7380

07/10/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ສສຊ ສະເໜີໃຫ້ລັດຖະບານ...ີ້ັ ຄູມີບົດບາດສຳຄັນ...ູີົັ ຫາລືຮ່າງຍຸດທະສາດ...ືຸ່ ລົງນາມຮ່ວມມື...ົ່ື ຂປລ. ເມື່ອເວົ້າເຖິງຄູ ອາດຄິດ ເຖິງຄົນທີ່ຊ່ວຍສ້າງໃຫ້ຄົນມີຄຸນຄ່າ ໃນຕົນເອງ, ເປັນຜູ້ມອບຄວາມຮູ້ ໃຫ້ຄົນ, ເປັນແສງທຽນນໍາທາງ ໃຫ້ຄົນ. ບາງຄັ້ງຄຳເວົ້າຂອງຄູ ພຽງປະໂຫຍກດຽວອາດຊ່ວຍໃຫ້ ນັກຮຽນຄົນໜຶ່ງທີ່ກຳລັງທໍ້ຖອຍ, ໝົດພະລັງໃນຊີວິດໃຫ້ມີກຳລັງໃຈ ລຸກຂຶ້ນມາພະຍາຍາມສູ້ຕໍ່. ທ່ານ ຄຳຮຸ່ງ ຈັນທະວົງ ຫົວໜ້າ ສະຖາບັນຂົງຈື ຝ່າຍລາວ ໄດ້ໃຫ້ ສຳພາດຕໍ່ນັກຂ່າວສຳນັກຂ່າວວາຍ ປະເທດລາວ ໃນວັນທີ 6 ຕຸລາ 2026 ວ່າ: ຄູມີບົດບາດສຳຄັນ ຕໍ່ການພັດທະນາຊັບພະຍາກອນ ມະນຸດ ຊຶ່ງການພັດທະນາຄົນແມ່ນ ເລີ່ມຈາກການໃຫ້ຄວາມຮູ້ຄຽງຄູ່ ກັບການສິດສອນຈະລິຍະທໍາ, ການ ສ້າງຄວາມໝັ້ນໃຈ ແລະ ຄວາມຮັບ ຜິດຊອບ ຊຶ່ງຄູແມ່ນຜູ້ວາງພື້ນຖານ ເຫລົ່ານີ້ຜ່ານບົດຮຽນ, ຜ່ານການ ປະພຶດເປັນແວ່ນແຍງໃຫ້ນັກຮຽນນັກສຶກສາໃນແຕ່ລະວັນ. ຜົນງານ ແລະ ຄວາມພາກພູມໃຈຂອງຄູແມ່ນ ແມ່ນເຫັນນັກຮຽນ-ນັກສຶກສາທີ່ ຕົນເອງສິດສອນຈົບອອກໄປ ແລະ ກາຍເປັນຄົນທີ່ມີຄຸນຄ່າໃນສັງຄົມ ສາມາດປະກອບສ່ວນເຂົ້າໃນການ ພັດທະນາຂອງປະເທດຊາດ, ອາຊີບ ຄູເປັນອາຊີບດຽວ ແລະ ມີຄວາມ ຮັກຄືກັບພໍ່ແມ່ທີ່ວ່າ: ຈະດີໃຈເມື່ອ ເຫັນນັກຮຽນ-ນັກສຶກສາໄດ້ດີກວ່າ ຕົນເອງ. ທ່ານ ຄຳຮຸ່ງ ຈັນທະວົງ ຍັງໃຫ້ ຮູ້ອີກວ່: ສະຖາບັນຂົງຈື ມີວິຊາໜຶ່ງ ສິດສອນນັກສຶກສາຊື່ວ່າ: “ການ ຮຽນຮູ້ຕະຫລອດຊີວິດ”. ສະນັ້ນ, ຄູທີ່ດີນອກຈາກເປັນຜູ້ໃຫ້ຄວາມຮູ້ ແລ້ວຍັງຈະຕ້ອງເປັນຜູ້ຮຽນຮູ້ສິ່ງ ວັນທີ 6 ຕຸລາ 2026 ນີ້, ບັນດາ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆໄດ້ສືບ ຕໍ່ປະກອບຄຳຄິດຄຳເຫັນໃສ່ບົດ ລາຍງານຂອງລັດຖະບານກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນ ງົບປະມານແຮງລັດ, ແຜນເງິນຕາ ປະຈຳປີ 2026 ແລະ ທິດທາງ ແຜນການປະຈຳປີ 2027 ທີ່ສະເໜີ ໂດຍທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ຊຶ່ງໂດຍລວມ ແລ້ວແມ່ນເຫັນດີເປັນເອກະພາບ ແລະ ສະແດງຄວາມຊົມເຊີຍຕໍ່ຜົນ ສຳເລັດທີ່ລັດຖະບານຍາດມາໄດ້ ໃນໄລຍະ 9 ເດືອນຜ່ານມາ ແຕ່ຍັງ ມີ ສສຊ ບາງເຂດເລືອກຕັ້ງສະເໜີ ໃຫ້ລັດຖະບານສືບຕໍ່ປັບປຸງແກ້ໄຂ ຫລາຍບັນຫາສຳຄັນທີ່ເຫັນວ່າຍັງ ບໍ່ທັນບັນລຸຕາມເປົ້າໝາຍ ໂດຍສະ ເພາະການພັດທະນາບໍ່ແຮ່ ຄວນ ເນັ້ນທາງດ້ານປະສິດທິພາບທາງ ເສດຖະກິດ, ຜົນປະໂຫຍດຂອງ ລັດ ແລະ ປະຊາຊົນຄຽງຄູ່ກັບການ ຮັກສາສິ່ງແວດລ້ອມ ເປັນຕົ້ນຄວນມີ ຍຸດທະສາດດ້ານແຮ່ທາດ ທີ່ຊັດເຈນ ໂດຍກຳນົດວ່າແຮ່ທາດໃດຄວນ ສົ່ງເສີມ, ແຮ່ທາດໃດຄວນຄວບຄຸມ ແລະ ແຮ່ທາດໃດຄວນຮັກສາໄວ້ ເປັນຄັງສະສົມຍຸດທະສາດຂອງ ຊາດ ເນື່ອງຈາກວ່າໂຄງການລົງ ທຶນດ້ານແຮ່ທາດທີ່ລັດຖະບານ ອະນຸມັດຍັງມີຜົນກະທົບຕໍ່ໍຊັບພະ ຍາກອນທຳມະຊາດຫລາຍກວ່າ ຜົນປະໂຫຍດທີ່ລັດຈະໄດ້ຮັບ, ຍັງ ມີການລະເມີດຕໍ່ກົດໝາຍ ແລະ ລະ ບຽບການ, ກົນໄກການຄຸ້ມຄອງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ເປັນອັນສັບຊ້ອນ ແລະ ບໍ່ທັນເປັນ ເອກະພາບ, ປະຊາຊົນຢູ່ໃນເຂດ ໂຄງການຍັງບໍ່ທັນໄດ້ຮັບການພັດ ທະນາ ແລະ ຄວາມເປັນຢູ່ທີ່ດີຂຶ້ນ ເທົ່າທີ່ຄວນ. ທ່ານ ອາຄົມ ປຣະເສີດ ສສຊ ເຂດເລືອກຕັ້ງທີ 13 ແຂວງສະຫວັນ ນະເຂດ ໄດ້ສະເໜີໃຫ້ລັດຖະບານ ຄວນມີຍຸດທະສາດດ້ານແຮ່ທາດທີ່ ຊັດເຈນ, ກວດກາຄືນການອະນຸຍາດ ແລະ ສັນຍາສຳປະທານບໍ່ແຮ່ ໂດຍ ໃຫ້ເນັ້ນໃສ່ເຄື່ອງມືທັນສະໄໝເຂົ້າ ໃນການຄຸ້ມຄອງໃຫ້ຫລາຍຂຶ້ນ ເພື່ອ ຕິດຕາມໃຫ້ຂໍ້ມູນຕ່າງໆມີຄວາມ ໂປ່ງໃສ, ຊັດເຈນ ແລະ ຮັດກຸມ, ພ້ອມທັງກວດກາປະລິມານແຮ່ທີ່ ຂຸດຄົ້ນຕົວຈິງ, ການຈ່າຍພາສີ- ອາກອນ, ພັນທະອື່ນໆ ໃຫ້ຄົບຖ້ວນ, ຄວນຫັນຈາກການເນັ້ນສົ່ງອອກ ວັດຖຸດິບແຮ່ທາດ ໄປສູ່ການປຸງ ແຕ່ງ ແລະ ແປຮູບ ພາຍໃນປະເທດ ໃຫ້ຫລາຍຂຶ້ນຕາມຄວາມເໝາະສົມ ເພື່ອເພີ່ມມູນຄ່າ, ສ້າງວຽກເຮັດ ງານທຳ ແລະ ເພີ່ມລາຍຮັບໃຫ້ປະ ເທດຊາດ. ພ້ອມນີ້, ໂຄງການບໍ່ແຮ່ ຄວນມີມາດຕະການຈັດການຫາງ ແຮ່, ນ້ຳເສຍ, ການປົນເປື້ອນ, ການ ຟື້ນຟູດິນ ແລະ ປ່າໄມ້ ຢ່າງຈິງຈັງ ໂດຍບໍ່ຄວນປ່ອຍໃຫ້ພາລະການຟື້ນ ຟູຫລັງປິດໂຄງການຕົກເປັນພາລະ ຂອງລັດ; ຄວນໃຫ້ປະຊາຊົນໃນເຂດ ໂຄງການໄດ້ຮັບຜົນປະໂຫຍດຢ່າງ ເໝາະສົມຜ່ານການຈ້າງງານ, ການ ປະເທດອະນຸພາກພື້ນແມ່ນໍ້າຂອງ ຂຶ້ນວັນທີ 6 ຕຸລາ 2026 ຢູ່ນະ ຄອນຫລວງວຽງຈັນ ໂດຍການ ເປັນປະທານຂອງທ່ານ ວັນນະໄຊ ຊາດຕະກຸນ ຮອງລັດຖະມົນຕີກະ ຊວງສາທາລະນະສຸກ, ພ້ອມດ້ວຍ ຄະນະພະແນກສາທາລະນະສຸກ ແຂວງ, ໝໍ, ພະຍາບານ, 7 ໂຮງໝໍ ສູນກາງ ແລະ ມະຫາວິທະຍາໄລວິ ທະຍາສາດສຸຂະພາບ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ເປັນກອງ ປະຊຸມຄະນະປະສານງານຊີ້ນຳວິ ຊາການສຳລັບໂຄງການຮັກສາ ສຸຂະພາບເຂດຊາຍແດນຮ່ວມກັບ ປະເທດອະນຸພາກພື້ນແມ່ນໍ້າຂອງ ເພື່ອສະເໜີ ແລະ ແນະນຳຄູ່ມືສຳລັບ ຈັດຕັ້ງປະຕິບັດກິດຈະກຳທົດລອງ, ຖານສາກົນຂອງ GS1 ໃນທົ່ວ ສປປ ລາວ ເພື່ອຄວບຄຸມຂະແໜງ ການຜະລິດ, ຜູ້ຂາຍຍ່ອຍ, ກະສິກຳ, ເສື້ອຜ້າ, ເຕັກໂນໂລຊີສານສົນເທດ ແລະ ການສື່ສານ (ICT), ການ ຄ້າ ແລະ ໂລຈິສຕິກ ຊຶ່ງພິທີລົງນາມ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ລະຫວ່າງທ່ານ ພູໄຊ ເທບພະວົງ ເລຂາທິການສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ຫ້າຍສວຽນ ລ່ຽງ ຜູ້ອຳນວຍ ການບໍລິສັດສູນລະຫັດສິນຄ້າລາວ ຈຳກັດ, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ການເຊັນບົດບັນທຶກການຮ່ວມມື ຄັ້ງນີ້, ແນໃສ່ກຳນົດຂອບການຮ່ວມ ມືແບບຍຸດທະສາດລະຫວ່າງສະພາ ການຄ້າ ແລະ ອຸດສາຫະກຳແຫ່ງ ຊາດລາວ ແລະ ບໍລິສັດ ສູນລະຫັດ ຝຶກອາຊີບ, ການພັດທະນາໂຄງຮ່າງ ພື້ນຖານ ແລະ ການແກ້ໄຂຜົນກະ ທົບຕໍ່ຊຸມຊົນ; ພ້ອມທັງຄວນມີກົນໄກ ຮັບຟັງ ແລະ ແກ້ໄຂຄຳຮ້ອງທຸກ ຂອງປະຊາຊົນຢ່າງວ່ອງໄວ; ໃຫ້ ເພີ່ມທະວີການຕິດຕາມກວດກາ ໂຄງການທີ່ມີບັນຫາຂ້າມຂອບເຂດ, ດ້ານນ້ຳ, ສິ່ງແວດລ້ອມ ແລະ ຜົນ ກະທົບຕໍ່ປະຊາຊົນ. ພ້ອມນີ້, ການ ພັດທະນາບໍ່ແຮ່ ບໍ່ຄວນວັດແທກ ຫລື ປະເມີນແຕ່ຈາກຈຳນວນແຮ່ທີ່ ຂຸດໄດ້ແຕ່ຄວນປະເມີນຈາກມູນຄ່າ ທີ່ປະເທດຊາດໄດ້ຮັບ, ລາຍຮັບເຂົ້າ ລັດ, ຜົນປະໂຫຍດທີ່ປະຊາຊົນໄດ້ ຮັບ ແລະ ການຮັກສາສັບພະຍາ ກອນໃຫ້ຄົນຮຸ່ນຕໍ່ໆໄປ, ພ້ອມທັງ ມຸ່ງໄປສູ່ການຂຸດຄົ້ນດ້ວຍຄວາມ ຮັບຜິດຊອບ, ໃຊ້ສັບພະຍາກອນ ຢ່າງຄຸ້ມຄ່າ, ເພີ່ມມູນຄ່າ, ຮັກສາສິ່ງ ແວດລ້ອມ ແລະ ໃຫ້ປະຊາຊົນໄດ້ ຮັບຜົນປະໂຫຍດຢ່າງສູງສຸດ. ທ່ານນາງສອຍເພັດທອງສົມບັດ ສສຊ ເຂດເລືອກຕັ້ງທີ 8 ແຂວງຫົວ ພັນ ສະເໜີໃຫ້ລັດຖະບານພິຈາລະ ນາ ແລະ ຢຸດຕິການອະນຸມັດໃໝ່ ໂຄງການກວດຄົ້ນ-ສຳຫລວດແຮ່ ຫາຍາກເນື່ອງຈາກວ່າໃນໄລຍະ ຜ່ານມາມີຫລາຍໂຄງການປະຕິບັດ ຢ່າງເຂັ້ມງວດຕາມກົດໝາຍ ແລະ ລະບຽບການແຕ່ກໍຍັງມີບາງໂຄງ ການທີ່ຍັງເຮັດໃຫ້ມີຜົນກະທົບຕໍ່ ການດຳລົງຊີວິດຂອງປະຊາຊົນ ແລະ ທຳມະຊາດ. ພ້ອມທັງສະເໜີ ໃຫ້ລັດຖະບານພິຈາລະນາການນຳ ເຂົ້ານ້ຳມັນຈະນຳຈາກຫລາຍທາງ ໂດຍສະເພາະແມ່ນນຳເຂົ້າຈາກ ປະເທດຫວຽດນາມ ຊຶ່ງຈະເຮັດໃຫ້ ບັນດາແຂວງທີ່ຢູ່ໃກ້ຄຽງອາດຈະ ມີລາຄານ້ຳມັນທີ່ຖືກລົງ. ໃນນັ້ນ, ແຂວງຫົວພັນ ກໍແມ່ນແຂວງໜຶ່ງ ທີ່ມີຄວາມໃກ້ຄຽງເນື່ອງຈາກວ່າ ປັດຈຸບັນລາຄານ້ຳມັນຍັງມີການ ເໜັງຕີງປັບຂຶ້ນ-ລົງເກືອບທຸກອາ ທິດ, ແຂວງທີ່ໄກຈາກນະຄອນຫລວງ ເທົ່າໃດລາຄານ້ຳມັນກໍຍິ່ງແພງຂຶ້ນ ອາດຈະແມ່ນຍ້ອນຄ່າຂົນສົ່ງ ແລະ ອື່ນໆ. ພ້ອມນີ້, ການເຮັດໜັງສື ຜ່ານແດນສະເໜີໃຫ້ລັດຖະບານ ກໍຄື ກະຊວງທີ່ກ່ຽວຂ້ອງຄົ້ນຄວ້າ ພິຈາລະນາແກ້ໄຂໃຫ້ແຂວງຫົວພັນ ໄດ້ເຮັດໜັງສືຜ່ານແດນຢູ່ແຂວງ ຂອງຕົນເອງ ເພື່ອອຳນວຍຄວາມ ສະດວກໃຫ້ແກ່ປະຊາຊົນເນື່ອງຈາກ ໃນໄລຍະຜ່ານມາຮອດປັດຈຸບັນ ແຂວງຫົວພັນ ໄດ້ມາເຮັດໜັງສືຜ່ານ ແດນຢູ່ແຂວງຊຽງຂວາງ ຊຶ່ງສ້າງ ຄວາມຍຸ້ງຍາກໃຫ້ແກ່ປະຊາຊົນ, ພະນັກງານ, ທະຫານ, ຕຳຫລວດ ໂດຍສະເພາະແມ່ນນັກຮຽນທີ່ຮຽນ ຈົບທີ່ຈະຕ້ອງໄດ້ໄປຮຽນຕໍ່ຢູ່ຕ່າງ ປະເທດ. ພ້ອມນີ້, ທ່ານ ນາງ ເກສອນ ແສງຍະວົງ ສສຊ ເຂດເລືອກຕັ້ງທີ 3 ແຂວງຫລວງນ້ຳທາ ສະເໜີໃຫ້ ລັດຖະບານກວດຄືນປະສິດທິຜົນ ຂອງບັນດາສັນຍາເຊົ່າ-ສຳປະທານ ທີ່ດິນໃນຂອບເຂດທົ່ວປະເທດ ເພື່ອ ຫລີກລ່ຽງສະພາບການຈັບຈອງ ທີ່ດິນ ຫລື ນຳໃຊ້ທີ່ດິນບໍ່ຖືກຕາມ ວັດຖຸປະສົງ; ຂັ້ນທ້ອງຖິ່ນກໍໃຫ້ ກວດຄືນການເຊົ່າ-ສຳປະທານ ທີ່ດິນຂອງບັນດາບໍລິສັດກະສິກຳ ທີ່ມາໜູນໃຊ້ວ່າເປັນການສົ່ງເສີມ; ໃຫ້ພາກສ່ວນກ່ຽວຂ້ອງກວດກາ ຄືນບັນດາໂຄງການທີ່ໄດ້ເຊົ່າ-ຈັບ ຈອງໄປແລ້ວແຕ່ບໍ່ມີຄວາມຄືບໜ້າ ຫລື ບໍ່ເປັນໄປຕາມບົດວິພາກຂອງ ໂຄງການທີ່ໄດ້ເຊັນໄວ້ວ່າດຳເນີນ ຖືກຕ້ອງຫລືຍັງ ຫລື ວ່າຍັງບໍ່ທັນ ໄດ້ດຳເນີນ. ພ້ອມນັ້ນ, ຍັງໄດ້ສະ ເໜີໃຫ້ລັດຖະບານເພີ່ມທະວີຄຸ້ມ ຄອງລະບົບສາທາລະນະສຸກຕື່ມ ໂດຍສະເພາະໃຫ້ວາງມາດຕະການ ຄຸ້ມຄອງບັນດາຮ້ານຂາຍຢາໃຫ້ຮັດ ກຸມຂຶ້ນກວ່າເກົ່າແນ່ໃສ່ຮັບປະກັນ ສຸຂະພາບຂອງປະຊາຊົນ ເນື່ອງ ຈາກວ່າບັນດາຮ້ານຂາຍຢາຜ່ານ ມາເຫັນວ່າມີໃບອະນຸຍາດ, ມີນິຕິ ກຳຄຸ້ມຄອງແລ້ວກໍຕາມແຕ່ສະພາບ ການປະຕິບັດຕົວຈິງແມ່ນບໍ່ທັນໄດ້ດີ. ພ້ອມດຽວກັນນີ້, ສສຊ ຫລາຍ ທ່ານຍັງສະເໜີໃຫ້ລັດຖະບານສືບຕໍ່ ປັບປຸງແກ້ໄຂສ້ອມແປງເສັ້ນທາງທີ່ ເປ່ເພເສຍຫາຍ ໂດຍສະເພາະທາງ ຫລວງແຫ່ງຊາດ, ເສັ້ນທາງຮ່ອມ, ທາງຊອຍ, ທາງເຂົ້າຫາບ້ານເຂດ ຫ່າງໄກສອກຫລີກ, ພ້ອມທັງໃຫ້ ແກ້ໄຂບັນຫາດ້ານການສຶກສາເປັນ ຕົ້ນການປະລະການຮຽນຢູ່ເຂດ ຊົນນະບົດ, ຄູເຫລືອບໍ່ພໍ, ປັບປຸງ ພື້ນຖານໂຄງລ່າງດ້ານການສຶກສາ ໂດຍສະເພາະສະພາບແວດລ້ອມ ພາຍໃນໂຮງຮຽນ, ເສັ້ນທາງເຂົ້າ ຫາໂຮງຮຽນ ແລະ ອື່ນໆ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ໃໝ່ ແລະ ປະເມີນຕົນເອງຕະຫລອດ ເວລາ, ຕ້ອງຮູ້ຖາມຕົນເອງວ່າບົດ ຮຽນທີ່ເຮົາສອນໃນມື້ນີ້ ມີນັກຮຽນ ເຂົ້າໃຈຫລາຍໜ້ອຍສໍ່າໃດ, ມີຜູ້ໃດ ຍັງຮຽນບໍ່ທັນ ແລະ ເຮົາຈະຕ້ອງ ປັບວິທີສອນແນວໃດ ໃຫ້ນັກຮຽນ ເຂົ້າໃຈງ່າຍຂຶ້ນກວ່າເກົ່າ, ການ ປັບປຸງຕົນເອງເພື່ອການພັດທະນາ ວິທີການສອນກໍແມ່ນໜຶ່ງ ໃນຄວາມ ຮັບຜິດຊອບຂອງຄູ-ອາຈານຜູ້ໜຶ່ງ. ນອກຈາກນີ້, ໃນຍຸກໂລກາພິວັດ ການພັດທະນາດ້ານເຕັກໂນໂລຊີ, ປັນຍາປະດິດ(AI) ຕະຫລອດຮອດ ດີຈິຕອນມີການພັດທະນາໄປໄວ. ສະນັ້ນ, ຄູຄວນຮູ້ຈັກໝູນໃຊ້ເຕັກໂນ ໂລຊີ ແລະ ປັນຍາປະດິດໃຫ້ເປັນ ປະໂຫຍດຕໍ່ການຮຽນ-ການສອນ, ແຕ່ຍັງຕ້ອງຮັກສາໄດ້ຄວາມໃສ່ໃຈ ຕໍ່ນັກຮຽນບວກກັບການສິດສອນ ຄຸນສົມບັດສິນທໍາປະຕິວັດເປັນປະ ຈໍາໃຫ້ນັກຮຽນນັກສຶກສາ ຊຶ່ງວ່າ AI ຈະບໍ່ສາມາດເຂົ້າໄດ້ເຖິງຈິດໃຈ ຂອງນັກຮຽນ ຈະບໍ່ສາມາດສອນ ຄຸນສົມບັດສິນທໍາປະຕິວັດຢ່າງເລິກ ເຊິ່ງເຖິງຖອງໃຫ້ແກ່ນັກຮຽນ, ນັກ ສຶກສາໄດ້. ໃນຖານະຜູ້ບໍລິຫານ ການສຶກສາຜູ້ໜຶ່ງຢູ່ສະຖາບັນຂົງຈື ມຊ, ຕົນເອງພະຍາຍາມສ້າງເງື່ອນ ໄຂໃຫ້ຄູໄດ້ພັດທະນາຕົນເອງຕະ ຫລອດເວລາ, ສ້າງໂອກາດໃຫ້ຄູ ໄດ້ໄປຮຽນຮູ້ທັງພາຍໃນ ແລະ ຕ່າງ ປະເທດ, ຝຶກອົບຮົມສື່ການຮຽນການສອນ ແລະ ການນໍາໃຊ້ເຕັກໂນ ໂລຊີທີ່ເໝາະສົມ. ຄະນະນໍາຍາມໃດ ກໍຮັບຟັງບັນຫາຂອງຄູ ແລະ ນັກສຶກ ສາ, ພ້ອມທັງຫາວິທີແກ້ໄຂໃຫ້ທັນ ການ, ເຮົາຄາດຫວັງໃຫ້ຄູເບິ່ງແຍງ, ສິດສອນນັກຮຽນ, ນັກສຶກສາໃຫ້ ດີເຮົາກໍຕ້ອງເບິ່ງແຍງ ແລະ ສະໜັບ ສະໜູນຄູໃຫ້ດີເຊັ່ນດຽວກັນ. ຢ່າງໃດກໍຕາມ, ຍັງມີສິ່ງທ້າ ທາຍທີ່ຄູທຸກຄົນຕ້ອງປະສົບພົບພໍ້ ເປັນຕົ້ນນັກຮຽນຢູ່ໃນຫ້ອງດຽວກັນ ແຕ່ພວກເຂົາເຈົ້າມາຈາກສະພາບ ແວດລ້ອມທີ່ແຕກຕ່າງກັນ, ມີພື້ນ ຖານຄວາມຮູ້ ແລະ ເງື່ອນໄຂຊີວິດ ທີ່ຕ່າງກັນບາງຄົນສະໝອງດີຮຽນ ໄດ້ໄວ, ບາງຄົນຕ້ອງການເວລາ ເພື່ອເຂົ້າໃຈ ແລະ ບາງຄົນກໍຍັງບໍ່ ກ້າສະແດງອອກ. ນີ້ເປັນບັນຫາທີ່ ຄູທຸກຄົນຈະຕ້ອງໄດ້ແກ້ໄຂໃຫ້ດີ, ເພາະລູກກະແຈລູກໜຶ່ງມັນຈະບໍ່ ສາມາດໄຂກອນປະຕູໄດ້ທຸກອັນ. ສະນັ້ນ, ການສິດສອນບາງຄັ້ງຈະ ຕ້ອງໄດ້ເອົາໃຈໃສ່ ແລະ ໃສ່ໃຈໃນ ການອົບຮົມບົ່ມສອນຄືກັບເອົາລູກ ກະແຈແຕ່ລະລູກໄປໄຂປະຕູແຕ່ລະ ປ່ອງໃຫ້ສາມາດເປີດອອກໄດ້. ປັດຈຸບັນ, ສະຖາບັນຂົງຈື ໄດ້ເນັ້ນ ໜັກ ແລະ ໂອ້ລົມນໍາຄູ-ອາຈານ ທັງສອງຝ່າຍ ລາວ-ຈີນ ຕະຫລອດ ເວລາເພາະການຮຽນພາສາຈີນ ຈະມີຄົນເກັ່ງ ແລະ ຄົນບໍ່ເກັ່ງຢູ່ນໍາ ກັນ. ນອກຈາກນັ້ນ, ນັກສຶກສາລາວ ຫລາຍຄົນເປັນຄົນບໍ່ກ້າສະແດງ ອອກ, ແຕ່ວ່າການຮຽນພາສາຕ້ອງ ໄດ້ເຮັດໃຫ້ນັກສຶກສາກ້າເວົ້າກ້າ ວ່າ. ສະນັ້ນ, ຄູຈຶ່ງຕ້ອງເຮັດໃຫ້ຫ້ອງ ຮຽນມີບັນຍາກາດ, ເຮັດໃຫ້ທຸກຄົນ ກ້າເວົ້າ, ກ້າຖາມ ແລະ ຮຽນຮູ້ຈາກ ສິ່ງທີ່ຜິດພາດໃນຫ້ອງຮຽນ ເພື່ອ ເປັນປະສົບການໃຫ້ພວກເຂົາໃນ ການອອກສູ່ສັງຄົມໃນອະນາຄົດ. ຂ່າວ-ພາບ: ກິດຕາ ການຈັດຕັ້ງໜ່ວຍບໍລິການ ແລະ ໃຫ້ຄຳປຶກສາສຸຂະພາບແຮງງານ ຢູ່ໂຮງໝໍແຂວງ ແລະ ການກຳນົດ ເງື່ອນໄຂມາດຕະຖານສຳລັບສະ ຖານທີ່ເຮັດວຽກທີ່ດີຕໍ່ສຸຂະພາບ ຢູ່ເຂດເສດຖະກິດພິເສດ, ບັນດາ ແຂວງເປົ້າໝາຍ ຊຶ່ງວຽກງານດັ່ງ ກ່າວ, ມີຄວາມສຳຄັນທີ່ກຳລັງລິ ເລີ່ມຈັດຕັ້ງປະຕິບັດດຳເນີນງານ ໄປຄຽງຄູ່ກັບການພັດທະນາຍຸດທະ ສາດສຸຂະພາບປະຊາກອນເຄື່ອນ ຍ້າຍຂອງ ສປປ ລາວ ພາຍໃຕ້ການ ຊີ້ນຳຂອງຫ້ອງການກະຊວງ ໂດຍ ການສະໜັບສະໜູນຈາກທະນາຄານ ພັດທະນາອາຊີໃນໂຄງການຮັກສາ ສຸຂະພາບຮ່ວມຊາຍແດນຮ່ວມກັບ ປະເທດລຸ່ມແມ່ນໍ້າຂອງ. ກອງປະຊຸມດັ່ງກ່າວ, ບັນດາ ຜູ້ເຂົ້າຮ່ວມໄດ້ປະກອບຄຳເຫັນໃສ່ ຄູ່ມືແນະນຳສຳລັບຈັດຕັ້ງປະຕິບັດ ເປັນຕົ້ນແມ່ນໜ່ວຍບໍລິການ ແລະ ໃຫ້ຄຳປຶກສາສຸຂະພາບແຮງງານ ຢູ່ບັນດາໂຮງໝໍແຂວງ ເພື່ອເພີ່ມ ການເຂົ້າເຖິງສຸຂະພາບແຮງງານ ກໍຄື ປະຊາກອນເຄື່ອນຍ້າຍລວມ ທັງຜູ້ທີ່ຖືກເຄາະຮ້າຍຈາກການ ເຄື່ອນຍ້າຍ ແລະ ການຄ້າມະນຸດ; ຄູ່ມືແນະນຳການຈັດຕັ້ງປະຕິບັດ ເງື່ອນໄຂມາດຕະຖານຂອງສະຖານ ທີ່ເຮັດວຽກທີ່ດີຕໍ່ສຸຂະພາບຢູ່ເຂດ ເສດຖະກິດພິເສດ ເພື່ອຊຸກຍູ້ສົ່ງ ເສີມການເຂົ້າເຖິງບໍລິການຂັ້ນພື້ນ ຖານ ແລະ ຄວາມປອດໄພຂອງ ແຮງງານ. ສິນຄ້າລາວ ຈຳກັດ ເພື່ອສົ່ງເສີມ ການນຳໃຊ້ມາດຕະຖານ GS1 ໃນບັນດາສະມາຊິກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃນຫລາຍຂະແໜງການ ເຊັ່ນ: ການ ຜະລິດ, ຂາຍຍ່ອຍ, ກະສິກຳ, ເສື້ອ ຜ້າ, ICT, ການຄ້າ ແລະ ໂລຈິສ ຕິກ ແລະ ອື່ນໆ. ພ້ອມທັງ, ເສີມສ້າງ ຄວາມສາມາດແຂ່ງຂັນຂອງສິນຄ້າ Made in Laos ຜ່ານການລະບຸ ສິນຄ້າຕາມມາດຕະຖານສາກົນ; ເພີ່ມ ທະວີການຕິດຕາມສິນຄ້າ, ຄວາມ ໂປ່ງໃສ ແລະ ການປະຕິບັດຕາມຂໍ້ ກຳນົດການຄ້າສາ ກົນແລະ ຂໍ້ກຳນົດ ເຄືອຂ່າຍການເຊື່ອມໂຍງດີຈິຕອນ; ສະໜັບສະໜູນສະມາຊິກສະພາການ ຄ້າ ແລະ ອຸດ ສາຫະກຳແຫ່ງຊາດ ລາວ ໃນການເຂົ້າເຖິງຕະຫລາດ ໃນພາກພື້ນ ແລະ ຕະຫລາດໂລກ ໂດຍນຳໃຊ້ບາໂຄດທີ່ສອດຄ່ອງກັບ GS1, ຄວາມປອດໄພດ້ານອາຫານ ແລະ ສິນຄ້າ, ການເຮັດໃຫ້ການຄ້າ ເປັນດດີຈິຕອນ ແລະ ຄວາມຍືນຍົງ ໂດຍນຳໃຊ້ມາດຕະຖານGS1 ແລະ ຂະຫຍາຍຊ່ອງທາງການຈຳໜ່າຍ ສິນຄ້າຜ່ານເຄືອຂ່າຍGS1 ເພື່ອເລັ່ງ ການສົ່ງອອກ “Made in Laos” ສູ່ ຕະຫລາດສາກົນ. GS1 ແມ່ນອົງການມາດຕະ ຖານສາກົນທີ່ເປັນກາງ ແລະ ບໍ່ ສະແຫວງຫາກຳໄລ ແລະ ເປັນ ອົງການທີ່ໄດ້ຮັບອະນຸຍາດໃນການ ອອກເລກລະຫັດສິນຄ້າສາກົນ (GTIN) ຫລື ທີ່ເອີ້ນກັນທົ່ວໄປ ວ່າບາໂຄດ ຊຶ່ງ GS1 ແມ່ນພາສາ ສາກົນຂອງທຸລະກິດຂອງໂລກ ເປັນ ພື້ນຖານລວມທີ່ຊ່ວຍໃຫ້ຄູ່ຄ້າທາງ ທຸລະກິດສາມາດລະບຸ, ບັນທຶກ ແລະ ແລກປ່ຽນຂໍ້ມູນສິນຄ້າທີ່ມີເອກະລັກ ໄດ້ຢ່າງລຽບງ່າຍ. ປັດຈຸບັນ, ລະບົບ ມາດຕະຖານດັ່ງກ່າວ, ຖືກນຳໃຊ້ ໂດຍຫລາຍກວ່າ 2 ລ້ານບໍລິສັດ, ໃນຫລາຍກວ່າ 150 ປະເທດ ແລະ ມີການສະແກນບາໂຄດ GS1 ຫລາຍກວ່າ 10 ຕື້ຄັ້ງຕໍ່ມື້. ຂ່າວ: ກິດຕາ; ພາບ: ເກດສະໜາ

RkJQdWJsaXNoZXIy MTc3MTYxMQ==