xtgmf]k; 7 14/10/2026 gsfdko{dkora fa mtok Iv'g]0kra dc0;'w-pt[6 ]u 8h voIa [ Iv'xtmkoltstra ooa dIq [gdq j kc0;'g-y o]k lh k'7;k,g0A ,c0'fh ko;Pd'kod;fdk .sh rtoa d'kodj P;0h v'mq j ;c0;';P'9a o ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ທ່ານ ດວງ ຕາ ໄຊວຸດ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງ ແຂວງໄຊຍະບູລີ ໄດ້ຕ້ອນຮັບ ທ່ານ ດິງ ມິງທາຍ ຮອງປະທານ ສະຫະພັນນັກຮົບເກົ່າແຂວງ ເຊິນ ລາ ສສ ຫວຽດນາມ ພ້ອມຄະນະ ໃນວັນທີ 13 ຕຸລາ 2026 ທີ່ຫ້ອງ ວ່າການແຂວງໄຊຍະບູລີ. ທ່ານ ດິງ ມິງທາຍ ໄດ້ແຈ້ງ ຈຸດປະສົງທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ ໂດຍ ສະເພາະເພື່ອເຂົ້າຮ່ວມກອງປະຊຸມ ພົບປະແລກປ່ຽນບົດຮຽນ ລະ ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ແຂວງວຽງຈັນ ໄດ້ຈັດຝຶກອົບຮົມວຽກງານກວດ ກາໃຫ້ພະນັກງານທີ່ຮັບຜິດຊອບ ວຽກງານດັ່ງກ່າວໃນທົ່ວແຂວງ ປະຈຳປີ 2026 ໃນວັນທີ 12 ຕຸລາ 2026 ໂດຍການເປັນປະທານ ທ່ານ ລຳໄມ ກູດລາວົງ ກຳມະການ ປະຈຳພັກແຂວງ, ປະທານຄະນະ ກວດກາພັກ, ປະທານອົງການ ກວດກາລັດ ແລະ ຫົວໜ້າອົງການ ຕ້ານການສໍ້ລາດບັງຫລວງ ແຂວງ ວຽງຈັນ, ທ່ານ ແສງທອງ ຊາວພູ ວົງ ຮອງຫົວໜ້າກົມກວດກາພັກ ພ້ອມດ້ວຍພະນັກງານກວດກາຈາກ ຂັ້ນແຂວງ, ພະແນກການ, ອົງການ ແລະ ບັນດາເມືອງ ເຂົ້າຮ່ວມ. ທ່ານ ລຳໄມ ກູດລາວົງ ໄດ້ກ່າວ ວ່າ: ວຽກງານກວດກາ ແມ່ນພາລະ ບົດບາດສຳຄັນຂອງພັກ ແລະ ເປັນ ກົນໄກຈຳເປັນ ໃນການຕິດຕາມ ກວດກາການຈັດຕັ້ງປະຕິບັດມະຕິ, ຄຳສັ່ງ, ລະບຽບຂອງພັກ ແລະ ກົດໝາຍຂອງລັດໃຫ້ມີປະສິດທິ ຜົນ. ການກວດກາທີ່ເຂັ້ມງວດ, ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ພິທີ ມອບ-ຮັບອຸປະກອນແລະ ເຄື່ອງກົນ ຈັກການຜະລິດ ໃຫ້ສູນພັດທະນາ ກະສິກຳຫລັກ 35 ເມືອງຈຳພອນ ແຂວງສະຫວັນນະເຂດ ລະຫວ່າງ ກົມສົ່ງເສີມກະສິກຳ ແລະ ສະຫະ ກອນ, ກະຊວງກະສິກຳ ແລະ ສິ່ງ ແວດລ້ອມ ແລະ ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງສະຫວັນ ນະເຂດ ຈັດຂຶ້ນໃນທ້າຍອາທິດ ຜ່ານມາ ຕາງໜ້າມອບໂດຍ ທ່ານ ອານົງສອນ ພົມມະຈັນ ຫົວໜ້າກົມ ສົ່ງເສີມກະສິກຳ ແລະ ສະຫະກອນ ແລະ ຕາງໜ້າຮັບໂດຍ ທ່ານ ນາງ ອໍລະວັນ ສາມາດມະນີວົງ ຮອງ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງສະຫວັນນະ ເຂດ, ມີພາກສ່ວນຕ່າງໆທີ່ກ່ຽວ ຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ. ທ່ານ ສຳລານ ປະເສີດຄຳຫລ້າ ຫົວໜ້າໂຄງການ ສົ່ງເສີມລະບົບ ຕ່ອງໂສ້ການຜະລິດກະສິກຳເປັນ ສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ໄດ້ໃຫ້ຮູ້ວ່າ: ໂຄງການ ຄສກສ ແມ່ນໂຄງການໜຶ່ງທີ່ນອນ ໃນອົງປະກອບຂອງກົມສົ່ງເສີມ ກະສິກຳ ແລະ ສະຫະກອນ ຊຶ່ງໄດ້ ຮັບທຶນຊ່ວຍເຫລືອລ້າຈາກທະນາ ຄານພັດທະນາອາຊີ ມູນຄ່າ 40,5 ລ້ານໂດລາສະຫະລັດ ເພື່ອມາຊ່ວຍ ສະໜັບສະໜູນການຈັດຕັ້ງປະຕິບັດ ແຜນຍຸດທະສາດ ການພັດທະນາ lts;a ootg0f wfh Ia [v5 xtdvo c]t g7n j v'dq o9a ddkozt]y f gzu pczj dq f\kp.o0q 'g0flkmk]totl5 d .sh rtcoddkovh v,0h k'c0;'v5 fq ,wຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພະແນກສາທາ ລະນະສຸກ ແຂວງອຸດົມໄຊ ເຜີຍແຜ່ ກົດໝາຍໃນຂົງເຂດສາທາລະນະ ສຸກ ໃຫ້ບັນດາພະແນກການອ້ອມ ຂ້າງແຂວງ ໃນວັນທີ 12 ຕຸລາ 2026 ໂດຍການເປັນປະທານຂອງ ທ່ານ ຄຳຜາຍ ສຸວັນດີ ຮອງພະແນກ ສາທາລະນະສຸກແຂວງອຸດົມໄຊ ມີ ບັນດາພະແນກການ, ສອງກອງ ບັນຊາການ ປກຊ-ປກສ, ຫ້ອງການ ແລະ ອົງການຈັດຕັ້ງທຽບເທົ່າອ້ອມ ຂ້າງແຂວງເຂົ້າຮ່ວມ. ການເຜີຍແຜ່ບັນດານິຕິກຳ ແລະ ກົດໝາຍໃນຂົງເຂດສາທາລະນະ ສຸກ ໃນຄັ້ງນີ້, ປະກອບມີ: ກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນ ກະສິກຳ ແລະ ປ່າໄມ້ ຂອງລັດຖະ ບານລາວແຕ່ປີ2020-2025ແລະ ວິໄສທັດ 2030, ເປັນໂຄງການ ໜຶ່ງທີ່ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຄໍ້າປະກັນຄວາມໝັ້ນ ຄົງ ທາງດ້ານສະບຽງອາຫານ, ການຜະລິດເປັນສິນຄ້າ, ການພັດ ທະນາຊົນນະບົດ ແລະ ລຶບລ້າງ ຄວາມທຸກຍາກ ໃນ ສປປ ລາວ. ຈຸດປະສົງສະເພາະຂອງໂຄງການ ແມ່ນເພື່ອປັບປຸງຂອດການແຂ່ງຂັນ ທາງດ້ານການຜະລິດກະສິກຳເປັນ ສິນຄ້າ ໂດຍສຸມໃສ່ລະບົບຕ່ອງ ໂສ້ການຜະລິດເຂົ້າ ຢູ່ແຂວງສະ ຫວັນນະເຂດ, ແຂວງຄຳມ່ວນ, ແຂວງສາລະວັນ ແລະ ພືດຜັກຢູ່ ນະຄອນຫລວງວຽງຈັນ, ແຂວງ ຈຳປາສັກ, ແຂວງເຊກອງ. ໄລຍະ ເວລາຂອງໂຄງການແມ່ນໄດ້ເລີ່ມ ຈັດຕັ້ງປະຕິບັດແຕ່ວັນທີ 5 ທັນວາ 2018 ແລະ ປິດໂຄງການໃນວັນທີ 30 ມີນາ 2025 ແລະ ໄດ້ຕໍ່ໂຄງ ການອອກໄປເປັນສອງໄລຍະຄື: ແຕ່ເດືອນກຸມພາ 2022-30 ກັນຍາ 2026 ແລະ ແຕ່ເດືອນພຶດສະພາ 2026-30 ທັນວາ 2027 ໂດຍ ມີມູນຄ່າທັງໝົດ 40,5 ລ້ານໂດລາ ສະຫະລັດ ຊຶ່ງເປັນທຶນຊ່ວຍເຫລືອ ລ້າຈາກທະນາຄານພັດທະນາອາ ຊີ. ໂຄງການ ຄສກສ ໄດ້ສະໜອງ ກຳລັງການຜະລິດໃຫ້ບັນດາສູນ ທີ່ນອນໃນເຂດເປົ້າໝາຍຂອງ ໂຄງການ ໂດຍໄດ້ສະໜອງເຄື່ອງ ກົນຈັກ ແລະ ອຸປະກອນການຜະລິດ ໃຫ້ 3 ສູນຄື: ສູນພັດທະນາກະສິກຳ ເຊບັ້ງໄຟ ແຂວງຄຳມ່ວນ ມີມູນຄ່າ 180.800 ກວ່າໂດລາສະຫະລັດ, ສູນພັດທະນາກະສິກຳຫລັກ 35 ແຂວງສະຫວັນນະເຂດ ມູນຄ່າ 275.900 ກວ່າໂດລາສະຫະລັດ ແລະ ສູນພັດທະນາກະສິກຳໜອງ ແດງ ແຂວງສາລະວັນ ມູນຄ່າ 342.800 ກວ່າໂດລາສະຫະລັດ, ມາຮອດປັດຈຸບັນ ແມ່ນໄດ້ຈັດສົ່ງ ອຸປະກອນ ແລະ ກົນຈັກໃຫ້ສູນ ສຳເລັດແລ້ວ 100%. ສຳລັບເຄື່ອງກົນຈັກ ແລະ ອຸປະ ກອນການຜະລິດທີ່ມອບໃຫ້ສູນ ພັດທະນາກະສິກຳຫລັກ 35 ໃນ ຄັ້ງນີ້ປະກອບມີ 16 ລາຍການຄື: ເຄື່ອງອົບເມັດພັນ, ເຄື່ອງຄັດເມັດ ເຂົ້າ, ເຄື່ອງອັດເຟືອງ, ລົດໄຖນາ 2 ຄັນ, ລົດກ່ຽວເຂົ້າ, ລົດດ້າມ, ປ້ຳລົມແບັດເຕີຣີ, ຈັກສີດນ້ຳແຮງ ດັນສູງ, ໄຖ 6 ຈານ, ໄຖ 3 ຈານ, ເຄື່ອງປັ່ນດິນ, ໜາກລັອກ 3 T, ໂປມກະແລັດ, ພັດລົມໃຫຍ່ ແລະ ຈັກຂຸດຕົ້ນໄມ້. ຕົ້ນ, ກົດໝາຍວ່າດ້ວຍການປະກັນ ສຸຂະພາບ, ກົດໝາຍຊັບພະຍາກອນ ທີ່ເປັນຢາ, ກົດໝາຍວ່າດ້ວຍ ຢາ ແລະ ຜະລິດຕະພັນການແພດ ປັບ ປຸງໃໝ່ ປີ 2025, ກົດໝາຍວ່າ ດ້ວຍການຄວບຄຸມຢາສູບ 2021, ກົດໝາຍວ່າດ້ວຍ ຢາ ແລະ ຜະລິດ ຕະພັນການແພດ (ສະບັບປັບປຸງ) 2012, ກົດໝາຍວ່າດ້ວຍການສະ ກັດກັ້ນ ແລະ ຕ້ານເຊື້ອເອຈໄອວີ (ພະຍາດເອດ) 2011, ກົດໝາຍ ວ່າດ້ວຍອະນາໄມ ແລະ ສົ່ງເສີມ ສຸຂະພາບ (ສະບັບປັບປຸງ) 2019, ກົດໝາຍວ່າດ້ວຍອາຫານ (ສະບັບ ປັບປຸງ) 2013, ກົດໝາຍວ່າດ້ວຍ ການປິ່ນປົວ (ສະບັບປັບປຸງ), ກົດໝາຍ ວ່າດ້ວຍການຄວບຄຸມ ເຄື່ອງດື່ມທີ່ມີທາດເຫລົ້າ, ກົດໝາຍ ວ່າດ້ວຍການໃຫ້ວັກຊິນກັນພະຍາດ 2018, ກົດໝາຍ ວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ 2019. ຈຸດປະສົງກໍເພື່ອສ້າງຄວາມ ຮັບຮູ້, ຄວາມເຂົ້າໃຈຢ່າງເປັນເອກະ ພາບ ແລະ ເພີ່ມທະວີການປະສານ ງານ, ການຮ່ວມມື ລະຫວ່າງບັນດາ ຂະແໜງການອ້ອມຂ້າງແຂວງ ໃນການຈັດຕັ້ງປະຕິບັດວຽກງານ ສາທາລະນະສຸກ ໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍທີ່ໄດ້ກຳນົດ ໄວ້. ຂ່າວ: ສຸວັນທອງ ປັນຍາຂັນ ຫວ່າງ ແຂວງເຊິນລາ ແລະ ແຂວງ ໄຊຍະບູລີ, ພ້ອມດຽວກັນຍັງຈະ ໄດ້ຮ່ວມກັນເຮັດບົດບັນທຶກການ ຮ່ວມມືຮອບດ້ານ ໃນຂົງເຂດວຽກ ງານສະຫະພັນນັກຮົບເກົ່າຂອງ ທັງສອງແຂວງຕື່ມອີກ. ໂອກາດດັ່ງກ່າວ, ທ່ານ ດວງຕາ ໄຊວຸດ ກໍໄດ້ສະແດງຄວາມຍິນດີ ຕ້ອນຮັບຄະນະຜູ້ແທນຂອງແຂວງ ເຊິນລາ ທີ່ມາຢ້ຽມຢາມ ແລະ ເຮັດ ວຽກຢູ່ແຂວງໄຊຍະບູລີ ໃນຄັ້ງນີ້, ພ້ອມທັງລາຍງານສະພາບການ ພັດທະນາດ້ານເສດຖະກິດ, ທີ່ຕັ້ງ ແລະ ພູມສັນຖານຂອງແຂວງໃຫ້ ທີມງານຮອງປະທານສະຫະພັນ ນັກຮົບເກົ່າແຂວງເຊິນລາ ໄດ້ຮັບ ຊາບ, ໂດຍລວມແລ້ວເສດຖະກິດ ຂອງແຂວງໄຊຍະບູລີ ແມ່ນໄດ້ອາ ໄສ 3 ເສົາຄໍ້າຄື: ການຜະລິດກະສິ ກໍາຕິດພັນກັບການປຸງແຕ່ງເພື່ອ ສົ່ງອອກເປັນສິນຄ້າ, ການຜະລິດ ອຸດສາຫະກໍາ ພະລັງງານໄຟຟ້າ ແລະການບໍລິການທາງຜ່ານຕິດພັນ ກັບການຄ້າຊາຍແດນ, ເສດຖະກິດ ຂອງແຂວງເຕີບໂຕສະເລ່ຍ 4,5% ຕໍ່ປີ, ລວມຍອດຜະລິດພາຍໃນບັນລຸ 24,108 ຕື້ກີບ, ສະເລ່ຍໃສ່ຫົວຄົນ ໄດ້ 2.567 ໂດລາສະຫະລັດ. ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ ຖືກຕ້ອງ ແລະ ທັນເຫດການ ຈະ ຊ່ວຍປ້ອງກັນ ແລະ ສະກັດກັ້ນການ ສວຍໃຊ້ອຳນາດໜ້າທີ່, ການສໍ້ລາດ ບັງຫລວງ ແລະ ປະກົດການຫຍໍ້ທໍ້ ຕ່າງໆ. ການຝຶກອົບຮົມຄັ້ງນີ້, ເປັນ ໂອກາດສຳຄັນໃນການຍົກລະດັບ ຄວາມຮູ້ ທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງຂອງພະນັກງານ ກວດກາ ເພື່ອໃຫ້ສາມາດປະຕິບັດ ໜ້າທີ່ຕາມພາລະບົດບາດໄດ້ດີ ຂຶ້ນ ພ້ອມທັງໄດ້ຮຽກຮ້ອງໃຫ້ຄະ ນະຮັບຜິດຊອບ, ວິທະຍາກອນ ແລະ ນັກສຳມະນາກອນ ເອົາໃຈ ໃສ່ຕິດຕາມບົດຮຽນ, ຄົ້ນຄວ້າ, ແລກປ່ຽນບົດຮຽນຈາກພຶດຕິກຳ ຕົວຈິງ ແລະ ປະຕິບັດເວລາຮຽນໃຫ້ ເຂັ້ມງວດ ເພື່ອໃຫ້ການຝຶກອົບຮົມ ບັນລຸຈຸດປະສົງທີ່ວາງໄວ້. ການຝຶກອົບຮົມຈະດໍາເນີນໄປ ຮອດວັນທີ 16 ຕຸລາ 2026 ຊຶ່ງ ປະກອບມີເນື້ອໃນສຳຄັນ ຄື: ຄວາມ ຮູ້ພື້ນຖານກ່ຽວກັບວຽກງານກວດ ກາພັກ; ຄວາມຮູ້ພື້ນຖານກ່ຽວກັບ ວຽກງານກວດກາລັດ; ຄວາມຮູ້ ພື້ນຖານກ່ຽວກັບວຽກງານຕ້ານ ການສໍ້ລາດບັງຫລວງ; ຄວາມຮູ້ ພື້ນຖານກ່ຽວກັບການສືບສວນສອບສວນ; ວຽກງານຄົ້ນຄວ້າຄຳ ຮ້ອງ-ຄຳສະເໜີ; ວຽກງານປັບປຸງ ກົງຈັກການຈັດຕັ້ງ ແລະ ການ ບຳລຸງສ້າງພະນັກງານກວດກາ; ວຽກງານສ້າງສຳເນົາ-ສຳນວນ ເອກະສານວຽກງານກວດກາ. ການຈັດຝຶກອົບຮົມຄັ້ງນີ້, ກໍເພື່ອ ສ້າງຄວາມເຂົ້າໃຈອັນເປັນເອກະ ພາບ, ຍົກສູງຄວາມສາມາດຂອງ ພະນັກງານກວດກາໃນທຸກຂັ້ນ ແລະ ເສີມສ້າງປະສິດທິຜົນຂອງ ວຽກງານກວດກາ ເພື່ອປະກອບ ສ່ວນໃນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມ ໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ແຂວງວຽງຈັນ ໃຫ້ບັນລຸຜົນສຳເລັດ ຕາມເປົ້າໝາຍ.
RkJQdWJsaXNoZXIy MTc3MTYxMQ==