7362

11/09/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ມອບ-ຮັບ...ັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ສ້າງຄວາມເຂັ້ມແຂງ...້ັ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ອອປສ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ການຊ່ວຍເຫລືອຫລາຍທີ່ສຸດ ແລະ ປະກອບສ່ວນເຂົ້າໃນການປົກປ້ອງ ສຸຂະພາບ, ຄວາມປອດໄພ ແລະ ກຽດສັກສີຂອງເຂົາເຈົ້າໃນໄລຍະ ການຟື້ນຕົວ. ທ່ານ ບັກຕີຢໍ ຄາດີເລິບ ຜູ້ ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ກ່າວວ່າ: ການສະໜອງ ຊຸດເຄື່ອງໃຊ້ທີ່ຈໍາເປັນສໍາລັບແມ່ ຍິງນີ້ ແມ່ນສ່ວນໜຶ່ງຂອງຄຳໝັ້ນ ສັນຍາຂອງອົງການ UNFPA ເພື່ອຮັບປະກັນວ່າຄວາມຕ້ອງການ ແລະ ສິດທິຂອງແມ່ຍິງ ແລະ ເດັກ ຍິງ ຍັງໄດ້ຮັບຄວາມເອົາໃຈໃສ່ ແລະ ໄດ້ຮັບການແກ້ໄຂຕະຫລອດ ໄລຍະການໂຕ້ຕອບກັບເຫດການ ສຸກເສີນ ແລະ ການຟື້ນຕົວ. ໃນ ຂະນະທີ່ ທ່ານ ນາງ ເມແກນ ໂຈນ ເອກອັກຄະລັດຖະທູດອົດສະຕຣາ ລີປະຈຳ ສປປ ລາວ ໄດ້ກ່າວ ວ່າ: ປະເທດ ອົດສະຕຣາລີ ຢືນຢູ່ ຄຽງຂ້າງປະຊາຊົນ ສປປ ລາວ ໃນການຮັບມື ແລະ ຟື້ນຕົວຈາກ ຜົນກະທົບຂອງໄພນໍ້າຖ້ວມ. ການ ສະໜັບສະໜູນຂອງພວກເຮົາ ຜ່ານ ເຄື່ອງຊ່ວຍເຫລືອນີ້ ສະທ້ອນໃຫ້ ເຫັນເຖິງຄວາມມຸ່ງໝັ້ນ ຂອງພວກ ເຮົາ ເພື່ອຮັບປະກັນວ່າແມ່ຍິງ ແລະ ເດັກຍິງຈະບໍ່ຖືກເບິ່ງຂ້າມໃນ ເຫດການສຸກເສີນ ແລະ ສາມາດ ເຂົ້າເຖິງເຄື່ອງໃຊ້ທີ່ຈຳເປັນ ແລະ ໄດ້ຮັບການຊ່ວຍເຫລືອທີ່ພວກເຂົາ ຕ້ອງການເພື່ອໃຫ້ມີຄວາມປອດ ໄພ, ມີສຸຂະພາບແຂງແຮງ ແລະ ມີ ກຽດສັກສີ. ພວກເຮົາມີຄວາມຍິນດີ ທີ່ໄດ້ເຮັດວຽກຮ່ວມກັບອົງການ UNFPA ແລະ ສະຫະພັນແມ່ຍິງ ລາວ ໃນການເຮັດໃຫ້ຊຸດເຄື່ອງໃຊ້ ທີ່ຈໍາເປັນສໍາລັບແມ່ຍິງເຫລົ່ານີ້ ໄປເຖິງຊຸມຊົນ ທີ່ໄດ້ຮັບຜົນກະທົບ ໃນແຂວງຄຳມ່ວນ, ຫລວງນໍ້າທາ ແລະ ແຂວງບໍລິຄຳໄຊ. ຂປລ. ຫ້ອງການຄະນະກຳມາທິ ການແຫ່ງຊາດ ເພື່ອຄວາມກ້າວ ໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບມູນນິທິເອ ເຊຍ ຈັດກອງປະຊຸມສໍາມະນາພື້ນ ຖານຄວາມຮູ້ກ່ຽວກັບວຽກງານ ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນ ຄົງ (WPS) ໃຫ້ບັນດາຂະແໜງ ການຂັ້ນສູນກາງ ໃນລະຫວ່າງວັນ ທີ 9-10 ກັນຍາ 2026 ທີ່ແຂວງ ວຽງຈັນ ໂດຍການເປັນປະທານ ຮ່ວມຂອງ ທ່ານ ນາງ ອາລີ ວົງໜໍ່ ບຸນທໍາ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ຮອງປະທານຜູ້ປະຈໍາການ ຄະນະ ກໍາມາທິການແຫ່ງຊາດ ເພື່ອຄວາມ ກ້າວໜ້າຂອງແມ່ຍິງ, ແມ່ແລະ ເດັກ ແລະ ທ່ານ ນາງ ຮາລິອຸນໂກ ກັນ ບັດ ຜູ້ຕາງໜ້າມູນນິທິເອເຊຍ ປະຈໍາ ສປປ ລາວ, ມີຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄກມດ) ບັນດາ ກະຊວງ-ອົງການທຽບເທົ່າ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ນາງ ອາລີ ວົງໜໍ່ບຸນທຳ ໄດ້ກ່າວວ່າ: ໃນປັດ ຈຸບັນ, ໂລກ ແລະ ພາກພື້ນ ກໍາລັງ ຜະເຊີນກັບສິ່ງທ້າທາຍອັນສັບຊ້ອນ ຄວາມໝັ້ນຄົງບໍ່ໄດ້ໝາຍເຖິງພຽງ ແຕ່ການປ້ອງກັນປະເທດ ຈາກການ ສູ້ຮົບດ້ວຍອາວຸດເທົ່ານັ້ນ, ແຕ່ຍັງ ກວມເອົາຄວາມໝັ້ນຄົງຂອງມະ ນຸດ ໂດຍສະເພາະແມ່ນການຮັບມື ກັບສິ່ງທ້າທາຍເກີດໃໝ່ ທີ່ຈະພ້ອມ ກັນວິເຄາະ ແລະ ຄົ້ນຄວ້າບັນຫາທີ່ ບໍ່ແມ່ນແບບດັ້ງເດີມ ເຊັ່ນ: ຜົນກະ ທົບຈາກການປ່ຽນແປງດິນຟ້າອາ ກາດ, ຄວາມປອດໄພທາງໄຊເບີ, ຄວາມຮຸນແຮງ, ບັນຫາລະເບີດບໍ່ ທັນແຕກ (UXO), ການຄ້າແມ່ ຍິງ-ເດັກຍິງ ແລະ ອາຊະຍາກຳດີ ຈິຕອນ ແລະ ບັນຫາອື່ນທີ່ຕິດພັນ. ສະເພາະຢູ່ ສປປ ລາວ, ກໍມີບັນຫາ ສະເພາະທີ່ຕ້ອງໄດ້ເອົາໃຈໃສ່ຢ່າງ ໃກ້ຊິດ ເປັນຕົ້ນ ໄພຄຸກຄາມຈາກ ລະເບີດບໍ່ທັນແຕກ (UXO) ຊຶ່ງຍັງ ເປັນອຸປະສັກຕໍ່ການພັດທະນາ ແລະ ຄວາມປອດໄພຂອງປະຊາຊົນ, ການເຊື່ອມສານບົດບາດຍິງ-ຊາຍ ເຂົ້າໃນວຽກງານ UXO ຈະຊ່ວຍ ໃຫ້ການຊ່ວຍເຫລືອ ແລະ ການຟື້ນ ຟູມີປະສິດທິພາບຍິ່ງຂຶ້ນ; ອາຊະຍາ ກຳທາງໄຊເບີ ແລະ ຄວາມຮຸນແຮງ ຕໍ່ແມ່ຍິງ ດ້ວຍການນຳໃຊ້ເຕັກໂນ ໂລຊີ ຊຶ່ງການຂະຫຍາຍຕົວຂອງ ເຕັກໂນໂລຊີ ສ້າງໂອກາດອັນສຳ ຄັນ ແຕ່ກໍນໍາມາເຊິ່ງຄວາມສ່ຽງ ໂດຍສະເພາະການຄ້າມະນຸດ ຜ່ານ ລະບົບອອນລາຍ ແລະ ການລ່ວງ ລະເມີດແມ່ຍິງ ແລະ ເດັກຍິງ; ການ ປ່ຽນແປງດິນຟ້າອາກາດ ຊຶ່ງໄພພິ ບັດທາງທໍາມະຊາດທີ່ຖີ່ຂຶ້ນ ແລະ ຮຸນແຮງຂຶ້ນ ສົ່ງຜົນກະທົບ ໂດຍ ກົງຕໍ່ວິຖີຊີວິດ, ຊັບສິນ ແລະ ຄວາມ ປອດໄພຂອງແມ່ຍິງໃນຊຸມຊົນ. ດັ່ງ ນັ້ນ, ການຈັດສໍາມະນາຄັ້ງນີ້, ຈຶ່ງ ເປັນໂອກາດອັນດີທີ່ພວກເຮົາຈະ ໄດ້ນໍາໃຊ້ເຄື່ອງມືຕ່າງໆ ເຊັ່ນ: ຊຸດ ເຄື່ອງມືເພື່ອຄວາມສອດຄ່ອງກັບ ທ້ອງຖິ່ນຂອງອາຊຽນ, ເພື່ອຜັນ ຂະຫຍາຍນະໂຍບາຍລະດັບພາກ ພື້ນ ໃຫ້ກາຍເປັນແຜນງານຕົວຈິງ ຂອງບັນດາກະຊວງ, ທ້ອງຖິ່ນ ແລະ ຂະແໜງການ ຂອງ ສປປ ລາວ. ການສໍາມະນາຄັ້ງນີ້, ເພື່ອຍົກ ສູງຄວາມຮູ້ ແລະ ຄວາມເຂົ້າໃຈ ຂອງ ຄກມດ, ພະນັກງານຫລັກ ແຫລ່ງ ແລະ ຈຸດປະສານງານຂອງ ບັນດາຂະແໜງການ ເຂົ້າໃຈຫລັກ ການພື້ນຖານຂອງວຽກງານແມ່ ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ; ແລກປ່ຽນບົດຮຽນຕົວຈິງກ່ຽວກັບ ຄວາມໝັ້ນຄົງຮູບແບບໃໝ່ທີ່ຕິດ ພັນກັບ ສປປ ລາວ; ພ້ອມທັງສ້າງ ຄວາມເຂັ້ມແຂງໃນການກຳນົດກົນ ໄກປະສານງານຫລາຍຂະແໜງ ການ ແລະ ສ້າງຄວາມເຂັ້ມແຂງໃຫ້ ບັນດາຂະແໜງການຂັ້ນສູນກາງ ໃນເຊື່ອມສານວຽກງານ WPS ເຂົ້າໃນແຜນພັດທະນາແຫ່ງຊາດ ແລະ ແຜນການເຄື່ອນໄຫວບູລິມະ ສິດຂອງແຕ່ລະຂະແໜງການ. ໄລຍະການສຳມະນາ ຜູ້ເຂົ້າ ຮ່ວມຈະໄດ້ຄົ້ນຄວ້າ ແລະ ເຮັດກິດ ຈະກໍາກຸ່ມຮ່ວມກັນໃນຫລາຍຫົວຂໍ້ ເປັນຕົ້ນ ກອບນະໂຍບາຍສາກົນ ແລະ 4 ເສົາຄ້ຳຂອງWPS (ການ ມີສ່ວນຮ່ວມ, ການປ້ອງກັນ, ການ ປົກປ້ອງ, ການບັນເທົາທຸກ ແລະ ການຟື້ນຟູ); ການວິເຄາະສິ່ງທ້າ ທາຍເກີດໃໝ່ ເຊັ່ນ: ການປ່ຽນແປງ ດິນຟ້າອາກາດ, ໄພພິບັດທາງທໍາ ມະຊາດ, ຄວາມປອດໄພທາງໄຊເບີ, ຄວາມຮຸນແຮງບົນພື້ນຖານທາງເພດ ທີ່ນຳໃຊ້ເຕັກໂນໂລຊີ (TFGBV), ອາຊະຍາກຳດີຈິຕອນ ແລະ ການ ຄ້າມະນຸດ; ການແລກປ່ຽນບົດ ຮຽນການຈັດຕັ້ງປະຕິບັດຕົວຈິງ ກ່ຽວກັບການເຊື່ອມສານວຽກງານ WPS ເຂົ້າໃນວຽກງານແກ້ໄຂ ບັນຫາລະເບີດບໍ່ທັນແຕກ (UXO) ຕົກຄ້າງຢູ່ ສປປ ລາວ ແລະ ການ ປົກປ້ອງແມ່ຍິງ-ເດັກຍິງຈາກຄວາມ ຮຸນແຮງ ແລະ ການເຊື່ອມສານ WPS ເຂົ້າໃນແຜນດຳເນີນງານ ແຫ່ງຊາດ 5 ປີ (2026-2030) ທີ່ກ່ຽວຂ້ອງ, ແຜນປະຕິບັດງານ ພາກພື້ນອາຊຽນ (ASEAN RPA on WPS) ແລະ ການກຳ ນົດກົນໄກປະສານງານໃນແຕ່ລະ ຂະແໜງການ. ລາວ-ໄທ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ກະຊວງຊັບພະຍາກອນທຳມະຊາດ ແ ລ ະ ສິ່ ງ ແ ວ ດ ລ້ ອ ມ ແ ຫ່ ງ ລາຊະອານາຈັກໄທ ພ້ອມດ້ວຍ ຄະນະ, ການຢ້ຽມຢາມຄັ້ງນີ້ ຖືເປັນ ຂີດໝາຍສຳຄັນອີກບາດກ້າວໜຶ່ງ ໃນການສືບຕໍ່ຮັດແໜ້ນ ແລະ ເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການເປັນບ້ານໃກ້ເຮືອນຄຽງ ທີ່ດີ ລະຫວ່າງ ສອງປະເທດ, ພ້ອມ ທັງກຳນົດທິດທາງການຮ່ວມມື ໃນ ໄລຍະຕໍ່ໜ້າໃຫ້ເປັນຮູບປະທຳ ແລະ ຍືນຍົງ. ໃນລະຫວ່າງການຢ້ຽມຢາມ ໃນວັນທີ 8 ກັນຍາ 2026 ຄະນະ ຜູ້ແທນ ກະຊວງກະສິກຳ ແລະ ສິ່ງ ແວດລ້ອມ ແຫ່ງ ສປປ ລາວ ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ລາຊະ ອານາຈັກໄທ ໄດ້ພົບປະສອງຝ່າຍ ຊຶ່ງເປັນການພົບປະຢ່າງເປັນທາງ ການ ຄັ້ງທີ 2 ນັບແຕ່ ສປປ ລາວ ໄດ້ປັບປຸງກົງຈັກການຈັດຕັ້ງ ເປັນ ກະຊວງກະສິກຳ ແລະ ສິ່ງແວດ ລ້ອມ, ສອງຝ່າຍໄດ້ຮ່ວມກັນທົບ ທວນຜົນການຮ່ວມມື ແລະ ແລກ ປ່ຽນທັດສະນະຕໍ່ບັນດາຂົງເຂດບູລິ ມະສິດ ໂດຍສະເພາະ ການປ້ອງກັນ ແລະ ແກ້ໄຂໄຟປ່າ, ໝອກຄວັນ ແລະ ມົນລະພິດທາງອາກາດຂ້າມ ແດນ ພາຍໃຕ້ຍຸດທະສາດຟ້າໃສ (Clear Sky Strategy 20242030), ການແລກປ່ຽນຂໍ້ມູນເພື່ອ ຕິດຕາມ ແລະ ເຕືອນໄພລ່ວງໜ້າ, ການຮັບມືກັບການປ່ຽນແປງດິນ ຟ້າອາກາດ ແລະ ໄພພິບັດ, ການ ຄຸ້ມຄອງເຂດດິນທາມ ແລະ ຊີວະ ນານາພັນ, ການຟື້ນຟູລະບົບນິເວດ ຕາມເຂດຊາຍແດນ ແລະ ການພັດ ທະນາບຸກຄະລາກອນ. ໂອກາດນີ້, ທ່ານ ລິນຄຳ ດວງ ສະຫວັນ ແລະ ທ່ານ ສຸຊາດ ຊົມກິ່ນ ໄດ້ຮ່ວມກັນລົງນາມໃນບົດບັນທຶກ ຄວາມເຂົ້າໃຈ (MOU) ວ່າດ້ວຍ ການຮ່ວມມືດ້ານຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ. MOU ສະບັບນີ້, ຈະເປັນຂອບສຳ ຄັນສຳລັບການສ້າງກົນໄກປະສານ ງານ, ການຕິດຕາມກວດກາຮ່ວມ ກັນ, ການແລກປ່ຽນຂໍ້ມູນ ແລະ ວິຊາການ, ການປັບຕົວຕໍ່ການປ່ຽນ ແປງດິນຟ້າອາກາດ ແລະ ການເພີ່ມ ຂີດຄວາມສາມາດຂອງສອງຝ່າຍ. ໃນໂອກາດດຽວກັນ, ກະຊວງຊັບ ພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ ແຫ່ງ ລາຊະອານາຈັກ ໄທ ໄດ້ມອບອຸປະກອນຕິດຕາມ ຄຸນນະພາບອາກາດແລະອຸປະກອນ ດັບໄຟປ່າ ໃຫ້ແກ່ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ, ລວມມີ ເຄື່ອງວັດແທກຝຸ່ນ ລະອອງ PM2.5, ອຸປະກອນສຳ ລັບການປ້ອງກັນ ແລະ ຄວບຄຸມ ໄຟປ່າ, ເພື່ອປະກອບສ່ວນເພີ່ມຂີດ ຄວາມສາມາດໃນການຕິດຕາມ, ເຝົ້າລະວັງ ແລະ ຄວບຄຸມສະຖານະ ການຢູ່ບັນດາພື້ນທີ່ຄວາມສ່ຽງ. ໃນວັນທີ 9 ກັນຍາ 2026, ທ່ານ ລິນຄຳ ດວງສະຫວັນ ພ້ອມດ້ວຍ ຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ແລະ ພົບປະກັບ ທ່ານ ຊົງສັກ ທອງສີ ຮອງນາຍົກລັດຖະມົນຕີ ແຫ່ງ ລາ ຊະອານາຈັກໄທ. ທ່ານຮອງນາຍົກ ລັດຖະມົນຕີ ໄດ້ສະແດງຄວາມ ຍິນດີ ແລະ ຕີລາຄາສູງຕໍ່ການ ຢ້ຽມຢາມຄັ້ງນີ້, ພ້ອມທັງເນັ້ນໜັກ ເຖິງຄວາມສຳຄັນຂອງການຮັດ ແໜ້ນສາຍພົວພັນມິດຕະພາບອັນ ຍາວນານ ແລະ ການຮ່ວມມືຢ່າງ ໃກ້ຊິດໃນຂົງເຂດກະສິກຳ, ຊັບ ພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມ, ພ້ອມທັງສະໜັບສະ ໜູນ ການຜັນຂະຫຍາຍບັນດາຂໍ້ ຕົກລົງໃຫ້ເກີດໝາກຜົນຕົວຈິງ, ເພື່ອນຳເອົາຜົນປະໂຫຍດມາສູ່ປະ ຊາຊົນສອງຊາດ. ໃນວັນທີ 10 ກັນຍາ 2026, ຄະນະຜູ້ແທນ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ເຂົ້າພົບປະ ກັບ ຜູ້ວ່າລາຊະການ ແຂວງຊຽງ ໃໝ່ ແລະ ຢ້ຽມຊົມສູນບັນຊາການ ແກ້ໄຂບັນຫາໄຟປ່າ ແລະ ໝອກ ຄວັນ (War Room), ເພື່ອແລກ ປ່ຽນບົດຮຽນກ່ຽວກັບການປ້ອງ ກັນ ແລະ ແກ້ໄຂໄຟປ່າ, ການເຜົາ ໃນພື້ນທີ່ໂລ່ງ, ໝອກຄວັນຂ້າມ ແດນແລະການຕິດຕາມຄຸນນະພາບ ອາກາດ. ຈາກນັ້ນ, ຄະນະຈະຢ້ຽມ ຊົມສູນປະຕິບັດການໄຟປ່າ ອຸທິ ຍານແຫ່ງຊາດດອຍສຸເທບ-ປຸຍ, ຮັບຊົມການສາທິດລະບົບບັນຊາ ແລະ ຄວບຄຸມ, ການຈຳລອງການ ດັບໄຟປ່າທາງອາກາດ ແລະ ການ ປະຕິບັດງານຝົນຫລວງ. ພ້ອມທັງ ຢ້ຽມຢາມສູນສຶກສາການພັດທະ ນາຫ້ວຍຮ່ອງໄຄ້ ອັນເນື່ອງມາຈາກ ພະລາຊະດຳລິ ເພື່ອສຶກສາຮູບແບບ ການຟື້ນຟູປ່າ, ການບໍລິຫານຈັດ ການຊັບພະຍາກອນທຳມະຊາດ ແບບມີສ່ວນຮ່ວມ. ສ່ວນໃນວັນທີ 11 ກັນຍາ 2026, ຄະນະມີກຳນົດຈະຢ້ຽມ ຊົມອຸທິຍານຫລວງຣາຊະພຶກ ເພື່ອ ສຶກສາວຽກງານ ດ້ານພຶກສາສາດ, ການອະນຸລັກພັນພືດ, ການຈັດການ ພື້ນທີ່ສີຂຽວ ແລະ ການສົ່ງເສີມ ການຮຽນຮູ້ດ້ານສິ່ງແວດລ້ອມ ຕື່ມອີກ. ການຢ້ຽມຢາມຄັ້ງນີ້, ຈະປະ ກອບສ່ວນຫັນການຮ່ວມມື ລາວໄທ ດ້ານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ເກີດໝາກ ຜົນຕົວຈິງ, ມີປະສິດທິພາບ ແລະ ຍືນຍົງ ເພື່ອຜົນປະໂຫຍດ ຂອງປະ ຊາຊົນສອງຊາດ. ຂໍ້ມູນ-ພາບ: ຂ່າວສານກະສິກຳ ເປັນປະທານຂອງ ສະຫາຍ ບຸນ ທັນ ບຸນທະວິໄລ ຮອງເລຂາຄະນະ ບໍລິຫານງານພັກ, ຮອງຫົວໜ້າ ອົງການໄອຍະການປະຊາຊົນສູງ ສຸດ, ມີບັນດາສະຫາຍຄະນະບໍລິ ຫານງານພັກ, ຄະນະໜ່ວຍພັກ, ຄະນະນຳກົມ, ຫ້ອງການ, ບັນດາ ກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກ ອົບຮົມໄອຍະການ ຕະຫລອດຮອດ ພະນັກງານຫລັກແຫລ່ງອົງການໄອ ຍະການປະຊາຊົນສູງສຸດເຂົ້າຮ່ວມ. ສະຫາຍ ບຸນທັນ ບຸນທະວິໄລ ໄດ້ຫວນຄືນມູນເຊື້ອວັນຊາດ ສສ ຫວຽດນາມ ຄົບຮອບ 81 ປີ ໂດຍ ຍົກໃຫ້ເຫັນສະພາບການຂອງໂລກ, ສະພາບການພາຍໃນ ແລະ ສະ ພາບການຜັນແປ, ເງື່ອນໄຂເອື້ອ ອໍານວຍໃຫ້ແກ່ຂະບວນການລຸກຮື ຂຶ້ນຕໍ່ສູ້ຂອງພັກກອມມູນິດ, ກອງ ທັບ ແລະ ປະຊາຊົນ ຫວຽດນາມ ຈົນສາມາດຍາດໄດ້ໄຊຊະນະ ແລະ ປະກາດເປັນປະເທດສາທາລະນະ ລັດ ປະຊາທິປະໄຕ ຫວຽດນາມ ໃນວັນທີ 2 ກັນຍາ ປີ 1945. ພ້ອມ ທັງຍົກໃຫ້ເຫັນຜົນງານ 81 ປີ ແຫ່ງການກໍ່ສ້າງ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ຫວຽດ ນາມ, ມູນເຊື້ອຜົນງານຂອງການ ພົວພັນຮ່ວມມືແບບພິເສດ ລາວຫວຽດນາມ ໃນຊຸມປີຜ່ານມາ ແລະ ບາງທິດທາງການພົວພັນຮ່ວມມື ລາວ-ຫວຽດນາມ ໃນຕໍ່ໜ້າ. ພ້ອມນີ້, ສະຫາຍ ຄໍາເພັດ ສົມ ວໍລະຈິດ ຄະນະປະຈໍາພັກ ຮອງ ຫົວໜ້າອົງການໄອຍະການປະຊາ ຊົນສູງສຸດ ໄດ້ເລົ່າມູນເຊື້ອວັນສ້າງ ຕັ້ງສະຫະພັນນັກຮົບເກົ່າ ແຫ່ງຊາດ ລາວ ຄົບຮອບ 24 ປີ ໂດຍສະຫາຍ ໄດ້ຍົກໃຫ້ເຫັນສະພາບແວດລ້ອມ ພາຍນອກ ແລະ ພາຍໃນ, ຄວາມ ສໍາຄັນ ແລະ ຄວາມຈໍາເປັນພາວະ ວິໄສ ໃນການສ້າງຕັ້ງສະຫະພັນ ນັກຮົບເກົ່າ ແຫ່ງຊາດລາວ, ທັດສະ ນະຂອງພັກຕໍ່ກັບສະຫະພັນນັກຮົບ ເກົ່າ, ຜົນງານ, ໄຊຊະຊະ ແລະ ການເຕີບໃຫຍ່ຂອງສະຫະພັນນັກ ຮົບເກົ່າແຫ່ງຊາດລາວ ໃນຕະ ຫລອດໄລຍະ 24 ປີ ຜ່ານມາ ແລະ ທິດທາງໃນຕໍ່ໜ້າໃນການເສີມຂະ ຫຍາຍທາດແທ້ມູນເຊື້ອຂອງສະ ຫະພັນນັກຮົບເກົ່າ ໃນພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ. ການປາຖະກະຖາຄັ້ງນີ້, ເປັນ ວຽກງານທີ່ມີຄວາມໝາຍສໍາຄັນ ແລະ ເປັນການຈັັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກອົງການໄອຍະ ການປະຊາຊົນສູງສຸດໃນການສຶກ ສາອົບຮົມການເມືອງແນວ-ແນວ ຄິດ ໃຫ້ແກ່ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ມີ ແນວຄິດການເມືອງໜັກແໜ້ນ, ຄຸນສົມບັດສິນທໍາປະຕິວັດ, ຈັນຍາ ບັນ-ຈັນຍາທໍາ, ມີນໍ້າໃຈຮັກຊາດ, ຮັບໃຊ້ປະຊາຊົນດ້ວຍຄວາມສັດຊື່, ບໍລິສຸດ, ເຊື່ອໝັ້ນຕໍ່ການນໍາພາຂອງ ພັກ ກໍຄື ອຸດົມການສັງຄົມນິຍົມ, ຕີຖອຍປະກົດການຫຍໍ້ທໍ້ໃນຖັນ ແຖວພະນັກງານໄອຍະການ, ມີ ຄວາມຫ້າວຫັນ ແລະ ເປັນເຈົ້າການ ປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບ ມອບໝາຍດ້ວຍຜົນສໍາເລັດເປັນ ຢ່າງດີ. ຂ່າວ: ອອປສ

RkJQdWJsaXNoZXIy MTc3MTYxMQ==