xtgmf]k; 7 24/09/2026 gsfdko{dkora fa mtok rP' 8 gfn vo g,n v'w-pt[6 ]u ,u z6 h 8y fg-N vw0h p5 ']kpltlq , 107 d= ]tou 9exkla d{,tsk;y mtpkw]v5 [q oik-tmkou sk]n dkoIj ;,,n .o8= j |h k ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ຫ້ອງການ ສາທາລະນະສຸກເມືອງ ໄຊຍະບູ ລີ ແຂວງໄຊຍະບູລີ ຈັດກອງປະ ຊຸມຄະນະກໍາມະການຕ້ານ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ຂຶ້ນໃນ ວັນທີ 22 ກັນຍາ 2026 ໂດຍການ ເປັນປະທານຂອງ ທ່ານ ດຣ. ພັນ ພອນສະຫວັດ ຮອງປະທານຄະນະ ກຳມະການປົກຄອງເມືອງໄຊຍະບູ ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ການແລກປ່ຽນ ບົດຮຽນລະຫວ່າງແຂວງຈຳປາສັກ ແລະ ມະຫາວິທະຍາໄລອຸບົນຣາ ຊະທານີ ຈັດຂຶ້ນໃນມໍ່ໆມານີ້ ທີ່ປ ະ ເ ທດ ໄ ທ ໂ ດຍມີ ທ່າ ນ ອາລຸນໄຊ ສູນນະລາດ ປະທານ ສະພາປະຊາຊົນ ແຂວງຈຳປາສັກ, ທ່ານ ນາງ ດຣ. ຊູຕິນັນ ປະສິດ ພູຣິປຣີຊາ ອະທິການບໍດີ ມະຫາ ວິທະຍາໄລ ອຸບົນຣາຊະທານີ ພ້ອມ ດ້ວຍພະນັກງານ, ຄູ- ອາຈານ ພາຍ ໃນມະຫາວິທະຍາໄລດັ່ງກ່າວ ເຂົ້າຮ່ວມ. ການແລກປ່ຽນບົດຮຽນຄັ້ງ ນີ້ ກ່ຽວກັບຂົງເຂດທີ່ມີທ່າແຮງ ຂອງການຮ່ວມມື ດ້ານວິຊາການ ລະຫວ່າງສອງຝ່າຍ ໃນນັ້ນ, ແຂວງ ຈໍາປາສັກ ມີຄວາມສົນໃຈ ແລະ ຕ້ອງການໃນການຮ່ວມມື ດ້ານ ວິທະຍາສາດ, ການປະດິດສ້າງ ແລະ ການແປຮູບ ປາ, ພືດ ແລະ ອື່ນໆ ທີ່ສາມາດສ້າງມູນຄ່າເພີ່ມ ຕິດ ພັນກັບການພັດທະນາກະສິກໍາ ແລະ ການປົກປັກຮັກສາສິ່ງແວດລ້ອມ, ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ພິທີປະກາດ ຮັບຮອງ ເມືອງສະໜາມໄຊ ແຂວງ ອັດຕະປື ເປັນເມືອງຈັດຕັ້ງປະຕິບັດ ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຂອງແນວ ລາວສ້າງຊາດ ໄດ້ຈັດຂຶ້ນໃນທ້າຍ ອາທິດຜ່ານມາ ໂດຍມີ ທ່ານ ນາງ ບັນທະໄລ ແກ້ວມະນີວົງ ປະ ທານແນວລາວສ້າງຊາດແຂວງ ອັດຕະປື, ທ່ານ ລືໄຊ ວຽງພະຈັນ ຮອງປະທານຄະນະກໍາມະການປົກ ຄອງເມືອງສະໜາມໄຊ ພ້ອມດ້ວຍ ຄະນະພັກ, ຄະນະນໍາຂອງເມືອງ, ບ້ານ ແລະ ປະຊາຊົນເຂົ້າຮ່ວມ. ທ່ານ ຈັນທະວາ ໄຊຍະວາດ ປະທານແນວລາວສ້າງຊາດເມືອງ ສະໜາມໄຊ ໄດ້ລາຍງານວ່າ: ເມືອງສະໜາມໄຊ ປະກອບມີ: 37 ບ້ານ, ມີ 4 ຕາແສງ ຄື: ຕາ ແສງຫ້ວຍເດື່ອ, ຕາແສງແທ, ຕາ ແສງນະຄອນໄຊ ແລະ ຕາແສງ ສົ້ມປ່ອຍ, ມີ 8.046 ຫລັງຄາ ເຮືອນ, ມີ 9.851 ຄອບຄົວ ແລະ ມີປະຊາກອນ 41.978 ຄົນ, ຍິງ 20.346 ຄົນ, ປະກອບມີ 8 ຊົນເຜົ່າ ຢູ່ຮ່ວມກັນ. ໃນໄລຍະຜ່ານມາ ແນວລາວ ສ້າງຊາດເມືອງ ໄດ້ລົງໃກ້ຊິດຕິດ ແທດກັບປະຊາຊົນ ເພື່ອໂຄສະນາ ອົບຮົມ, ປຸກລະດົມ ແລະ ຊຸກຍູ້ ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕາມມາດ ຖານ ແລະ ເງື່ອນໄຂທີ່ວາງໄວ້, Ia [Iv'g,n v'lt|k,w- gxa og,n v'lk,a d7u xv'fv' ທາງດ້ານຊີວະພາບ ແລະ ລະບົບນິ ເວດວິທະຍາ, ການຮັບນັກສຶກສາ ລາວ ມາຮ່ວມຮຽນຢູ່ມະຫາວິທະ ຍາໄລອຸບົນຣາຊະທານີ. ພ້ອມນີ້, ສອງຝ່າຍຍັງປຶກສາຫາລືການ ຮ່ວມມືໃນຕໍ່ໜ້າ ເປັນຕົ້ນ ການຈັດ ສໍາມະນາຮ່ວມກັນ ຕິດພັນກັບການ ຈັດຕະຫລາດນັດວາງສະແດງ ແລະ ຈໍາໜ່າຍສິນຄ້າ, ຈັດສໍາມະນາ ແລະ ຂາຍຜະລິດຕະພັນຕ່າງໆ. ສຳລັບ ດ້ານເຕັກໂນໂລຊີ ກໍໄດ້ມີຄົ້ນຄວ້າໃຫ້ ມີການຮ່ວມມື ດ້ານການວິໄຈດິນ, ພືດ, ສັດ ແລະ ແນວພັນ. ມະຫາວິທະຍາໄລອຸບົນຣາຊະ ທານີ ເປັນມະຫາວິທະຍາໄລ ລະດັບ ແຖວໜ້າໃນອາຊຽນ ທີ່ຍົກລະດັບ ຄຸນນະພາບຊີວິດໃຫ້ແກ່ສັງຄົມ, ມີຫລາຍຄະນະ ແລະ ຫລາຍສາ ຂາວິຊາ ເປັນຕົ້ນ ຄະນະວິທະ ຍາສາດ, ຄະນະກະສິກຳສາດ, ຄະນະວິສະວະກຳສາດ, ຄະນະ ສິລະປະສາດ, ຄະນະນິຕິສາດ, ຄະນະລັດຖະສາດ, ຄະນະສຶກສາ ສາດ, ຄະນະເພສັດສາດ, ຄະນະ ບໍລິຫານສາດ, ຄະນະພະຍາບານ ສາດ, ຄະນະສິລະປະ ປະຍຸກ ແລະ ສະຖາປັດຕະຍະກຳ ວິທະຍາໄລ ແພດສາດ ແລະ ສາທາລະນະສຸກ. ມີການຮຽນ-ການສອນທັງລະດັບ ປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ. ໃນປີ 2025 ມີ 12 ຄະນະ/ວິທະຍາໄລ, ນັກສຶກສາ 19.381 ຄົນ, ມີ 82 ຫລັກສູດ ແລະ ບຸກຄະລາກອນ 1.540 ຄົນ ໃນນັ້ນ, ມີນັກສຶກສາລາວ ກໍາລັງສຶກສາ ຢູ່ປະມານ 20 ຄົນ, ມີເກືອບທຸກ ຊັ້ນລະດັບປະລິນຍາຕີ, ປະລິນຍາ ໂທ ແລະ ປະລິນຍາເອກ, ສ່ວນ ຫລາຍແມ່ນຮຽນດ້ານກະສິກໍາ, ກົນຈັກ ແລະ ສິ່ງແວດລ້ອມ. ມະຫາ ວິທະຍາໄລດັ່ງກ່າວ ຍັງໄດ້ມີການ ຄົ້ນຄວ້າ, ສົ່ງເສີມວິຊາການ, ໃຫ້ ບໍລິການວິຊາການແກ່ສັງຄົມ ແລະ ຖະນຸບຳລຸງສິລະປະ-ວັດທະນະທຳ ແລະ ນະວັດຕະກຳ ຕື່ມອີກ. ຂ່າວ-ພາບ: ທູນທອງໃຈ ຂະບວນການດັ່ງກ່າວໄດ້ຕິດພັນກັບ ການແຂ່ງຂັນຮັກຊາດ-ພັດທະນາ ແລະ ວຽກງານ 3 ສ້າງ ເຮັດໃຫ້ ປະຊາຊົນມີຄວາມສາມັກຄີ, ຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ແລະ ເຂົ້າຮ່ວມວຽກງານຕ່າງໆຂອງ ພັກ-ລັດ. ຜ່ານການຈັດຕັ້ງຂະບວນ ການ ບັນດາ 37 ບ້ານພາຍໃນ ເມືອງ ໄດ້ຮັບຮອງເປັນບ້ານສາມັກ ຄີປອງດອງຕາມມາດຖານທີ່ກຳ ນົດ, ຈຶ່ງເປັນພື້ນຖານສຳຄັນໃນ ການຮັບຮອງເມືອງສະໜາມໄຊ ເປັນເມືອງສາມັກຄີປອງດອງ. ໂອກາດນີ້, ທ່ານ ນາງ ບັນທະ ໄລ ແກ້ວມະນີວົງ ໄດ້ກ່າວສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຄະນະນຳ, ອົງການຈັດຕັ້ງ ແລະ ປະຊາຊົນ ເມືອງສະໜາມໄຊ ທີ່ຮ່ວມກັນສ້າງ ຜົນງານໃນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ພ້ອມທັງ ເນັ້ນໃຫ້ສືບຕໍ່ຮັກສາຜົນງານ ແລະ ມູນເຊື້ອທີ່ບັນລຸໄດ້, ສົ່ງເສີມຄວາມ ສາມັກຄີປອງດອງ, ຊ່ວຍເຫລືອ ກັນ, ສ້າງອາຊີບ ແລະ ພັດທະນາ ການປູກ-ການລ້ຽງໃຫ້ເປັນສິນຄ້າ, ພ້ອມທັງຮ່ວມກັນແກ້ໄຂປະກົດ ການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ ຫລຸດໜ້ອຍລົງ. ຂ່າວ-ພາບ: ວັດທະນາ ຂປລ. ແຫລ່ງຂ່າວຈາກ ແຂວງ ສາລະວັນ ໃຫ້ຮູ້ວ່າ: ຄະນະໂຄສະ ນາອົບຮົມແຂວງສາລະວັນ ຈັດຝຶກ ອົບຮົມວຽກງານສັງລວມ-ຫາງ ສຽງສັງຄົມ ໃຫ້ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານ ທົ່ວແຂວງ ສາລະວັນ ເມື່ອບໍ່ດົນມານີ້ ໂດຍ ມີທ່ານ ມະໄລວອນ ສີປະເສີດ ຫົວໜ້າຄະນະໂຄສະນາອົບຮົມ ແຂວງ, ທ່ານ ບຸນມີ ຫລວງ ປັນຍາ ຮອງຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຮາກຖານ, ໜ່ວຍພັກ ຈາກພະແນກການ, ອົງການທຽບ ເທົ່າອ້ອມຂ້າງແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ມະໄລວອນ ສີປະເສີດ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້, ມີຄວາມໝາຍຄວາມສຳຄັນ ເພື່ອ ເປັນການຍົກລະດັບຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ, ເປັນການ ເພີ່ມຂີດຄວາມສາມາດໃຫ້ພະນັກ ງານຜູ້ທີ່ຮັບຜິດຊອບທີ່ເຮັດວຽກຕົວ ຈິງ ຂອງຄະນະພັກທຸກຂັ້ນ ໃຫ້ໄດ້ ກຳແໜ້ນບັນດາພື້ນຖານ ວຽກງານ /b dvq [Iq ,;Pd'kola '];,{sk'lP'la '7q , .sh 7totIa [zy f-v[mq j ;c0;'lk]t;a o ລີ, ມີຄະນະກຳມະການຕ້ານ ແລະ ຄວບຄຸມພະຍາດໄຂ້ຍຸງລາຍຂັ້ນ ເມືອງ ແລະ ພະນັກງານພາຍໃນ ຫ້ອງການສາທາລະນະສຸກເມືອງ ເຂົ້າຮ່ວມ. ທ່ານ ດຣ. ຈັນທະວົງ ອ່ອນສົມ ລີ ຫົວໜ້າຫ້ອງການສາທາລະນະ ສຸກ ເມືອງໄຊຍະບູລີ ໄດ້ລາຍງານ ວຽກງານການຕ້ານ ແລະ ຄວບຄຸມ ລະບາດໄຂ້ຍຸງລາຍ ຂອງເມືອງ ໄຊຍະບູລີ ໃນໄລຍະ 8 ເດືອນຕົ້ນ ປີ ແລະ ທິດທາງ 4 ເດືອນທ້າຍປີ 2026 ວ່າ: ພະຍາດໄຂ້ຍຸງລາຍ ເປັນພະຍາດໜຶ່ງທີ່ເຄີຍເກີດຂຶ້ນ ແລະ ລະບາດຢູ່ແຂວງໄຊຍະບູລີ ກໍຄື ເມືອງໄຊຍະບູລີ ໃນໄລຍະຜ່ານ ມາເກືອບທຸກປີ. ໃນປີ 2025 ຜ່ານ ມາ ທົ່ວປະເທດມີຜູ້ເປັນໄຂ້ຍຸງລາຍ 12.245 ກໍລະນີ, ເສຍຊີວິດ 1 ຄົນ. ສຳລັບແຂວງໄຊຍະບູລີ ມີຜູ້ເປັນໄຂ້ ຍຸງລາຍ 287 ກໍລະນີ, ບໍ່ມີຜູ້ເສຍ ຊີວິດ. ຢູ່ເມືອງໄຊຍະບູລີ ມີກໍລະນີ ໄຂ້ຍຸງລາຍ 122 ກໍລະນີ ບໍ່ມີຜູ້ເສຍ ຊີວິດ, ເກີດຂຶ້ນຢູ່ 32 ບ້ານ, ທຽບ ໃສ່ປີ 2024 ກໍລະນີໄຂ້ຍຸງລາຍ ຫລຸດລົງ 435 ກໍລະນີ. ຕໍ່ກັບສະພາບດັ່ງກ່າວ, ອົງການ ປົກຄອງຂັ້ນເມືອງ, ພະແນກສາທາ ລະນະສຸກແຂວງ ແລະ ຄະນະກໍາມະ ການຕ້ານ ແລະ ຄວບຄຸມພະຍາດ ໄຂ້ຍຸງລາຍຂັ້ນເມືອງ ໄດ້ປະສານ ສົມທົບກັນສຸມໃສ່ນໍາພາ-ຊີ້ນໍາ ປະຊາຊົນຢູ່ແຕ່ລະບ້ານ ເຮັດການ ປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ ການລະບາດດັ່ງກ່າວ, ຜ່ານການ ຕິດຕາມການເກີດກໍລະນີໄຂ້ຍຸງ ລາຍ ໃນປີ 2026 ຖ້າທຽບໃສ່ໃນ ໄລຍະດຽວກັນຂອງປີຜ່ານມາ ການທ່ອງທ່ຽວ, ການປະດິດສ້າງ ເພື່ອຕໍ່ຍອດໃນການຈັດຕັ້ງປະຕິບັດ ວຽກງານການຮ່ວມມືໂດຍສະເພາະ ການພັດທະນາສູນຢູ່ເຂດພູພຽງ ເມືອງປາກຊ່ອງ, ການປູກພືດໃນ ເຮືອນຮົ່ມ ແລະ ນອກເຮືອນຮົ່ມ ໂດຍເນັ້ນໃສ່ການປູກພືດທີ່ເປັນ ສິນຄ້າ, ການພັດທະນາແນວພັນ, ການຜະລິດກະສິກໍາສະອາດ-ປອດ ສານພິດ, ເພີ່ມຄວາມຫລາກຫລາຍ ແນວຄິດ-ຫາງສຽງສັງຄົມ ໂດຍ ສະເພາະ ບັນດາຫລັກການ ແລະ ທິດຊີ້ນຳໃນການເຮັດວຽກງານ ແນວຄິດ-ຫາງສຽງສັງຄົມ, ຄວາມ ແຕກຕ່າງລະຫວ່າງສະພາບແນວ ຄິດ-ຫາງສຽງສັງຄົມ ກັບຂ່າວລື, ຂ່າວປອມ ແລະ ຖ້ອຍທຳນອງບິດ ເບືອນ, ແນໃສ່ເຮັດໃຫ້ຮັບຮູ້ພາລະ ບົດບາດ, ສິດ ແລະ ໜ້າທີ່ ຂອງຜູ້ທີ່ ຮັບຜິດຊອບວຽກງານດັ່ງກ່າວນີ້. ພ້ອມທັງຍັງໄດ້ຮຽກຮ້ອງ ໃຫ້ບັນ ດາສຳມະນາກອນ ເອົາໃຈໃສ່ຄົ້ນ ຄວ້າ, ຮ່ຳຮຽນ, ແລກປ່ຽນ ແລະ ຍົກສູງຄວາມຮັບຜິດຊອບ ເພື່ອເຮັດ ໃຫ້ການຝຶກອົບຮົມຄັ້ງນີ້ ບັນລຸຕາມ ຄາດໝາຍ ແລະ ສາມາດນຳໄປ ໝູນໃຊ້ໃນວຽກງານຕົວຈິງ ໃຫ້ມີ ປະສິດທິຜົນ. ການຝຶກອົບຮົມຄັ້ງນີ້, ບັນດາ ສຳມະນາກອນ ຈະໄດ້ຮຽນຮູ້ 5 ບົດຮຽນຫລັກຄື: ພື້ນຖານວຽກ ງານຫາງສຽງສັງຄົມ; ວິທີເກັບກຳ ແລະ ການນຳໃຊ້ຫາງສຽງສັງຄົມ ເຂົ້າໃນວຽກງານການເມືອງ-ແນວ ຄິດ; ຕາໜ່າງເພື່ອນຮ່ວມງານ; ວຽກງານຄົ້ນຄວ້າ-ສັງລວມ ແລະ ວຽກງານການຕ້ານຂ່າວປອມ ໃນ ສື່ສັງຄົມອອນລາຍ ແລະ ບົດບາດ ຂອງສື່ທາງການ ໃນການຕ້ານ ຂ່າວປອມ. ຂ່າວ-ພາບ: ວິໄລວອນ ສິດທິໄຊ ແມ່ນມີລັກສະນະຫລຸດລົງ ແລະ ເກີດມີການລະບາດຢູ່ 2 ບ້ານຄື: ບ້ານວັງຊອຍ ແລະ ບ້ານສວນ, ແຕ່ ກໍມີຄວາມສ່ຽງທີ່ຈະເກີດກໍລະນີ ລະບາດ ຖ້າພວກເຮົາ ຫາກບໍ່ສຸມ ໃສ່ເຮັດການປ້ອງກັນແຕ່ຫົວທີ ດ້ວຍການສ້າງຂະບວນການອະນາ ໄມ ທໍາລາຍແຫລ່ງແຜ່ພັນໜອນນໍ້າ ເພື່ອບໍ່ໃຫ້ມີໜອນນໍ້າ ແລະ ບໍ່ມີຍຸງ ລາຍເປັນໂຕນໍາເຊື້ອ ຈາກຜູ້ເປັນໄຂ້ ໄປກັດຜູ້ອື່ນ. ສະພາບໄຂ້ຍຸງລາຍແຕ່ວັນທີ 1 ມັງກອນ-21 ກັນຍາ 2026, ເມືອງໄຊຍະບູລີ ມີຜູ້ຕິດເຊື້ອໄຂ້ຍຸງ ລາຍ ສະສົມ 107 ກໍລະນີ, ຍັງບໍ່ມີ ກໍເສຍຊີວິດ, ບ້ານທີ່ເກີດກໍລະນີໄຂ້ ຍຸງລາຍກວມເອົາ 33 ບ້ານໃນທົ່ວ ເມືອງ, ບ້ານທີ່ມີກໍລະນີລາຍງານ ຫລາຍກວ່າໝູ່ແມ່ນ: ບ້ານວັງຊອຍ ມີ 15 ກໍລະນີ, ບ້ານສວນ 12 ກໍລະ ນີ, ບ້ານລ້ອງປໍ 9 ກໍລະນີ, ບ້ານນາ ເລົາ 6 ກໍລະນີ, ບ້ານນາຕໍນ້ອຍ 5 ກໍລະນີ, ບ້ານນໍ້າຕວນ 5 ກໍລະນີ ແລະ ບ້ານອື່ນໆບ້ານລະ 1-2 ກໍລະ ນີ. ການເກີດກໍລະນີໄຂ້ຍຸງລາຍໃນ ປີນີ້ ມີການແຜ່ຂະຫຍາຍໄປແຕ່ລະ ບ້ານທັງໃນເທສະບານ ແລະ ນອກ ເທສະບານເມືອງ ພ້ອມທັງມີທ່າ ອ່ຽງຈະເກີດການລະບາດເພີ່ມຂຶ້ນ ເລື້ອຍໆ. ຂ່າວ-ພາບ: ສົມພົງ ສີສະຫວັດ
RkJQdWJsaXNoZXIy MTc3MTYxMQ==