@ 0j k; c]t gsfdko j 01/10/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ເລຂາທິການໃຫຍ່...ິ່ ສນຊ... ທ່ານ ນາງ ປານີ ຢາທ່ໍຕູ້ ສານອວຍພອນ... ໝັ້ນຄົງ ຍາວນານ ຕາມທິດ 4 ດີ ກໍຄື ຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ເຂັ້ມແຂງໜຽວແໜ້ນ ໃນທຸກສະພາບການຂອງຍຸກໃໝ່ ໄດ້ຮັບການເພີ່ມ ພູນຄູນສ້າງໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ເກີດດອກອອກຜົນເປັນກ້າວໆ ເພື່ອຜົນປະໂຫຍດລວມ ຂອງປະຊາຊົນສອງຊາດພວກເຮົາ. ສປປລາວພວກຂ້າພະເຈົ້າ ເວລາໃດກໍຖືສໍາຄັນເປັນພິເສດຕໍ່ການພົວພັນ ຮ່ວມມືກັບ ສປ ຈີນ ແລະ ຂ້າພະເຈົ້າ ມີຄວາມຍິນດີ ທີ່ຈະສືບຕໍ່ເຮັດວຽກ ຮ່ວມກັບ ສະຫາຍ ຢ່າງໃກ້ຊິດ ເພື່ອຊຸກຍູ້ຜັນຂະຫຍາຍເນື້ອໃນຈິດໃຈ ທີ່ເປັນ ເອກະພາບກັນ ລະຫວ່າງການນໍາຂັ້ນສູງ ຂອງສອງພັກ ແລະ ສອງລັດຖະ ບານ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍຜົນການພົບປະ ລະຫວ່າງ ສອງເລຂາທິການໃຫຍ່ ແລະ ສອງປະທານປະເທດ ລາວ-ຈີນ ໃນວັນທີ 05 ມິຖຸນາ 2026 ທີ່ຜ່ານມາ ທີ່ນະຄອນຫລວງປັກກິ່ງ ໃຫ້ປະກົດຜົນເປັນຈິງ ແລະ ຫວັງວ່າຈະມີໂອກາດເດີນທາງໄປຢ້ຽມຢາມທາງການ ແລະ ພົບປະ ກັບສະຫາຍ ໃນອະນາຄົດອັນໃກ້ນີ້. ຂໍຖືໂອກາດນີ້ອວຍພອນໄຊອັນປະເສີດ ແລະ ຈິງໃຈມາຍັງການນຳພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງທຸກຖ້ວນໜ້າ ຈົ່ງມີພະລານາໄມ ສົມບູນ, ມີຄວາມຜາສຸກແລະ ສືບຕໍ່ນໍາພາ ສປຈີນ ໃຫ້ປະສົບຜົນສຳເລັດໃໝ່ ໃຫຍ່ຫລວງກວ່າເກົ່າ ໃນພາລະກິດສ້າງສາປະເທດ ຕາມເສັ້ນທາງສັງຄົມ ນິຍົມທີ່ທັນສະໄໝ ຕາມສີສັນພິເສດຂອງຈີນ ແລະ ນໍາເອົາຄວາມຮຸ່ງເຮືອງ ສີວິໄລມາສູ່ປະຊາຊົນຈີນ. ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມຍຸດທະ ສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາ ຕາກຳ ລາວ-ຈີນ, ຈີນ-ລາວ ທີ່ເຂັ້ມແຂງ ໜຽວແໜ້ນ ໃນທຸກສະພາບການ ຂອງຍຸກໃໝ່ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ຈະເລີນງອກງາມຕະຫລອດໄປ. ໃນໂອກາດດຽວກັນ, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການ ສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ກໍໄດ້ສົ່ງສານອວຍພອນວັນຊາດເຖິງ ສະຫາຍ ຫວັງ ອີ້ ກໍາມະການ ກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ເນື່ອງໃນໂອກາດວັນສະຖາປະນາ ສາທາ ລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ ເຊັ່ນດຽວກັນ. ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ການປຶກສາຫາລືຄັ້ງນີ້, ໄດ້ສຸມ ໃສ່ການປະກອບຄຳຄິດຄຳເຫັນ ຢ່າງເລິກເຊິ່ງ ຕໍ່ກັບແຜນການຈັດ ບຸນກິນຈຽງ ຊຶ່ງເປັນຮີດຄອງປະ ເພນີອັນດີງາມທີ່ມີມູນເຊື້ອຄວາມ ເຊື່ອຖືມາເປັນເວລາຍາວນານ ແລະ ເປັນເອກະລັກທີ່ໂດດເດັ່ນຂອງຊົນ ເຜົ່າມົ້ງ. ພ້ອມນີ້, ກໍເພື່ອຮັບປະກັນ ໃຫ້ການຈັດບຸນນໍ້ເປ້ເຈົາ ດໍາເນີນໄປ ຢ່າງຖືກຕ້ອງຕາມຮີດຄອງປະເພນີ ທີ່ປູ່ຍ່າຕາຍາຍເຄີຍປະຕິບັດຜ່ານ ມາຢ່າງແທ້ຈິງ, ເປັນບຸນເຕົ້າໂຮມ ຄວາມສາມັກຄີປະຊາຊົນບັນດາ ເຜົ່າ, ເປັນກິດຈະກໍາໜຶ່ງໃນການ ສົ່ງເສີມ ແລະ ດຶງດູດນັກທ່ອງທ່ຽວ ທາງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມ. ກອງປະຊຸມຄັ້ງນີ້, ໄດ້ແລກປ່ຽນ ບົດຮຽນ ແລະ ທັດສະນະຢ່າງກົງ ໄປກົງມາ ເພື່ອວາງແຜນການກະ ກຽມດ້ານເນື້ອໃນ, ຂັ້ນຕອນການ ຈັດງານ, ການຮັກສາຄວາມສະ ຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍ ເພື່ອໃຫ້ບຸນປະເພນີໃນ ແຕ່ລະປີ ມີຄວາມເປັນເອກະພາບ ແລະ ໄດ້ຮັບຜົນສຳເລັດຢ່າງຈົບ ງາມຕາມຄາດໝາຍ. ສ່ວນວັນ, ເວລາ ທີ່ຈະອະນຸມັດຈັດບຸນນໍ້ເປ້ເຈົາ ໃນປີ 2026 ແມ່ນຍັງຢູ່ໃນຂັ້ນ ຕອນຄົ້ນຄວ້າ. ຫລັງຈາກນັ້ນ, ຈະ ມີຄໍາແນະນໍາລະອຽດເພື່ອແຈ້ງ ການເຖິງແນວລາວສ້າງຊາດ ແລະ ອົງການປົກຄອງແຕ່ລະຂັ້ນ ເພື່ອ ເປັນບ່ອນອີງໃນການຈັດຕັ້ງປະຕິ ບັດເປີດງານດັ່ງກ່າວ. ຂ່າວ-ພາບ: ຂິດ ສົ່ງເສີມ...ົ່ີ ໃນການລົງທະບຽນເຂົ້າກອງທຶນ ປະກັນສັງຄົມແຫ່ງຊາດ. ໂຄງການSOLAR II ຈະນຳໃຊ້ ແລະ ຜັນຂະຫຍາຍວິທີການເຫລົ່າ ນີ້ຢູ່ 16 ເມືອງ ໃນ 7 ແຂວງພາກ ເໜືອ ແລະ ພາກກາງ ເພື່ອເຂົ້າເຖິງ ແຮງງານ ແລະ ຜູ້ຜະລິດຂະໜາດ ນ້ອຍ ປະມານ 32.000 ຄົນ. ຄາດ ວ່າຜູ້ໄດ້ຮັບຜົນປະໂຫຍດຢ່າງໜ້ອຍ 50% ເປັນເພດຍິງ ແລະ ເປັນຊົນ ເຜົ່າ 25%. ໂຄງການດັ່ງກ່າວ, ຈັດຕັ້ງປະຕິບັດໂດຍອົງການແຮງ ງານສາກົນ ແລະ ອົງການOxfam ຮ່ວມກັບລັດຖະບານ, ອົງການຕາງ ໜ້າຜູ້ອອກແຮງງານ, ອົງການ ຕາງໜ້າຜູ້ໃຊ້ແຮງງານ ແລະ ອົງ ການຈັດຕັ້ງທາງສັງຄົມ ໂດຍຈະສຸມ ໃສ່ 4 ຂົງເຂດວຽກ ຄື: ການເຂົ້າ ເຖິງປະກັນສັງຄົມ, ສະຖານທີ່ເຮັດ ວຽກທີ່ປອດໄພ ແລະ ມີສຸຂະພາບດີ, ການເປັນຕົວແທນຮ່ວມກັນ, ການ ປຶກສາຫາລືທາງສັງຄົມແລະຄວາມ ສະເໝີພາບລະຫວ່າງ ຍິງ-ຊາຍ ແລະ ການມີສ່ວນຮ່ວມ. ໂຄງການ SOLAR II ຈະສ້າງຄວາມກ້າວ ໜ້າໃຫ້ແກ່ສິດທິຂອງຜູ້ອອກແຮງ ງານ ໂດຍການສ້າງຄວາມເຂັ້ມແຂງ ດ້ານການໃຫ້ບໍລິການຂັ້ນທ້ອງຖິິ່ນ, ການສ້າງຄວາມອາດສາມາດຂອງ ຜູ້ມີສ່ວນຮ່ວມທີ່ສຳຄັນ ແລະ ສ້າງ ຄວາມເຂັ້ມແຂງໃຫ້ຊຸມຊົນທ້ອງຖິ່ນ. ທ່ານ ນາງ ແກ້ວ ຈັນທະວິໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ ກ່າວວ່າ: ສິດທິແຮງງານແລະການ ປົກປ້ອງທາງສັງຄົມ ແມ່ນພື້ນຖານ ທີ່ສຳຄັນສຳລັບວຽກງານທີ່ມີຄຸນ ຄ່າ ແລະ ເປັນທຳ ກໍຄື ການພັດທະ ນາແບບຍືນຍົງ. ຜ່ານການຮ່ວມມື ຂອງພວກເຮົາກັບຄູ່ຮ່ວມພັດທະນາ ແລະ ຜູ້ມີສ່ວນຮ່ວມຂັ້ນສູນກາງ ແລະທ້ອງຖິ່ນ, ພວກເຮົາມີຈຸດປະສົງ ເພື່ອສ້າງຄວາມເຂັ້ມແຂງໃນການ ໃຫ້ບໍລິການ ແລະ ຂະຫຍາຍການ ເຂົ້າເຖິງການປົກປ້ອງສັງຄົມ ໂດຍ ສະເພາະແມ່ນຜູ້ອອກແຮງງານໃນ ລະບົບຕ່ອງໂສ້ມູນຄ່າກະສິກຳ ແລະ ປ່າໄມ້. SOLAR II ເປັນສ່ວນ ໜຶ່ງຂອງແຜນງານການຮ່ວມມືລະ ຫວ່າງທີມເອີຣົບ ແລະ ສປປ ລາວ ເພື່ອເພີ່ມທະວີການຄ້າ, ການລົງທຶນ ແລະ ການເຊື່ອມໂຍງແບບຍືນຍົງ ແລະຮອບດ້ານໃນຂະແໜງກະສິກຳ ແລະ ປ່າໄມ້ (TICAF) ແລະ ຍຸດ ທະສາດ Global Gateway ຂອງ ສະຫະພາບເອີຣົບ. ທ່ານ ມາກ ກາລາເຮີ (Mark Gallagher) ເອກອັກຄະລັດຖະ ທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ ໄດ້ກ່າວວ່າ: ຜ່ານຍຸດທະສາດ Global Gateway ແລະ ແຜນ ງານຫລັກຂອງພວກເຮົາ TICAF, ສະຫະພາບເອີຣົບ ກຳລັງສະໜັບ ສະໜູນ ສປປ ລາວ ເພື່ອສ້າງໂອ ກາດໃຫ້ຫລາຍຂຶ້ນສຳລັບຜູ້ທີ່ເຮັດ ວຽກໃນຂະແໜງກາເຟ, ຊາ ແລະ ປ່າໄມ້. SOLAR II ຈະເສີມສ້າງ ລະບົບຕ່ອງໂສ້ມູນຄ່າການລົງທຶນ ໂດຍການພັດທະນາຊັບພະຍາກອນ ມະນຸດທີ່ຍືນຍົງ, ຊ່ວຍໃຫ້ຜູ້ອອກ ແຮງງານ ມີຄວາມປອດໄພຂຶ້ນ, ໄດ້ຮັບການປົກປ້ອງ ແລະ ມີຄວາມ ພ້ອມໃນການຮັບມືກັບສິ່ງທ້າທາຍ ຕ່າງໆໄດ້ດີກວ່າ. ທ່ານ ລາສ ໂຢຮັນເຊນ (Lars Johansen) ຮອງຜູ້ອຳນວຍການ ອົງການແຮງງານສາກົນປະຈຳ ລາວ ໄດ້ເນັ້ນເຖິງຄວາມສຳຄັນ ຂອງການຜັນຂະຫຍາຍຜົນສຳເລັດ ຂອງໂຄງການໃນໄລຍະທຳອິດ ຄື: ວຽກງານ ຢູ່ແຂວງຫລວງນໍ້າທາ ເພື່ອຊຸກຍູ້ຕິດຕາມກວດກາວຽກ ງານ ວທ ໂດຍສະເພາະຕິດຕາມ ກວດກາວຽກງານດ້ານການທ່ອງ ທ່ຽວ, ວຽກງານມໍລະດົກແລະ ອື່ນໆ. ທ່ານ ສົມພາວັນ ຈັນທະຈັກວົງ ຫົວໜ້າພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຫລວງນໍ້າ ທາ ໄດ້ລາຍງານກ່ຽວກັບການຈັດ ຕັ້ງປະຕິບັດວຽກງານວັດທະນະ ທຳ ແລະ ການທ່ອງທ່ຽວ ໄລຍະ ຜ່ານມາ ໂດຍສະເພາະໄດ້ຊຸກຍູ້ສົ່ງ ເສີມ, ອະນຸລັກປົກປັກຮັກສາວັດທະ ນະທໍາ, ສະກັດກັ້ນກະແສວັດທະ ນະທຳ ທີ່ເປັນພິດໄພທີ່ສ້າງຄວາມ ເສື່ອມເສຍ ໃຫ້ແກ່ວັດທະນະທຳ ຂອງຊາດ ແລະ ຂອງບັນດາເຜົ່າ, ການສ້າງຄອບຄົວ, ບ້ານວັດທະນະ ທໍາໄດ້ດຳເນີນໄປຢ່າງເປັນຂະບວນ ກົມກວດກາ...ົ ໂດຍການເຂົ້າຮ່ວມຂອງ ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະ ມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ຊາໂຕໂກະ ອົດສຶ ຜູ້ ຕາງໜ້າອົງການອະນາໄມໂລກ ປະ ຈໍາລາວ, ທ່ານ ນາງ ຄະຢອງ ມີ ຄິມ ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ແຫ່ງສະຫະປະ ຊາຊາດ, ທ່ານ ສຸພາວັນ ແກ້ວວິໄລ ຮອງຫົວໜ້າກົມລ້ຽງສັດ ແລະ ການ ປະມົງ, ມີບັນດາຫົວໜ້າ-ຮອງຫົວ ໜ້າກົມ, ຕາງໜ້າອົງການຈັດຕັ້ງ ສາກົນ, ນັກສຶກສາຄະນະກະເສດ ສາດ ມະຫາວິທະຍາໄລແຫ່ງຊາດ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ກິດຈະກໍາໃນຄັ້ງນີ້, ໄດ້ເນັ້ນໃຫ້ ເຫັນຄວາມສໍາຄັນຂອງແນວທາງ “ສຸຂະພາບໜຶ່ງດຽວ” ຊຶ່ງສະແດງ ໃຫ້ເຫັນເຖິງການເຮັດວຽກຮ່ວມ ກັນລະຫວ່າງຂະແໜງການສຸຂະ ພາບຄົນ, ສຸຂະພາບສັດ ແລະ ສິ່ງ ແວດລ້ອມ. ຈາກການຮ່ວມມືດັ່ງ ກ່າວ, ໄດ້ສືບຕໍ່ໃນການເພີ່ມຄວາມ ເຂັ້ມແຂງໃຫ້ແກ່ລະບົບເຝົ້າລະ ວັງ, ປັບປຸງການເຂົ້າເຖິງສະຖານ ບໍລິການສາທາລະນະສຸກ ແລະ ປິ່ນ ປົວທັນເວລາ ແລະ ເພີ່ມອັດຕາການ ປົກຄຸມການສັກວັກຊິນໃນໝາໃຫ້ ເພີ່ມຂຶ້ນ. ການສະເຫລີມສະຫລອງ ວັນຕ້ານພະຍາດວໍ້ໂລກ ແມ່ນການ ຮວບຮວມເອົາບັນດາຜູ້ຕາງໜ້າ ຈາກກະຊວງສາທາລະນະສຸກ, ກະຊວງກະສິກໍາ ແລະ ສິ່ງແວດ ລ້ອມ, ອໍານາດການປົກຄອງຂັ້ນ ທ້ອງຖິ່ນ, ຄູ່ຮ່ວມພັດທະນາ, ບຸກຄະ ລາກອນທາງດ້ານສາທາລະນະ ສຸກ, ສັດຕະວະແພດ, ນັກຮຽນ ແລະ ປະຊາຊົນ ເຂົ້າຮ່ວມ. ກິດຈະກໍາໃນ ງານປະກອບມີ: ການເພີ່ມຄວາມ ຮັບຮູ້ໃຫ້ແກ່ປະຊາຊົນ ແລະ ການ ສັກວັກຊິນໃຫ້ສັດລ້ຽງໂດຍບໍ່ເສຍ ຄ່າ ເພື່ອເປັນແບບຢ່າງໃນການ ປ້ອງກັນຄົນ ແລະ ສັດບໍ່ໃຫ້ຕິດເຊື້ອ. ທ່ານ ໄພວັນ ແກ້ວປະເສີດ ຮອງ ລັດຖະມົນຕີກະຊວງສາທາລະນະ ສຸກ ໄດ້ກ່າວວ່າ: ບໍ່ຄວນມີໃຜຕ້ອງ ເສຍຊີວິດຈາກພະຍາດວໍ້. ພວກ ເຮົາສາມາດປົກປ້ອງຊຸມຊົນ ແລະ ບັນລຸເປົ້າໝາຍການບໍ່ມີຜູ້ເສຍຊີວິດ ຈາກພະຍາດວໍ້ ໂດຍການເພີ່ມມາດ ຕະການປ້ອງກັນ, ການເຂົ້າເຖິງ ການປິ່ນປົວທັນເວລາ ແລະ ການ ເພີ່ມຄວາມຮູ້ໃຫ້ປະຊາຊົນ “ການ ສັກວັກຊິນໃຫ້ໝາ ແມ່ນວິທີທີ່ມີປະ ສິດທິຜົນທີ່ສຸດໃນການຢຸດການສົ່ງ ເຊື້ອພະຍາດວໍ້ຈາກສັດສູ່ຄົນ. ທ່ານ ນາງ ຊາໂຕໂກະ ອົດສຶ ຜູ້ຕາງໜ້າອົງການອະນາໄມໂລກ ໄດ້ມີຄໍາເຫັນວ່າ: ການສະເຫລີມ ສະຫລອງວັນຕ້ານພະຍາດວໍ້ໂລກ ເປັນເຫດການທີ່ຢໍ້າເຕືອນໃຫ້ເຫັນ ວ່າ “ທຸກຄົນມີບົດບາດໃນການ ປ້ອງກັນພະຍາດນີ້, ການເຮັດວຽກ ຮ່ວມກັນ ຈະຊ່ວຍໃຫ້ພວກເຮົາ ຮັບປະກັນວ່າ ກໍລະນີທີ່ຖືກສັດທີ່ ສົງໃສວ່າຕິດເຊື້ອສາມາດເຂົ້າເຖິງ ຂໍ້ມູນຂ່າວສານ ແລະ ການປິ່ນປົວ ທີ່ຈໍາເປັນ ແລະ ທັນເວລາ”. ຂ່າວ-ພາບ: ສອນເພັດ-ບົວແສງປະເສີດ ສປປ ລາວ... ຕະຫລອດໄລຍະ 77 ປີຜ່ານມານັ້ນ, ພັກກອມມູນິດຈີນ ໄດ້ສືບຕໍ່ເປັນຄັນທຸງ ນໍາໜ້າທີ່ສະຫງ່າງາມ ໃນການນໍາພາປະຊາຊົນຈີນ ສ້າງສາພັດທະນາປະ ເທດຈີນ ຕາມທິດສັງຄົມນິຍົມ; ກ້າວເຂົ້າສູ່ໄລຍະໃໝ່, ແນວຄິດ ສີ ຈິ້ນຜິງ ວ່າດ້ວຍສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່ ໄດ້ ກາຍເປັນເຂັມຊີ້ທິດເຍືອງທາງ ໃຫ້ແກ່ພາລະກິດສ້າງສັງຄົມນິຍົມ ຢູ່ ສປ ຈີນ, ເຮັດໃຫ້ບົດບາດການນໍາພາຂອງພັກກອມມູນິດຈີນ ສືບຕໍ່ມີຄວາມໜັກ ແໜ້ນ, ເຂັ້ມແຂງ, ພາລະກິດສ້າງສາສັງຄົມນິຍົມຢູ່ປະເທດຈີນ ໄດ້ມີຜົນ ສຳເລັດຢ່າງຮອບດ້ານ ແບບກ້າວກະໂດດ, ເສດຖະກິດມີການຂະຫຍາຍ ຕົວຢ່າງວ່ອງໄວຕໍ່ເນື່ອງ ແລະ ນັບມື້ນັບກ້າວເຂົ້າສູ່ຄວາມທັນສະໄໝເຂັ້ມ ແຂງ, ສັງຄົມມີຄວາມກົມກຽວປອງດອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການຍົກສູງຂຶ້ນເລື້ອຍໆ, ບົດບາດ ແລະ ອິດທິພົນ ຂອງພັກກອມ ມູນິດຈີນ ແລະ ລັດຖະບານຈີນກໍນັບມື້ນັບສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ. ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດ ຮອບດ້ານ, ໃຫຍ່ຫລວງເປັນປະຫວັດການທີ່ປະຊາຊົນຈີນ ຍາດມາໄດ້ ແລະ ຖືຜົນສໍາເລັດດັ່ງກ່າວ ເປັນການປຸກລະດົມກໍາລັງໃຈອັນແຮງກ້າແກ່ພວກ ຂ້າພະເຈົ້າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງຕົນ ໃນປັດຈຸບັນ. ພັກ, ລັດ ແລະ ປະຊາຊົນລາວ ຍາມໃດກໍຖືສໍາຄັນ ຕໍ່ການເສີມຂະຫຍາຍ ສາຍພົວພັນຮ່ວມມືກັບພັກ, ລັດຖະບານ ແລະ ປະຊາຊົນຈີນ ແລະ ມີຄວາມ ຍິນດີຮ່ວມກັບພັກ, ລັດແລະປະຊາຊົນຈີນ ເສີມຂະຫຍາຍສາຍພົວພັນມິດຕະ ພາບທີ່ເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ໝັ້ນ ຄົງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ໃຫ້ໄດ້ຮັບການເພີ່ມພູນຄູນ ສ້າງແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ ແລະ ນໍາເອົາຜົນປະໂຫຍດຕົວຈິງມາ ສູ່ປະຊາຊົນສອງຊາດ ກໍຄື ປະກອບສ່ວນເຂົ້າໃນພາລະກິດ ສັນຕິພາບ, ມິດ ຕະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ. ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈ ຢ່າງຈິງໃຈແລະຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍ ເຫລືອອັນໃຫຍ່ຫລວງ ແກ່ພາລະກິດປະຕິວັດຂອງປະຊາຊົນລາວ ໃນເມື່ອ ກ່ອນ ກໍຄື ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນະປະເທດຊາດ ໃນປັດຈຸບັນ. ຂໍອວຍພອນໃຫ້ປະຊາຊົນຈີນໂດຍພາຍໃຕ້ການນໍາພາອັນຖືກຕ້ອງຂອງ ພັກກອມມູນິດຈີນ ອັນມີ ສະຫາຍ ສີ ຈິ້ນຜິງ ເປັນແກນກາງນັ້ນ ຈົ່ງສືບຕໍ່ປະ ສົບຜົນສໍາເລັດອັນໃໝ່ ໃຫຍ່ຫລວງກວ່າເກົ່າ ໃນພາລະກິດການສ້າງປະ ເທດຈີນ ສັງຄົມນິຍົມທັນສະໄໝ ທີ່ມີສີສັນພິເສດຂອງປະເທດຈີນ ຕາມມະຕິ ກອງປະຊຸມໃຫຍ່ ຄັ້ງທີ XX ຂອງພັກກອມມູນິດຈີນ. ຂໍອວຍພອນໃຫ້ສະຫາຍຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກແລະ ປະສົບຜົນສໍາເລັດອັນໃໝ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດອັນມີກຽດ ສູງສົ່ງຂອງສະຫາຍ. SOLAR I ໄດ້ສະແດງໃຫ້ເຫັນເຖິງ ຄວາມສຳຄັນຂອງການເຮັດວຽກ ຢ່າງໃກ້ຊິດຕິດແທດກັບສະຖາບັນຂັ້ນ ທ້ອງຖິ່ນແລະການສ້າງຄວາມອາດ ສາມາດໃນຂັ້ນຮາກຖານ. ສ່ວນ SOLAR II ຈະສືບຕໍ່ຈາກບົດຮຽນ ເຫລົ່ານີ້ ເພື່ອປັບປຸງການເຂົ້າເຖິງຂໍ້ ມູນຂ່າວສານ-ການບໍລິການ ແລະ ເຮັດໃຫ້ຜູ້ອອກແຮງງານຫລາຍຄົນ ໄດ້ຮັບຜົນປະໂຫຍດຈາກສິດທິຂອງ ເຂົາເຈົ້າ ໃນບ່ອນເຮັດວຽກ ແລະ ຈາກລະບົບການປົກປ້ອງສັງຄົມ. ໃນໂອກາດນີ້, ຍັງໄດ້ຈັດກອງ ປະຊຸມຄະນະກໍາມະການຊີ້ນໍາໂຄງ ການ, ພ້ອມທັງຈັດກອງປະຊຸມວິຊາ ການ ເພື່ອປຶກສາຫາລື ແລະ ແລກ ປ່ຽນກ່ຽວກັບສິ່ງທ້າທາຍຕ່າງໆທີ່ ແຮງງານໃນກຸ່ມເປົ້າໝາຍຜະເຊີນ ແລະ ທິດທາງໃນການຈັດຕັ້ງປະຕິ ບັດຕົວຈິງໃນຕໍ່ໜ້າ. ແລະ ກວ້າງຂວາງ ປັດຈຸບັນສ້າງ ບ້ານວັດທະນະທໍາ ໄດ້ທັງໝົດ 337 ບ້ານ, ສ້າງຄອບຄົວວັດທະນະທໍາ ໄດ້ 28.193 ຄອບຄົວ. ສຳລັບວຽກ ງານມໍລະດົກສະຖານ ໄດ້ຮັບຮອງ ມໍລະດົກແຫ່ງຊາດ ລະດັບຊາດ ໄດ້ 1 ແຫ່ງ (ພະທາດຊຽງຕຶງ ເມືອງ ສິງ) ແລະ ເກັບກໍາຂໍ້ມູນສະເໜີເປັນ ມໍລະດົກແຫ່ງຊາດລະດັບທ້ອງຖິ່ນ 1 ແຫ່ງ (ພະທາດ ປຸມປຸກ ເມືອງ ຫລວງນໍ້າທາ), ສະເໜີຮັບຮອງມໍ ລະດົກນາມມະທໍາ ໄດ້ 1 ຫົວຂໍ້ “ກໍາ ມະວິທີ ເຮັດເຈ້ຍ ໜໍ່ໄມ້ ບ້ານນໍ້າດີ ເມືອງຫລວງນໍ້າທາ” ແລະ ຫົວຂໍ້ “ກໍາມະວິທີ ເຮັດຖົ່ວເນົ່າ ບ້ານນໍ້າ ແກ້ວຫລວງ ເມືອງສິງ”. ນອກຈາກນີ້, ຍັງໄດ້ຈັດຕັ້ງຜັນ ຂະຫຍາຍແຜນແມ່ບົດວ່າດ້ວຍ ໂຄງ ການສະເໜ່ຫລວງນ້ຳທາ, ຈັດຕັ້ງ ປະຕິບັດເປີດຖະໜົນຄົນຍ່າງ ສີສັນ ຫລວງນ້ຳທາ ອາທິດລະຄັ້ງ(ທຸກ ວັນພຸດ) ເພື່ອດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດເຂົ້າ ມາທ່ອງທ່ຽວ ແລະ ໃຊ້ຈ່າຍຫລາຍ ຂຶ້ນ; ຊຸກຍູ້ສົ່ງເສີມນັກທຸລະກິດທັງ ພາຍໃນ ແລະ ຕ່າງປະເທດລົງທຶນ ໃສ່ການພັດທະນາແຫລ່ງທ່ອງທ່ຽວ, ສະຖານທີ່ພັກແຮມ, ຮ້ານອາຫານ, ຮ້ານກິນດື່ມ, ຮ້ານບັນເທີງ, ຮ້ານ ນວດແລະອື່ນໆ.ເຖິງຢ່າງໃດກໍຕາມ, ພື້ນຖານໂຄງລ່າງທາງດ້ານວຽກ ງານ ວທ ຍັງບໍ່ທັນໄດ້ຮັບການພັດ ທະນາເທົ່າທີ່ຄວນ, ອຸປະກອນ ແລະ ສິ່ງອໍານວຍຄວາມສະດວກອື່ນໆ ບໍ່ ທັນທົ່ວເຖິງແລະ ຮັບປະກັນ, ຄວາມ ຮູ້, ຄວາມສາມາດຂອງບຸກຄະລາ ກອນຍັງບໍ່ທັນສູງ, ການເຮັດວຽກ ຕົວຈິງແມ່ນບໍ່ຖືກກັບສາຍວິຊາທີ່ໄດ້ ຮຽນມາ ໄດ້ໝູນໃຊ້ເອົາເປັນສ່ວນ ຫລາຍ ເຮັດໃຫ້ຄຸນນະພາບຂອງ ວຽກງານຂະຫຍາຍຕົວຊັກຊ້າ ແລະ ບັນລຸບໍ່ໄດ້ຕາມຄາດໝາຍ. ນອກຈາກ ນີ້, ການຄຸ້ມຄອງ, ສົ່ງເສີມ ແລະ ການພັດທະນາດ້ານວຽກງານວັດ ທະນະທຳ ຍັງບໍ່ທັນເຮັດໄດ້ດີເທົ່າທີ່ ຄວນ, ການສ້າງຄອບຄົວແລະບ້ານ ວັດທະນະທໍາ ດ້ານຄຸນນະພາບຍັງບໍ່ ທັນໜັກແໜ້ນເທົ່າທີ່ຄວນ. ການຊຸກ ຍູ້, ສົ່ງເສີມວັດທະນະທໍາຕິດພັນກັບ ການທ່ອງທ່ຽວ ປະຊາຊົນມີສ່ວນ ຮ່ວມ ແລະ ຍືນຍົງຍັງເຮັດບໍ່ທັນໄດ້ ດີ, ການສົ່ງເສີມການທ່ອງທ່ຽວ ດ້ານວັດທະນະທໍາ ທີ່ຕິດພັນກັບວິຖີ ຊີວິດຂອງ ປະຊາຊົນຍັງບໍ່ທັນແຂງ ແຮງ, ບາງຈຸດຍັງມີການບຸກລຸກທຳ ລາຍແຫລ່ງທຳມະຊາດ, ປ່າໄມ້, ຫ້ວຍນ້ຳລຳເຊ ແລະ ສັດສາວາສິ່ງ ທີ່ອຸ ດົມຮັ່ງມີດ້ວຍຮູບການຕ່າງໆ. ຂ່າວ: ກິດຕາ ພາກສ່ວນກ່ຽວຂ້ອງເພີ່ມຄວາມ ເອົາໃຈໃສ່, ນໍາເອົາເນື້ອໃນຈິດໃຈ ຂອງຂໍ້ຕົກລົງ ໄປຜັນຂະຫຍາຍເຂົ້າ ໃນວຽກງານຕົວຈິງໃຫ້ເກີດຜົນສໍາ ເລັດ. ພ້ອມນັ້ນ, ຍັງໄດ້ຮຽກຮ້ອງໃຫ້ ມີການຕິດຕາມ, ກວດກາ ແລະ ປະ ເມີນຜົນຢ່າງເປັນລະບົບ ເພື່ອຮັບປະ ກັນໃຫ້ການຈັດຕັ້ງປະຕິບັດມີຄວາມ ໂປ່ງໃສ ແລະ ເກີດປະໂຫຍສູງສຸດ. ຂໍ້ມູນ-ພາບ: ຂ່າວສານກະສິກຳ ເຜີຍແຜ່...ີ່
RkJQdWJsaXNoZXIy MTc3MTYxMQ==