7377

xtgmf]k; 7 02/10/2026 gsfdko{dkora fa mtok c,j py 'c0;' c]t c,j py 'lt,k7q ,s;Pfok, 16 j c0;'g-dv' rq [xtc]dxj Po[q fIPog-y j 'da o c]t da o g,n v'g'o me]kpzt]y f8tra o\6 mu j ]a d]v[oeg0Q k ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ການພົບປະແລກ ປ່ຽນບົດຮຽນ ລະຫວ່າງ ສະຫະພັນ ແມ່ຍິງແຂວງ ແລະ ສະຫະພັນ ແມ່ຍິງສະມາຄົມຄົນຫວຽດນາມ ຢູ່ແຂວງເຊກອງ ຈັດຂຶ້ນໃນວັນທີ 30ກັນຍາ2026ທີ່ໂຮງຮຽນລາວ- ຫວຽດແຂວງເຊກອງ ໂດຍມີ ທ່ານ ນາງ ມະໂນລາ ສຸດທິຈັກ ປະທານ ສະຫະພັນແມ່ຍິງແຂວງເຊກອງ, ທ່ານ ເຈິ່ນ ດິງ ຮ່າຍ ປະທານສະມາ ຄົມຄົນຫວຽດນາມຢູ່ແຂວງເຊ ກອງ ພ້ອມດ້ວຍສະມາຊິກແມ່ຍິງ ເຂົ້າຮ່ວມ. ໃນການພົບປະຄັ້ງນີ້, ໄດ້ຮັບ ຟັງການລາຍງານກ່ຽວກັບສະພາບ ການເຄື່ອນໄຫວວຽກງານຂອງ ສະມາຄົມ ໄລຍະ 6 ເດືອນ ຜ່ານມາ. ພ້ອມນີ້, ແມ່ຍິງແຂວງ ກໍໄດ້ລາຍ ງານກ່ຽວກັບສະພາບລວມ, ພາລະ ບົດບາດ, ສິດ ແລະ ໜ້າທີ່ ຂອງ ສະຫະພັນແມ່ຍິງແຂວງ ພ້ອມທັງ ແລກປ່ຽນຄໍາຄິດຄຳເຫັນ ຕໍ່ກັບ ການມີສ່ວນຮ່ວມນໍາກັນ ລະຫວ່າງ ສະຫະພັນແມ່ຍິງແຂວງ ກັບ ສະຫະ ພັນແມ່ຍິງຄົນຫວຽດນາມຢູ່ແຂວງ ເຊກອງ ເປັນຕົ້ນ ການເຂົ້າຮ່ວມ ປະຊຸມ, ການໄປແລກປ່ຽນບົດຮຽນ ວຽກງານຕ່າງໆ ຂອງແມ່ຍິງ ທັງ ພາຍໃນ ແລະ ຕ່າງປະເທດ ເພື່ອ ໃຫ້ສະມາຄົມຫວຽດນາມ ປະຈຳ ແຂວງ ຊ່ວຍເກັບກຳຂໍ້ມູນແມ່ຍິງ ຄົນຫວຽດນາມ ທີ່ອາໄສຢູ່ແຂວງ ເຊກອງ ເພື່ອເປັນບ່ອນອີງໃນການ ສະເໜີຂໍທິດຊີ້ນຳ ຈາກຄະນະປະ ທານກຳມະການປົກຄອງແຂວງ ຂປບ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ຫ້ອງການ ກະສິກຳ ແລະ ສິ່ງແວດລ້ອມ ເມືອງ ເງິນ ແຂວງໄຊຍະບູລີ ໄດ້ທຳລາຍ ຊິ້ນສ່ວນ ແລະ ຜະລິດຕະພັນໝູ ທີ່ລັກລອບນໍາເຂົ້າໂດຍບໍ່ຖືກຕ້ອງ ຕາມລະບຽບກົດໝາຍ ໃນວັນທີ 30ກັນຍາ2026ໂດຍມີທ່ານອຸ່ນຄຳ ອຸບົນສັກ ຮອງປະທານຄະນະ ກຳມະການປົກຄອງເມືອງເງິນ, ທ່ານ ທອງສຸກ ຈັນປະເສີດ ຫົວໜ້າ ຫ້ອງການກະສິກຳ ແລະ ສິ່ງແວດ ລ້ອມເມືອງ, ພ້ອມດ້ວຍຄະນະສະ ເພາະກິດຂັ້ນເມືອງ ແລະ ຫ້ອງການ ທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ທອງສຸກ ຈັນປະເສີດ ໄດ້ ລາຍງານກ່ຽວກັບການລົງກວດ ກາການນຳເຂົ້າໝູແຊ່ແຂງ ແລະ ຜະລິດຕະພັນໝູ ມາຈໍາໜ່າຍຢູ່ ພາຍໃນເມືອງ ຊຶ່ງຜ່ານການລົງ ກວດກາຕົວຈິງ 34 ຫົວໜ່ວຍ, ພົບ ເຫັນຫົວໜ່ວຍທີ່ລະເມີດ ແລະ ມີຊິ້ນ ສ່ວນຜະລິດຕະພັນໝູທີ່ບໍ່ຖືກຕ້ອງ 5 ຫົວໜ່ວຍ. ທາງຄະນະສະເພາະ ກິດຂັ້ນເມືອງ ຈຶ່ງໄດ້ຮິບໂຮມເອົາ ຜະລິດຕະພັນໝູ ທີ່ກວດພົບ ແລະ ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ກອງປະຊຸມ ຕິດຕາມກວດກາ ການຈັດຕັ້ງປະຕິ ບັດ ແຜນພັດທະນາເສດຖະກິດສັງຄົມ, ແຜນງົບປະມານແຫ່ງລັດ ຂອງແຂວງ ກ່ຽວກັບໂຄງການ ລົງທຶນຂອງລັດ ຢູ່ເມືອງນາແລ ແຂວງຫລວງນໍ້າທາ ຈັດຂຶ້ນໃນ ວັນທີ 30 ກັນຍາ 2026 ທີ່ເມືອງ ນາແລ ໂດຍການເປັນປະທານຂອງ ທ່ານ ກົງເພັດ ແກ້ວບົວພາ ຮອງ ປະທານສະພາປະຊາຊົນແຂວງ ຫລວງນໍ້າທາ, ທ່ານ ທໍາມະວົງ ບຸນ ຖາວອນ ປະທານປ້ອງກັນຊາດ- ປ້ອງກັນຄວາມສະຫງົບເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ນາງ ຄໍາພູ ນ້ອຍມະນີສັກ ຮອງປະທານຄະນະກໍາມະການ ປົກຄອງເມືອງ ໄດ້ລາຍງານ ກ່ຽວ ກັບສະພາບລວມຂອງເມືອງ ແລະ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະ ມານ ໂຄງການລົງທຶນຂອງລັດ ຢູ່ ພາຍໃນເມືອງນາແລ ຊຶ່ງເປັນເມືອງ ທີ່ມີສະຖຽນລະພາບທາງດ້ານການ ເມືອງ, ສັງຄົມມີຄວາມສະຫງົບ ປອດໄພ ແລະ ເປັນລະບຽບຮຽບ ຮ້ອຍໂດຍພື້ນຖານ ເມືອງນາແລ ຕັ້ງຢູ່ຫ່າງຈາກເທສະບານແຂວງ ຫລວງນ້ຳທາໄປທາງທິດໃຕ້ 78 ກມ, ເຊື່ອມຕໍ່ກັບບັນດາເມືອງ lts]5 [dko9a f8A 'xt8y [a fczora fmtok glf4tdy f{la '7q , dj P;da [dko]q 'mb o0v']a f16 j g,n v'okc] lt,k7q ,oa dm5 ]tdy f|5 j ,c0;'7e,j ;o ,v[;a f45 xa fw9-j ;pz6 h xtlq [wroE4h ;, ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ສະມາຄົມນັກທຸ ລະກິດໜຸ່ມແຂວງຄຳມ່ວນ ສະແດງ ນໍ້າໃຈຮ່ວມແບ່ງເບົາຄວາມເດືອດ ຮ້ອນຂອງປະຊາຊົນ ໂດຍມອບເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ມູນ ຄ່າລວມກວ່າ 400 ລ້ານກີບ ເພື່ອ ຊ່ວຍບັນເທົາທຸກ ແລະ ຟື້ນຟູຊີວິດ ການເປັນຢູ່ຂອງປະຊາຊົນ ທີ່ປະສົບ ໄພນ້ຳຖ້ວມໃນບັນດາເມືອງຂອງ ແຂວງຄຳມ່ວນ. ພິທີມອບ-ຮັບຈັດຂຶ້ນເມື່ອບໍ່ ດົນມານີ້ ທີ່ຫ້ອງວ່າການແຂວງ ຄຳມ່ວນ ຕາງໜ້າມອບໂດຍ ທ່ານ ສຸກທັນວາ ຊາພູວົງ ປະທານ ສະມາຄົມນັກທຸລະກິດໜຸ່ມ ພ້ອມ ຄະນະ ເຂົ້າຮ່ວມ ແລະ ຕາງໜ້າຮັບ ໂດຍ ທ່ານ ສົມສະອາດ ອຸ່ນສີດາ ປະ ທານຄະນະກຳມະການປົກຄອງ ແຂວງຄຳມ່ວນ. ຕາງໜ້າສະມາຄົມໄດ້ຢືນຢັນ ເຈດຈຳນົງຮ່ວມກັບພາກລັດ ແລະ ສັງຄົມ ໃນການຊ່ວຍເຫລືອປະຊາ ຊົນຜູ້ປະສົບໄພໂດຍການຊ່ວຍເຫລືອ ນຳມາທຳລາຍ ນ້ຳໜັກລວມ 84 ກິໂລກຣາມ, ມູນຄ່າຄວາມເສຍຫາຍ 4.900.000 ກີບ, ປະກອບມີ: ໄສ້ ອົ່ວໝູ (ໄສ້ງ້ວນ) 4 ກິໂລກຣາມ, ລູກຊີ້ນໝູ 4 ກິໂລກຣາມ, ຂຽບໝູ 25 ຖົງ, ຊີ້ນສະຫວັນ 4 ຖົງ, ໜ້າ ກາກໝູ ແລະ ຫູໝູ 35 ກິໂລກຣາມ, ກະດູກໝູ 12 ກິໂລກຣາມ. ການທຳລາຍຄັ້ງນີ້ ໂດຍນຳ ເອົາຊິ້ນສ່ວນ ແລະ ຜະລິດຕະພັນ ໝູທັງໝົດດັ່ງກ່າວ ໄປຂຸດຂຸມຝັງ ຕາມຫລັກວິຊາການ ທັງນີ້ ກໍເພື່ອ ເປັນການສະກັດກັ້ນ ແລະ ຕັດວົງ ຈອນຂອງພະຍາດອະຫິວາໝູ ອາຟຣິກາ (ASF) ທີ່ມີການ ລະບາດຢູ່ພາຍໃນເມືອງເງິນ ນັບ ຕັ້ງແຕ່ເດືອນສິງຫາ ຫາ ເດືອນ ກັນຍາ 2026. ໃນໂອກາດນີ້, ທ່ານອຸ່ນຄໍາ ອຸບົນ ສັກ ຍັງໄດ້ຮຽກຮ້ອງໃຫ້ຄະນະສະ ເພາະກິດຂັ້ນເມືອງ ຕ້ອງໄດ້ເປັນເຈົ້າ ການສືບຕໍ່ລົງເຄື່ອນໄຫວກວດ ກາຕາມທ້ອງຕະຫລາດ, ຈຸດຕ່າງໆ ຢ່າງເປັນປົກກະຕິ ແລະ ເຂັ້ມງວດ ໄປຈົນກວ່າສະພາບການລະບາດ ຂອງພະຍາດດັ່ງກ່າວ ຈະກັບເຂົ້າສູ່ ສະພາວະປົກກະຕິ. ຂ່າວ-ພາບ: ສົມຄິດ ຂຽວສີຟ້າ ໃນການສ້າງຕັ້ງໜ່ວຍແມ່ຍິງຮາກ ຖານສະມາຄົມແມ່ຍິງຫວຽດນາມ ປະຈຳແຂວງ ເພື່ອເຮັດໃຫ້ການ ຈັດຕັ້ງປະຕິບັດໜ້າທີ່ວຽກງານ ຂອງແມ່ຍິງ ກວ້າງຂວາງຍິ່ງຂຶ້ນ. ສຳລັບໃນຕໍ່ໜ້າ, ຖ້າຫາກມີການ ເຄື່ອນໄຫວກິດຈະກຳ ແລະ ຜົນງານ ຕ່າງໆ ຂອງແມ່ຍິງຄົນຫວຽດນາມ ຂໍໃຫ້ສະໜອງຂໍ້ມູນຂ່າວສານ ເພື່ອເກັບກຳຜົນງານ ໃຫ້ແກ່ການ ໂຄສະນາວຽກງານ ຂອງສະຫະພັນ ແມ່ຍິງແຂວງ ໃຫ້ມີຜົນງານຫລາຍ ຂຶ້ນກວ່າເກົ່າ. ໂອກາດນີ້, ທ່ານ ນາງ ມະໂນລາ ສຸດທິຈັກ ໄດ້ມີຄຳເຫັນຊີ້ນຳ ຕໍ່ສະ ມາຊິກ ເ ອື້ອຍນ້ອງແມ່ຍິງຄົນ ຫວຽດນາມ ພ້ອມກັນເສີມສ້າງ ຄວາມສາມັກຄີ, ຊ່ວຍເຫລືອ ສະໜັບສະໜູນເຊິ່ງກັນ ແລະ ກັນ, ປະສານພົວພັນວຽກງານກັບພາຍ ນອກ ໂດຍສະເພາະ ເອື້ອຍນ້ອງແມ່ ຍິງລາວ ໃຫ້ກວ້າງຂວາງ. ພ້ອມນີ້, ໃຫ້ພ້ອມກັນປະກອບສ່ວນເຂົ້າໃນ ການສ້າງສາພັດທະນາແຂວງເຊ ກອງ ໃຫ້ກ້າວຂຶ້ນ. ຂ່າວ: ອັດສະວິນ ແລະ ແຂວງໃກ້ຄຽງເປັນຕົ້ນ ທິດ ຕາເວັນອອກຕິດກັບເມືອງນາໝໍ້, ເມືອງໄຊ, ເມືອງແບງ ແລະ ເມືອງ ຮຸນແຂວງອຸດົມໄຊ, ທິດໃຕ້ຕິດ ກັບເມືອງຜາອຸດົມ ແລະ ເມືອງ ຫ້ວຍຊາຍແຂວງບໍ່ແກ້ວ, ທິດເໜືອ ຕິດກັບເມືອງຫລວງນ້ຳທາ, ທິດ ຕາເວັນຕົກຕິດກັບເມືອງວຽງພູຄາ ມີເນື້ອທີ່ທັງໝົດ 1.719,34 ກິໂລ ຕາແມັດ, ສະເລ່ຍຄວາມໜາແໜ້ນ ຂອງປະຊາກອນແມ່ນ 15 ຄົນຕໍ່ ກິໂລຕາແມັດ ເຂດພູດອຍກວມ ເອົາ 98%, ປະກອບມີ 57 ບ້ານ ແບ່ງອອກເປັນ 4 ຕາແສງ; ມີ 4.837 ຄົວເຮືອນ, ມີປະຊາກອນ 25.865 ຄົນ, ຍິງ 12,914 ຄົນ, ມີ 3 ຊົນເຜົ່າ: ກຶມມຸກວມເອົາ 73%, ລາວລຸ່ມ ກວມເອົາ 17% ແລະ ລະເມດ ກວມເອົາ 10%. ໃນ ປີຜ່ານນມາເສດຖະກິດໄດ້ຮັບການ ຂະຫຍາຍຕົວຕໍ່ເນື່ອງ ແລະ ຖືກທິດ ໃນລະດັບ 1,22% ຕໍ່ປີ, ສະເລ່ຍ ລາຍຮັບຕໍ່ຫົວຄົນໄດ້ 31 ລ້ານກວ່າ ກີບ ທຽບໃສ່ປີ 2024 ເພີ່ມຂຶ້ນ 5 ລ້ານກີບ, ຄຸ້ມຄອງລາຍຮັບ-ປະ ຕິບັດລາຍຈ່າຍຕາມລະບຽບການ ແລະ ກົດໝາຍ. ໃນໄລຍະ 9 ເດືອນຜ່ານມາ ສາມາດຂຸດຄົ້ນລາຍຮັບເຂົ້າງົບ ປະມານໄດ້ 3,4 ຕື້ກວ່າກີບ ເທົ່າກັບ 63,09% ຂອງແຜນການປີ, ປະຕິບັດລາຍຈ່າຍ 49,3 ຕື້ກວ່າ ກີບ ເທົ່າກັບ 87,86%. ທົ່ວເມືອງ ມີເນື້ອທີ່ສວນຢາງພາລາ 4.612 ເຮັກຕາ ໃນນີ້, ປາດຢາງແລ້ວ 3.450 ກວ່າເຮັກຕາ, 5 ເດືອນຜ່ານ ມາ ໄດ້ຜົນຜະລິດນໍ້າຢາງທັງໝົດ 1.289 ໂຕນ, ເຄື່ອງປ່າຂອງດົງ 115 ໂຕນ ມີຕະຫລາດ 1 ແຫ່ງ, ທົ່ວເມືອງມີໂຮງງານອຸດສາຫະ ກໍາປຸງແຕ່ງ ແລະ ຫັດຖະກໍາ 6 ແຫ່ງ, ລວມຍອດຜະລິດຕະພັນ ອຸດສາຫະກຳປຸງແຕ່ງພາຍໃນບັນລຸ ໄດ້ 880 ລ້ານກວ່າກີບ, ມູນຄ່າ ຈໍລະຈອນສິນຄ້າບັນລຸໄດ້ 36 ຕື້ ກວ່າກີບ, ທົ່ວເມືອງມີຫົວໜ່ວຍ ວິສາຫະກິດ 224 ຫົວໜ່ວຍ ມູນ ຄ່າທຶນຈົດທະບຽນ 48,87 ຕື້ ກີບ ໃນນັ້ນ, ຕ່າງປະເທດ ມີ 11 ຫົວໜ່ວຍ (ແຂວງອອກທະບຽນ), ມີບ້ານພົ້ນທຸກ 54 ບ້ານ, ມີຄອບຄົວ ພົ້ນທຸກ 5.112 ຄອບຄົວ ເທົ່າກັບ 98,36%, ບ້ານທຸກຍາກມີ3ບ້ານ, ຄອບຄົວທຸກຍາກ 258 ຄອບຄົວ ເທົ່າກັບ 29,8%; ມີຄອບຄົວພັດ ທະນາ 3.358 ຄອບຄົວ ເທົ່າກັບ 70,35% ຂອງຄອບຄົວທັງໝົດ. ໃນກອງປະຊຸມຜູ້ເຂົ້າຮ່ວມຍັງ ປະກອບຄຳຄິດຄໍາເຫັນຕໍ່ບົດລາຍ ງານ ຍົກບັນຫາສໍາຄັນທີ່ຍັງຄົງ ຄ້າງໃນແຕ່ລະໜ້າທີ່ວຽກງານມາ ພິຈາລະນາ ໂດຍສະເພາະວຽກງານ ພື້ນຖານໂຄງລ່າງ, ການສຶກສາ, ລາຍຮັບງົບປະມານອື່ນໆ ຢ່າງສົມ ເຫດສົມຜົນ. ໃນໂອກາດນີ້, ທ່ານ ກົງເພັດ ແກ້ວບົວພາ ໄດ້ສະແດງຄວາມ ຊົມເຊີຍຕໍ່ຄະນະພັກເມືອງ ແລະ ຄະນະຮັບຜິດຊອບຫ້ອງການທີ່ ກ່ຽວຂ້ອງທີ່ຈັດຕັ້ງປະຕິບັດໜ້າທີ່ ວຽກງານທີ່ພັກ-ລັດຂັ້ນເທິງມອບ ໝາຍໃຫ້ສໍາເລັດ ເປັນຕົ້ນ ການ ພັດທະນາເມືອງນາແລ ໄດ້ດີຕະ ຫລອດມາ ພ້ອມທັງເນັ້ນໜັກບາງ ວຽກງານທີ່ຍັງຄົງຄ້າງ ໂດຍສະ ເພາະ ຕ້ອງສືບຕໍ່ພ້ອມທັງແກ້ໄຂ້ໃຫ້ ສໍາເລັດ, ເຮັດວຽກເປັນໝູ່ຄະນະ, ມີ ຄວາມສາມັກຄີຢ່າງກົມກຽວຕາມ ສາຍຕັ້ງ ສາຍຂວາງ ດັ່ງທີ່ວ່າ ພັກ ນໍາພາ, ລັດຄຸ້ມຄອງ, ປະຊາຊົນ ເປັນເຈົ້າ. ຂ່າວ: ອຸດົມສຸກ ວັນສະໝອນ ດັ່ງກ່າວໄດ້ນຳໄປມອບໃຫ້ປະຊາ ຊົນຕັ້ງແຕ່ເດືອນສິງຫາຜ່ານມາ ເພື່ອ ແບ່ງເບົາຜົນກະທົບຈາກນ້ຳຖ້ວມ ແລະ ຊ່ວຍໃຫ້ປະຊາຊົນສາມາດກັບ ຄືນສູ່ການດຳລົງຊີວິດປົກກະຕິ. ທ່ານ ສົມສະອາດ ອຸ່ນສີດາ ໄດ້ກ່າວຂອບໃຈຕໍ່ສະມາຄົມ ແລະ ຜູ້ມີຈິດໃຈສັດທາທຸກພາກສ່ວນ ທີ່ ຮ່ວມປະກອບສ່ວນຊ່ວຍເຫລືອ ຊຶ່ງ ເປັນກຳລັງສຳຄັນໃນການແບ່ງ ເບົາພາລະຂອງແຂວງ ແລະ ຊ່ວຍ ປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກ ພ້ອມທັງ ເນັ້ນວ່າ : ແຂວງຍັງ ຕ້ອງການທຶນຮອນ ແລະ ການສະ ໜັບສະໜູນເພີ່ມຕື່ມ ເພື່ອເລັ່ງຟື້ນ ຟູຜົນເສຍຫາຍຈາກໄພນ້ຳຖ້ວມ ແລະ ສ້າງເງື່ອນໄຂໃຫ້ເສດຖະກິດ- ສັງຄົມຂອງແຂວງກັບຄືນສູ່ຄວາມ ປົກກະຕິ ໂດຍສະເພາະການຟື້ນຟູ ເສັ້ນທາງ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ. ຂ່າວ: ມະນີວັນ rtoa d'kos]a dcs]j ' g,n v'\n j o leg]a f/b dvq [Iq , dkooe.-h rN o4kowvmu c]t ]t[q []kp'koc[[vvo]kp ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ການຝຶກອົບຮົມ ການນໍາໃຊ້ພື້ນຖານ ໄອຊີທີ ແລະ ລະບົບລາຍງານແບບອອນລາຍ ໃຫ້ແກ່ການນຳ ແລະ ພະນັກງານ ຫ້ອງການອ້ອມຂ້າງເມືອງໝື່ນ ແຂວງວຽງຈັນ ໄດ້ສຳເລັດລົງໃນ ວັນທີ 30 ກັນຍາ 2026 ໂດຍມີ ທ່ານ ຄໍາຜູ ແກ້ວດວງສີ ປະທານ ຄະນະກຳມະການປົກຄອງເມືອງ ໝື່ນ ພ້ອມດ້ວຍນັກສຳມະນາກອນ ເຂົ້າຮ່ວມ. ທ່ານ ຄຳຜູ ແກ້ວດວງສີ ໄດ້ກ່າວ ວ່າ: ໃນຍຸກປັດຈຸບັນເຕັກໂນໂລຊີ ຂໍ້ມູນຂ່າວສານ ແລະ ການສື່ສານ (ICT) ໄດ້ເຂົ້າມາມີບົດບາດສໍາ ຄັນກາຍເປັນເຄື່ອງມືທີ່ຂາດບໍ່ໄດ້, ໃນການຂັບເຄື່ອນການພັດທະນາ ເສດຖະກິດ-ສັງຄົມ ເຊັ່ນ: ການຄຸ້ມ ຄອງບໍລິຫານລັດ ແລະ ຄຸ້ມຄອງ ສັງຄົມ ຊຶ່ງໄດ້ໃຫ້ຄວາມສໍາຄັນ ຫລາຍຕໍ່ການຫັນເປັນທັນສະໄໝ ຫລື ຫັນເປັນລະບົບດີຈິຕອນ ເພີ່ມ ປະສິດທິພາບ, ຄວາມໄວ, ຄວາມ ໂປ່ງໃສ, ການຫລຸດຜ່ອນຂັ້ນຕອນທີ່ ຊໍ້າຊ້ອນໃນການປະຕິບັດວຽກງານ, ໃຫ້ມີປະສິດທິພາບ ຫລຸດຜ່ອນເວລາ ການສົ່ງ-ຮັບເອກະສານ ແລະ ການ ລາຍງານແບບດັ້ງເດີ່ມທີ່ໃຊ້ເຈ້ຍ, ຫັນປ່ຽນມາເປັນການສົ່ງຂໍ້ມູນຜ່ານ ລະບົບອອນລາຍ ຊຶ່ງຈະຊ່ວຍຫລຸດ ຜ່ອນເວລາ, ຫລຸດຜ່ອນງົບປະມານ, ງ່າຍດາຍຕໍ່ການຕິດຕາມ, ຄວາມ ຖືກຕ້ອງ ແລະ ທ່ວງທັນເວລາ ຊຶ່ງ ເອກະສານທີ່ນຳມາຝຶກອົບຮົມຄັ້ງ ນີ້ປະກອບມີ: ພື້ນຖານການນໍາໃຊ້ ໄອຊີທີ ແລະ ລະບົບລາຍງານຜ່ານ ທາງອອນລາຍ. ໂອກາດດຽວກັນນີ້, ທ່ານ ຈີ້ທ່າວ ຊົ້ງເຢີ ຮອງປະທານຄະນະກໍາມະ ການປົກຄອງເມືອງໝື່ນ ໄດ້ເນັ້ນ ໃຫ້ແຕ່ລະສຳນັກງານອົງການ ແລະ ຫ້ອງການອ້ອມຂ້າງເມືອງ ນໍາ ເອົາຄວາມຮູ້ພື້ນຖານ ICT ແລະ ລະບົບລາຍງານແບບອອນລາຍ ເຂົ້າໄປໝູນໃຊ້ໃນວຽກງານປະຈໍາ ວັນ ໂດຍຫລຸດຜ່ອນການໃຊ້ເຈ້ຍ ແລະ ເພີ່ມຄວາມໄວໃນການສົ່ງຮັບຂໍ້ມູນ, ໃຫ້ທຸກພາກສ່ວນເອົາໃຈ ໃສ່ກ່ຽວກັບຄວາມປອດໄພຂອງ ຂໍ້ມູນ, ການຮັກສາລະຫັດຜ່ານ (Password) ແລະ ການຄຸ້ມຄອງ ເອກະສານທາງການຢ່າງເຂັ້ມງວດ, ຊຸກຍູ້ແກ້ໄຂບັນຫາດ້ານເຕັກນິກໃຫ້ ກັບບັນດາຫ້ອງການ ເພື່ອໃຫ້ລະບົບ ລາຍງານແບບອອນລາຍຂອງ ເມືອງໝື່ນ ດໍາເນີນໄປຢ່າງມີປະສິດ ທິພາບ. ຂ່າວ-ພາບ: ວັນນາ y

RkJQdWJsaXNoZXIy MTc3MTYxMQ==