7379

xtgmf]k; 7 06/10/2026 gsfdko{dkora fa mtok xtdkflh k'8A 'sh v'dkoltrkxt-k-q oc0;' xt9eg0fg]n vd8A ' g,n v'w-r6 mv' [j = cdh ; leg]a fdko9a f'ko8ts]kfoa fcI''ko leg]a foa dIPo-A o8Q o lk0kx5 'c8j 'vksko c]t [= ]y dko ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ພິທີ ປະກາດສ້າງຕັ້ງຫ້ອງການ ແລະ ປະກາດແຕ່ງຕັ້ງຫົວໜ້າ ຄະນະ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງໄຊພູ ທອງ ແຂວງສະຫວັນນະເຂດ ຈັດ ຂຶ້ນເມື່ອບໍ່ດົນມານີ້ ໂດຍມີ ທ່ານ ພູ ລໍາພອນ ສີຫາວົງ ຮອງປະທານ ສະພາປະຊາຊົນ ແຂວງສະຫວັນ ນະເຂດ ພ້ອມດ້ວຍພາກສ່ວນທີ່ ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ ຍັງໄດ້ຜ່ານມະຕິຂອງ ຄະນະປະຈຳສະພາປະຊາຊົນ ແຂວງ ວ່າດ້ວຍການສ້າງຕັ້ງ ຫ້ອງການຄະນະສະມາຊິກສະພາ ປະຊາຊົນແຂວງ ປະຈຳເຂດເລືອກ ຕັ້ງເມືອງໄຊພູທອງ ແລະ ມະຕິ ວ່າ ຂປລ. ແຫລ່ງຂ່າວຈາກແຂວງບໍ່ ແກ້ວ ໃຫ້ຮູ້ວ່າ: ໂຮງຮຽນເຕັກນິກວິຊາຊີບ ແຂວງບໍ່ແກ້ວ ໄດ້ຈັດງານ ຕະຫລາດນັດແຮງງານ ສຳລັບນັກ ຮຽນຊັ້ນຕົ້ນ C1 ສາຂາການປຸງ ແຕ່ງອາຫານລາວ ແລະ ສາຂາ ບໍລິການອາຫານ-ເຄື່ອງດື່ມ (ພະ ນັກງານເສີບ) ໃນວັນທີ 2 ຕຸລາ 2026 ໂດຍການເປັນປະທານຮ່ວມ ຂອງ ທ່ານ ອາຈານ ຄຳຜາຍ ພັນໃສ ຜູ້ອຳນວຍການໂຮງຮຽນເຕັກນິກ- ວິຊາຊີບ ແຂວງບໍ່ແກ້ວ, ທ່ານ ສຸລິນ ທາ ມາລິນ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາ ແຂວງ ບໍ່ແກ້ວ ພ້ອມດ້ວຍພະແນກການທີ່ ກ່ຽວຂ້ອງ, ຜູ້ປະກອບການ ແລະ ພາກທຸລະກິດເຂົ້າຮ່ວມ. ທ່ານ ສົມແສງ ອິນທະວົງ ຫົວ ໜ້າພະແນກວິຊາການ ໄດ້ລາຍງານ ສະພາບການຮຽນ-ການສອນ ໃນ ການຝຶກອົບຮົມໄລຍະສັ້ນ 3-4 ເດືອນ ລະດັບຊັ້ນຕົ້ນ C1 ສົກ ຮຽນ 2025-2026 (ແຕ່ວັນທີ 8 ເມສາ ຫາ 2 ຕຸລາ 2026) ໃນ 2 ສາຂາອາຊີບ ຄື: ສາຂາການ ປຸງແຕ່ງອາຫານລາວ ແລະ ສາຂາ ພະນັກງານບໍລິການອາຫານ ແລະ ເຄື່ອງດື່ມ ໂດຍໄດ້ຮັບທຶນສະໜັບ ສະໜູນຈາກແຜນງານເພື່ອການ ທ່ອງທ່ຽວ, ກະສິກຳ ແລະ ປ່າໄມ້ Lao/336. ການຝຶກອົບຮົມຄັ້ງ ນີ້ ມີຄະນະຄູ-ອາຈານ ເຂົ້າຮ່ວມ ສິດສອນ 9 ຄົນ, ຍິງ 6 ຄົນ ແລະ ມີນັກຮຽນທີ່ຮຽນຈົບຊຸດອົບຮົມ ຕົວຈິງ 48 ຄົນ (ຍິງ 37 ຄົນ), ແບ່ງອອກເປັນສາຂາການປຸງແຕ່ງ ອາຫານລາວ 24 ຄົນ, ຍິງ 22 ຄົນ; ສາຂາບໍລິການອາຫານ ແລະ ເຄື່ອງດື່ມ 24 ຄົນ, ຍິງ 15 ຄົນ ຊຶ່ງ ຫລັກສູດການຮຽນ-ການສອນ ໄດ້ ຈັດແບ່ງຕາມທີ່ກົມອາຊີວະສຶກສາ ກຳນົດລວມມີທັງພາກທິດສະດີ ແລະ ປະຕິບັດຕົວຈິງ 30 ວິຊາ (ສາ ຂາປຸງແຕ່ງອາຫານລາວ ຮຽນ 640 ຊົ່ວໂມງ ແລະ ສາຂາບໍລິການ ອາຫານ-ເຄື່ອງດື່ມ ຮຽນ 500 ຊົ່ວໂມງ). ນອກຈາກນີ້, ຍັງໄດ້ຈັດ ກິດຈະກຳນອກຫລັກສູດ ເຊັ່ນ: ການ ໄປທັດສະນະສຶກສາຢູ່ຮ້ານອາຫານ ແລະ ຄາເຟ່ຕົວຈິງ, ການຈັດງານ ຕະຫລາດນັດແຮງງານ, ການທົດ ສອບການສຳພາດວຽກ, ພ້ອມທັງ ອຳນວຍຄວາມສະດວກດ້ານການ ເຮັດປະກັນໄພ ແລະ ການເປີດ ບັນຊີທະນາຄານນັກຮຽນ. ພ້ອມ ດຽວກັນນີ້, ທາງໂຮງຮຽນຍັງໄດ້ ຜ່ານທິດທາງແຜນການໃນສົກ ຮຽນ 2026-2027 ຊຶ່ງຈະສືບຕໍ່ ໂຄສະນາປະຊາສຳພັນ ແລະ ຮັບ ນັກຮຽນໃໝ່ ໂດຍມີແຜນຈະເປີດ ການຮຽນ-ການສອນ ຝຶກອົບຮົມ ໄລຍະສັ້ນ ສາຂາອາຊີບການປຸງ ແຕ່ງອາຫານລາວ 1 ຫ້ອງ (25 ຄົນ) ໃນເດືອນຕຸລາ 2026 ນີ້. ທ່ານ ໂຄຈອນ ສຸພາວັນ ທີ່ປຶກສາ ດ້ານທັກສະເພື່ອການທ່ອງທ່ຽວ ຂອງໂຄງການ LAO/336 ໄດ້ ມີຄຳເຫັນກ່ຽວກັບການສົ່ງເສີມ ສີມືແຮງງານ ແລະ ການເຂົ້າເຖິງ ຕຳແໜ່ງງານຂອງນັກຮຽນ-ນັກ ສຶກສາທີ່ຈົບການສຶກສາໃໝ່ ໃນຂະ ແໜງການທ່ອງທ່ຽວ ແລະ ບໍລິການ ພ້ອມທັງໄດ້ຮຽກຮ້ອງໃຫ້ພາກສ່ວນ ກ່ຽວຂ້ອງ ຊ່ວຍເຫລືອນັກສຶກສາ ຈົບໃໝ່ທີ່ມີອາຍຸຕ່ຳກວ່າ 18 ປີ ໃຫ້ ສາມາດເຂົ້າເຮັດວຽກໃນໂຮງແຮມ ຫລື ຮ້ານອາຫານໄດ້ຢ່າງຖືກຕ້ອງ ຕາມກົດໝາຍ. ໃນພິທີ, ຄະນະປະທານ ແລະ ແຂກຖືກເຊີນ ຍັງໄດ້ເຂົ້າຮ່ວມຊົມ ກິດຈະກຳແລະ ຜົນງານຕົວຈິງຂອງ ນັກຮຽນເຊັ່ນ: ການເຮັດເຂົ້າຕົ້ມຫົວ ຫງອກ, ເຂົ້າໜົມຊັ້ນ, ປາເຕໂຊ,ຈືນ ເປາະເປຍ, ລາບທອດ, ການຊົງ ຊາໄທ, ໂກໂກ້, ຊາຂຽວ, ອາຫານ ລາວ, ການພັບຜ້າລາຍຕ່າງໆ, ການ ປະສົມເຄື່ອງດື່ມ ຕະຫລອດຮອດ ການຈັດໂຕະອາຫານຢ່າງມາດຕະ ຖານ. ພ້ອມທັງມີການເປີດເວທີ ສຳພາດ ແລະ ຮັບສະໝັກງານນັກ ຮຽນໂດຍກົງ ເພື່ອສ້າງໂອກາດໃຫ້ຜູ້ ຮຽນໄດ້ເຂົ້າເຖິງຕຳແໜ່ງງານຕົວ ຈິງ. ຂ່າວ: ເງິນຫລົງ ຈິດພູວົງ ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ເພື່ອເປັນການ ເປີດປະຕູສູ່ມິຕິໃໝ່ຂອງການພັດ ທະນາເສດຖະກິດ-ສັງຄົມ ໂດຍ ສະເພາະ ການຍົກລະດັບຂະແໜງ ການທ່ອງທ່ຽວ ໃຫ້ເປັນຫົວຈັກ ຂັບເຄື່ອນຫລັກ, ເມື່ອບໍ່ດົນມານີ້, ທ່ານ ຈົ່ງ ເຈຍສຽງ (Zhong Jianqiang) ຜູ້ອຳນວຍການໃຫຍ່ ບໍລິສັດ ລັດຮຸ້ນສ່ວນ ອຸດສາຫະກຳ ທ່ອງທ່ຽວລາວ ຈຳກັດ ພ້ອມດ້ວຍ ຄະນະ ໄດ້ເຂົ້າພົບ ທ່ານ ພູທະນູ ເພັດ ໄຊສົມບັດ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ວຽງຈັນ ທີ່ຫ້ອງວ່າການແຂວງ ວຽງຈັນ ເພື່ອສະເໜີຈຸດປະສົງການ ພັດທະນາຜະລິດຕະພັນການທ່ອງ ທ່ຽວ ຢູ່ແຂວງວຽງຈັນ ໂດຍມີພະ ແນກການທີ່ກ່ຽວຂ້ອງເຂົ້າຮ່ວມ. ການພົບປະຄັ້ງນີ້, ມີຄວາມສໍາ [= ]y la f]a fI5 h olj ;ov5 flkstdemj v'mj P;]k;lq o.9 ra fmtokzt]y f8tra odkomj v'mj P;16 j c0;';P'9a o xdl 7e,j ;o fegou odv'xt-5 ,7q [7totra d 7A 'mu 6 ltw\mu IV ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ຄະນະພັກກອງ ບັນຊາການ ປກສ ແຂວງ ຄຳມ່ວນ ດຳເນີນກອງປະຊຸມຄົບຄະນະພັກ ຄັ້ງທີ 6 ສະໄໝທີ IV ປະຈຳໄຕ ມາດ I I I ແລະ ທິດທາງຈຸດສຸມ ໄຕມາດ IV ປີ 2026 ຂຶ້ນໃນທ້າຍ ອາທິດຜ່ານມາ ໂດຍການເປັນປະ ທານຂອງສະຫາຍ ພົຈວ ຈັນໄຊ ນັນທະວົງ ກຳມະການພັກແຂວງ, ເລຂາຄະນະພັກ, ຫົວໜ້າກອງ ບັນຊາການ ປກສ ແຂວງຄຳ ມ່ວນ, ມີບັນດາສະຫາຍໃນຄະນະ ປະຈຳພັກ, ຄະນະພັກ ປກສ ແຂວງ ເຂົ້າຮ່ວມ. ສະຫາຍພັອບຸນປະດິດວົງພູທອນ ຮອງເລຂາຄະນະພັກ, ຮອງຫົວໜ້າ ກອງບັນຊາການ ປກສ ແຂວງ ໄດ້ສະຫລຸບການຈັດຕັ້ງປະຕິບັດ ມະຕິກອງປະຊຸມປະຈຳໄຕມາດ I I I ໂດຍໄດ້ຍົກໃຫ້ເຫັນເຖິງຜົນ ສຳເລັດຫລາຍດ້ານທີ່ພົ້ນເດັ່ນ ໂດຍສະເພາະ ຄາດໝາຍຕ່າງໆ ທີ່ວາງໄວ້ ໄດ້ຮັບການຈັດຕັ້ງປະຕິ ບັດສຳເລັດໄດ້ຫລາຍດ້ານ, ຮັກສາ ໄດ້ຄວາມສະຫງົບທາງດ້ານການ ເມືອງ, ຄວາມເປັນລະບຽບຮຽບ ຮ້ອຍທາງສັງຄົມ, ຄະນະພັກແຕ່ລະ ຂັ້ນໄດ້ເປັນເຈົ້າການເຊີດຊູ, ຍົກ ສູງຄວາມຮັບຜິດຊອບເຂົ້າໃນການ ນຳພາ-ຊີ້ນໍາ, ທັງເປັນເຈົ້າການຫັນ ເອົາມະຕິກອງປະຊຸມ ເຂົ້າສູ່ການ ຈັດຕັ້ງປະຕິບັດຕົວຈິງໃນແຕ່ລະ ດ້ານຢ່າງແຂງແຮງ, ມີຫລາຍວຽກ ງານມີການຫັນປ່ຽນຢ່າງຕັ້ງໜ້າ, ຄະນະພັກແຕ່ລະຂັ້ນ ໄດ້ເປັນ ເຈົ້າການນຳພາ-ຊີ້ນຳ ເຮັດວຽກ ງານສຶກສາອົບຮົມການເມືອງແນວຄິດ, ຕິດພັນກັບການປະຕິບັດ ລະບອບແບບແຜນວິທີການນໍາ ພາຂອງພັກ, ວິທີການເຮັດວຽກ ຢ່າງເຂັ້ມງວດ ເຮັດໃຫ້ສະມາຊິກ ພັກ, ນາຍ ແລະ ພົນຕຳຫລວດ ມີຄວາມໜັກແໜ້ນທາງດ້ານການ ເມືອງ, ເຂັ້ມງວດດ້ານລະບຽບວິໄນ, ຍົກສູງສະຕິຕໍ່ການຈັດຕັ້ງ ແລະ ການປະຕິບັດໜ້າທີ່ວຽກງານວິຊາ ສະເພາະ. ໃນກອງປະຊຸມ ບັນດາຜູ້ເຂົ້າ ຮ່ວມ ໄດ້ພ້ອມກັນປະກອບຄໍາຄິດ, ຄຳເຫັນໃນການນຳພາ-ຊີ້ນຳແຕ່ລະ ຂົງເຂດວຽກງານຢ່າງກົງໄປກົງມາ ເຫັນໄດ້ດ້ານດີ, ຜົນສໍາເລັດ, ດ້ານ ຂໍ້ຄົງຄ້າງ, ບົດຮຽນຕົວຈິງໃນການ ນຳພາ-ຊີ້ນຳ ໃນໄລຍະ 3 ເດືອນ ຜ່ານມາ ແລະ ໄດ້ມີຄວາມເປັນ ເອກະພາບຕົກລົງເອົາບັນດາວຽກ ງານຕ່າງໆ ເພື່ອສືບຕໍ່ນຳພາ-ຊີ້ນຳ, ນຳພາຈັດຕັ້ງປະຕິບັດປະຈຳໄຕ ມາດ IV ປີ 2026. ພ້ອມນີ້, ຍັງ ໄດ້ຮັບຟັງຮ່າງມະຕິກອງປະຊຸມຄົບ ຄະນະພັກຄັ້ງທີ 6 ສະໄໝທີ IV ໄດ້ ກຳນົດຄາດໝາຍວຽກງານສຳຄັນ ຈຳນວນໜຶ່ງ ເພື່ອນຳພາ-ຊີ້ນຳ ໃຫ້ ໄດ້ຮັບຜົນສຳເລັດໃນໄຕມາດ IV ປີ 2026. ໂອກາດນີ້, ສະຫາຍ ພົຈວ ຈັນໄຊ ນັນທະວົງ ໄດ້ມີຄຳເຫັນໂອ້ລົມ ໃຫ້ທິດຊີ້ນຳຕໍ່ຄະນະພັກ ເພື່ອເອົາ ໃຈໃສ່ນຳພາ-ຊີ້ນຳ ໂດຍໄດ້ເນັ້ນໃຫ້ ຄະນະພັກ ຈົ່ງໄດ້ເພີ່ມທະວີຄວາມ ເປັນແບບຢ່າງ, ຄວາມເປັນເຈົ້າ ການ, ຄວາມຮັບຜິດຊອບນຳພາຊີ້ນຳວຽກງານໃນແຕ່ລະຂົງເຂດ ຢ່າງແຂງແຮງ ໂດຍສະເພາະ ຊີ້ນຳ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ເຄື່ອນໄຫວເຮັດວຽກງານການ ເມືອງແນວຄິດ, ສຶກສາອົບຮົມ ສະມາຊິກພັກ, ນາຍ ແລະ ພົນຕໍາ ຫລວດຢ່າງຕໍ່ເນື່ອງ ແລະ ແຂງແຮງ ຕິດພັນກັບການປະຕິບັດແບບແຜນ ວິທີການນໍາພາຂອງພັກ, ວິທີການ ເຮັດວຽກຂອງການຈັດຕັ້ງແຕ່ລະ ຂັ້ນ, ເປັນເຈົ້າການຫັນເອົາເນື້ອໃນ ມະຕິກອງປະຊຸມ, ບັນດາຄາດໝາຍ ຕ່າງໆ ຜັນຂະຫຍາຍເຂົ້າສູ່ການ ປະຕິບັດຕົວຈິງແຕ່ລະຂົງເຂດວຽກ ງານໃຫ້ມີຜົນສໍາເລັດ. ປະເສີດ ແກ້ວຫານາມ ເປັນຮອງ ຫົວໜ້າ ທັງເປັນຫົວໜ້າຫ້ອງການ. ພ້ອມນີ້, ຍັງໄດ້ຜ່ານຂໍ້ຕົກລົງຂອງ ຄະນະກຳມະການປົກຄອງເມືອງ ວ່າດ້ວຍການຍົກຍ້າຍພະນັກງານ- ລັດຖະກອນ. ໂດຍຕົກລົງຍົກຍ້າຍ ທ່ານ ສີປະເສີດ ແກ້ວຫານາມ ແລະ ພະນັກງານ-ລັດຖະກອນ 3 ທ່ານ, ຍິງ 1 ທ່ານ ໄປປະຈໍາຢູ່ຫ້ອງການ ສະພາປະຊາຊົນ ປະຈໍາເຂດເລືອກ ຕັ້ງເມືອງໄຊພູທອງ. ໃນໂອກາດດັ່ງກ່າວ, ທ່ານ ພູ ລໍາພອນ ສີຫາວົງ ໄດ້ເນັ້ນໃຫ້ຜູ້ທີ່ ໄດ້ຮັບໜ້າທີ່ໃໝ່ ຈົ່ງຍົກສູງຄວາມ ຮັບຜິດຊອບ ໃນການປະຕິບັດພາ ລະບົດບາດຂອງຕົນ ເພື່ອສ້າງ ຄວາມເຂັ້ມແຂງໃຫ້ແກ່ກົນໄກການ ນໍາພາ-ຊີ້ນໍາພາຍໃນເຂດເລືອກ ຕັ້ງ, ຮັບປະກັນຄວາມສອດຄ່ອງ ແລະ ເອກະພາບ ລະຫວ່າງສະພາ ປະຊາຊົນແຂວງ ກັບອົງການປົກ ຄອງທ້ອງຖິ່ນ. ພ້ອມທັງສະເໜີ ໃຫ້ເພີ່ມທະວີການປະສານສົມທົບ ກັບອົງການປົກຄອງເມືອງ ເພື່ອສືບ ຕໍ່ຊຸກຍູ້ການພັດທະນາເສດຖະກິດ- ສັງຄົມ, ພັດທະນາພື້ນຖານໂຄງ ລ່າງ, ປ້ອງກັນ ແລະ ແກ້ໄຂຜົນກະ ທົບຈາກໄພພິບັດທາງທຳມະຊາດ ເປັນຕົ້ນ ອຸທົກກະໄພ ພ້ອມທັງ ເອົາໃຈໃສ່ຍົກລະດັບຊີວິດການເປັນ ຢູ່ຂອງປະຊາຊົນ ໃຫ້ດີຂຶ້ນເລື້ອຍໆ. ຂ່າວ-ພາບ: ພັນທະມິດ ຄັນທາງດ້ານຍຸດທະສາດຢ່າງຍິ່ງ ໃນການກໍານົດທິດທາງພັດທະນາ ຜະລິດຕະພັນການທ່ອງທ່ຽວ ໃຫ້ ມີຄວາມທັນສະໄໝ, ຍືນຍົງ ແລະ ມີມາດຕະຖານ ໂດຍສຸມໃສ່ການ ດຶງເອົາທ່າແຮງທາງທຳມະຊາດ ແລະ ຄວາມໂດດເດັ່ນຂອງອ່າງ ນ້ຳງື່ມ 1 ເມືອງແກ້ວອຸດົມ ມາ ສ້າງເປັນແຫລ່ງທ່ອງທ່ຽວລະດັບ ແນວໜ້າ. ພ້ອມນີ້, ທັງສອງຝ່າຍ ໄດ້ແລກປ່ຽນທັດສະນະຢ່າງເລິກ ເຊິ່ງ ເພື່ອກຽມຄວາມພ້ອມ ໃນການ ສຶກສາ-ສຳຫລວດຄວາມເປັນໄປ ໄດ້ ຊຶ່ງເນັ້ນໃສ່ການສ້າງສົມດຸນ ແລະ ຜົນປະໂຫຍດຮ່ວມກັນ, ເພີ່ມ ພູນລາຍຮັບໃຫ້ບໍລິສັດ, ສ້າງຖານ ລາຍຮັບຍືນຍົງໃຫ້ພາກລັດ ແລະ ຍົກລະດັບຄຸນນະພາບຊີວິດ ພ້ອມ ທັງສ້າງວຽກເຮັດງານທຳ ໃຫ້ແກ່ ປະຊາຊົນໃນທ້ອງຖິ່ນຢ່າງແທ້ຈິງ. ໃນໂອກາດນີ້, ທ່ານ ພູທະນູເພັດ ໄຊສົມບັດ ໄດ້ສະເໜີໃຫ້ບໍລິສັດ ສົມທົບຢ່າງໃກ້ຊິດກັບບັນດາພະ ແນກການ ແລະ ພາກສ່ວນທີ່ກ່ຽວ ຂ້ອງຂອງແຂວງ ເພື່ອກຳນົດພື້ນທີ່ ຈຸດສຸມທີ່ມີທ່າແຮງສູງສຸດ ຢູ່ອ່າງ ນ້ຳງື່ມ. ພ້ອມກັນນັ້ນ, ຍັງໄດ້ເນັ້ນ ໃຫ້ຂະຫຍາຍຂອບເຂດການສຶກສາ ໄປສູ່ເມືອງ ຫລື ຈຸດອື່ນໆ ທີ່ມີທ່າ ແຮງແຝງຢູ່ພາຍໃນແຂວງວຽງຈັນ ເພື່ອລົງສຳຫລວດຕົວຈິງ ແລະ ຈັດຮ່າງບົດວິພາກເສດຖະກິດ-ເຕັກ ນິກທີ່ສົມບູນແບບ ເພື່ອສະເໜີຕໍ່ ພາກສ່ວນຂັ້ນເທິງຂອງພາກລັດ ຕາມຂັ້ນຕອນຢ່າງເປັນລະບົບ. ການເຄື່ອນໄຫວຄັ້ງນີ້, ບໍ່ພຽງ ແຕ່ເປັນນິມິດໝາຍອັນດີ ໃນການ ດຶງດູດການລົງທຶນທີ່ມີຄຸນນະພາບ ເຂົ້າມາສູ່ແຂວງວຽງຈັນເທົ່ານັ້ນ, ແຕ່ຍັງເປັນບາດກ້າວໂດດເດັ່ນທີ່ຈະ ປ່ຽນໂສມໜ້າ ການທ່ອງທ່ຽວຂອງ ແຂວງໃຫ້ກາຍເປັນຈຸດໝາຍປາຍ ທາງອັນເປັນຊົງສະເໜ່, ສ້າງມູນ ຄ່າເພີ່ມທາງເສດຖະກິດຢ່າງມະ ຫາສານ ແລະ ຍືນຍົງໃນອະນາຄົດ. ດ້ວຍການແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າຄະນະສະມາຊິກສະພາ ປະຊາຊົນແຂວງ ປະຈໍາເຂດເລືອກ ຕັ້ງເມືອງໄຊພູທອງ. ຄະນະປະຈໍາ ສະພາປະຊາຊົນແຂວງ ຕົກລົງ ແຕ່ງຕັ້ງ ທ່ານ ວັນແສງ ແກ້ວບຸນ ພັນ ເປັນຫົວໜ້າຄະນະ, ທ່ານ ສີ

RkJQdWJsaXNoZXIy MTc3MTYxMQ==