07/10/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ:ຢ່າຕົ່ງ *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ]k;{s;Pfok, 9kdlkprq ;ra ory glf l6 j s5 h olj ;op5 fmtlkf.ow]pt.\j ໂດຍ: ຄຳຮຸ່ງ ດວງເງິນຸ່ ງິ ນ dkora fmtok0q 'g0f glf4tdy f 9 gfn vo 2026 76 7n c,j ry ,0v'-kf Ikd4ko le7a olh k'7q o ra fmtokxtgmf-kf ບົດສະເໜີົີ ໂດຍ: ຄະນະ ບກ (ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 32 ປີ ວັນທີ 7/10/1994-7/10/2026)ື່ ອັ ນູ ແ່ ງົ ບີ ັນີ ຂອງແຜນການ. ມູນຄ່າການຜະລິດ ອຸດສາຫະກຳປຸງແຕ່ງ ແລະ ຫັດຖະ ກຳ ປະຕິບັດໄດ້ 17.585,89 ຕື້ ກີບ, ເທົ່າກັບ 75,21% ຂອງແຜນ ການ, ການຜະລິດກະແສໄຟຟ້າ ປະຕິບັດໄດ້ 46.779,30 ລ້ານ ກິໂລວັດ ເທົ່າກັບ 79,6% ຂອງ ແຜນການ. ແຕ່ເຖິງຢ່າງໃດກໍຕາມ, ເຫັນວ່າ ໃນຂະແໜງກະສິກຳ ການ ຜະລິດເຂົ້າເປືອກ ຄາດຄະເນຈະ ປະຕິບັດໄດ້ພຽງ 3,75 ລ້ານໂຕນ ເທົ່າ ກັບ 95,2% ຂອງແຜນການ ປີ (ມະຕິສະພາ 3,94 ລ້ານໂຕນ), ສາເຫດຍ້ອນໄດ້ຮັບຜົນກະທົບ ຈາກໄພພິບັດທຳມະຊາດ ນໍ້າຖ້ວມ ແລະ ສັດຕູພືດລະບາດ. ສ່ວນດ້ານການຂຸດຄົ້ນ ແລະ ປຸງ ແຕ່ງແຮ່ທາດປະຕິບັດໄດ້3.240,19 ຕື້ກີບ, ເທົ່າກັບ 89,70% ຂອງ ແຜນການທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ ເພີ່ມຂຶ້ນ 5,71% ແລະ ຄາດຄະເນໝົດປີ ຈະປະຕິບັດ ໄດ້ 48.773,08 ຕື້ກີບ ເທົ່າກັບ 114.41% ຂອງແຜນການ (ມະຕິ ສະພາ 42.630,08 ຕື້ກີບ). ພ້ອມ ນີ້, ໄດ້ເພີ່ມທະວີຕ້ານ ແລະ ສະກັດ ກັ້ນການລັກລອບຂຸດຄົ້ນ, ປຸງແຕ່ງ, ເກັບຊື້-ຂາຍ, ນໍາເຂົ້າ-ສົ່ງອອກແຮ່ ທາດ ແລະ ຜະລິດຕະພັນແຮ່ທາດ ຕ່າງໆ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ; ໄດ້ແຕ່ງຕັ້ງຄະ ນະຊີ້ນໍາ, ຕິດຕາມກວດກາການ ປະຕິບັດວຽກງານດັ່ງກ່າວ ຢ່າງ ເຂັ້ມງວດ ແລະ ເດັດຂາດ. ພ້ອມກັນ ນັ້ນ, ຍັງໄດ້ຄົ້ນຄວ້າກຳນົດນະໂຍ ບາຍໃນການພັດທະນາແຮ່ທາດ ໃນໄລຍະໃໝ່ ໂດຍຈະໄດ້ກຳນົດໃຫ້ ມີການສ້າງຕັ້ງໂຮງງານປຸງແຕ່ງ ສໍາເລັດຮູບ ເພື່ອສ້າງມູນຄ່າເພີ່ມ ແລະ ການອະນຸມັດໂຄງການໃໝ່ ໃນຕໍ່ໜ້າ ແມ່ນອະນຸມັດໃຫ້ຜູ້ທີ່ມີ ຫລື ສ້າງໂຮງງານປຸງແຕ່ງສໍາເລັດ ຮູບເທົ່ານັ້ນ, ຈຳກັດ ແລະ ກ້າວໄປ ເຖິງການຢຸດຕິການສົ່ງອອກແຮ່ ດິບ ຫລື ແຮ່ເຂັ້ມຂຸ້ນ. ຂະນະດຽວກັນ, ລັດຖະບານຍັງ ໄດ້ສຸມໃສ່ສ້ອມແປງ ແລະ ກໍ່ສ້າງ ໂຄງລ່າງຄົມມະນາຄົມທັງທາງ ບົກ, ທາງລົດໄຟ, ທາງອາກາດ ແລະ ທາງນໍ້າ ໃຫ້ມີຄວາມສະດວກ ຫລາຍຂຶ້ນ ໂດຍສະເພາະເສັ້ນທາງ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳ ມະຊາດ; ໄດ້ເຊັນສັນຍາສໍາປະທານ ການອອກແບບກໍ່ສ້າງເສັ້ນທາງ ລົດໄຟແຕ່ທ່າແຂກ, ແຂວງຄໍາມ່ວນ ຫາຊາຍແດນລາວ-ຫວຽດນາມ; ສືບຕໍ່ພັດທະນາທ່າບົກ ທ່າແຂກ, ແຂວງຄໍາມ່ວນ; ສືບຕໍ່ປັບປຸງພື້ນ ຖານໂຄງລ່າງ, ສິ່ງອໍານວຍຄວາມ ສະດວກ ວຽກງານຄົມມະນາຄົມ ທາງອາກາດໃຫ້ມີຄຸນນະພາບ ແລະ ຮັບປະກັນຄວາມປອດໄພ ໂດຍສະເພາະແມ່ນການປັບປຸງ ແລະ ຂະຫຍາຍອາຄານສະໜາມ ບິນສາກົນວັດໄຕ ແລະ ຫລວງພະ ບາງ ພ້ອມທັງສຸມໃສ່ກໍ່ສ້າງປ້ອງ ກັນຕາຝັ່ງເຈື່ອນແຄມນໍ້າຂອງຢູ່ ຈຸດຕ່າງໆ. ຂປລ. ລາວ-ຫວຽດນາມ ເປັນ ສອງປະເທດບ້ານໃກ້ເຮືອນຄຽງທີ່ ມີຄວາມສະໜິດໃກ້ຊິດກັນ, ມີສາຍ ພົວພັນພິເສດທີ່ໄດ້ຮັບການສ້າງຕັ້ງ, ທົດສອບ ແລະ ຫລໍ່ຫລອມຜ່ານ ບັນດາໄລຍະປະຫວັດສາດ. ຈາກ ການຄຽງບ່າຄຽງໄຫລ່ກັນໃນການ ຕໍ່ສູ້ກູ້ຊາດຍາດເອົາເອກະລາດ ຂອງຊາດ ສູ່ພາລະກິດແຫ່ງການ ສ້າງສາ, ປົກປັກຮັກສາ ແລະ ພັດ ທະນາປະເທດຊາດໃນປັດຈຸບັນ, ສາຍພົວພັນລະຫວ່າງສອງປະເທດ ໄດ້ຮັບການເພີ່ມພູນຄູນສ້າງຢ່າງ ຕໍ່ເນື່ອງ ຈົນກາຍເປັນໜຶ່ງໃນສາຍ ພົວພັນທີ່ພິເສດ ແລະ ຫາຍາກໃນ ການພົວພັນສາກົນ. ເມື່ອກ້າວເຂົ້າສູ່ໄລຍະໃໝ່ແຫ່ງ ການພັດທະນາ, ສາຍພົວພັນ ລາວຫວຽດນາມ, ຫວຽດນາມ-ລາວ, ໄດ້ຮັບການຍົກລະດັບຂຶ້ນອີກບາດ ກ້າວໜຶ່ງ ໂດຍທັງສອງປະເທດໄດ້ ກຳນົດຂອບການພົວພັນເປັນ “ມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ”. ການ ເພີ່ມເນື້ອໃນສຳຄັນຂອງ “ຫຸ້ນສ່ວນ ຍຸດທະສາດ” ບໍ່ພຽງແຕ່ເປັນການ ສືບທອດພື້ນຖານສາຍພົວພັນທີ່ ມີມາແຕ່ດົນນານເທົ່ານັ້ນ, ແຕ່ຍັງ ສ່ອງແສງໃຫ້ເຫັນເຖິງວິໄສທັດ ຮ່ວມ, ຜົນປະໂຫຍດທີ່ຕິດພັນກັນ ຢ່າງເລິກເຊິ່ງຍິ່ງຂຶ້ນ, ຕະຫລອດ ຮອດທິດທາງການຮ່ວມເດີນຄຽງ ຂປລ. ທ່ານ ສະເຫລີມໄຊ ກົມ ມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລາຍງານຕໍ່ກອງປະ ຊຸມ ສະໄໝສາມັນເທື່ອທີ 2 ຂອງ ສະພາແຫ່ງຊາດ ຊຸດທີ X ວ່າ: ສະ ພາບການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງ ຊາດ,ແຜນງົບປະມານແຫ່ງລັດແລະ ແຜນເງິນຕາໃນໄລຍະ 9 ເດືອນ ແລະ ຄາດຄະເນໝົດປີ 2026 ກໍໄດ້ ຊຸກຍູ້ ແລະ ສົ່ງເສີມການຜະລິດ ເພື່ອ ທົດແທນການນໍາເຂົ້າ ແລະ ຜະລິດ ເປັນສິນຄ້າສົ່ງອອກ ຕາມມະຕິ 04/ ກມສພ ຊຶ່ງເຮັດໃຫ້ການຜະລິດກະ ສິກຳ ແລະ ອຸດສາຫະກຳປຸງແຕ່ງ ຂະຫຍາຍຕົວ, ອັນພົ້ນເດັ່ນແມ່ນ ການຜະລິດພືດສະບຽງອາຫານປະ ຕິບັດໄດ້ 2,33 ລ້ານໂຕນ, ເທົ່າກັບ 90% ຂອງແຜນການ, ການສົ່ງ ອອກຜະລິດຕະພັນກະສິກຳ ແລະ ປ່າໄມ້ປະຕິບັດໄດ້ 1.389 ລ້ານ ໂດລາສະຫະລັດ ເທົ່າກັບ 73,17% ຂປລ. ຄູແມ່ນຜູ້ສ້າງຄົນ ແລະ ປັ້ນຄົນໃຫ້ມີຄວາມຮູ້, ຄວາມສາ ມາດ, ຄຸນນະທຳ ແລະ ຄຸນນະພາບ ປຽບເໝືອນແມ່ພິມທີ່ເຮັດໜ້າທີ່ພິມ ຕົວອັກສອນ. ຄູເປັນຜູ້ຖ່າຍທອດ ວິຊາຄວາມຮູ້, ອົບຮົມສັ່ງສອນ ແລະ ບົ່ມເພາະລູກສິດໃຫ້ເປັນຄົນດີ, ຄົນເກັ່ງ ແລະ ມີຄຸນນະພາບກ້າວ ອອກໄປປະກອບອາຊີບ, ຮັບໃຊ້ສັງ ຄົມ ແລະ ຮ່ວມພັດທະນາປະເທດ ຊາດ. ດັ່ງນັ້ນ, ຄູຈຶ່ງເປັນຮາກຖານ ສຳຄັນໃນການສ້າງຄົນ ແລະ ສ້າງ ອະນາຄົດຂອງຊາດ ອັນເປັນທີ່ມາ ຂອງຄຳເວົ້າທີ່ວ່າ “ຄູຄືແມ່ພິມ ຂອງຊາດ”. ຕະຫລອດໄລຍະຜ່ານມາ, ພັກ ແລະ ລັດຖະບານ ໄດ້ຍຶດໝັ້ນແນວ ຄິດຂອງ ທ່ານ ໄກສອນ ພົມວິຫານ ທີ່ວ່າ “ເອົາການສຶກສາໄປກ່ອນ ກ້າວໜຶ່ງ”. ແນວຄິດດັ່ງກ່າວ ສະ ທ້ອນໃຫ້ເຫັນວ່າ ການພັດທະນາ ການສຶກສາບໍ່ຄວນລໍຖ້າໃຫ້ເສດ ຖະກິດຂະຫຍາຍຕົວກ່ອນ ແຕ່ຕ້ອງ ຊຸກຍູ້ ແລະ ຍົກລະດັບການສຶກສາ ໃຫ້ເດີນໜ້າ ເພື່ອສ້າງຄົນໃຫ້ມີ ຄວາມຮູ້, ຄວາມສາມາດ ແລະ ທັກ ສະສາມາດນຳໃຊ້ຄວາມຮູ້ມາຮັບ ໃຊ້ການສ້າງສາ ແລະ ພັດທະນາ ປະເທດ. ດ້ວຍເຫດນັ້ນ, ວຽກງານການ ສຶກສາຈຶ່ງເປັນວຽກຈຸດສຸມ ແລະ ເປັນບຸລິມະສິດສຳຄັນຂອງພັກ ແລະ ຊາດ ໂດຍແນໃສ່ພັດທະນາ ຊັບພະຍາກອນມະນຸດ. ການພັດທະ ນາຄົນໃຫ້ມີຄຸນນະພາບ ຈຳເປັນ ຕ້ອງເລີ່ມຈາກການພັດທະນາຄູ- ອາຈານ ໃຫ້ມີຄວາມຮູ້, ຄວາມສາ ມາດ, ຄຸນນະທຳ ແລະ ຈິດວິນຍານ ຂອງຄວາມເປັນຄູ ເພື່ອສາມາດ ບົ່ມເພາະຄົນຮຸ່ນໃໝ່ໃຫ້ມີຄວາມຮູ້ ຄວາມສາມາດ ເປັນກຳລັງສຳຄັນ ຮັບໃຊ້ປະເທດຊາດ. ພ້ອມກັນນັ້ນ, ຄູ-ອາຈານຍັງມີບົດບາດສຳຄັນໃນ ການສ້າງບັນຍາກາດການຮຽນຮູ້, ປູກຝັງຄຸນນະທຳ, ລະບຽບວິໄນ, ຈິດສຳນຶກຮັກຊາດ ແລະ ຄວາມ ຮັບຜິດຊອບໃຫ້ແກ່ລູກສິດ. ຄູທີ່ດີບໍ່ ພຽງແຕ່ສອນໜັງສື ແຕ່ຍັງເປັນຜູ້ ແນະນຳ, ຜູ້ປູກຝັງຄວາມຝັນ ແລະ ຊີ້ທິດທາງໃຫ້ແກ່ລູກສິດ ໃຫ້ຮູ້ຈັກ ຄິດ, ຮູ້ຈັກຮຽນຮູ້, ຮູ້ຈັກສ້າງສັນ ແລະ ສາມາດຢືນຢູ່ໄດ້ດ້ວຍຄວາມ ສາມາດຂອງຕົນ. ໃນສະພາບສັງຄົມຍຸກໃໝ່ ທີ່ ເຕັກໂນໂລຊີ ແລະ ສື່ດີຈິຕອນເຂົ້າ ມາມີບົດບາດຫລາຍຂຶ້ນ, ບົດບາດ ຂອງຄູຍິ່ງຕ້ອງປັບຕົວໃຫ້ທັນກັບ ຍຸກສະໄໝ. ຄູຕ້ອງເພີ່ມພູນຄວາມ ຮູ້, ພັດທະນາທັກສະການສອນ, ຮູ້ ຈັກນຳໃຊ້ເຕັກໂນໂລຊີຢ່າງເໝາະ ສົມ ພ້ອມທັງສອນໃຫ້ລູກສິດຮູ້ເທົ່າ ທັນຂ່າວສານ, ຮູ້ຈັກຄັດເລືອກຂໍ້ມູນ ແລະ ໃຊ້ສື່ດີຈິຕອນຢ່າງສ້າງສັນ. ວັນຄູແຫ່ງຊາດ ຈຶ່ງບໍ່ພຽງແຕ່ ເປັນວັນເພື່ອລະນຶກເຖິງຄຸນງາມ ຄວາມດີຂອງຄູ-ອາຈານ ແຕ່ຍັງ ເປັນໂອກາດໃຫ້ສັງຄົມໄດ້ຄຳນຶ່ງ ເຖິງຄຸນຄ່າ ແລະ ບົດບາດອັນສຳ ຄັນຂອງອາຊີບຄູ ຕະຫລອດຮອດ ຮ່ວມກັນສ້າງເງື່ອນໄຂ, ຍົກສູງ ຖານະ ແລະ ຄຸນນະພາບຊີວິດຄູ- ອາຈານ ໃຫ້ສົມກັບພາລະໜ້າທີ່ອັນ ສູງສົ່ງ. ເພາະການສ້າງຄົນໃນມື້ນີ້ ແມ່ນການສ້າງອະນາຄົດຂອງຊາດ ໃນມື້ຂ້າງໜ້າ ແລະ ຄູຄືຜູ້ທີ່ຢືນຢູ່ ແນວໜ້າຂອງພາລະກິດນີ້. ດັ່ງນັ້ນ, “ຄູຄືແມ່ພິມຂອງຊາດ” ຈຶ່ງບໍ່ແມ່ນ ພຽງຄຳກ່າວຍົກຍ້ອງ ແຕ່ເປັນຄຳ ສະທ້ອນເຖິງພາລະໜ້າທີ່ ແລະ ຄຸນ ຄ່າຂອງຄູ-ອາຈານ ໃນການສ້າງ ຄົນ ແລະ ສ້າງຊາດໃຫ້ກ້າວໜ້າ ຢ່າງຍືນຍົງ. ຊົມເຊີຍວັນຄູແຫ່ງຊາດ 7 ຕຸລາ ຢ່າງສຸດໃຈ! ບ່າຄຽງໄຫລ່ກັນໃນໄລຍະຍາວ ຂອງສອງຊາດ. ສາຍພົວພັນ ລາວ-ຫວຽດນາມ, ຫວຽດນາມ-ລາວ, ມີຮາກຖານມາ ຈາກຄວາມໃກ້ຊິດທາງພູມສາດ, ຄວາມຄ້າຍຄືກັນທາງດ້ານປະ ຫວັດສາດ ແລະ ວັດທະນະທຳ, ຕະ ຫລອດຮອດຂະບວນວິວັດທີ່ປະຊາ ຊົນສອງຊາດຮ່ວມກັນຕໍ່ສູ້ເພື່ອ ເອກະລາດ ແລະ ອິດສະລະພາບ. ພາຍໃຕ້ການຊີ້ນຳ-ນຳພາຂອງ ປະທານ ໂຮ່ຈີ່ມິງ, ປະທານ ໄກສອນ ພົມວິຫານ, ປະທານສຸພານຸວົງແລະ ບັນດາຜູ້ນຳການປະຕິວັດຂອງ ສອງປະເທດໃນແຕ່ລະຍຸກສະໄໝ, ຄວາມສາມັກຄີ ລາວ-ຫວຽດນາມ, ຫວຽດນາມ-ລາວ, ໄດ້ຮັບການຫລໍ່ ຫລອມທ່າມກາງໄລຍະເວລາອັນ ເຕັມໄປດ້ວຍຄວາມຫຍຸ້ງຍາກລຳ ບາກ ເມື່ອປະຊາຊົນສອງປະເທດ ຮ່ວມກັນຕໍ່ສູ້, ເສຍສະລະ ແລະ ຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ເພື່ອພາລະ ກິດການປະຕິວັດຮ່ວມກັນ. ໃນວັນທີ 18 ກໍລະກົດ 1977, ລາວ ແລະ ຫວຽດນາມ ໄດ້ລົງນາມ ໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ ຊຶ່ງ ໄດ້ສ້າງພື້ນຖານອັນສຳຄັນທັງທາງ ດ້ານການເມືອງແລະນິຕິກຳສຳລັບ ການພັດທະນາສາຍພົວພັນສອງ ຝ່າຍຢ່າງຮອບດ້ານໃນໄລຍະຕໍ່ມາ. ບົນພື້ນຖານດັ່ງກ່າວ, ສາຍພົວພັນ ທາງດ້ານການເມືອງ ແລະ ຄວາມ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງສອງພັກ, ສອງລັດຍັງຄົງ ມີບົດບາດເປັນແກນຫລັກໃນການ ກຳນົດທິດທາງລວມຂອງການ ຮ່ວມມືລະຫວ່າງສອງປະເທດ. ການຢ້ຽມຢາມ ແລະ ການພົບປະ ຂັ້ນສູງ, ການແລກປ່ຽນບົດຮຽນ ຕະຫລອດຮອດກົນໄກການຮ່ວມມື ສອງຝ່າຍ ໄດ້ຮັບການຈັດຕັ້ງປະຕິ ບັດຢ່າງເປັນປົກກະຕິ, ໃນຂະນະ ທີ່ການພົວພັນລະຫວ່າງບັນດາກະ ຊວງ, ຂະແໜງການ ແລະ ທ້ອງຖິ່ນ ໂດຍສະເພາະແມ່ນບັນດາແຂວງ ທີ່ມີຊາຍແດນຕິດຈອດກັນ ໄດ້ຮັບ ການເປີດກວ້າງ ແລະ ຮັດແໜ້ນ ຫລາຍຂຶ້ນເລື້ອຍໆ. ການຮ່ວມມືດ້ານການປ້ອງກັນ ຊາດປ້ອງກັນຄວາມສະຫງົບຍັງຄົງ ເປັນໜຶ່ງໃນເສົາຄ້ຳອັນສຳຄັນ. ທັງ ສອງຝ່າຍໄດ້ປະສານສົມທົບກັນໃນ ການຄຸ້ມຄອງ ແລະ ປົກປັກຮັກສາ ຊາຍແດນ, ການສະກັດກັ້ນ ແລະ ຕ້ານອາດຊະຍາກຳຂ້າມຊາດ, ຢາ ເສບຕິດ, ການຄ້າມະນຸດ, ການຄ້າ ເຖື່ອນ, ການເຂົ້າ-ອອກເມືອງແບບ ຜິດກົດໝາຍ ຕະຫລອດຮອດໄພ ຂົ່ມຂູ່ດ້ານຄວາມໝັ້ນຄົງແບບໃໝ່ ຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນ ການປົກປັກຮັກສາເສັ້ນຊາຍແດນ ລາວ-ຫວຽດນາມ, ຫວຽດນາມລາວ, ໃຫ້ກາຍເປັນເສັ້ນຊາຍແດນ ແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ການຮ່ວມມືແລະການ ພັດທະນາ. ຂີດໝາຍສຳຄັນອັນໜຶ່ງໃນການ ພັດທະນາສາຍພົວພັນລະຫວ່າງ ສອງປະເທດ ແມ່ນການທີ່ການນຳ ຂັ້ນສູງຂອງລາວ ແລະ ຫວຽດນາມ ໄດ້ເຫັນດີເປັນເອກະພາບຮ່ວມກັນ ໃນການຍົກລະດັບສາຍພົວພັນຂຶ້ນ ເປັນ “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມ ມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະ ສາດ” ໃນທ້າຍປີ 2025. “ຫຸ້ນ ສ່ວນຍຸດທະສາດ” ບໍ່ພຽງແຕ່ເປັນ ການເພີ່ມເຕີມຖ້ອຍຄຳເຂົ້າໃນຊື່ ເອີ້ນຂອງສາຍພົວພັນສອງຝ່າຍ ເທົ່ານັ້ນ, ແຕ່ຍັງສ່ອງແສງເຖິງ ຄວາມຮຽກຮ້ອງຕ້ອງການອັນຮີບ ດ່ວນໃນການຍົກລະດັບຄວາມຜູກ ພັນ ລະຫວ່າງສອງປະເທດ ໃຫ້ກາຍ ເປັນການເຊື່ອມຈອດທີ່ສະໜິດແໜ້ນ ຍິ່ງຂຶ້ນ ໃນດ້ານວິໄສທັດການພັດທະ ນາໄລຍະຍາວ, ຜົນປະໂຫຍດຍຸດທະ ສາດ, ຄວາມໝັ້ນຄົງ, ເສດຖະກິດ ແລະ ພື້ນທີ່ການພັດທະນາ. ດ້ວຍ ເຫດນີ້, ສະຖຽນລະພາບ, ຄວາມ ໝັ້ນຄົງ ແລະ ການພັດທະນາຂອງ ແຕ່ລະປະເທດ ຈຶ່ງມີຄວາມຕິດພັນ ກັນຢ່າງສະໜິດແໜ້ນກັບສະຖຽນ ລະພາບ ແລະ ການພັດທະນາຂອງ ອີກປະເທດໜຶ່ງຫລາຍຂຶ້ນ. ທັງສອງ ຝ່າຍບໍ່ພຽງແຕ່ປະສານສົມທົບກັນ ເພື່ອແກ້ໄຂບັນຫາສະເພາະໜ້າເທົ່າ ນັ້ນ, ແຕ່ຍັງເພີ່ມທະວີການແລກ ປ່ຽນແລະການປະສານງານໃນການ ກຳນົດແລະດຳເນີນແນວທາງການ ພັດທະນາໄລຍະຍາວ, ໂດຍສະເພາະ ແມ່ນໃນຂົງເຂດທີ່ມີຜົນກະທົບເຊິ່ງ ກັນ ແລະ ກັນທາງຍຸດທະສາດ. ໃນປີ 2026, ການນຳຂອງ ສອງປະເທດຍັງໃຫ້ຄວາມສຳຄັນ ເປັນພິເສດຕໍ່ການຫັນເອົາເນື້ອໃນ ຈິດໃຈຂອງຫຸ້ນສ່ວນຍຸດທະສາດ ມາເປັນຮູບປະທຳຕົວຈິງ ຜ່ານການ ຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂັ້ນ ສູງ ແລະ ແຜນການຮ່ວມມື ໄລຍະປີ 2026-2030, ການເພີ່ມທະວີການ ປະສານງານຍຸດທະສາດລະຫວ່າງ ສອງພັກ, ສອງລັດ ຕະຫລອດຮອດ ການຊຸກຍູ້ການເຊື່ອມຈອດລະຫວ່າງ ສອງພື້ນຖານເສດຖະກິດ ແລະ ພື້ນ ທີ່ການພັດທະນາຂອງສອງປະເທດ. ໃນສະພາບແວດລ້ອມດັ່ງກ່າວ, ການເຊື່ອມຈອດ ພື້ນຖານໂຄງລ່າງ ດ້ານຄົມມະນາຄົມຂົນສົ່ງ ແລະ ໂລ ຈິສຕິກ ແມ່ນມີຄວາມໝາຍສຳຄັນ ເປັນພິເສດ. ການຍົກລະດັບ ແລະ ສ້າງເສັ້ນທາງເຊື່ອມຕໍ່ລະຫວ່າງ ລາວ ກັບ ຫວຽດນາມ ແລະ ບັນດາ ທ່າເຮືອຂອງຫວຽດນາມ ບໍ່ພຽງ ແຕ່ຊ່ວຍອຳນວຍຄວາມສະດວກ ໃຫ້ແກ່ການຄ້າສອງຝ່າຍເທົ່ານັ້ນ, ແຕ່ຍັງຊ່ວຍເປີດເສັ້ນທາງອອກສູ່ ທະເລໃຫ້ແກ່ລາວໄດ້ຫລາຍຂຶ້ນ, ສະໜັບສະໜູນເປົ້າໝາຍການຫັນ ປ່ຽນຈາກປະເທດທີ່ບໍ່ມີຊາຍແດນ ຕິດກັບທະເລ ໄປສູ່ປະເທດເຊື່ອມ ໂຍງ-ເຊື່ອມຈອດໃນພາກພື້ນ. ສຳ ລັບຫວຽດນາມ, ການເຊື່ອມຈອດ ດັ່ງກ່າວຍັງຊ່ວຍເປີດກວ້າງພື້ນທີ່ ເສດຖະກິດໄປສູ່ທິດຕາເວັນຕົກ ແລະ ເພີ່ມທະວີຄວາມສາມາດໃນ ການເຊື່ອມຕໍ່ກັບລາວ, ໄທແລະ ບັນ ດາແລວເສດຖະກິດເທິງແຫລມອິນ ດູຈີນ. ດັ່ງນັ້ນ, ຫຸ້ນສ່ວນຍຸດທະສາດ ຈຶ່ງຕ້ອງໄດ້ຮັບການສະແດງອອກ ຢ່າງເປັນຮູບປະທຳຜ່ານບັນດາ ໂຄງການແລະ ຜົນປະໂຫຍດຕົວຈິງ ນັບແຕ່ການຄົມມະນາຄົມ, ໂລຈິສ ຕິກ,ພະລັງງານ,ການຄ້າແລະການ ລົງທຶນ ໄປຈົນຮອດການຫັນເປັນ ດີຈິຕອນ, ການພັດທະນາຊັບພະຍາ ກອນມະນຸດ ແລະ ການປະສານສົມ ທົບເພື່ອຮັບມືກັບບັນຫາຄວາມໝັ້ນ ຄົງຂ້າມຊາຍແດນ. ປະສິດທິຜົນ ຂອງສາຍພົວພັນໃນໄລຍະໃໝ່ນີ້ ຈະ ຂຶ້ນຢູ່ກັບຄວາມສາມາດໃນການຫັນ ເອົາຂໍ້ຕົກລົງທາງດ້ານການເມືອງ ຂັ້ນສູງ ໃຫ້ກາຍເປັນໝາກຜົນຕົວ ຈິງຕໍ່ພື້ນຖານເສດຖະກິດແລະ ຊີວິດ ການເປັນຢູ່ຂອງປະຊາຊົນສອງ ຊາດ.
RkJQdWJsaXNoZXIy MTc3MTYxMQ==