7374

xtgmf]k; 7 29/09/2026 gsfdko{dkora fa mtok grktdkp]k; pkfwfh 3 s]Po7e c]t 3 s]Pog'o dkoc0j '0a o-u 'c-a ,vk-u ln j ,;o-q oc0;'s];'rt[k' c]t ln j ,;o-q owm rq [xtc]dxj Po[q fIPog-y j 'da o c]t da o ຂປລ. ທັບນັກກິລາເພາະກາຍ ທີມຊາດລາວ ສ້າງຜົນງານໂດດ ເດັ່ນ ສາມາດຄວ້າ 3 ຫລຽນຄຳ ແລະ3ຫລຽນເງິນໃນການແຂ່ງຂັນ ກິລາເພາະກາຍ ຊີງແຊັມອາຊີ ຄັ້ງທີ 58 ທີ່ຈັດຂຶ້ນລະຫວ່າງວັນທີ 2228 ກັນຍາ 2026 ທີ່ນະຄອນ ຫລວງບາງກອກ ປະເທດໄທ ໂດຍ ມີ 44 ປະເທດສະມາຊິກເຂົ້າຮ່ວມ. ຈາກການແຂ່ງຂັນດັ່ງກ່າວ, ທີມນັກກິລາລາວ ໄດ້ສະແດງສັກ ກະຍະພາບຕໍ່ສູ້ຢ່າງສຸດຄວາມ ສາມາດ ຈົນສາມາດບັນລຸເປົ້າໝາຍ ທີ່ສະຫະພັນຕັ້ງໄວ້ໄດ້ຢ່າງສຳເລັດ ຜົນ. ໃນການແຂ່ງຂັນມື້ສຸດທ້າຍ ວັນທີ 27 ກັນຍາ 2026 ນາງ ສົມມະນິນ ພານຸສິດ ໄດ້ສະແດງ ຄວາມສາມາດໄດ້ຢ່າງໜ້າປະທັບ ໃຈກໍາມະການສາມາດຄວ້າເພີ່ມ ອີກ 2 ຫລຽນລວມ (1 ຫລຽນຄຳ ຈາກລາຍການເພາະກາຍຍິງຫຸ່ນ ງາມ ອາຍຸ 35 ປີຂຶ້ນໄປ ແລະ 1 ຫລຽນເງິນ ຈາກລາຍການເພາະ ກາຍຍິງຫຸ່ນງາມ ຄວາມສູງບໍ່ເກີນ 165 ຊັງຕີແມັດ). ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ກອງ ປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ສື່ມວນຊົນແຂວງ ຫລວງພະບາງ ແລະ ສື່ມວນ ຊົນປະເທດໄທ ຈັດຂຶ້ນເມື່ອມໍ່ໆ ມານີ້ ທີ່ແຂວງຫລວງພະບາງ ໂດຍມີ ທ່ານ ບຸນໄຫລ ດວງເດືອນ ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງຫລວງພະບາງ ຜູ້ຊີ້ນຳວຽກ ງານສື່ມວນຊົນຂອງແຂວງ, ທ່ານ ຊະວະຣົງ ລີ້ມປັດທະມະປານີ ປະທານສະພາການສື່ມວນຊົນແຫ່ງ ຊາດ ປະເທດໄທ ພ້ອມດ້ວຍຜູ້ເຮັດ ວຽກງານສື່ມວນຊົນ ຂອງແຂວງ ຫລວງພະບາງ ແລະ ສື່ມວນຊົນ ຈາກຫລາຍສຳນັກຂ່າວໃນປະເທດ ໄທເຂົ້າຮ່ວມ. ທ່ານ ບຸນໄຫລ ດວງເດືອນ ໄດ້ສະແດງຄວາມຍີນດີຕ້ອນຮັບ ບັນດາສື່ມວນຊົນຈາກຫລາຍສຳນັກ ໃນປະເທດໄທ ທີ່ໄດ້ເດີນທາງມາ ແລກປ່ຽນບົດຮຽນກັບສື່ມວນຊົນ ຂອງແຂວງຫລວງພະບາງ ສປປ ລາວ, ທັງໄດ້ລາຍງານສະພາບການ ເຄື່ອນໄຫວວຽກງານສື່ມວນຊົນ ຂອງແຂວງ ໃຫ້ຮັບຮູ້ ຊຶ່ງວຽກງານ ສື່ມວນຊົນຂອງແຂວງຫລວງພະ ບາງ ເປັນວຽກງານສຳຄັນໜຶ່ງໃນ ການໂຄສະນາ ເຜີຍແຜ່ແນວທາງ ຂອງພັກ, ນະໂຍບາຍຂອງລັດ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໃຫ້ສັງຄົມໄດ້ຮັບຮູ້, ໂດຍມີການເຜີຍແຜ່ຜ່ານລະບົບ ວິທະຍຸ, ໂທລະພາບ ອອກກາດຜ່ານ ຊ່ອງທາງພາກພື້ນດິນ ແລະ ສົ່ງສັນ ຍານຜ່ານລະບົບດາວທຽມ ພ້ອມ ທັງມີການພັດທະນາການເຜີຍແຜ່ ຂ່າວສານ, ສາລະຄວາມຮູ້-ຄວາມ ບັນເທີງ ຜ່ານລະບົບດີຈິຕອນ, ຜ່ານ ສື່ສັງຄົມອອນລາຍ(ເຟສບຸກ, ຢູ່ທູບ, ຕິກຕ໊ອກແລະອື່ນໆ) ເຮັດໃຫ້ຫລາຍ ພາກສ່ວນໃນສັງຄົມ ສາມາດຮັບຮູ້ ຂ່າວສານໄດ້ຫລາຍຊ່ອງທາງ. ຂປລ. ແຫລ່ງຂ່າວຈາກແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ພິທີປະກາດຮັບ ຮອງເອົາບ້ານຫ້ວຍແອ່ນ, ບ້ານ ຫ້ວຍສາກ, ບ້ານຫາດສາກ, ບ້ານ ຫ້ວຍຮາວ, ບ້ານຫ້ວຍແສດ ແລະ ບ້ານປາກໂຊະ ເປັນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ ຂອງ ເມືອງປາກທາ ແຂວງບໍ່ແກ້ວ ໃນທ້າຍອາທິດຜ່ານມາ ທີ່ບ້ານ ຫ້ວຍແອ່ນ ໂດຍການເປັນປະທານ ຂອງ ທ່ານ ພັນເອກ ອຳພັນ ໄຊ ຍາສຸບັດ ຫົວໜ້າການເມືອງ ກອງ ບັນຊາການທະຫານແຂວງບໍ່ແກ້ວ, ທ່ານ ບຸນພັດ ສີສົມບັດ ປະທານ ຄະນະກຳມະການປົກຄອງເມືອງ ປາກທາ ພ້ອມດ້ວຍພາກສ່ວນທີ່ ກ່ຽວຂ້ອງ, ອຳນາດການປົກຄອງ ແລະ ປະຊາຊົນພາຍໃນ 6 ບ້ານ ເຂົ້າຮ່ວມ. ທ່ານ ພັນໂທ ສັງທອງ ບຸດສາ ຫົວໜ້າການເມືອງກອງບັນຊາການ ທະຫານ ເມືອງປາກທາ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ອຳນາດການ ປົກຄອງແຕ່ລະບ້ານ ໄດ້ມີການ ປະສານສົມທົບກັບທຸກພາກສ່ວນ ທີ່ກ່ຽວຂ້ອງ ດໍາເນີນແຜນການ ສ້າງບ້ານ ແລະ ຄອບຄົວປ້ອງກັນ ຊາດເຂັ້ມແຂງ ໃຫ້ສໍາເລັດຕາມ ຄາດໝາຍທີ່ວາງໄວ້ ໂດຍຖືເອົາ ວຽກງານສຶກສາອົບຮົມການເມືອງ ນຳພາແນວຄິດເປັນກົກ ໂດຍການ ນຳເອົາມະຕິຄຳສັ່ງຕ່າງໆຂອງພັກ, ກົດໝາຍຂອງລັດ, ເອກະສານ ກ່ຽວກັບວຽກງານປ້ອງກັນຊາດ ມາຈັດຕັ້ງເຜີຍແຜ່ໃຫ້ພໍ່ແມ່ປະຊາ ຊົນ ເຂົ້າໃຈແຈ້ງຕໍ່ແນວທາງນະໂຍ ບາຍຂອງພັກ, ມີຄວາມສະດຸ້ງໄວ ຕື່ນຕົວປະກອບສ່ວນເຂົ້າໃນວຽກ Ia [Iv' 6 [h ko0v'g,n v'xkdmk gxa o7v[7q ; c]t [h koxh v'da o-kfg0A ,c0' ງານປ້ອງກັນຊາດຢ່າງຕັ້ງໜ້າ, ເປັນເຈົ້າການຕິດຕາມສະພາບ ກຸ່ມຄົນທີ່ບໍ່ຫວັງດີພາຍໃນບ້ານ ແລະ ຂອບເຂດຂອງຕົນຮັບຜິດ ຊອບ ແລະ ສາມາດແກ້ໄຂສະພາບ ໄດ້ທັນເວລາ. ທັງ 6 ບ້ານ ມີລະບົບ ການຈັດຕັ້ງຄົບຊຸດ, ມີທ່າແຮງບົ່ມ ຊ້ອນຫລາຍດ້ານທີ່ເປັນເງື່ອນໄຂ ຂໍ້ສະດວກ ໃນການພັດທະນາເສດ ຖະກິດ-ສັງຄົມ ເຮັດໃຫ້ບ້ານໄດ້ຮັບ ການພັດທະນາຢ່າງຕໍ່ເນື່ອງ, ການ ສ້າງເສດຖະກິດແກ້ໄຂຊີວິດການ ເປັນຢູ່ຂອງປະຊາຊົນ ໄດ້ຮັບການ ປັບປຸງດີຂຶ້ນ ເຮັດໃຫ້ຄອບຄົວຫລຸດ ພົ້ນອອກຈາກຄວາມທຸກຍາກ. ຜ່ານການລົງເກັບກໍາຂໍ້ມູນ ແລະ ປະເມີນຜົນຂອງໜ່ວຍງານ ທີ່ກ່ຽວຂ້ອງເຫັນວ່າ: ທັງ 6 ບ້ານ ສາມາດປະຕິບັດໄດ້ຕາມມາດຖານ ເງື່ອນໄຂກວມເອົາ 95%, ຈາກ ຜົນສຳເລັດດັ່ງກ່າວ ສາມາດຮັບ ຮອງເອົາ 6 ບ້ານທີ່ຂຶ້ນກັບເມືອງ ປາກທາ ເປັນຄອບຄົວ ແລະ ບ້ານ ປ້ອງກັນຊາດເຂັ້ມແຂງ ເປັນບ້ານທີ 13, 14, 15, 16, 17 ແລະ 18 ຂອງເມືອງປາກທາ ແລະ ບ້ານທີ 58, 59, 60, 61, 62, 63 ຂອງ ແຂວງບໍ່ແກ້ວ. ຂ່າວ: ພາກ ສຸທິປັນຍາ ໂດຍ: ສີພພອນ ີ ສຳລັບຜົນງານລວມທັງ 3 ມື້ 3 ຫລຽນຄຳ ໄດ້ຈາກ ນາງ ເພັດ ສະລາ ວັນນະສານ ລາຍການເພາະ ກາຍຍິງຫຸ່ນງາມ ຄວາມສູງບໍ່ເກີນ 155 ຊັງຕີແມັດ, ນາງ ຈິນຕະນາ ຄຳບຸນເຮືອງ ລາຍການເພາະກາຍ ຍິງຫຸ່ນງາມ ຄວາມສູງບໍ່ເກີນ 165 ຊັງຕີແມັດ ແລະ ນາງ ສົມມະນິນ ພານຸສິດ ລາຍການເພາະກາຍຍິງ ຫຸ່ນງາມ ອາຍຸ 35 ປີຂຶ້ນໄປ. ຂະນະ ທີ່ 3 ຫລຽນເງິນ ໄດ້ຈາກ ນາງ ເພັດສະລາ ວັນນະສານ ລາຍການ (Model Physique) ຄວາມ ສູງບໍ່ເກີນ 165 ຊັງຕີແມັດ, ນາງ ຈິນຕະນາ ຄຳບຸນເຮືອງ ຍິງຫຸ່ນ ງາມ ອາຍຸ 35 ປີຂຶ້ນໄປ ແລະ ນາງ ສົມມະນິນ ພານຸສິດ ຍິງຫຸ່ນງາມ ຄວາມສູງບໍ່ເກີນ 165 ຊັງຕີແມັດ. ໃນໂອກາດນີ້ ສະຫະພັນກິລາ ເພາະກາຍແຫ່ງຊາດລາວ ຍັງ ໄດ້ສະແດງຄວາມຊົມເຊີຍຕໍ່ນັກ ກິລາທຸກທ່ານ ປະກອບມີນາງ ວອນມະນີ ໄຊຍະສານ, ທ້າວ ແກ້ວຕ າ ພ ະ ພິລົມລ າ ສັກ , ທ້າວ ສິນປະເສີດ ວົງພັນ ແລະ ທ້າວສັນຕິສຸກດວງແກ້ວມະນີພ້ອມ ດ້ວຍຄະນະນຳສະຫະພັນ ທີ່ໄດ້ສ້າງ ຊື່ສຽງ ແລະ ຄວາມພາກພູມໃຈມາ ໃຫ້ປະເທດຊາດ. ຈາກປະສົບການ ຈາກເວທີອາຊີຄັ້ງນີ້, ຈະເປັນກຳລັງ ໃຈສຳຄັນໃນການກຽມພ້ອມລຸຍຕໍ່ ລາຍການໃຫຍ່ ໃນການແຂ່ງຂັນ ເພາະກາຍ ຊີງແຊັມໂລກ ຄັ້ງທີ 17 ທີ່ ສປປ ລາວ ຈະໄດ້ຮັບກຽດເປັນ ເຈົ້າພາບ ໃນເດືອນທັນວາ 2026 ທີ່ຈະມາເຖິງນີ້. ຂ່າວ: ສີພອນ ພ້ອມນີ້, ທ່ານ ບຸນໄຫລ ດວງ ເດືອນ ຍັງໄດ້ສະເໜີໃຫ້ສະພາການ ສື່ມວນຊົນແຫ່ງຊາດ ປະເທດໄທ ຄົ້ນຄວ້າກ່ຽວກັບການເປີດກວ້າງ ການຮ່ວມມື ພັດທະນາວຽກງານສື່ ມວນຊົນຂອງລາວ ໂດຍສະເພາະ ແຂວງຫລວງພະບາງ ເພື່ອເຜີຍແຜ່ ຂ່າວສານກ່ຽວກັບຫລວງພະບາງ ໃຫ້ກວ້າງຂວາງໃນພາກພື້ນ ແລະ ສາກົນ, ທັງສຶກສາຄົ້ນຄວ້າກ່ຽວກັບ ການຮ່ວມມືແລກປ່ຽນບົດຮຽນ ລະຫວ່າງ ສື່ມວນຊົນລາວ ໂດຍ ສະເພາະ ສື່ມວນຊົນແຂວງຫລວງ ພະບາງ ກັບສື່ມວນຊົນປະເທດໄທ ໃນຕໍ່ໜ້າ ເປັນຕົ້ນ ການຈັດທັດສະນະ ສຶກສາ,ການຈັດຝຶກອົບຮົມ,ຊ່ວຍຊຸກ ຍູ້ອຸປະກອນເຕັກນິກທີ່ຈຳເປັນ ແລະ ອື່ນໆ ເພື່ອຊ່ວຍກັນພັດທະນາວຽກ ງານສື່ມວນຊົນໃຫ້ດີຂຶ້ນ. ໂອກາດນີ້, ທ່ານ ຊະວະຣົງ ລີ້ມ ປັດທະມະປານີ ໄດ້ສະແດງຄວາມ ຂອບໃຈຕໍ່ທ່ານບຸນໄຫລດວງເດືອນ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ການຕ້ອນ ຮັບຢ່າງອົບອຸ່ນ ທັງເປີດໂອກາດ ໃຫ້ຜູ້ຕາງໜ້າບັນດາສຳນັກຂ່າວ ທີ່ ມາຈາກປະເທດໄທ ໄດ້ມີຄຳເຫັນ ແລກປ່ຽນບົດຮຽນ ວຽກງານສື່ ມວນຊົນຂອງລາວ ກໍຄືຂອງຫລວງ ພະບາງ ເພື່ອເປັນບົດຮຽນ ແລະ ຊອກຫາຊ່ອງທາງໃນການແກ້ໄຂ ບັນຫາຄົງຄ້າງ ເຮັດໃຫ້ວຽກງານ ໄດ້ຮັບການພັດທະນາດີຂຶ້ນ. ຂ່າວ-ພາບ: ອາພຸດເດດ ບຸບຜາ 7e,j ;o{Ij k8y j ' ln [8= j Ij ;,,n Iv[fh kog-n j v,3p'7q ,,tok7q ,{Ia dlk-kpcfo ຂປລ. ແຫລ່ງຂ່າວຈາກແຂວງ ຄໍາມ່ວນ ໃຫ້ຮູ້ວ່າ: ກອງປະຊຸມ ພົບປະຂັ້ນສູງ ເພື່ອທົບທວນຜົນ ການຮ່ວມມື ແລະ ກໍານົດທິດທາງ ສືບຕໍ່ພັດທະນາສາຍພົວພັນສອງ ແຂວງ ຄໍາມ່ວນ ແລະ ຮ່າຕິ່ງ ໃຫ້ ເລິກເຊິ່ງ ແລະ ເປັນຮູບປະທໍາ ຈັດ ຂຶ້ນໃນໃນອາທິດຜ່ານມາ ທີ່ຕາ ແສງແຫ່ງແຊນ ແຂວງຮ່າຕິ່ງ ສສ ຫວຽດນາມ, ໂດຍມີ ທ່ານ ໄຊ ຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຄຳມ່ວນ, ທ່ານ ຫງ້ວຽນ ຢຸຍ ເລີ່ມ ເລຂາພັກແຂວງຮ່າຕິ່ງ ພ້ອມດ້ວຍ ຜູ້ແທນຈາກບັນດາພະແນກການ, ຂະແໜງການ ແລະ ທ້ອງຖິ່ນຂອງ ສອງຝ່າຍເຂົ້າຮ່ວມ. ໃນກອງປະຊຸມ, ສອງຝ່າຍໄດ້ ແລກປ່ຽນຂໍ້ມູນສະພາບການພັດ ທະນາ ເສດຖະກິດ-ສັງຄົມ, ທົບທວນ ຜົນການປະຕິບັດບົດບັນທຶກກອງ ປະຊຸມຂັ້ນສູງ ທີ່ລົງນາມຮ່ວມກັນ ໃນວັນທີ 13 ພະຈິກ 2025 ຜ່ານມາ ທີ່ແຂວງຄໍາມ່ວນ ພ້ອມທັງເຫັນດີ ສືບຕໍ່ເສີມສ້າງມິດຕະພາບ, ຄວາມ ສາມັກຄີ ແລະ ການຮ່ວມມືຮອບ ດ້ານລະຫວ່າງສອງແຂວງ. ພ້ອມ ນີ້, ສອງຝ່າຍຍັງໄດ້ກໍານົດບັນດາ ທິດທາງຮ່ວມມືສໍາຄັນຄື: ການ ກໍ່ສ້າງພັກ ແລະ ອົງການປົກຄອງ; ດ້ານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ; ການຮັກສາຊາຍແດນ; ການຕ້ານອາຊະຍາກໍາຂ້າມຊາຍ ແດນ ແລະ ການແລກປ່ຽນຄະນະ ຜູ້ແທນ, ບົດຮຽນ ແລະ ກິດຈະກໍາ ມິດຕະພາບ ລະຫວ່າງປະຊາຊົນ ສອງຝ່າຍ. ສ່ວນດ້ານເສດຖະກິດ, ສອງແຂວງເຫັນດີຊຸກຍູ້ການຄ້າ, ການລົງທຶນ, ການຂົນສົ່ງ ແລະ ການບໍລິການໂລຈິສຕິກ ໂດຍໃຊ້ທ່າ ແຮງຂອງທ່າ ເຮືອຫວຸ້ງອ່າງ , ເສັ້ນທາງຫລວງ 12C (ຮ່າຕິ່ງ) ແລະ ຂົວມິດຕະພາບ III ຄໍາມ່ວນ- ນະຄອນພະນົມ ເພື່ອເພີ່ມປະສິດ ທິພາບການເຊື່ອມໂຍງການຄ້າ ແລະ ຂົນສົ່ງຂ້າມແດນ. ພ້ອມກັນນັ້ນ, ສອງຝ່າຍຈະສືບ ຕໍ່ປະສານງານ ໃນການລົງທຶນຍົກ ລະດັບເສັ້ນທາງຫລວງແຫ່ງຊາດ ເລກທີ 12C ແຕ່ດ່ານຈາລໍ ເຖິງທ່າ ເຮືອຫວຸ້ງອ່າງ ໃນໄລຍະ 20262030, ສຶກສາການກໍ່ສ້າງເສັ້ນທາງ ດ່ວນເຊື່ອມຕໍ່ດ່ານນາເພົ້າ-ຈາລໍ ກັບ ທ່າເຮືອຫວຸ້ງອ່າງ ແລະ ເສັ້ນທາງ ລົດໄຟຫວຸ້ງອ່າງ-ເຕີນເອີບ-ມູ່ຢາ ຕາມແຜນການທີ່ອະນຸມັດ. ສໍາລັບ ຂົງເຂດສັງຄົມ, ສອງແຂວງເຫັນດີ ສືບຕໍ່ຮ່ວມມືດ້ານການສຶກສາ, ການ ຝຶກອົບຮົມ, ການແລກປ່ຽນຄູອາ ຈານແລະ ພັດທະນາບຸກຄະລາກອນ ພ້ອມທັງເສີມສ້າງການຮ່ວມມືດ້ານ ສາທາລະນະສຸກ, ວິທະຍາສາດເຕັກໂນໂລຊີ, ນະວັດຕະກໍາ, ດີຈິ ຕອນ ແລະ ກົດໝາຍ-ຍຸຕິທໍາ. ກອງປະຊຸມຍັງໄດ້ເນັ້ນໃຫ້ສອງ ຝ່າຍ ສືບຕໍ່ດໍາເນີນຂັ້ນຕອນມອບຮັບ ໂຄງການຊົນລະປະທານໜອງ ບົກ ແຂວງຄໍາມ່ວນ, ຕາມລະບຽບ ການດ້ານການເງິນ ແລະ ການຄຸ້ມ ຄອງທຶນຊ່ວຍເຫລືອລ້າຂອງຫວຽດ ນາມ ພ້ອມທັງກໍານົດໃຫ້ການຮ່ວມ ມືດ້ານຊາຍແດນມີຄວາມເຂັ້ມງວດ, ປອດໄພ ແລະ ຍືນຍົງ. ທັງສອງຝ່າຍ ໄດ້ເຫັນດີສືບຕໍ່ຜັນຂະຫຍາຍເນື້ອ ໃນບົດບັນທຶກຮ່ວມມື ໂດຍມອບໃຫ້ ບັນດາພະແນກການ, ໜ່ວຍງານ ແລະ ທ້ອງຖິ່ນຂອງສອງແຂວງ ປະສານງານ, ຕິດຕາມ ແລະ ລາຍ ງານຜົນການປະຕິບັດ. ສໍາລັບ ກອງປະຊຸມຂັ້ນສູງປະຈໍາປີ 2027 ລະຫວ່າງ ສອງແຂວງ ຈະຈັດຂຶ້ນ ທີ່ແຂວງຄໍາມ່ວນ. ໂອກາດດຽວກັນ, ແຂວງຮ່າຕິ່ງ ຍັງໄດ້ມອບເງິນ 300 ລ້ານດົງ ໃຫ້ ແຂວງຄຳມ່ວນ ເພື່ອປະກອບສ່ວນ ຊ່ວຍເຫລືອ ແລະ ຊຸກຍູ້ວຽກງານ ຮັບມື ແລະ ຟື້ນຟູຈາກໄພພິບັດ. ຂ່າວ: ມະນີວັນ, ພາບ: ທະວີແສງ y

RkJQdWJsaXNoZXIy MTc3MTYxMQ==