7362

6 gfn vo8Q oxu g,n v']t,k, [a o]5 zq oleg]a fs]kpfh ko c]h ;[5 os+ g0Q kxtfa [fy o.sh xvf0U gspN v 11/09/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ຢ່າາົ່ຕົ່ງ່ງ ຜັນຂະຫຍາຍມະຕິັ ນິ ກອງປະຊຸມມ່ໃຫຍຸ່ ຄັ້ງທີ XII ຂອງພັກັ້ ງີ ັ ກ ໂດຍ: ພ.ສີຫາວົງີົ ຂປລ. ໃນໄລຍະ 6 ເດືອນຕົ້ນ ປີຜ່ານມາ, ອົງຄະນະພັກເມືອງລະ ມາມ ແຂວງເຊກອງ ໄດ້ເອົາໃຈໃສ່ ນຳພາ-ຊີ້ນຳການຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຂອງ ອົງຄະນະພັກເມືອງ ແລະ ແຜນ ພັດທະນາເສດຖະກິດ-ສັງຄົມຢ່າງ ຕັ້ງໜ້າ, ເຮັດໃຫ້ຫລາຍຂົງເຂດ ວຽກງານບັນລຸຜົນສໍາເລັດພົ້ນເດັ່ນ ຫລາຍດ້ານ. ສະຫາຍ ດາວວີ ສວຍທະລັງສິ ກຳມະການປະຈຳພັກແຂວງ, ເລຂາ ຄະນະບໍລິຫານງານພັກເມືອງ, ຫົວ ໜ້າຄະນະສະມາຊິກສະພາປະຊາ ຊົນແຂວງປະຈຳເຂດເລືອກຕັ້ງເມືອງ ຂປລ. ບຸນຫໍ່ເຂົ້າປະດັບດິນ ເປັນປະເພນີອັນດີງາມທີ່ປະຊາຊົນ ລາວສືບທອດກັນມາແຕ່ບູຮານ. ການຈັດງານບຸນຫໍ່ເຂົ້າປະດັບດິນ ລະມາມ ກ່າວວ່າ: ຄະນະພັກເມືອງ ໄດ້ເອົາວຽກງານການເມືອງ-ແນວ ຄິດເປັນສຳຄັນ ເພື່ອສຶກສາອົບຮົມ ສະມາຊິກພັກ, ພະນັກງານລັດຖະ ກອນ ແລະ ປະຊາຊົນບັນດາເຜົ່າ ໃຫ້ກຳແໜ້ນ ແລະ ເຊື່ອໝັ້ນຕໍ່ແນວ ທາງຂອງພັກ, ມີຄວາມເຊື່ອໝັ້ນຕໍ່ ການນໍາພາຂອງພັກ ແລະ ກ້າວໄປ ຕາມອຸດົມການສັງຄົມນິຍົມຢ່າງ ໜັກແໜ້ນ. ນອກນີ້, ອົງຄະນະພັກ ເມືອງຍັງໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ຢ່າງໃກ້ຊິດຕິດແທດໃນວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ໂດຍສົມທົບກັບສອງກໍາລັງ ປະກອບອາວຸດ (ປກຊ, ປກສ), ຄະນະກຳມະການປົກຄອງຕາແສງ ແລະ ອຳນາດການປົກຄອງບ້ານທົ່ວ ເມືອງ ສຸມໃສ່ແກ້ໄຂບັນຫາປະກົດ ການຫຍໍ້ທໍ້ເວົ້າສະເພາະແມ່ນການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ, ມ້າງກຸ່ມແກ້ງສະແກມເມີ, ທັງໝົດ ນັ້ນ ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ. ສະຫາຍ ດາວວີ ສວຍທະລັງສິ ໃຫ້ຮູ້ຕື່ມວ່າ: ສໍາລັບການຂະຫຍາຍ ຕົວທາງດ້ານເສດຖະກິດແມ່ນຍັງ ຢູ່ໃນສະພາບບໍ່ທັນຄ່ອງຕົວເນື່ອງ ຈາກສະພາບການເງິນຍັງສືບຕໍ່ຜັນ ຜວນ, ເງິນກີບຍັງອ່ອນຄ່າ, ການ ຈັດຕັ້ງປະຕິບັດໂຄງການລົງທຶນ ຂອງລັດ, ຂອດການບໍລິການ, ລາຄາ ການຊື້-ຂາຍສິນຄ້າພາຍໃນທ້ອງ ຕະຫລາດຍັງສູງ ຈຶ່ງເຮັດໃຫ້ເສດ ຖະກິດມະຫາພາກຂອງເມືອງຂະ ຫຍາຍຕົວຢູ່ໃນລະດັບ 6,07%, ລວມຍອດຜະລິດຕະພັນພາຍໃນ ປະຕິບັດໄດ້ 1.029,25 ຕື້ກີບ, ສະເລ່ຍຕໍ່ຄົນໄດ້ 24,32 ລ້ານກີບ ຫລື ເທົ່າກັບ 1.225,70 ໂດລາ ສະຫະລັດ ໃນນີ້, ຂົງເຂດກະສິກຳ ຂະຫຍາຍຕົວ 5,25%, ກວມເອົາ 54,87%, ຂົງເຂດອຸດສາຫະກຳ ຂະຫຍາຍຕົວ 7,25%, ກວມເອົາ 5,22% ແລະ ຂົງເຂດບໍລິການ ຂະຫຍາຍຕົວ 7,09%, ກວມເອົາ 39,80% ຂອງລວມຍອດຜະລິດ ຕະພັນພາຍໃນ. ນອກນີ້, ຍັງໄດ້ເອົາ ໃຈໃສ່ຊຸກຍູ້ພໍ່ແມ່ປະຊາຊົນເຮັດການ ຜະລິດ, ສຸມໃສ່ການປູກ-ການລ້ຽງ ໂດຍຜະລິດເຂົ້ານາແຊງ ໄດ້ 238 ເຮັກຕາ, ຜົນຜະລິດ 890 ໂຕນ ທຽບ ໃສ່ແຜນປີປະຕິບັດໄດ້ 69,44%; ຜະລິດເຂົ້ານາປີ ໄດ້ຕາມແຜນການ ທີ່ກຳນົດໄວ້, ຜະລິດພືດສະບຽງອາ ຫານ, ພືດເປັນສິນຄ້າໄດ້ 1.726 ໂຕນ; ລ້ຽງສັດເປັນຟາມໄດ້ທັງໝົດ 9 ຟາມ; ຕິດຕາມ-ກວດກາດ້ານສິ່ງ ແວດລ້ອມ, ການບຸກລຸກເນື້ອທີ່ປ່າ ສະຫງວນ, ການອອກໃບຕາດິນເປັນ ລະບົບປະຕິບັດໄດ້ 393 ຕອນ ທຽບ ໃສ່ແຜນປີປະຕິບັດໄດ້ 19,65%; ກວດກາສິນຄ້າເກືອດຫ້າມສິນຄ້າ ນອກລະບົບ, ສິນຄ້າບໍ່ໄດ້ເສຍພາ ສີນໍາເຂົ້າ-ສົ່ງອອກ, ສິນຄ້າໝົດ ອາຍຸ, ລາຄາສິນຄ້າປະເພດອື່ນໆ ໃນທ້ອງຕະຫລາດ, ຊຸກຍູ້ການຜະ ລິດຫັດຖະກຳຜະລິດເປັນສິນຄ້າ ໂອດັອບຂອງເມືອງ, ການຜະລິດ ອຸດສາຫະກຳເພີ່ມຂຶ້ນ; ດ້ານພື້ນຖານ ໂຄງລ່າງກໍໄດ້ຮັບການພັດທະນາ ດີຂຶ້ນເປັນຕົ້ນຂະຫຍາຍໄຟຟ້າແຮງ ກາງ-ແຮງຕໍ່າໃຫ້ປະຊາຊົນໄດ້ນໍາ ໃຊ້ 100% ໃນທົ່ວເມືອງ, ບູລະນະ ສ້ອມແປງ, ຍົກລະດັບເສັ້ນທາງ ໃນຕົວເມືອງ-ຊົນນະບົດ, ພັດທະນາ ລະບົບນໍ້າປະປາ, ນໍ້າບາດານ, ນໍ້າ ລິນ, ຊົນລະປະທານກວມເອົາ 90% ຂອງບ້ານໃນທົ່ວເມືອງ, ໄດ້ເອົາ ໃຈໃສ່ຊີ້ນໍາປັບປຸງຄຸນນະພາບການ ຮຽນ-ການສອນໃນທຸກຊັ້ນທຸກສາຍ ຮຽນໃຫ້ຫັນເຂົ້າສູ່ລະບົບທັນສະໄໝ ເທື່ອລະກ້າວ, ປະຕິບັດບັນດາຄາດ ໝາຍດ້ານການສຶກສາ 15 ຄາດ ໝາຍທີ່ສະພາປະຊາຊົນແຂວງຮັບ ຮອງບັນລຸໄດ້ 11 ຄາດໝາຍເທົ່າກັບ 91,66%; ຍົກສູງຄຸນນະພາບການ ປັບປຸງລະບົບການບໍລິການ-ການ ປິ່ນປົວຄົນເຈັບໄດ້ຮັບຄວາມສະ ດວກດີຂຶ້ນ ແລະ ການບໍລິການທີ່ມີ ຄຸນນະພາບ, ແກ້ໄຂບັນຫາການ ຂາດແຄນຢາປົວພະຍາດ ແລະ ສຸມ ໃສ່ປະຕິບັດບັນດາ 11 ຕົວຊີ້ບອກ ຂອງວຽກງານສາທາລະນະສຸກ ຊຶ່ງມາຮອດປັດຈຸບັນສາມາດປະຕິ ບັດໄດ້ 50% ຂອງບັນດາຕົວຊີ້ ບອກທັງໝົດ; ເຝົ້າລະວັງ-ຄວບຄຸມ ການແຜ່ລະບາດຂອງພະຍາດຕາມ ລະດູການ ກະກຽມມາດຕະການ ປ້ອງກັນ-ໂຕ້ຕອບພະຍາດຕາມລະ ດູການ, ອອກແຮງຈັດຕັ້ງປະຕິບັດ ຍຸດທະສາດຫັນເປັນແຜນການໂຄງການອັນລະອຽດຕາມ 8 ແຜນ ງານ ແລະ ບັນດາໂຄງການທີ່ເປັນ ບຸລິມະສິດເພື່ອເຮັດໃຫ້ບັນລຸຕາມ ເປົ້າໝາຍ; ດ້ານວັດທະນະທໍາສັງຄົມແມ່ນໄດ້ເສີມຂະຫຍາຍວັດ ທະນະທຳອັນດີງາມຂອງເຜົ່າ, ຟື້ນ ຟູ ແລະ ພັດທະນາແຫລ່ງທ່ອງທ່ຽວ ເພື່ອບໍລິການແກ່ນັກທ່ອງທ່ຽວພາຍ ໃນ ແລະ ຕ່າງປະເທດ, ຖືສໍາຄັນຕໍ່ ການຝຶກອົບຮົມວິຊາຊີບ ແລະ ພັດ ທະນາສີມືແຮງງານ, ການປະຕິບັດ ລະບອບປະກັນສັງຄົມ, ການເກັບກູ້ ລະເບີດບໍ່ທັນແຕກ ແລະ ຊ່ວຍເຫລືອ ຜູ້ເຄາະຮ້າຍ, ຜູ້ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດຕ່າງໆຢ່າງທັນການ; ການຂະຫຍາຍຕາໜ່າງລະບົບເຄືອ ຂ່າຍບໍລິການໂທລະຄົມມະນາຄົມ ກວມເອົາທຸກໆບ້ານ, ລະບົບເຄືອ ຂ່າຍສັນຍານໂທລະສັບ, ອິນເຕີເນັດ ອອກສູ່ຊົນນະບົດເຂດຫ່າງໄກສອກ ຫລີກມີຜູ້ນໍາໃຊ້ເລກໝາຍໂທລະສັບ 35 ພັນກວ່າເລກໝາຍກວມເອົາ 93% ຂອງປະຊາກອນ; ສຸມໃສ່ ນໍາພາການພັດທະນາ ແລະ ສ້າງ ເທສະບານເມືອງໃຫ້ກາຍເປັນຕົວ ເມືອງທີ່ທັນສະໄໝ, ມີຄວາມສະ ອາດ, ສວຍງາມ, ເປັນລະບຽບຮຽບ ຮ້ອຍ ແລະ ຄວາມສະຫງົບ, ດ້ານ ວຽກງານກໍ່ສ້າງຮາກຖານການ ເມືອງພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກກໍໄດ້ເອົາໃຈ ໃສ່ຢ່າງຕັ້ງໜ້າຕິດພັນກັບການ ເຮັດວຽກງານ 3 ສ້າງໃຫ້ເຂົ້າສູ່ ລວງເລິກຂະຫຍາຍໄປບ້ານອື່ນທີ່ມີ ເງື່ອນໄຂໃນທົ່ວເມືອງ, ເຮັດໃຫ້ລະ ບົບການເມືອງຢູ່ຮາກຖານບ້ານໄດ້ ຮັບການປັບປຸງ-ຍົກລະດັບ ແລະ ພື້ນຖານໂຄງລ່າງເສັ້ນທາງຄົມະ ນາຄົມ, ຊົນລະປະທານ ແລະ ດ້ານ ພະລັງງານໄຟຟ້າກໍໄດ້ຮັບການປັບ ປຸງແກ້ໄຂຂະຫຍາຍອອກສູ່ເຂດຊົນ ນະບົດຫ່າງໄກສອກຫລີກ, ບ້ານ ມີເສັ້ນທາງທຽວໄດ້ທັງສອງລະດູ ໃນ 45 ບ້ານ; ທົ່ວເມືອງລະມາມ ມີຄອບຄົວທຸກຍາກ 2.685 ຄອບ ຄົວກວມເອົາ 33,6%; ຄອບຄົວພົ້ນ ທຸກ 5.289 ຄອບຄົວກວມເອົາ 66,33%, ຄອບຄົວພັດທະນາ 2.734 ຄອບຄົວກວມເອົາ34,29% ແລະ ຄອບຄົວ ທີ່ບໍ່ທັນພັດທະນາ 5.260 ຄອບຄົວ ທີ່ປະເມີນຕາມດໍາ ລັດ 348/ລບ ວ່າດ້ວຍມາດຖານພົ້ນ ທຸກ ແລະ ມາດຖານພັດທະນາ. ໄປຄຽງຄູ່ກັນນີ້, ອົງຄະນະພັກ ເມືອງລະມາມ ຍັງໄດ້ປັບປຸງການ ຈັດຕັ້ງພັກແຕ່ຂັ້ນເມືອງ, ຂັ້ນຕາ ແສງ ຮອດຮາກຖານບ້ານໃຫ້ເປັນ ລະບົບ, ອັນພົ້ນເດັ່ນໃນປັດຈຸບັນ ສໍາ ເລັດການກຳນົດບຸກຄະລາກອນຕາ ແສງ ແລະ ສໍາເລັດການປະກາດ 4 ຕາແສງຂອງເມືອງ, ລົງເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີXI ຂອງອົງຄະນະພັກແຂວງ ແລະ ມະຕິ ກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງ ຄະນະພັກເມືອງລະມາມ; ຊຸກຍູ້ ການຂະຫຍາຍພັກ ສ້າງສະມາຊິກ ພັກແຂງ ເພື່ອຮັບປະກັນການສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໂດຍລວມແລ້ວທົ່ວເມືອງ ຍັງສືບຕໍ່ມີສະຖຽນລະພາບທາງ ດ້ານການເມືອງ, ສັງຄົມມີຄວາມສະ ຫງົບ, ເສດຖະກິດຂອງເມືອງສືບ ຕໍ່ຂະຫຍາຍຕົວດ້ວຍຈັງຫວະໝັ້ນ ທ່ຽງ, ຄາດຄະເນໝົດປີ 2026 ໃຫ້ ຢູ່ໃນລະດັບ 6,08% ລວມຍອດຜະ ລິດຕະພັນພາຍໃນຕາມລາຄາຂອງ ປີຈະໃຫ້ປະຕິບັດໄດ້1.032,67ຕື້ກີບ ທຽບໃສ່ປະຊາກອນ (43.818 ຄົນ) ບັນລຸໄດ້ສະເລ່ຍໄດ້ 23,33 ລ້ານກີບຕໍ່ຄົນ. ປັດຈຸບັນນອກຈາກຈະຮັກສາຮີດ ຄອງປະເພນີແລ້ວ, ຄວນໃຫ້ຄວາມ ສຳຄັນຕໍ່ການຮັກສາຄວາມສະອາດ ແລະ ສິ່ງແວດລ້ອມ ໂດຍການເຮັດ ບຸນຄຽງຄູ່ໄປກັບການຫລຸດຜ່ອນຂີີ້ ເຫຍື້ອ, ປອດຂີ້ເຫຍື້ອຖືເປັນແນວ ຄິດທີ່ທັນສະໄໝ ແລະ ສອດຄ່ອງ ກັບການຮັກສາສິ່ງແວດລ້ອມເນື່ອງ ຈາກປະເພນີດັ່ງກ່າວ ມັກມີການໃຊ້ ວັດຖຸປະເພດປາສະຕິກຫໍ່ເຂົ້າ ຫລື ໃສ່ອາຫານ. ສຳລັບການຈັດບຸນຫໍ່ເຂົ້າປະດັບ ດິນໃຫ້ປອດຂີ້ເຫຍື້ອ, ພວກເຮົາຄວນ ໃຊ້ອຸປະກອນທຳມະຊາດ 100% ໂດຍປ່ຽນຈາກການໃຊ້ຖົງປາສະ ຕິກ, ຖົງຢາງ ຫລື ຢາງມັດ ມາເປັນ ການໃຊ້ໃບຕອງກ້ວຍ ຫລື ໃບໄມ້ທີ່ ເໝາະສົມ, ໃຊ້ເຊືອກຕອກໄມ້ໄຜ່ໃນ ການຫໍ່ເຂົ້າ ແລະ ມັດເຄື່ອງ. ວັດຖຸ ເຫລົ່ານີ້ ສາມາດຍ່ອຍສະຫລາຍ ໄດ້ຕາມທຳມະຊາດ ແລະ ບໍ່ກໍໃຫ້ ເກີດມົນລະພິດຕໍ່ສະພາບແວດລ້ອມ ອື່ນໆ. ຂະນະດຽວກັນ, ວັດວາອາ ຮານຄວນປະຊາສຳພັນໃຫ້ຜູ້ມາ ເຮັດບຸນຫລຸດການນຳໃຊ້ຖ້ວຍ ໂຟມ, ຖົງຢາງ, ຢາງບ້ອງ ເຂົ້າມາ ວັດ. ຖ້າເປັນໄປໄດ້ຄວນສົ່ງເສີມ ໃຫ້ໃຊ້ປິ່ນໂຕ ຫລື ພາຊະນະທີ່ໃຊ້ ຊ້ຳໄດ້. ພ້ອມນັ້ນຄວນຈັດຕັ້ງຈຸດຖິ້ມ ຂີ້ເຫຍື້ອ, ແຍກຂີ້ເຫຍື້ອໃຫ້ຊັດເຈນ ຖ້າມີການໃຊ້ພາຊະນະອື່ນໆຄວນ ຈັດຕັ້ງຖັງຂີ້ເຫຍື້ອແຍກປະເພດໃຫ້ ລະອຽດເຊັ່ນ: ຂີ້ເຫຍື້ອອິນຊີ (ໃບ ຕອງ, ເສດອາຫານສາມາດນຳໄປ ໝັກເປັນປຸຍໄດ້), ຂີ້ເຫຍື້ອປະເພດ ກະປ໋ອງ, ຕຸກນ້ຳ ແລະ ຂີ້ເຫຍື້ອ ທົ່ວໄປ. ນອກຈາກນີ້, ສິ່ງສຳຄັນຄື ການສ້າງຈິດສຳນຶກໃຫ້ປະຊາຊົນ ທຸກຄົນມີສ່ວນຮ່ວມໂດຍການປະ ຕາປາສະຈາກຂີ້ເຫຍື້ອຕົກຄ້າງ. ພ້ອມທັງສືບສານຄຸນຄ່າຂອງປະ ເພນີໃຫ້ຢູ່ຄຽງຄູ່ກັບການອະນຸລັກ ສິ່ງແວດລ້ອມຢ່າງຍືນຍົງ. ກາດຢູ່ຕາມວັດ ຫລື ຕິດປ້າຍໂຄ ສະນາສັ້ນໆ ໃຫ້ພໍ່ແມ່ປະຊາຊົນເຫັນ ຄວາມສຳຄັນຂອງການຮັກສາ ຄວາມສະອາດຂອງວັດວາອາຮາມ ວ່າການເຮັດບຸນດ້ວຍຄວາມໃສ່ໃຈ ຕໍ່ສິ່ງແວດລ້ອມ ກໍໄດ້ກຸສົນຜົນບຸນ ເຊັ່ນດຽວກັນ. ການຮັກສາຮີດຄອງປະເພນີອັນ ດີງາມໄປພ້ອມໆກັບການຮັກສາ ສິ່ງແວດລ້ອມ ຈະຊ່ວຍເຮັດໃຫ້ທຳ ມະຊາດອ້ອມຮອບວັດວາອາຮາມ ແລະ ຊຸມຊົນຂອງເຮົາສະອາດງາມ ພາບປະກອບ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==