21/09/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d 9kd]k;l6 j d;k'-u -k;|5 j ,lh k'0q ;;a fmtotmezj koly ]txt ຂປລ. ກັບມາພໍ້ກັບ ຄໍລຳ “ຊີວິດ-ກົດໝາຍ” ສະບັບມື້ນີ້, ຍັງຂໍພາທ່ານຜູ້ອ່ານໄປຮູ້ກັບປະ ມວນກົດໝາຍອາຍາຕື່ມອີກ ຊຶ່ງ ສະບັບມື້ ຂໍສະເໜີໝວດທີ 4 ການ ກະທຳຜິດຕໍ່ສິດ ແລະ ເສລີພາບຂອງ ພົນລະເມືອງ, ຕາມມາດ 210 ຫາ ມາດຕາ 212 ເພື່ອໃຫ້ທ່ານຜູ້ອ່ານ ຂປລ. ການໄປສຶກສາຕໍ່ຢູ່ປະ ເທດຈີນຂອງຊາວໜຸ່ມລາວ ບໍ່ພຽງ ເປັນໂອກາດໃນການສຶກສາຫາ ຄວາມຮູ້ ແຕ່ຍັງເປັນເວທີໃຫ້ໄດ້ ຮຽນຮູ້ວັດທະນະທຳ, ພັດທະນາທັກ ສະ ແລະ ແລກປ່ຽນມໍລະດົກອັນລ້ຳ ຄ່າຂອງລາວກັບເພື່ອນຕ່າງຊາດ. ສິລະປະຈຶ່ງກາຍເປັນຂົວເຊື່ອມໂຍງ ຜູ້ຄົນ ແລະ ວັດທະນະທຳຂອງສອງ ປະເທດ. ທ້າວ ຄຳປັນຍາ ລັດສະວົງ ແລະ ນາງ ຈັນທະພອນ ຈັນທະວົງ ນັກສຶກສາລາວຊັ້ນປີທີ 2 ທີ່ກຳລັງ ສຶກສາຢູ່ມະຫາວິທະຍາໄລສິລະປະ ກວາງຊີ, ເປັນຕົວຢ່າງຂອງຊາວ ໜຸ່ມລາວທີ່ນຳໃຊ້ສິລະປະເປັນສື່ ກາງໃນການຮຽນຮູ້ ແລະ ແລກ ປ່ຽນວັດທະນະທຳ. ທ້າວ ຄຳປັນຍາ ໃຫ້ຮູ້ວ່າ: ຕົນ ເອງແມ່ນຈົບການສຶກສາຈາກໂຮງ ຮຽນສິລະປະແຫ່ງຊາດລາວ ກ່ອນ ຈະໄດ້ຮັບທຶນໄປສຶກສາດ້ານດົນຕີ ປະເພນີຈີນ ໂດຍສະເພາະການ ຫລິ້ນ “ເອີຫູ” ເຄື່ອງດົນຕີສາຍ 2 ສາຍຂອງຈີນ. ສຳລັບຕົນເອງການ ມາສຶກສາຢູ່ກວາງຊີ ຖືເປັນຄວາມ ທ້າທາຍ ແລະ ໂອກາດໃໝ່ ເນື່ອງ ຈາກກ່ອນໜ້ານີ້ ບໍ່ເຄີຍມີໂອກາດ ໄປສຶກສາ ຫລື ເດີນທາງໄປຕ່າງ ປະເທດ. ໃນໄລຍະທຳອິດຄວາມ ແຕກຕ່າງດ້ານພາສາ, ອາຫານ, ສິ່ງ ແວດລ້ອມ ແລະ ລະບົບການຮຽນ ການສອນເຮັດໃຫ້ຕ້ອງໃຊ້ເວລາປັບ ຕົວ, ຫລັງຈາກປະມານ 1-2 ເດືອນ ເລີ່ມລຶ້ງເຄີຍກັບລະບົບການຮຽນ, ຄູ-ອາຈານ ແລະ ໝູ່ເພື່ອນ. ຂະນະທີ່ ນາງ ຈັນທະພອນ ອາຍຸ 21 ປີ ກຳລັງສຶກສາຊັ້ນປີ ທີ 2 ສາຂາການເຕັ້ນປະເພນີຈີນ ກ່າວວ່າ: ການໄດ້ຮັບທຶນມາສຶກສາ ຢູ່ ສປ ຈີນ ເປັນປະສົບການອັນມີ ຄຸນຄ່າ ແລະ ເປັນການເປີດມຸມມອງ dkodtmezy f8ly f c]t gl]u rk[0v'rq o]tg,n v' + ໄດ້ຮູ້ ແລະ ເຂົ້າໃຈໄປພ້ອມໆກັນຕື່ມ. ມາດຕາ 210 ການດັບສູນເຊື້ອ ຊາດ: ບຸກຄົນໃດ ໂດຍເຈດຕະນາ ຫາກໄດ້ຂ້າ, ລ້າງຜານສະມາຊິກ ຈຳນວນຫລາຍຂອງຊົນຊາດ, ເຜົ່າ, ເຊື້ອຊາດ ຫລື ສາສະໜາໃດໜຶ່ງ ທັງໝົດ ຫລື ບາງສ່ວນ ຫລື ໄດ້ ສ້າງຄວາມເສຍຫາຍຢ່າງຮ້າຍແຮງ ທາງຮ່າງກາຍ ແລະ ຈິດໃຈຂອງ ສະມາຊິກຈຳນວນຫລາຍຂອງ ກຸ່ມ ຫລື ໄດ້ນຳໃຊ້ມາດຕະການບໍ່ ໃຫ້ມີການກຳເນີດເດັກພາຍໃນກຸ່ມ ເພື່ອຈຸດປະສົງດັບສູນເຊື້ອຊາດຈະ ຖືກລົງໂທດຕັດອິດສະລະພາບສິບ ປີ ຫາ ຊາວປີ ຫລື ຕັດອິດສະລະ ພາບຕະຫລອດຊີວິດ ແລະ ຈະຖືກ ປັບໃໝແຕ່ 1.000.000.000 ກີບ ຫາ 100.000.000.000 ກີບ ຫລື ປະຫານຊີວິດ. ການກະກຽມ ໃຫ້ແກ່ການກະທຳຜິດ, ຄວາມ ພະຍາຍາມກໍ່ການກະທຳຜິດກໍຈະ ຖືກລົງໂທດ. ມາດຕາ 211 ການຈັບເປັນຕົວ ປະກັນ: ບຸກຄົນໃດຫາກໄດ້ບັງຄັບ, ຈັບຕົວ, ກັກຂັງບຸກຄົນໃດໜຶ່ງເປັນ ຕົວປະກັນ ແລະ ຂົ່ມຂູ່ວ່າຈະຂ້າ, ທຸບ ຕີ ຫລື ສືບຕໍ່ກັກຂັງຜູ້ນີ້ ເພື່ອບັງຄັບ ຜູ້ອື່ນເຊັ່ນ: ບຸກຄົນ ຫລື ການຈັດຕັ້ງ ໃຫ້ກະທຳ ຫລື ບໍ່ກະທຳສິ່ງໃດໜຶ່ງ ທີ່ເປັນເງື່ອນໄຂໃຫ້ແກ່ການປ່ອຍຕົວ ປະກັນຈະຖືກລົງໂທດຕັດອິດສະລະ ພາບແຕ່ສິບປີ ຫາ ຊາວປີ ແລະ ຈະ ຖືກປັບໃໝແຕ່ 20.000.000 ກີບ ຫາ 150.000.000 ກີບ. ມາດຕາ 212 ການທໍລະມານ: ບຸກຄົນໃດຫາກມີການກະທຳໃດ ໜຶ່ງໂດຍເຈດຕະນາ ຈະແມ່ນໃນ ການປະຕິບັດໜ້າທີ່ທາງການ ຫລື ບໍ່ກໍຕາມ ຊຶ່ງກໍ່ໃຫ້ເກີດຄວາມ ເຈັບປວດ ຫລື ບວບຊ້ຳອັນສາຫັດ ທາງຮ່າງກາຍ ຫລື ຈິດໃຈແກ່ບຸກ ຄົນອື່ນເພື່ອໃຫ້ຜູ້ກ່ຽວ ຫລື ບຸກຄົນ ທີສາມບອກຂໍ້ມູນຂ່າວສານ ຫລື ຮັບສາລະພາບ, ເພື່ອລົງໂທດຜູ້ກ່ຽວ ນັ້ນ ຍ້ອນການກະທຳຂອງຜູ້ກ່ຽວ ຫລື ຂອງບຸກຄົນທີສາມ ຫລື ຍ້ອນ ສົງໄສວ່າຜູ້ກ່ຽວ ຫລື ບຸກຄົນທີສາມ ໄດ້ມີການກະທຳນັ້ນ ຫລື ຂົ່ມຂູ່ ຫລື ບັງຄັບຜູ້ກ່ຽວ ຫລື ບຸກຄົນທີສາມ ຈະຖືກລົງໂທດຕັດອິດສະລະພາບ ແຕ່ຫ້າປີ ຫາ ສິບປີ ແລະ ຈະຖືກ ປັບໃໝ ແຕ່ 5.000.000 ກີບ ຫາ 20.000.000 ກີບ. ໃນກໍລະນີການກະທຳຜິດຫາກ ໄດ້ເຮັດໃຫ້ເສຍອົງຄະ, ພິການ ຫລື ເສຍຊີວິດຈະຖືກລົງໂທດຕັດອິດ ສະລະພາບແຕ່ສິບປີ ຫາ ສິບຫ້າປີ ແລະຈະຖືກປັບໃໝແຕ່15.000.000 ກີບ ຫາ 50.000.000 ກີບ. ໃນກໍລະນີການກະທຳຜິດຫາກ ພາໃຫ້ເສຍຊີວິດແຕ່ສອງຄົນຂຶ້ນໄປ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສິບຫ້າປີ ຫາ ຊາວປີ ແລະ ຈະ ຖືກປັບໃໝແຕ່ 30.000.000 ກີບ 100.000.000 ກີບ. ຄວາມ ເຈັບປວດ ຫລື ຄວາມບວບຊ້ຳທີ່ ເນື່ອງມາຈາກການລົງໂທດທີ່ຖືກ ຕ້ອງຕາມກົດໝາຍ ຫລື ເກີດຂຶ້ນ ໂດຍບໍ່ເຈດຕະນາຈາກການລົງ ໂທດດັ່ງກ່າວ ຈະບໍ່ຖືວ່າເປັນການ ທໍລະມານ. ພາບປະກອບ ຂປລ. ການໃຫ້ນົມລູກດ້ວຍ ນ້ຳນົມແມ່ ແມ່ນສິ່ງສຳຄັນຕໍ່ການ ເລີ່ມຕົ້ນຊີວິດຂອງເດັກ ເນື່ອງຈາກ ນ້ຳນົມແມ່ມີສານອາຫານທີ່ຈຳເປັນ ແລະ ຊ່ວຍເສີມສ້າງພູມຄຸ້ມກັນ ໃຫ້ແກ່ລູກ. ການທີ່ແມ່ຈະຜະລິດ ນ້ຳນົມໄດ້ ຕ້ອງພ້ອມທັງດ້ານ ສຸຂະພາບກາຍ ແລະ ສຸຂະພາບໃຈ, ດັ່ງນັ້ນພາວະໂພຊະນາການຂອງ ແມ່ເປັນສິ່ງສຳຄັນ, ແມ່ຫລາຍຄົນ ອາດມີຄວາມກັງວົນກັບການໃຫ້ ນົມລູກ ແລະ ການກິນອາຫານຂອງ ໂຕເອງ ເພາະແນ່ນອນວ່າອາຫານ ທີ່ກິນເຂົ້າໄປມີຜົນຕໍ່ນ້ຳນົມທີ່ລູກ ກິນ ເນື່ອງຈາກຖ້າແມ່ມີໂພຊະນາ ການທີ່ດີ ລູກນ້ອຍກໍຈະແຂງແຮງ ສົມບູນ. ໄລຍະຫລັງເກີດລູກ ແມ່ຕ້ອງ ການພະລັງງານ ແລະ ສານອາ ຫານຢ່າງພຽງພໍ ເພື່ອນຳໄປໃຊ້ໃນ ການຟື້ນຟູຮ່າງການ ແລະ ຜະລິດ ນ້ຳນົມ. ແມ່ຈຶ່ງຄວນຮັບປະທານ ອາຫານໃຫ້ຄົບ 5 ກຸ່ມ,ມີຄວາມ ຫລາກຫລາຍ ແລະ ພຽງພໍຕໍ່ຄວາມ ຕ້ອງການ, ໃນນັ້ນ 5 ກຸ່ມ ທີ່ແມ່ໃຫ້ ນົມລູກຄວນຮັບປະທານປະກອບມີ ເຂົ້າ-ແປ້ງ ມື້ລະ 10-12 ຈອງຕັກ ໂດຍ: ລູກສາວຫລ້າູ ກ້ າ 3r-tokdkole7a o le]a [c,j .sh oq ,]6 d ເຂົ້າ, ຜັກປະມານ 6 ຈອງຕັກເຂົ້າ ຕໍ່ມື້, ໝາກໄມ້ 6 ສ່ວນຕໍ່ມື້, ຊີ້ນ ສັດ 12-14 ບ່ວງແກງຕໍ່ມື້ ແລະ ນົມ 2-3 ຈອກຕໍ່ມື້. ນອກຈາກນັ້ນ, ແມ່ຄວນດື່ມນ້ຳໃຫ້ພຽງພໍ ແລະ ບໍ່ ຄວນຈຳກັດອາຫານຫລາຍເກີນ ໄປ. ສ່ວນໄຂມັນ, ນ້ຳຕານ, ເກືອ ນ ແລະ ເຄື່ອງປຸງຕ່າງໆ ຄວນໃຊ້ ໃນປະລິມານໜ້ອຍ ແລະ ຫລີກ ລ່ຽງອາຫານຫວານຫລາຍ, ເຄັມ ຫລາຍ ຫລື ອາຫານທີ່ມີໄຂມັນສູງ. ສ່ວນວິຕາມິນ ແລະ ແຮ່ທາດ, ແມ່ ຄວນຮັບປະທານຢາ ຫລື ສານເສີມ ອາຫານຕາມຄຳແນະນຳຂອງແພດ ໂດຍສະເພາະທາດເຫລັກ, ໂຟລິກ ອາຊີດ ແລະ ໄອໂອດີນ ເພື່ອຊ່ວຍ ຮັກສາສຸຂະພາບຂອງແມ່. ບໍ່ຄວນ ຊື້ຢາ ຫລື ອາຫານເສີມມາກິນເອງ ໂດຍບໍ່ປຶກສາຜູ້ຊ່ຽວຊານ. ສຳລັບເດັກແຕ່ເກີດຈົນເຖິງ 6 ເດືອນ ຄວນໃຫ້ກິນນົມແມ່ຢ່າງ ດຽວ ໂດຍບໍ່ຈຳເປັນຕ້ອງໃຫ້ນ້ຳ ຫລື ອາຫານອື່ນເພີ່ມ ຖ້າບໍ່ມີຄຳ ແນະນຳພິເສດຈາກແພດ. ນ້ຳນົມ ແມ່ມີທັງນ້ຳ ແລະ ສານອາຫານ ທີ່ເໝາະສົມກັບເດັກໃນໄວນີ້ ແລະ ຍັງມີສານທີ່ຊ່ວຍເສີມພູມຄຸ້ມກັນ. ດັ່ງນັ້ນ ການທີ່ແມ່ໃຫ້ນົມລູກຮັບ ປະທານອາຫານຄົບ 5 ກຸ່ມ, ຫລາກ ຫລາຍ, ສະອາດ ແລະ ພຽງພໍ ພ້ອມ ທັງພັກຜ່ອນໃຫ້ພຽງພໍ ແລະ ດູແລ ເບິ່ງແຍງສຸຂະພາບຈິດຈະຊ່ວຍໃຫ້ ແມ່ມີສຸຂະພາບດີ ແລະ ສາມາດ ໃຫ້ນົມລູກໄດ້ຢ່າງເໝາະສົມເປັນ ຮາກຖານສຳຄັນຕໍ່ການເຕີບໃຫຍ່ ແລະ ພັດທະນາການຂອງລູກນ້ອຍ. ພາບປະກອບ ໃໝ່ໃຫ້ແກ່ຕົນເອງ.ນອກຈາກການ ຮຽນຮູ້ສິລະປະຈີນແລ້ວ, ຍັງໄດ້ ໃຊ້ການເຕັ້ນ, ການຮ້ອງເພງ ແລະ ດົນຕີມາໃຊ້ເປັນສື່ໃນການແນະນຳ ປະເພນີ ແລະ ເອກະລັກຂອງລາວ ໃຫ້ແກ່ເພື່ອນນັກສຶກສາຈີນໄດ້ຮັບຮູ້. ສຳລັບນ້ອງເອງ, ການໄດ້ຮຽນຮູ້ ສິລະປະຂອງຈີນ ພ້ອມກັບການນຳ ວັດທະນະທຳລາວໄປແລກປ່ຽນ ກັບຄົນຕ່າງຊາດ ເປັນທັງຄວາມສຸກ ແລະ ຄວາມພູມໃຈ. ມະຫາວິທະຍາໄລສິລະປະກວາງ ຊີ ເປັນສະຖາບັນອຸດົມສຶກສາດ້ານ ສິລະປະທີ່ມີຫລາຍສາຂາ ແລະ ມີ ໂຄງການ “ກຸ່ມພິພິທະພັນສິລະປະ ຈີນ-ອາຊຽນ” ເພື່ອສົ່ງເສີມການ ແລກປ່ຽນດ້ານສິລະປະ ແລະ ວັດ ທະນະທຳ. ໃນສະພາບການດັ່ງ ກ່າວ, ນັກສຶກສາລາວທັງສອງຄົນ ບໍ່ໄດ້ເປັນພຽງຜູ້ຮັບຄວາມຮູ້ ແຕ່ຍັງ ເປັນຜູ້ນຳເອົາສຽງເພງ, ຈັງຫວະ ການເຕັ້ນ ແລະ ເລື່ອງລາວຈາກ ປະເທດລາວ ໄປແລກປ່ຽນກັບໝູ່ ເພື່ອນຊາວຈີນ. ຈາກສຽງດົນຕີຂອງ “ເອີຫູ” ເຖິງການເຕັ້ນປະເພນີ ແລະ ເພງ ລາວ, ສິລະປະໄດ້ກາຍເປັນພື້ນທີ່ ໃຫ້ຊາວໜຸ່ມລາວ ແລະ ຊາວໜຸ່ມຈີນ ໄດ້ພົບປະ, ຮຽນຮູ້ ແລະ ແລກປ່ຽນ ກັນ. ນີ້ເປັນອີກໜຶ່ງດ້ານຂອງການ ພົວພັນລາວ-ຈີນ ທີ່ສະທ້ອນຜ່ານ ການພົບປະຂອງປະຊາຊົນ ແລະ ຄົນຮຸ່ນໃໝ່ ໂດຍມີ “ສິລະປະ” ເປັນ ພາສາກາງໃນການສື່ສານ ແລະ ແລກປ່ຽນວັດທະນະທຳ. ໂດຍ: ສຸກທະວີ
RkJQdWJsaXNoZXIy MTc3MTYxMQ==