29/09/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ແສງສະຫວັນັ lkgsf c]t ;y mu xh v'da ortpkfvtsy ;k\6 vk2iy dk 7;k,\kp0v'7e;j k gIn vo 3 oE 4 “ ” ຂປລ. ເຮືອນ 3 ນ້ຳ 4 ແມ່ນຄຳ ສອນທີ່ສືບທອດມາແຕ່ບູຮານໄດ້ ຖ່າຍທອດກັນມາຮຸ່ນສູ່ຮຸ່ນ ໂດຍເນັ້ນ ສອນເພດຍິງໃຫ້ຮູ້ຈັກຮັກສາຄວາມ ສະອາດ, ຄວາມຮຽບຮ້ອຍ, ມີມາ ລະຍາດ, ມີນ້ຳໃຈ ແລະ ຮູ້ຈັກປະພຶດ ຕົນໃຫ້ເໝາະສົມ. ຄຳສອນດັ່ງກ່າວ ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງວິຖີ ຊີວິດແຕ່ຍັງສ່ອງແສງເຖິງຄຸນຄ່າ ດ້ານສິນລະທຳ ແລະ ມາລະຍາດ ອັນດີງາມຂອງຄົນລາວ. ຄຳວ່າ: “ເຮືອນ 3 ” ໝາຍເຖິງ ການຮັກສາສິ່ງພາຍນອກໃຫ້ສະ ອາດ, ຮຽບຮ້ອຍ ແລະ ເໝາະສົມ ລວມທັງຕົວຄົນ, ເຄື່ອງນຸ່ງ, ເຮືອນ ຢູ່ ແລະ ສະຖານທີ່ອ້ອມຂ້າງ. ສ່ວນ “ນ້ຳ 4 ເນັ້ນໃສ່ຄຸນຄ່າພາຍໃນ ຄື: ຈິດໃຈ, ນ້ຳໃຈ, ວາຈາ ແລະ ຄວາມຮູ້”. ດັ່ງນັ້ນ, ເຮືອນ 3 ນ້ຳ 4 ຈຶ່ງເປັນຄຳສອນທີ່ເນັ້ນທັງຄວາມ ງາມພາຍນອກ ແລະ ຄວາມດີງາມ ພາຍໃນ. ສຳລັບ ເຮືອນ 3 ນີ້ ເພິ່ນນັບ ເອົາຕົວເຮົາສິ່ງຕິດແປະຕົວເຮົາ (ເຄື່ອງນຸ່ງ) ພ້ອມສະຖານທີ່ ແລະ ສິ່ງແວດລ້ອມອ້ອມຂ້າງທີ່ພົວພັນ ກັບເຮົາ. ເຮືອນ 3 ໄດ້ແຍກອອກ 3 ຂປລ. ພະຍາດອະຫິຫວາໝູ ຫລື ທີ່ຮູ້ຈັກກັນດີໃນຊື່ ພະຍາດອະຫິຫວາ ໝູອາຟຣິກາ (African Swine ເຮືອນສຳຄັນດັ່ງນີ້: 1. ເຮືອນຢູ່: ໝາຍເຖິງບໍລິເວນ ບ້ານຕັ້ງແຕ່ເດີ່ນບ້ານຂຶ້ນຮອດ ເທິງເຮືອນ, ຫ້ອງນອນ, ໝອນ ມຸ້ງ ແລະ ສິ່ງຂອງຕ່າງໆພາຍໃນ ເຮືອນໃຫ້ສະອາດ ແລະ ມ້ຽນມັດ ເປັນລະບຽບ. ປັດຈຸບັນແນວຄິດນີ້ ຍັງສາມາດນຳໄປປະຕິບັດກັບຫ້ອງ ການ ແລະ ສະຖານທີ່ເຮັດວຽກໄດ້ ອີກດ້ວຍ. 2. ເຮືອນຄົວ: ໝາຍເຖິງບໍລິເວນ ບ່ອນແຕ່ງຢູ່ຄົວກິນ, ໝໍ້ແຫກແຕກ ໂປະ, ຖ້ວຍ, ບ່ວງ, ຊານ, ເຕົາ ໄຟ ແລະ ອຸປະກອນຕ່າງໆຕ້ອງສະ ອາດ, ທມ້ຽນມັດເປັນລະບຽບ ແລະ ປຸງແຕ່ງອາຫານໃຫ້ສຸກ ແລະ ຖືກ ຫລັກອະນາໄມ. ປັດຈຸບັນນີ້, ຕ້ອງ ນັບເອົາຫ້ອງນ້ຳເຂົ້ານຳ. 3. ເຮືອນຜົມ: ໝາຍເຖິງຕົວຄົນ ແລະ ອາພອນທີ່ນຸ່ງຫົ່ມ ໂດຍເນັ້ນ ໃສ່ໃຫ້ຮັກສາຮ່າງກາຍ, ຜົມ ແລະ ເຄື່ອງນຸ່ງໃຫ້ສະອາດຮຽບຮ້ອຍ ແລະ ສຸພາບ. ຄຳສອນບູຮານເພິ່ນ ເວົ້າວ່າ: “ເປັນສາວແລ້ວ ແຕ່ງກາຍ ໃຫ້ມັນຄ່ອງ ຕີນຜົມໃຫ້ລໍ່າກ້ຽງ ຕີນ ສີ້ນໃຫ້ລໍ່າພຽງ”. ກອນບົດນີ້ ເວົ້າ ເຖິງການຮັກສາເຮືອນຜົມ ຄື: ເມື່ອ ມັັດຜົມຮຽບຮ້ອຍດີແລ້ວ, ເຄື່ອງນຸ່ງ (ສີ້ນ) ກໍຕ້ອງຮຽບຮ້ອຍງາມນຳ ກັນໝົດ ແລະ ເຮືອນອື່ນກໍຕ້ອງຈົບ ງາມເໝືອນຕ່ອງໂສ້. ດັ່ງນັ້ນ ເຮືອນ 3 ຈຶ່ງບໍ່ພຽງການກວາດຖູ ຫລື ຈັດ ເກັບສິ່ງຂອງເທົ່ານັ້ນ, ແຕ່ເປັນການ ຝຶກຝົນໃຫ້ຄົນຮູ້ຈັກຮັກສາຕົນເອງ, ເຮືອນຊານ ແລະ ສິ່ງແວດລ້ອມ. ເພິ່ນຈຶ່ງເອີ້ນວ່າ: ແມ່ຍິງຄົນນັ້ນ ດີແລ. ນ້ຳສີ່: ໝາຍເຖິງຄວາມດີພາຍ ໃນ ຊຶ່ງສະແດງຜ່ານອອກຄຳເວົ້າ, ການກະທຳ, ນ້ຳໃຈ ແລະ ການປະ ພຶດຕົນຕໍ່ຄົນອື່ນ. ນ້ຳ 4 ປະກອບ ມີດ່ັງນີ້: 1. ນໍ້າດື່ມ: ໝາຍເຖິງການມີນ້ຳ ສະອາດໄວ້ຮັບຮອງຄົນໃນຄອບຄົວ ແລະ ແຂກທີ່ມາຢາມ. ໃນສະໄໝ ກ່ອນຄົນລາວມັກມີອຸນໍ້າໜ້າເຮືອນ ໃສ່ກະບວຍໄວ້ພ້ອມ ຫລື ຕັ້ງໄວ້ ໜ້າເດີ່ນບ້ານ ເພື່ອໃຫ້ແຂກໄປໄທ ມາພໍໄດ້ຕັກດື່ມສະບາຍ. ສ່ວນນໍ້າ ໃນເຮືອນຄືນໍ້າໃນເຮືອນຄົວ ຫລື ເຮືອນໃຫຍ່ອັນນີ້ເປັນນໍ້າສຳລັບໃຊ້ ສອຍ ແລະ ທັງກິນ ຢ່າໃຫ້ຂາດແອ່ງ ຂາດອຸຢ່າງນ້ອຍຍາມຫິວກາງຄ່ຳ ກາງຄືນພໍໄດ້ຕັກດື່ມ ຫລື ເມື່ອເກີດ ເຫດໄຟຟືນຂຶ້ນມາພໍໄດ້ດັບໄຟໃນ ເບື້ອງຕົ້ນໄດ້, ຄົນບູຮານຈຶ່ງມີຄຳ ເວົ້າວ່າ: “ນໍ້າໃນໄຟຟືນ”. 2. ນໍ້າຄຳ: ໝາຍເຖິງຄຳເວົ້າ ຄຳຈາ, ເວົ້າວ່າສຸພາບ, ມ່ວນເສາະ ໃສ ແລະ ຊື່ກົງສະເໝີຕົ້ນສະເໝີ ປາຍ. ຄຳເວົ້າຈຶ່ງຖືກປຽບທຽບວ່າ ເປັນ “ນ້ຳຄຳ” ເພາະຄຳເວົ້າທີ່ ດີສາມາດສ້າງມິດຕະພາບ, ສ້າງ ຄວາມເຂົ້າໃຈ ແລະ ນຳຄວາມສະ ຫງົບມາສູ່ຄອບຄົວ. 3. ນໍ້າໃຈ: ໝາຍເຖິງການມີ ຈິດໃຈໂອບອ້ອມອາລີ, ແບ່ງປັນ, ຊ່ວຍເຫລືອຍາດພີ່ນ້ອງ, ເພື່ອນຝູງ ແລະ ຜູ້ອື່ນ. ນອກຈາກນີ້, ຍັງໝາຍ ເຖິງການຮູ້ຈັກທຳບຸນໃຫ້ທ່ານແກ່ ສາສະໜາ ແລະ ສາມັນຊົນຄົວ ທົ່ວໄປ. 4. ນໍ້າເຕົ້າປູນ: ຄວາມໝາຍ ໜຶ່ງແມ່ນວ່າຄົນລາວບູຮານທຸກເຜົ່າ ແມ່ນຄ້ຽວໝາກທັງຍິງທັງຊາຍ, ສະນັ້ນຄຳວ່ານໍ້າເຕົ້າປູນບໍ່ຄວນ ໃຫ້ແຫ້ງເພາະເມື່ອຫາກມີແຂກມາ ຢ້ຽມຢາມຖາມຂ່າວຄາວສຸກທຸກ ຕາມອັດທະຍາໄສກໍ່ຈະໄດ້ໃຊ້ເພື່ອ ຄ້ຽວໝາກ. ຄຳສອນເຮືອນ 3 ນ້ຳ 4 ມີ ຄຸນຄ່າທີ່ສາມາດນຳມາປັບໃຊ້ໃນ ຊີວິດສະໄໝໃໝ່ໄດ້. ເມື່ອສັງຄົມ ປ່ຽນແປງຄວາມໝາຍຂອງເຮືອນ 3 ກໍສາມາດນຳມາອະທິບາຍໃນ ຮູບແບບ “3 ສະອາດ” ຄື: ຢູ່ສະ ອາດ, ກິນ-ດື່ມສະອາດ ແລະ ນຸ່ງ ຫົ່ມສະອາດ. ເນື້ອໃນຂອງ 3 ສະ ອາດ ຈຶ່ງສອດຄ່ອງກັບແກ່ນຄຳ ສອນຂອງເຮືອນ 3 ຄື: ເນັ້ນໃຫ້ຄົນ ຮູ້ຈັກຮັກສາສຸຂະອະນາໄມ, ຈັດ ສະຖານທີ່ໃຫ້ຮຽບຮ້ອຍ, ເລືອກ ກິນອາຫານສະອາດປອດໄພ ແລະ ຮັກສາຮ່າງກາຍ ແລະ ການນຸ່ງຫົ່ມ ໃຫ້ສະອາດ. ໃນເມື່ອກ່ອນ, ເຮືອນ 3 ນ້ຳ 4 ອາດເນັ້ນສອນເພດຍິງ ໃນຖານະແມ່ເຮືອນ, ແຕ່ໃນສັງຄົມ ປັດຈຸບັນຄຸນຄ່າຂອງຄຳສອນດັ່ງ ກ່າວສາມາດນຳໃຊ້ໄດ້ກັບທຸກຄົນ ໂດຍບໍ່ຈຳກັດເພດ. ທັງຜູ້ຍິງ ແລະ ຜູ້ຊາຍລ້ວນມີໜ້າທີ່ຮ່ວມກັນໃນການ ຮັກສາເຮືອນຊານ, ຮັກສາສຸຂະອະ ນາໄມ, ມີວາຈາສຸພາບ, ມີນ້ຳໃຈ ແລະ ມີຄວາມຮູ້. ດັ່ງນັ້ນ, ເຮືອນ 3 ນ້ຳ 4 ຈຶ່ງບໍ່ ແມ່ນພຽງຕຳນານຄຳສອນຈາກຄົນ ຮຸ່ນກ່ອນແຕ່ເປັນມູນມໍລະດົກທາງ ຄວາມຄິດທີ່ສະແດງໃຫ້ເຫັນວ່າຄົນ ລາວໃຫ້ຄຸນຄ່າທັງຄວາມສະອາດ ພາຍນອກ ແລະ ຄວາມດີງາມ ພາຍໃນ. ຖ້າຮູ້ຈັກສືບທອດ ແລະ ປັບໃຊ້ໃຫ້ເໝາະກັບຍຸກສະໄໝຄຳ ສອນນີ້ກໍຍັງສາມາດເປັນຄຸນຄ່າທີ່ ຊ່ວຍຫລ່ໍລອມຄົນໃນຄອບຄົວ ແລະ ສັງຄົມ. Fever - ASF) ແມ່ນພະຍາດຕິດ ເຊື້ອໄວຣັດທີ່ຮ້າຍແຮງໃນໝູ ເຊັ່ນ: ໝູລ້ຽງ ແລະ ໝູປາ. ພະຍາດນີ້ເກີດ ມາຈາກເຊື້ອໄວຣັດທີ່ມີຊື່ວ່າ:ໄວຣັສ ໄຂ້ຫວັດໝູອາຟຣິກາ (African Swine Fever Virus ຫລື ASFV) ຊຶ່ງເປັນໄວຣັດໃນຕະກູນ ອາສຟາວິຣິເດ (Asfarviridae). ພະຍາດອະຫິວາໝູອາຟຣິກາ ບໍ່ ແມ່ນພະຍາດຕິດຕໍ່ສູ່ຄົນ ແລະ ບໍ່ເປັນ ອັນຕະລາຍຕໍ່ຄົນ. ພະຍາດນີ້ຖືກຄົ້ນພົບທຳອິດຢູ່ ປະເທດເຄນຢາ ທະວີບອາຟຣິກາ ໃນປີ 1921 (ຈຶ່ງເປັນທີ່ມາຂອງຊື່ ອາຟຣິກາ). ພະຍາດນີ້ສາມາດສ້າງ ຄວາມເສຍຫາຍຕໍ່ການລ້ຽງສັດ ເນື່ອງຈາກໝູທີ່ຕິດເຊື້ອອາດມີອັດຕາ ການຕາຍສູງ. ສາເຫດ ແລະ ການແຜ່ລະບາດ:່ ໃນທຳມະຊາດເຊື້ອ ASFV ສາ ມາດໝູນວຽນຢູ່ໃນວົງຈອນລະ ຫວ່າງໝູປ່າອາຟຣິກາ ແລະ ເຫັບ ອ່ອນບາງຊະນິດ ຊຶ່ງສາມາດເປັນ ພາຫະນະນຳເຊື້ອ. ສຳລັບໝູລ້ຽງ ເຊື່ອສາມາດແຜ່ລະບາດຜ່ານການ ສຳຜັດໂດຍກົງກັບໝູທີ່ຕິດເຊື້ອ ຫລື ຜ່ານເລືອດ, ນ້ຳລາຍ, ນ້ຳມູກ, ອາ ຈົມ ແລະ ສານຄັດຫລັ່ງຈາກສັດ ເຈັບປ່ວຍ. ນອກຈາກນັ້ນ, ເຊື້ອຍັງ ສາມາດແຜ່ຜ່ານອາຫານ ຫລື ເສດ ອາຫານທີ່ມີຊີ້ນໝູຫລື ຜະລິດຕະພັນ ຈາກໝູປົນເປື້ອນເຊື້ອ. ພາຫະນະ, ເກີບ, ເຄື່ອງນຸ່ງ, ອຸປະກອນການ ລ້ຽງ ແລະ ວັດຖຸອື່ນໆທີ່ປົນເປື້ອນ ກໍ ສາມາດນຳເຊື້ອເຂົ້າຟາມ ແລະ ແຜ່ ກະຈາຍໄປຫາຝູງໝູອື່ນໄດ້. ເຊື້ອ ASFV ຍັງສາມາດຢູ່ລອດໃນຊີ້ນ ໝູ ແລະ ຜະລິດຕະພັນໝູບາງຊະນິດ ໄດ້ດົນ. ອາການຂອງໝູທີ່ຕິດເຊື້ອ: ໝູ ທີ່ຕິດເຊື້ອພະຍາດອາດສະແດງອາ ການໄຂ້ສູງ, ເບື່ອອາຫານ, ຈ່ອຍ ເພຍ, ຜິງໜັງແດງ ຫລື ມີຈຸດເລືອດ ອອກໂດຍສະເພາະບໍລິເວນໃບຫູ, ທ້ອງ ແລະ ຂາ. ບາງໂຕອາດມີອາ ການຫາຍໃຈລຳບາດ, ໄອ, ຮາກ ຫລື ຖອກທ້ອງ ແລະ ອາດມີເລືອດ ປົນ. ໝູແມ່ທີ່ຕິດເຊື້ອອາດມີການ ແທ້ງລູກ ແລະ ໃນກໍລະນີ້ຮ້າຍແຮງ ໝູອາດຕາຍກະທັນຫັນ. ວິທີປ້ອງກັນ:ິີ້ັ ເນື່ອງຈາກASFV ບໍ່ມີການປິ່ນປົວສະເພາະ, ການປ້ອງ ກັນຈຶ່ງເປັນມາດຕະການສຳຄັນ. ຜູ້ ລ້ຽງໝູຄວນຮັກສາຄວາມສະອາດ ພາຍໃນຟາມ, ຈຳກັດການນຳຄົນ, ພາຫະນະ ແລະ ອຸປະກອນຈາກພາຍ ນອກເຂົ້າຟາມ, ທຳຄວາມສະອາດ ແລະ ຂ້າເຊື້ອເກີບ ແລະ ອຸປະກອນ ຢ່າງສະໝໍ່າສະເໝີ, ບໍ່ຊື້ ຫລື ນຳໝູ ທີ່ບໍ່ຮູ້ແຫລ່ງທີ່ມາເຂົ້າຝູງ ແລະ ບໍ່ ໃຫ້ໝູກິນເສດອາຫານທີ່ອາດປົນ ເປື້ອນຊີ້ນໝູ. ຫາກພົບໝູມີອາການສົງໄສ ຫລື ມີການຕາຍຜິດປົກກະຕິຄວນແຍກສັດ ອອກຈາກຝູງ, ຫລີກລ່ຽງການເຄື່ອນ ຍ້າຍໝູແລະ ຮີບແຈ້ງໃຫ້ພະນັກງານ ສັດຕະວະແພດ ຫລື ພາກສ່ວນປະ ທີ່ກ່ຽວຂ້ອງຮູ້ໂດຍໄວ ເພື່ອດຳເນີນ ການກວດສອບ ແລະ ຄວບຄຸມການ ແຜ່ລະບາດ. ພາບປະກອບ ພາບປະກອບ ພາບປະກອບ ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==