xtgmf]k; 7 01/10/2026 gsfdko{dkora fa mtok 7e,j ;o me]kplY olj ;og7n j v'.o\6 mu j ]a d]v[oeg0Q k 28.000 dy 3] [5 ows]gIn vw216 j ot7vos];'rt[k' 9t9a fs]kpdy f9tde ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ຂະແໜງລ້ຽງ ສັດ ແລະ ການປະມົງ ແຂວງຄໍາ ມ່ວນ ຮ່ວມກັບພາກສ່ວນກ່ຽວຂ້ອງ ຈັດພິທີຝັງທໍາລາຍສິ້ນສ່ວນເຄື່ອງ ໃນໝູຈໍານວນ 1.400 ແພັກ, ມີ ນໍ້າໜັກ 28.000 ກິໂລກຣາມ ທີ່ລັກລອບນຳເຂົ້າ ໃນວັນທີ 29 ກັນຍາ 2026 ທີ່ສະໜາມຖິ້ມ ຂີ້ເຫຍື້ອ ບ້ານນາບວບ ເມືອງທ່າ ແຂກ. ສິ້ນສ່ວນເຄື່ອງໃນໝູຈໍານວນ ດັ່ງກ່າວ, ແມ່ນຄະນະສະເພາະກິດ ແຂວງຄຳມ່ວນ ໄດ້ສົມທົບກັບວິ ຊາການຂະແໜງລ້ຽງສັດ ແລະ ການປະມົງ ລົງກວດກາ ລົດບັນທຸກ ສິນຄ້າທະບຽນ 12 H 02252 ຂັບໂດຍຄົນສັນຊາດຫວຽດນາມ ໃນວັນທີ 28 ກັນຍາ 2026 ຜ່ານ ມາ ຊຶ່ງໄດ້ຂົນສົ່ງສິນຄ້າປະເພດ ເຄື່ອງໃນໝູ (ກະເພາະໝູແຊ່ແຂງ) ໂ ດ ຍກວດ ພົ ບຢູ່ບໍລິ ເ ວນ ເ ຂດ ບ້ານດົງມ່ວງໄຂ ເມືອງທ່າແຂກ ແຂວງຄໍາມ່ວນ, ສິນຄ້າດັ່ງກ່າວ ໄດ້ຢຶດມາໄວ້ທີ່ກອງກວດກາຊັບ ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອປະຕິບັດຕາມ ແຈ້ງການດ່ວນ ຂອງຫ້ອງວ່າການ ແຂວງ ສະບັບເລກທີ 814/ຫວຂ ລົງວັນທີ 11 ກັນຍາ 2026 ແລະ ແຈ້ງການຂອງພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ 3653/ ກສຂ ວ່າດ້ວຍການເພີ່ມທະວີ ກຽມ ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ນະຄອນ ຫລວງພະບາງ ຈັດກອງປະຊຸມ ປຶກສາຫາລືວຽກງານ ຈັດບຸນອອກ ພັນສາປະວໍລະນາໄຫລເຮືອໄຟ ປະ ຈໍາປີພສ2569ຄສ2026ໃນວັນທີ 30 ກັນຍາ 2026 ໂດຍການເປັນ ປະທານຂອງ ທ່ານ ສະເຫວີຍ ສີລາ ວັນ ປະທານຄະນະກໍາມະການ ປົກຄອງ ນະຄອນຫລວງພະບາງ, ມີບັນດາຄະນະຮັບຜິດຊອບຈາກ ພະແນກການຂອງແຂວງ, ອະນຸ ກໍາມະການຂັ້ນນະຄອນ, ຜູ້ອໍານວຍ ການໂຮງຮຽນ, ບັນດາບ້ານທີ່ເຮັດ ເຮືອໄຟເຂົ້າຮ່ວມ. ໃນກອງປະຊຸມ, ໄດ້ຜ່ານຂໍ້ຕົກລົງ ແຕ່ງຕັ້ງແຕ່ລະອະນຸກໍາມະການ ຮັບຜິດຊອບ, ຮັບຟັງການລາຍງານ ການກະກຽມຄວາມພ້ອມ, ເພື່ອ ປະຕິບັດຕາມຮີດຄອງປະເພນີອັນ ດີງາມຂອງຊາວຫລວງພະບາງ ກໍຄືການຈັດບຸນອອກພັນສາປະວໍ ລະນາ, ບຸນນະມັດສະການພະທາດ ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເຜີຍແຜ່ເຊື່ອມ ຊຶມກົດໝາຍ ວ່າດ້ວຍການປູກຝັງ ສະບັບ ລົງວັນທີ 25 ມິຖຸນາ 2025 ໃຫ້ພະນັກງານທີ່ກ່ຽວຂ້ອງ ໃນ ວັນທີ 29 ກັນຍາ 2026 ທີ່ແຂວງ ອຸດົມໄຊ ໂດຍການເປັນປະທານ ຮ່ວມຂອງ ທ່ານ ນາງ ຈັນທະຄອນ ພິລາວັນ ຮອງລັດຖະມົນຕີ ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ຄຳແສງ ອາລີ ຮອງປະທານ ຄະນະກຳມະການປົກຄອງ ແຂວງ ອຸດົມໄຊ ພ້ອມດ້ວຍກົມປູກຝັງ, ພ້ອມດ້ວຍພະແນກກະສິກຳ ແລະ ສິ່ງແວດລ້ອມຈາກນະຄອນຫລວງ, ອຸດົມໄຊ, ຫລວງພະບາງ, ໄຊຍະ ບູລີ, ບໍ່ແກ້ວ, ຫລວງນ້ຳທາ, ຜົ້ງ gzu pczj dq f\kp;j kfh ;pdkox6 d/a ' lt[a [xa [x5 '.sh rtoa d'komu j dj P;0h v' c0;'va f8txn gzu pczj fe]a f;j kfh ;p dkoxa [w\z6 h ]tg,u f]t[P[-a [ly o0v']a f ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ແຂວງອັດຕະປື ເຜີຍແຜ່ດຳລັດ ວ່າດ້ວຍການປັບໄໝ ແລະ ການນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບ ການ ກ່ຽວກັບຊັບສິນຂອງລັດ ພ້ອມ ທັງທາບທາມຮ່າງວິໄສທັດ ຮອດປີ 2040 ແລະ ຮ່າງຍຸດທະສາດການ ຄຸ້ມຄອງຊັບສິນຂອງລັດ ຮອດປີ 2035 ເພື່ອສ້າງຄວາມເຂົ້າໃຈອັນ ດຽວກັນ ແລະ ຍົກສູງປະສິດທິພາບ ການຄຸ້ມຄອງຊັບສິນແຫ່ງລັດ. ກອງປະຊຸມຈັດຂຶ້ນໃນວັນທີ 30 ກັນຍາ 2026 ໂດຍມີທ່ານ ສຸລິວົງ ອະໄພວົງ ຮອງປະທານຄະນະ ກໍາມະການປົກຄອງແຂວງ ຫົວໜ້າ ພະແນກການເງິນແຂວງ, ທ່ານ ນະລົງລິດ ນໍລະສິງ ຫົວໜ້າກົມ ກົດໝາຍ ກະຊວງຍຸຕິທຳ, ພ້ອມ ດ້ວຍພະແນກການທີ່ກ່ຽວຂ້ອງ ຈາກບັນດາແຂວງພາກກາງ-ພາກ ໃຕ້ເຂົ້າຮ່ວມ. ທ່ານ ສຸລິວົງ ອະໄພວົງ ໄດ້ກ່າວ ວ່າ: ໃນຂະນະທີ່ເສດຖະກິດໂລກຍັງ ຜະເຊີນກັບຫລາຍຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ໂດຍສະເພາະ ອັດຕາເງິນເຟີ້ຍັງສູງ, ລາຄາພະລັງ ງານ ແລະ ທອງຄຳຜັນຜວນ ລວມ ທັງການວ່າງງານມີແນວໂນ້ມເພີ່ມ ຂຶ້ນ, ການຈັດຕັ້ງປະຕິບັດແຜນງົບ ປະມານແຫ່ງລັດ ກໍຍັງມີຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຫລາຍດ້ານທີ່ ຕ້ອງເອົາໃຈໃສ່ແກ້ໄຂ. ດັ່ງນັ້ນ, ຈຳເປັນຕ້ອງສືບຕໍ່ແກ້ໄຂຄວາມ ຫຍຸ້ງຍາກ ດ້ານເສດຖະກິດ-ການ ເງິນ, ປັບປຸງການຈັດເກັບລາຍຮັບ ເຂົ້າງົບປະມານ ເນື່ອງຈາກບາງ ຖານລາຍຮັບຍັງບໍ່ທັນຍືນຍົງ ແລະ ຍັງມີລາຍຮັບບາງສ່ວນທີ່ບໍ່ສາມາດ ເກັບໄດ້ຄົບຖ້ວນ. ພ້ອມທັງຍົກສູງ ການພັດທະນາວຽກງານການເງິນ ແຫ່ງລັດ ໃຫ້ທັນສະໄໝ, ລວມສູນ ແລະ ມີປະສິດທິພາບ ພ້ອມທັງເນັ້ນ ໃຫ້ເອົາໃຈໃສ່ການຄຸ້ມຄອງ, ຕິດ ຕາມ, ກວດກາ ແລະ ນຳໃຊ້ຊັບສິນ ຂອງລັດ ໂດຍສະເພາະການຄຸ້ມ ຄອງ ແລະ ຈັດເກັບລາຍຮັບຈາກ ຄ່າເຊົ່າ, ຄ່າສຳປະທານ, ຄ່າຊັບພະ ຍາກອນ, ຄ່າພາກຫລວງ ລວມທັງ ການສະສາງຊັບສິນຂອງລັດທັງຂັ້ນ ສູນກາງ ແລະ ຂັ້ນທ້ອງຖິ່ນ ໃຫ້ມີ ປະສິດທິພາບສູງຂຶ້ນ. ທ່ານ ນະລົງລິດ ນໍລະສິງ ໄດ້ ນຳສະເໜີເນື້ອໃນກ່ຽວກັບດຳລັດ ສະບັບເລກທີ 112/ລບ ໂດຍລະບຸ ວ່າ: ດຳລັດສະບັບນີ້, ໄດ້ຜ່ານ ຂະບວນການຄົ້ນຄວ້າ ແລະ ສ້າງ ນິຕິກຳຕາມຂັ້ນຕອນ ຈົນສຳເລັດ ແລະ ໄດ້ຮັບຮອງປະກາດໃຊ້ແລ້ວ, ການສ້າງດຳລັດສະບັບນີ້ ເປັນການ ຜັນຂະຫຍາຍມາດຕາ 63 ຂອງ ກົດໝາຍ ວ່າດ້ວຍຊັບສິນຂອງລັດ (ສະບັບປັບປຸງ) ສະບັບເລກທີ 18/ສພຊ, ລົງວັນທີ 7 ກໍລະກົດ 2022 ແລະ ຂໍ້ຕົກລົງຂອງລັດຖະ ມົນຕີ ກະຊວງການເງິນ ສະບັບ ເລກທີ 2842/ກງ, ລົງວັນທີ 3 ກັນຍາ 2025 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມຄຸ້ມ ຄອງຊັບສິນແຫ່ງລັດ, ຕາມເນື້ອ ໃນທີ່ນຳສະເໜີ, ໃນໄລຍະຜ່ານມາ ບັນດາຂະແໜງການ ແລະ ອົງ ການປົກຄອງທ້ອງຖິ່ນໄດ້ເອົາໃຈ ໃສ່ຄຸ້ມຄອງ ແລະ ນຳໃຊ້ຊັບສິນ ຂອງລັດໃນລະດັບດີພໍສົມຄວນ, ແຕ່ ຍັງພົບວ່າ ການວາງມາດຕະການ ປັບໃໝຕໍ່ຜູ້ລະເມີດ ຍັງບໍ່ມີລະບຽບ ສະເພາະ ແລະ ຂາດຄວາມເປັນເອ ກະພາບ, ເຮັດໃຫ້ການດຳເນີນງານ ໃນແຕ່ລະບ່ອນ ມີຄວາມແຕກຕ່າງ ຈອມສີ ແລະ ບຸນໄຫລເຮືອໄຟ ຊຶ່ງ ແມ່ນການຮັກສາຮີດຄອງປະເພນີ ອັນດີງາມ ທີ່ຕິດພັນທາງດ້ານພຸດທະ ສາສະໜາ ແລະ ເປັນການສົ່ງເສີມ ການທ່ອງທ່ຽວພາຍໃນແຂວງ, ສ້າງລາຍຮັບໃຫ້ປະຊາຊົນມີຄວາມ ເຂັ້ມແຂງ ແລະ ເປັນການສົ່ງເສີມ ທາງດ້ານທັກສະ, ສີໄມ້ລາຍມື, ຄວາມປານີດ ອັນເປັນສິລະປະ ໃນ ແບບສະບັບຂອງຊາວ ຫລວງພະ ບາງ, ຮັກສາໄດ້ຄວາມສະຫງົບ, ປອດໄພ ແລະ ຄວາມເປັນລະບຽບ ຮຽບຮ້ອຍ ໃນການຈັດງານບຸນ ຊຶ່ງ ຮັບມືກັບການລະບາດຂອງພະຍາດ ອະຫິວາໝູ ອາຟຣິກາ ໃນຂອບເຂດ ທົ່ວແຂວງ ແລະ ເປັນການປ້ອງກັນ, ເຝົ້າລະວັງການລະບາດຂອງພະ ຍາດອະຫິວາໝູ ອາຟຣິກາ ແລະ ອີງຕາມບັນທຶກການກວດກາຕົວ ຈິງ ໃນການຢຶດສິນຄ້າຂອງຄະນະ ສະເພາະກິດໃນຄັ້ງວັນທີ 28 ກັນຍາ 2026 ທາງຄະນະສະເພາະກິດ, ວິຊາການສັດຕະວະແພດ ຈຶ່ງຂໍສະ ເໜີອະນຸຍາດທໍາລາຍສິນຄ້າດັ່ງ ກ່າວ. ການກວດພົບສິ້ນສ່ວນເຄື່ອງໃນ ໝູໃນຄັ້ງນີ້ ຖືວ່າເປັນລ໋ອດໃຫຍ່ໃນ ຮອບປີ. ປັດຈຸບັນທາງເຈົ້າໜ້າທີ່ ກ່ຽວຂ້ອງໄດ້ທໍາການຢຶດລົດບັນ ທຸກສິນຄ້າ ປະເພດເຄື່ອງໃນໝູ ພ້ອມທັງກັກຕົວຄົນຂັບລົດຄົນສັນ ຊາດຫວຽດນາມໄວ້ ເພື່ອທໍາການ ສອບສວນ-ສືບສວນ ແລະ ດໍາເນີນ ການຕາມລະບຽບກົດໝາຍຂອງ ສປປ ລາວ. ສາລີ ແລະ ພະນັກງານວິຊາການ ທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ນາງ ຈັນທະ ຄອນ ພິລາວັນ ໄດ້ເນັ້ນໜັກເຖິງ ຄວາມສຳຄັນຂອງກົດໝາຍສະບັບ ໃໝ່ ຊຶ່ງໄດ້ຜ່ານການປັບປຸງຈາກ ກົດໝາຍສະບັບເກົ່າ 01/98 ເພື່ອ ໃຫ້ສອດຄ່ອງກັບສະພາບການ ພັດທະນາ ເສດຖະກິດ-ສັງຄົມ ໃນໄລຍະໃໝ່. ຈຸດປະສົງຫລັກຂອງ ກົດໝາຍສະບັບນີ້ ເພື່ອຊຸກຍູ້ສົ່ງເສີມ ການຜະລິດກະສິກຳ ໃຫ້ກາຍເປັນ ສິນຄ້າ, ຄໍ້າປະກັນຄວາມໝັ້ນຄົງ ດ້ານສະບຽງອາຫານ ແລະ ພັດທະ ນາຊີວິດການເປັນຢູ່ ຂອງປະຊາຊົນ ລາວບັນດາເຜົ່າໃຫ້ດີຂຶ້ນ ພ້ອມທັງ ເປັນການປົກປັກຮັກສາ ແລະ ຟື້ນ ຟູດິນກະສິກຳ, ຮັບປະກັນຄວາມ ໝັ້ນຄົງທາງດ້ານສະບຽງອາຫານ ແລະ ໂພຊະນາການ, ທັງເປັນປັດ ໄຈປ້ອນໃຫ້ແກ່ອຸດສາຫະກໍາປຸງ ແຕ່ງ, ເພື່ອສາມາດແຂ່ງຂັນກັບ ພາກພື້ນ ແລະ ສາກົນ. ໂອກາດນີ້, ທ່ານ ບຸນຈັນ ກົມ ບຸນຍະສິດ ຫົວໜ້າກົມປູກຝັງ ໄດ້ ເຜີຍແຜ່ເນື້ອໃນຂອງກົດໝາຍວ່າ ດ້ວຍການປູກຝັງ ສະບັບປີ 2025 ຊຶ່ງປະກອບມີ 9 ພາກ ແລະ 100 ມາດຕາ ໂດຍໄດ້ກຳນົດຫລັກການ, ລະບຽບການ ແລະ ມາດຕະການ ທີ່ຄົບຖ້ວນ ກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາ ວຽກງານປູກ ຝັງ ໃຫ້ມີປະສິດທິພາບ ແລະ ປະ ສິດທິຜົນສູງ ພ້ອມທັງຮຽກຮ້ອງ ໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງນໍາ ເອົາເນື້ອໃນຈິດໃຈຂອງກົດໝາຍ ສະບັບນີ້ ໄປເຜີຍແຜ່ ແລະ ຈັດຕັ້ງ ປະຕິບັດຢູ່ພາຍໃນຂອບເຂດຄວາມ ຮັບຜິດຊອບຂອງຕົນ ໃຫ້ມີປະສິດທິ ຜົນສູງສຸດ. ຂ່າວ: ແສງອາທິດ ກັນ, ການລະເມີດທີ່ຖືກກ່າວເຖິງ ປະກອບມີ: ການບໍ່ປະຕິບັດພັນທະ ຄ່າເຊົ່າ-ຄ່າສຳປະທານ, ການບໍ່ປະ ຕິບັດພັນທະຄ່າຊັບພະຍາກອນທຳ ມະຊາດ, ການນຳໃຊ້ຊັບສິນຂອງ ລັດໂດຍບໍ່ໄດ້ຮັບອະນຸຍາດ, ການ ຊື້-ຂາຍ ຫລື ເຄື່ອນຍ້າຍຊັບສິນຂອງ ລັດໂດຍບໍ່ຖືກຕ້ອງຕາມກົດໝາຍ ລວມທັງການເຮັດໃຫ້ຊັບສິນຂອງ ລັດເປ່ເພ ຫລື ເສຍຫາຍ. ດັ່ງນັ້ນ, ການອອກດຳລັດຈຶ່ງມີ ເປົ້າໝາຍ ເພື່ອກຳນົດລາຍລະອຽດ ການລະເມີດ, ແຍກປະເພດການ ປັບໃໝ ແລະ ວາງອັດຕາການປັບ ໃໝຕາມແຕ່ລະກໍລະນີ ເພື່ອໃຫ້ການ ນຳໃຊ້ມາດຕະການຕໍ່ຜູ້ລະເມີດມີ ຄວາມຊັດເຈນ, ຮັດກຸມ ແລະ ເປັນ ເອກະພາບໃນຂອບເຂດທົ່ວປະເທດ. ພ້ອມນີ້, ກະຊວງການເງິນ ໄດ້ຮ່າງ ຄຳແນະນຳ ເພື່ອອະທິບາຍ ແລະ ກຳນົດຫລັກການບາງມາດຕາຂອງ ດຳລັດ ໃຫ້ສາມາດນຳໄປຈັດຕັ້ງປະ ຕິບັດໄດ້ຖືກຕ້ອງ, ສອດຄ່ອງກັບ ລະບຽບການ ແລະ ສະພາບຕົວຈິງ ພ້ອມທັງສຸມໃສ່ໃຫ້ແຕ່ລະພາກສ່ວນ ມີສ່ວນຮ່ວມໃນການປົກປັກຮັກສາ ແລະ ນຳໃຊ້ຊັບສິນຂອງລັດໃຫ້ເກີດ ປະໂຫຍດສູງສຸດ ພ້ອມທັງຂຸດຄົ້ນ ແຫລ່ງລາຍຮັບຈາກຊັບສິນ ເພື່ອ ນຳສົ່ງເຂົ້າງົບປະມານໃຫ້ຖືກຕ້ອງ ແລະ ທັນຕາມກຳນົດເວລາ, ອີກ ປະເດັນສຳຄັນ ແມ່ນກົມຄຸ້ມຄອງ ຊັບສິນແຫ່ງລັດ ໄດ້ສ້າງຮ່າງວິໄສ ທັດຮອດປີ 2040 ແລະ ຮ່າງຍຸດ ທະສາດການຄຸ້ມຄອງຊັບສິນຂອງ ລັດຮອດປີ 2035 ເພື່ອເປັນແນວ ທາງ ແລະ ກຳນົດທິດທາງໃນການ ຄຸ້ມຄອງ, ຕິດຕາມ ແລະ ກວດກາ ການນຳໃຊ້ຊັບສິນຂອງລັດ ໃຫ້ເປັນ ລະບົບ, ຄົບຊຸດ, ລວມສູນ ແລະ ເປັນ ເອກະພາບກັນ. ໃນກອງປະຊຸມ ຜູ້ເຂົ້າຮ່ວມຍັງ ໄດ້ນຳສະເໜີ ແລະ ປະກອບຄຳຄິດ ເຫັນຕໍ່ຮ່າງວິໄສທັດ ແລະ ຮ່າງຍຸດ ທະສາດດັ່ງກ່າວ ໂດຍຮັບຟັງຄຳຄິດ ເຫັນ, ຂໍ້ສະເໜີ ແລະ ປະສົບການ ຈາກບັນດາພາກສ່ວນກ່ຽວຂ້ອງ ເພື່ອນຳໄປປັບປຸງເນື້ອໃນໃຫ້ມີ ຄວາມເໝາະສົມ. ຂ່າວ: ມະນີວອນ ກິດຈະກຳ ຈະເລີ່ມແຕ່ວັນທີ 24-26 ຕຸລາ 2026 ປະກອບມີ: ບຸນມະຫາ ຊາດນະມັດສະການພະທາດຈອມສີ, ການສະແດງສິລະປະພື້ນເມືອງຂອງ ຫລວງພະບາງ, ທ່ຽວຊົມຄວາມ ງົດງາມໄຟແສງສີ ການໄຕ້ປະທີບ (ໂຄມໄຟ) ຕາມວັດແຕ່ລະແຫ່ງ, ພິສດແມ່ນການປະກາດຜົນການ ແຂ່ງຂັນເຮືອໄຟ. ໂອກາດນີ້, ທ່ານ ສະເຫວີຍ ສີລາ ວັນ ໄດ້ມີທິດຊີ້ນໍາໃຫ້ແຕ່ລະອະນຸ ກໍາມະການ ຈົ່ງເພີ່ມທະວີຄວາມ ເອົາໃຈໃສ່ດ້ວຍຄວາມຮັບຜິດຊອບ ສູງ, ເຮັດໃຫ້ການຈັດບຸນອອກພັນ ສາປະວໍລະນາໄຫລເຮືອໄຟໃນປີ ນີ້ເຕັມໄປດ້ວຍບັນຍາກາດທີ່ຄຶກ ຄື້ນມ່ວນຊື່ນ, ມີຄວາມສະຫງົບປອດໄພ ແນໃສ່ເພື່ອດຶງດູດເອົານັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດເຂົ້າມາທ່ຽວຊົມນະຄອນ ຫລວງພະບາງໃຫ້ນັບມື້ນັບຫລາຍ ຂຶ້ນ. ຂ່າວ-ພາບ: ທອງດາ ທີບພະວົງ
RkJQdWJsaXNoZXIy MTc3MTYxMQ==