່ຈະຕ້ອງໄດ້ປັບປຸງກົດໝາຍ ສະບັບດັ່ງກ່າວ ໂດຍສະເພາະດ້ານ ເຄື່ອງມືໃນການຄຸ້ມຄອງເຊັ່ນ: ກົດ ໝາຍ ແລະ ນິຕິກໍາໄຕ້ກົດໝາຍໃນ ປັດຈຸບັນຍັງບໍ່ທັນຄົບຖ້ວນ, ບາງ ເນື້ອໃນຍັງບໍ່ທັນຖືກຕ້ອງ ແລະ ສອດ ຄ່ອງກັບສະພາບການພັດທະນາ ເສດຖະກິດ-ສັງຄົມ ໃນປັດຈຸບັນ ໂດຍສະເພາະວຽກງານຈະລາຈອນ ທາງບົກທີ່ມີການຂະຫຍາຍຕົວຢ່າງ ວ່ອງໄວ; ຍັງບໍ່ທັນມີລະບົບຖານຂໍ້ ມູນລວມສູນ ຊຶ່ງເຮັດໃຫ້ການເກັບ ກຳສະຖິຕິ, ການຕິດຕາມກ່ຽວກັບ ວຽກງານຈະລາຈອນທາງບົກຍັງ ມີຄວາມຫຍຸ້ງຍາກ; ການປະສານ ງານ ແລະ ການແບ່ງຄວາມຮັບຜິດ ຊອບລະຫວ່າງສູນກາງ ແລະ ທ້ອງ ຖິ່ນຍັງມີລັກສະນະຊໍ້າຊ້ອນ ແລະ ບໍ່ ທັນມີປະສິດທິພາບເທົ່າທີ່ຄວນ. ຮ່າງກົດໝາຍວ່າດ້ວຍການຈະ ລາຈອນທາງບົກ ສະບັບປັບປຸງ ປະກອບມີ 12 ພາກ, 11 ໝວດ ແລະ 100 ມາດຕາ (ສ້າງໃໝ່ 31 ມາດຕາ ແລະ ປັບປຸງມີ 69 ມາດ ຕາ). ຖ້າກົດໝາຍສະບັບນີ້, ຖືກ ຮັບຮອງ ແລະ ປະກາດໃຊ້ຈະເປັນ ເຄື່ອງມືສຳຄັນໃນການຈັດຕັ້ງຜັນ ຂະຫຍາຍຍຸດທະສາດແຫ່ງຊາດ ດ້ານຄວາມປອດໄພທາງຫລວງໄລ ຍະປີ 2021-2030, ສອດຄ່ອງກັບ ກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງ, ສະພາບການຂະຫຍາຍຕົວທາງ ດ້ານເສດຖະກິດ-ສັງຄົມ, ສາມາດ ຍົກລະດັບການຄຸ້ມຄອງການຈະລາ ຈອນທາງບົກໃຫ້ມີຄວາມສະດວກ, ໂລ່ງລ່ຽນ, ປອດໄພ ແລະ ເປັນລະ ບຽບຮຽບຮ້ອຍ, ເຮັດໃຫ້ຜູ້ນຳໃຊ້ ລົດ, ນຳໃຊ້ທາງຫລວງປະຕິບັດ ຖືກຕ້ອງຕາມກົດຈະລາຈອນທາງ ບົກ; ເປັນບ່ອນອີງໃນການຈັດຕັ້ງ ປະຕິບັດຂອງເຈົ້າໜ້າທີ່ຄຸ້ມຄອງ ການຈະລາຈອນທາງບົກແນໃສ່ ຫລຸດຜ່ອນອຸບັດເຫດ, ຄວາມແອ ອັດໃນການສັນຈອນ, ປົກປ້ອງຊີ ວິດ, ຊັບສິນຂອງບຸກຄົນ, ຊັບສິນ ສາທາລະນະ, ແກ້ໄຂຄະດີຕ່າງໆ ກ່ຽວກັບການຈະລາຈອນທາງບົກ ທີ່ເກີດຂຶ້ນ, ຮັບປະກັນການເຊື່ອມ ໂຍງ-ເຊື່ອມຈອດກັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ, ທັງເປັນການ ປະກອບສ່ວນເຂົ້າໃນການສ້າງ ລັດ ແຫ່ງ ສປປ ລາວ ໃຫ້ເປັນລັດ ທີ່ປົກຄອງດ້ວຍກົດໝາຍເທື່ອລະ ກ້າວ; ດຶງດູດການຮ່ວມມືດ້ານວິຊາ ການ, ການຊ່ວຍເຫລືອຈາກຕ່າງ ປະເທດ, ອົງການຈັດຕັ້ງສາກົນແລະ ຄູ່ຮ່ວມພັດທະນາເຂົ້າໃນວຽກງານ ການຈະລາຈອນທາງບົກໃຫ້ຫລາຍ ຂຶ້ນ; ເຮັດໃຫ້ການແບ່ງຂັ້ນຄຸ້ມຄອງ ແລະ ແບ່ງຄວາມຮັບຜິດຊອບລະ ຫວ່າງສູນກາງ ແລະ ທ້ອງຖິ່ນ ມີ ຄວາມເປັນເອກະພາບໃນການຈັດ ຕັ້ງປະຕິບັດໃນຂອບເຂດທົ່ວປະ ເທດ; ສ້າງວຽກເຮັດງານທຳ ແລະ ຍົກລະດັບຄຸນນະພາບຊີວິດຂອງ ປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ; ສ້າງຄວາມເຊື່ອໝັ້ນໃຫ້ແກ່ພາກ ທຸລະກິດ, ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ, ອົງການຈັດຕັ້ງ ສາກົນ ແລະ ຄູ່ຮ່ວມພັດທະນາຕໍ່ ວຽກງານການຈະລາຈອນທາງບົກ ໃນ ສປປ ລາວ. ຂ່າວ: ກິດຕາ; ພາບ: ເກດສະໜາ ເຊີດຊູຄວາມຮັບຜິດຊອບຂອງຕົນ, ສຸມສະຕິປັນຍາ, ມີສ່ວນຮ່ວມຄົ້ນ ຄວ້າ, ຮ່ຳຮຽນ ແລະ ແລກປ່ຽນ ຄຳຄິດຄຳເຫັນຢ່າງກົງໄປກົງມາ ເຄົາລົບຄູອາຈານ ເພື່ອສາມາດນຳ ເອົາບົດຮຽນດັ່ງກ່າວນັ້ນໄປຈັດ ຕັ້ງປະຕິບັດ ແລະ ໝູນໃຊ້ເຂົ້າໃນ ວຽກງານຢ່າງແທ້ຈິງ. ຊຸດຝຶກອົບຮົມໃນຄັ້ງນີ້, ຈະໄດ້ ດຳເນີນໄປເປັນເວລາ 5 ວັນ ໂດຍ ມີວິທະຍາກອນຈາກສະຖາບັນຄົ້ນ ຄວ້າວຽກງານຈັດຕັ້ງ ແລະ ການ ປົກຄອງຄະນະຈັດຕັ້ງສູນກາງພັກ, ອົງການກວດກາແຫ່ງລັດ ແລະ ອົງ ການອ໋ອກສ໌ຟາມ ໂດຍມີຫລາຍ ຫົວຂໍ້ທີ່ສຳຄັນຄື: ການຮ່າງແຜນ ແລະ ຫົວຂໍ້ການຝຶກອົບຮົມສ້າງ ຄວາມອາດສາມາດວຽກງານກວດ ກາ ແລະ ຕ້ານການສໍ້ລາດບັງ ຫລວງ; ຂັ້ນຕອນ, ວິທີການ, ສອບ ຖາມປະເມີນຜົນ ແລະ ເກັບກໍາ ຂໍ້ມູນ; ບົດບາດຂອງວິທະຍາກອນ; ຫລັກການເວົ້າຂອງວິທະຍາກອນ; ການສ້າງຄວາມເຊື່ອໝັ້ນສໍາລັບ ວິທະຍາກອນ; ການຕໍານິຕິຊົມຢ່າງ ມີປະສິດທິພາບ; ການວາງແຜນ ການສອນ ແລະ ການຝຶກອົບຮົມ. ເຫດຂອງການປ່ຽນແປງດິນຟ້າອາ ກາດໃນທ້ອງຖິ່ນຂອງພວກເຮົາ, ປຶກສາຫາລື ແລະ ຮັບຟັງຄຳຄິດ ເຫັນຈາກຊຸມຊົນ ເພື່ອອອກແບບ ແນວທາງການອະນຸລັກປ່າໄມ້ ແລະ ຊັບພະຍາກອນທຳມະຊາດ ໂດຍໃຫ້ ຊຸມຊົນເປັນໃຈກາງ ແລະ ເປັນເຈົ້າ ຂອງໂຄງການຢ່າງແທ້ຈິງ; ກຳນົດ ແຜນຈັດຕັ້ງປະຕິບັດບຸລິມະສິດ ແລະ ມາດຕະການປັບຕົວທີ່ສອດຄ່ອງກັບ ສະພາບຕົວຈິງຂອງທ້ອງຖິ່ນ. ໂອກາດນີ້, ຄະນະປະທານໄດ້ ມີຄໍາເຫັນຊີ້ນໍາວ່າ: ການອະນຸລັກ ປ່າໄມ້ແລະ ການປັບຕົວຕໍ່ການປ່ຽນ ແປງດິນຟ້າອາກາດທຸກຄົນໃນ ສັງຄົມຕ້ອງເປັນເຈົ້າການໃນການ ຄຸ້ມຄອງ, ປົກປັກຮັກສາ ແລະ ນໍາ ໃຊ້ພະຍາກອນປ່າໄມ້. ພ້ອມນີ້, ໃຫ້ ສືບຕໍ່ໃນການປະສານສົມທົບຈາກ ທຸກພາກສ່ວນ ໂດຍສະເພາະແມ່ນ ອົງການຈັດຕັ້ງຂັ້ນຕ່າງໆ, ອົງການ ປົກຄອງທ້ອງຖິ່ນ ແລະ ຜູ້ໃຫ້ທຶນ ເພື່ອເຮັດໃຫ້ວຽກງານຂອງໂຄງ ການໄດ້ຮັບຜົນສໍາເລັດຕາມລະດັບ ຄາດໝາຍທີ່ວາງໄວ້. ທະສາດການແພດ-ການຢາພື້ນ ເມືອງ ໂດຍຜັນຂະຫຍາຍຕາມຍຸດ ທະສາດຂອງອົງການການອະນາ ໄມໂລກໃນວຽກດັ່ງກ່າວ ແຕ່ປີ 2025-2034 ໂດຍການສົ່ງເສີມ ແລະ ນໍາໃຊ້ຄຸນຄ່າຂອງການແພດການຢາພື້ນເມືອງຢ່າງເຕັມສ່ວນ ແລະ ເຊື່ອມສານການບໍລິການເຂົ້າ ໃນລະບົບສາທາລະນະສຸກແຕ່ລະ ປະເທດ ທັງເປັນການຊຸກຍູ້ທ່າແຮງ ດ້ານການແພດ-ການຢາພື້ນເມືອງ ປະກອບເຂົ້າໃນການປ້ອງກັນ ແລະ ຮັກສາສຸຂະພາບຂອງປະຊາຊົນ ໃນທົ່ວໂລກ ຍົກຄຸນນະພາບຊີວິດ ໃຫ້ດີຂຶ້ນ ເພື່ອບັນລຸຄາດໝາຍການ ພັດທະນາແບບຍືນຍົງຂອງອົງການ ສະຫະປະຊາຊາດໃນປີ 2030. ໂອກາດນີ້, ຄະນະຜູ້ແທນກະ ຊວງສາທາລະນະສຸກ ສປປ ລາວ ໄດ້ມີຄໍາເຫັນແລກປ່ຽນບົດຮຽນ ໃນຫົວຂໍ້: ການເຊື່ອມສານການບໍລິ ການການແພດ-ການຢາພື້ນເມືອງ ເຂົ້າໃນລະບົບການບໍລິການສຸຂະ ພາບຂັ້ນຕົ້ນຢູ່ ສປປ ລາວ. ພ້ອມ ທັງເຂົ້າຮ່ວມການສົນທະນາໂຕະ ມົນຂັ້ນລັດຖະມົນຕີກະຊວງສາທາ ລະນະສຸກ ແລະ ກອງປະຊຸມໂຕະ ມົນ ໜຶ່ງແລວ ໜຶ່ງເສັ້ນທາງ ໃນ ດ້ານວຽກງານການແພດ-ການຢາ ພື້ນເມືອງ ຊຶ່ງເປັນການຍົກບົດບາດ ຂອງການພັດທະນາວຽກງານສາ ທາລະນະສຸກຂອງ ສປປ ລາວ ໃນ ກອງປະຊຸມວິຊາການລະດັບສາກົນ ໄດ້ຮັບຮູ້.
RkJQdWJsaXNoZXIy MTc3MTYxMQ==