7377

02/10/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d leza f7;k,'k,0v'8kfvh v,0h k'ot7vos];';P'9a o ໂດຍ: ແສງສະຫວັນັນ ໂດຍ: ລູກສາວຫລ້າູ ກ້ າ gxu fIa [lt\a d ok''k,gzqj k,Q ' 2027 ຂປລ. ເວທີປະກວດ ນາງງາມ ເຜົ່າມົ້ງ ນະຄອນຫລວງວຽງຈັນ ຫລື Miss Hmong Vientiane 2027 ໄດ້ເປີດຮັບສະໝັກສາວງາມ ຢ່າງເປັນທາງການ ເພື່ອຄັດເລືອດ ສາວງາມເຂົ້າຮ່ວມປະກວດໃນເວທີ ສົ່ງເສີມ, ເຜີຍແຜ່ ແລະ ຮັກສາຮີດ ຄອງປະເພນີ, ວັດທະນະທຳອັນດີ ຂປລ. ພະຍາດວໍ້ (Rabies) ເກີດຈາກເຊື້ອຈຸລະໂຣກຊະນິດໜຶ່ງ ທີ່ເປັນສາເຫດເຮັດໃຫ້ສະໝອງ ອັກເສບແບບຮຸນແຮງ. ພະຍາດນີ້ ພົບໄດ້ໃນສັດລ້ຽງລູກດ້ວຍນົມ ເຊັ່ນ: ໝາ, ແມວ, ລີງ ແລະ ເຈຍ... ໂດຍ ເຊື້ອສາມາດຕິດຕໍ່ສູ່ຄົນຜ່ານນ້ຳລາຍ ຂອງສັດທີ່ຕິດເຊື້ອໂດຍສະເພາະ ການກັດ ຫລື ຂູດ ທີ່ເຮັດໃຫ້ຜິວໜັງ ເປັນແຜ. ພະຍາດວໍ້ ເປັນພະຍາດອັນຕະ ລາຍແຕ່ເຮົາກໍສາມາດປ້ອງກັນໄດ້ ໂດຍການສັກຢາວັກຊິນປ້ອງກັນໃຫ້ ສັດລ້ຽງປະເພດ ໝາ, ແມວ, ລີງ… ຢ່າງຖືກວິທີ ແລະ ຄົບຖ້ວນ ຕາມຄຳ ແນະນຳຂອງສັດຕະວະແພດ. ສຳ ລັບໝາ ທີ່ມີອາຍຸ 3 ເດືອນຂຶ້ນໄປ ຄວນນຳໄປສັກວັກຊິນຕາມກຳນົດ. ຫາກຖືກໝາ ຫລື ສັດທີ່ສົງໄສ ວ່າຕິດເຊື້ອພະຍາດວໍ້ ກັດ ຫລື ຂຸດ ໃຫ້ລ້າງບາດແຜດ້ວຍນ້ຳສະອາດ ທັນທີ ຢ່າງໜ້ອຍ 15 ນາທີ, ທາ ບາດແຜດ້ວຍຢາຂ້າເຊື້ອ (ນ້ຳຢາ ຂປລ. ນະຄອນຫລວງວຽງ ຈັນ ນອກຈາກຈະເປັນແຫລງລວມ ສະຖານທີ່ສຳຄັນທາງປະຫວັດ ສາດ, ວັດວາອາຮາມ ແລະ ວັດທະ ນະທຳແລ້ວ, ບໍລິເວນອ້ອມຮອບ ນະຄອນຫລວງ ຍັງມີແຫລ່ງທ່ອງ ທ່ຽວທາງທຳມະຊາດທີ່ສວຍງາມ ຫລາຍແຫ່ງ. ໃນນັ້ນ, ບັນດາຕາດ ນັບເປັນອີກຈຸດໝາຍປາຍທາງທີ່ ເໝາະສົມສຳລັບການຜັກຜ່ອນ, ຊົມ ທິວທັດ ແລະ ສຳຜັດອາກາດສົດຊື່ນ ຈາກທຳມະຊາດ. ຕາດມູນ ແມ່ນອີກໜຶ່ງແຫລ່ງ ທ່ອງທ່ຽວທາງທຳມະຊາດ ທີ່ມີ ສະເໜ່ດ້ວຍສາຍນ້ຳໃສເຢັນ, ໂງ່ນ ຫີນ ແລະ ພືດພັນປ່າໄມ້ຂຽວສົດ ສ້າງບັນຍາກາດຮົ່ມເຢັນ ແລະ ສະ ຫງົບ ເໝາະສຳລັບການພັກຜ່ອນ ຊົມທຳມະຊາດ ແລະ ສຳຜັດຄວາມ -u ;y f{;a fmtotme u y a rtpkf;= va o8t]kp c8j lk,kfxh v'da owfh h ງາມຂອງແມ່ຍິງຊົນເຜົ່າມົ້ງ ເພື່ອໃຫ້ ສັງຄົມໄດ້ຮັບຮູ້ຫລາຍຂຶ້ນ. ສໍາລັບເງື່ອນໄຂຂອງຜູ້ເຂົ້າສະ ໝັກແມ່ນເພດຍິງອາຍຸລະຫວ່າງ 14-30ປີ, ສ່ວນສູງ155ຊັງຕີແມັດ ຂຶ້ນໄປບໍ່ຈຳກັດສະຖານະຄອບຄົວ ເຊັ່ນ: ໂສດ, ແຕ່ງງານແລ້ວ, ແມ່ ຮ້າງ-ແມ່ໝ້າຍ ຫລື ແມ່ຮ້າງລູກຕິດ ກໍສາມາດສະໝັກໄດ້; ລະດັບການ ສຶກສາຕ້ອງຈົບຊັ້ນ ມ.4 ຂຶ້ນໄປ, ມີ ບຸກຄະລິກກະພາບດີ, ສະຫລາດ, ມີຄວາມຮູ້ຄວາມສາມາດ, ມະນຸດ ສຳພັນດີ ແລະ ສາມາດຮ່ວມງານ ກັບກອງປະກວດໄດ້. ພ້ອມນີ້, ຕ້ອງ ສາມາດເວົ້າ ແລະ ແນະນຳໂຕເອງ ເປັນພາສາມົ້ງ ແລະ ພາສາລາວໄດ້. ວິທີການສະໝັກ: ຜູ້ໃດສົນໃຈ ສາມາດສະໝັກອອນລາຍໂດຍສົ່ງ ຮູບຖ່າຍ 1 ໃບ ພ້ອມແຈ້ງຊື່-ນາມສະ ກຸນ, ອາຍຸ, ສ່ວນສູງ ແລະ ແຂວງທີ່ ມາ ເພື່ອໃຫ້ທີມງານລົງທະບຽນ. ນອກນັ້ນ, ສາມາດດາວໂຫລດແບບ ຟອມໃບສະໝັກ, ຂຽນຂໍ້ມູນໃຫ້ຄົບ ຖ້ວນພ້ອມສົ່ງຮູບຖ່າຍແຕ່ງກາຍສຸ ພາບ 1 ໃບ (ຊຸດມົ້ງ ຫລື ຊຸດລາວ) ນັບແຕ່ມື້ນີ້ເປັນຕົ້ນໄປ. ສໍາລັບທ່ານໃດສົນໃຈສາມາດ ສອບຖາມລາຍລະອຽດໄດ້ທີ ໂທ/ແອັບ: 020 9689 9684. ໝາຍເຫດ: ຜູ້ສະໝັກແລ້ວບໍ່ ສາມາດຖອນໂຕໄດ້, ກໍລະນີຖອນ ໂຕກ່ອນມື້ຄັດເລືອກຜູ້ສະໝັກຕ້ອງ ຮັບຜິດຊອບຄ່າເສຍຫາຍຂອງງານ ທັງໝົດຕາມເງື່ອນໄຂຂອງກອງ ປະກວດ. ເບຕາດິນ), ແລ້ວໄປພົບແພດໂດຍ ໄວ ເພື່ອສັກຢາວັກຊິນປ້ອງກັນ, ພ້ອມທັງໃຫ້ສັງເກດສັດທີ່ກັດ ໃນ ໄລຍະ 10 ວັນ ຖ້າຫາກສັດ ມີ ອາການເບື່ອອາຫານ, ບໍ່ກິນນ້ຳ, ກະວົນກະວາຍ ແລ້ວຕາຍໃຫ້ແຈ້ງ ຫາສັດຕະວະແພດ ເພື່ອນຳເອົາສັດ ໄປກວດຫາເຊື້ອວໍ້. ສຳລັບອາການຂອງສັດທີ່ຕິດ ເຊື້ອພະຍາດວໍ້ຈະໃຈຮ້າຍຜິດປົກ ກະຕິ, ສຽງເຫົ່າຜິດປົກກະຕິ, ມີນ້ຳ ລາຍໄຫລ(ຍ້ອຍ) ແລະ ນ້ຳລາຍ ເປັນຝອດ. ສ່ວນອາການຂອງຄົນທີ່ຕິດເຊື້ອ ຈະມີອາການ ຄື: ອາດມີໄຂ້, ເຈັບ ຫລື ຊາບໍລິເວນບາດແຜ, ຮາກ, ຢ້ານສຽງ, ຢ້ານລົມ, ຢ້ານນ້ຳ ແລະ ກິນອາຫານຍາກ. ວິທີປ້ອງກັນ: ຄວນຫລີກລ່ຽງ ການເຂົ້າໃກ້ໝາ ຫລື ສັດທີ່ບໍ່ຮູ້ຈັກ, ບໍ່ກວນໝາໃນເວລາມັນກິນອາ ຫານ, ນອນ ຫລື ກຳລັງໃຫ້ລູກກິນ ນົມ, ບໍ່ຢອກລໍ້, ຕີ, ເຕະ, ຮ້ອງ ແລະ ບໍ່ຖ້ິມສິ່ງຂອງໃສ່ໝາ. ພ້ອມນີ້ຄວນ ໃຫ້ເດັກຮູ້ວິທີຫລີກລ່ຽງສັດທີ່ອາດ ກໍໃຫ້ເກີດອັນຕະລາຍ. ພະຍາດວໍ້ ສາມາດປ້ອງກັນໄດ້ ຖ້າທຸກຄົນເອົາໃຈໃສ່ໃນການຮັກສາ ສັດລ້ຽງຂອງຕົນ ໂດຍການສັກຢາ ວັກຊິນໃຫ້ສັດລ້ຽງຄົບຖ້ວນຕາມ ຈຳນວນທີ່ສັດຕະວະແພດແນະນຳ ແລະ ຫລີກລ່ຽງການສຳຜັດກັບສັດ ທີ່ມີຄວາມສ່ຽງເປັນພະຍາດວໍ້ ແລະ ຄວນໄປພົບແພດທັນທີເມື່ອຖືກສັດ ກັດ ຫລື ຂູດ. ງາມຂອງສາຍນ້ຳທີ່ໄຫລຜ່ານໂງ່ນ ຫີນທີ່ຢັ່ງຢາຍໄປຕາມສາຍນ້ຳ. ຈຸດ ເດັ່ນຂອງຕາດມູນ ແມ່ນຄວາມງາມ ທີ່ເກີດຈາກທຳມະຊາດ ໂດຍມີສາຍ ນ້ຳໄຫລລົງຕາມລານຫີນ ເກີດເປັນ ຊັ້ນນ້ຳຕົກນ້ອຍໆ ແລະ ອ່າງນ້ຳ ຕາມທຳມະຊາດ. ສຽງນ້ຳໄຫລປະ ສານກັບສຽງລົມ ແລະ ສຽງນົກ ປ່າ ຊ່ວຍສ້າງບັນຍາກາດໃຫ້ສົດຊື່ນ ແລະ ຜ່ອນຄາຍ. ນັກທ່ອງທ່ຽວ ສາມາດຍ່າງຊົມທຳມະຊາດ, ຖ່າຍ ຮູບ ແລະ ພັກຜ່ອນຕາມຈຸດທີ່ເໝາ ສະສົມ. ນອກຈາກໄດ້ຊົມຄວາມ ງາມຂອງສາຍນ້ຳ, ໄດ້ຫລິ້ນນ້ຳທີ່ ເຢັນສະບາຍແລ້ວ, ທ່ານຍັງສາມາດ ນຳເອົາອາຫານເຂົ້າໄປແຕ່ງເອງ ໄດ້. ດັ່ງນັ້ນ, ຕາດມູນຈຶ່ງເປັນອີກ ຈຸດໝາຍປາຍທາງໜຶ່ງທີ່ເໝາະ ສຳລັບຜູ້ຮັກທຳມະຊາດ ແລະ ຜູ້ ທີ່ປາຖະໜາຫາບ່ອນພັກຜ່ອນທີ່ ສະຫງົບຫ່າງໄກຈາກຄວາມວຸ່ນ ວາຍ. ການຮ່ວມກັນຮັກສາປ່າໄມ້, ສາຍນ້ຳ ແລະ ບໍລິເວນຮອບຕາດ ໃຫ້ສະອາດ ແລະ ຄົງຄວາມງາມ ຕາມທຳມະຊາດ ຈະຊ່ວຍໃຫ້ຕາດ ມູນສາມາດຮອງຮັບນັກທ່ອງທ່ຽວ ແລະ ສ້າງຄຸນຄ່າໃຫ້ແກ່ການ ທ່ອງທ່ຽວທາງທຳມະຊາດໄດ້ຢ່າງ ຍືນຍົງ. ຕາດປ່າໄລ່ ກໍເປັນອີກໜຶ່ງສະ ຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມ ນິຍົມຈາກນັກທ່ອງທຽວມາດົນນານ ແລະ ມີຊື່ສຽງຂອງເມືອງສີໂຄດ ຕະບອງ ຄຽງຄູ່ກັບຕາດມູນ, ຕາດ ວັງນອງ ແລະ ຕາດວັງນ້ຳເຜິ້ງ. ຕາດປ່າໄລ່ ເປັນຕາດທີ່ອຸດົມສົມບູນ ໄປດ້ວຍຕົ້ນໄມ້ໃບຫຍ້າທີ່ຂຽວສົດ ງົດງາມ, ອາກາດບໍລິສຸດ, ມີສາຍນໍ້າ ທີ່ຍາວນໍ້າໄຫລຜ່ານພະລານຫີນ ນ້ອຍໃຫຍ່, ບາງບ່ອນກໍຈະມີຄັນຄູ ຄ້າຍຄືຄັນນາຍາວໄປຮອດອີກຝາກ ໜຶ່ງຂອງຕາດເປັນອີກຈຸດໜຶ່ງທີ່ນັກ ທ່ອງທ່ຽວມັກໄປນັ່ງຫລິ້ນ, ຍ່າງ ຂ້າມໄປມາ, ເປັນຈຸດຖ່າຍຮູບ. ນອກ ນ້ັນ, ພາຍໃນຕາດຍັງມີສິ່ງອຳນວຍ ຄວາມສະດວກຕ່າງໆເປັນຕົ້ນແມ່ນ ມີຕູບ, ມີຫ້ອງນ້ຳ, ມີສະຖານທີ່ ຈອດລົດທ່ີກວ້າງຂວາງ ແລະ ມີ ອາຫານໄວ້ຄອຍບໍລິການສຳລັບຄົນ ທີ່ບໍ່ໄດ້ກຽມອາຫານໄປ. ພ້ອມນັ້ນ ເສັ້ນທາງເຂົ້າໄປຫາຕາດກໍສະດວກ ສະບາຍ. ສ່ວນ ຕາດວັງນ້ຳເຜິ້ງ ກໍເປັນ ອີກຈຸດໜຶ່ງທີ່ເໝາະສຳລັບການ ມາພັກຜ່ອນກັບຄອບຄົວ ຫລື ໝູ່ ເພື່ອນ, ໂດຍສະເພາະໃນຊ່ວງທີ່ມີ ນ້ຳຫລາຍຈະໄດ້ສຳຜັດກັບສາຍນ້ຳ ແລະ ສີຂຽວຂອງທຳມະຊາດຢ່າງ ໃກ້ຊິດ, ເໝາະກັບການໄປກິນລົມ ຊົມວິວຖ່າຍຮູບງາມໆ ກິນອາຫານ ແຊບໆ ພັກຜ່ອນແບບສະບາຍໆ, ຖ້າເປັນມະນຸດຫ້ອງແອນັ່ງເຝົ້າໜ້າຈໍ ຄອມໝົດມື້ໝົດເວັນແຫ່ງເໝາະເລີຍ ໄປເອົາອາຫານຕາກັບທຳມະຊາດ ແຫ່ງນີ້. ຕາດວັງມ້າ ຫລື ບາງຄົນເອີ້ນ ວ່າ ຕາດແຕ່ງ ຊຶ່ງເປັນນ້ຳຕົກ ຕາດທຳມະຊາດທີ່ກຳລັງໄດ້ຮັບ ຄວາມນິຍົມຕັ້ງຢູ່ເມືອງສັງທອງ ນະຄອນຫລວງວຽງຈັນ. ນ້ຳຕົກ ແຫ່ງນີ້ ມີນ້ຳຕົກຕາດແຫ່ງນີ້ມີ ຄວາມສວຍງາມ, ອາກາດຮົ່ມ ເຢັນ, ປັດຈຸບັນການເດີນທາງສະ ດວກສະບາຍຂຶ້ນເນື່ອງຈາກມີການ ປັບປຸງເສັ້ນທາງ, ເໝາະສົມແກ່ ການໄປພັກຜ່ອນຢ່ອນອາລົມ ແລະ ຫລິ້ນນ້ຳ. ບັນດາຕາດທີ່ກະຈາຍຢູ່ອ້ອມ ຂ້າງນະຄອນຫລວງວຽງຈັນ ບໍ່ ພຽງແຕ່ເປັນບ່ອນພັກຜ່ອນ ແລະ ສຳຜັດທຳມະຊາດເທົ່ານັ້ນ ແຕ່ຍັງ ເປັນທຶນທາງທຳມະຊາດທີ່ຄວນ ຮ່ວມກັນອະນຸລັກ. ການຮັກສາ ສາຍນ້ຳ, ປ່າໄມ້ ແລະ ສະພາບ ແວດລ້ອມໃຫ້ສະອາດຈະຊ່ວຍຄົງ ຄວາມງາມ ແລະ ສ້າງຄຸນຄ່າໃຫ້ ແກ່ການທ່ອງທ່ຽວທາງທຳມະຊາດ ຢ່າງຍືນຍົງ.

RkJQdWJsaXNoZXIy MTc3MTYxMQ==