7376

01/10/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ສຳເລັດ...ັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ vq 'dkocr]olkdq o xt9e]k; -j ;pgs]n vxt-k-q o 500 7v[7q ; muj 4n doE4h ;, 16j s];'oEmk ຄະນະຜູ້ແທນລາວ...ູ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ lts;a ootg0f lts]v';a o3r-tokdko csj '-kf c]t vkmy flkdq o]h P']6 dfh ;poq ,c,j ຂປລ. ອົງການແພລນສາກົນ ສປປ ລາວ ໄດ້ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນການຕອບໂຕ້ ສຸກເສີນ ເພື່ອຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ແຂວງຫລວງນໍ້າທາ ຊຶ່ງນຳພາ ໂດຍພາກລັດຖະບານ ຜ່ານການ ຊ່ວຍເຫລືອສຸກເສີນທີ່ສຸມໃສ່ການ ແຈກຢາຍອາຫານ, ນ້ຳສະອາດ ແລະ ອຸປະກອນດ້ານສຸຂານາໄມ (WASH) ໃຫ້ແກ່ປະຊາຊົນ 500 ຄອບຄົວ ທີ່ຖືກຜົນກະທົບ ລວມມີ 2.258 ຄົນ, ຍິງ 1.064 ຄົນ ຢູ່ ເມືອງຫລວງນໍ້າທາ ຊຶ່ງພິທີມອບຮັບການຊ່ວຍເຫລືອດັ່ງກ່າວຈັດຂຶ້ນ ໃນວັນທີ 29 ກັນຍາ 2026 ນີ້. ການປະເມີນເບື້ອງຕົ້ນຂອງພາກ ລັດແລະອົງການດ້ານມະນຸດສະທຳ ໃຫ້ຮູ້ວ່າ: ມີປະຊາຊົນ 24.849 ຄົນ ລວມທັງນັກຮຽນທີ່ຕ້ອງຍົກຍ້າຍ 1.654 ຄົນ ໄດ້ຮັບຜົນກະທົບຈາກ ນໍ້າຖ້ວມຮ້າຍແຮງໃນວົງກວ້າງ; ເຮືອນປະຊາຊົນເສຍຫາຍໜັກ 12 ຫລັງ, ນ້ຳຖ້ວມໂຮງຮຽນ29 ແຫ່ງ, ລະບົບນ້ຳດື່ມ ຕັດຂາດ, ທຳລາຍລະ ບົບນ້ຳປະປາ 35 ແຫ່ງ ແລະ ສ້າງ ຄວາມເສຍຫາຍຢ່າງໜັກຕໍ່ພື້ນທີ່ ກະສິກໍາ ແລະ ໂຄງສ້າງພື້ນຖານທີ່ ສຳຄັນ. ວິກິດການນີ້, ສົ່ງຜົນຮ້າຍ ແຮງເປັນພິເສດຕໍ່ເດັກຍິງ ແລະ ແມ່ ຍິງໄວໜຸ່ມ ຊຶ່ງຜະເຊີນກັບຄວາມ ສ່ຽງສູງຂຶ້ນຕໍ່ຄວາມຮຸນແຮງທາງ ເພດ, ການຂາດໂອກາດທາງການ ສຶກສາ ແລະ ຄວາມຫຍຸ້ງຍາກດ້ານ ສຸຂານາໄມໃນໄລຍະມີປະຈຳເດືອນ ລະຫວ່າງໄພພິບັດ. ທ່ານ ກວາງ ຢາ ຈັນ (Quang Gia Tran) ຮັກສາການຜູ້ອຳນວຍ ການປະຈຳປະເທດ ແລະ ຜູ້ຈັດການ ພັດທະນາທຸລະກິດ ຂອງ ອົງການ ແພລນສາກົນ ສປປ ລາວ ໄດ້ກ່າວ ວ່າ: ເດັກນ້ອຍ ແລະ ເດັກຍິງ ແມ່ນ ກຸ່ມທີ່ມີຄວາມສ່ຽງສູງສຸດໃນຍາມ ວິກິດ, ແຕ່ການຟື້ນຟູຈະປະສົບຜົນ ສຳເລັດໄດ້ກໍຕ້ອງອາໄສການສະ ໜັບສະໜູນຄອບຄົວທີ່ປະສົບໄພທັງ ໝົດ. ໄພພິບັດຄັ້ງນີ້, ໄດ້ເປັນອຸປະ ສັກການເຂົ້າເຖິງນ້ຳສະອາດ, ການ ປິ່ນປົວ, ການສຶກສາ ແລະ ການບໍລິ ການສຳຄັນອື່ນໆ ສຳລັບຫລາຍພັນ ຄົນ. ອົງການແພລນສາກົນ ສປປ ລາວ ກຳລັງລະດົມຊັບພະຍາກອນ ເພື່ອໃຫ້ການຊ່ວຍເຫລືອທີ່ຈຳເປັນຕໍ່ ຊີວິດ ໃຫ້ສາມາດເຂົ້າເຖິງເດັກນ້ອຍ, ຄອບຄົວ ແລະ ຊຸມຊົນທີ່ໄດ້ຮັບຜົນ ກະທົບໜັກທີ່ສຸດໂດຍໄວທີ່ສຸດ. ໂດຍປະສານງານຢ່າງໃກ້ຊິດ ກັບຄະນະກຳມາທິການຄຸ້ມຄອງໄພ ພິບັດຂັ້ນແຂວງ, ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ, ອົງການແພລນ ສາກົນ ສປປ ລາວ ກຳລັງດຳເນີນ ການຊ່ວຍເຫລືອສຸກເສີນມູນຄ່າ 20.000 ເອີໂຣ. ກິດຈະກຳຕອບໂຕ້ ສຸກເສີນລວມມີການແຈກຢາຍເຄື່ອງ ອຸປະໂພກ-ບໍລິໂພກເປັນຕົ້ນອາຫານ, ເຂົ້າສານ ແລະ ອາຫານຈຳເປັນ, ນ້ຳດື່ມສະອາດ ແລະ ຊຸດອະນາໄມ ຮ່າງກາຍ ລວມທັງອຸປະກອນສຸຂາ ນາໄມສຳລັບການເປັນປະຈຳເດືອນ ຂອງແມ່ຍິງ ແລະ ເດັກຍິງ ໃຫ້ແກ່ ຊຸມຊົນທີ່ປະສົບໄພນ້ຳຖ້ວມ. ທ່ານ ກວາງ ຢາ ຈັນ ຍັງກ່າວ ອີກວ່າ: ພວກເຮົາຕ້ອງດຳເນີນການ ຢ່າງຮີບດ່ວນ ບໍ່ພຽງແຕ່ເພື່ອຕອບ ສະໜອງຄວາມຕ້ອງການຂັ້ນພື້ນ ຖານສຳລັບການຢູ່ລອດເທົ່ານັ້ນ, ແຕ່ຍັງເພື່ອປົກປ້ອງສິດ ແລະ ສັກ ສີຄວາມເປັນມະນຸດຂອງເດັກຍິງ ແລະ ເດັກນ້ອຍຕະຫລອດວິກິດການ ໃນຄັ້ງນີ້. ຂໍ້ມູນ-ພາບ: ອົງການແພລນສາກົນ ສປປ ລາວ ທີ່ຈະຈັດຂຶ້ນໃນເດືອນພະຈິກ 2026 ທີ່ມະນິລາ ປະເທດຟິລິບປິນ. ນອກ ມີສໍາມະນາກອນຈາກ 5 ປະເທດ ຄື: ສປປ ລາວ, ລາຊະອານາຈັກກໍາ ປູເຈຍ, ລາຊະອານາຈັກໄທ, ອິນໂດ ເນເຊຍ ແລະ ມາເລເຊຍ ເຂົ້າຮ່ວມ. ຕະຫລອດໄລຍະຝຶກອົບຮົມ 21 ວັນ, ສໍາມະນາກອນ ເອົາໃຈໃສ່ຄົ້ນ ຄວ້າ16ຫົວຂໍ້ຄື: ສະພາບການ, ຜົນ ສໍາເລັດນັບແຕ່ການປະຕິຮູບ ແລະ ການເປີດປະເທດຂອງ ສປ ຈີນ; ລະບົບການເມືອງຂອງ ສປ ຈີນ; ແນວຄິດການບໍລິຫານ-ປົກຄອງ ຂອງບັນດາຜູ້ນໍາຈີນ; ການປົກຄອງ ຂປລ. ພິທີສະເຫລີມສະຫລອງ ວັນໂພຊະນາການແຫ່ງຊາດ ແລະ ອາທິດສາກົນສົ່ງເສີມການລ້ຽງລູກ ດ້ວຍນົມແມ່ ປະຈຳປີ 2026 ພາຍ ໃຕ້ຄຳຂວັນ “ເພື່ອການເລີ່ມຕົ້ນຊີ ວິດທີ່ດີ ແລະ ຍືນຍົງ ທຸກພາກສ່ວນ ຕ້ອງສົ່ງເສີມການລ້ຽງລູກດ້ວຍ ນ້ຳນົມແມ່” ຈັດຂຶ້ນໃນວັນທີ 29 ກັນຍາ 2026 ທີ່ໂຮງຮຽນອະນຸ ບານມິດຕະພາບ ສະຫວັນນະເຂດກວາງບິງ ໂດຍມີທ່ານ ດຣ. ຜາລີ ສີບຸນຍາ ວ່າການຫົວໜ້າພະແນກ ສາທາລະນະສຸກ ແຂວງສະຫວັນ ນະເຂດ ພ້ອມດ້ວຍພະແນກການ, ອົງການອ້ອມຂ້າງ, ພະນັກງານ ແພດ-ໝໍ, ຄູອາຈານ, ນັກຮຽນ ແລະ ຜູ້ປົກຄອງນັກຮຽນ ເຂົ້າຮ່ວມ. ການຈັດງານໃນຄັ້ງນີ້ ເພື່ອເຜີຍ ແຜ່ ແລະ ສ້າງຄວາມຮູ້-ຄວາມເຂົ້າ ໃຈແກ່ປະຊາຊົນ ໂດຍສະເພາະພໍ່ ແມ່ຜູ້ປົກຄອງ ໃຫ້ເຫັນເຖິງຄຸນຄ່າ ຂອງໂພຊະນາການ ແລະ ຄວາມ ສຳຄັນຂອງການລ້ຽງລູກດ້ວຍນ້ຳ ນົມແມ່, ພ້ອມທັງສົ່ງເສີມການດູແລ ສຸຂະພາບ ແລະ ໂພຊະນາການຂອງ ເດັກນ້ອຍອາຍຸຕ່ຳກວ່າ 5 ປີ. ໃນໂອກາດນີ້, ທ່ານ ດຣ. ຜາລີ ສີບຸນຍາ ໄດ້ກ່າວເຖິງຈຸດປະສົງ ແລະ ຄວາມໝາຍຂອງການຈັດ ງານ, ພ້ອມທັງມີການນຳສະເໜີປະ ຫວັດ ແລະ ຄວາມເປັນມາຂອງອາ ທິດສາກົນສົ່ງເສີມການລ້ຽງລູກ ດ້ວຍນົມແມ່ລວມທັງຄວາມເປັນມາ ຂອງວັນໂພຊະນາການແຫ່ງຊາດ. ພາຍໃນງານ ຍັງມີກິດຈະກຳ ກວດສຸຂະພາບແຂ້ວ ໃຫ້ເດັກນ້ອຍ, ວັດແທກສ່ວນສູງ ແລະ ຕິດຕາມ ການຈະເລີນເຕີບໂຕຕາມມາດຕະ ຖານ ດ້ານໂພຊະນາການ, ພ້ອມທັງ ແຈກຢາຍອາຫານທີ່ປຸງແຕ່ງຈາກ ພືດຜັກ ແລະ ວັດຖຸດິບທ້ອງຖິ່ນທີ່ຄົບ ຖ້ວນດ້ານສານອາຫານໃຫ້ແກ່ເດັກ ນ້ອຍຕື່ມອີກ. ນອກຈາກນີ້, ຍັງມີກິດ ຈະກໍາຟ້ອນ, ເຕັ້ນປະກອບເພງ ແລະ ການສະແດງຕ່າງໆຂອງນ້ອງນ້ອຍ ນັກຮຽນ ຊຶ່ງເປັນການສ້າງບັນຍາ ກາດໃຫ້ງານດັ່ງກ່າວມີຄວາມຄຶກ ຄື້ນ ແລະ ເປີດໂອກາດໃຫ້ເດັກນ້ອຍ ໄດ້ກ້າສະແດງອອກ. ການຈັດກິດຈະ ກຳຄັ້ງນີ້, ຖືເປັນອີກໜຶ່ງກິດຈະກໍາ ທີ່ຊ່ວຍສ້າງຄວາມຮູ້, ປູກຈິດສຳ ນຶກ ແລະ ສົ່ງເສີມພໍ່ແມ່ຜູ້ປົກຄອງ ແລະ ທຸກພາກສ່ວນ ໃຫ້ຮ່ວມກັນໃສ່ ໃຈຕໍ່ໂພຊະນາການ, ສຸຂະພາບແລະ ການລ້ຽງດູເດັກນ້ອຍ ເພື່ອວາງພື້ນ ຖານໃຫ້ເດັກມີສຸຂະພາບດີແລະ ເຕີບ ໃຫຍ່ຢ່າງມີຄຸນນະພາບ. ນັ້ນ, ກອງປະຊຸມຍັງໄດ້ຮັບຟັງການ ສະເໜີບົດ ແລະ ແລກປ່ຽນຄຳຄິດ ຄຳເຫັນ ກ່ຽວກັບວຽກງານດ້ານພະ ລັງງານຂອງ ສປປລາວ ແລະ ການ ຮ່ວມມືດ້ານພະລັງງານຂອງອາ ຊຽນ ເຊັ່ນ: ແຜນຍຸດທະສາດການ ພັດທະນາພະລັງງານແຫ່ງຊາດ, ສະພາບການດ້ານພະລັງງານ, ຍຸດ ທະສາດການຄ້າໄຟຟ້າຂ້າມຊາຍ ແດນຮ່ວມກັບປະເທດເພື່ອນບ້ານ, ດ້ວຍກົດໝາຍຂອງ ສປ ຈີນ, ເສດ ຖະກິດດີຈິຕອນ, ການທູດເສດຖະ ກິດ, ການເຊື່ອມໂຍງ-ເຊື່ອມຈອດ ການສ້າງແລວທາງເສດຖະກິດ ແລະ ເສັ້ນທາງຄົມມະນາຄົມຫລັກ, ການບໍລິການພາກລັດອັດສະລິຍະ ເພື່ອສົ່ງເສີມການຫັນເປັນທັນສະ ໄໝດ້ານການບໍລິຫານ-ປົກຄອງ; ບົດຮຽນຕົວຈິງຂອງ ສປ ຈີນ ໃນ ການແກ້ໄຂຄວາມທຸກຍາກແບບມີ ເປົ້າໝາຍ-ຈຸດສຸມ, ການບໍລິຫານປົກຄອງສັງຄົມ, ການບໍລິການສາ ທາລະນະ ແລະ ການມີສ່ວນຮ່ວມ ຂອງແມ່ຍິງໃນການ ເມືອງ ແລະ ຫົວຂໍ້ອື່ນໆ. ພ້ອມນີ້, ສໍາມະນາກອນ ໄດ້ຮ່ວມກັນແລກປ່ຽນບົດຮຽນ, ຄວາມຮູ້ ແລະ ປະສົບການດ້ານ ການປັບປຸງການປົກຄອງໃຫ້ທັນ ສະໄໝ ຈາກພາກສ່ວນຂອງ ສປ ຈີນ, ທັງໄປທັດສະນະຢ້ຽມຢາມ ພາກສ່ວນຕ່າງໆຂອງລັດຖະບານ ແລະບັນດາວິສາຫະກິດຫລາຍແຫ່ງ ຢູ່ນະຄອນຫລວງປັກກິ່ງ, ນະຄອນ ຊຽງໄຮ້ ແລະ ເເຂວງຊູໂຈ ຕື່ມອີກ. ໂອກາດນີ້, ທ່ານ ນາງ ຈ້າວ ເຈີ້ນ (Dr. Zhao Zhen) ຮອງ ຫົວໜ້າສະຖາບັນການພັດທະນາ ຜູ້ບໍລິ ຫານ ໄດ້ມີຄໍາເຫັນວ່າ: ຈີນ ແລະ ບັນດາປະເທດອາຊຽນ ເປັນ ປະເທດເພື່ອນບ້ານທີ່ໃກ້ຊິດ ແລະ ເປັນຄູ່ຮ່ວມມືທີ່ໄວ້ວາງໃຈກັນ ໂດຍ ມີອະນາຄົດຮ່ວມກັນ, ທັງສອງຝ່າຍ ຕ່າງຍຶດໝັ້ນໃນການຫັນເປັນທັນ ສະໄໝຂອງປະເທດຕົນ ແລະ ການ ປັບປຸງການປົກຄອງ ໂດຍດຳເນີນ ເສັ້ນທາງການພັດທະນາທີ່ແທດ ເໝາະກັບສະພາບຕົວຈິງຂອງແຕ່ ລະປະເທດ; ບໍ່ມີຮູບແບບການປົກ ຄອງທັນສະໄໝໃດໜຶ່ງທີ່ສາມາດ ນຳໃຊ້ໄດ້ກັບທຸກປະເທດ, ພວກເຮົາ ຮ່ວມກັນຄົ້ນຫາແນວທາງການປົກ ຄອງທີ່ກວມລວມ, ຍືນຍົງ ແລະ ຍຶດຖືເອົາປະຊາຊົນເປັນໃຈກາງ, ພ້ອມທັງພະຍາຍາມສ້າງປະຊາຄົມ ຈີນ-ອາຊຽນ ທີ່ມີອະນາຄົດຮ່ວມ ອາຊຽນ ຈະສາມາດປະກອບສ່ວນ ດ້ວຍແນວທາງສະເພາະຂອງອາຊີ ແລະ ສະຕິປັນຍາແບບຕາເວັນອອກ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະ ພາບ ແລະ ການພັດທະນາຮ່ວມກັນ ທັງໃນພາກພື້ນ ແລະ ສາກົນ. ຂ່າວ-ພາບ: ທອງໄຊ ຈັນທະຄໍາ ກັນໃຫ້ແໜ້ນແຟ້ນຍິ່ງຂຶ້ນ ໂດຍມີ ສັນຕິພາບ, ຄວາມຮຸ່ງເຮືອງ ແລະ ມິດຕະພາບເປັນພື້ນຖານ. ການສຳ ມະນາຄັ້ງນີ້, ກາຍເປັນເວທີອັນມີຄຸນ ຄ່າ ສຳລັບການແລກປ່ຽນປະສົບ ການ ແລະ ແນວຄິດ, ຂ້າພະເຈົ້າ ຫວັງວ່າ ການສໍາມະນາຄັ້ງນີ້ຈະ ຊ່ວຍສົ່ງເສີມໃຫ້ແຕ່ລະປະເທດ ນຳ ເອົາບົດຮຽນໄປປັບໃຊ້ໃຫ້ເເທດ ເໝາະກັບສະພາບຕົວຈິງຂອງຕົນ, ຮັດເເໜ້ນສາຍພົວພັນມິດຕະພາບ ແລະ ຊຸກຍູ້ການຮ່ວມມືທີ່ເປັນຮູບ ປະທຳໃນຂົງເຂດຕ່າງໆ ພາຍໃຕ້ຂໍ້ ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”. ຜ່ານການຮ່ວມມືດັ່ງກ່າວ ຈີນ ແລະ ສິ່ງທ້າທາຍແລະທິດທາງໃນອະນາ ຄົດ ໂດຍສະເພາະການເຊື່ອມໂຍງ ລະຫວ່າງພະລັງງານທົດແທນ, ພະລັງງານແສງຕາເວັນຂະໜາດ ໃຫຍ່ແລະພະລັງງານລົມ ເພື່ອຫລຸດ ຜ່ອນການຜະລິດພະລັງງານຕາມ ລະດູການ, ການສ້າງໂຄງສ້າງດ້ານ ກົດໝາຍ, ດ້ານເຕັກນິກ ແລະ ດ້ານ ການດໍາເນີນງານ ແລະ ບຳລຸງຮັກ ສາ, ການຂະຫຍາຍການເຊື່ອມຕໍ່ຕາ ຂ່າຍໄຟຟ້າອາຊຽນ, ການປັບປຸງ ໂຄງສ້າງສາຍສົ່ງໄຟຟ້າພາຍໃນ ປະເທດໃຫ້ທັນສະໄໝຜ່ານການຍົກ ລະດັບຕາຂ່າຍໄຟຟ້າ, ການຫລຸດ ຜ່ອນການສູນເສຍດ້ານເຕັກນິກ ແລະ ການສົ່ງເສີມອຸດສາຫະກຳ ພາຍໃນ ແລະ ການເຕີບໂຕ ການຄ້າ ເອເລັກໂຕຣນິກ.

RkJQdWJsaXNoZXIy MTc3MTYxMQ==