7389

20/10/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ສຸວັນໂນ ທະລັງສີຸັັີ ບົດສະເໜີົີ ໂດຍ: ສຸວັນໂນ ທະລັງສີຸັັີ 7tot ll- g0fg]n vd8A 'mu 4 ,u zq o'korQ ogfaj os]kpfh ko 45 xu csj 'dkodegou f c]t g8u [.spj 0tspkp8q ; 0v'dv'rq omtskoIk[mu 2 ຂປລ. ຄະນະສະມາຊິກສະພາ ແຫ່ງຊາດ (ສສຊ) ປະຈຳເຂດ ເລືອກຕັ້ງທີ 4 ແຂວງອຸດົມໄຊ ໄດ້ ເອົາໃຈໃສ່ປະຕິບັດສິດ ແລະ ພາລະ ບົດບາດຕາມທີ່ກົດໝາຍກຳນົດ ໂດຍສຸມໃສ່ວຽກງານນິຕິກຳ, ການ ຕັດສິນບັນຫາສຳຄັນຂອງທ້ອງ ຖິ່ນ, ການຕິດຕາມກວດກາ, ການ ເຜີຍແຜ່ຜົນການປະຊຸມສະພາແຫ່ງ ຊາດ ແລະ ການຮັບຟັງຄຳສະເໜີ ຂອງປະຊາຊົນ ຊຶ່ງມີຜົນງານພົ້ນ ເດັ່ນຫລາຍດ້ານ. ທ່ານ ນາງ ຄຳໝັ້ນ ແກ້ວບຸນ ຫວນ ຮອງປະທານຄະນະ ສສຊ ປະຈຳເຂດເລືອກຕັ້ງທີ 4 ແຂວງ ອຸດົມໄຊ ໃຫ້ສຳພາດໃນໂອກາດ ເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ວ່າ: ໄລຍະຜ່ານມາ ຄະນະ ສສຊ ໄດ້ສຸມໃສ່ປະຕິບັດ 3 ພາລະ ບົດບາດຕົ້ນຕໍ ຕາມທີ່ກົດໝາຍກຳ ນົດ ພ້ອມທັງປະສານສົມທົບກັບອົງ ການປົກຄອງຂັ້ນທ້ອງຖິ່ນ ເພື່ອ ແກ້ໄຂບັນຫາ ແລະ ຕອບສະໜອງ ຄວາມຕ້ອງການຂອງປະຊາຊົນ. ສຳລັບວຽກງານນິຕິກຳ ຄະນະ ສສຊ ໄດ້ເຂົ້າຮ່ວມກອງປະຊຸມພິ ຈາລະນາຮັບຮອງບັນດາວຽກງານ ນິຕິກຳທີ່ສຳຄັນຂອງຊາດ ພ້ອມທັງ ເປັນເຈົ້າການຄົ້ນຄວ້າ ແລະ ພິຈາ ລະນາບັນດານິຕິກຳລຸ່ມກົດໝາຍ ຂປລ. ກອງາພົນທີ 2 ເປັນກຳ ລັງສຳຄັນໜຶ່ງຂອງກອງທັບປະຊາ ຊົນລາວ ທີ່ຜ່ານຂະບວນການກໍ່ ສ້າງ, ຝຶກຝົນຫລໍ່ຫລອມ ແລະ ເຕີບ ໃຫຍ່ຂະຫຍາຍຕົວເປັນເວລາ 45 ປີ. ຕະຫລອດໄລຍະຜ່ານມາ, ກອງ ພົນທີ 2 ໄດ້ຍຶດໝັ້ນຕໍ່ພາລະໜ້າທີ່ ການເມືອງທີ່ຂັ້ນເທິງມອບໝາຍ, ສຸມໃສ່ປົກປັກຮັກສາຊາຍແດນ, ຮັກ ສາຄວາມສະຫງົບປອດໄພ, ສ້າງ ກົມກອງໃຫ້ເຂັ້ມແຂງຮອບດ້ານ ແລະ ສ້າງມູນເຊື້ອອັນດີງາມສືບ ທອດຈາກຮຸ່ນສູ່ຮຸ່ນ. ກອງພົນທີ 2 ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນ ທາງການ ໃນວັນທີ12 ຕຸລາ 1981 ຢູ່ທີ່ກອງບັນຊາການທະຫານເຂດ ເໜືອ ແຂວງຫລວງພະບາງ. ໃນ ໂອກາດນັ້ນ, ສະຫາຍ ພົນຈັດຕະວາ ອິນກອງ ມະຫາວົງ ຮອງກົມໃຫຍ່ ການເມືອງກອງທັບ, ຕາງໜ້າກະ ຊວງປ້ອງກັນປະເທດ ຂຶ້ນອ່ານຂໍ້ ຕົກລົງ ວ່າດ້ວຍການສ້າງຕັ້ງກອງ ພົນທີ 2 ຊຶ່ງໃນເບື້ອງຕົ້ນ, ກອງ ພົນທີ 2 ແມ່ນຕັ້ງຢູ່ບ້ານແກ້ງເບັນ, ເມືອງປາກອູ, ແຂວງຫລວງພະ ບາງ. ຕໍ່ມາ, ຍ້ອນສະພາບມີການ ປ່ຽນແປງ ຈຶ່ງໄດ້ມີການຍົກຍ້າຍທີ່ ຕັ້ງກົມກອງຫລາຍຄັ້ງ. ຈົນມາຮອດ ເດືອນພະຈິກ 1994, ບັນດາກົມ ກອງ ແລະ ສໍານັກງານກອງພົນ ໄດ້ ຍ້າຍມາຕັ້ງຢູ່ບ້ານໂພນໄຊ, ເມືອງ ໄຊຍະບູລີ, ແຂວງໄຊຍະບູລີ ຈົນ ເຖິງປັດຈຸບັນ. ຕະຫລອດ 45 ປີ ຜ່ານມາ, ກອງພົນທີ 2 ໄດ້ຜ່ານຂະ ບວນການຕໍ່ສູ້, ການກໍ່ສ້າງ ແລະ ການພັດທະນາມາຢ່າງຕໍ່ເນ່ືອງ, ສາ ມາດປະຕິບັດພາລະໜ້າທີ່ສໍາຄັນ ປ້ອງກັນຊາຍແດນທິດຕາເວັນຕົກ ສ່ຽງເໜືອ ແລະ ຮັກສາຄວາມສະ ຫງົບປອດໄພເພື່ອຮັບປະກັນການ ດໍາລົງຊີວິດຂອງປະຊາຊົນໃຫ້ເປັນ ປົກກະຕິ. ສະຫາຍພົນຈັດຕະວາປະລິນຍາ ເອກ ຄຳຜິວ ມະນີວົງ ກຳມະການ ຄະນະພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງພົນທີ 2 ໄດ້ໃຫ້ຮູ້ວ່າ: ໃນຕະ ຫລອດໄລຍະ 45 ປີ ແຫ່ງການກໍາ ເນີດເຕີບໃຫຍ່ຂະຫຍາຍຕົວ ແລະ ເຮັດສໍາເລັດໜ້າທີ່ການເມືອງຕາມ ການມອບໝາຍຂອງຂັ້ນເທິງ, ກອງ ພົນທີ 2, ສາມາດສ້າງໄດ້ 6 ມູນ ເຊື້ອທີ່ຕິດພັນມູນເຊື້ອອັນດີງາມ ຂອງກອງທັບຄື: ມູນເຊື້ອຕໍ່ສູ້ອົງ ອາດກ້າຫານ, ມູນເຊື້ອຊື່ສັດບໍລິສຸດ ຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາ ຊົນລາວບັນດາເຜົ່າ, ມູນເຊື້ອປະຕິ ບັດມະຕິຄໍາສັ່ງຂອງຂັ້ນເທິງເດັດ ຂາດ, ໂດຍກົງ ແລະ ຮອບດ້ານ, ມູນ ເຊື້ອປັບປຸງກໍ່ສ້າງຕົນເອງ, ມູນເຊື້ອ ດ້ານສ້າງພະລາທິການ-ເຕັກນິກ ແລະມີມູນເຊື້ອພົວພັນຮ່ວມມືກັບອໍາ ນາດການປົກຄອງທ້ອງຖິ່ນ ແລະ ສາກົນ, ສາມາດປົກປັກຮັກສາເຂດ ຂອງທ້ອງຖິ່ນ ໃນແຜນການໄລຍະ 5 ປີ 2026-2030 ຈຳນວນ 27 ສະບັບ, ໃນນັ້ນ ມີ 20 ສະບັບສ້າງ ໃໝ່ແລະ 7 ສະບັບປັບປຸງ. ພ້ອມກັນ ນັ້ນ ຄະນະ ສສຊ ຍັງໄດ້ເຂົ້າຮ່ວມ ພິຈາລະນາຕັດສິນບັນຫາສຳຄັນ ຂອງທ້ອງຖິ່ນ ໂດຍສະເພາະໃນ ກອງປະຊຸມຄັ້ງປະຖົມມະລືກຂອງ ສະພາປະຊາຊົນແຂວງ ຊຸດທີ V ຊຶ່ງໄດ້ພິຈາລະນາຮັບຮອງບັນດາ ຕຳແໜ່ງບຸກຄະລາກອນທີ່ສຳຄັນ ຂອງອົງການປົກຄອງແຂວງ ລວມ ທັງການສ້າງຕັ້ງກົງຈັກ ແລະ ບຸກ ຄະລາກອນຂອງສະພາປະຊາຊົນ ແຂວງ ຊຸດທີ V. ສ່ວນວຽກງານ ຕິດຕາມກວດກາຄະນະ ສສຊ ໄດ້ ນຳພາທີມງານວາງແຜນ ແລະ ລົງຕິດຕາມການຈັດຕັ້ງປະຕິບັດ ຄາດໝາຍທີ່ສະພາປະຊາຊົນແຂວງ ຮັບຮອງ ໂດຍກວມເອົາຂົງເຂດ ວັດທະນະທຳ-ສັງຄົມ, ເສດຖະກິດ ແລະ ການປົກປ້ອງກົດໝາຍ ໃນ 9 ພາກສ່ວນ. ນອກຈາກນີ້, ກໍໄດ້ເຄື່ອນ ໄຫວຕິດຕາມບັນດາໂຄງການ ການ ກໍ່ສ້າງພື້ນຖານໂຄງລ່າງ, ໂຄງ ການພັດທະນາລະດັບໃຫຍ່ ກໍຄື ການໄດ້ຮັບການອະນຸມັດຈາກລະ ດັບຊາດ ໂດຍທີ່ສະພາແຫ່ງຊາດ ເປັນຜູ້ຮັບ ຮອງທີ່ຈັດຕັ້ງປະຕິບັດ ຢູ່ທ້ອງຖິ່ນແຂວງອຸດົມໄຊ ສຳເລັດ ຢູ່ໃນ 4 ເມືອງເປັນຕົ້ນແມ່ນໂຄງ ການພັດທະນາພະລັງງານໄຟຟ້າ ແສງຕາເວັນ, ໂຄງການຂຸດຄົ້ນແຮ່ ຂອງບໍລິສັດລາວຊິນຫລົງ, ໂຄງ ການທີ່ກຳລັງສຶກສາ ຈະສ້າງເຂື່ອນ ໄຟຟ້າ ຢູ່ເມືອງປາກແບ່ງ ແລະ ໂຄງ ການເຂື່ອນໄຟຟ້ານ້ຳອູທີ່ເມືອງງາ. ນີ້ແມ່ນຜົນສຳເລັດການເຄື່ອນໄຫວ ຢູ່ເຂດເລືອກຕັ້ງແຂວງອຸດົມໄຊ. ນອກຈາກທີ່ກ່າວມາຂ້າງເທິງ ນັ້ນແລ້ວ, ຄະນະ ສສຊ ກໍໄດ້ນຳເອົາ ຜົນສຳເລັດຂອງກອງປະຊຸມຄັ້ງປະ ຖົມມະລືກ ຂອງສະພາແຫ່ງຊາດ ແລະ ກອງປະຊຸມວິສາມັນຄັ້ງທີ ໜຶ່ງ ຂອງສະພາແຫ່ງຊາດ ລົງໄປ ເຜີຍແຜ່ສູ່ພໍ່ແມ່ປະຊາຊົນຢູ່ຂັ້ນຮາກ ຖານໄດ້ 59 ຈຸດ ມີຜູ້ເຂົ້າຮ່ວມ ເກືອບ 5.000 ຄົນ. ການລົງໄປພົບ ປະຊາຊົນໃນແຕ່ລະຄັ້ງ ຍັງເປັນໂອ ກາດໃຫ້ຄະນະ ສສຊ ໄດ້ຮັບຟັງ ບັນດາຄຳຄິດຄຳເຫັນ, ຄຳສະເໜີ ແລກປ່ຽນ ຂອງພໍ່ແມ່ປະຊາຊົນຕໍ່ ການຈັດຕັ້ງປະຕິບັດໜ້າທີ່ຂອງອົງ ການປົກຄອງຢູ່ຂັ້ນທ້ອງຖິ່ນ ເພື່ອ ຮວບຮວມນຳໄປສະເໜີຕໍ່ສະພາ ແຫ່ງຊາດ ແລະ ລັດຖະບານ ພິຈາ ລະນາແກ້ໄຂຕາມຄວາມເໝາະສົມ. ອີກດ້ານໜຶ່ງ ຄະນະ ສສຊ ໄດ້ນຳ ເອົາວັດຖຸປັດໄຈໄປຊ່ວຍເຫລືອອົງ ການປົກຄອງບ້ານ, ຄອບຄົວທຸກ ຍາກ ແລະ ຄອບຄົວຜູ້ປະສົບໄພພິ ບັດ ລວມມູນຄ່າ 245 ລ້ານກີບ ເພື່ອ ບັນເທົາຄວາມຫຍຸ້ງຍາກແລະ ຊ່ວຍ ເຫລືອປະຊາຊົນທີ່ປະສົບບັນຫາ. ແນວໃດພໍດີ, ການເຂົ້າຮ່ວມ ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຄັ້ງນີ້ ຄະນະ ສສຊ ຕົນກໍໄດ້ນຳເອົາ ບັນດາຄຳຄິດຄຳເຫັນ ຈາກປະຊາ ຊົນຖິ່ນຂອງຕົນ ມາສະເໜີຜ່ານ ກອງປະຊຸມ ເປັນຕົ້ນແມ່ນສະເໜີໃຫ້ ພາກລັດຖະບານ ເອົາໃຈໃສ່ໃນ ການລົງຕິດຕາມ ຊຸກຍູ້ຢ່າງໃກ້ຊິດ ຕໍ່ບັນດາໂຄງການ ທີ່ໄດ້ຮັບການອະ ນຸມັດ ຈາກລັດຖະບານ ກໍຄືຮັບຮອງ ຈາກສະພາ ທີ່ດຳເນີນຈັດຕັ້ງປະຕິ ບັດຢູ່ ເພື່ອເຮັດແນວໃດການດຳ ເນີນໂຄງການ ໃຫ້ໄດ້ມີປະສິດທິ ພາບ, ປະສິດທິຜົນ ແລະ ສ້າງຜົນປະ ໂຫຍດຕໍ່ປະຊາຊົນກໍຄືປະເທດຊາດ. ນໍ້າແດນດິນ, ຄວາມເປັນເອກະ ລາດ, ອໍານາດອະທິປະໄຕ ແລະ ຜືນ ແຜ່ນດິນອັນຄົບຖ້ວນຂອງຊາດໄວ້ ຢ່າງໝັ້ນຄົງ. ບັນດາມູນເຊື້ອເຫລົ່າ ນັ້ນ ເກີດຂຶ້ນຈາກພຶດຕິກໍາຕົວຈິງ ອັນແນ່ນອນ ແລະ ສັດຈະວິພາກ ຊຶ່ງ ຄະນະພັກ-ຄະນະບັນຊາກອງພົນ, ພະນັກງານ-ນັກຮົບໃນແຕ່ລະຮຸ້ນ ໄດ້ທຸ້ມເທເຫື່ອແຮງ, ສະຕິປັນຍາ ແລະ ຍອມເສຍສະລະເລືອດເນື້ອ ເພື່ອຄວາມຢູ່ເຢັນເປັນສຸກຂອງ ຊາດ ແລະ ຂອງປະຊາຊົນລາວ ບັນດາເຜົ່າ, ແມ່ນກຽດສັກສີອັນ ສູງສົ່ງ ທີ່ໄດ້ຮັບໃຊ້ຊາດ ຮັບໃຊ້ ປະຊາຊົນຢ່າງແທ້ຈິງ, ອັນພົ້ນເດັ່ນ ກອງພົນທີ 2 ມີມູນເຊື້ອໃນການ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂດຍຖືເອົາການປະຢັດມັດທະຍັດ ເປັນສໍາຄັນ, ສຸມໃສ່ເພີ່ມພູມຜະລິດ ຜົນປູກຝັງ-ລ້ຽງ, ແກ້ໄຂຊີວິດ ການເປັນຢູ່ຂອງບັນດາກົມກອງ ໄດ້ດີ, ສາມາດຮັບປະກັນດ້ານຫ້ອງ ການ, ເຮືອນນອນ, ເຮືອນກິນ, ສະ ໂມສອນ, ລະບົບສາງຄັງແບບຖາ ວອນ90%,ໄດ້ຍູ້ແຮງຂະບວນການ ຜະລິດຂອງບັນດາກົມກອງ, ເຫລົ່າ ຮົບໃນທົ່ວກອງພົນ; ປັບປຸງຄືນ ໂຄງການປຸກສ້າງ, ໂຄງການສະ ໜອງນໍ້າດື່ມ, ນໍ້າປະປາ, ໂຮງສີເຂົ້າ ຂະໜາດກາງ ສາມາດຮັບປະກັນ ດ້ານສະບຽງອາຫານ ສະໜອງ ໃຫ້ເຮືອນຄົວລວມໄດ້ເປັນຢ່າງດີ. ຄຽງຄູ່ກັນນີ້, ກອງພົນທີ 2 ໄດ້ ມີການພົວພັນກັບອໍານາດການປົກ ຄອງທ້ອງຖິ່ນ ເພື່ອເຮັດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບຢ່າງກົມກຽວ ສາມາດຮັບ ປະກັນສະຖຽນພາບທາງດ້ານການ ເມືອງ, ເສດຖະກິດ-ວັດທະນະທຳທໍາສັງຄົມ ຂອງແຂວງໄຊຍະບູລີ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍຍຶດໝັ້ນຕາມແນວທາງການ ຕ່າງປະເທດຂອງພັກ, ກອງພົນ ທີ 2 ໄດ້ສ້າງສາຍພົວພັນອັນດີ ງາມກັບເພື່ອນມິດຍຸດທະສາດ ສສ ຫວຽດນາມ ແລະ ສະຫະພັນຣັດ ເຊຍ, ໂດຍມີການພົວພັນຮ່ວມມືກັບ ທະຫານເຂດ 2 ແລະ ກອງພົນ 316 ຂອງ ສສ ຫວຽດນາມ, ປຶກສາຫາ ລື ເເລກປ່ຽນສະພາບຈັດຕັ້ງຄະນະ ຜູ້ແທນໄປຢ້ຽມຢາມຖອດຖອນບົດ ຮຽນ ຍາດແຍ່ງການຊ່ວຍເຫລືອກໍ່ ສ້າງພະນັກງານ-ນັກຮົບວິຊາສະ ເພາະ, ວິຊາການໄດ້ຈໍານວນຫລາຍ. ຈາກຜົນງານທີ່ພົ້ນເດັ່ນໃນຕະ ຫລອດໄລຍະ 45 ປີ ຜ່ານມາ, ກອງ ພົນທີ 2 ໄດ້ຮັບການຍ້ອງຍໍປະເພດ ຫລຽນວິລະຊົນແຫ່ງຊາດ 28 ໜ່ວຍ, ບຸກຄົນ 11 ສະຫາຍ, ຫລຽນ ນາມມະຍົດນັກຮົບແຂ່ງຂັນ 33 ໜ່ວຍ, ກົມກອງພິລະອາດຫານ 10 ກົມກອງ, ຫລຽນໄຊອິດສະຫລະ ຊັ້ນ I; 35 ໜ່ວຍ, ຊັ້ນ II; 102 ໜ່ວຍ, ຊັ້ນ III; 301 ໜ່ວຍ, ຫລຽນ ໄຊປະຕິວັດຊະນະເລີດຊັ້ນ I; 16 ໜ່ວຍ, ຊັ້ນ II; 80 ໜ່ວຍ, ຊັ້ນ III; 150 ໜ່ວຍ, ຫລຽນໄຊແຮງງານ ຊັ້ນ I; 93 ໜ່ວຍ, ຊັ້ນ II; 663 ໜ່ວຍ, ຊັ້ນ III; 1.547 ໜ່ວຍ, ຫລຽນໄຊພິລະອາດຫານ ຊັ້ນ I; 28 ໜ່ວຍ, ຊັ້ນ II; 219 ໜ່ວຍ, ຊັ້ນ III; 685 ໜ່ວຍ, ຫລຽນໄຊຕໍ່ຕ້ານ ຝຣັ່ງ; 86 ໜ່ວຍ, ຫລຽນໄຊຕໍ່ຕ້ານ ອາເມລິກາ; 89 ໜ່ວຍ, ຫລຽນໄຊ ກາລະນຶກ 50 ປີ; 669 ໜ່ວຍ, ຫລຽນໄຊກາລະນຶກ 60 ປີ; 684 ໜ່ວຍ, ຫລຽນໄຊກາລະນຶກ 70 ປີ; 1.488 ໜ່ວຍ, ຫລຽນກາມິດຕະ ພາບ 46 ໜ່ວຍ, ໃບຍ້ອງຍໍລະດັບ ຊາດ 4 ໃບ,ໃບຍ້ອງຍໍລັດຖະບານ 2.503 ໃບ, ໃບຍ້ອງຍໍກະຊວງ ປ້ອງກັນປະເທດ 5.038 ໃບ, ໃບ ຍ້ອງຍໍ ຈາກກົມໃຫຍ່ການເມືອງ ກອງທັບ 5.504 ໃບ ຢ່າງສົມກຽດ. ເນື່ອງໃນໂອກາດວັນສ້າງຕັ້ງ ກອງພົນທີ 2 ຄົບຮອບ 45 ປີ ສະຫາຍ ພົນຈັດຕະວາ ປະລິນຍາ ເອກ ຄຳຜິວ ມະນີວົງ ຕາງໜ້າ ໃຫ້ ຄະນະພັກ-ຄະນະບັນຊາ, ພະນັກ ງານ-ນັກຮົບໃນທົ່ວກອງພົນທີ 2 ໄດ້ສະແດງຄວາມຮູ້ບຸນຄຸນ ຕໍ່ການ ນໍາພັກ-ລັດ, ຄະນະນໍາກະຊວງ ປ້ອງກັນປະເທດ ທີ່ໃຫ້ການຊີ້ນໍາ - ນໍາພາຢ່າງໃກ້ຊິດຕິດແທດ, ເຮັດ ໃຫ້ກອງພົນທີ 2 ສາມາດເຮັດສໍາ ເລັດໜ້າທີ່ການເມືອງຂອງຕົນ ແລະ ມີການເຕີບໃຫຍ່ຂະຫຍາຍຕົວເປັນ ກ້າວໆ, ອວຍພອນໄຊອັນປະເສີດ ມາຍັງການນໍາພັກ-ລັດ, ຄະນະນໍາ ກະຊວງປ້ອງກັນປະເທດ ຈົ່ງມີສຸຂະ ພາບເຂັ້ມແຂງ, ສືບຕໍ່ຊີ້ນໍາ-ນໍາພາ ປະເທດຊາດໃຫ້ຮຸ່ງເຮືອງສີວິໄລ ແລະ ນໍາພາກອງທັບກ້າວຂຶ້ນເປັນ ກອງທັບປະຕິວັດທີ່ມີລະບຽບແຜນ ທັນສະໄໝເປັນກ້າວໆ, ອວຍພອນ ໃຫ້ຄະນະພັກ-ຄະນະບັນຊາ, ພະ ນັກງານ-ນັກຮົບ ໃນທົ່ວກອງພົນທີ 2 ຈົ່ງມີສຸຂະພາບເຂັ້ມແຂງ ສືບຕໍ່ ປົກປັກຮັກສາ ແລະ ເສີມຂະຫຍາຍ ມູນເຊື້ອອັນດີງາມຂອງກົມກອງໃຫ້ ຈະເລີນງອກງາມຍິ່ງໆຂຶ້ນ ເພື່ອ ພັດທະນາປັບປຸງກໍ່ສ້າງກອງພົນທີ 2 ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ຢ່າງບໍ່ຢຸດຢັ້ງ. ໂດຍ: ເຂົ້າຈານນ້ຳົ້້ 9kdr6 l6 ']k; l6 j s]Po7e]tfa [3]d dkg2{-k lh k'-nj lP'.sh -kf ຂປລ. ຈາກພູສູງລາວ ສູ່ຫລຽນ ຄຳລະດັບໂລກ ງານກາເຟ ແລະ ຊາ ບ້ານເຮົາ 2026 ໄດ້ອວດໂສມ 2 ຜະລິດຕະພັນຍອດນິຍົມປະກາຍ ຄວາມພູມໃຈຂອງຊາດ. ກາເຟແລະ ຊາລາວ ກຳລັງກ້າວພົ້ນຈາກການ ເປັນພຽງສິນຄ້າກະສິກຳໄປສູ່ການ ເປັນສິນຄ້າທີ່ສ້າງຊື່ສຽງ ແລະ ຄວາມພູມໃຈໃຫ້ແກ່ປະເທດຊາດ. ດ້ວຍເອກະລັກດ້ານກິ່ນຫອມ, ລົດ ຊາດ ແລະ ຄຸນນະພາບ, ຜະລິດຕະ ພັນກາເຟ ແລະ ຊາລາວ ໄດ້ຮັບການ ຢືນຢັນຈາກເວທີສາກົນ ແລະ ມີທ່າ ກ້າວສູ່ຕະຫລາດໂລກຢ່າງໝັ້ນຄົງ. ຫລ້າສຸດ, ພິທີເປີດງານບຸນກາເຟ ແລະ ຊາບ້ານເຮົາ ຄັ້ງທີ 2 ປະຈຳປີ 2026 ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ທີ່ ນະຄອນຫລວງວຽງຈັນພາຍໃຕ້ຄຳ ຂວັນ: “ສອງລົດຊາດ,ໜຶ່ງການເດີນ ທາງ ຈາກຊາວສວນລາວສູ່ຜູ້ບໍລິ ໂພກທົ່ວໂລກ” ເພື່ອຮ່ວມສະເຫລີມ ສະຫລອງວັນກາເຟແລະຊາສາກົນ. ງານຄັ້ງນີ້ ໄດ້ຮັບກຽດຢ່າງສູງຈາກ ທ່ານ ລິນຄຳ ດວງສະຫວັນ ລັດຖະ ມົນຕີ ກະຊວງກະສິກຳ ແລະ ສິ່ງ ແວດລ້ອມ, ທ່ານ ນາງ ປ້າ ນາລີ ສີສຸລິດ ພັນລະຍາ ທ່ານປະທານປະ ເທດ ແຫ່ງ ສປປ ລາວ, ພ້ອມດ້ວຍ ການນຳຂັ້ນສູງຈາກ4ແຂວງ(ຫົວ ພັນ, ຫລວງພະບາງ, ຈຳປາສັກ, ສາລາວັນ), ເອກອັກຄະລັດຖະທູດ ຝຣັ່ງ, ສະຫະພາບເອີຣົບປະຈຳ ສປປ ລາວ, ຊາວສວນ, ສະຫະກອນ ແລະ ຜູ້ປະກອບການເຂົ້າຮ່ວມ. ຄຸນນະພາບລະດັບໂລກ ທີ່ຢືນ ຢັນດ້ວຍລາງວັນກຽດຕິຍົດກາເຟ ແລະ ຊາລາວ ໄດ້ກາຍເປັນ “ສິນຄ້າ ຍຸດທະສາດ” ທີ່ສຳຄັນດ້ວຍເອກະ ລັກກິ່ນຫອມ, ລົດຊາດພິເສດສະ ເພາະຈາກຜືນແຜ່ນດິນອຸດົມສົມບູນ ຂອງລາວ ຊຶ່ງໄດ້ຮັບການຢັ້ງຢືນ ຜົນງານ ໃນເວທີສາກົນຢ່າງໜ້າພູມ ໃຈ. ພົ້ນເດັ່ນຊາຍອດອູ ຄວ້າຫລຽນ ຄຳລະດັບໂລກ ອັນໄດ້ສ້າງປະຫວັດ ສາດ ຊະນະເລີດການແຂ່ງຂັນຊາ ລະດັບໂລກ ທີ່ ສປ ຈີນ ໃນປີ 2025; ຊາຂາວແລະຊາແດງຜົ້ງສາລີຄວ້າ ອັນດັບ 2 ໃນງານວາງສະແດງຊາ ສາກົນຢູ່ຮົງກົງ(ສປຈີນ)ໃນເດືອນ ສິງຫາ 2026 ທີ່ຜ່ານມາ. ສຳລັບ ກາເຟລາວ ເຂັ້ມຂຸ້ນມີເອກະລັກສະ ເພາະຕົວຈາກແຫລ່ງຜະລິດທີ່ມີສະ ພາບອາກາດເໝາະສົມ, ເຮັດໃຫ້ມີ ກິ່ນຫອມ ແລະ ລົດຊາດໂດດເດັ່ນ. ຄວາມນິຍົມຈາກຕະຫລາດພາຍໃນ ແລະ ຕ່າງປະເທດ ກຳລັງຊ່ວຍເພີ່ມ ມູນຄ່າໃຫ້ແກ່ການຜົນຜະລິດ, ສ້າງ ລາຍຮັບມະຫາສານແລະສ້າງວຽກ ເຮັດງານທຳທີ່ໝັ້ນຄົງໃຫ້ແກ່ຊາວ ສວນລາວ. ການພັດທະນາຂະແໜງການນີ້ ບໍ່ພຽງແຕ່ຍົກລະດັບເສດຖະກິດສັງຄົມ ແຕ່ຍັງສອດຄ່ອງກັບ ວາ ລະແຫ່ງຊາດ ແລະ ວິໄສທັດ 2030 ຂອງກະຊວງກະສິກຳແລະສິ່ງແວດ ລ້ອມ ທີ່ມຸ່ງເນັ້ນການຜະລິດກະສິ ກຳສະອາດ, ປອດສານຜິດ, ຫລຸດ ຜ່ອນການຖາງປ່າເຮັດໄຮ່ແລະເປັນ ມິດກັບສິ່ງແວດລ້ອມ ຕາມທິດສີ ຂຽວຍືນຍົງ.

RkJQdWJsaXNoZXIy MTc3MTYxMQ==