7388.13

xtgmf]k; 7 19/10/2026 gsfdko{dkora fa mtok gmltdkovvdra olk xt;= itok 8y fra oda [ [5 o-j ;'gIn v g,n v'w-pt[6 ]u 9t9a fs]kpdy f9tde g-dv' sk]n dP,lts]v';a olq omy la opk;j kfh ;ply fmy gfa d c]t ;a olkdq o15 f8y dko.-h 7;k,I5 ocI'8= j c,j py ' ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ເທສະການ ບຸນອອກພັນສາປະວໍຣະນາ ຕິດພັນ ກັບບຸນຊ່ວງເຮືອ ເມືອງໄຊຍະບູລີ ຈະຈັດຫລາຍກິດຈະກໍາ ໂດຍໄດ້ ລິເລີ່ມແຕ່ຕົ້ນເດືອນກັນຍາ ເປັນຕົ້ນ ມາ ມາຮອດປັດຈຸບັນການກະກຽມ ຄວາມພ້ອມສຳເລັດເປັນສ່ວນໃຫຍ່. ທ່ານ ຄຳຫລ້າ ຜິວວັນນາ ເລຂາ ພັກເມືອງໄຊຍະບູລີ ໄດ້ຖະແຫລງ ຂ່າວກ່ຽວກັບການຈັດເທສະການ ບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອເມືອງ ໄຊຍະບູລີ ປະ ຈຳ2026 ຕໍ່ທີມງານນັກຂ່າວ ເມື່ອມໍ່ໆມານີ້ວ່າ: ເພື່ອເຮັດໃຫ້ ບຸ ນ ອ ອ ກ ພັ ນ ສ າ ປ ະ ວໍ ລ ະ ນ າ ຕິດພັນກັບການແຂ່ງຂັນເຮືອໄວ (ເພດຍິງ, ເພດຊາຍ) ໃນປີນີ້ ມີ ຄວາມໝາຍ, ຄວາມສໍາຄັນ ຊຶ່ງ ຄະນະກໍາມະການຮັບຜິດຊອບຈັດ ບຸນຮ່ວມກັບທຸກພາກສ່ວນທຸລະ ກິດ, ຜູ້ປະກອບການ, ພໍ່ຄ້າຊາວ ຂາຍ ແລະ ປະຊາຊົນທຸກຊັ້ນຄົນ ບັນດາເຜົ່າ ຈຶ່ງພ້ອມກັນຫ້າງຫາ ກະກຽມຄວາມພ້ອມ ການຈັດບຸນ ດັ່ງກ່າວຂຶ້ນ. ການແຂ່ງຂັນຊ່ວງເຮືອປີນີ້ ມີ ເຮືອໄວເພດຊາຍເຂົ້າຮ່ວມ 26 ລຳ ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ຄະນະກຳມາທິ ການເພື່ອຄວາມກ້າວໜ້າຂອງແມ່ ຍິງ, ແມ່ແລະ ເດັກ(ຄກມດ)ແຂວງ ເຊກອງ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການກະກຽມສະເຫລີມ ສະຫລອງວັນສົນທິສັນຍາ ວ່າດ້ວຍ ສິດທິເດັກ, ວັນເດັກໂລກ 20 ພະຈິກ ແລະ ວັນສາກົນ ຢຸດຕິການໃຊ້ ຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2026 ໃນວັນທີ 15 ຕຸລາ 2026 ໂດຍການເປັນປະທານຂອງ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງ ປະທານຄະນະກຳມະການປົກຄອງ ແຂວງ, ປະທານ ຄກມດ ຂັ້ນແຂວງ ເຊກອງ, ມີບັນດາຄະນະກຳມະການ ຄກມດຂ ເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງການ ຜ່ານມະຕິກອງປະຊຸມສະຫລຸບ ວຽກງານ 5 ປີ (2021-2025) ຂອງຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ແລະ ທິດທາງແຜນການ 2026-2030 ທີ່ໄດ້ໄຂຂຶ້ນໃນວັນທີ 30 ກໍລະກົດ ຜ່ານມາ ທີ່ນະຄອນຫລວງວຽງຈັນ ພ້ອມທັງໄດ້ຮັບຟັງການຜ່ານຮ່າງ ແຜນການເຄື່ອນໄຫວສະເຫລີມສະ ຫລອງວັນສົນທິສັນຍາ ວ່າດ້ວຍ ສິດທິເດັກ, ວັນເດັກໂລກ 20 ພະຈິກ ແລະ ວັນສາກົນຢຸດຕິການໃຊ້ຄວາມ ຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2026 ຊຶ່ງຈະຈັດຂຶ້ນໃນວັນທີ 25 ພະຈິກ 2026 ທີ່ເມືອງກະລຶມ ໂດຍເນື້ອໃນ ແລະ ກິດຈະກຳການເຄື່ອນໄຫວ ແມ່ນຈະໄດ້ຜ່ານເອກະສານສົນທີ ສັນຍາວ່າດ້ວຍສິດທິເດັກ, ປາຖະ ກະຖາວັນ ວັນສາກົນເພື່ອຢຸດຕິການ ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ວັນທີ 25 ພະຈິກ 2026, ສານອວຍພອນ ຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຍ່າງມິນິມາລາທອນ, ຖາມ-ຕອບ ຄວາມຮູ້ກ່ຽວກັບສິດທິ ເດັກ ທັງນີ້ກໍເພື່ອສ້າງຂະບວນການ ໂຄສະນາເຜີຍແຜ່, ປູກຈິດສໍານຶກ ໃຫ້ຄະນະນໍາ, ພະນັກງານ-ລັດຖະ ກອນ, ປະຊາຊົນບັນດາເຜົ່າ ຍິງຊາຍ ເຂົ້າໃຈກ່ຽວກັບບັນຫາຄວາມ ຮຸນແຮງຕໍ່ແມ່ຍິງ ແລະ ເດັກ ໃນທົ່ວ ສັງຄົມ ໃຫ້ຮັບຮູ້ໃນການປ້ອງກັນ, ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ໃນອາ ທິດຜ່ານມາຄະນະຮັບຜິດຊອບ ຂອງພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຫລວງພະ ບາງ ຮ່ວມກັບຄະນະກຳມະການ ສະເພາະກິດແກ້ໄຂປາກົດການຫຍໍ້ ທໍ້ໃນສັງຄົມ ໄດ້ເຄື່ອນໄຫວຕິດປ້າຍ ແຈ້ງຫ້າມບຸກຄົນທີ່ມີອາຍຸຕ່ຳກວ່າ 18 ປີ ເຂົ້າໃຊ້ບໍລິການຮ້ານບັນ ເທີງ ແລະ ຄາລາໂອເກະ ພາຍໃນນະ ຄອນຫລວງພະບາງ. ຈຸດປະສົງກໍເພື່ອເພີ່ມຄວາມ ເຂັ້ມງວດໃນການປະຕິບັດດຳລັດ ຂອງລັດຖະບານ ວ່າດ້ວຍການບັນ ເທີງ, ພ້ອມທັງສົ່ງເສີມໃຫ້ເດັກ ແລະ ໄວໜຸ່ມ ເອົາໃຈໃສ່ການຮ່ຳ ຮຽນ, ຫລີກລຽງການຫລິ້ນກິນຟຸມ ເຟືອຍ ແລະການມົ້ວສຸມກັບສິ່ງມຶນ ເມົາ-ສິ່ງເສບຕິດ, ທັງເປັນການປູກ ຈິດສຳນຶກ ໃຫ້ຜູ້ປະກອບການຮ້ານ s];'rt[k' sh k,gfa d8j ed;j k 18 xu g0Q kIh ko[a ogmu '{7k]k3vgdt ຢຸດຢັ້ງກ່ອນທີ່ຈະເກີດຄວາມຮຸນ ແຮງຂຶ້ນ, ເພື່ອໃຫ້ສັງຄົມມີການປັບ ປ່ຽນທັດສະນະຄະຕິ ແລະ ພຶດຕິກຳ ແບບຮີດເກົ່າຄອງເດີມຂອງຄົນ ຈໍານວນໜຶ່ງໃນສັງຄົມ ທີ່ຍັງຖືວ່າ ການໃຊ້ຄວາມຮຸນແຮງໃນຄອບຄົວ ໂດຍສະເພາະ ຕໍ່ແມ່ຍິງ ແລະ ເດັກ ເປັນເລື່ອງທຳມະດາ. ພ້ອມນີ້, ບັນດາ ຄກມດ ໄດ້ມີການປຶກສາຫາລືຮ່ວມ ກັນ ໃນຂອດການຈັດຕັ້ງປະຕິບັດ ແລະ ຖອດຖອນບົດຮຽນໃນການ ຈັດພິທີສະເຫລີມສະຫລອງໃນປີ ຜ່ານມາ ເພື່ອເຮັດໃຫ້ງານດັ່ງກ່າວ ໄດ້ດຳເນີນໄປຕາມຂັ້ນຕອນ ໃຫ້ ສອດຄ່ອງ ແລະ ບັນລຸເປົ້າໝາຍ ຕາມແຜນການທີ່ວາງໄວ້. ໂອກາດນີ້, ທ່ານ ນາງ ສີສະຫງ່າ ແກ້ວດວງດີ ໄດ້ຮຽກຮ້ອງໃຫ້ ຄກມດຂ ສືບຕໍ່ເສີມຂະຫຍາຍເຜີຍ ແຜ່ເຊື່ອມຊຶມເນື້ອໃນຈິດໃຈ ຂອງ ມະຕິກອງປະຊຸມ ຄຊກມດ ໃຫ້ທົ່ວ ເຖິງ ຊຶ່ງການຈັດກິດຈະກຳສະເຫລີມ ສະຫລອງ ທີ່ຈະຈັດຂຶ້ນທີ່ເມືອງ ກະລຶມ ໃນວັນທີ 25 ພະຈິກ ທີ່ຈະ ມາເຖິງນີ້ ກໍເພື່ອການປູກຈິດສໍາ ນຶກ, ປຸກລະດົມຈິດໃຈພະນັກງານລັດຖະກອນ, ປະຊາຊົນບັນດາເຜົ່າ ຊາວເມືອງກະລຶມ ກໍຄືມວນຊົນຊາວ ແຂວງເຊກອງ ໄດ້ຮັບຮູ້ເຂົ້າໃຈຢ່າງ ເລິກເຊິ່ງ ກ່ຽວກັບວັນສົນທິສັນຍາ ວ່າດ້ວຍສິດທິເດັກ, ວັນເດັກໂລກ ແລະ ວັນສາກົນຢຸດຕິການໃຊ້ຄວາມ ຮຸນແຮງຕໍ່ແມ່ຍິງໃຫ້ຫລາຍຂຶ້ນ, ພ້ອມທັງເປັນການເພີ່ມທະວີຄວາມ ສາມັກຄີພາຍໃນໃຫ້ແໜ້ນແຟ້ນຂຶ້ນ ຕື່ມ. ຂ່າວ: ພຸດທະສອນ 7e,j ;o ltg|u pu j x5 j o -j ;ppq d]tfa [;Pd'kolkmk]totl5 d .sh lk,kf[= ]y dkoxt-k-q owfh fu 0B od;j kgdq j k ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກໍາມະ ການປົກຄອງແຂວງຄຳມ່ວນ ໄດ້ ຕ້ອນຮັບ ທ່ານ ນາງ ໂຄບະຍະຊິ ມິຍະໂກະ ຫົວໜ້າອົງການຮ່ວມມື ສາກົນລາວ-ຍີ່ປຸ່ນ (JICA) ປະຈຳ ສປປ ລາວ ພ້ອມຄະນະ ເພື່ອປຶກສາ ຫາລືຜົນການຮ່ວມມືຜ່ານມາ ແລະ ທິດທາງການຮ່ວມມືໃນຕໍ່ໜ້າໃນ ທ້າຍອາທິດຜ່ານມາທີ່ຫ້ອງວ່າການ ແຂວງຄໍາມ່ວນ. ທ່ານ ນາງ ໂຄບະຍະຊິ ມິຍະໂກະ ໄດ້ລາຍງານນະໂຍບາຍການຮ່ວມມື ຂອງ JICA ຕໍ່ ສປປ ລາວ ແລະ ຜົນ ການຊ່ວຍເຫລືອແຂວງຄຳມ່ວນໃນ ໄລຍະຜ່ານມາ ໃນຂົງເຂດນ້ຳປະ ປາ, ການສຶກສາ, ສາທາລະນະ ສຸກ, ກະສິກຳ ແລະ ການສົ່ງອາສາ ສະໝັກມາຊ່ວຍວຽກຢູ່ທ້ອງຖິ່ນ. ໂອກາດນີ້, ທ່ານ ສົມສະອາດ ອຸ່ນສີດາ ໄດ້ກ່າວສະແດງຄວາມ ຂອບໃຈ ແລະ ຕີລາຄາສູງຕໍ່ລັດ ຖະບານຍີ່ປຸ່ນ ແລະ JICA ທີ່ສະ ໜັບສະໜູນການພັດທະນາແຂວງ ຄຳມ່ວນມາໂດຍຕະຫລອດ, ພ້ອມ ທັງລາຍງານທ່າແຮງ ແລະ ແຜນ ພັດທະນາເສດຖະກິດ-ສັງຄົມຂອງ ແຂວງ ລວມເຖິງຜົນເສຍຫາຍຈາກ ໄພນໍ້າຖ້ວມຢູ່ແຂວງຄໍາມ່ວນ ໃນ ໄລຍະຜ່ານມາ. ພ້ອມນີ້, ແຂວງຄໍາມ່ວນ ໄດ້ສະ ເໜີຂໍການຊ່ວຍເຫລືອສ້າງສຸກ ສາລາ ຢູ່ເມືອງໜອງບົກ ແລະ ເມືອງຫີນບູນ, ຍົກລະດັບໂຮງໝໍ ເມືອງໄຊບົວທອງ ໃຫ້ສາມາດບໍລິ ການປະຊາຊົນໄດ້ດີຂຶ້ນກວ່າເກົ່າ ພ້ອມສືບຕໍ່ສົ່ງອາສາສະໝັກມາ ຊ່ວຍເຫລືອແຂວງ ແລະ ຫວັງວ່າ ອົງການໄຈກາ ກໍຄືລັດຖະບານຍີ່ ປຸ່ນ ຈະສືບຕໍ່ເສີມຂະຫຍາຍການ ຮ່ວມມື ເພື່ອສົ່ງເສີມການພັດທະນາ ແຂວງຄຳມ່ວນໃຫ້ກ້າວໜ້າຕໍ່ໄປໃນ ອະນາຄົດ. ຂ່າວ : ມະນີວັນ ບັນເທີງ, ຮ້ານຄາລາໂອເກະ ຮັບຮູ້ ແລະ ປະຕິບັດລະບຽບການທີ່ວາງ ໄວ້ຢ່າງເຄັ່ງຄັດ ເພື່ອປົກປ້ອງເດັກ ແລະ ໄວໜຸ່ມ ໃຫ້ຫ່າງໄກຈາກອະ ບາຍະມຸກ, ສ້າງສັງຄົມທີ່ປອດໄພ ແລະ ມີລະບຽບວິໄນ ຂຶ້ນເທື່ອລະ ກ້າວ. ແລະ ເພດຍິງ 15 ລຳ, ສຳລັບຂອງ ຂວັນລາງວັນເພດຍິງ ຊີງຂັນທ່ານ ເລຂາຄະນະບໍລິຫານງານພັກ ແຂວງ ແລະ ເພດຊາຍ ຊີງຂັນ ກົມການການເມືອງສູນກາງພັກ. ສຳລັບບັນດາກິດຈະກຳຕ່າງໆ ພາຍໃນງານປະກອບມີ 11 ກິດຈະ ກຳຄື: ກິດຈະກໍາການແຂ່ງຂັນເຮືອ ຊ່ວງປະເພນີ (ປະເພດເຮືອກູນມີ 2 ປະເພດຄື: ເຮືອໄວເພດຊາຍ ແລະ ເຮືອໄວເພດຍິງ. ສຳລັບນັກ ສີພາຍ ແມ່ນເປີດກວ້າງຈະມາແຕ່ ໃສກໍໄດ້ ແຕ່ໃຫ້ແມ່ນສັນຊາດລາວ; ກິດຈະກໍາແຂ່ງຂັນເຮືອງາມ; ກິດ ຈະກໍາແຂ່ງຂັນເຮືອມ່ວນຊື່ນ; ກິດ ຈະກຳໄຫລເຮືອໄຟປະເພນີ; ກິດຈະ ກໍາຕີກ໊ອບ; ກິດຈະກຳແຂ່ງຂັນຕີ ກອງຫາງ; ກິດຈະກຳຈູດບັ້ງໄຟ ດອກ; ກິດຈະກຳຕະຫລາດນັດ ວາງສະແດງສິນຄ້າ; ກິດຈະກຳ ປະກວດນາງສາວທິດາເຮືອຊ່ວງ; ກິດຈະກຳໂລະລາດຕະຫລາດກະສິ ກໍາ; ກິດຈະກໍາຕັດບາດໃນມື້ອອກ ພັນສາຢູ່ແຕ່ລະວັດ. ເພື່ອເຮັດໃຫ້ ການຈັດງານໃນຄັ້ງນີ້ ມີຄວາມ ໝາຍຄວາມສຳຄັນ ແລະ ມີບັນຍາ ກາດທີ່ເບີກບານມ່ວນຊື່ນ. ໂອກາດນີ້, ທ່ານ ຄໍາຫລ້າ ຜິວ ວັນນາ ຍັງໄດ້ເຊີນຊວນມວນຊົນ ທຸກທົ່ວໜ້າ ຕະຫລອດຮອດບັນດາ ແຂກທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມຮ່ວມເຮັດບຸນ ມາ ສຳພັດບັນຍາກາດມາຊົມ, ມາເຊຍ ການແຂ່ງຂັນເຮືອຊ່ວງປະເພນີ ຢູ່ທີ່ທ່າຊ່ວງເຮືອບ້ານປົ່ງ ເທສະ ບານເມືອງໄຊຍະບູລີ ແຂວງໄຊຍະ ບູລີ ທີ່ມີເອກະລັກຂອງເມືອງໄຊຍະ ບູລີທີ່ບໍ່ມີໃຜຄືແລະ ບໍ່ຄືໃຜ. ນອກນີ້, ທາງຄະນະຮັບຜິດຊອບຂັ້ນເມືອງ ຍັງໄດ້ຈັດໃຫ້ມີການຖ່າຍທອດສົດ ອອກທາງໂທລະພາບ ນະຄອນ ຫລວງວຽງຈັນ ຊ່ອງ 9 ໃຫ້ໄດ້ຮັບ ຊົມ ເລີ່ມແຕ່ເວລາ 7:30 ໂມງຂອງ ວັນທີ 27 ຕຸລາ 2026 ເປັນຕົ້ນໄປ. ຂ່າວ-ພາບ: ສົມພົງ ສີສະຫວັດ

RkJQdWJsaXNoZXIy MTc3MTYxMQ==