7361

xtgmf]k; 7 10/09/2026 gsfdko{dkora fa mtok xtmko7totde,tdko75 h ,7v'wrry [a fc0;'v5 fq ,w- -5 dp6 h dkocdh w0zq odtmq [wrry [a f16 j g,n v'ok\= ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ທ່ານ ສຸຫວັດ ມະຫາວົງສະນັ່່ນ ຮອງປະທານຄະ ນະກຳມະການປົກຄອງແຂວງ, ປະ ທານຄະນະກຳມະການຄຸ້ມຄອງ ໄພພິບັດຂັ້ນແຂວງ ພ້ອມດ້ວຍຂະ ແໜງການກ່ຽວຂ້ອງຂັ້ນແຂວງ ໄດ້ ລົງເຄື່ອນໄຫວຕິດຕາມ, ສະພາບ ແລະ ຊຸກຍູ້ການແກ້ໄຂຜົນກະທົບໄພ ພິບັດ ຢູ່ເມືອງນາໝໍ້ ໃນວັນທີ 8 ກັນຍາ 2026. ໃນໂອກາດນີ້, ໄດ້ຮັບຟັງການ ລາຍງານສະພາບ ແລະ ການ ຈັດຕັ້ງປະຕິບັດວຽກງານການ ແກ້ໄຂຜົນກະທົບໄພພິບັດນັບແຕ່ ວັນທີ 29 ສິງຫາ ເຖິງປັດຈຸບັນ ແລະ ທິດທາງແຜນການໃນຕໍ່ໜ້າ ຈາກ ທ່ານ ໄກເພັດ ອິນພູວຽງ [= j cdh ; ,v[g'o-j ;pgs]n v.sh c0;'v5 fq ,w- mu j 4n dzq odtmq [9kdwroE4h ;, ຂປລ. ແຫລ່ງຂ່າວຈາກແຂວງ ຫົວພັນໃຫ້ຮູ້ວ່າ: ພະນັກງານນຳພາ- ຄຸ້ມຄອງ (ເປົ້າໝາຍ 3) ຂອງ ແຂວງຫົວພັນ ຊຸດທີ IV ໄດ້ສຳເລັດ ອົບຮົມ-ຫັດແອບວຽກງານສຶກສາ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ເມື່ອບໍ່ດົນມານີ້ ທີ່ກອງພັນ 163 ໂດຍການເປັນປະທານຂອງ ທ່ານ ຄອນປະພັນ ເລືອງສີຈັນທອງ ຮອງເລຂາຄະນະບໍລິຫານງານພັກ ແຂວງຫົວພັນ, ທ່ານ ພົນຈັດຕະວາ ຄຳເມືອງ ໂຄດວົງຄຸນ ຫົວໜ້າການ ທະຫານ ກອງບັນຊາການທະຫານ ແຂວງຫົວພັນ, ທ່ານ ພົນຈັດຕະວາ ເພັດສອນ ອິນສຸພັນ ຫົວໜ້າກອງ ບັນຊາການ ປກສ ແຂວງຫົວພັນ ພ້ອມດ້ວຍຄະນະຮັບຜິດຊອບ, ຄູ-ອາຈານ, ນັກອົບຮົມ ແລະ ພະນັກ ງານນັກຮົບກອງພັນ 163 ເຂົ້າ ຮ່ວມ. ການຝຶກອົບຮົມຄັ້ງນີ້, ມີນັກ ສຳມະນາກອນເຂົ້າຮ່ວມ 29 ສະ ຫາຍ, ຍິງ 5 ສະຫາຍ ທີ່ມາຈາກ ພະແນກການ, ປົກຄອງເມືອງ ແລະ ຫ້ອງການເມືອງ ໂດຍໃຊ້ເວລາ 25 ວັນ. ຜ່ານການຈັດຕັ້ງອົບຮົມເຫັນ ວ່າ ບັນດານັກສຳມະນາກອນຮັກສາ ລະບຽບວິໄນ-ຈຳນວນພົນໄດ້ດີ, 9exkla d{vko1k' ln [8= j glu ,0tspkplkprq ;ra odkoIj ;,,n ,y f8trk[ ຂປລ. ແຫລ່ງຂ່າວຈາກແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ການນຳແຂວງບໍ່ ແກ້ວ ມອບເງິນຊ່ວຍເຫລືອ 100 ລ້ານກີບ ໃຫ້ແຂວງອຸດົມໄຊ ເພື່ອ ນຳໃຊ້ເຂົ້າໃນການຊ່ວຍເຫລືອ ແລະ ບັນເທົາຜົນກະທົບຈາກໄພ ນ້ຳຖ້ວມ ໃນເດືອນສິງຫາຜ່ານມາ ທີ່ເຮັດໃຫ້ປະຊາຊົນ, ຊັບສິນ ແລະ ພື້ນຖານໂຄງລ່າງບາງສ່ວນໄດ້ຮັບ ຜົນກະທົບເສຍຫາຍເປັນຈຳນວນ ຫລາຍ. ພິທີມອບ-ຮັບເງິນຊ່ວຍເຫລືອ ດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 8 ກັນຍາ 2026 ທີ່ນະຄອນຫລວງ ວຽງຈັນ ຕາງໜ້າມອບໂດຍ ທ່ານ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ເລຂາພັກແຂວງ, ປະທານສະພາ ປະຊາຊົນແຂວງບໍ່ແກ້ວ ແລະ ຕາງໜ້າຮັບໂດຍ ທ່ານ ບຸນຄົງ ຫລ້າຈຽມພອນ ເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງ ອຸດົມໄຊ. ການມອບເງິນຊ່ວຍເຫລືອໃນ ຄັ້ງນີ້ ເປັນການສະແດງເຖິງນ້ຳໃຈ, ຄວາມສາມັກຄີ ແລະ ການເອື້ອ ອາທອນຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງສອງແຂວງບໍ່ແກ້ວອຸດົມໄຊ ໃນຍາມທີ່ປະຊາຊົນປະສົບ ຄວາມລຳບາກ ພ້ອມທັງເປັນການ ຮ່ວມແຮງຮ່ວມໃຈຟື້ນຟູຊີວິດການ rtoa d'kooerk75 h ,7v'c0;'sq ;ra o leg]a f vq [Iq ,{sa fcv[;Pd'kolb dlk xd-{xdl ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ແຂວງຈໍາ ປາສັກ​ ສປປ ລາວ​ ແລະ ແຂວງ ອານຢາງ ສສ ຫວຽດນາມ ໄດ້ຮ່ວມ ກັນສະຫລຸບຕີລາຄາໝາກຜົນການ ຮ່ວມມື​ໃນໄລຍະປີ 2022-2026​ ແລະ​ເຊັນບົດບັນທຶກຊ່ວຍຈໍາ​ການ ຮ່ວມມືໄລຍະປີ 2026-2030​ ເພື່ອເປັນການເພີ່ມທະວີສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ, ການຮ່ວມມືຮອບ ດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ກໍຄືປະຊາຊົນສອງຊາດ ລາວ​- ຫວຽດນາມ ເວົ້າລວມ, ເວົ້າສະເພາະ​ ກໍ​ເພື່ອສືບຕໍ່ເສີມຂະຫຍາຍສາຍ ພົວພັນການຮ່ວມມືມິດຕະພາບອັນ ດີງາມ ລະຫວ່າງ ແຂວງຈໍາປາສັກ ແລະ ແຂວງອານຢາງ. ກອງປະຊຸມຄັ້ງນີ້​, ຈັດຂຶ້ນໃນ ວັນທີ​ 8​ ກັນຍາ​ 2026 ທີ່ແຂວງ ຈໍາປາສັກ, ໂດຍມີ ທ່ານ​ ພິມພອນ​ ພັນດານຸວົງ​ ຮອງປະທານຄະນະ ກໍາມະການປົກຄອງແຂວງຈຳປາ ສັກ,​ທ່ານ​ເລ​ວັນ​ເຝືອນຮອງປະທານ ຄະນະກຳມະການປົກຄອງແຂວງ ພາບຊີວິດການເປັນຢູ່ຂອງປະຊາຊົນ ທັງສອງທ້ອງຖິ່ນ; ເພີ່ມທະວີການ ພົບປະ, ແລກປ່ຽນບົດຮຽນ, ເຕັກນິກ ວິທະຍາສາດ ແລະ ປະສົບການໃນ ການພັດທະນາທ້ອງຖິ່ນ; ເປີດກວ້າງ ການຮ່ວມມືໃນຂົງເຂດການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງ ສອງແຂວງ; ຊຸກຍູ້ການ ພັດທະນາຊັບພະຍາກອນມະນຸດ ແລະ ການສຶກສາ; ຍູ້ແຮງວຽກງານ ການທູດປະຊາຊົນ ແລະ ການແລກ ປ່ຽນວັດທະນະທຳ-ສັງຄົມ; ເພີ່ມ ມູນຄ່າການນໍາເຂົ້າ​-ສົ່ງອອກ ແລະ​ ການແລກປ່ຽນຄະນະຜູ້ແທນ ລະຫວ່າງ ສອງແຂວງ; ການກໍ່ສ້າງ ຊັບພະຍາກອນມະນຸດ,​ ການແລກ ປ່ຽນນັກຮຽນ, ນັກສຶກສາ ແລະ ການຮ່ວມມືທາງດ້ານວິຊາການ ຕ່າງໆ. ສໍາລັບກົນໄກປະສານງານ ແລະ ການຈັດຕັ້ງປະຕິບັດ,​ທັງສອງຝ່າຍ ເຫັນດີເປັນເອກະພາບ ມອບໝາຍໃຫ້ ພະແນກການຕ່າງປະເທດແຂວງຈຳ ປາສັກ ແລະ ພະແນກທ່ອງທ່ຽວ ແຂວງອານຢາງ ເປັນໃຈກາງປະ ສານສົມທົບກັບບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງ ເພື່ອສ້າງ ແຜນການຮ່ວມມືຢ່າງລະອຽດ ບົນ ເງື່ອນໄຂ ແລະ ຄວາມສາມາດຕົວ ຈິງຂອງທັງສອງທ້ອງຖິ່ນ ເພື່ອ ສະເໜີໃຫ້ການນໍາທັງສອງແຂວງ​ ພິຈາລະນາກ່ອນຈັດຕັ້ງປະຕິບັດ; ຕິດຕາມຄວາມຄືບໜ້າການຈັດຕັ້ງ ປະຕິບັດບັນດາກິດຈະກຳ, ສັງລວມ ລາຍງານ​ບັນດາຂໍ້ຫຍຸ້ງຍາກ ແລະ ຂໍ້ຄົງຄ້າງທີ່ກ່ຽວຂ້ອງກັບບັນດາ ຂົງເຂດ, ໂຄງການຮ່ວມມືລະຫວ່າງ ສອງແຂວງ ເພື່ອສະເໜີ ໃຫ້ການນໍາ ທັງສອງແຂວງ​ພິຈາລະນາແກ້ໄຂ ໃຫ້ທັນການ. ຂ່າວ-​ ພາບ​: ທູນທອງໃຈ ເລຂາພັກເມືອງນາໝໍ້ ຈາກນັ້ນ ທ່ານ ສຸຫວັດ ມະຫາວົງສະນັ່່ນ ໄດ້ໃຫ້ທິດຊີ້ນຳໃນການແກ້ໄຂຜົນ ກະທົບໄພພິບັດໃນເບື້ອງຕົ້ນ, ໄລຍະ ສັ້ນ, ໄລຍະຍາວ ແລະ ແຜນຮັບມື, ຕອບໂຕ້ ຕໍ່ຄວາມສ່ຽງທີ່ອາດເກີດ ຂຶ້ນຕື່ມ. ພ້ອມນັ້ນ, ຍັງໄດ້ລົງເຄື່ອນ ໄຫວຕິດຕາມ ຢູ່ບັນດາພື້ນທີ່ ທີ່ໄດ້ ຮັບຜົນກະທົບຕົວຈິງ ຊຶ່ງເຫັນວ່າ ຄວາມເສຍຫາຍທີ່ເກີດຂຶ້ນໃນພື້ນທີ່ ດັ່ງກ່າວໜັກໜ່ວງກວ່າໝູ່ແມ່ນເນື້ອ ທີ່ການຜະລິດກະສິກຳ (ທົ່ງນາຖືກ ນໍ້າຖ້ວມ, ຖືກເຊາະເຈື່ອນ ແລະ ຖືກ ຊາຍຖົມເປັນບໍລິເວນກວ້າງ ຫລາຍ ຈຸດ); ພື້ນຖານໂຄງລ່າງ ເສັ້ນທາງ ຖືກເຊາະເຈື່ອນ ແລະ ຕັດຂາດ, ຂົວຂ້າມນໍ້າຫລາຍແຫ່ງໄດ້ຮັບ ຄວາມເສຍຫາຍ; ລະບົບໄຟຟ້າ ແລະ ໂທລະຄົມມະນາຄົມຖືກຕັດຂາດ; ໂຮງຮຽນຫລາຍບ່ອນ ແລະ ໂຮງໝໍ, ເຮືອນຊານບ້ານຊ່ອງ ແລະ ເຄື່ອງ ໃຊ້ຊີວິດປະຈຳວັນຖືກນໍ້າຖ້ວມ ແລະ ໄດ້ຮັບຄວາມເສຍຫາຍ. ປັດຈຸບັນ ທາງຄະນະພັກ, ຄະນະ ກຳມະການປົກຄອງແຂວງ, ເມືອງ ກໍຄືຄະນະກຳມະການຄຸ້ມຄອງໄພພິ ບັດທຸກຂັ້ນ ແລະ ຫລາຍພາກສ່ວນ ໃນສັງຄົມ ພ້ອມດ້ວຍພໍ່ແມ່ປະຊາຊົນ ພວມຮ່ວມແຮງຮ່ວມໃຈກັນ ເລັ່ງ ແກ້ໄຂບັນດາພື້ນຖານໂຄງລ່າງທີ່ໄດ້ ຮັບຜົນເສຍຫາຍໂດຍພື້ນຖານ ແລະ ຂຸ້ນຂ້ຽວລົງຊ່ວຍເຫລືອມອບເຄື່ອງ ອຸປະໂພກ, ບໍລິໂພກທີ່ຈໍາເປັນ ເພື່ອ ຢຽວຢາຊີວິດການເປັນຢູ່ເບື້ອງຕົ້ນ ເຊັ່ນ: ນໍ້າດື່ມ, ເຂົ້າສານ, ອາຫານ ແຫ້ງ, ເຄື່ອງນຸ່ງຫົ່ມ, ເຄື່ອງນອນ, ສັງກະສີ ແລະ ເຄື່ອງໃຊ້ຄົວເຮືອນ ຂັ້ນພື້ນຖານ ເພື່ອບັນເທົາທຸກໃຫ້ ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບໃນ ຄັ້ງນີ້ຄືນສູ່ສະພາບປົກກະຕິໂດຍໄວ. ໃນໂອກາດນີ້, ຍັງໄດ້ມອບເງິນ 50 ລ້ານກີບໃຫ້ແກ່ເມືອງນາໝໍ້ ແລະ ມອບເຄື່ອງອຸປະໂພກ ບໍລິໂພກ ຈຳນວນໜື່ງໃຫ້ແກ່ປະຊາຊົນທີ່ ປະສົບໄພພິບັດ ແລະ ເຈົ້າໜ້າທີ່ ທີ່ ພວມປະຕິບັດໜ້າທີ່ໃນການຟື້ນຟູ ແລະ ແກ້ໄຂຜົນກະທົບຈາກໄພພິບັດ ໃນຄັ້ງນີ້. ຄວາມສາມັກຄີລະຫວ່າງນັກອົບ ຮົມ-ຄະນະຮັບຜິດຊອບ-ຄູອາຈານ, ແຕ່ລະສະຫາຍເອົາໃຈໃສ່ສຶກສາ ຄົ້ນຄວ້າຮ່ຳຮຽນ ໃນນັ້ນ, ສາມາດ ປະເມີນໄດ້ພາກການເມືອງ 12 ບົດ ໄດ້ 90%; ພາກການທະຫານ 3 ບົດ ບວກກັບບົດຍິງອາຊຽນ ແລະ ບົດ ຍິງປືນສັ້ນ K-59 ໄດ້ 87%, ສະ ເລ່ຍລວມຊຸດອົບຮົມໄດ້ 88,5%. ໂອກາດນີ້, ທ່ານ ຄອນປະພັນ ເລືອງສີຈັນທອງ ໄດ້ຕີລາຄາສູງ ຕໍ່ການຝຶກອົບຮົມຄັ້ງນີ້ ພ້ອມທັງ ຮຽກຮ້ອງໃຫ້ນັກອົບຮົມ ສືບຕໍ່ຊອກ ຮູ້ຫາຮຽນວຽກງານ ປກຊ-ປກສ ໃຫ້ຫລາຍຂຶ້ນຕື່ມ; ກຳແໜ້ນສະ ພາບຂອງສາກົນ, ພາກພື້ນ, ສະ ພາບການພາຍໃນປະເທດ, ພາຍໃນ ແຂວງ ພາຍໃນພະແນກການກົມ ກອງທ້ອງຖິ່ນຂອງຕົນ ອັນຕົ້ນຕໍ ແມ່ນສະພາບກົນອຸບາຍ, ແຜນການ ເຄື່ອນໄຫວຂອງສັດຕູ ແລະ ກຸ່ມຄົນ ບໍ່ດີ ເພື່ອມີແຜນການສະກັດກັ້ນ ທັບມ້າງແກ້ໄຂໃຫ້ທັນການ; ນໍາ ເອົາບົດຮຽນທີ່ໄດ້ຮຽນມາໝູນໃຊ້ ເຂົ້າໃນການນໍາພາ-ຊີ້ນຳການເຄື່ອນ ໄຫວວຽກງານຕົວຈິງ; ເອົາໃຈ ໃສ່ໃນການຮັກສາຄວາມສະຫງົບ ປອດໄພ ຂອງພະນັກງານອົງການ, ຄວາມສະຫງົບທາງດ້ານແນວຄິດ, ຄວາມສະຫງົບທາງດ້ານການ ຈັດຕັ້ງ, ຄວາມເປັນລະບຽບຮຽບ ຮ້ອຍແລະປອດໄພຂອງສຳນັກງານ ອົງການຕ່າງໆ; ນຳພາປຸກລະດົມ ທົ່ວປວງຊົນເຂົ້າຮ່ວມວຽກງານ ປກຊ-ປກສ ຢ່າງເລິກເຊິ່ງ, ກວ້າງ ຂວາງປະກອບສ່ວນເຂົ້າໃນການ ປັບປຸງກໍ່ສ້າງກຳລັງ ປກຊ-ປກສ ທຸກຂັ້ນ ໃຫ້ມີຄວາມໜັກແໜ້ນເຂັ້ມ ແຂງ ແລະ ຕັ້ງໜ້າຫັນລົງກໍ່ສ້າງ ຮາກຖານການເມືອງ, ແກ້ໄຂປະ ກົດການຫຍໍ້ທໍ້ສັງຄົມ ແລະ ແກ້ໄຂ ຄວາມທຸກຍາກຂອງປະຊາຊົນ. ການອົບຮົມນີ້, ບໍ່ພຽງແຕ່ເປັນ ການຝຶກອົບຮົມດ້ານວິຊາການເທົ່າ ນັ້ນ, ແຕ່ຍັງເປັນເຄື່ອງມືສຳຄັນໃນ ການສ້າງກຳລັງແກນນຳ ທີ່ມີທັງ ຄວາມຮູ້, ຈຸດຢືນທາງການເມືອງ ແລະ ຄວາມສາມາດໃນການປົກປັກ ຮັກສາຄວາມໝັ້ນຄົງ ຂອງທ້ອງຖິ່ນ ແລະ ຊາດໂດຍລວມ, ການອົບຮົມ ຄັ້ງນີ້ຍັງຊ່ວຍໃຫ້ພະນັກງານການ ນຳຂັ້ນແຂວງ-ເມືອງ ມີຄວາມຮູ້ ແລະທັກສະດ້ານການທະຫານ(ຈັງ ຫວະເຄື່ອນທີ່, ການໃຊ້ອາວຸດ, ຍຸດ ທະວິທີ) ເພື່ອສາມາດຄຸ້ມຄອງ ແລະ ນຳພາວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບຢູ່ທ້ອງຖິ່ນ ຂອງຕົນໄດ້ຢ່າງມີປະສິດທິພາບ. ໂດຍຜ່ານ 12 ບົດຮຽນການເມືອງ (ດຳລັດ, ມະຕິຕົກລົງ, ຍຸດທະສາດ ປ້ອງກັນ-ຕ້ານການຫັນປ່ຽນໂດຍ ສັນຕິ) ຊ່ວຍໃຫ້ພະນັກງານມີຈຸດ ຢືນທີ່ໜັກແໜ້ນ ເຂົ້າໃຈແນວທາງ ນະໂຍບາຍຂອງພັກ-ລັດ ແລະ ສາມາດປ້ອງກັນ-ຕ້ານກົນອຸບາຍ ຂອງສັດຕູທີ່ພະຍາຍາມສວຍໃຊ້ ບັນຫາສິດທິມະນຸດ, ຊົນເຜົ່າ, ສາ ສະໜາ ມາບິດເບືອນສ້າງຄວາມ ແຕກແຍກ. ພ້ອມນີ້, ຍັງເປັນການ ສ້າງກຳລັງແກນນຳໃນການຈັດຕັ້ງ ປະຕິບັດວຽກງານ ປກຊ-ປກສ ຊຶ່ງພະນັກງານທີ່ຜ່ານການອົບຮົມ ຈະກາຍເປັນແກນນຳໃນການປຸກ ລະດົມ-ຂົນຂວາຍມະຫາຊົນເຂົ້າ ຮ່ວມວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບຢູ່ຂັ້ນທ້ອງຖິ່ນໄດ້. ຂ່າວ-ພາບ: ໄອແກ້ວ ເປັນຢູ່ຂອງປະຊາຊົນ ພາຍຫລັງ ປະສົບໄພພິບັດ ໃຫ້ກັບເຂົ້າສູ່ສະພາບ ປົກກະຕິໂດຍໄວ. ໂອກາດນີ້, ທ່ານ ບຸນຄົງ ຫລ້າ ຈຽມພອນ ຕາງໜ້າໃຫ້ປະຊາຊົນ ບັນດາເຜົ່າແຂວງອຸດົມໄຊ ໄດ້ສະ ແດງຄວາມຂອບໃຈມາຍັງຄະນະ ນຳ ແລະ ປະຊາຊົນແຂວງບໍ່ແກ້ວ ທີ່ໄດ້ມີນ້ຳໃຈອັນດີງາມ ໃຫ້ການ ຊ່ວຍເຫລືອໃນຄັ້ງນີ້ ຊຶ່ງຈະເປັນ ກຳລັງໃຈສຳຄັນໃຫ້ແກ່ປະຊາຊົນ ຜູ້ປະສົບໄພ ແລະ ຈະນຳເງິນຊ່ວຍ ເຫລືອຄັ້ງນີ້ ໄປນຳໃຊ້ໃຫ້ເກີດປະ ໂຫຍດສູງສຸດ. ການຮ່ວມສົ່ງຕໍ່ນ້ຳໃຈຊ່ວຍ ເຫລືອໃນຄັ້ງນີ້ ນັບເປັນອີກໜຶ່ງການ ສະແດງເຖິງຄວາມສາມັກຄີ ແລະ ຄວາມເອື້ອອາທອນຂອງພາກສ່ວນ ຕ່າງໆ ເພື່ອຮ່ວມກັນຝ່າຟັນຜົນກະ ທົບຈາກໄພທຳມະຊາດ ແລະ ຟື້ນ ຟູຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ກັບຄືນສູ່ພາວະປົກກະຕິໂດຍໄວ. ຂ່າວ: ຈ.ຈັນທະລິດ y ອານຢາງ, ທ່ານ​ນາງ​ຕ້າ​ເຟືອງ​ຢຸງ​ ກົງສຸນໃຫຍ່ແຫ່ງ​ ສສ​ ຫວຽດນາມ​ ປະຈໍາ​4​ແຂວງພາກໃຕ້ລາວ​ພ້ອມ ດ້ວຍ​ພະແນກການທີ່ກ່ຽວຂ້ອງ​ 2 ແຂວງ​ເຂົ້າຮ່ວມ.​ ທັງ​ສອງຝ່າຍ​ ໄດ້ລາຍງານສະ ພາບການພັດທະນາເສດຖະກິດ​- ສັງຄົມ,​ ການລົງທຶນ,​ ການພົວພັນ ຮ່ວມມື​ກັບຕ່າງປະເທດ​ແລະ​ວຽກ ງານ​ສໍາຄັນອື່ນ​ໆ​ ໃຫ້ກັນຮັບຊາບ ໂດຍສັງເຂບ.​ພ້ອມນີ້,​ທັງສອງຝ່າຍ​ ຍັງໄດ້ຮ່ວມກັນສະຫລຸບຕີລາຄາ ໝາກຜົນການຮ່ວມມື​ ໃນໄລຍະປີ 2022-2026, ພ້ອມທັງໄດ້ປຶກສາ ຫາລືຄົ້ນຄວ້າປະກອບຄໍາເຫັນ​ແລະ​ ເຊັນບົດບັນທຶກຊ່ວຍຈໍາ​ ເພື່ອການ ຮ່ວມມື​ໄລຍະປີ 2026-2030. ວິໄສທັດ ແລະ ເປົ້າໝາຍການ ຮ່ວມມືໄ​ ລຍະປີ 2026-2030​ເພື່ອ ສ້າງສາຍພົວພັນຜູກພັນຢ່າງສະ ໜິດແໜ້ນ, ການຮ່ວມມືຮອບດ້ານ, ສະເໝີພາບ, ບໍລິສຸດຜຸດຜ່ອງ ແລະ ມີປະສິດທິຜົນ, ກາຍເປັນແບບຢ່າງ ອັນດີງາມໃນການຮ່ວມມືລະຫວ່າງ ທ້ອງຖິ່ນຂອງສອງປະເທດ ກ້າ​ວ ໄປເຖິງການຮ່ວມມືພັດທະນາເສດ ຖະກິດ-ສັງຄົມ ແລະ ຍົກສູງຄຸນນະ h

RkJQdWJsaXNoZXIy MTc3MTYxMQ==