7361

10/09/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາີ xj Po;y mu gIa fokc[[fA 'gfu ,l6j ]kpwfh Ih vp]h ko ຂປລ. ບຸນຫໍ່ເຂົ້າປະດັບດິນ ເປັນ ປະເພນີສຳຄັນອີກປະການໜຶ່ງໃນ ຮີດສິບສອງຄອງສິບສີ່ ຂອງຊາວ ລາວ ທີ່ສືບທອດກັນມາແຕ່ບູຮານ ຈົນເຖິງປັດຈຸບັນ. ບຸນດັ່ງກ່າວ ນິຍົມ ເຮັດໃນມື້ແຮມ 14 ຄໍ່າ ເດືອນ 9 ດັບເປັນການເຮັດບຸນເພື່ອອຸທິດ [5 os+ g0Q kxtfa [fy o -u ;y f{;a fmtotme u y a ສ່ວນກຸສົນໃຫ້ແກ່ຍາດພີ່ນ້ອງ ແລະ ບັນພະບຸລຸດຜູ້ລ່ວງລັບໄປແລ້ວຕາມ ຄວາມເຊື່ອຖືຂອງຊາວພຸດລາວ. ກ່ອນເຖິງວັນບຸນປະຊາຊົນຈະ ກະກຽມເຂົ້າປາອາຫານເຄື່ອງຄາວ ຫວານ, ເຂົ້າຕົ້ມ, ເຂົ້າໜົມ, ໝາກ ໄມ້ກ້ວຍອ້ອຍ ໝາກພູ ຢາສູບ ແລະ ສິ່ງຂອງອື່ນໆຕາມກຳລັງຄວາມ ສາມາດຂອງແຕ່ລະຄອບຄົວ. ຈາກ ນັ້ນ, ນຳມາຫໍ່ດ້ວຍໃບຕອງກ້ວຍ ຫລື ໃບໄມ້ທີ່ເໝາະສົມເຮັດເປັນຫໍ່ ນ້ອຍ ຫລື ຫໍ່ໃຫຍ່ຕາມຄວາມເໝາະ ສົມແລ້ວນຳໄປວາງ ຫລື ແຂວນ ໄວ້ຕາມງ່າໄມ້, ເດີ່ນບ້ານ, ບໍລິເວນ ວັດຕາມຮາກໄມ້ພື້ນດິນ ແລະ ບ່ອນ ອື່ນໆໃນຕອນເຊົ້າມືດກ່ອນຕາເວັນ ຂຶ້ນ ເພື່ອອຸທິດສ່ວນບຸນກຸສົນໃຫ້ແກ່ ດວງວິນຍານຂອງຍາດພີ່ນ້ອງ ແລະ ບັນພະບຸລຸດຜູ້ລ່ວງລັບໄປແລ້ວ. ຕາມຄວາມເຊື່ອ ແລະ ນິທານ ທາງພຸດສາສະໜາບຸນຫໍ່ເຂົ້າປະດັບ ດິນມີມູນເຫດສືບເນື່ອງຈາກເລື່ອງ ຂອງພະເຈົ້າພິມພິສານ ຊຶ່ງມີຍາດ ພີ່ນ້ອງເຄີຍກະທຳການທຸຈະລິດ ກ່ຽວກັບຊັບສິນຂອງວັດ ແລະ ຫລັງ ຈາກເສຍຊີວິດໄດ້ໄປເກີດເປັນເປດ. ຕໍ່ມາພະເຈົ້າພິມພິສານໄດ້ຮັບຮູ້ ເຫດການ ແລະ ໄດ້ເຮັດບຸນຖວາຍ ທານ ພ້ອມທັງອຸທິດສ່ວນກຸສົນໃຫ້ ແກ່ຍາດພີ່ນ້ອງ. ຕາມຄວາມເຊື່ອ ບຸນກຸສົນດັ່ງກ່າວໄດ້ຊ່ວຍບັນເທົາ ທຸກໃຫ້ແກ່ພວກເປດ. ຈາກມູນເຫດ ດັ່ງກ່າວ ຊາວພຸດລາວຈຶ່ງຖືເອົາເປັນ ແນວທາງໃນການເຮັດບຸນ ເພື່ອອຸ ທິດສ່ວນກຸສົນໃຫ້ແກ່ຍາດພີ່ນ້ອງ ແລະ ຜູ້ລ່ວງລັບ. ນອກຈາກການ ຫໍ່ເຂົ້າປະດັບດິນແລ້ວໃນຕອນເຊົ້າ ຍັງມີການເຮັດບຸນໃສ່ບາດ, ຖວາຍ ອາຫານ, ຖວາຍສັງຄະທານ ແລະ ຟັງທຳມະເທສະໜາຕາມຮີດຄອງ ຂອງແຕ່ລະທ້ອງຖິ່ນ. ສຳລັບການກະກຽມຫໍ່ເຂົ້າປະ ດັບດິນຊາວບ້ານບາງແຫ່ງຈະແບ່ງ ອາຫານ ແລະ ເຂົ້າໜົມອອກເປັນ ຫລາຍສ່ວນ ໂດຍສ່ວນໜຶ່ງໄວ້ຮັບ ປະທານພາຍໃນຄອບຄົວ, ສ່ວນ ໜຶ່ງແບ່ງປັນໃຫ້ຍາດພີ່ນ້ອງ-ມິດ ສະຫາຍ, ສ່ວນໜຶ່ງນຳໄປຖວາຍ ພະສົງ ແລະ ອີກສ່ວນໜຶ່ງນຳມາ ເຮັດຫໍ່ເຂົ້າປະດັບດິນ. ແນວໃດ ກໍຕາມ, ສິ່ງສຳຄັນອີກປະການໜຶ່ງ ໃນການຫໍ່ເຂົ້າປະດັບດິນຄວນເລືອກ ໃຊ້ວັດຖຸຈາກທຳມະຊາດ ເຊັ່ນ: ໃບ ຕອງກ້ວຍ, ໃບບົວ ຫລື ໃບໄມ້ອື່ນໆ ທີ່ເໝາະສົມແທນການໃຊ້ກ່ອງໂຟມ ແລະ ຖົງຢາງ. ນອກຈາກສອດ ຄ່ອງກັບຮີດຄອງດັ່ງເດີມແລ້ວຍັງ ຊ່ວຍຫລຸດຂີ້ເຫຍື້ອ ແລະ ຮັກສາ ສິ່ງແວດລ້ອມ. ບຸນຫໍ່ເຂົ້າປະດັບດິນ ຈຶ່ງບໍ່ແມ່ນ ພຽງພິທີກຳທາງສາສະໜາ ຫລື ປະເພນີປະຈຳປີເທົ່ານັ້ນ, ແຕ່ຍັງ ເປັນມໍລະດົກທາງວັດທະນະທຳ ທີ່ສະທ້ອນເຖິງຄວາມກະຕັນຍູຕໍ່ ບັນພະບຸລຸດ, ຄວາມເອື້ອເຟື້ອເພື່ອ ແພ່ແບ່ງປັນຄວາມສາມັກຄີ ແລະ ສັດທາຂອງພຸດທະສາສະນິກະຊົນ ລາວ. ດັ່ງນັ້ນ ການຮັກສາ ແລະ ສືບ ທອດຮີດຄອງນີ້ໃຫ້ຄົງຢູ່ຄູ່ສັງຄົມ ລາວ ຈຶ່ງເປັນອີກແນວທາງໜຶ່ງໃນ ການຮັກສາເອກະລັກ ແລະ ມໍລະດົກ ອັນດີງາມຂອງຊາດໃຫ້ຄົງຢູ່ສືບໄປ. ຂປລ. ຈາກອາຊີບເຮັດນາແບບ ດັ້ງເດີມທີ່ຊາວນາສ່ວນໜຶ່ງເຄີຍ ເບິ່ງວ່າເປັນອາຊີບທີ່ໃຊ້ແຮງງານ ຫລາຍແຕ່ໄດ້ກຳໄລບໍ່ຫລາຍ , ປັດຈຸບັນກຸ່ມຜະລິດເຂົ້າຮຸ່ນ 3 ບ້ານ ນາລ້ອງ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໄດ້ຫັນມາ ນຳໃຊ້ເຕັກນິກການຜະລິດທີ່ເໝາະ ສົມ ພ້ອມທັງມີຕະຫລາດຮອງຮັບທີ່ ໝັ້ນຄົງ, ຈົນສາມາດສ້າງລາຍໄດ້ ເຖິງ 100 ລ້ານກີບຕໍ່ປີ. ທ່ານ ບຸນສົງ ວົງປະເສີດ ຫົວໜ້າ ກຸ່ມຜະລິດເຂົ້າຮຸ່ນ 3 ບ້ານນາລ້ອງ ໃຫ້ຮູ້ວ່າ: ພາຍຫລັງເຂົ້າຮ່ວມໂຄງ ການ “ສົ່ງເສີມການປູກເຂົ້າແບບ ຕະຫລາດ, ເຖິງຈະມີລາຄາຈຳໜ່າຍ ທີ່ກຳນົດໄວ້ ແຕ່ບໍ່ມີຕະຫລາດທີ່ໝັ້ນ ຄົງຮອງຮັບຜົນຜະລິດ. ພາຍຫລັງ ເຂົ້າຮ່ວມໂຄງການຊາວນາມີຕະ ຫລາດຮອງຮັບທີ່ແນ່ນອນລວມ ເຖິງການປູກເຂົ້າແບບມີພັນທະ ສັນຍາກັບໂຮງງານເບຍລາວ ຊຶ່ງ ມີການກຳນົດລາຄາມາດຕະຖານ ເຂົ້າແນວພັນ 15.000 ກີບຕໍ່ກິໂລ. ການມີຕະຫລາດຮອງຮັບຄຽງຄູ່ກັບ ລາຄາທີ່ແນ່ນອນເຮັດໃຫ້ຊາວນາ ສາມາດວາງແຜນການຜະລິດ ແລະ ຄາດຄະເນລາຍໄດ້ໄດ້ດີຂຶ້ນ. ສຳລັບ ຕົນເອງເຄີຍມີລາຍໄດ້ຈາກການ ຂາຍເຂົ້າເຖິງ 100 ລ້ານກີບຕໍ່ປີ. ຖ້າ ສາມາດຜະລິດໄດ້ 10 ໂຕນ ແລະ ຈຳໜ່າຍໃນລາຄາ 15.000 ກີບ ຕໍ່ກິໂລ ຈະມີລາຍຮັບລວມປະມານ 150 ລ້ານກີບ. ສິ່ງດັ່ງກ່າວຖືເປັນ ການປ່ຽນແປງສຳຄັນຈາກອາຊີບ ເຮັດນາແບບດັ້ງເດີມໄປສູ່ການເຮັດ ນາທີ່ອາໄສຄວາມຮູ້, ເຕັກນິກ ແລະ ຕະຫລາດເປັນພື້ນຖານ. ທ່ານ ບຸນສົງ ເວົ້າຕື່ມວ່າ: ປັດ ຈຸບັນການເຮັດນາແມ່ນຫັນມາ ນໍາໃຊ້ເຕັກນິກ “ປຽກສະຫລັບ ແຫ້ງ” ຊຶ່ງກຸ່ມພວກເຮົາຍັງຢູ່ໃນ ຍືນຍົງ” ຂອງບໍລິສັດເບຍລາວ ເຮັດ ໃຫ້ຊາວນາມີຄວາມຮູ້ດ້ານເຕັກນິກ ການປູກເຂົ້າຫລາຍຂຶ້ນ, ສາມາດ ນຳຄວາມຮູ້ມາປະຍຸກໃຊ້ໃນການ ຜະລິດໄດ້ຢ່າງຖືກວິທີ, ເຮັດໃຫ້ຜົນ ຜະລິດດີຂຶ້ນ ແລະ ສາມາດຈຳໜ່າຍ ເຂົ້າໄດ້ຫລາຍກວ່າເກົ່າ. ສຳລັບກຸ່ມ ຜະລິດເຂົ້າຮຸ່ນ 3 ບ້ານນາລ້ອງ ມີ ສະມາຊິກຫລາຍກວ່າ 13 ຄອບຄົວ, ໂດຍສະມາຊິກສາມາດຈຳໜ່າຍເຂົ້າ ແນວພັນໃນລາຄາມາດຕະຖານ 15.000 ກີບຕໍ່ກິໂລ. ກ່ອນເຂົ້າຮ່ວມ ໂຄງການແມ່ນປະສົບບັນຫາດ້ານ ຂັ້ນຕອນການຮຽນຮູ້ ແລະ ປະຕິບັດ (ຜົນສຳເລັດປະມານ 60-70%), ແຕ່ສິ່ງທີ່ເຫັນຊັດເຈນແມ່ນເຮົາ ເສຍຄ່ານ້ຳໜ້ອຍລົງເນື່ອງຈາກ ມີໄລຍະທີ່ປະໃຫ້ດິນແຫ້ງເຮັດໃຫ້ ຮາກເຂົ້າແຂງແຮງ, ເຂົ້າແຕກກໍ ໄດ້ດີ, ໄດ້ຫລາຍຮວງ ແລະ ໄດ້ ເມັດຫລາຍ ໂດຍຜ່ານມາເຮັດແບບ ທຳມະດາໄດ້ປະມານ 600 ກິໂລ ຕໍ່1.600 ຕາແມັກ (1ໄລ່), ແຕ່ພໍ ມາໃຊ້ເຕັກນິກປຽກສະຫລັບແຫ້ງ ຜົນຜະລິດເພີ່ມຂຶ້ນເປັນ 700-750 ກິໂລກຣາມ/1.600 ຕາເມັດ ນີ້ແມ່ນ ໂຕເລກທີ່ເຫັນໄດ້ຊັດເຈນ ຈາກການ ນໍາໃຊ້ເຕັກນິກນີ້. ພາບປະກອບ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==