7371

24/09/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ພາບປະກອບ xts;a f7;k,gxa o,k0v'[5 os+ g0Q klts]kd ໂດຍ: ມາລີດດາີ ຂປລ. ປະເທດລາວ ເປັນປະເທດ ໜຶ່ງທີ່ມີຂະນົບທຳນຽມ ແລະ ຮີດ ຄອງປະເພນີອັນດີງາມທີ່ສືບທອດ ກັນມາແຕ່ບັນພະບຸລຸດ. ປະເພນີທີ່ ສຳຄັນຄືຮີດສິບສອງ ຊຶ່ງເປັນປະ ເພນີທີ່ກຳນົດການເຮັດບຸນປະຈຳ ແຕ່ລະເດືອນຕາມຄວາມເຊື່ອຖືຂອງ ຊາວລາວ. ໜຶ່ງໃນນັ້ນກໍຄືບຸນຫໍ່ເຂົ້າ ສະຫລາກ ເປັນປະເພນີບຸນອີກປາງ 3I,]k;2k, l6 oIPoI6h c]t 9e|j kpra oxk75 ootrk[l6 ' ຂປລ. ການລ້ຽງປາເປັນອີກ ອາຊີບໜຶ່ງທີ່ສາມາດສ້າງລາຍຮັບ ແລະ ສ້າງອາຊີບໃຫ້ແກ່ປະຊາຊົນ. ໃນປັດຈຸບັນການລ້ຽງປາໄດ້ມີການ ນຳເອົາເຕັກນິກ ແລະ ວິທີການລ້ຽງ ແບບໃໝ່ເຂົ້າມາໃຊ້ ເພື່ອເພີ່ມຜົນ ຜະລິດ ແລະ ຕອບສະໜອງຄວາມ ຕ້ອງການຂອງຕະຫລາດ. ເໝືອນດັ່ງ ໂຮມລາວຟາມ ເປັນສູນຮຽນຮູ້ ແລະ ຈຳໜ່າຍພັນປາທີ່ມີຄຸນນະພາບສູງ ສ້າງຕັ້ງຂຶ້ນໃນປີ 2015. ຈາກຈຸດເລີ່ມຕົ້ນເຈົ້າຂອງບໍລິ ສັດຈຳໜ່າຍແອ ແລະ ຂົນສົ່ງ ໃຜ ຈະຄິດວ່າຍ້ອນຄວາມຮັກ-ຄວາມ ມັກໃນດ້ານກະສິກຳ ໂດຍສະເພາະ -u ;y f{;a fmtotme u y a ໜຶ່ງຂອງຮີດສິບສອງຂອງຊາວ ລາວ. ຈຸດເດັ່ນຂອງບຸນນີ້ຄືການຈັບ ຫລື ຈົບສະຫລາກ ເພື່ອກຳນົດວ່າ ເຄື່ອງທານທີ່ອອກຕົນຍາດໂຍມຈັດ ກຽມມາຈະຖວາຍແກ່ພະສົງສາມະ ເນນອົງໃດ. ຕາມຕຳນານທີ່ເລົ່າສືບຕໍ່ກັນມາ ບຸນຫໍ່ເຂົ້າສະຫລາກມີຕົ້ນກຳເນີດ ມາແຕ່ສະໄໝພຸດທະການ ໃນສະໄໝ ນັ້ນ ມີພະສົງ ແລະ ສາມະເນນເປັນ ຈຳນວນຫລາຍ ເມື່ອອຸບາສົກ ແລະ ອຸບາສິກາ ມາເຮັດບຸນ ແລະ ຖວາຍ ສັງຄະທານ ສ່ວນຫລາຍມັກຢາກ ຖວາຍໃຫ້ພະພຸດທະເຈົ້າ ເພື່ອໃຫ້ ການຖວາຍທານເກີດຄວາມສະເໝີ ພາບ ຈຶ່ງມີການຈັບສະຫລາກຊື່ ພະສົງ, ຜູ້ໃດຈັບຖືກຊື່ພະສົງອົງໃດ ກໍນຳເຄື່ອງທານໄປຖວາຍແກ່ພະສົງ ອົງນັ້ນ, ວິທີການນີ້ເຮັດໃຫ້ຖວາຍ ທານບໍ່ເລືອກຖວາຍສະເພາະພະ ຜູ້ໃຫຍ່ ຫລື ຜູ້ທີ່ຕົນຕ້ອງການ ແຕ່ ເປີດໂອກາດໃຫ້ພະສົງທຸກອົງມີ ໂອກາດໄດ້ຮັບທານຢ່າງສະເໝີ ພາບ. ພ້ອມນັ້ນ, ໃນຕຳນານຍັງເລົ່າ ເຖິງຊາຍຜູ້ທຸກຍາກຄົນໜຶ່ງທີ່ເຖິງຈະ ບໍ່ມີຊັບສິນ ຫລື ອາຫານທີ່ດີພ້ອມ ແຕ່ມີຈິດໃຈເຕັມໄປດ້ວຍສັດທາ ລາວພະຍາຍາມຫາສິ່ງຂອງມາເຮັດ ທານ ແລະ ໄດ້ນຳຮຳມາໝົກເປັນ ກ້ອນເພື່ອຖວາຍພະສົງ. ເມື່ອເຖິງເວລາຈັບສະຫລາກ ຕຳນານເລົ່າວ່າ: ພະພຸດທະເຈົ້າຈັບ ຖືກສະຫລາກຂອງຊາຍທຸກຍາກ ຄົນນັ້ນ, ສ່ວນພະເຈົ້າປະເສນທິໂກ ສົນຈັບຖືກສະຫລາກຂອງສາມະ ເນນນ້ອຍ ເມື່ອຄົນທັງຫລາຍເຫັນ ດັ່ງນັ້ນ ບາງຄົນກໍຢາກໃຫ້ປ່ຽນ ເຄື່ອງຖວາຍ ໂດຍໃຫ້ຂອງດີແກ່ຜູ້ ມີຖານະສູງ ແລະ ໃຫ້ຂອງທີ່ດ້ອຍ ກວ່າແກ່ຜູ້ອື່ນ ແຕ່ພະພຸດທະເຈົ້າຊົງ ຮັບອາຫານຈາກຊາຍຜູ້ທຸກຍາກ ນັ້ນ ເພື່ອສະແດງໃຫ້ເຫັນວ່າ ຄຸນຄ່າ ຂອງການເຮັດບຸນຢູ່ທີ່ຈິດໃຈ ແລະ ສັດທາ ບໍ່ໄດ້ຢູ່ທີ່ຖານະ ຫລື ຄວາມ ຮັ່ງມີຂອງຜູ້ຖວາຍ. ຈາກຕຳນານ ດັ່ງກ່າວ, ການຫໍ່ເຂົ້າສະຫລາກຈຶ່ງ ມີຄວາມໝາຍສຳຄັນຄືການເປີດ ໂອກາດໃຫ້ທຸກຄົນສາມາດເຮັດບຸນ ແລະ ຖວາຍທານໄດ້ໂດຍບໍ່ຖືກກຳນົດ ດ້ວຍຖານະ ຫລື ຊັ້ນວັນນະ ການ ຈັບສະຫລາກເຮັດໃຫ້ການຖວາຍ ທານມີຄວາມສະເໝີພາບ ແລະ ເນັ້ນ ຄວາມສຳຄັນຂອງສັດທາ ແລະ ເຈດຕະນາອັນດີຂອງຜູ້ເຮັດບຸນ. ສຳລັບຊາວລາວໃນປັດຈຸບັນ ບຸນຫໍ່ເຂົ້າສະຫລາກຍັງເປັນປະເພ ນີທີ່ຊ່ວຍສືບສານພະພຸດທະສາສະ ໜາ ແລະ ຮີດຄອງປະເພນີຂອງບັນ ພະບຸລຸດ. ນອກຈາກການເຮັດບຸນ ແລ້ວ, ຍັງເປັນໂອກາດໃຫ້ຄອບຄົວ ແລະ ຊຸມຊົນໄດ້ມາພົບປະ ແລະ ຮ່ວມກັນຮັກສາຂະນົບທຳນຽມອັນ ດີງາມ. ແນວໃດກໍຕາມ, ຮູບແບບ ການຈັດບຸນອາດມີຄວາມແຕກຕ່າງ ກັນໄປຕາມແຕ່ລະທ້ອງຖິ່ນ. ບາງ ບ່ອນຍັງຮັກສາການຈັບສະຫລາກ ແບບດັ້ງເດີມ. ໃນຂະນະທີ່ບາງບ່ອນ ອາດປັບປ່ຽນວິທີການຈັດເຄື່ອງ ທານ ແລະ ຮູບແບບພິທີໃຫ້ເໝາະ ສົມກັບສະພາບຊຸມຊົນ. ສະນັ້ນ, ບຸນຫໍ່ເຂົ້າສະຫລາກ ຈຶ່ງບໍ່ແມ່ນພຽງພິທີກຳການຖວາຍ ທານເທົ່ານັ້ນ, ແຕ່ຍັງສື່ເຖິງຫລັກ ຄຸນທຳສຳຄັນ ເຊັ່ນ: ຄວາມສັດທາ, ຄວາມເສຍສະລະ, ຄວາມເມດຕາ, ຄວາມສະເໝີພາບ ແລະ ການບໍ່ຖື ຕົນຈາກຖານະ ຫລື ຊັບສິນ. ຈຶ່ງເປັນ ປະເພນີອັນມີຄຸນຄ່າທີ່ຄວນສືບສານ ໃຫ້ຢູ່ຄູ່ກັບສັງຄົມລາວຕໍ່ໄປ. ພາບປະກອບ ພາບປະກອບ ການລ້ຽງປາ ແລະ ມີຄວາມສຸກ ທີ່ໄດ້ເຫັນສັດໂຕນ້ອຍໆເຕີບໃຫຍ່. ຈາກການລ້ຽງໃນຍາມວ່າງຄ່ອຍໆ ພັດທະນາມາເປັນໂຮມລາວຟາມ ທີ່ ຜະລິດ ແລະ ຈຳໜ່າຍພັນປາໃຫ້ແກ່ ຊາວກະສິກອນ, ພໍ່ຄ້າແມ່ຄ້າ ແລະ ປະຊາຊົນຢ່າງຫລວງຫລາຍໃນ ປັດຈຸບັນ ເພາະວ່າ ໂຮມລາວຟາມ ບໍ່ພຽງແຕ່ເປັນສູນເພາະພັນ ແລະ ຈຳໜ່າຍລູກປານ້ອຍ-ປາໃຫຍ່ ຄຸນນະພາບ ເຊັ່ນ: ປາຄໍ່, ປາດຸກ ບິກອຸ໋ຍ, ປາເຂັງຊຸມພອນພັນໃຫຍ່ ເທົ່ານັ້ນ, ແຕ່ຍັງເປັນສູນຮຽນຮູ້ທີ່ ແນະນຳເຕັກນິກການລ້ຽງປາແບບ ທັນສະໄໝ, ການວາງລະບົບທໍ່ນ້ຳ ແລະ ການເຮັດອ່າງ ເພາະເຮົາເຊື່ອ ວ່າການສ້າງອາຊີບ ແລະ ແບ່ງປັນ ຄວາມຮູ້ຄືການພັດທະນາທີ່ຍືນຍົງ. ທ່ານ ວົງປະເສີດ ປະພັດສະລາງ ເຈົ້າຂອງຟາມປາ ໂຮມລາວຟາມ ໃຫ້ຮູ້ວ່າ: ຈຸດເລີ່ມຕົ້ນຂອງໂຮມ ລາວຟາມ ເກີດຂຶ້ນດ້ວຍຄວາມຮັກຄວາມມັກໃນການເຮັດກະສິກຳ, ມັກການລ້ຽງປາ ແລະ ມີຄວາມ ສຸກທີ່ໄດ້ເຫັນສັດໂຕນ້ອຍໆເຕີບ ໃຫຍ່ ຈຶ່ງໄດ້ເລີ່ມສ້າງຟາມຂຶ້ນມາ ໃນປີ 2015 ໂດຍໃຊ້ຊື່ວ່າ “ໂຮມ ລາວຟາມ” ຫລື ຟາມປາໂຮມລາວ ເພື່ອຈໍາໜ່າຍລູກປານ້ອຍ. ປັດຈຸບັນ ໂຮມລາວຟາມ ມີພັນປາຫລາຍຊະ ນິດຈຳໜ່າຍທັງປາຂະໜາດນ້ອຍ ແລະ ປາຂະໜາດໃຫຍ່ ເຊັ່ນ: ປາ ຄໍ່, ປາດຸກບິກອຸ໋ຍ ແລະ ປາເຂັງຊຸມ ພອນພັນໃຫຍ່. ນອກຈາກນັ້ນ, ຟາມ ຍັງສາມາດຜະລິດພັນໄດ້ເອງບາງ ຊະນິດເຊັ່ນ: ປາດຸກຣັດເຊຍ ແລະ ກົບ. ສ່ວນພັນປາບາງຊະນິດຟາມ ໄດ້ນຳເຂົ້າຈາກປະເທດໄທ ເນື່ອງ ຈາກພື້ນທີ່ຟາມມີຈຳກັດແຕ່ຄວາມ ຕ້ອງການຂອງລູກຄ້າເພີ່ມຂຶ້ນ. ສຳລັບລະດູການຈຳໜ່າຍນັບ ແຕ່ເດືອນ 5-ເດືອນ 10 ແມ່ນຟາມ ຈະເນັ້ນຈຳໜ່າຍລູກປານ້ອຍ ໂດຍ ມີຍອດຈຳໜ່າຍສະເລ່ຍຫລາຍແສນ ໂຕຕໍ່ເດືອນ ແລະ ໄລຍະເດືອນ 11- ເດືອນ 3 ແມ່ນຈຳໜ່າຍປາໃຫຍ່ ເພື່ອໃຫ້ການໝູນວຽນດ້ານທຶນ ແລະ ລາຍຮັບໃນຟາມ ດຳເນີນໄປຢ່າງ ຕໍ່ເນື່ອງ. ສຳລັບລາຄາຂາຍຈະ ແຕກຕ່າງກັນໄປຕາມແຕ່ຂະໜາດ ແລະ ສາຍພັນຂອງປາ. ສ່ວນດ້ານ ການຕະຫລາດແມ່ນນຳໃຊ້ສ່ືອອນ ລາຍເປັນຊ່ອງທາງຫລັກໃນການ ປະຊາສຳພັນ ແລະ ຈຳໜ່າຍຜ່ານ ເຟສບຸກ ( Facebook) ຟາມປາ ໂຮມລາວ ແລະ ຕິກຕ໋ອກ ໂຮມລາວ ຟາມ ເພື່ອຂາຍລູກປາທຸກຊະນິດ ເຮັດໃຫ້ມີລູກຄ້າຮູ້ຈັກ ແລະ ເຂົ້າມາ ຊື້ຢ່າງຫລວງຫລາຍ. ນອກຈາກ ນັ້ນ, ໃນຟາມຍັງນຳເຂົ້າ ແລະ ຈຳ ໜ່າຍຫົວອາຫານຍີ່ຫໍ່ dabaco ຈາກປະເທດຫວຽດນາມ ເພາະວ່າ ຫົວອາຫານຍີ່ຫໍ່ນີ້ມີທາດອາຫານ ສູງເຮັດໃຫ້ປາລ້ຽງງ່າຍ ແລະ ໃຫຍ່ໄວ. ທ່ານ ວົງປະເສີດ ເວົ້າເສີມວ່າ: ສໍາລັບທ່ານໃດທີ່ສົນໃຈວິທີການ ລ້ຽງປາ, ທາງເຮົາສາມາດໃຫ້ຄຳ ແນະນຳໂດຍບໍ່ເສຍຄ່າກ່ຽວກັບ ເຕັກນິກການລ້ຽງປາສະໄໝໃໝ່ ຕັ້ງແຕ່ການເຮັດອ່າງ, ການວາງ ລະບົບທໍ່ນ້ຳຈົນເຖິງວິທີການຈັດ ການຟາມໃຫ້ເໝາະສົມ ແລະ ອື່ນໆ. ສຳລັບເປົ້າໝາຍຂອງຟາມເຮົາ ບໍ່ໄດ້ມີພຽງແຕ່ການຈຳໜ່າຍປາ ແຕ່ຍັງມຸ່ງຫວັງສ້າງອາຊີບ ແລະ ສ້າງລາຍໄດ້ໃຫ້ກັບປະຊາຊົນພ້ອມ ທັງແບ່ງປັນຄວາມຮູ້ດ້ານການ ລ້ຽງປາໃຫ້ແກ່ຜູ້ສົນໃຈ. ຖ້າມີຜູ້ຫັນ ມາລ້ຽງປາເພີ່ມຂຶ້ນກໍຈະຊ່ວຍເພີ່ມ ຍອດຂາຍລູກປານ້ອຍຂອງຟາມ ໄປໃນໂຕ. ເອົາເປັນວ່າທ່ານໃດທີ່ ສົນໃຈໃນການລ້ຽງປາ ຫລື ຢາກໄດ້ ລູກປາ, ຫົວອາຫານປາ ກໍສາມາດ ເຂົ້າມາຊື້ໄດ້ທີ່ໂຮມລາວຟາມ ຕັ້ງຢູ່ ບ້ານນາຄວາຍກາງ ຮ່ອມ 2 ຫລື ຕິດຕໍ່ທີ່ເບີ 020 5555 5486.

RkJQdWJsaXNoZXIy MTc3MTYxMQ==