7388.13

xtgmf]k; 6 19/10/2026 glf4tdy f{la '7q , ***ອ່ານຕໍ່ສະບັບໜ້າ ***່ າໍ່ ສັ ບ້ າ glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d *** ຕໍ່ຈາກສະບັບກ່ອນ ***ໍ່ ຈັ ບ່ ອ g/Q k]t;a 'rtpkfxkdgxn j vp ]q 'g]a [ .ola f]h P' rN o4komk'my fltfu c]t ma fltot0v'ra d xt-k-q o xt8y ;a f]k; dj P;da [dkovvd9kd LDC dh k;l6j la '7q ,oy pq , ໂດຍ: ສຈ ຟາງເວີນ ຄະນະລັດທິີ ນັ ດິ ມາກເລນິນ ມະຫາວິທະຍາໄລຊູໂຈິ ນິ ທູ ໂ ຈຸດໝາຍປາຍທາງອັນສູງສົ່ງ ຂອງສັງຄົມນິຍົມ ແມ່ນການນຳ ເອົາຄວາມຜາສຸກ ແລະ ຄວາມອີ່ມ ໜຳສຳລານມາສູ່ປະຊາຊົນຢ່າງ ທົ່ວເຖິງ. ດັ່ງນັ້ນ, ການຫລຸດພົ້ນ ອອກຈາກສະຖານະພາບປະເທດ ດ້ອຍພັດທະນາ ຈຶ່ງບໍ່ແມ່ນພຽງແຕ່ ການປ່ຽນແປງຕົວເລກສະຖິຕິເທົ່າ ນັ້ນ, ແຕ່ແມ່ນການເຮັດໃຫ້ດັດຊະນີ ການພັດທະນາເຫລົ່ານັ້ນ ກາຍເປັນ ຜົນປະໂຫຍດຕົວຈິງໃນຊີວິດການ ເປັນຢູ່ຂອງປະຊາຊົນ ຜ່ານການ ຈັດຕັ້ງປະຕິບັດທີ່ຮອບດ້ານ ດັ່ງນີ້: ການຍົກລະດັບລາຍຮັບ ແລະ ຫລຸດຜ່ອນຄວາມທຸກຍາກ: ພວກ ເຮົາສຸມໃສ່ສົ່ງເສີມການຜະລິດ ສິນຄ້າໃຫ້ເປັນລະບົບ ແລະ ດຶງດູດ ການລົງທຶນທີ່ມີຄຸນນະພາບ ເພື່ອ ສ້າງວຽກເຮັດງານທຳທີ່ມີລາຍ ຮັບໝັ້ນຄົງ ຊຶຶ່ງເປັນກຸນແຈສຳຄັນ ໃນການຊ່ວຍເຫລືອຄອບຄົວຜູ້ມີ ລາຍຮັບຕ່ຳໃຫ້ຫລຸດພົ້ນອອກຈາກ ຄວາມທຸກຍາກຢ່າງຍືນຍົງ . ການພັດທະນາລະບົບສາທາ ລະນະສຸກທີ່ທົ່ວເຖິງ: ການເຂົ້າເຖິງ ການບໍລິການທາງການແພດແມ່ນ ສິດທິພື້ນຖານ, ເຮົາຈຶ່ງຕ້ອງຂະ ຫຍາຍຕາໜ່າງສາທາລະນະສຸກ ຮາກຖານ (ສຸກສາລາ) ໃຫ້ຄອບ ຄຸມທົ່ວປະເທດ, ພ້ອມທັງປະຕິບັດ ນະໂຍບາຍປິ່ນປົວ ໂດຍບໍ່ເສຍຄ່າ (ຟຣີ)ສຳລັບເດັກນ້ອຍ ແລະ ແມ່ ຍິງ ຄຽງຄູ່ກັບການຍົກລະດັບກອງ ທຶນປະກັນສຸຂະພາບແຫ່ງຊາດ ເພື່ອຮັບປະກັນສຸຂະພາບທີ່ດີຂອງ ປະຊາຊົນ . ການສ້າງຄວາມເທົ່າທຽມດ້ານ ການສຶກສາ: ການສຶກສາເປັນປັດ ໄຈຕັດສິນໃນການຍົກລະດັບຖານະ ທາງສັງຄົມ. ດັ່ງນັ້ນ, ພວກເຮົາຈຶ່ງ ສຸມໃສ່ການສຶກສາພາກບັງຄັບ, ການລຶບລ້າງການບໍ່ຮູ້ໜັງສື ແລະ ການເປີດໂອກາດໃຫ້ລູກຫລານຜູ້ ອອກແຮງງານໄດ້ເຂົ້າເຖິງການ ສຶກສາວິຊາຊີບ ເພື່ອເສີມສ້າງ ຄວາມຮູ້ຄວາມສາມາດໃຫ້ພວກ ເຂົາກາຍເປັນກຳລັງແຮງງານທີ່ມີ ຄຸນນະພາບ . ການພັດທະນາພື້ນຖານໂຄງ ລ່າງເພື່ອຄຸນນະພາບຊີວິດ: ເພື່ອ ຫລຸດຜ່ອນຊ່ອງຫວ່າງຄວາມແຕກ ໂຕນລະຫວ່າງຕົວເມືອງ ແລະ ຊົນ ນະບົດ, ພວກເຮົາຕ້ອງເພີ່ມທະວີ ການເຂົ້າເຖິງໄຟຟ້າ, ນ້ຳສະອາດ ແລະ ສັນຍານໂທລະຄົມມະນາຄົມ (ອິນເຕີເນັດ) ໃຫ້ເຂົ້າເຖິງທຸກຫລັງ ຄາເຮືອນ, ເພື່ອໃຫ້ປະຊາຊົນໃນ ທຸກທ້ອງຖິ່ນສາມາດເຂົ້າເຖິງຂໍ້ມູນ ຂ່າວສານ, ຄວາມຮູ້ໃໝ່ໆ ແລະ ລະ ບົບການເງິນດີຈິຕອນ ທີ່ເປັນພື້ນ ຖານສຳຄັນໃນການຍົກລະດັບຊີວິດ ການເປັນຢູ່ໃຫ້ດີຂຶ້ນ . ການຈັດຕັ້ງປະຕິບັດວຽກງານ ເຫລົ່ານີ້ ແມ່ນການຢັ້ງຢືນເຖິງເຈດ ຈຳນົງຂອງພັກ ແລະ ລັດ ທີ່ຖືເອົາ ປະຊາຊົນເປັນໃຈກາງຂອງການ ພັດທະນາ ເພື່ອໃຫ້ທຸກຄົນໄດ້ຮັບ ຜົນປະໂຫຍດຈາກຄວາມຈະເລີນ ຮຸ່ງເຮືອງຂອງປະເທດຊາດຢ່າງ ເທົ່າທຽມກັນ. ການສ້າງພື້ນຖານເພື່ອຄວາມ ຍຸດຕິທຳທາງສັງຄົມ. ຄວາມຍຸດຕິ ທຳທາງສັງຄົມ ເປັນຫົວໃຈສຳຄັນ ຂອງສັງຄົມນິຍົມ ທີ່ຮຽກຮ້ອງໃຫ້ ການຫລຸດພົ້ນອອກຈາກສະຖານະ ພາບປະເທດດ້ອຍພັດທະນາ ຕ້ອງ ໄປຄຽງຄູ່ກັບການແຈກຢາຍຜົນ ປະໂຫຍດຢ່າງເປັນທຳ ເພື່ອໃຫ້ ທຸກຊັ້ນຄົນໃນສັງຄົມໄດ້ຮັບຜົນປະ ໂຫຍດຢ່າງທົ່ວເຖິງ ດັ່ງນີ້: 1. ການຫລຸດຜ່ອນຄວາມແຕກ ໂຕນລະຫວ່າງຕົວເມືອງ ແລະ ຊົນ ນະບົດ: ຜ່ານການຜັນຂະຫຍາຍ ວຽກງານ “ສາມສ້າງ” ຢ່າງຕັ້ງ ໜ້າ ເພື່ອໂອນອຳນາດ ແລະ ງົບປະ ມານລົງສູ່ທ້ອງຖິ່ນ, ສ້າງບ້ານໃຫ້ ເປັນບ້ານພັດທະນາ ແລະ ເມືອງ ໃຫ້ເປັນເມືອງເຂັ້ມແຂງ, ເພື່ອສ້າງ ຄວາມເຂັ້ມແຂງໃຫ້ແກ່ຮາກຖານ ແລະ ຫລຸດຜ່ອນຊ່ອງຫວ່າງຄວາມ ແຕກໂຕນດ້ານການພັດທະນາ . 2. ສະຫວັດດີການສັງຄົມທີ່ ກວມລວມ: ພວກເຮົາຈະຂະຫຍາຍ ກອງທຶນປະກັນສັງຄົມໃຫ້ກວມ ເອົາແຮງງານນອກລະບົບ ແລະ ຜູ້ ປະກອບອາຊີບອິດສະລະ, ພ້ອມທັງ ມີນະໂຍບາຍອຸດໜູນພິເສດສຳລັບຜູ້ ດ້ອຍໂອກາດ, ຜູ້ພິການ ແລະ ຜູ້ໄດ້ ຮັບຜົນກະທົບຈາກລະເບີດບໍ່ທັນ *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ຫລັກການຈຳແນກຄະດີອາຍາ ັີ ແລະ ຄະດິແແ່ພ່ງິງ ຫລັກການຄົບອົງປະກອບຂອງ ການກະທຳຜິດຄະດີອາຍາ. ຂໍ້ເທັດ ຈິງສະແດງວ່າ ພຶດຕິກຳຂອງຜູ້ກະ ທຳ ຄົບອົງປະກອບ ແລະ ເຄື່ອງ ໝາຍຂອງການສໍ້ໂກງຊັບ ຕາມ ມາດຕາ 233 ປະມວນກົດ ໝາຍ ອາຍາ ກໍເປັນຄະດີອາຍາ ໃນສະ ຖານການສໍ້ໂກງຊັບ ໂດຍສະເພາະ ດ້ານພາວະວິໄສ ແລະ ດ້ານອັດຕະ ວິໄສ ໂດຍແຍກເປັນຂໍ້ ດັ່ງນີ້: 1) ຕ້ອງມີພຶດຕິກຳຫລອກ ລວງ. ຜູ້ກະທຳຜິດ ຕ້ອງມີການໃຊ້ເລ່ ລ່ຽມ, ຕົວະຍົວະຫລອກລວງ, ສ້າງ ຂໍ້ເທັດຈິງ ບໍ່ຈິງ, ໃຊ້ເອກະສານ ບໍ່ ຈິງ, ສ້າງສະພາບການ ບໍ່ຈິງ ຫລື ປິດບັງຂໍ້ເທັດຈິງອັນສຳຄັນ “ໃຫ້ ຂໍ້ມູນ ໂດຍບໍ່ຖືກຕ້ອງ” ເພື່ອໃຫ້ຜູ້ ອື່ນເຊື່ອ. ຕົວຢ່າງ 1: ກ ນໍາໃບຕາດິນ ປອມ ມາສະແດງຕໍ່ ຂ ວ່າ ເປັນທີ່ດິນ ຂອງຕົນ ແລະ ຂໍໃຫ້ ຂ ປ່ອຍເງິນກູ້. ກ ຮູ້ຢູ່ແລ້ວວ່າ ໃບຕາດິນເປັນປອມ ແຕ່ນຳມາໃຊ້ ເພື່ອສ້າງຄວາມເຊື່ອ. ອັນນີ້ ເປັນພຶດຕິກຳຫລອກລວງ ທີ່ ຊັດເຈນ. 2) ການຫລອກລວງ ຕ້ອງ ເຮັດໃຫ້ຜູ້ຖືກເສຍຫາຍ ຫລົງເຊື່ອ. ບໍ່ແມ່ນພຽງພົບວ່າຜູ້ກະທຳເວົ້າ ບໍ່ຈິງແລ້ວຈະຄົບອົງປະກອບ. ຕ້ອງ ພິສູດຕໍ່ໄປວ່າ ການຕົວະຫລອກ ລວງນັ້ນເຮັດໃຫ້ຜູ້ຖືກເສຍຫາຍ ເຂົ້າໃຈຜິດ ແລະ ເຊື່ອວ່າຂໍ້ອ້າງນັ້ນ ເປັນຄວາມຈິງ. ຕົວຢ່າງ 2: ກ ບອກ ຂ ວ່າ ຕົນ ມີສິດຈັດສັນໂຄງການເຮືອນ ແລະ ມີໃບອະນຸຍາດຄົບຖ້ວນ, ທັງທີ່ຕົນ ບໍ່ມີ. ຂ ເຫັນເອກະສານທີ່ ກ ສ້າງ ຂຶ້ນ ແລ້ວເຊື່ອວ່າ ໂຄງການເປັນ ຂອງແທ້ ຈຶ່ງຈ່າຍເງິນຈອງ. ການ ຫລົງເຊື່ອນັ້ນ ຈຶ່ງເກີດຈາກການ ຫລອກລວງໂດຍກົງ. 3) ຍ້ອນການຫລົງເຊື່ອ ຜູ້ຖືກ ເສຍຫາຍ ຈຶ່ງມອບຊັບ. ຈຸດພິເສດ ຂອງການສໍ້ໂກງຊັບ ແມ່ນຜູ້ຖືກເສຍຫາຍ ເປັນຜູ້ມອບ ຊັບໃຫ້ເອງ, ແຕ່ການມອບຊັບນັ້ນ ເກີດຈາກຄວາມຫລົງເຊື່ອ. ດັ່ງນັ້ນ, ຕ້ອງພິສູດໃຫ້ໄດ້ວ່າ ການຫລົງ ເຊື່ອຈາກການຫລອກລວງ ເປັນ ສາເຫດໂດຍກົງ ໃຫ້ຜູ້ຖືກເສຍຫາຍ ມອບຊັບ. ຕົວຢ່າງ3: ກນໍາໃບຕາດິນປອມ ມາຄ້ໍ້າປະກັນ.ຂເຫັນໃບຕາດິນແລ້ວ ເຊື່ອວ່າ ມີຊັບຄ້ໍ້າປະກັນແທ້ ຈຶ່ງ ມອບເງິນໃຫ້ ກ. ຖ້າບໍ່ມີໃບຕາດິນ ດັ່ງກ່າວ ຂ ຈະບໍ່ມອບເງິນ. ສະນັ້ນ, ການຫລອກລວງ ແມ່ນສາເຫດ ໂດຍກົງ ຂອງການມອບຊັບ. 4) ຕ້ອງມີເຈດຕະນາສໍ້ໂກງ ກ່ອນ ຫລື ໃນເວລາ ໄດ້ຮັບຊັບ. ນີ້ແມ່ນຈຸດສຳຄັນຂອງດ້ານອັດ ຕະວິໄສ ຊຶ່ງຕ້ອງພິຈາລະນາວ່າ ໃນ ເວລາທີ່ຜູ້ກະທຳຜິດ ໃຊ້ການຫລອກ ລວງ ແລະ ຮັບຊັບ ຜູ້ກະທຳຜິດ ມີ ເຈດຕະນາເອົາຊັບ ໂດຍການຫລອກ ລວງຢູ່ແລ້ວ ຫລື ບໍ່. ຕົວຢ່າງ 4: ກ ຂໍຢືມເງິນ 500 ລ້ານກີບຈາກ ຂ ໂດຍອ້າງວ່າ ຈະ ນຳໄປຊື້ສິນຄ້າ ເພື່ອນຳມາຂາຍ, ແຕ່ກ່ອນຮັບເງິນ ກ ບໍ່ມີທຸລະກິດນັ້ນ ເລີຍ, ບໍ່ມີການສັ່ງຊື້ສິນຄ້າ ແລະ ມີ ແຜນນຳເງິນໄປໃຊ້ສ່ວນຕົວຕັ້ງແຕ່ ຕົ້ນ. ຖ້າພິສູດໄດ້ດັ່ງນີ້ ກໍຊີ້ເຖິງ ເຈດຕະນາສໍ້ໂກງທີ່ມີຢູ່ກ່ອນ ໄດ້ ຮັບຊັບ. 5) ສັນຍາ ບໍ່ໄດ້ຕັດລັກສະນະ ອາຍາໂດຍອັດຕະໂນມັດ. ການມີສັນຍາ ບໍ່ໝາຍຄວາມ ວ່າ ຄະດີນັ້ນ ຕ້ອງເປັນຄະດີແພ່ງ ຊຶ່ງຕ້ອງເບິ່ງວ່າ ສັນຍານັ້ນ ເປັນ ສັນຍາທີ່ຄູ່ກໍລະນີ ຕັ້ງໃຈປະຕິບັດ ຈິງ ຫລື ເປັນພຽງຮູບການ ທີ່ຜູ້ກະ ທຳສ້າງຂຶ້ນ ເພື່ອໃຫ້ໄດ້ຊັບ. ຕົວຢ່າງ 5: ກ ເຮັດສັນຍາກູ້ຢືມ ເງິນກັບຫລາຍຄົນໃນໄລຍະສັ້ນ, ແຕ່ລະຄົນຖືກບອກວ່າ ກ ມີໂຄງ ການລົງທຶນຈິງ ແລະ ຈະໄດ້ກຳໄລ ສູງ. ຖ້າໃນຄວາມເປັນຈິງ ບໍ່ມີໂຄງ ການ ແລະ ສັນຍາ ຖືກໃຊ້ເປັນພຽງ ເຫດຜົນ ເພື່ອໃຫ້ຜູ້ອື່ນມອບເງິນໃຫ້ ຕົນ ກໍບໍ່ອາດອ້າງໄດ້ວ່າ ຕົນ “ມີສັນ ຍາ ຈຶ່ງເປັນຄະດີແພ່ງ”ໄດ້. 6) ການມີຊັບຄ້ຳປະກັນ ບໍ່ໄດ້ ຕັດລັກສະນະອາຍາ ໂດຍອັດຕະ ໂນມັດ. ໃນກໍລະນີນີ້ ຕ້ອງພິຈາລະນາ ຄຸນຄ່າ ແລະ ຄວາມແທ້ຈິງຂອງຊັບ ຄ້ຳປະກັນ. ຕົວຢ່າງ 6: ນຳໃບຕາດິນປອມ ມາຄ້ຳປະກັນ; ນໍາໃບຕາດິນ ຂອງ ຜູ້ອື່ນ ມາອ້າງເປັນຂອງຕົນ; ນໍາທີ່ ດິນທີ່ໄດ້ຂາຍໄປແລ້ວ ມາຄ້ຳປະ ກັນອີກ; ນໍາຊັບດຽວ ໄປຄ້ໍ້າຫລາຍ ບ່ອນ ແຕ່ປິດບັງຂໍ້ເທັດຈິງ; ອ້າງ ມູນຄ່າຊັບສູງກວ່າຄວາມຈິງ ຢ່າງ ຈົງໃຈ ເພື່ອໃຫ້ໄດ້ເງິນ. ໃນກໍລະນີ ເຫລົ່ານີ້ ຊັບຄ້ຳປະກັນເປັນພຽງ ເຄື່ອງມືຂອງການຫລອກລວງ ແທນທີ່ຈະເປັນຫລັກຖານວ່າ ເປັນ ຄະດີເປັນແພ່ງ. 7) ການນຳເງິນ ທີ່ໄດ້ຈາກ ການຫລອກລວງໄປຊື້ຊັບໃນນາມ ຕົນເອງ. ຕົວຢ່າງ 7: ກ ມອບເງິນໃຫ້ ຂ ໂດຍຕົກລົງວ່າໃຫ້ ຂ ນຳເງິນນັ້ນ ໄປຊື້ຊັບໃຫ້ ກ. ແຕ່ກ່ອນຮັບເງິນ ຂ ມີເຈດຕະນາຢູ່ແລ້ວວ່າ ຈະນຳເງິນ ຂອງ ກ ໄປຊື້ຊັບໃນນາມຂອງຕົນ ແລະ ໃຫ້ຊັບນັ້ນຕົກເປັນກຳມະສິດ ຂອງຕົນ. ຂ ຈຶ່ງໃຊ້ຄຳອ້າງວ່າ “ຈະຊື້ໃຫ້ ກ” ເພື່ອໃຫ້ ກ ຫລົງເຊື່ອ ແລະ ມອບເງິນ. 8) ຈຸດຂອງເວລາການຕົວະ ຫລອກລວງ: ຕ້ອງເກີດກ່ອນ ຫລື ໃນຂະນະຂອງການມອບຊັບ. ການຕົວະຍົວະຫລອກລວງ ທີ່ ຈະປະກອບເປັນການສໍ້ໂກງຊັບ ຕ້ອງເກີດຂຶ້ນກ່ອນ ຫລື ໃນຂະນະ ທີ່ຜູ້ຖືກເສຍຫາຍຕັດສິນໃຈມອບ ຊັບ ແລະ ຕ້ອງເປັນສາເຫດໃຫ້ຜູ້ ຖືກເສຍຫາຍຫລົງເຊື່ອ ແລະ ຍ້ອນ ຄວາມຫລົງເຊື່ອນັ້ນ ຈຶ່ງມອບຊັບ. ມາດຕາ 233 ກຳນົດລັກສະນະ ການ “ໃຊ້ເລ່ລ່ຽມ ຕົວະຍົວະຫລອກ ລວງ ເພື່ອເຮັດໃຫ້ຜູ້ອື່ນເອົາຊັບໃຫ້ ຕົນ” ຊຶ່ງສະແດງວ່າ ການຫລອກ ລວງ ຕ້ອງມີຄວາມສຳພັນໂດຍກົງ ກັບການມອບຊັບ. ຕົວຢ່າງ8:ຂນຳໃບຕາດິນປອມ ມາສະແດງຕໍ່ ກ ກ່ອນວັນຮັບເງິນ 5 ມື້ ແລະ ອ້າງວ່າເປັນຊັບຂອງຕົນທີ່ ຈະນຳມາຄ້ຳປະກັນ. ໃນວັນມອບ ເງິນ ຂ ບໍ່ໄດ້ເວົ້າຕົວະຊ້ຳອີກ, ແຕ່ ກ ຍັງເຊື່ອວ່າ ໃບຕາດິນແທ້ ແລະ ຍ້ອນຄວາມເຊື່ອນັ້ນ ຈຶ່ງມອບເງິນ. ການຫລອກລວງທີ່ເກີດກ່ອນ 5 ມື້ ຍັງເປັນສາເຫດຂອງການມອບຊັບ. ຕົວຢ່າງ 9: ກ ມອບເງິນໃຫ້ ຂ ຕາມສັນຍາທີ່ແທ້ຈິງ ໂດຍໃນເວລາ ມອບເງິນບໍ່ມີການຫລອກລວງ. ຫລັງຈາກໄດ້ເງິນແລ້ວ ຂ ຈຶ່ງຕົວະ ວ່າ ໄດ້ນຳເງິນໄປຊື້ຊັບແລ້ວ ທັງ ທີ່ບໍ່ໄດ້ຊື້. ຄຳຕົວະພາຍຫລັງນີ້ ບໍ່ ແມ່ນສາເຫດທີ່ເຮັດໃຫ້ ກ ມອບເງິນ ໃນຕອນຕົ້ນ; ຈຶ່ງບໍ່ຄວນນຳຄຳຕົວະ ພາຍຫລັງຢ່າງດຽວ ໄປສະຫລຸບ ວ່າ ການຮັບເງິນຕັ້ງແຕ່ຕົ້ນ ເປັນ ການສໍ້ໂກງຊັບ. 9) ເມື່ອຄົບອົງປະກອບທາງ ອາຍາແລ້ວ ຕ້ອງພິຈາລະນາແກ້ໄຂ ຜົນທາງແພ່ງຄຽງຄູ່ກັນ. ເມື່ອການກະທຳຄົບອົງປະກອບ ເປັນການສໍ້ໂກງຊັບ ຜູ້ກະທຳຜິດ ຍ່ອມຕ້ອງຮັບຜິດທາງອາຍາ; ແຕ່ ຖ້າການຫລອກລວງເກີດຂຶ້ນຜ່ານ ສັນຍາ ຫລືນິຕິກຳ ກໍຕ້ອງແກ້ໄຂຜົນ ທາງແພ່ງຄຽງຄູ່ກັນ. ຕາມມາດຕາ 19, 24, 27ແລະ28ຂອງປະມວນ ກົດໝາຍແພ່ງ, ນິຕິກຳທີ່ເກີດຈາກ ການຕົວະຍົວະຫລອກລວງ ເປັນນິຕິ ກຳໂມຄະບໍ່ເດັດຂາດ ຊຶ່ງຝ່າຍທີ່ ເສຍປະໂຫຍດມີສິດ ຂໍລົບລ້າງນິຕິ ກຳ; ເມື່ອນິຕິກຳຖືກລົບລ້າງແລ້ວ ຕ້ອງແກ້ໄຂຜົນທາງແພ່ງເຊັ່ນ ການ ຄືນຊັບ ຫລື ໃຊ້ແທນຄ່າເສຍຫາຍ. ພ້ອມກັນນັ້ນ, ຖ້າຊັບຂອງຜູ້ເສຍ ຫາຍຢູ່ໃນການຄອບຄອງຂອງບຸກ ຄົນອື່ນໂດຍບໍ່ມີພື້ນຖານທາງດ້ານ ກົດໝາຍ, ເຈົ້າຂອງຊັບສາມາດ ທວງເອົາຊັບຄືນ ຕາມມາດຕາ 334 ຂອງປະມວນກົດໝາຍແພ່ງ. ຕົວຢ່າງ 10: ຖ້າ ກ ຮູ້ຢູ່ແລ້ວວ່າ ລົດເປັນຂອງ ຄ ແຕ່ຫລອກ ຂ ວ່າ ເປັນຂອງຕົນ ແລ້ວຂາຍໃຫ້ ຂ ເພື່ອ ຮັບເງິນ, ພຶດຕິກຳດັ່ງກ່າວອາດຄົບ ອົງປະກອບການສໍ້ໂກງຊັບ. ຂະນະ ດຽວກັນ, ໃນທາງແພ່ງ ສັນຍາຊື້ ຂາຍທີ່ເກີດຈາກການຫລອກລວງກໍ ອາດຖືກ ຂໍລົບລ້າງ ແລະ ຕ້ອງແກ້ ໄຂຜົນຂອງສັນຍາຕາມກົດໝາຍ. ແຕກ ເພື່ອຮັບປະກັນວ່າບໍ່ມີໃຜຖືກ ປະຖິ້ມໄວ້ຂ້າງຫລັງ. 3. ຄວາມສະເໝີພາບຂອງບັນ ດາເຜົ່າ ແລະ ເພດ: ຮັບປະກັນສິດ ທິຄວາມເທົ່າທຽມຂອງທຸກຊົນເຜົ່າ ຜ່ານນະໂຍບາຍອຸດໜູນການສຶກ ສາ (Quota) ໃຫ້ລູກຫລານເຜົ່າ ສ່ວນນ້ອຍໄດ້ເຂົ້າເຖິງການສຶກສາ ຢ່າງເທົ່າທຽມ, ພ້ອມທັງຍົກລະ ດັບບົດບາດຂອງແມ່ຍິງໃຫ້ມີສ່ວນ ຮ່ວມຫລາຍຂຶ້ນໃນກົນໄກການຕັດ ສິນໃຈທັງທາງການເມືອງ ແລະ ເສດຖະກິດ. 4 . ການສ້າງລັດແຫ່ງກົດ ໝາຍທີ່ຍຸຕິທຳ: ເພີ່ມທະວີການບໍ ລິການຊ່ວຍເຫລືອທາງກົດໝາຍ ລ້າ (Legal Aid) ໃຫ້ແກ່ປະຊາ ຊົນຜູ້ທຸກຍາກ, ຕ້ານການສໍ້ລາດ ບັງຫລວງຢ່າງເດັດຂາດ ແລະ ປົກ ປ້ອງຜົນປະໂຫຍດຂອງພົນລະ ເມືອງທຸກຄົນຢ່າງສະເໝີພາບຕໍ່ໜ້າ ກົດໝາຍ ເພື່ອສ້າງສັງຄົມທີ່ປອດ ໄສ ແລະ ມີຄວາມຍຸຕິທຳ. ການອອກຈາກສະຖານະພາບ LDC ບໍ່ແມ່ນການຢຸດຢູ່ກັບທີ່, ແຕ່ແມ່ນ “ວິວັດທະນາການແຫ່ງ ການຫັນປ່ຽນ” ທີ່ສຳຄັນທີ່ສຸດ. ເມື່ອເສດຖະກິດຂະຫຍາຍຕົວບົນ ພື້ນຖານກຳລັງການຜະລິດທີ່ທັນ ສະໄໝ, ປະຊາຊົນມີຊີວິດການເປັນ ຢູ່ທີ່ດີຂຶ້ນ ແລະ ສັງຄົມມີຄວາມຍຸດ ຕິທຳ, ປະຊາຊົນລາວຈະກາຍເປັນ ກຳລັງແຮງອັນມະຫາສານທີ່ຕັ້ງ ໜ້າເຂົ້າຮ່ວມໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ກ້າວ ສູ່ສັງຄົມນິຍົມ ດ້ວຍຄວາມຮັ່ງມີ, ຄວາມມັ່ງຄັ່ງ, ຄວາມຍຸຕິທຳ ແລະ ຄວາມສີວິໄລຢ່າງໝັ້ນຄົງ ແລະ ຍືນຍົງ. ຂປລ. ພະຍາດປາກເປື່ອຍລົງ ເລັບ ເປັນພະຍາດຕິດຕໍ່ຮ້າຍແຮງ ທີ່ເກີດຈາກເຊື້ອໄວຣັດ ສາມາດແຜ່ ລະບາດໃນສັດ ເຊັ່ນ: ງົວ, ຄວາຍ, ໝູ ແລະ ແບ້ ໂດຍບໍ່ຈຳກັດອາຍຸ. ພະຍາດນີ້ສົ່ງຜົນກະທົບຕໍ່ສຸຂະພາບ ສັດ, ການຜະລິດຊີ້ນ ແລະ ນ້ຳນົມ ຕະຫລອດຮອດລາຍຮັບຂອງປະຊາ ຊົນທີ່ປະກອບອາຊີບລ້ຽງສັດ. ອາການຂອງພະຍາດນີ້ຈະມີດັ່ງ ນີ້: ສັດມີໄຂ້, ນ້ຳລາຍໄຫລຫລາຍ, ມີຕຸ່ມນ້ຳໃສຢູ່ບໍລິເວນຮີມສົບ, ຜົ້ງ ປາກ, ລີ້ນ, ຕີນ ແລະ ເຕົ້ານົມ. ເມື່ອ ຕຸ່ມນ້ຳໃສແຕກ ຈະກາຍເປັນບາດ ແຜ ເຮັດໃຫ້ສັດເຈັບປວດ, ກິນອາ ຫານ ແລະ ດື່ມນ້ຳລຳບາກ, ຍ່າງບໍ່ ສະດວກ ແລະ ຜະລິດນ້ຳນົມຫລຸດ ລົງ. ໂດຍສະເພາະງົວແມ່ທີ່ກຳລັງ ໃຫ້ນົມລູກ ຖ້າຜະລິດນ້ຳນົມຫລຸດ ລົງ ຫລື ບໍ່ມີນ້ຳນົມພຽງພໍ ອາດສົ່ງ ຜົນໃຫ້ລູກສັດຂາດສານອາຫານ ແລະ ສ່ຽງຕໍ່ການຕາຍ. ສຳລັບມາດຕະການປ້ອງກັນ ແລະ ຄວບຄຸມພະຍາດ: ເມື່ອພົບ ສັດມີອາການສົງໄສວ່າຕິດພະຍາດ ເຈົ້າຂອງສັດຕ້ອງຮີບແຍກສັດປ່ວຍ ອອກຈາກຝູງ, ຈຳກັດການເຄື່ອນ ຍ້າຍສັດ ແລະ ຮີບແຈ້ງໃຫ້ເຈົ້າໜ້າ ທີ່ສັດຕະວະແພດໃນທ້ອງຖິ່ນຊາບ ໂດຍໄວ ເພື່ອກວດວິນິດໄສ ແລະ ດຳເນີນມາດຕະການຄວບຄຸມຕາມ ລະບຽບການ. ການເບິ່ງແຍງສັດປ່ວຍຄວນ ດຳເນີນການຕາມຄຳແນະນຳຂອງ ສັດຕະວະແພດ, ຮັກສາຄວາມສະ ອາດຄອກສັດ ແລະ ຂ້າເຊື້ອບໍລິເວນ ທີ່ມີການລະບາດດ້ວຍສານຂ້າເຊື້ອ ທີ່ເໝາະສົມ.ບໍ່ຄວນນຳໃຊ້ສົ້ມ,ສານ ຝາດ ຫລື ສານອື່ນໆ ທາບາດແຜ ໂດຍບໍ່ໄດ້ຮັບຄຳແນະນຳຈາກຜູ້ ຊ່ຽວຊານ. ສ່ວນຢາຕ້ານເຊື້ອບໍ່ສາ ມາດຂ້າເຊື້ອໄວຣັດໄດ້ ແຕ່ອາດໃຊ້ ໃນກໍລະນີມີການຕິດເຊື້ອແບັກທີ ເຣຍແຊກຊ້ອນ ຕາມການພິຈາລະ ນາຂອງສັດຕະວະແພດ. ນອກນັ້ນ, ຫ້າມຂ້າສັດ ຫລື ນຳສັດອອກຈາກ ເຂດລະບາດໂດຍພະລະການ, ຫ້າມ ນຳຊີ້ນ ຫລື ສ່ວນຕ່າງໆຂອງສັດທີ່ ຕາຍຈາກພະຍາດໄປບໍລິໂພກ ຫລື ຈຳໜ່າຍຊື້ຂາຍ ແລະ ຫ້າມຖິ້ມຊາກ ສັດລົງໃນແມ່ນ້ຳລຳເຊ ຫລື ປ່ອຍ ໃຫ້ເນົ່າເປື່ອຍຕາມທຳມະຊາດ. ການກຳຈັດຊາກສັດຕ້ອງປະສານ ກັບເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອເລືອກ ວິທີທີ່ປອດໄພ. ພ້ອມນີ້, ຄວນປະສານກັບອົງ ການປົກຄອງທ້ອງຖິ່ນ ແລະ ໜ່ວຍ ງານທີ່ກ່ຽວຂ້ອງ ເພື່ອຄວບຄຸມການ ເຄື່ອນຍ້າຍງົວ, ຄວາຍ, ໝູ, ແບ້ ແລະ ຜະລິດຕະພັນສັດອອກຈາກ ເຂດລະບາດ. ການຍົກເລີກຂໍ້ຈຳ ກັດຄວນອີງຕາມການປະເມີນຂອງ ເຈົ້າໜ້າທີ່ ແລະ ການປະກາດຢ່າງ ເປັນທາງການ. ສຳລັບໄລຍະເວລາ 30 ວັນຫລັງຈາກສັດໂຕສຸດທ້າຍ ຫາຍດີ ຕ້ອງກວດສອບກັບຂໍ້ກຳ ນົດທາງການຂອງໜ່ວຍງານສັດ ຕະວະແພດ ກ່ອນນຳໄປລະບຸເປັນ ເງື່ອນໄຂທົ່ວໄປ. ດັ່ງນັ້ນ, ຂໍໃຫ້ປະຊາຊົນຜູ້ລ້ຽງ ສັດເອົາໃຈໃສ່ຕິດຕາມ, ກວດກາ ແລະ ເຝົ້າລະວັງສຸຂະພາບສັດຢ່າງ ໃກ້ຊິດ. ຖ້າພົບສັດມີອາການສົງໄສ ວ່າເປັນພະຍາດປາກເປື່ອຍລົງເລັບ ຕ້ອງຮີບແຈ້ງເຈົ້າໜ້າທີ່ກ່ຽວຂ້ອງ ໃນທ້ອງຖິ່ນໂດຍທັນທີ ເພື່ອຮ່ວມ ກັນປ້ອງກັນ ແລະ ສະກັດກັ້ນການ ແຜ່ລະບາດຢ່າງທັນການ. dkol= h 3d'-a [s]a ddko.odko9ecod ]ts;j k' 7tfu vkpk c]t 7tfu crj ' c]t zq omk'crj '0v'dkodtmezy f

RkJQdWJsaXNoZXIy MTc3MTYxMQ==