01/10/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ແສງສະຫວັນັ ໂດຍ: ແສງຈັນັນ dkg2,y ik37]k; lh k'7;k,xtma [.9.sh z6h cmolkdq o .odv'xt-5 , 3RC-CCM 8a d[kf ,= ]tfq dmk'9y f.9 c]t ;y 4u -u ;y fva ofu 'k,0v'-k;r5 f ຂປລ. ເພື່ອເຜີຍແຜ່ ແລະ ສົ່ງ ເສີມສິນຄ້າລາວເປັນທີ່ຮູ້ຈັກໃນເວທີ ສາກົນ, ລັດຖະບານໄດ້ຊຸກຍູ້ໃຫ້ ບັນດາຜູ້ປະກອບການລາວເຂົ້າມາ ມີສ່ວນຮ່ວມ ໃນກອງປະຊຸມທົບ ທວນສົນທິສັນຍາວ່າດ້ວຍການເກືອ ດຫ້າມລະເບີດລູກຫວ່ານຮອບວຽນ ຂປລ. ການຕັກບາດ ແມ່ນຂະ ນົບທຳນຽມປະເພນີອັນດີງາມຂອງ ຊາວພຸດທີ່ໄດ້ສືບທອດປະຕິບັດກັນ ມາຢ່າງຍາວນານຈົນກາຍເປັນ ສ່ວນໜຶ່ງຂອງວິຖີຊີວິດປະຈຳວັນ. ໃນທຸກໆເຊົ້າ, ພະພິຂຸສົງ-ສາມະ ເນນ ຈະອອກບິນທະບາດຕາມໝູ່ ບ້ານ ເພື່ອຮັບອາຫານຈາກຍາດ ໂຍມຂະນະທີ່ພຸດທະສາສະນິກະຊົນ ຖືໂອກາດເຮັດບຸນ ແລະ ອຸປະຖຳ ພະພຸດທະສາສະໜາ. ການອອກ ບິນທະບາດ ນອກຈາກເປັນກິດວັດ ປະຈຳວັນຂອງພະພິຂຸສົງແລ້ວ, ຍັງ ເປັນການສະແດງເຖິງຄວາມສຳພັນ ລະຫວ່າງພະສົງ ແລະ ຍາດໂຍມ. ພະສົງອາໄສອາຫານຈາກການບິນ ທະບາດເພື່ອບຳລຸງຮ່າງກາຍໃຫ້ມີ ກຳລັງແຮງໃນການສຶກສາພະທຳ ແລະ ປະຕິບັດທຳ. ສ່ວນຍາດໂຍມ ກໍອາໄສໂອກາດນີ້ເພື່ອສ້າງບຸນກຸສົນ ແລະ ອຸທິດສ່ວນກຸສົນໃຫ້ແກ່ບັນດາ ຍາດຕິພີ່ນ້ອງຜູ້ລ່ວງລັບໄປແລ້ວ ຕາມຄວາມເຊື່ອ. ໃນເວລາອອກບິນທະບາດ ພະສົງຈະຖືບາດດ້ວຍສອງມື ແລະ ຍ່າງດ້ວຍອາການສຳລວມບໍ່ຮ້ອງຂໍ ຫລື ສະແດງກິລິຍາຮຽກຮ້ອງ ອາຫານຈາກຍາດໂຍມ. ໂດຍທົ່ວ ໄປການບິນທະບາດຈະເຮັດໃນ ຕອນເຊົ້າກ່ອນເວລາສັນອາຫານ. ສ່ວນອາຫານທີ່ຍາດໂຍມນຳມາ ຖວາຍ ຄວນເປັນອາຫານທີ່ສະອາດ ປອດໄພ ແລະ ເໝາະສົມສຳລັບ ພະສົງເຊັ່ນ: ເຂົ້າໜຽວ, ໝາກໄມ້, ເຂົ້າໜົມ ຫລື ອາຫານສຳເລັດຮູບທີ່ ສະອາດ. ນອກຈາກນີ້, ຜູ້ຮ່ວມໃສ່ ບາດຄວນເຮັດດ້ວຍຄວາມສຳລວມ ແລະ ເຄົາລົບ ໂດຍຜູ້ຍິງຄຸເຂົ່າ, ສ່ວນ ຜູ້ຊາຍອາດນັ່ງ ຫລື ຢືນໃສ່ບາດຕາມ ຄວາມເໝາະສົມ. ກ່ອນໄປຕັກບາດ ຄວນແຕ່ງກາຍສຸພາບຮຽບຮ້ອຍ ແລະ ຈັດກຽມສິ່ງຂອງທີ່ຈະຖວາຍ ໃຫ້ສະອາດ ແລະ ຖືກຫລັກສຸຂະອະ ນາໄມ. ສຳລັບເງິນຄວນແຍກໃສ່ ຕ່າງຫາກບໍ່ຄວນໃສ່ປົນກັບອາຫານ ໃນບາດ. ດັ່ງນັ້ນ ໃນການຈັດຫາ ເຄື່ອງໃສ່ບາດຄວນຄຳນຶງເຖິງຫລັກ ສຳຄັນຕ່າງໆ ດັ່ງນີ້: ໜຶ່ງ.ຶ່ ເລືອກອາຫານທີ່ເໝາະສົມ: ເຄື່ອງໃສ່ບາດຄວນເປັນອາຫານທີ່ ພະສົງສາມາດສັນໄດ້ ເຊັ່ນ: ເຂົ້າ ໜຽວ ແລະ ອາຫານທີ່ປຸງສຸກແລ້ວ. ຈຸດປະສົງຂອງການບິນທະບາດ ຫລື ຕັກບາດແມ່ນການຖວາຍ ອາຫານ ເພື່ອອຸປະຖຳພະສົງໃຫ້ມີ ອາຫານຫລໍ່ລ້ຽງຮ່າງກາຍ ເພື່ອ ດຳລົງຊີວິດ ແລະ ປະຕິບັດທຳບໍ່ ແມ່ນເພື່ອສະໜອງຕາມຄວາມຢາກ ຫລື ກິເຫລດຄວາມຢາກ. ດັ່ງນັ້ນ, ບໍ່ຄວນໃສ່ບາດໃນປະລິມານຫລາຍ ຈົນເຫລືອຖິ້ມ ແລະ ຄວນເລືອກ ອາຫານທີ່ມີປະໂຫຍດ. ສອງ: ຄວນຫລີກລ່ຽງຊີ້ນທີ່ ຫ້າມຕາມຫລັກພຸດທະສາສະໜາ: ຊີ້ນທີ່ຫ້າມຖວາຍ ຫລື ພະພິຂຸບໍ່ຄວນ ສັນຕາມຫລັກພຸດທະສາສະໜາເອີ້ນ ວ່າ: “ມັງສັງ” ໄດ້ແກ່ ຊີ້ນມະນຸດ, ຊ້າງ, ມ້າ, ໝາ, ງູ, ສິງ, ເສືອແລະໝີ. ສາມ: ຊີ້ນທີ່ໄດ້ມາຈາກການທີ່ ບຸກຄົນນັ້ນຕັ້ງໃຈຈະຂ້າສັດ ໂດຍມີ ຈຸດປະສົງຫລັກຄືເພື່ອທີ່ຈະເອົາຊີ້ນ ມາຖວາຍພະພິຂຸສົງ ໂດຍສະເພາະ ແລະ ພະພິຂຸສົງຮູ້ວ່າ ຊີ້ນນັ້ນມາຈາກ ການຂ້າ ເພື່ອທີ່ຈະນຳມາຖວາຍ ຕົນ ໂດຍສະເພາະ, ຂໍ້ນີ້ເປັນພຸດທະ ບັນຍັດຫລັງຈາກພະເທວະທັດສະ ເໜີໃຫ້ພະພຸດທະເຈົ້າຫ້າມບໍ່ໃຫ້ ພະພິຂຸສົງສັນຊີ້ນຕະຫລອດຊີວິດ ແຕ່ພະພຸດທະເຈົ້າບໍ່ອະນຸຍາດໃຫ້ ເປັນໄປຕາມສັດທາຂອງແຕ່ລະຄົນ ແລະ ບໍ່ຫ້າມພະພິຂຸສົງສັນຊີ້ນໃນ 3 ກໍລະນີຄື ບໍ່ຮູ້ວ່າເຂົາເຈົ້າຂ້າ, ບໍ່ເຫັນ ເຂົາເຈົ້າຂ້າ, ບໍ່ໄດ້ຍິນວ່າເຂົາເຈົ້າ ຂ້າເພື່ອເຮົາ. ສີ່:ີ່ ພືດພັນທັນຍາຫານທີ່ມີແກ່ນ ຫລື ໃນບໍ່ສາມາດນຳໄປຕັກບາດ ໄດ້ເພາະຖືວ່າແກ່ນຂອງພືດນັ້ນຍັງ ສາມາດໃຫ້ກຳເນີດຊີວິດໄດ້ຢູ່, ຖ້າ ຈະຖວາຍຕ້ອງເອົາແກ່ນອອກກ່ອນ. ຂໍ້ນີ້ມາຈາກພຸດທະບັນຍັດທີ່ຫ້າມບໍ່ ໃຫ້ພະພິຂຸສົງແຕ່ງຢູ່ຄົວກິນເພາະ ການແຕ່ງກິນນັ້ນຈະຕ້ອງມີການຂ້າ, ການພາກຂອງສີຂຽວ ຫລື ຕົ້ນໄມ້, ໃບຫຍ້າທີ່ມີຮາກຕິດຢູ່ພື້ນດິນ, ຖ້າ ພະສົງເຮັດໃຫ້ຫລຸດອອກຈາກລຳ ຕົ້ນ ຫລື ເຮັດໃຫ້ພົ້ນຈາກພື້ນດິນ ເປັນອາບັດ. ຫ້າ: ້ນອກຈາກນີ້ ກໍມີເຂົ້າສານ, ແປ້ງ, ຜັກ, ປາ, ຊີ້ນ ເພາະຕາມຫລັກ ສາສະໜາບໍ່ອະນຸຍາດໃຫ້ພະພິຂຸສົງ ແຕ່ງກິນ. ສະນັ້ນ, ການຕັກບາດທີ່ດີ ຈຶ່ງ ບໍ່ແມ່ນພຽງການນຳອາຫານໄປ ໃສ່ບາດເທົ່ານັ້ນ ແຕ່ຄວນເປັນການ ໃຫ້ທານດ້ວຍຈິດໃຈທີ່ເຄົາລົບຮູ້ຈັກ ຄວາມພໍດີເລືອກສິ່ງຂອງທີ່ເໝາະ ສົມ ແລະ ບໍ່ເບິ່ງຂ້າມຫລັກພຸດທະ ບັນຍັດ. ທັງນີ້ ກໍເພື່ອໃຫ້ການເຮັດ ບຸນເປັນໄປຢ່າງຖືກຕ້ອງເໝາະສົມ ແລະ ເກີດປະໂຫຍດທັງແກ່ຜູ້ໃຫ້ ແລະ ຜູ້ຮັບ. ທີ 3 (3RC-CCM) ທີ່ຈັດຂຶ້ນຢູ່ ຫໍປະຊຸມແຫ່ງຊາດ ໃນກາງເດືອນ ຜ່ານມາ, ໃນນັ້ນ ກາເຟມິຣາໂຄ ລາວ ໄດ້ເຂົ້າຮ່ວມບໍລິການກາເຟ ແກ່ບັນດາຜູ້ແທນ ແລະ ແຂກຈາກ ຫລາຍປະເທດ ໂດຍໄດ້ຮັບການ ຕອບຮັບເປັນຢ່າງດີ. ທ່ານນາງຕຸກລາວັນນິດາວອນ ຕົວແທນຈາກກາເຟມິຣາໂຄລາວ ໄດ້ໃຫ້ສໍາພາດວ່າ: ການເຂົ້າຮ່ວມ ຮັບໃຊ້ກອງປະຊຸມໃນຄັ້ງນີ້, ທາງ ຮ້ານໄດ້ບໍລິການກາເຟປະເພດ 3 in 1 ແລະ ກາເຟເມັດ (ກາເຟດຳ) ໂດຍສະເລ່ຍ ປະມານ 800 ຈອກຕໍ່ ມື້. ໂດຍສະເພາະກາເຟດຳ ຊຶ່ງໃຊ້ ເມັດກາເຟປະມານ 5 ຫາ 8 ກິໂລ ຕໍ່ມື້ ແລະ ໄດ້ຮັບຄວາມນິຍົມຈາກ ບັນດາແຂກ ແລະ ຜູ້ແທນຕ່າງ ປະເທດທີ່ເຂົ້າຮ່ວມປະຊຸມ. ກາເຟ ມິຣາໂຄລາວ ເປັນຜະລິດຕະພັນທີ່ ຜະລິດໂດຍຄົນລາວແທ້ 100%, ໂດຍມີໂຮງງານຜະລິດຢູ່ 2 ແຫ່ງ ຄື: ນະຄອນປາກເຊ (ແຂວງຈຳ ປາສັກ) ແລະ ບ້ານດອນກອຍ (ນະຄອນຫລວງວຽງຈັນ), ສ່ວນ ສຳນັກງານ ຫລື ຫ້ອງການຈຳໜ່າຍ ຕັ້ງຢູ່ບ້ານສີດຳດວນ, ເມືອງຈັນທະ ບູລີ, ນະຄອນຫລວງວຽງຈັນ. ຜະ ລິດຕະພັນດັ່ງກ່າວມີຫລາຍຮູບ ແບບ, ມີຄຸນນະພາບດີ, ລົດຊາດ ແຊບ ແລະ ລາຄາບໍ່ແພງທຸກໆຄົນ ສາມາດຈັບຕ້ອງໄດ້. ທ່ານ ນາງ ຕຸກລາວັນ ນິດາວອນ ໄດ້ສະແດງຄວາມຂອບໃຈຢ່າງ ສຸດຊຶ້ງຕໍ່ລັດຖະບານ ແລະ ຄະນະ ຈັດງານທີ່ໄດ້ໃຫ້ໂອກາດກາເຟມິ ຣາໂຄລາວ ແລະ ບັນດາຜູ້ປະກອບ ການລາວໄດ້ເຂົ້າມາມີສ່ວນຮ່ວມ ໃນງານລະດັບຊາດ ແລະ ສາກົນ ຄັ້ງນີ້. ພ້ອມທັງເຊີນຊວນປະຊາຊົນ ຮ່ວມກັນອຸດໜູນຜະລິດຕະພັນກາເຟ ລາວ ຊຶ່ງປັດຈຸບັນມີວາງຈຳໜ່າຍຢູ່ ຕາມຮ້ານຄ້າ ແລະ ຮ້ານຄ້າຊັ້ນນຳ ທົ່ວໄປເຊັ່ນ: D-Mart, J-Mart, 7-Eleven, Kok Kok Mini ແລະ ຮ້ານຄ້າອື່ນໆ.
RkJQdWJsaXNoZXIy MTc3MTYxMQ==