7380

xtgmf]k; 7 07/10/2026 gsfdko{dkora fa mtok va f8kdkoxt]tdkoIPopa 'l6 ' 16 j [k'g0fsj k'wdlvds]u d 0v'c0;'9exkla d rP' 1 gfn vo [= j cdh ; ,u v5 [a fgsfgdu f0B o 11 7A ' ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ອັດຕາການ ປະລະການຮຽນຍັງສູງຢູ່ບາງເຂດ ຫ່າງໄກສອກຫລີກ ຂອງແຂວງຈຳ ປາສັກ ພ້ອມທັງບັນຫາການຂາດ ເຂີນຄູສອນ ເຮັດໃຫ້ຕ້ອງເປີດຫ້ອງ ຄວບເພີ່ມຂຶ້ນ, ພື້ນຖານໂຄງລ່າງ ແລະ ອຸປະກອນການຮຽນ-ການ ສອນບາງແຫ່ງຍັງຊຸດໂຊມ. ທ່ານ ວຽງນະຄອນ ບົວລະພັນ ຮອງຫົວໜ້າພະແນກສຶກສາທິການ ແລະກິລາແຂວງຈຳປາສັກໄດ້ກ່າວ ໃນພິທີສະເຫລີມສະຫລອງວັນຄູ ແຫ່ງຊາດ ຄົບຮອບ 32 ປີ ໃນ ອາທິດຜ່ານມາວ່າ: ທົ່ວແຂວງຈຳ ປາສັກ ມີໂຮງຮຽນສາມັນສຶກສາ 1.143 ແຫ່ງ, ມີອາຄານຮຽນ 1.932 ຫລັງ (ຖາວອນ 1.345 ຫລັງ, ເຄິ່ງຖາວອນ 443 ຫລັງ, ຊົ່ວຄາວ 144 ຫລັງ, ມີຫ້ອງ ຮຽນ 4.485 ຫ້ອງ, ມີນັກຮຽນ 127.057 ຄົນ, ຍິງ 63.263 ຄົນ ແລະ ມີພະນັກງານ-ລັດຖະ ກອນທັງໝົດ 5.276 ຄົນ, ຍິງ ຂປລ. ແຫລ່ງຂ່າວຈາກແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ຂະແໜງຂົນສົ່ງ, ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍ່ແກ້ວ ໄດ້ສົມທົບກັບພະ ແນກຕຳຫລວດຈະລາຈອນແຂວງ ບໍ່ແກ້ວ ໄດ້ເກັບກຳສະຖິຕິການ ເກີດອຸບັດເຫດ ເພື່ອຫາທາງແກ້ໄຂ ບັນຫາ ຊຶ່ງໃນໄລຍະ 1 ເດືອນຜ່ານ ມາ ມີບັດເຫດເກີດຂຶ້ນ 11 ຄັ້ງ, ມີ ຜູ້ບາດເຈັບເລັກນ້ອຍ 2 ຄົນ, ບາດ ເຈັບສົມຄວນ 4 ຄົນ ແລະ ບໍ່ມີຜູ້ເສຍ ຊີວິດ, ມີພາຫະນະເປ່ເພເລັກນ້ອຍ 9 ຄັນ, ເປ່ເພສົມຄວນ 12 ຄັນ ແລະ ເປ່ ເພໃຊ້ການບໍ່ໄດ້ 1 ຄັນ. ສາເຫດຕົ້ນຕໍຂອງການເກີດອຸ ເຫດເຫດ ຍ້ອນຜູ້ຂັບຂີ່ດື່ມສິ່ງມຶນ ເມົາຂາດສະຕິໃນການຂັບຂີ່ ເຮັດ ໃຫ້ລົດເສຍຫລັກຫລຸດໂຄ້ງ, ຕຳ ຂອບທາງ, ຕຳເສົາໄຟຟ້າ ແລະ ສິ່ງ ກີດຂວາງຢູ່ແຄມທາງ, ຂັບຂີ່ລົດ ດ້ວຍຄວາມໄວສູງ ແລະ ບໍ່ປະຕິບັດ ຕາມປ້າຍສະແດງເຕືອນຈະລາ ຈອນ, ຂາດການກວດກາສະພາບ ເຕັກນິກກ່ອນການຂັບຂີ່ ຫລື ບໍ່ໄດ້ ນຳລົດເຂົ້າກວດກາສະພາບເຕັກນິກ ຕາມກຳນົດເວລາ (6 ເດືອນ ຫລື 1 ປີ), ສະພາບເສັ້ນທາງສ່ວນຫລາຍ ເປັນທາງພູດອຍ, ມີໂຄ້ງຊັນ ແລະ ອັນຕະລາຍ ເຮັດໃຫ້ຜູ້ຂັບຂີ່ເສຍ ຫລັກໄດ້ງ່າຍ. ເພື່ອຫລຸດຜ່ອນ ແລະ ແກ້ໄຂບັນ ຫາອຸບັດເຫດຕາມເສັ້ນທາງຫລວງ, ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະ ກໍາມະການປົກຄອງແຂວງຄໍາ ມ່ວນ ເຄື່ອນໄຫວໂອ້ລົມ ແລະ ໃຫ້ ທິດຊີ້ນໍາໃນການແກ້ໄຂບັນຫາ ພາຍໃນດ່ານສາກົນຂົວມິດຕະພາບ 3 ໃນວັນທີ ເມື່ອມໍ່ໆມານີ້ ໂດຍມີ ບັນດາຄະນະຄຸ້ມຄອງດ່ານ, ຂະ ແໜງການປິ່ນອ້ອມ ແລະ ຕາງໜ້າ ເຈົ້າໜ້າທີ່ທຸກພາກສ່ວນພາຍໃນ ດ່ານເຂົ້າຮ່ວມ. ທ່ານ ພູຊະນະ ໄຊໂກສີ ຫົວໜ້າ ຄະນະຄຸ້ມຄອງສາກົນຂົວມິດຕະ ພາບ 3 ໄດ້ລາຍງານສະພາບການ ຈັດຕັ້ງປະຕິບັດວຽກງານວິຊາສະ ເພາະທີ່ພົ້ນເດັ່ນພາຍໃນດ່ານ ໃນ ໄລຍະ 9 ເດືອນ ຜ່ານມາວ່າ: ດ້ານ ການຈັດເກັບລາຍຮັບນັບແຕ່ຕົ້ນປີ 7totoec0;'7e,j ;o ]q '-5 dp6 h fj kolkdq o0q ;,y f8trk[ 3 g,n v'9ervo pa '8h v'dko76 vto5 [ko c]t 76 ,a fmtpq ,8voxkp 70 d;j k7q o ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ໃນສົກ ຮຽນ 2025-2026 ຜ່ານມາ ເມືອງ ຈຳພອນ ແຂວງສະຫວັນນະເຂດ ຍັງຕ້ອງການຄູອະນຸບານ ແລະ ຄູ ມັດທະຍົມຕອນປາຍ 74 ຄົນ ເພື່ອ ໃຫ້ສອດຄ່ອງກັບແຜນພັດທະນາ ຂະແໜງການສຶກສາ ແລະ ກິລາ ໃນການຈັດສັນ, ສັບຊ້ອນ ແລະ ປັບປຸງຄູສອນໃນແຕ່ລະໂຮງຮຽນ ເພື່ອຫລຸດຜ່ອນການຂາດແຄນຄູ ແລະ ປັບປຸງໃນຂອດການສອນ ໃຫ້ ໄດ້ຕາມມາດຖານຂອງການສຶກສາ ວາງອອກ. ທ່ານ ສຸລິຂັນ ສິດທິວົງ ຮອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຈຳພອນ ລາຍງານ ໃນກອງປະຊຸມຜູ້ບໍລິຫານການ ສຶກສາ ແລະ ກິລາທົ່ວເມືອງ ປະຈຳ ສົກຮຽນ 2025-2026 ເມື່ອບໍ່ດົນ ມານີ້ວ່າ: ໃນທົ່ວເມືອງຈຳພອນ ມີ ໂຮງຮຽນ 183 ແຫ່ງ, ສະຖານການ ສຶກສາກ່ອນໄວຮຽນມີ 41 ແຫ່ງ (ເອກະຊົນ 1 ແຫ່ງ), ມີໂຮງຮຽນ ປະຖົມ 117 ແຫ່ງ (ເອກະຊົນ 1 ແຫ່ງ) ແລະ ໂຮງຮຽນມັດທະຍົມ 25 ແຫ່ງ, ທົ່ວເມືອງມີນັກຮຽນ 15.303 ຄົນ, ຍິງ 7.915 ຄົນ, ທຽບໃສ່ປີຜ່ານມາຫລຸດລົງ 253 ຄົນ, ມີນັກຮຽນເອກະຊົນ 332 ຄົນ, ຍິງ149 ຄົນ, ມີຫ້ອງຮຽນ 569 ຫ້ອງ (ເອກະຊົນ 10 ຫ້ອງ), ມີຄູ ທັງໜົດ 776 ຄົນ, ຍິງ 505 ຄົນ. ໃນປີທີ່ຜ່ານມາທາງພາກສ່ວນ ສຶກສາທິການ ແລະ ກິລາເມືອງ ໄດ້ມີການປັບປຸງພື້ນຖານໂຄງລ່າງ ເປັນຕົ້ນ ເອົາໄຟຟ້າເຂົ້າໃຫ້ໂຮງຮຽນ 7 ແຫ່ງ, ປັບປຸງກໍ່ສ້າງວິດຖ່າຍ 12 ແຫ່ງ, ເດັ່ນກ່າວໝູ່ແມ່ນກໍ່ສ້າງ ປັບປຸງອາຄານຮຽນ ແລະ ສິ່ງອຳ ນວຍຄວາມສະດວກໃຫ້ແກ່ໂຮງ ຮຽນຫ້ວຍໝາກເຍົາ ແລະ ປະຖົມ ຄຳຜັກຫວານ (ໂດຍໄດ້ທຶນຈາກ ຄະນະບໍລິຫານຊາວໜຸ່ມແຂວງ ສະຫວັນນະເຂດ) ໃນໄລຍະ 1 ປີຜ່ານມາ, ອັດຕາ ການເຂົ້າຮຽນຂອງເດັກອາຍຸ 3-5 ປີ ປະຕິບັດໄດ້ 45,3%, ທຽບໃສ່ ສົກປີຜ່ານມາຫລຸດລົງ 5,9% (ທົ່ວ ແຂວງປະຕິບັດໄດ້ 54,3%), ອັດຕາການເຂົ້າຮຽນໃໝ່ສຸດທິ ປ1 ໃນທົ່ວເມືອງປະຕິບັດໄດ້ 99,4%, ທຽບໃສ່ສົກປີຜ່ານມາຫລຸດລົງ 0,1%, ສ່ວນອັດຕາເຂົ້າຮຽນຊັ້ນ ມ ຕົ້ນ ປະຕິບັດໄດ້ 55,6% ຫລຸດ ສົກປີຜ່ານມາ 17,6% ແລະ ລື່ນ ຄາດໝາຍຂອງສະພາ 2,8%, ອັດຕາການເຂົ້າຮຽນຊັ້ນມັດທະຍົມ ຕອນປາຍ ປະຕິບັດໄດ້ 18,4% ຫລຸດປີສົກຜ່ານມາ 7,6%. ເພື່ອພັດທະນາການຮຽນ-ການ ສອນໃຫ້ດີຂຶ້ນໃນຕໍ່ໜ້າ, ຄູ-ອາຈານ ຕ້ອງເອົາໃຈໃສ່ຍົກສູງທາງດ້ານ ການບໍລິຫານ, ຄຸ້ມຄອງ, ວາງແຜນ ຍຸດທະສາດຂອງການສຶກສາ ໃຫ້ ໄດ້ມາດຖານທີ່ແທດເໝາະກັບການ ສຶກສາໃນປັດຈຸບັນ ພ້ອມທັງຍົກສູງ ຄຸນນະພາບ ທາງດ້ານການສອນ ຮອບດ້ານໃຫ້ສູງຂຶ້ນກວ່າເກົ່າ. ຈົນເຖິງປັດຈຸບັນກໍຄືຮອດໄລຍະ 9 ເດືອນ 2026 ສາມາດປະຕິບັດໄດ້ 1.085 ຕື້ກວ່າກີບ ເທົ່າກັບ 84% ຂອງແຜນການປີ, ສະເພາະການ ປະຕິບັດລາຍຮັບໃນໄລຍະເດືອນ 9 ປະຕິບັດໄດ້ 104 ຕື້ກີບ ບັນລຸ 154% ຂອງແຜນການເດືອນ, ຜົນ ການຈັດເກັບລາຍຮັບໃນງວດ 3 ປະຕິບັດໄດ້ 337 ຕື້ກວ່າກີບ ບັນລຸ ເກີນແຜນ 196% ຂອງແຜນງວດ, ເພີ່ມຂຶ້ນ 32,97% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2025. ພ້ອມທັງໄດ້ສະເໜີຂໍ້ຊີ້ທິດ ແລະ ແນວທາງແກ້ໄຂການຍ້າຍຈຸດບໍລິ ການ, ສະເໜີປັບປຸງມາດຕະການ ອັດຊ່ອງວ່າງແລະໃຫ້ລົດຂົນສົ່ງສິນ ຄ້າທຸກປະເພດຂາເຂົ້າໄປໃຊ້ບໍລິ ການພາຫະນະ, ຄົນຢູ່ທ່າບົກທ່າ ແຂກເລີ່ມແຕ່ວັນທີ 1 ມັງກອນ 2027 ເປັນຕົ້ນໄປ. ໃນກອງປະຊຸມ, ຂະແໜງການ ປິ່ນອ້ອມພາຍໃນດ່ານລວມເຖິງ ພາກສ່ວນຜູ້ປະກອບການທີ່ກ່ຽວ ຂ້ອງ ຍັງໄດ້ມີການປະກອບຄໍາ ເຫັນ ແລະ ສະເໜີວິທີການແກ້ໄຂ ເພື່ອອັດຊ່ອງວ່າງ ເປັນຕົ້ນ ຕ້ອງ ສ້າງຄວາມເປັນເອກະພາບດ້ານ ການຄຸ້ມຄອງ, ສະເໜີໃຫ້ການນໍາ ຂອງແຂວງຊຸກຍູ້ໃຫ້ຂະແໜງການ ປະຈໍາດ່ານເຂົ້າໃຈຢ່າງຈະແຈ້ງ ແລະ ປະຕິບັດຕາມດໍາລັດ 643/ ລບ ແລະ ຂໍ້ຕົກລົງເລກທີ 240/ລບ ຢ່າງເຂັ້ມງວດ, ສະເໜີແຂວງຊ່ວຍ ພິຈາລະນາອະນຸມັດງົບປະມານ ໃນການຕິດຕັ້ງຈໍ LCD ໃສ່ຫ້ອງ ປະຊຸມຂົວມິດຕະພາບ 3. ພ້ອມທັງ ແກ້ໄຂດ້ານບັນຫາພື້ນຖານໂຄງ ລ່າງພາຍໃນດ່ານ. ໂອກາດນີ້, ທ່ານ ໝັ້ນຍືນ ຄິນ ສະໝອນ ໄດ້ເນັ້ນໃຫ້ຄະນະຄຸ້ມຄອງ ດ່ານ ຕ້ອງມີການກໍານົດຄືນຈໍາ ນວນພະນັກງານພາຍໃນດ່ານ ເພື່ອ ຕອບສະໜອງໃຫ້ພຽງພໍ ແລະ ແທດ ເໝາະກັບສະພາບຄວາມເປັນຈິງ ຂອງໜ້າທີ່ວຽກງານ ເປັນຕົ້ນ ໃຫ້ມີ ການກໍານົດຕໍາແໜ່ງງານຂອງ ແຕ່ລະຂະແໜງການຄືນໃໝ່, ພ້ອມກັນນັ້ນຕ້ອງໄດ້ມີການຍົກ ລະດັບ, ບໍາລຸງສ້າງພະນັກງານ ໃຫ້ມີຄວາມຮູ້-ຄວາມສາມາດ, ມີ ຄວາມຊໍານານງານ, ໃຫ້ມີການ ປັບປຸງແບບແຜນວິທີເຮັດວຽກ, ກົນໄກການປະສານງານ, ພາລະ ບົດບາດ, ຂອບເຂດ, ສິດ, ໜ້າທີ່ ແລະ ມອບໃຫ້ເຈົ້າໜ້າທີ່ແຕ່ລະ ຂະແໜງການພາຍໃນດ່ານເພີ່ມ ຄວາມຮັບຜິດຊອບຂອງຕົນເອງ ໃຫ້ສູງຂຶ້ນ, ເອົາໃຈໃສ່ໃນການຕິດ ຕາມກວດກາພາຫະນະ, ສິນຄ້າ ແລະ ຄົນເຂົ້າ-ອອກເມືອງຢ່າງເຂັ້ມ ງວດ, ເອົາໃຈໃສ່ຕິດຕາມ, ກວດ ກາ, ແກ້ໄຂປະກົດການຫຍໍ້ທໍ້ພາຍ ໃນດ່ານເຊັ່ນ: ການສະກັດກັ້ນການ ລັກລອບນໍາເຂົ້າ-ສົ່ງອອກສິ່ງຜິດ ກົດໝາຍ ເປັນຕົ້ນ ການຮັກສາ ຄວາມເປັນລະບຽບຮຽບຮ້ອຍພາຍ ໃນດ່ານ, ພ້ອມທັງມີທິດທາງແຜນ ການໃນການຫັນເອົາດ່ານ ໃຫ້ກຸ້ມ ຕົນເອງທາງດ້ານງົບປະມານລາຍ ຈ່າຍບໍລິຫານ. 3.355 ຄົນ. ສຳລັບຜົນສໍາເລັດ ທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດ ວຽກງານໃນໄລຍະຜ່ານມາ ໂດຍມີ 3 ກຸ່ມວຽກ ເປັນຕົ້ນ ກຸ່ມວຽກງານ ສຶກສາ:ໄດ້ຂະຫຍາຍຕາໜ່າງການ ສຶກສາ ໂດຍສະເພາະ ໂຮງຮຽນ ລ້ຽງເດັກ-ອະນຸບານ ມີ 247 ແຫ່ງ, ປະຖົມ 727 ແຫ່ງ, ມັດທະຍົມ 169 ແຫ່ງ, ອາຊີວະສຶກສາ ແລະ ຊັ້ນສູງ 24 ແຫ່ງ; ຜົນງານການ ຮຽນ-ການສອນ: ນັກຮຽນເກັ່ງ ຂັ້ນຊັ້ນ ມ4 ແລະ ມ7 ສາມາດ ຍາດໄດ້ 9 ລາງວັນໃນລະດັບຊາດ (ຫລຽນຄຳ 1, ຫລຽນເງິນ 2, ຫລຽນທອງ 2 ແລະ ຊົມເຊີຍ 4) ຈັດຢູ່ໃນອັນດັບ 3 ຂອງທົ່ວ ປະເທດ. ຜົນສອບຈົບຊັ້ນ ປ5 ແລະ ມ7 ປະຕິບັດໄດ້ 100%, ສ່ວນ ມ4 ປະຕິບັດໄດ້ 99,9%; ການພັດທະນາຄູ ແລະ ຈັດສັນ: ໄດ້ບັນຈຸລັດຖະກອນຄູໃໝ່ໃນສົກ ຮຽນ 2025-2026 ທັງໝົດ 751 ຄົນ, ພ້ອມທັງຈັດຝຶກອົບຮົມຍົກ ລະດັບຄູສອນຫ້ອງຄວບ ແລະ ຄູສອນທີ່ສອນບໍ່ຖືກສາຍຈຳນວນ ຫລວງຫລາຍ. ສ່ວນກຸ່ມວຽກງານວິທະຍາ ສາດ: ພະແນກ ສສກ ແຂວງ ຮ່ວມ ກັບມະຫາວິທະຍາໄລຈຳປາສັກ ແລະ ວິທະຍາໄລຄູປາກເຊ ໄດ້ ສຶກສາຄົ້ນຄວ້າວິໄຈສະພາບບັນຫາ ຂະແໜງການສຶກສາ ຈຳນວນ 3 ຫົວຂໍ້ ໂດຍມີຫົວຂໍ້ “ແນວທາງ ພັດທະນາຄຸນນະພາບການສຶກສາ ສາຍສາມັນ” ໄດ້ສຳເລັດຜົນ ແລະ ກຽມນຳສະເໜີ. ກຸ່ມວຽກງານ ກິລາ-ກາຍຍະກຳ: ນັກກິລາແຂວງ ຈຳປາສັກ ຍາດໄດ້ 126 ຫລຽນ (ຄຳ 28 ຫລຽນ, ເງິນ 44 ຫລຽນ, ທອງ 54 ຫລຽນ) ຈັດຢູ່ໃນ ອັນດັບ 5 ຂອງງານມະຫະກຳ ກິລາແຫ່ງຊາດ ຄັ້ງທີ XI I ທີ່ ນະຄອນຫລວງວຽງຈັນ ພ້ອມ ທັງທີມບານເຕະຍິງ ສາມາດຄວ້າ ແຊັມອັນດັບ 1 ທົ່ວປະເທດ ຈາກ ລາຍການ ໂຄລາ-ໂຄຄາ ລາວ. ທ່ານ ວຽງນະຄອນ ບົວລະພັນ ໃຫ້ຮູ້ຕື່ມວ່າ: ສຳລັບທິດທາງແຜນ ການຈຸດສຸມ ໃນສົກຮຽນ 20262027, ພະແນກ ສສກ ແຂວງຈຳ ປາສັກ ໄດ້ວາງ 11 ຄາດໝາຍສູ້ ຊົນ ເປັນຕົ້ນ ຊຸກຍູ້ອັດຕາເຂົ້າຮຽນ ເດັກ 5 ປີ ໃຫ້ບັນລຸ 79%, ຫລຸດ ຜ່ອນອັດຕາປະລະຊັ້ນປະຖົມລົງ ເຫລືອ 5,6% ແລະ ສືບຕໍ່ຍົກລະດັບ ຄຸນນະພາບການສຶກສາທຸກຊັ້ນ-ທຸກ ສາຍ ແລະ ສ້າງນັກກິລາແຂວງໃຫ້ ຕິດທີມຊາດຢ່າງໜ້ອຍ 1 ຄົນ. ຂ່າວ-ພາບ: ຈັນທະວີສັກ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ແລະ ຕໍາຫລວດຈະລາຈອນ ແຂວງ ໄດ້ຮຽກຮ້ອງໃຫ້ຜູ້ໃຊ້ລົດໃຊ້ ຖະໜົນຈົ່ງປະຕິບັດຕາມກົດລະບຽບ ຈະລາຈອນທາງບົກຢ່າງເຂັ້ມງວດ, ມີສະຕິ ແລະ ບໍ່ປະໝາດໃນທຸກໆ ການຂັບຂີ່ “ດື່ມຢ່າງມີສະຕິ, ເມົາບໍ່ ຂັບ” ຫ້າມດື່ມສິ່ງມຶນເມົາແລ້ວຂັບຂີ່ ພາຫະນະຢ່າງເດັດຂາດ, ຕ້ອງກວດ ກາສະພາບເຕັກນິກຂອງພາຫະນະ ຕົນເອງຢ່າງເປັນປົກກະຕິກ່ອນ ການເດີນທາງ ພ້ອມທັງຈຳກັດ ຄວາມໄວຕາມປ້າຍແນະນຳໃນແຕ່ ລະເສັ້ນທາງ, ເມື່ອຮອດຈຸດໂຄ້ງ ອັນຕະລາຍ ຫລື ທາງຄ້ອຍຊັນ ຕ້ອງ ຜ່ອນຄວາມໄວ ແລະ ລົງເກຍຕໍ່າ ທຸກຄັ້ງ. ຂ່າວ: ຄໍາໄພ ສີຫາລາດ

RkJQdWJsaXNoZXIy MTc3MTYxMQ==