7385

xtgmf]k; 6 14/10/2026 glf4tdy f{la '7q , ***ອ່ານຕໍ່ສະບັບໜ້າ ***່ າໍ່ ສັ ບ້ າ glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d l;ofvdw,h s5 [g0q kok''k, cs]j 'mj v'mj P;csj '.\j 0v'g,n v';a ';P' ໂດຍ: ແສງສະຫວັນັນ (ຂໍ້ມູນວິທະຍຸກະຈາຍສຽງແຫ່ງຊາດລາວ)ໍູ້ິຸ່ ໂດຍ: ສຈ ຟາງເວີນ ຄະນະລັດທິີ ນັ ດິ ມາກເລນິນ ມະຫາວິທະຍາໄລຊູໂຈິ ນິ ທູ ໂ co;mk'dkovvd9kdlt4kotrk[xtgmffh vpra fmtok0v']k; dh k;0B ol6j la '7q ,oy pq , ຂປລ. ເມືອງວັງວຽງ ແຂວງ ວຽງຈັນ ເປັນເມືອງທ່ອງທ່ຽວ ທາງທຳມະຊາດທີ່ມີຊື່ສຽງຂອງ ສປປ ລາວ ຊຶ່ງປັດຈຸບັນໄດ້ມີແຫລ່ງ ທ່ອງທ່ຽວແຫ່ງໃໝ່ເພີ່ມຂຶ້ນອີກ ແຫ່ງ ຄື ສວນດອກໄມ້ຫຸບເຂົານາງ ງາມ ຕັ້ງຢູ່ບ້ານໂພນເງິນ ເມືອງວັງ ວຽງ ຊຶ່ງໄດ້ເປີດໃຫ້ບໍລິການນັກ ທ່ອງທ່ຽວຢ່າງເປັນທາງການ ໃນ ວັນທີ 9 ຕຸລາ 2026. ສວນດອກ ຂປລ. ພາຍຫລັງການສະຖາ ປະນາ ສປປ ລາວ ໃນປີ 1975, ປະ ເທດລາວໄດ້ຜ່ານຜ່າໄລຍະຟື້ນຟູ ຫລັງສົງຄາມດ້ວຍລະບົບເສດຖະ ກິດແບບລວມສູນ. ຈຸດປ່ຽນຄັ້ງປະ ຫວັດສາດເກີດຂຶ້ນໃນປີ 1986 ເມື່ອ ພັກປະຊາຊົນປະຕິວັດລາວ ໄດ້ປະ ກາດ “ແນວທາງປ່ຽນແປງໃໝ່” ໂດຍຫັນສູ່ເສດຖະກິດຕະຫລາດ ທີ່ມີການຄຸ້ມຄອງຂອງລັດ, ເປີດ ກວ້າງການລົງທຶນ ແລະ ເຊື່ອມ ໂຍງສູ່ສາກົນ (ເຂົ້າເປັນສະມາຊິກ ASEANໃນປີ1997ແລະWTO ໃນປີ 2013). ໃນໄລຍະສະຕະວັດ ທີ21, ລາວໄດ້ຫັນປ່ຽນຍຸດທະສາດ ຈາກປະເທດປິດລ້ອມ (LandLocked) ມາເປັນປະເທດເຊື່ອມ ໂຍງ ໂດຍມີໂຄງການເສັ້ນທາງລົດ ໄຟ ລາວ-ຈີນ ເປັນເສັ້ນເລືອດໃຫຍ່ ໃນການຂັບເຄື່ອນເສດຖະກິດ. ຜົນສຳເລັດຕະຫລອດ 50 ປີທີ່ ຜ່ານມາ, ສປປ ລາວ ໄດ້ສ້າງຜົນ ສຳເລັດອັນໂດດເດັ່ນໃນຫລາຍດ້ານ, ໂດຍສະເພາະດ້ານການເມືອງ ແລະ ຄວາມໝັ້ນຄົງຮັກສາສະຖຽນລະ ພາບໄດ້ຢ່າງໝັ້ນຄົງ, ສ້າງຄວາມ ສາມັກຄີປອງດອງລະຫວ່າງບັນດາ ເຜົ່າ. ດ້ານເສດຖະກິດມີການເຕີບ ໂຕຢ່າງຕໍ່ເນື່ອງ, ຍົກລະດັບຈາກ ປະເທດທີ່ທຸກຍາກສູ່ປະເທດທີ່ມີພື້ນ ຖານໂຄງລ່າງທັນສະໄໝແລະ ເປັນ “ໝໍ້ໄຟແຫ່ງອາຊີ”. ດ້ານສັງຄົມ ອັດຕາຄວາມທຸກຍາກຫລຸດລົງ, ລະບົບການສຶກສາ ແລະ ສາທາລະ ນະສຸກຂະຫຍາຍຕົວສູ່ຮາກຖານ, ພ້ອມທັງປົກປັກຮັກສາມໍລະດົກ ໂລກ ແລະ ເອກະລັກວັດທະນະ ທຳໄດ້ຢ່າງສະຫງ່າຜ່າເຜີຍ. ດ້ານ ການຕ່າງປະເທດ ມີສາຍພົວພັນ ການທູດກັບຕ່າງປະເທດ 155 ປະ ເທດ ແລະ ມີບົດບາດສູງເດັ່ນໃນ ເວທີສາກົນ. ການຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ, ການຫລຸດພົ້ນຈາກ LDC ເປັນຍຸດ ທະສາດແຫ່ງຊາດ ເພື່ອຍົກລະດັບ ຄຸນນະພາບຊີວິດຂອງປະຊາຊົນ. ເຖິງວ່າຈະມີສິ່ງທ້າທາຍຈາກວິກິດ ການໂຄວິດ-19 ແລະ ສິ່ງທ້າທາຍ ດ້ານເສດຖະກິດມະຫາພາກ (ເງິນ ເຟີ້ ແລະ ໜີ້ສິນ), ແຕ່ລັດຖະບານ ລາວ ໄດ້ເລັ່ງຈັດຕັ້ງປະຕິບັດ “ຍຸດ ທະສາດການປ່ຽນຜ່ານຢ່າງເປັນ ລະບົບ”. ການຫລຸດພົ້ນຈາກ LDC ບໍ່ແມ່ນເສັ້ນໄຊສຸດທ້າຍ, ແຕ່ເປັນ ການສ້າງຄວາມເຊື່ອໝັ້ນໃຫ້ແກ່ ສາກົນ ແລະ ເປັນການເປີດບົດບາດ ໃໝ່ໃນການພັດທະນາປະເທດ. ຄວາມເຊື່ອມໂຍງລະຫວ່າງການ ຫລຸດພົ້ນຈາກ LDC ແລະ ການ ກ້າວສູ່ສັງຄົມນິຍົມ ສອງຄາດໝາຍ ນີ້ມີຄວາມເຊື່ອມໂຍງກັນຢ່າງແໜ້ນ ແຟ້ນ: ການອອກຈາກ LDC ແມ່ນ ການສ້າງ “ພື້ນຖານໂຄງລ່າງ ແລະ ກຳລັງການຜະລິດ”, ສ່ວນການ ກ້າວສູ່ສັງຄົມນິຍົມແມ່ນການກຳ ນົດ “ຄຸນຄ່າ ແລະ ທິດທາງ” ຂອງ ການພັດທະນາ. ພາຍໃຕ້ລະບົບ ເສດຖະກິດຕະຫລາດຕາມທິດສັງ ຄົມນິຍົມ, ລັດຖະບານສືບຕໍ່ເນັ້ນໃສ່ ການພັດທະນາທີ່ສະເໝີພາບ, ການ ຫລຸດຜ່ອນຄວາມທຸກຍາກ ແລະ ການເປັນເຈົ້າການໃນຂະແໜງຍຸດ ທະສາດ ເພື່ອຮັບປະກັນວ່າຜົນປະ ໂຫຍດທັງໝົດຈະຕົກເປັນຂອງປະ ຊາຊົນ. ເສັ້ນທາງຂອງ ສປປ ລາວ ຄືການຫັນປ່ຽນຈາກຄວາມທຸກຍາກ ຫລັງສົງຄາມ ສູ່ການເປັນປະເທດທີ່ ມີສະຖຽນລະພາບ, ມີພື້ນຖານໂຄງ ລ່າງທີ່ທັນສະໄໝ ແລະ ມຸ່ງໜ້າສູ່ ຄວາມຈະເລີນຮຸ່ງເຮືອງໂດຍຍຶດໝັ້ນ ໃນການພັດທະນາເສດຖະກິດທີ່ຍືນ ຍົງ, ຄຽງຄູ່ກັບຄວາມຍຸຕິທຳທາງ ສັງຄົມຕາມອຸດົມການສັງຄົມນິຍົມ. ພັກປະຊາຊົນປະຕິວັດລາວ ໄດ້ ກຳນົດທິດທາງຢ່າງຈະແຈ້ງວ່າ ສປປ ລາວ ຈະກ້າວຂຶ້ນສູ່ສັງຄົມນິ ຍົມໂດຍຜ່ານ “ໄລຍະຂ້າມຜ່ານ” ໂດຍກົງຈາກລະບອບປະຊາທິປະໄຕ ປະຊາຊົນ ໂດຍບໍ່ຜ່ານໄລຍະການ ຂະຫຍາຍຕົວຂອງລະບອບທຶນນິ ຍົມຢ່າງເຕັມຮູບແບບ. ເນື່ອງຈາກ ປະເທດຊາດເລີ່ມຕົ້ນຈາກພື້ນຖານ ເສດຖະກິດທີ່ດ້ອຍພັດທະນາ, ວິວັດ ທະນາການນີ້ຈຶ່ງມີລັກສະນະຍາວ ນານ ແລະ ສະຫລັບຊັບຊ້ອນ ຊຶ່ງ ຕ້ອງມີການຫັນປ່ຽນຢ່າງຮອບດ້ານ ທັງດ້ານກຳລັງການຜະລິດ, ໂຄງ ລ່າງເສດຖະກິດ ແລະ ເຄິ່ງໂຄງສ້າງ ທາງດ້ານການເມືອງ-ວັດທະນະ ທຳ ເພື່ອສ້າງພື້ນຖານອັນໜັກແໜ້ນ. ທັດສະນະການຂ້າມຜ່ານຂອງ ພັກປະຊາຊົນປະຕິວັດລາວ ບໍ່ແມ່ນ ການປະຕິເສດຄວາມສີວິໄລຂອງ ມວນມະນຸດ, ແຕ່ແມ່ນການໝູນໃຊ້ ກົນໄກແລະ ເຄື່ອງມືຂອງລະບົບທຶນ ນິຍົມມາສ້າງເງື່ອນໄຂພັດທະນາ ໃຫ້ແກ່ຕົນເອງ ໂດຍການເລືອກເຟັ້ນ ຮຽນຮູ້ ແລະ ຮັບເອົາຜົນສຳເລັດ ດ້ານວິທະຍາສາດ, ເຕັກໂນໂລຊີ, ຕະຫລອດເຖິງລະບົບການຄຸ້ມຄອງ ເສດຖະກິດແລະການບໍລິຫານທີ່ທັນ ສະໄໝຈາກບັນດາປະເທດທີ່ພັດທະ ນາແລ້ວມາປັບໃຊ້. ໃນຂະນະດຽວ ກັນ, ກໍປະຕິເສດ ລະບົບການກົດຂີ່ ຂູດຮີດ, ຄວາມບໍ່ສະເໝີພາບທາງ ສັງຄົມ ແລະ ທາດແທ້ຂອງທຶນນິຍົມ ທີ່ມຸ່ງເນັ້ນພຽງແຕ່ຜົນກຳໄລສ່ວນ ບຸກຄົນ, ພ້ອມທັງເປີດປະຕູຮ່ວມມື ກັບທຸກປະເທດຢ່າງສະເໝີພາບ ບົນຫລັກການຕ່າງຝ່າຍຕ່າງໄດ້ ຮັບຜົນປະໂຫຍດ ໂດຍຍຶດໝັ້ນການ ປົກປັກຮັກສາອະທິປະໄຕ ແລະ ຜືນ ແຜ່ນດິນອັນຄົບຖ້ວນຂອງຊາດເປັນ ສິ່ງສຳຄັນ.” ພັກປະຊາຊົນປະຕິວັດລາວຖືວ່າ ເສດຖະກິດຕະຫລາດເປັນຜົນສຳ ເລັດຮ່ວມຂອງມວນມະນຸດ ຈຶ່ງໄດ້ ນຳໃຊ້ກົນໄກດັ່ງກ່າວພາຍໃຕ້ການ ຄຸ້ມຄອງຂອງລັດ ໂດຍການສ້າງ ໂຄງສ້າງເສດຖະກິດຫລາຍພາກ ສ່ວນ ທີ່ເປີດໂອກາດໃຫ້ພາກລັດ, ເອກະຊົນພາຍໃນແລະຕ່າງປະ ເທດ ໄດ້ແຂ່ງຂັນກັນຢ່າງສະເໝີພາບ, ໃນຂະນະທີ່ພາກລັດຍັງຄົງກຳທິດ ທາງໃນບັນດາຂະແໜງການຍຸດທະ ສາດທີ່ສຳຄັນ ເປັນຕົ້ນແມ່ນພະລັງ ງານ, ການເງິນ ແລະ ພື້ນຖານໂຄງ ລ່າງ. ຄຽງຄູ່ກັນນັ້ນ, ລັດຍັງໄດ້ເຮັດ ໜ້າທີ່ດັດສົມເສດຖະກິດ ໂດຍການ ນຳໃຊ້ກົດໝາຍ ແລະ ນະໂຍບາຍ ເງິນຕາຢ່າງມີປະສິດທິພາບ ເພື່ອ ປ້ອງກັນການຜູກຂາດ, ແກ້ໄຂວິກິດ ການ ແລະ ຫລຸດຜ່ອນຊ່ອງຫວ່າງ ຄວາມແຕກໂຕນລະຫວ່າງຄົນຮັ່ງມີ ແລະ ຄົນທຸກຍາກ. ທັງໝົດນີ້ ກໍເພື່ອ ມຸ່ງໄປສູ່ເປົ້າໝາຍສູງສຸດ ຄືການ ສ້າງຄວາມກົມກຽວລະຫວ່າງການ ເຕີບໂຕທາງເສດຖະກິດ (GDP) ແລະຄວາມຍຸຕິທຳທາງສັງຄົມໂດຍ ຍຶດໝັ້ນເອົາປະຊາຊົນເປັນໃຈກາງ ຂອງການພັດທະນາຢ່າງແທ້ຈິງ. ເພື່ອປົດປ່ອຍກຳລັງການຜະ ລິດ ແລະ ຫລຸດພົ້ນຈາກສະຖານະ LDC, ພັກໄດ້ສຸມໃສ່ 4 ຂະແໜງ ຍຸດທະສາດ: 1.ໂຄງລ່າງຄົມມະນາ ຄົມ: ຫັນຈາກ “ປະເທດປິດລ້ອມ” ເປັນ “ປະເທດເຊື່ອມໂຍງ” (ເຊັ່ນ: ລົດໄຟ ລາວ-ຈີນ); 2. ພະລັງງານ ແລະ ອຸດສາຫະກຳ: ເປັນ “ໝໍ້ໄຟ ແຫ່ງອາຊີ” ແລະ ຫັນການຂຸດຄົ້ນ ແຮ່ທາດມາເປັນອຸດສາຫະກຳປຸງ ແຕ່ງເພື່ອເພີ່ມມູນຄ່າ; 3. ກະສິກຳ ທັນສະໄໝ: ຫັນຈາກການຜະລິດ ເພື່ອບໍລິໂພກ ມາເປັນການຜະລິດ ເປັນສິນຄ້າ, ໂດຍນຳໃຊ້ເຕັກນິກ ແລະ ກົນຈັກທີ່ກ້າວໜ້າ; 4. ໂຄງ ລ່າງດີຈິຕອນ: ຫັນເປັນເສດຖະກິດ ດີຈິຕອນ ເພື່ອຍົກສູງປະສິດທິພາບ ການບໍລິຫານ ແລະ ຄວາມໂປ່ງໃສ. ການຂ້າມຜ່ານລະບອບທຶນນິ ຍົມຂອງ ສປປ ລາວ ແມ່ນສິລະປະ ໄມ້ແຫ່ງນີ້ບໍ່ພຽງແຕ່ມີຈຸດເດັ່ນດ້ານ ຄວາມງາມຂອງດອກໄມ້ ແລະ ທຳ ມະຊາດເທົ່ານັ້ນ, ແຕ່ຍັງເນັ້ນການ ສົ່ງເສີມເອກະລັກວັດທະນະທຳ ຂອງຊົນເຜົ່າມົ້ງ, ຄຽງຄູ່ກັບການ ສ້າງວຽກເຮັດງານທຳ ແລະ ສ້າງ ລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ ອີກດ້ວຍ. ທ່ານ ໄທ ຢ່າງ ຜູ້ບໍລິຫານສວນ ດອກໄມ້ຫຸບເຂົານາງງາມ ໃຫ້ສຳ ພາດວ່າ: ເມືອງວັງວຽງ ມີທຳມະ ຊາດອັນສວຍງາມ ປະກອບດ້ວຍ ພູຜາປ່າໄມ້ທີ່ຂຽວສົດງົດງາມ ແລະ ສາຍນ້ຳໃສເຢັນ ແລະ ອາກາດບໍລິ ສຸດ ຈຶ່ງເປັນປັດໄຈສຳຄັນທີ່ດຶງດູດ ໃຫ້ມີການພັດທະນາແຫລ່ງທ່ອງ ທ່ຽວຮູບແບບໃໝ່. ດ້ວຍເຫດນີ້ ຈຶ່ງ ໄດ້ເລືອກເອົາພື້ນທີ່ດັ່ງກ່າວມາພັດ ທະນາເປັນສວນດອກໄມ້ຂະໜາດ ໃຫຍ່ ໂດຍອອກແບບ ແລະ ຈັດສັນ ພື້ນທີ່ຢ່າງສ້າງສັນ ເຊັ່ນ: ການຈັດ ສວນດອກໄມ້ເປັນຮູບວົງມົນ, ປະສົມ ປະສານດອກໄມ້ ແລະ ຈຸດເຊັກອິນ “ປະຕູສະຫວັນ” ເພື່ອສ້າງຄວາມ ປະທັບໃຈໃຫ້ນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດ ໄດ້ຊົມ ຄວາມງາມ, ຖ່າຍຮູບ ແລະ ສຳຜັດ ກັບບັນຍາກາດທີ່ເປັນເອກະລັກ. ທ່ານ ໄທ ຢ່າງ ກ່າວວ່າ: ສິ່ງທີ່ ເຮັດໃຫ້ສວນດອກໄມ້ຫຸບເຂົານາງ ງາມມີຄວາມໂດດເດັ່ນ ແມ່ນການ ປະສານຄວາມງາມຂອງທຳມະ ຊາດເຂົ້າກັບເອກະລັກວັດທະນະ ທຳຂອງຊົນເຜົ່າມົ້ງ ເພື່ອສ້າງປະ ສົບການທ່ອງທ່ຽວທີ່ແຕກຕ່າງ ຈາກແຫລ່ງທ່ອງທ່ຽວອື່ນໆ. ການ ພັດທະນາສວນດັ່ງກ່າວຍັງເນັ້ນ ການມີສ່ວນຮ່ວມຂອງຊຸມຊົນ ເພື່ອ ຊ່ວຍອະນຸລັກ ແລະ ເຜີຍແຜ່ມູນ ເຊື້ອວັດທະນະທຳທ້ອງຖິ່ນ ພ້ອມ ທັງສ້າງໂອກາດດ້ານອາຊີບ ແລະ ລາຍຮັບໃຫ້ແກ່ປະຊາຊົນ. ສຳລັບແຜນການໃນຕໍ່ໜ້າ ທາງ ສວນມີແນວຄິດສ້າງເຮືອນຊົນເຜົ່າ ມົ້ງທີ່ມີຮູບແບບເປັນເອກະລັກ ພ້ອມ ທັງພັດທະນາສິ່ງອຳນວຍຄວາມ ສະດວກ ແລະ ເຮືອນພັກຄ້າງຄືນ ເພື່ອຮອງຮັບນັກທ່ອງທ່ຽວທີ່ຕ້ອງ ການພັກຜ່ອນທ່າມກາງທຳມະຊາດ ແລະ ຮຽນຮູ້ວິຖີຊີວິດ, ປະເພນີ ແລະ ວັດທະນະທຳຂອງຊົນເຜົ່າມົ້ງຢ່າງ ໃກ້ຊິດ. ການພັດທະນາໃນອະນາຄົດ ຄາດວ່າຈະຊ່ວຍເພີ່ມທາງເລືອກໃຫ້ ແກ່ນັກທ່ອງທ່ຽວ ແລະ ສ້າງຄວາມ ຫລາກຫລາຍໃຫ້ແກ່ຜະລິດຕະພັນ ທ່ອງທ່ຽວຂອງເມືອງວັງວຽງ. ທ່ານ ໄທ ຢ່າງ ຍັງກ່າວຕື່ມວ່າ: ປັດຈຸບັນ ລັດຖະບານໄດ້ເປີດກວ້າງ ໂອກາດໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນໃນ ຫລາຍຂະແໜງການ ເພື່ອປະກອບ ສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ ເສດຖະກິດຂອງຊາດ.ພ້ອມນີ້ຍັງໄດ້ ເຊີນຊວນຄົນລາວທີ່ຢູ່ຕ່າງປະເທດ ໃຫ້ຫັນກັບຄືນສູ່ບ້ານເກີດເມືອງ ນອນ ເພື່ອຮ່ວມລົງທຶນ, ນຳເອົາ ຄວາມຮູ້ແລະປະສົບການມາປະກອບ ສ່ວນໃນການພັດທະນາປະເທດ ຊາດໃຫ້ຈະເລີນຮຸ່ງເຮືອງຍິ່ງຂຶ້ນ. ສວນດອກໄມ້ຫຸບເຂົານາງງາມ ຈຶ່ງເປັນອີກໜຶ່ງຈຸດໝາຍທ່ອງທ່ຽວ ທີ່ມີທ່າແຮງທັງດ້ານການຊົມຄວາມ ງາມຂອງດອກໄມ້, ການສຳຜັດທຳ ມະຊາດແລະການຮຽນຮູ້ວັດທະນະ ທຳຊົນເຜົ່າ. ຖ້າຫາກໄດ້ຮັບການພັດ ທະນາຢ່າງຕໍ່ເນື່ອງ ກໍຈະສາມາດ ປະກອບສ່ວນສ້າງສີສັນໃໝ່ໃຫ້ ແກ່ການທ່ອງທ່ຽວວັງວຽງ ແລະ ສົ່ງເສີມເສດຖະກິດຊຸມຊົນໃຫ້ເຕີບ ໂຕຢ່າງຍືນຍົງ. ໃນການປະສົມປະສານລະຫວ່າງ ກົນໄກຕະຫລາດອັນຄ່ອງຕົວ (ເພື່ອ ຄວາມຮັ່ງມີທາງວັດຖຸ) ແລະ ການ ນຳພາຂອງພັກ (ເພື່ອຄວາມຍຸຕິທຳ ແລະ ຄວາມສະເໝີພາບ) ຊຶ່ງເປັນ ກຸນແຈສຳຄັນໃນການນຳພາປະ ເທດຊາດບັນລຸເປົ້າໝາຍມຸ່ງສູ່ສັງ ຄົມນິຍົມຢ່າງຍືນຍົງ. ການຫລຸດພົ້ນ ອອກຈາກສະຖານະພາບປະເທດ ດ້ອຍພັດທະນາ(LDC)ຂອງສປປ ລາວ ບໍ່ແມ່ນພຽງແຕ່ການບັນລຸຕົວ ເລກສະຖິຕິຕາມເກນຂອງອົງການ ສະຫະປະຊາຊາດ, ແຕ່ຫາກເປັນ ເປົ້າໝາຍຍຸດທະສາດທີ່ສະແດງ ເຖິງການປ່ຽນແປງທາງດ້ານກຳ ລັງການຜະລິດ, ຄຸນນະພາບຊີວິດ ແລະ ຄວາມຍຸດຕິທຳໃນສັງຄົມ ເພື່ອສ້າງປະຖົມປັດໄຈ ທີ່ໜັກແໜ້ນ ໃຫ້ແກ່ການກ້າວສູ່ສັງຄົມນິຍົມ. ອີງຕາມທິດສະດີມາກ-ເລນິນ, ກຳລັງການຜະລິດແມ່ນປັດໄຈຕັດ ສິນຕໍ່ການປ່ຽນແປງລະບອບເສດ ຖະກິດ-ສັງຄົມ,ດັ່ງນັ້ນການຫລຸດພົ້ນ ອອກຈາກສະຖານະພາບປະເທດ ດ້ອຍພັດທະນາຈຶ່ງຖືເປັນບາດກ້າວ ບຸກທະລຸໃນການຫັນປ່ຽນພື້ນຖານ ການຜະລິດຂອງ ສປປ ລາວ ຢ່າງ ຮອບດ້ານ.

RkJQdWJsaXNoZXIy MTc3MTYxMQ==