14/10/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp dt-;'dtly de c]t lyj 'c;f]h v, lts]v';a ooEcsj '-kf ຂປລ. ກຸ່ມບໍລິສັດເຄມີແຫ່ງຊາດ ຫວຽດນາມ (Vinachem) ຮ່ວມ ກັບ ບໍລິສັດຮຸ້ນສ່ວນລົງທຶນດ້ານ ພະລັງງານ ແລະ ບໍ່ແຮ່ຫວຽດນາມ ຈັດພິທີລິເລີ່ມໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອແຮ່ຄືນໃໝ່ ດ້ວຍມູນ ຄ່າ 492 ລ້ານໂດລາສະຫະລັດ ໃນວັນທີ 12 ຕຸລາ 2026 ຢູ່ເມືອງ ໜອງບົກ ແຂວງຄຳມ່ວນ ໂດຍມີ ເປົ້າໝາຍຈະນຳໃຊ້ໂຮງງານທີ່ຖືກ ເລີ່ມໂຄງການ...ີ່ ສສກ ເປີດຊຸດຝຶກອົບຮົມ...ີຸຶົົ ສະພາແຫ່ງຊາດ ພິຈາລະນາ...່ິ ເປີດບໍລິການກວດສຸຂະພາບຕາ...ີໍິຸ ຂປລ. ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດພິທີສະເຫລີມ ສະຫລອງວັນນ້ຳແຫ່ງຊາດ ແລະ ກອງປະຊຸມປະຈຳປີ 2026 ຂອງ ຂະແໜງຊັບພະຍາກອນນ້ຳ ໃນ ວັນທີ 12 ຕຸລາ 2026 ຢູ່ ເມືອງ ວັງວຽງ ແຂວງວຽງຈັນ ໂດຍ ການເປັນປະທານຂອງທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດ ຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ພ້ອມດ້ວຍຫົວໜ້າ ກົມ, ຮອງຫົວໜ້າກົມ, ຕາງໜ້າບັນ ດາກະຊວງ, ອົງການ, ທ້ອງຖິ່ນ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, ທ່ານ ນາງ ຈັນທະຄອນ ບົວລະພັນ ໄດ້ເນັ້ນໜັກວ່າ: ນໍ້າ ແມ່ນປັດໄຈພື້ນຖານຂອງຊີວິດ ແລະ ເປັນຕົ້ນທຶນທາງທຳມະຊາດ ທີ່ສຳຄັນຂອງຊາດ ຊຶ່ງມີຄວາມ ຜູກພັນກັບການກະສິກຳ, ການຜະ ລິດອາຫານ, ພະລັງງານ, ການ ອຸປະໂພກ-ບໍລິໂພກ, ລະບົບນິເວດ ແລະ ການດຳລົງຊີວິດຂອງປະຊາ ຊົນ. ເຖິງວ່າ ສປປ ລາວ ຈະມີຊັບ ພະຍາກອນນ້ຳຢ່າງອຸດົມສົມບູນ, ແຕ່ກໍຍັງຮຽກຮ້ອງໃຫ້ມີການບໍລິ ຫານ ແລະ ນຳໃຊ້ນ້ຳຢ່າງມີປະສິດ ທິຜົນ, ເປັນທຳ ແລະ ຍືນຍົງ. ກອງປະຊຸມຄັ້ງນີ້, ໄດ້ວາງທິດ ທາງການປະຕິບັດວຽກງານໃນຕໍ່ ໜ້າ ໂດຍໄດ້ເລັ່ງປັບປຸງ ແລະ ຈັດ ຕັ້ງແຜນຄຸ້ມຄອງອ່າງຮັບນ້ຳບຸລິ ມະສິດ 14 ອ່າງຮັບນ້ຳໃຫ້ເປັນຮູບ ປະທຳ, ພັດທະນາລະບົບຂໍ້ມູນນ້ຳ, ການພະຍາກອນ ແລະ ການເຕືອນ ໄພລ່ວງໜ້າໃຫ້ທັນສະໄໝ ແລະ ເຂົ້າເຖິງຊຸມຊົນ, ເສີມສ້າງຄວາມ ພ້ອມຂອງທ້ອງຖິ່ນ ແລະ ຊຸມຊົນ ໃນການຮັບມືກັບນ້ຳຖ້ວມ ແລະ ໄພແຫ້ງແລ້ງ, ສົ່ງເສີມການນຳໃຊ້ ນ້ຳຢ່າງປະຢັດ ແລະ ຍືນຍົງ ຄຽງ ຄູ່ກັບການປົກປັກຮັກສາແຫລ່ງ ນ້ຳ ແລະ ລະບົບນິເວດ, ເພີ່ມທະວີ ການປະສານງານ, ການແບ່ງປັນ ຂໍ້ມູນ ແລະ ການຮ່ວມມືລະຫວ່າງ ຂະແໜງການ, ທ້ອງຖິ່ນ, ຄູ່ຮ່ວມ ພັດທະນາ ແລະ ປະຊາຊົນ, ພ້ອມທັງ ສົ່ງເສີມການມີສ່ວນຮ່ວມຂອງຍິງຊາຍ ແລະ ເສີມສ້າງບຸກຄະລາກອນ ດ້ານຊັບພະຍາກອນນ້ຳໃຫ້ມີຄວາມ ຮູ້ ແລະ ຄວາມສາມາດສູງຂຶ້ນ. ຂ່າວ-ພາບ: ອະພິເດດ ແສງດາລາ ການສຶກສາກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພະນັກງານ ບໍລິຫານຂັ້ນຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມພາຍໃນກະຊວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫລວງ ແລະ ຫົວໜ້າຫ້ອງການຂອງມະຫາວິທະ ຍາໄລ ເຂົ້າຮ່ວມ. ຊຸດຝຶກອົບຮົມຄັ້ງນີ້, ຈັດຂຶ້ນ ເປັນເວລາ 5 ວັນ ແຕ່ວັນທີ 12-16 ຕຸລາ 2026, ຜູ້ເຂົ້າຮ່ວມຈະໄດ້ ຮຽນຮູ້ ແລະ ເຊື່ອມຊຶມ 12 ຫົວຂໍ້ ສໍາຄັນ ຈາກວິທະຍາກອນ ແລະ ຜູ້ ຊ່ຽວຊານຂັ້ນສູງ ເປັນຕົ້ນແມ່ນການ ບໍລິຫານລັດໃນລະບົບການເມືອງ; ການນໍາພາ ແລະ ການຄຸ້ມຄອງ; ການບໍລິຫານການປ່ຽນແປງເພື່ອ ຄວາມກ້າວໜ້າ; ການວາງແຜນ ຍຸດທະສາດ; ການຄຸ້ມຄອງ ແລະ ກວດກາງົບປະມານແຫ່ງລັດ; ການ ກວດກາ, ກວດສອບ ແລະ ການ ຕ້ານການສໍ້ລາດບັງຫລວງ; ການ ຄຸ້ມຄອງ, ການປະເມີນຜົນ ແລະ ການພັດທະນາພະນັກງານ-ລັດຖະ ກອນ; ວຽກງານເອກະສານທາງ ລັດຖະການ ແລະ ການສໍາເນົາເອກະ ເມືອງຫາດຊາຍຟອງ ນະຄອນ ຫລວງວຽງຈັນ ໂດຍມີທ່ານ ດຣ ນາງ ສຸລິພອນ ສຸດາຈັນ ຮອງຫົວ ໜ້າກົມປິ່ນປົວຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ທ່ານ ບົວໃສ ລຸນນະວົງສາ ຄະນະປະຈຳ ພັກເມືອງ, ປະທານກຳມະການ ປົກຄອງເມືອງຫາດຊາຍຟອງ, ທ່ານ ດຣ ຄຳຄູນ ໂຫລານຸພາບ ຫົວ ໜ້າສູນປິ່ນປົວ ແລະ ຮັກສາສຸຂະ ພາບຕາ, ພ້ອມດ້ວຍພໍ່ແມ່ປະຊາຊົນ ເຂົ້າຮ່ວມ. ການຈັດກິດຈະກຳຄັ້ງນີ້, ເປັນ ການສະເຫລີມສະຫລອງວັນສາຍ ຕາໂລກ ປະຈຳປີ 2026 ແນໃສ່ປິ່ນ ປົວ ແລະ ຮັກສາຄົນເຈັບຕາມົວ, ຕາ ບໍ່ເຫັນຮຸ່ງ ຫລື ຕາບອດຍ້ອນພະຍາດ ແກ່ນຕາຂຸ້ນຫາກກວດພົບໃນຄັ້ງນີ້, ຈະໄດ້ບໍລິການຜ່າຕັດແກ່ນຕາຂຸ້ນ ປະຕິບັດກົດໝາຍວ່າດ້ວຍນາຍ ທະຫານກອງທັບປະຊາຊົນລາວ, ເຫດຜົນ ແລະ ຄວາມຈຳເປັນໃນ ການປັບປຸງ, ຂະບວນການຄົ້ນຄວ້າ ປັບປຸງ ແລະ ຄາດຂະເນຜົນໄດ້ຮັບ ຊຶ່ງກົດໝາຍສະບັບນີ້ ໄດ້ປະກາດ ໃຊ້ຢ່າງເປັນທາງການໃນປີ 2004 ປະກອບມີ 7 ໝວດ 33 ມາດຕາ (ບໍ່ມີພາກ) ແລະ ໄດ້ປັບປຸງຄືນ ໃໝ່ ໃນປີ 2018 ຊຶ່ງປະກອບທີ 5 ພາກ 8 ໝວດ 50 ມາດຕາ. ສຳລັບ ກົດໝາຍວ່າດ້ວຍນາຍທະຫານ ກອງທັບປະຊາຊົນລາວ ສະບັບປັບ ປຸງ ຄັ້ງນີ້ ປະກອບມີ VIII ພາກ 9 ໝວດ 59 ມາດຕາ. ໃນນັ້ນ, ເພີ່ມ ພາກໃໝ່ 3 ພາກ, 4 ໝວດ, ຂຽນ ໃໝ່ 15 ມາດຕາ, ປັບປຸງ 38 ມາດ ຕາ ແລະ ຮັກສາໄວ້ 6 ມາດຕາ. ສຳລັບເຫດຜົນຂອງການປັບປຸງ ກົດໝາຍສະບັບນີ້ ເນື່ອງຈາກວ່າ ການກຳນົດເນື້ອໃນບາງມາດຕາ ຂອງກົດໝາຍຍັງບໍ່ທັນຈະແຈ້ງ, ຮັດກຸມ, ຍັງມີບາງບັນຫາບໍ່ທັນ ໄດ້ກຳນົດໄວ້ໃນກົດໝາຍ ແລະ ການກຳນົດເນື້ອໃນບາງອັນບໍ່ທັນ ມີລັກສະນະຊຸກຍູ້, ສົ່ງເສີມໃຫ້ນາຍ ສານ; ການຄຸ້ມຄອງ-ບໍລິຫານ ວຽກງານການສຶກສາ, ວິທະຍາ ສາດ, ກິລາ-ກາຍຍະກຳ; ວຽກງານ ເອກະສານພັກ ແລະ ຄວາມເປັນ ເສນາທິການ. ໃນໂອກາດນີ້, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ຍົກໃຫ້ເຫັນຈຸດ ປະສົງສຳຄັນຂອງການຈັດຝຶກອົບ ຮົມ ເພື່ອຍົກລະດັບຄວາມຮູ້, ຄວາມ ສາມາດ ແລະ ເສີມສ້າງຫລັກມູນ ທິດສະດີ, ພ້ອມທັງບົດຮຽນຕົວຈິງ ກ່ຽວກັບວຽກງານການບໍລິຫານຄຸ້ມຄອງລັດ ໃຫ້ແກ່ພະນັກງານ ນຳພາ-ຄຸ້ມຄອງ. ພ້ອມນີ້, ທ່ານຍັງ ໄດ້ເນັ້ນໃຫ້ບັນດາຜູ້ບໍລິຫານການ ສຶກສາ, ວິທະຍາສາດ ແລະ ກິລາ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ ເຂົ້າຮ່ວມຈົ່ງພ້ອມກັນເອົາໃຈໃສ່ຄົ້ນ ຄວ້າ, ປະກອບສ່ວນຢ່າງຕັ້ງໜ້າ, ຮັບຟັງການບັນຍາຍ-ເຜີຍແຜ່ເນື້ອ ໃນເອກະສານຕ່າງໆດ້ວຍຄວາມ ຮັບຜິດຊອບສູງ ເພື່ອໃຫ້ສາມາດ ກຳໄດ້ຢ່າງເລິກເຊິ່ງ ແລະ ນຳເອົາ ຄວາມຮູ້ທີ່ໄດ້ຮັບໄປໝູນໃຊ້ເຂົ້າໃນ ການຈັດຕັ້ງປະຕິບັດໜ້າທີ່ວຽກງານ ວິຊາສະເພາະຢູ່ຂະແໜງການ ແລະ ທ້ອງຖິ່ນຂອງຕົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ. ຂ່າວ-ພາບ: ລູກນ້ຳເຊ ທະຫານມີຄວາມຫ້າວຫັນໃນການ ປະຕິບັດໜ້າທີ່ເປັນຕົ້ນອາຍຸກະສຽນ ປະດັບຊັ້ນ, ເລື່ອນຊັ້ນ, ປະດັບທຽບ ຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະ ຫານແຕ່ລະຂັ້ນ, ການປະດັບຊັ້ນ ແລະ ປະດັບທຽບຊັ້ນເປັນນາຍ ທະຫານ, ເງື່ອນໄຂການເລື່ອນຊັ້ນ ຂອງນາຍທະຫານ, ການກຳນົດ ຊັ້ນໃສ່ຕຳແໜ່ງບັນຊາຂອງນາຍ ທະຫານ, ອາຍຸກະສຽນຮັບບຳ ນານ, ການຍົກຂັ້ນເງິນເດືອນ, ການ ເສຍອົງຄະ, ການບັນຊາລະບົບ ສອງຫົວໜ້າ. ທັງນີ້, ກໍເພື່ອແນໃສ່ ເຮັດໃຫ້ກົດໝາຍສະບັບນີ້ ມີເນື້ອໃນ ຄົບຖ້ວນ, ຊັດເຈນ, ຮັດກຸມ ແລະ ສອດຄ່ອງກັບສະພາບການປັບປຸງ ກໍ່ສ້າງກອງທັບ ໃນໄລຍະໃໝ່. ພາຍຫລັງກົດໝາຍວ່າດ້ວຍນາຍ ທະຫານກອງທັບປະຊາຊົນລາວ ຖືກ ຮັບຮອງ ແລະ ປະກາດໃຊ້ຢ່າງເປັນ ທາງການຄາດວ່າຈະເປັນເຄື່ອງ ມືສໍາຄັນໃຫ້ລັດ ໃນການຄຸ້ມຄອງ ວຽກງານນາຍທະຫານແບບລວມ ສູນ ແລະ ເປັນບ່ອນອີງໃຫ້ກະຊວງ ປ້ອງກັນປະເທດ ໃນການຄຸ້ມຄອງ, ນໍາພາບັນຊາ, ສ້າງນາຍທະຫານ ແລະ ການປະຕິບັດນະໂຍບາຍຕໍ່ ນາຍທະຫານ, ເຮັດໃຫ້ນາຍທະຫານ ມີຄວາມໜັກແໜ້ນທາງດ້ານການ ເມືອງແນວຄິດ, ມີຄວາມເຂັ້ມແຂງ ແລະ ເຮັດສຳເລັດໜ້າທີ່ທີ່ໄດ້ຮັບ ມອບໝາຍ; ເປັນບ່ອນອີງໃຫ້ບັນດາ ກະຊວງ, ອົງການຈັດຕັ້ງຕ່າງໆ ແລະ ອົງການປົກຄອງທ້ອງຖິ່ນ ໃນການຄຸ້ມຄອງນາຍທະຫານ ແລະ ສ້າງເງື່ອນໄຂອໍານວຍຄວາມ ສະດວກໃຫ້ນາຍທະຫານເຮັດສຳ ເລັດໜ້າທີ່, ຊ່ວຍເຫລືອເບິ່ງແຍງ ທາງດ້ານວັດຖຸຈິດໃຈ ແລະ ຊີວິດ ການເປັນຢູ່ຂອງນາຍທະຫານ ແລະ ຄອບຄົວເປັນຕົ້ນຄອບຄົວນາຍ ທະຫານຜູ້ເສຍສະລະຊີວິດ, ຜູ້ເສຍ ອົງຄະ, ວິລະຊົນແຫ່ງຊາດ, ນັກຮົບ ແຂ່ງຂັນ, ພະນັກງານບຳນານ ແລະ ຄອບຄົວນາຍທະຫານຜູ້ທີ່ພວມ ປະຕິບັດໜ້າທີ່ພິເສດຢູ່ເຂດຫ່າງໄກ ສອກຫລີກ, ທຸລະກັນດານ; ສ້າງ ສະຕິຕື່ນຕົວໃຫ້ນາຍທະຫານຕໍ່ ການຈັດຕັ້ງ, ມີລະບຽບວິໄນເຂັ້ມ ງວດ ແລະ ເຮັດສຳເລັດໜ້າທີ່ການ ເມືອງຂອງກອງທັບທີ່ພັກ-ລັດມອບ ໝາຍໃຫ້. ຂ່າວ: ທະນູທອງ; ພາບ: ເກດສະໝາ ໃຫ້ ໂດຍບໍ່ເສຍຄ່າໝາຍຄວາມວ່າ ຄ່າໃຊ້ຈ່າຍໃນການຜ່າຕັດໃນຄັ້ງ ນີ້ ແມ່ນໄດ້ຮັບການສະໜັບສະໜູນ ຈາກຜູ້ໃຈບຸນ ກໍຄື ອົງການຈັດຕັ້ງ ສາກົນ ໄດ້ແບ່ງປັນນໍ້າໃຈເຮັດເປັນ ໂຄງການຜ່າຕັດແກ່ນຕາຂຸ້ນໂດຍ ບໍ່ເສຍຄ່າ ເພື່ອຊ່ວຍເຫລືອຄົນເຈັບ ຕາບອດຜູ້ທຸກຍາກ ແລະ ດ້ອຍໂອ ກາດໃນ ສປປ ລາວ. ວັນສາຍຕາໂລກແມ່ນງານໜຶ່ງ ທີ່ຈັດຂຶ້ນທຸກໆປີໃນອາທິດທີ 2 ຂອງ ເດືອນຕຸລາ ເພື່ອເລັ່ງໃສ່ໃຫ້ທຸກ ພາກສ່ວນມີສ່ວນຮ່ວມໃນການແກ້ ໄຂບັນຫາຕາບອດຂອງແຕ່ລະປະ ເທດໃນທົ່ວໂລກ, ການສະເຫລີມ ສະຫລອງວັນດັ່ງກ່າວ ເພື່ອໃຫ້ທົ່ວ ສັງຄົມຍົກສູງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບການກັນ ແລະ ການ ປິ່ນປົວພະຍາດຕາບອດ ຊຶ່ງຈະນຳ ໄປສູ່ການໃຫ້ຄວາມສຳຄັນຕໍ່ສິດທິ ໃນການເບິ່ງເຫັນ. ຂ່າວ: ສູນຂ່າວສານການແພດສຸຂະສຶກສາ ອອກແບບໃຫ້ມີກຳລັງການຜະລິດ ໂປຕາສຊຽມຄລໍໄຣດ໌(potassium chloride) 500.000 ໂຕນຕໍ່ ປີ ເຂົ້າສູ່ຂະບວນການຜະລິດພາຍ ໃນປີ 2028 ແລະ ຄາດວ່າຈະຮັບ ປະກັນການສະໜອງວັດຖຸດິບໃນ ໄລຍະຍາວໃຫ້ແກ່ອຸດສາຫະກຳຝຸ່ນ ເຄມີຂອງຫວຽດນາມ, ສົ່ງເສີມການ ພັດທະນາເສດຖະກິດທ້ອງຖິ່ນ ແລະ ປະກອບສ່ວນເຂົ້າໃນງົບປະມານ ຂອງລັດຖະບານລາວ. ເຂົ້າຮ່ວມໃນພິທີຄັ້ງນີ້, ມີທ່ານ ພຸດທະວັນ ນັນທະວົງ ຮອງລັດຖະ ມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ສົມສະອາດ ອຸ່ນສິດາ ປະທານຄະນະກຳມະການປົກຄອງ ແຂວງຄຳມ່ວນ, ທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ ມີອໍານາດເຕັມແຫ່ງສສຫວຽດນາມ ປະຈຳ ສປປ ລາວ, ທ່ານ ຟຸ່ງ ກວາງ ຮຽບ ປະທານສະພາບໍລິຫານບໍລິສັດ Vinachem, ມີຜູ້ຕາງໜ້າຈາກ ກົມພັດທະນາວິສາຫະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງ ປະເທດ ເຂົ້າຮ່ວມ. ອີງຕາມບົດສຶກສາຄວາມເປັນ ໄປໄດ້ (FS) ສະບັບປັບປຸງ, ໂຄງການດັ່ງກ່າວ ມີມູນຄ່າການ ລົງທຶນລວມປະມານ 500 ລ້ານ ໂດລາສະຫະລັດ ແລະ ມີກຳລັງ ຄວາມສາມາດການຜະລິດທີ່ອອກ ແບບ 500.000 ໂຕນຕໍ່ປີ ສຳລັບ ໂພຕາສຊຽມ ຄລໍໄຣດ໌ (KCl), ພ້ອມທັງມີແຜນທີ່ຈະສ້າງວຽກເຮັດ ງານທຳໃຫ້ແກ່ແຮງງານຫລາຍ ກວ່າ 600 ຄົນ. ທ່ານ ຟຸ່ງ ກວາງ ຮຽບ ປະທານ ສະພາບໍລິຫານ ບໍລິສັດ Vinachem ໄດ້ກ່າວວ່າ: ພິທີການດຳເນີນງານ ຄືນໃໝ່ນີ້ ຖືເປັນຂີດໝາຍສຳຄັນ, ແຕ່ກໍເປັນພຽງຈຸດເລີ່ມຕົ້ນເທົ່ານັ້ນ. ສິ່ງທີ່ສຳຄັນກວ່ານັ້ນ ແມ່ນຕ້ອງຫັນ ເອົາຄວາມເອົາໃຈໃສ່, ການຊີ້ນຳ ແລະ ການສະໜັບສະໜູນຈາກການ ນຳຂອງທັງສອງປະເທດ, ບັນດາ ກະຊວງ, ອົງການທີ່ກ່ຽວຂ້ອງ ແລະ ແຂວງຄຳມ່ວນ ໃຫ້ກາຍເປັນ ຄວາມຄືບໜ້າ ແລະ ຜົນສຳເລັດທີ່ ເປັນຮູບປະທຳສຳລັບໂຄງການນີ້. ບໍລິສັດ Vinachem ຈະສຸມກຳລັງ ແຮງ ແລະ ປະສານງານຢ່າງໃກ້ຊິດ ກັບບັນດາກະຊວງ, ອົງການ ແລະ ອຳນາດການປົກຄອງທ້ອງຖິ່ນ ຂອງທັງສອງປະເທດ ເພື່ອຈັດຕັ້ງ ປະຕິບັດໂຄງການ. ສຳລັບກຸ່ມບໍລິ ສັດ, ເງື່ອນໄຂສຳຄັນແມ່ນການ ຮັບປະກັນໃຫ້ການດຳເນີນໂຄງ ການມີຄວາມຄືບໜ້າໄປຄຽງຄູ່ ກັບປະສິດທິພາບການລົງທຶນ, ຄວາມປອດໄພ ແລະ ການປົກປ້ອງ ສິ່ງແວດລ້ອມ. ທ່ານ ຫງວຽນ ມິງ ເຕິມ ໄດ້ກ່າວ ວ່າ: ການລິເລີ່ມໂຄງການຄືນໃໝ່ນີ້ ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ທີ່ຈະຫັນເອົາທ່າແຮງ ແລະ ໂອກາດ ໃນການຮ່ວມມືໃຫ້ກາຍເປັນໝາກ ຜົນແຫ່ງການພັດທະນາທີ່ເປັນຮູບ ປະທຳ. ປະສິດທິຜົນຂອງໂຄງການ ບໍ່ຄວນຖືກປະເມີນພຽງແຕ່ດ້ານ ຂະໜາດຂອງທຶນ ຫລື ຜົນຜະລິດ ເທົ່ານັ້ນ, ແຕ່ຍັງຕ້ອງພິຈາລະນາ ເຖິງການສ້າງວຽກເຮັດງານທຳ ທີ່ໝັ້ນຄົງ, ການຝຶກອົບຮົມບຸກຄະ ລາກອນດ້ານເຕັກນິກ, ການປົກ ປ້ອງສິ່ງແວດລ້ອມ ແລະ ການຍົກ ລະດັບຊີວິດການເປັນຢູ່ຂອງປະຊາ ຊົນໃນທ້ອງຖິ່ນອີກດ້ວຍ. ສະຖານ ທູດຫວຽດນາມ ປະຈຳລາວ ຈະ ສືບຕໍ່ເຮັດໜ້າທີ່ເປັນຂົວຕໍ່ ເພື່ອສະ ໜັບສະໜູນການຈັດຕັ້ງປະຕິບັດ ໂຄງການໃຫ້ມີປະສິດທິຜົນ ແລະ ສອດຄ່ອງກັບລະບຽບກົດໝາຍ. ພ້ອມກັນນີ້, ທ່ານ ພຸດທະວັນ ນັນທະວົງ ກໍໄດ້ຕີລາຄາວ່າ: ໂຄງ ການດັ່ງກ່າວ ມີຄວາມສຳຄັນຢ່າງ ຍິ່ງຕໍ່ເສດຖະກິດ-ສັງຄົມ ແລະ ສະ ທ້ອນໃຫ້ເຫັນເຖິງການຮ່ວມມືອັນ ໃກ້ຊິດລະຫວ່າງສອງປະເທດ. ຝ່າຍລາວໄດ້ດຳເນີນມາດຕະການ ສະໜັບສະໜູນຕ່າງໆເຊັ່ນ: ການຕໍ່ ອາຍຸໃບອະນຸຍາດກໍ່ສ້າງບໍ່ແຮ່, ການ ອະນຸມັດແຜນການນຳເຂົ້າເຄື່ອງຈັກ ແລະ ອຸປະກອນ, ລວມທັງການອຳ ນວຍຄວາມສະດວກໃນການປັບປຸງ ບົດສຶກສາຄວາມເປັນໄປໄດ້ຂອງ ໂຄງການ. ພ້ອມນີ້, ທ່ານຍັງໄດ້ຮຽກ ຮ້ອງໃຫ້ຜູ້ລົງທຶນເອົາໃຈໃສ່ຕໍ່ວຽກ ງານການປຸງແຕ່ງ ເພື່ອສ້າງຜະລິດ ຕະພັນທີ່ມີມູນຄ່າເພີ່ມ ແລະ ສ້າງ ການເຊື່ອມໂຍງກັບຂະແໜງອຸດ ສາຫະກຳ ແລະ ກະສິກຳພາຍໃນ ປະເທດ, ພ້ອມທັງໃຫ້ຄວາມສຳຄັນ ຕໍ່ການຝຶກອົບຮົມແຮງງານລາວ ແລະ ການຖ່າຍທອດເຕັກໂນໂລຊີ; ການສະຫລຸບເອກະສານໂຄງການ ຕ້ອງສອດຄ່ອງກັບຂໍ້ກຳນົດຕ່າງໆ ກ່ຽວກັບການດຳເນີນງານຂຸດຄົ້ນ ບໍ່ແຮ່ທີ່ປອດໄພ, ການຕິດຕາມ ກວດກາສິ່ງແວດລ້ອມ ແລະ ການ ຄຸ້ມຄອງຊັບພະຍາກອນນ້ຳ, ກາກ ແຮ່ ລວມທັງການຟື້ນຟູສະພາບດິນ. ບໍລິສັດ Vinachem ຖືວ່າ: ການນຳໂຄງການສຳຄັນນີ້ ເຂົ້າສູ່ ຂັ້ນຕອນການຜະລິດໃຫ້ທັນຕາມ ກຳນົດເວລາ, ພ້ອມທັງຮັບປະກັນ ປະສິດທິພາບ, ຄວາມປອດໄພ ແລະ ການປົກປ້ອງສິ່ງແວດລ້ອມ ເປັນ ໜ້າທີ່ທາງການເມືອງທີ່ມີຄວາມ ສຳຄັນຍິ່ງໃນໄລຍະຕໍ່ໜ້າ. ຜ່ານໂຄງ ການນີ້, ກຸ່ມບໍລິສັດມີເປົ້າໝາຍຈະ ສ້າງຄວາມໝັ້ນຄົງໃນການສະໜອງ ວັດຖຸດິບຢ່າງຕັ້ງໜ້າ (proactive supply) ໃຫ້ແກ່ອຸດສາຫະກຳປຸຍ ເຄມີພາຍໃນປະເທດເທື່ອລະກ້າວ, ພ້ອມທັງປະກອບສ່ວນເສີມສ້າງ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ, ການຮ່ວມມືຮອບ ດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງຫວຽດນາມ ແລະ ລາວ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ໂດຍຜ່ານ ບັນດາໝາກຜົນແຫ່ງການຮ່ວມມືທີ່ ເປັນຮູບປະທຳ. ຂໍ້ມູນ-ພາບ: ກຸ່ມບໍລິສັດເຄມີແຫ່ງຊາດ ຫວຽດນາມ
RkJQdWJsaXNoZXIy MTc3MTYxMQ==