xtgmf]k; 6 06/10/2026 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme u y a ຄັດຈາກປຶ້ມບັນດາຊົນເຜົ່າັ ດຶ້ ມັ ນົ ນົ່ າ ໃນ ສປປ ລາວ -q ogzqj kdb ,,5 |bj '.o;q '7tokpkfcsj '-kf]k; ໂດຍ: ມາລີດາີດ [= ]y la fmk']q fw29u o g]d 15 gvq k.9.lj xt8y [a f |h k;Pd pq d75 ootrk[d+ lh k'mk']q fw2]k;{9u o c-[oq ;lq ,7e]n “xU 'wdj mkxkcfd 3oo0U gs]a d” 9a f3xi3,-a ory glf8v[cmo]6 d7h k ຂປລ. ຊົນເຜົ່າກຶມມຸ ເປັນໜຶ່ງ ໃນວົງຄະນາຍາດຂອງຊາດລາວ ທີ່ມີປະຫວັດຄວາມເປັນມາຍາວ ນານ ແລະ ມີວິຖີຊີວິດ, ຂະນົມທຳ ນຽມ, ພາສາ, ສິລະປະ ແລະ ປະເພ ນີທີ່ເປັນເອກະລັກ. ຈາກການຄົ້ນ ຄວ້າຂອງນັກປະຫວັດສາດຫລາຍ ປະເທດ ພົບວ່າ ຊົນເຜົ່າກຶມມຸ ມີພື້ນ ຖານທາງພາສາ ແລະ ປະຫວັດ ສາດພົວພັນກັບບັນດາຊົນເຜົ່າໃນ ກຸ່ມພາສາມອນ-ຂະແມ. ຕາມຂໍ້ມູນ ການຄົ້ນຄວ້າບັນດາຊົນເຜົ່າໃນ ກຸ່ມພາສາມອນ-ຂະແມ ມີສາຍພົວ ພັນກັບຊົນຊາດຂອມໃນອິນເດຍ ບູຮານ. ໃນຊ່ວງໄລຍະທ້າຍສະ ຕະວັດທີ IV ໄດ້ມີການເຄື່ອນຍ້າຍ ຖິ່ນຖານເຂົ້າມາຍັງເຂດໃຈກາງສຸ ວັນນະພູມ ຊຶ່ງກວມເອົາພື້ນທີ່ອິນດູ ຈີນ ລວມເຖິງດິນແດນລາວ ແລະ ບາງສ່ວນໄດ້ເຄື່ອນຍ້າຍໄປຍັງເຂດ 12 ພັນນາ ຂອງປະເທດຈີນ. ຕໍ່ມາ ໃນໄລຍະທີ່ເກີດສົງຄາມ ແລະ ເຫດ ການຕ່າງໆໃນສະໄໝບູຮານ ໂດຍ ສະເພາະໃນຍຸກຂຸນເຈືອງ ແລະ ຂຸນ ລໍ ໄດ້ເກີດການເຄື່ອນຍ້າຍ ແລະ ການກະຈາຍຕົວຂອງຊົນເຜົ່າ ກຶມມຸ ໄປຕາມພູມສັນຖານຕ່າງໆ. ມີຈຳ ນວນໜຶ່ງຕົກຄ້າງຢູ່ຕາມເຂດປ່າ ດົງ, ບາງສ່ວນຢູ່ຕາມແຄມແມ່ນ້ຳ ຂອງ, ແຄມນ້ຳອູ ແລະ ເຂດປ່າ ເລົ່າ. ການເຄື່ອນຍ້າຍດັ່ງກ່າວຖືກ ເລົ່າສືບຕໍ່ກັນມາໃນປະຫວັດສາດ ແລະ ຕຳນານພື້ນເມືອງ. ຊົນເຜົ່າ ກຶມມຸ ແຕ່ລະແຊງມີວິທີ ອອກສຽງຊື່ເອີ້ນຕົນເອງແຕກຕ່າງ ກັນເລັກນ້ອຍ ເຊັ່ນ: ກົມ, ເຄີ, ຂະ ແລະ ກຳ. ສ່ວນຄຳວ່າ “ມຸ” ໃນຄຳ ເອີ້ນນັ້ນມີການອອກສຽງຄ້າຍຄື ກັນ. ຊື່ “ກົມມຸ” ຫລື “ກຶມມຸ” ເປັນ ຊື່ທີ່ໃຊ້ເອີ້ນກັນໂດຍທົ່ວໄປ ແລະ ໃຊ້ ໃນທາງລັດຖະການ. ຄຳວ່າ “ກຶມມຸ” ມີຄວາມໝາຍ ວ່າ“ຄົນ”ໂດຍໝາຍເຖິງຄົນໃນເຜົ່າ ຂອງຕົນ. ຊົນເຜົ່າ ກຶມມຸ ປະກອບ ມີຫລາຍແຊງ ເຊັ່ນ: ກຶມມຸຣອກ, ກຶມມຸອູ, ກຶມມຸລື້, ກຶມມຸແຄ່ວນ, ກົມ ມຸຍວນ, ກຶມມຸເຈືອງ, ກຶມມຸຮອງ, ກຶມມຸແມ ແລະ ກົມມຸກະລັກ. ແຕ່ລະ ແຊງມີການຕັ້ງຖິ່ນຖານຕາມສະ ພາບພູມສັນຖານ ແລະ ເຂດຊຸມຊົນ ຂອງຕົນ. ດ້ານເສດຖະກິດ ຊົນເຜົ່າກຶມມຸ ມີອາຊີບຫລັກແມ່ນກະສິກຳ ໂດຍ ສະເພາະການເຮັດໄຮ່ ແລະ ປູກ ເຂົ້າໜຽວ, ພ້ອມທັງປູກພືດຊະນິດ ຕ່າງໆໄວ້ບໍລິໂພກໃນຄອບຄົວ. ການລ້ຽງສັດກໍເປັນກິດຈະກຳສຳ ຄັນ ເຊັ່ນ: ລ້ຽງໝູ, ໝາ, ງົວ, ຄວາຍ, ແບ້ ແລະ ສັດປີກ ເພື່ອນຳ ໃຊ້ເປັນອາຫານ ແລະ ໃນພິທີກຳ ຕ່າງໆ. ນອກຈາກນັ້ນ, ຍັງມີການ ເກັບເຄື່ອງປ່າຂອງດົງ ເພື່ອນຳ ມາໃຊ້ສອຍ ຫລື ນຳໄປແລກປ່ຽນ ແລະ ຈຳໜ່າຍຕາມຕະຫລາດ ລວມ ທັງແລກປ່ຽນກັບຊຸມຊົນຊົນເຜົ່າທີ່ຢູ່ ໃກ້ຄຽງ. ຕາມຮີດຄອງປະເພນີ ຊົນເຜົ່າ ກຶມມຸ ມັກປຸກເຮືອນຮ້ານ ມີຊານ ແລະ ມີເຊຍ ໂດຍການຈັດແບ່ງຫ້ອງ ຈະຂຶ້ນກັບຈຳນວນສະມາຊິກໃນ ຄອບຄົວ. ໂດຍທົ່ວໄປເຮືອນຈະ ແບ່ງເປັນສອງຫ້ອງ: ຫ້ອງໃນເປັນ ບ່ອນພັກຂອງພໍ່ແມ່ ແລະ ມີເຕົາໄຟ ສະເພາະ, ສ່ວນຫ້ອງນອກໃຊ້ສຳລັບ ຮັບແຂກ ແລະ ປຸງແຕ່ງອາຫານ. ຕາມຂະນົມທຳນຽມ ແຂກທີ່ມາ ຢາມເຮືອນຈະພັກຢູ່ຫ້ອງນອກ ແລະ ມີຂໍ້ຫ້າມບາງປະການທີ່ຖືປະຕິບັດ ສືບຕໍ່ກັນມາ ເຊັ່ນ: ບໍ່ໃຫ້ນອນຂວາງ ເຮືອນ, ບໍ່ນຳຊີ້ນສັດດິບທີ່ບໍ່ໄດ້ຫຸ້ມ ຫໍ່ຂຶ້ນເຮືອນໃນຍາມກາງເວັນ ແລະ ມີຂໍ້ຫ້າມກ່ຽວກັບສາດປູນອນ ຫລື ສາດຮອງຕີນຜ່ານບ້ານ. ນອກຈາກນີ້, ໜຶ່ງໃນປະເພນີ ສຳຄັນຂອງຊົນເຜົ່າກຶມມຸ ແມ່ນ “ບຸນເກຣີ” ຊຶ່ງຕາມປະເພນີຈັດຂຶ້ນ ໃນທ້າຍເດືອນ 1 ຫລື ຕົ້ນເດືອນ 2 ຂອງທຸກປີ ຫລັງຈາກສຳເລັດການ ເກັບກ່ຽວເຂົ້າໄຮ່. ກ່ອນຈັດງານ ຈະກະກຽມສິ່ງຂອງຕ່າງໆ ເຊັ່ນ: ງົວ, ຄວາຍ, ໝູ, ໄກ່, ເຂົ້າສານ, ເຜືອກ, ມັນ, ເຫລົ້າໄຫ ແລະ ເຄື່ອງ ນຸ່ງຫົ່ມສຳລັບປະດັບຕົກແຕ່ງ. ສຳລັບການນຸ່ງຖືຂອງຊົນເຜົ່າ ກຶມມຸ ແມ່ນມີເຄື່ອງນຸ່ງທີ່ມີເອກະລັກ ໂດຍແຕ່ກ່ອນມີການຕໍ່າຜ້າດ້ວຍ ຝ້າຍ, ຍ້ອມສີນິນ ແລະ ປະດັບຕົກ ແຕ່ງຕາມຮູບແບບຂອງແຕ່ລະແຊງ. ປັດຈຸບັນ ການແຕ່ງກາຍຕາມຮູບ ແບບດັ້ງເດີມຍັງພົບເຫັນໃນບາງ ແຊງ ໂດຍສະເພາະໃນງານບຸນ ແລະ ງານປະເພນີ ສ່ວນວັນທຳມະ ດາມັກນຸ່ງເສື້ອຜ້າສຳເລັດຮູບທີ່ຊື້ ຈາກຕະຫລາດ. ດ້ານຄວາມເຊື່ອ ແລະ ສາສະ ໜາ, ຕາມຄວາມເຊື່ອດັ້ງເດີມ ຊົນ ເຜົ່າ ກຶມມຸ ນັບຖືບັນພະບຸລຸດ ແລະ ຜີປະຈຳເຮືອນ. ພາຍໃນເຮືອນຈະ ມີບ່ອນສຳລັບບູຊາຜີ ແລະ ເວລາມີ ພິທີກຳລ້ຽງຜີເຮືອນ ຈະລວມເຖິງ ຜີພໍ່ແມ່, ຜີປູ່ຍ່າ ແລະ ຕາຍາຍ. ນອກຈາກນັ້ນ ຍັງມີຄວາມເຊື່ອຕໍ່ ຜີບ້ານ, ຜີເມືອງ, ຜີຟ້າ, ຜີແຖນ ແລະ ຜີປ່າ. ໃນບາງຊຸມຊົນຈະມີໝໍ ມົນເຮັດໜ້າທີ່ປະກອບພິທີກຳຕາມ ຄວາມເຊື່ອ. ສ່ວນໃນປັດຈຸບັນ ຊາວ ກຶມມຸຈຳນວນໜຶ່ງໄດ້ຫັນມານັບຖື ສາສະໜາອື່ນໆ ເຊັ່ນ: ສາສະໜາ ພຸດ ແລະ ຄຣິສຕະສາສະໜາ. ດ້ານສິລະປະ-ວັນນະຄະດີ ຊົນ ເຜົ່າກຶມມຸ ມີມໍລະດົກອັນອຸດົມສົມ ບູນ ແລະ ມີຮູບແບບສະເພາະຂອງ ແຕ່ລະແຊງ, ມີການຂັບລຳຫລາຍ ຮູບແບບ, ນິທານພື້ນເມືອງ, ຄຳ ຜະຫຍາ ແລະ ການຟ້ອນປະຈຳເຜົ່າ ເຊັ່ນ: ຟ້ອນດາບ ແລະ ຟ້ອນທັງບັງ. ນອກນັ້ນ, ຍັງມີເຄື່ອງດົນຕີທີ່ປະດິດ ຈາກໄມ້ປ່ອງ ຊຶ່ງສະທ້ອນເຖິງພູມ ປັນຍາ ແລະ ຄວາມສາມາດດ້ານ ສິລະປະຂອງຊົນເຜົ່າ. ພ້ອມນີ້ຍັງ ມີພາສາເວົ້າສະເພາະຂອງຕົນ ແລະ ຈັດຢູ່ໃນກຸ່ມພາສາມອນ-ຂະແມ. ແຕ່ລະແຊງມີສຳນຽງ ແລະ ວິທີ ອອກສຽງທີ່ແຕກຕ່າງກັນເລັກນ້ອຍ ແຕ່ຍັງສາມາດສື່ສານກັນໄດ້, ແຕ່ ເດີມ ພາສາກຶມມຸບໍ່ມີຕົວໜັງສືຂຽນ ເປັນຂອງຕົນ. ຕໍ່ມາໃນຊ່ວງຊຸມປີ 1980 ໄດ້ມີນັກອັກສອນສາດຈຳ ນວນໜຶ່ງສຶກສາຄົ້ນຄວ້າ ແລະ ນຳ ໃຊ້ຕົວອັກສອນລາຕີນເຂົ້າມາຂຽນ ພາສາກຶມມຸ. ປັດຈຸບັນ ລະບົບອັກ ສອນດັ່ງກ່າວຍັງຖືກນຳໃຊ້ໃນວົງ ການຄົ້ນຄວ້າເປັນຫລັກ ແຕ່ຍັງບໍ່ ໄດ້ແຜ່ຫລາຍໃນການນຳໃຊ້ທົ່ວໄປ. ຄຽງຄູ່ກັນນັ້ນ ຊາວກຶມມຸຍັງມັກ ຮຽນຮູ້ແລະ ສາມາດໃຊ້ພາສາຂອງ ຊົນເຜົ່າອື່ນໆ ໂດຍສະເພາະພາສາ ລາວ ແລະ ພາສາຂອງບາງຊົນເຜົ່າ ທີ່ອາໄສຢູ່ໃນເຂດໃກ້ຄຽງ. ຂປລ. ໃນໄລຍະບຸນຕົ້ນເດືອນ ແປດ ແລະ ວັນຊາດຈີນ, ຜູ້ກໍ່ສ້າງ ໂຄງການເສີມສ້າງລະບົບຂົນ ສົ່ງ ທາງລົດໄຟ ຂອງບໍລິສັດທາງລົດ ໄຟຈີນເລກ 15 ປະຕິບັດວຽກຢູ່ ແຖວໜ້າໃນການກໍ່ສ້າງ ໂດຍບໍ່ພັກ ວຽກໃນໂອກາດສະຫລອງສອງວັນ ດັ່ງກ່າວ ຊຶ່ງໄດ້ເຮັດວຽກຢ່າງເປັນ ປົກກະຕິໃນການເສີມສ້າງ-ຍົກສູງ ຄຸນນະພາບຂົວນາເຕີຍຢ່າງເຕັມທີ່ ເພື່ອຮັບປະກັນວຽກໂຄງການສຳ ຄັນຂ້າມຊາຍແດນດຳເນີນໄປຢ່າງ ເປັນລະບົບ. ຂົວນາເຕີຍ ຕັ້ງຢູ່ໃນເຂດຫລັກ ຂອງສູນຂົນສົ່ງສິນຄ້າພາກເໜືອ ຂອງລາວ, ເປັນໂຄງການຄວບຄຸມ ຫລັກໃນການຍົກລະດັບຄວາມສາ ມາດຂົນສົ່ງຂອງທາງລົດໄຟລາວຈີນ ແລະ ມີຄວາມສຳຄັນຢ່າງຍິ່ງ ຕໍ່ການເຮັດໃຫ້ລະບົບຂົນສົ່ງຂ້າມ ຊາຍແດນໃນພາກພື້ນດໍາເນີນໄປ ຢ່າງໂລ່ງລ່ຽນ ແລະ ຍົກສູງຄວາມ ສາມາດຮັບນ້ຳໜັກຂອງເສັ້ນທາງ ລົດໄຟ. ເນື່ອງຈາກພື້ນທີ່ກໍ່ສ້າງ ຕັ້ງຢູ່ໃກ້ກັບເສັ້ນທາງລົດໄຟທີ່ກຳ ລັງເປີດໃຊ້ງານ, ເພື່ອຫລຸດຜ່ອນ ຜົນກະທົບຈາກວຽກກໍ່ສ້າງຕໍ່ລະ ຂປລ. ຖ້າເວົ້າເຖິງອາຫານປີ້ງທີ່ ມີລົດຊາດເປັນເອກະລັກ ແລະ ມີກິ່ນ ອາຍອາຫານລາວແບບເຂັ້ມຂຸ້ນ “ປີ້ງໄກ່ທາປາແດກ ໂນນຂີ້ເຫລັກ” ແມ່ນອີກໜຶ່ງຮ້ານທີີ່ມີລູກຄ້າຮູ້ຈັກ ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຈຸດເດັ່ນຂອງ ຮ້ານຢູ່ທີ່ລົດຊາດປີ້ງໄກ່ທາປາແດກ ທີ່ເຂັ້ມຂຸ້ນ, ວັດຖຸດິບສົດໃໝ່ ແລະ ມີອາຫານໃຫ້ເລືອກຫລາກຫລາຍ ບໍ່ວ່າຈະເປັນໄກ່ປີ້ງ, ໄກ່ຕົ້ມ, ໝົກ, ໄກ່ສົດ ແລະ ເຄື່ອງໃນໄກ່. ນອກ ຈາກລົດຊາດທີ່ເປັນຈຸດຂາຍແລ້ວ, ຮ້ານຍັງເອົາໃຈໃສ່ດ້ານລາຄາໃຫ້ ສອດຄ່ອງກັບກຳລັງຊື້ຂອງລູກ ຄ້າ. ປັດຈຸບັນທາງຮ້ານມີໂປຣໂມ ຊັນພິເສດໂດຍຊື້ປີ້ງໄກ່ ຫລື ໄກ່ຕົ້ມ 1 ໂຕ ໃນລາຄາ 110.000 ກີບ ຂອງນະຄອນຫລວງວຽງຈັນ (ສຳ ລັບເຂດໃກ້ຄຽງແມ່ນສົ່ງຟຣີ). ທ່ານ ນາງ ລັດຕະນະພອນ ໄຊ ຊະນະ ຫລື ແມ່ປຸ້ຍ ເຈົ້າຂອງຮ້ານ ປີ້ງໄກ່ແຊບທາປາແດກ ໂນນຂີ້ ເຫລັກໄດ້ໃຫ້ສຳພາດຕໍ່ນັກຂ່າວສຳ ນັກຂ່າວສານປະເທດວ່າ: ກ່ອນຈະ ໄດ້ມາເຮັດອາຊີບນີ້ຕົນເອງກໍເຄີຍ ຂາຍເຄື່ອງແຫ້ງມາກ່ອນ ແຕ່ກຳໄລ ຈາກການຂາຍເຄື່ອງແຫ້ງແມ່ນກຳ ໄລບໍ່ຫລາຍ ກໍາໄລກໍມີແຕ່ 500- 1.000 ກີບເທົ່ານັ້ນ. ຈາກນັ້ນ ຈຶ່ງ ເກີດມີແນວຄິດວ່າ ຖ້າຫັນມາປີ້ງ ໄກ່ຂາຍ ແລະ ສາມາດສ້າງກຳໄລ ໂຕໜຶ່ງ 5.000 ກີບ ກໍໄດ້ກຳໄລ ຫລາຍກວ່າຂາຍເຄື່ອງແຫ້ງ ກໍໜ້າ ຈະເປັນອາຊີບທີ່ີສາມາດສ້າງລາຍ ໄດ້. ດ້ວຍເຫດນີ້ໃນປີ 2016 ຈຶ່ງ ຕັດສິນໃຈຫັນມາເຮັດປີ້ງໄກ່ຂາຍ, ໃນໄລຍະເລີ່ມຕົ້ນບໍ່ໄດ້ງ່າຍຢ່າງທີ່ ຄິດ ເພາະຮັບຜິດຊອບເອງທຸກຢ່າງ ຕັ້ງແຕ່ການຊອກຫາວັດຖຸດິບ, ການ ຄິດຄົ້ນສູດ, ການປຸງແຕ່ງ, ການປີ້ງ ໄປຈົນເຖິງການຂາຍ ແລະ ການ ບໍລິການລູກຄ້າ, ຕ້ອງອາໄສຄວາມ ອົດທົນ, ຂະຫຍັນພຽນ ແລະ ຄ່ອຍໆ ສ້າງຄວາມໄວ້ວາງໃຈຈາກລູກຄ້າ ຈົນກາຍມາເປັນຮ້ານທີ່ມີຄົນຮູ້ຈັກ ໃນປັດຈຸບັນ. ສໍາລັບການຂາຍປີ້ງໄກ່, ຕົ້ມໄກ່ ຂອງຮ້ານບໍ່ໄດ້ກຳນົດຕາຍໂຕ ເພາະ ຕົ້ນທຶນວັດຖຸດິບອາດມີການປ່ຽນ ແປງຕາມສະພາບຕະຫລາດ, ຖ້າ ຕົ້ນທຶນສູງຂຶ້ນລາຄາອາດປັບຂຶ້ນ ຕາມຄວາມເໝາະສົມ ແລະ ຖ້າຕົ້ນ ທຶນຫລຸດລົງ ກໍພະຍາຍາມປັບລາ ຄາລົງ ເພື່ອໃຫ້ລູກຄ້າໄດ້ບໍລິໂພກ ອາຫານລົດຊາດແຊບຊ້ອຍໃນລາ ຄາທີ່ເໝາະສົມ. ສ່ວນລາຄາໃນ ໄລຍະນີ້ ໄກ່ປີ້ງ, ໄກ່ຕົ້ມ ແມ່ນໂຕລະ 110.000 ກີບ ແຖມໝົກ 1 ຫໍ່ ແລະ ແຈ່ວ1 ຖົງ. ສ່ວນໄກ່ສົດ ເລີ່ມຕົ້ນ 55.000 ກີບຕໍ່ໂຕ (ໄກ່ໃຊ້ນ້ອຍ) ໂດຍລາຄາອາດຂຶ້ນກັບຂະໜາດ ຂອງໄກ່, ພ້ອມນີ້ທາງຮ້ານຍັງມີບໍ ລິການສົ່ງຟີໃນບາງເຂດໃກ້ບ້ານ ແລະ ເຂດທີ່ຢູ່ໄກແມ່ນບວກຄ່າຂົນ ສົ່ງເພີ່ມ. ນອກຈາກຂາຍຢູ່ໜ້າຮ້ານ ແລ້ວ, ຍັງມີບໍລິການຮັບງານນອກ ສະຖານທ່ີ ເລີ່ມຕົ້ນ 70 ໂຕ ,ໂຕໜຶ່ງ 130.000 ກີບ. ນອກນີ້, ຈຸດເດັ່ນ ອີກຢ່າງຂອງຮ້ານຄືການໃຫ້ຄວາມ ສຳຄັນກັບວັດຖຸດິບໂດຍເລືອກນຳ ໃຊ້ໄກ່ຈາກຟາມລ້ຽງທີ່ຢູ່ໃນລາວ ແລະ ເນັ້ນວັດຖຸດິບສົດໃໝ່. ໄກ່ແຕ່ ລະໂຕຢູ່ຮ້ານຂອງພວກເຮົາແມ່ນໄກ່ ຈາກບໍລິສັດ ຊີພີ ແລະ ເພັນທາໂກ ທີ່ ລ້ຽງຢູ່ລາວ ເພາະເປັນຟາມໄກ່ທີ່ໄດ້ ມາດຕະຖານ ແລະ ໄກ່ທຸກໂຕແມ່ນ ໄດ້ຜ່ານການກວດຢ່າງຄັກແນ່. ສ່ວນຂັ້ນຕອນການໝັກໄກ່ ແມ່ນຈະ ໝັກດ້ວຍສູດຂອງຮ້ານໄວ້ຂ້າມຄືນ ເພື່ອໃຫ້ເຄື່ອງປຸງຊຶມເຂົ້າໃນຊີ້ນໄກ່ ກ່ອນຈະນຳໄປປີ້ງດ້ວຍຄວາມຮ້ອນ ທີ່ເໝາະສົມ ຊຶ່ງວິທີນີ້ເຮັດໃຫ້ໄກ່ປີ້ງ ມີກິ່ນຫອມ, ລົດຊາດແຊບຊ້ອຍເຂັ້ມ ຂຸ້ນ ແລະ ຊີ້ນໄກ່ມີຄວາມນຸ່ມ ໄວ້ບໍລິ ການລູກຄ້າທີ່ໜ້າຮັກທຸກຄົນ. ທ່ານນາງ ລັດຕະນະພອນ ເວົ້າ ເສີມວ່າ: ປັດຈຸບັນ ຮ້ານປີ້ງໄກ່ທາ ປາແດກໂນນຂີ່ເຫລັກ ນັບນື້ນັບເປັນ ທີ່ຮູ້ຈັກແລະເປັນທີ່ຕ້ອງການຂອງຜູ້ ບໍລິໂພກຫລາຍຂຶ້ນ. ດັ່ງນັ້ນ, ໃນອະ ນາຄົດທາງຮ້ານມີແຜນຂະຫຍາຍ ສາຂາແຟນຊາຍ ໃນນະຄອນຫລວງ ວຽງຈັນເພີ່ມອີກປະມານ5-6 ຮ້ານ ຕາມບ້ານຕ່າງໆ ເຊັ່ນ: ບ້ານຄໍາ ສະຫວາດ, ດົງໂດກ, ໜອງພະຍາ, ໜອງໜ້ຽງ, ໂຊກນ້ອຍ ເສັ້ນທາງ 450 ປີ, ຮ່ອງຄ່າ ແລະ ຫົວຂົວ ເປັນ ຕົ້ນ ເພື່ອໃຫ້ລູກຄ້າສາມາດເຂົ້າມາ ກິນພາຍໃນຮ້ານໄດ້. ນອກຈາກນັ້ນ ຍັງມີແຜນຂາຍແບບເປັນຕູ້ແຄມ ທາງ ສຳລັບຊື້ກັບບ້ານ ເພື່ອເປີດໂອ ກາດໃຫ້ຜູ້ທີ່ສົນໃຈເຂົ້າມາຮ່ວມ ທຸລະກິດໄດ້ງ່າຍຂຶ້ນ ແລະ ພ້ອມທັງ ຂະຫຍາຍຈຸດບໍລິການໃຫ້ກວ້າງ ຂວາງ ເພື່ອເປັນການອໍານວຍຄວາມ ສະດວກໃຫ້ຜູ້ບໍລິໂພກຫລາຍຂຶ້ນ. ເອົາເປັນວ່າ ລູກຄ້າທ່ານໃດທີ່ ຢາກລອງຊີມ ຫລື ຢາກສັ່ງປີ້ງໄກ່ ແຊບໆໄປຮັບປະທານຢູ່ບ້ານ ກໍສາ ມາດມາຊື້ຢູ່ໜ້າຮ້ານໄດ້ ໂດຍຮ້ານ ຕັ້ງຢູ່ບ້ານໂນນຂີ້ເຫລັກ ເມືອງສີ ໂຄດຕະບອງ, ນະຄອນຫລວງວຽງ ຈັນ ຫລື ສັ່ງຊື້ໄດ້ ທາງເພສ ຮ້ານ ປີ້ງໄກ່ທາປາແດກ ໂນນຂີ້ເຫລັກ ຫລື ເບີ 020 55077775. ຈະແຖມໝົກ 1 ຫໍ່ ແລະ ແຈ່ວ 1 ຖົງ ພ້ອມທັງບໍລິການສົ່ງໃນບາງເຂດ ບົບຂົນສົ່ງຂ້າມຊາຍແດນໃຫ້ໜ້ອຍ ທີ່ສຸດ, ໂຄງການໄດ້ວາງແຜນຈັດ ການຢ່າງມີວິທະຍາສາດ, ປັບປຸງ ຂັ້ນຕອນການກໍ່ສ້າງ ແລະ ນຳໃຊ້ວິ ທີກໍ່ສ້າງໃນຕອນກາງຄືນເພື່ອດຳ ເນີນວຽກຫລັກໃນການຖອກເສົາ ຂົວ, ວຽກງານດຳເນີນໄປຢ່າງເປັນ ລະບົບ, ເຄື່ອງຈັກອຸປະກອນເຮັດ ວຽກຮ່ວມກັນຢ່າງມີປະສິດທິພາບ, ພະນັກງານກໍ່ສ້າງປະຕິບັດຕາມ ຂັ້ນຕອນມາດຕະຖານຢ່າງເຂັ້ມ ງວດ ແລະ ຄວບຄຸມທຸກຂັ້ນຕອນ. ໂຄງການໄດ້ປະຕິບັດການຄວບຄຸມ ຄວາມປອດໄພ ແລະ ຄຸນນະພາບ ຂອງໂຄງການຢູ່ຕ່າງປະເທດຢ່າງ ເຂັ້ມງວດ, ປັບລາຍລະອຽດແຜນ ການກໍ່ສ້າງ, ກວດກາຄວາມສ່ຽງ ດ້ານຄວາມປອດໄພຂອງການເຮັດ ວຽກເຄື່ອງຈັກ ແລະ ການປ້ອງກັນ ຢູ່ສະໜາມກໍ່ສ້າງ ແລະ ປ້ອງກັນ ການກໍ່ສ້າງໂຄງການຢ່າງຮອບ ດ້ານ. ບໍລິສັດທາງລົດໄຟຈີນເລກ 15 ໄດ້ດຳເນີນທຸລະກິດວຽກກໍ່ສ້າງ ພື້ນຖານໂຄງລ່າງໃນ ສປປ ລາວ ເປັນເວລາຫລາຍປີ, ປະຕິບັດແນວ ຄວາມຄິດການຮ່ວມສ້າງ “ໜຶ່ງ ແລວໜຶ່ງເສັ້ນທາງ” ຢ່າງຕໍ່ເນື່ອງ. ສ້າງໂຄງການທີ່ມີຄຸນນະພາບ ເພື່ອ ສົ່ງເສີມການຮ່ວມມືຕົວຈິງລະ ຫວ່າງສອງປະເທດ ແລະ ຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ.
RkJQdWJsaXNoZXIy MTc3MTYxMQ==