14/10/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ໂດຍ: ມາລີດດາີ ບົດສະເໜີົີ ໂດຍ: ກົມການຂ່າວ,ົ ມ່ າ ກະຊວງການຕ່າາງປະເທດ່ (ເນື່ອງໃນໂອກາດ ຄົບຮອບ 81 ປີ ວັນການທູດລາວ 12 ຕຸລາ 1945-12 ຕຸລາ 2026)ື່ົີັູຸຸ 9kd7eltg|u xt-k-q ol6j ot3p[kp dkora fmtok c0;'lts;a ootg0f ຂປລ. ການຮັບຟັງຄວາມຄິດ ເຫັນ ແລະ ຂໍ້ສະເໜີຂອງປະຊາຊົນ ເປັນພື້ນຖານສຳຄັນໃນການກຳ ນົດແຜນການ ແລະ ນະໂຍບາຍພັດ ທະນາໃຫ້ສອດຄ່ອງກັບສະພາບ ຕົວຈິງ. ສຳລັບແຂວງສະຫວັນນະ ເຂດ, ການລົງພົບປະປະຊາຊົນຢູ່ ຮາກຖານຂອງຄະນະນຳແຂວງ ແລະ ສະມາຊິກສະພາ ບໍ່ພຽງເປັນ ການຮັບຟັງຄວາມທຸກຍາກລຳ ບາກຂອງປະຊາຊົນເທົ່ານັ້ນ, ແຕ່ຍັງ ເປັນຂັ້ນຕອນສຳຄັນໃນການຮວບ ຮວມບັນຫາ ແລະ ຄວາມຕ້ອງການ ເພື່ອນຳໄປສູ່ການວາງແຜນແກ້ໄຂ ຢ່າງເປັນຮູບປະທຳ. ຜ່ານການລົງເຄື່ອນໄຫວຂອງ ທ່ານ ບຸນໂຈມ ອຸບົນປະເສີດ ປະ ທານສະພາປະຊາຊົນແຂວງ, ເຈົ້າ ແຂວງສະຫວັນນະເຂດ ພ້ອມດ້ວຍ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13 ແຂວງ ສະຫວັນນະເຂດ, ນອກຈາກການ ພົບປະ ແລະ ຮັບຟັງຄຳສະເໜີຂອງ ປະຊາຊົນແລ້ວ, ຄະນະຍັງໄດ້ນຳ ເອົາເຄື່ອງຊ່ວຍເຫລືອມູນຄ່າ 438 ລ້ານກີບ ໄປຊ່ວຍບັນເທົາຄວາມ ທຸກຍາກໃຫ້ແກ່ປະຊາຊົນທີ່ປະສົບ ໄພນ້ຳຖ້ວມໃນໄລຍະຜ່ານມາ. ຈາກ ບັນຫາທີ່ປະຊາຊົນສະເໜີມາ ບໍ່ວ່າ ຈະເປັນເລື່ອງເສັ້ນທາງຄົມມະນາ ຄົມລະຫວ່າງບ້ານຕໍ່ບ້ານ, ໂອກາດ ທາງການສຶກສາຂອງເດັກນ້ອຍ ດ້ອຍໂອກາດ, ການເຂົ້າເຖິງການ ປິ່ນປົວສຸຂະພາບຂອງຜູ້ມີລາຍ ໄດ້ຕ່ຳ ຕະຫລອດຮອດໄພສັງຄົມ ບັນຫາຢາເສບຕິດ; ທັງໝົດນີ້ແມ່ນ ໂດຍ: ຢ່າາົ່ຕົ່ງ່ງ 4n gvq kdkora fmtokdtly de gxa oIkd4kova o|a dc|h o ຂປລ. ໃນທ່າມກາງ ການຂະ ຫຍາຍຕົວຂອງເສດຖະກິດໂລກ ທີ່ ມີຄວາມຜັນແປ ແລະ ເຕັມໄປດ້ວຍ ຄວາມສ່ຽງ, ການສ້າງ “ເສດຖະ ກິດເອກະລາດ ເປັນເຈົ້າຕົນເອງ” ແມ່ນທິດທາງຍຸດທະສາດທີ່ສຳຄັນ ເພື່ອຮັບປະກັນຄວາມໝັ້ນຄົງ ແລະ ການພັດທະນາຂອງປະເທດຊາດ. ສຳລັບປະເທດເຮົາ, ຂົງເຂດກະສິ ກຳ ແລະ ລ້ຽງສັດ ບໍ່ພຽງແຕ່ແມ່ນ ຂະແໜງການທີ່ຜູກພັນກັບວິຖີຊີ ວິດຂອງປະຊາຊົນສ່ວນໃຫຍ່ເທົ່າ ນັ້ນ, ແຕ່ຍັງເປັນເສົາຄ້ຳຕົ້ນຕໍ ໃນ ການຮັກສາສະຖຽນລະພາບດ້ານ ສະບຽງອາຫານ, ການສ້າງວຽກ ເຮັດງານທຳ, ການຫລຸດຜ່ອນການ ນຳເຂົ້າແລະການສ້າງລາຍຮັບເງິນ ຕາຕ່າງປະເທດຈາກການສົ່ງອອກ ຢ່າງຍືນຍົງ. ການເປັນເຈົ້າຕົນເອງດ້ານເສດ ຖະກິດ ຕ້ອງເລີ່ມຕົ້ນຈາກການເປັນ ເຈົ້າຕົນເອງດ້ານສະບຽງອາຫານ. ເມື່ອປະເທດເຮົາສາມາດຜະລິດ ເຂົ້າ, ຜັກ, ຊີ້ນສັດ, ປາ, ໄຂ່ອື່ນໆ ໃຫ້ພຽງພໍກັບຄວາມຕ້ອງການພາຍ ໃນ; ຫລຸດຜ່ອນການຮົ່ວໄຫລຂອງ ເງິນຕາ; ຫລຸດການນຳເຂົ້າພືດ-ຜັກ, ຊີ້ນສັດແລະປັດໄຈການຜະລິດຈາກ ຕ່າງປະເທດ, ຊ່ວຍຫລຸດຜ່ອນຄວາມ ຮຽກຮ້ອງຕ້ອງການເງິນຕາຕ່າງ ປະເທດ; ຫລຸດຜ່ອນຜົນກະທົບຈາກ ອັດຕາເງິນເຟີ້ ການຜະລິດພາຍໃນ ທີ່ເຂັ້ມແຂງຈະຊ່ວຍໃຫ້ລາຄາອາ ຫານພາຍໃນປະເທດມີສະຖຽນລະ ພາບ, ບໍ່ຕ້ອງເໜັງຕີງໄປຕາມລາ ຄາຕ່າງປະເທດ ຫລື ອັດຕາແລກ ປ່ຽນ; ສ້າງຄວາມໝັ້ນຄົງທາງເສດ ຖະກິດ ໂດຍຍົກລະດັບຊີວິດການ ເປັນຢູ່ຂອງປະຊາຊົນຊາວກະສິ ກອນໃຫ້ມີລາຍຮັບທີ່ໝັ້ນຄົງ. ເພື່ອໃຫ້ຂະແໜງກະສິກຳເປັນ ກຳລັງຂັບເຄື່ອນເສດຖະກິດເອກະ ລາດຢ່າງແທ້ຈິງ, ຕ້ອງໄດ້ສຸມໃສ່ ບາງທັດສະນະ ແລະ ມາດຕະການ ຕົ້ນຕໍ ໂດຍສະເພາະແມ່ນຫັນຈາກ ກະສິກຳທຳມະຊາດໄປສູ່ກະສິກຳ ສິນຄ້າ ແລະ ທັນສະໄໝ; ນຳໃຊ້ເຕັກ ໂນໂລຊີ ແລະ ນະວັດຕະກຳ ໂດຍ ເພີ່ມທະວີການນຳໃຊ້ເຕັກນິກການ ປູກ-ການລ້ຽງ, ລະບົບຊົນລະປະ ທານ, ເຮືອນຮົ່ມ ແລະ ເຄື່ອງຈັກ ກະສິກຳ ເພື່ອເພີ່ມຜົນຜະລິດ ແລະ ຫລຸດຜ່ອນຕົ້ນທຶນ; ສົ່ງເສີມກະສິກຳ ສະອາດ ແລະ ອິນຊີ ທີ່ເນັ້ນໃສ່ຄຸນ ນະພາບ, ຄວາມປອດໄພ ແລະ ມາດ ຕະຖານ (GMP/GAP) ເພື່ອເພີ່ມ ມູນຄ່າໃຫ້ກັບສິນຄ້າ ແລະ ຕອບ ສະໜອງຄວາມຕ້ອງການຂອງຕະ ຫລາດພາຍໃນ ແລະ ສົ່ງອອກ ປັດ ໄຈການຜະລິດພາຍໃນ ສຸມໃສ່ການ ຜະລິດຝຸ່ນອິນຊີ, ອາຫານສັດ ແລະ ພັນພືດ-ພັນສັດ ຢູ່ພາຍໃນປະເທດ ເພື່ອຫລຸດຜ່ອນການນຳເຂົ້າປັດ ໄຈການຜະລິດຈາກຕ່າງປະເທດ; ເຊື່ອມໂຍງການຜະລິດ-ການແປ ຮູບ-ການຕະຫລາດ ດ້ວຍການສົ່ງ ເສີມສ້າງໂຮງງານແປຮູບຜະລິດ ຕະພັນກະສິກຳ ເພື່ອເພີ່ມມູນຄ່າ ບໍ່ ໃຫ້ສົ່ງອອກພຽງແຕ່ວັດຖຸດິບ ພ້ອມ ທັງສ້າງເຄືອຂ່າຍການກະຈາຍສິນ ຄ້າຈາກຟາມສູ່ຕະຫລາດພາຍໃນ ໃຫ້ທົ່ວເຖິງ. ສົ່ງເສີມແລະຄຸ້ມຄອງຕະຫລາດ ຜະລິດຕະພັນກະສິກຳພາຍໃນ ໂດຍ ການປົກປ້ອງການຜະລິດພາຍໃນ ທັງມີນະໂຍບາຍຄຸ້ມຄອງ ແລະ ເຄັ່ງ ຄັດຕໍ່ການນຳເຂົ້າສິນຄ້ານອກລະ ບົບ ຫລື ສິນຄ້າພາຍໃນ ສາມາດ ຜະລິດໄດ້ ຢ່າງມີປະສິດທິພາບ. ທັງ ສ້າງກົນໄກຮ່ວມມື (4 ຝ່າຍ): ຊຸກ ຍູ້ການຮ່ວມມືຢ່າງແໜ້ນແຟ້ນລະ ຫວ່າງ ລັດ - ນັກວິຊາການ - ຜູ້ປະ ກອບການ/ພໍ່ຄ້າ - ຊາວກະສິກອນ ເພື່ອຮັບປະກັນລາຄາ, ປະລິມານ ແລະ ຄຸນນະພາບຂອງຜົນຜະລິດ; ສິ່ງທ້າທາຍ ແລະ ຮຽກຮ້ອງໃຫ້ມີ ການແກ້ໄຂຢ່າງຮີບດ່ວນ ເປັນຕົ້ນ ການແກ້ໄຂຄວາມທຸກຍາກ4 ເມືອງ ຄື: ເມືອງພະລານໄຊ, ພີນ, ເຊໂປນ ແລະ ນອງ, ພ້ອມທັງແກ້ໄຂບັນຫາ ຮາກຖານດ້ານການສຶກສາ, ສາທາ ລະນະສຸກ ແລະ ການສ້າງອາຊີບ ທີ່ໝັ້ນຄົງ ສິ່ງນີ້ໄດ້ສະແດງໃຫ້ເຫັນ ເຖິງວິໄສທັດ ແລະ ຄວາມມຸ່ງໝັ້ນ ເພື່ອປ່ຽນແປງຄຸນນະພາບຊີວິດ ຂອງປະຊາຊົນແຂວງສະຫວັນນະ ເຂດ ໃຫ້ດີຂຶ້ນຢ່າງຍືນຍົງ ໃນໄລຍະ 5 ປີຕໍ່ໜ້ານີ້. ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ໃຫ້ສຳພາດໃນໂອກາດເຂົ້າຮ່ວມ ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ວ່າ: ພາຍຫລັງທີ່ສະພາປະຊາຊົນ ແຂວງ ກໍຄືສະພາແຫ່ງຊາດ ປະຈຳ ເຂດເລືອກຕັ້ງທີ 13 ໄດ້ຮັບການ ເລືອກຕັ້ງ ແລະ ເປີດກອງປະຊຸມ ຄັ້ງປະຖົມລືມໃນໄລຍະຜ່ານມາ, ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ກໍໄດ້ສຸມ ໃສ່ການຈັດຕັ້ງປະຕິບັດໜ້າທີ່ຕາມ ພາລະບົດບາດຂອງສະພາ. ພ້ອມ ດຽວກັນນັ້ນ, ກໍໄດ້ມີຜົນງານການ ເຄື່ອນໄຫວທີ່ໂດດເດັ່ນ ເຊັ່ນ: ການ ລົງພົບປະຜູ້ມີສິດເລືອກຕັ້ງຢູ່ຮາກ ຖານ, ການເຂົ້າຮ່ວມກອງປະຊຸມ ຄັ້ງປະຖົມມະລືກແລະການປະກອບ ສ່ວນຮັບຮອງເອົາມະຕິສຳຄັນ ຕ່າງໆ ໂດຍສະເພາະແມ່ນການຮັບ ຮອງເອົາການສ້າງ ແລະ ປັບປຸງ ກົດໝາຍ 14 ສະບັບ, ຮັບຮອງເອົາ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 10 ຂອງແຂວງ ແລະ ວຽກງານອື່ນໆ ໂດຍສະເພາະການ ລົງພົບປະຢ້ຽມຢາມ ຜູ້ມີສິດເລືອກ ຕັ້ງ ເພື່ອເຜີຍແຜ່ຜົນສໍາເລັດຂອງ ກອງປະຊຸມໃຫ້ປະຊາຊົນໄດ້ຮັບຮູ້ ແລະ ຮັບຟັງຄວາມຫຍຸ້ງຍາກຂອງ ປະຊາຊົນ ຢູ່ເຂດຫ່າງໄກສອກ ຫລີກ. ພ້ອມດຽວກັນ, ໄລຍະຜ່ານ ມາກໍໄດ້ລົງໄປຊ່ວຍເຫລືອ ແລະ ບັນເທົາທຸກໃຫ້ແກ່ປະຊາຊົນ ທີ່ປະ ສົບໄພນຳ້ຖ້ວມ ມູນຄ່າ 400 ກວ່າ ລ້ານກີບ. ພ້ອມທັງຮັບຟັງບັນຫາ ທີ່ປະຊາຊົນສະເໜີຫລາຍເປັນຕົ້ນ ແມ່ນ ເສັ້ນທາງຄົມມະນາຄົມ: ບັນ ຫາເສັ້ນທາງໄປ-ມາລະຫວ່າງບ້ານ ຕໍ່ບ້ານ, ເມືອງຕໍ່ເມືອງ ຍັງເຫັນວ່າ ຫຍຸ້ງຍາກ, ການສຶກສາ: ໂດຍສະ ເພາະແມ່ນຜູ້ທີ່ດ້ອຍໂອກາດເຂົ້າ ເຖິງການສຶກສາ, ສາທາລະນະສຸກ: ບັນຫາການເຂົ້າເຖິງການບໍລິການ ທາງດ້ານສາທາລະນະສຸກ ແລະ ຜູ້ທີ່ມີລາຍໄດ້ຕ່ຳ, ຄວາມທຸກຍາກ ແລະ ບັນຫາຢາເສບຕິດ: ບັນຫາ ຄວາມທຸກຍາກຂອງປະຊາຊົນແລະ ບັນຫາຢາເສບຕິດໃນສັງຄົມ. ທ່ານ ບຸນໂຈມ ອຸບົນປະເສີດ ກ່າວຕືີ່ມວ່າ: ສໍາລັບແຜນການ ແລະ ທິດທາງໃນຕໍ່ໜ້າ ຈະນຳເອົາບັນຫາ ແລະ ຂໍ້ສະເໜີຂອງປະຊາຊົນມາ ຮວບຮວມເປັນແຜນການ ເພື່ອນຳ ສະເໜີຕໍ່ລັດຖະບານ ແລະ ຊອກຫາ ວິທີທາງແກ້ໄຂໃຫ້ເໝາະກັບສະ ພາບຕົວຈິງ. ໃນນັ້ນ, ຈະສຸມໃສ່ວຽກ ງານແກ້ໄຂຄວາມທຸກຍາກໃນ 4 ເມືອງຄື: ເມືອງພະລານໄຊ, ພີນ, ເຊ ໂປນ ແລະ ນອງ ເພື່ອສ້າງຕັ້ງຕາ ແສງໜຶ່ງໃຫ້ກາຍເປັນບ້ານໃຫຍ່ ແລະ ພັດທະນາໃຫ້ຫລຸດພົ້ນຈາກ ຄວາມທຸກຍາກ. ດ້ານວຽກງານ ການສຶກສາ, ຈະຊອກຫາວິທີຊ່ວຍ ເຫລືອນັກຮຽນທີ່ຢູ່ຫ່າງໄກສອກ ຫລີກ ໂດຍສະເພາະແມ່ນການພັດ ທະນາໂຮງຮຽນກິນນອນ ເພື່ອໃຫ້ ລູກຫລານມີໂອກາດເຂົ້າຮຽນຕໍ່ ໃນຊັ້ນມັດທະຍົມ. ດ້ານວຽກງານ ສາທາລະນະສຸກ, ຈະຍົກລະດັບການ ບໍລິການສາທາລະນະສຸກ ຢູ່ຕາມ ສຸກສາລາ ໂດຍການສົ່ງພະນັກງານ ແພດໝໍໄປປະຈຳ ເພື່ອອຳນວຍ ຄວາມສະດວກໃນການກວດ, ປິ່ນ ປົວໃຫ້ແກ່ປະຊາຊົນ. ສ່ວນດ້ານ ວຽກງານແຮງງານ ແລະ ອາຊີບ, ຈະສົ່ງເສີມຈັດສັນອາຊີບຄົງທີ່ໃຫ້ ແກ່ປະຊາຊົນ ເຊັ່ນ: ການປູກຝັງລ້ຽງສັດ ເພື່ອໃຫ້ປະຊາຊົນມີລາຍ ໄດ້ທີ່ໝັ້ນຄົງ. ການນຳເອົາຂໍ້ສະເໜີຂອງປະ ຊາຊົນມາເຊື່ອມໂຍງກັບການວາງ ແຜນພັດທະນາ ຈຶ່ງເປັນຂັ້ນຕອນ ສຳຄັນໃນການແກ້ໄຂບັນຫາຈາກ ຮາກຖານ. ສິ່ງທີ່ປະຊາຊົນຄາດ ຫວັງ ບໍ່ແມ່ນພຽງການຮັບຟັງ ບັນຫາເທົ່ານັ້ນ, ແຕ່ແມ່ນການເຫັນ ບັນຫາເຫລົ່ານັ້ນຖືກປ່ຽນເປັນແຜນ ງານ ແລະ ມາດຕະການແກ້ໄຂທີ່ ຊັດເຈນ. 81 xu csj 'dkog8u [.spj 0tspkp8q ;0v'dkom6 f]k; ເຂົ້າເຖິງແຫລ່ງທຶນ ແລະ ເຕັກນິກ ວິຊາການຕິດພັນກັບການຂະຫຍາຍ ກອງທຶນສົ່ງເສີມຊາວກະສິກຳ ແລະ ນະໂຍບາຍສິນເຊື່ອອັດຕາພິເສດ ເພື່ອໃຫ້ຊາວກະສິກອນ, ສະຫະ ກອນແລະຜູ້ປະກອບການSMEກະ ສິກຳ ສາມາດເຂົ້າເຖິງແຫລ່ງທຶນ ໄດ້ງ່າຍ; ຍົກລະດັບຄວາມຮູ້ ແລະ ທັກສະຂອງກະສິກອນ ໃຫ້ກາຍເປັນ ຊາວກະສິກອນມືອາຊີບ. ການສ້າງເສດຖະກິດເອກະ ລາດ ເປັນເຈົ້າຕົນເອງ ບໍ່ແມ່ນເລື່ອງ ໄກໂຕ, ແຕ່ເລີ່ມຕົ້ນຈາກຜືນດິນ, ຢາດເຫື່ອ ແລະ ຫົວຄິດປະດິດສ້າງ ຂອງຄົນໃນຊາດເຮົາເອງ. ການຫັນ ມາສົ່ງເສີມ, ບໍລິໂພກ ແລະ ພັດທະ ນາການຜະລິດກະສິກຳພາຍໃນບໍ່ ພຽງແຕ່ຊ່ວຍໃຫ້ປະເທດເຮົາຜ່ານ ພົ້ນວິກິດການເສດຖະກິດໄປໄດ້, ແຕ່ຍັງແມ່ນການວາງຮາກຖານອັນ ແຂງແກ່ນ ເພື່ອໃຫ້ປະເທດຊາດ ມັ່ງຄັ່ງ, ເຂັ້ມແຂງ ແລະ ຢືນຢູ່ດ້ວຍ ຂາຂອງຕົນເອງໄດ້ຢ່າງມີກຽດ ແລະ ມີສັກສີໃນເວທີສາກົນ. ຂປລ. ວັນການທູດລາວ 12 ຕຸລາ 1945 ແມ່ນກົງກັບວັນ ປະກາດເອກະລາດໂຮມລາວທີ່ເຮັດ ໃຫ້ປະຊາຄົມໂລກຮັບຮູ້ເຖິງອະທິ ປະໄຕ ແລະ ຜືນແຜ່ນດິນອັນຄົບ ຖ້ວນຂອງປະເທດລາວ, ເປັນວັນ ແຫ່ງຄວາມພາກພູມໃຈຂອງປະຊາ ຊົນລາວບັນດາເຜົ່າ ກໍຄື ວັນປະກາດ ເອກະລາດຄັ້ງທໍາອິດຂອງປະເທດ ລາວ ຊຶ່ງເປັນການໄຂສັງກາດໃໝ່ ທີ່ໄດ້ເຮັດໃຫ້ປະຊາຄົມສາກົນຮັບຮູ້ ຄວາມເປັນເອກະລາດຂອງລາວ ທີ່ ບໍ່ເຄີຍຖືກຮັບຮູ້ມາເປັນເວລາຫລາຍ ຮ້ອຍປີ ເນື່ອງຈາກເປັນຫົວເມືອງ ຂຶ້ນຂອງຈັກກະພັດຜູ້ຮຸກຮານ. ໄຊ ຊະນະດັ່ງກ່າວນັ້ນ ແມ່ນໝາກຜົນ ແຫ່ງການຕໍ່ສູ້ດ້ວຍກໍາລັງປະກອບ ອາວຸດ ແລະ ການຕໍ່ສູ້ທາງການ ເມືອງຂອງລັດຖະບານລາວອິດສະ ຫລະ ດ້ວຍການນໍາໃຊ້ວີທີທາງການ ທູດຢ່າງຕັ້ງໜ້າ ຜ່ານການໄກ່ເກ່ຍ ເຈລະຈາ ແລະ ອາໄສປັດໄຈທີ່ເອື້ອ ອໍານວຍຈາກພາຍນອກ ຊຶ່ງມີບົດ ບາດອັນສໍາຄັນຕໍ່ການປະກາດເອ ກະລາດ ແລະ ຕໍ່ຕ້ານກໍາລັງຂອງ ສັດຕູໃນໄລຍະນັ້ນ. ເພື່ອເປັນການຢັ້ງຢືນເຖິງຜົນ ງານ ແລະ ກຽດຕິຄຸນອັນຍິ່ງໃຫຍ່ ຂອງການເຄື່ອນໄຫວທາງການທູດ ຂອງການປະຕິວັດຊາດ ປະຊາທິປະ ໄຕ. ໃນວັນທີ 19 ມິຖຸນາ 2013, ກົມການເມືອງສູນກາງພັກ ໄດ້ມີມະ ຕິຕົກລົງຮັບຮອງ ແລະ ກໍານົດເອົາ ວັນທີ 12 ຕຸລາ ຂອງທຸກປີ ເປັນ “ວັນການທູດລາວ”. ຕະຫລອດໄລ ຍະ 81 ປີ ແຫ່ງການເຕີບໃຫຍ່ຂະ ຫຍາຍຕົວ, ໂດຍສືບຕໍ່ມູນເຊື້ອອັນ ດີງາມຂອງບັນພະບູລຸດ ແລະ ນັກ ປະຕິວັດຮຸ້ນກ່ອນ, ການທູດລາວ ໄດ້ຍຶດໝັ້ນຢ່າງໜຽວແໜ້ນ ໃນພາ ລະກິດປະຕິວັດຊາດ ປະຊາທິປະໄຕ ແລະ ໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ເພື່ອນໍາເອົາຜົນປະໂຫຍດສູງ ສຸດມາສູ່ປະເທດຊາດ ແລະ ປະຊາ ຊົນລາວບັນດາເຜົ່າ ໂດຍຍຶດໝັ້ນ ແນວທາງການຕ່າງປະເທດ “ສັນ ຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືແບບສະເໝີຕົ້ນ ສະເໝີປາຍ” ຕາມທິດນໍາ “ເພີ່ມມິດ ຫລຸດຜ່ອນສັດຕູ” ດ້ວຍການນໍາໃຊ້ “ການທູດປ້ອງກັນເຫດແລະບຸກທະ ລຸ” ໃນການເປີດກວ້າງການຮ່ວມ ມືແບບຫລາຍທິດ, ຫລາຍຝ່າຍ, ຫລາຍລະດັບ, ຫລາຍຮູບແບບ ແລະ ຫລາຍສີສັນ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ຊຶ່ງໄດ້ມີການປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາ ລະກິດຕໍ່ສູ້ເພື່ອຄວາມເອກະລາດ ແຫ່ງຊາດໃນເມື່ອກ່ອນ ກໍຄື ພາລະ ກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດໃນປັດຈຸບັນ, ສ້າງສະພາບແວດລ້ອມ ແລະ ເງື່ອນ ໄຂອັນສະດວກ ໃຫ້ແກ່ການເປີດ ກວ້າງການພົວພັນຮ່ວມມືກັບບັນ ດາປະເທດເພື່ອນມິດທັງຢູ່ໃກ້ ແລະ ຢູ່ໄກ ແລະ ສ້າງໄດ້ຄວາມໄວ້ເນື້ອ ເຊື່ອໃຈຈາກເພື່ອນມິດສາກົນນັບມື້ ກວ້າງຂວາງ. ມາຮອດປັດຈຸບັນ, ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດ ກັບ 155 ປະເທດໃນໂລກ; ມີສາຍ ພົວພັນກັບ 145 ພັກການເມືອງ ຈາກ 82 ປະເທດ, ມີ 20 ສະມາຄົມ ມິດຕະພາບກັບຕ່າງປະເທດ ແລະ 1 ຄະນະສັນຕິພາບ ແລະ ສາມັກຄີ ລາວກັບຕ່າງປະເທດ; ມີສໍານັກງານ ຜູ້ຕາງໜ້າແຫ່ງສປປລາວປະຈໍາຢູ່ ຕ່າງປະເທດ ຈໍານວນ 42 ແຫ່ງ, ໃນ ນັ້ນ, ມີສະຖານເອກອັກຄະລັດຖະ ທູດ ຈໍານວນ 28 ແຫ່ງ, ສໍານັກງານ ຜູ້ຕາງໜ້າຖາວອນຈໍານວນ3ແຫ່ງ, ສະຖານກົງສຸນໃຫຍ່ ຈໍານວນ 10 ແຫ່ງ ແລະ ຫ້ອງການກົງສຸນ ຈໍາ ນວນ 1 ແຫ່ງ; ມີສໍານັກງານຜູ້ຕາງ ໜ້າຂອງຕ່າງປະເທດປະຈໍາຢູ່ສປປ ລາວ ຈໍານວນ 33 ແຫ່ງ, ໃນນັ້ນ ມີ ສະຖານເອກອັກຄະລັດຖະທູດ ຈໍາ ນວນ 27 ແຫ່ງ ແລະ ສະຖານກົງ ສຸນໃຫຍ່ ຈໍານວນ 6 ແຫ່ງ; ມີກົງ ສຸນກິດຕິມະສັກຂອງ ສປປ ລາວ ຢູ່ ຕ່າງປະເທດ ຈໍານວນ 24 ແຫ່ງ ໃນ 18 ປະເທດ, ມີກົງສຸນກິດຕິມະສັກ ຂອງຕ່າງປະເທດ ຢູ່ ສປປ ລາວ ຈໍາ ນວນ 20 ແຫ່ງ; ມີດ່ານສາກົນ ຈໍາ ນວນ 32 ແຫ່ງ ແລະ ມີການພົວພັນ ດ້ານການຄ້າກັບຫລາຍກວ່າ 60 ປະເທດໃນໂລກ. ໃນຂອບສອງຝ່າຍ, ສປປ ລາວ ໄດ້ສືບຕໍ່ຮັດແໜ້ນ ແລະ ເສີມຂະ ຫຍາຍການພົວພັນຮ່ວມມືກັບປະ ເທດຕ່າງໆຢ່າງຕັ້ງໜ້າ. ພິເສດແມ່ນ ການສືບຕໍ່ຮັດແໜ້ນ ແລະ ເສີມຂະ ຫຍາຍສາຍພົວພັນມິດຕະພາບອັນ ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນ ສ່ວນຍຸດທະສາດ ກັບ ສສ ຫວຽດ ນາມ ໃຫ້ເຂົ້າສູ່ລວງເລິກ; ຮັດ ແໜ້ນ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ, ການ ເປັນຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ເຂັ້ມແຂງ ໜຽວແໜ້ນ ໃນທຸກສະພາບການ ຂອງຍຸກໃໝ່; ເພີ່ມທະວີສາຍພົວພັນ ມິດຕະພາບອັນເປັນມູນເຊື້ອມາແຕ່ ດົນນານ ແລະ ການເປັນເພື່ອນມິດ ຮ່ວມອຸດົມດຽວກັນ ກັບ ສປປ ເກົາ ຫລີ ແລະ ສ ກູບາ, ພ້ອມທັງໄດ້ເສີມ ຂະຫຍາຍ ແລະ ຍົກລະດັບສາຍພົວ ພັນກັບບັນດາປະເທດເພື່ອນມິດ. ໃນນີ້, ເປັນຄູ່ຮ່ວມຍຸດທະສາດຮອບ ດ້ານ ແລະ ໝັ້ນຄົງຍາວນານກັບກໍາ ປູເຈຍ, ເປັນຄູ່ຮ່ວມຍຸດທະສາດ ຮອບດ້ານກັບຍີ່ປຸ່ນ, ເປັນຄູ່ຮ່ວມມື ຍຸດທະສາດກັບ ລັດເຊຍ ໃນພາກ ພື້ນອາຊີປາຊີຟິກ, ເປັນຄູ່ຮ່ວມຍຸດ ທະສາດເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ກັບໄທ, ເປັນຄູ່ຮ່ວມມືຍຸດທະສາດ ກັບຮົງກາລີ, ເປັນຄູ່ຮ່ວມມືຮອບ ດ້ານກັບ ສ ເກົາຫລີ ແລະ ອົດສະ ຕຣາລີ ແລະ ເປັນຄູ່ຮ່ວມມືແບບ ກວມລວມກັບ ສ ອາເມຣິກາ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==