09/09/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ເປີດການຝຶກຊ້ອມ...ີຶ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ກວດກາຄວາມສອດຄ່ອງ...່ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ dkolt4kxtok lkmk]tot]a f xt-k-q o xt-kmy xtw8 gdq ks]u ຂປລ. ວັນທີ 9 ກັນຍາ ປີ 1948 ແມ່ນວັນສະຖາປະນາ ສາທາລະນະ ລັດ ປະຊາຊົນ ປະຊາທິປະໄຕ ເກົາ ຫລີ (ສປປ ເກົາຫລີ) ໃນປີນີ້, ສປປ ເກົາຫລີ ຈະສະເຫລີມສະຫລອງຄົບ ຮອບ 78 ປີແຫ່ງວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາ ທິປະໄຕ ເກົາຫລີ ຢ່າງມີຄວາມ ໝາຍສໍາຄັນ. ປະຫວັດສາດອັນສະຫງ່າລາສີ ແລະ ໄຊຊະນະຂອງ ສປປ ເກົາຫລີ ແມ່ນໝາຍເຖິງຜົນງານຕະຫລອດ ໄປຂອງ ສະຫາຍ ກິມ ອິນ ຊຸງ ແລະ ສະຫາຍ ກິມ ເຈິງ ອິນ . ອຳນາດອັນສະຫງ່າລາສີ ແລະ ກຽດສັກສີອັນສູງສົ່ງຂອງ ສປປ ເກົາຫລີ ແມ່ນກ່ຽວຂ້ອງກັບຊື່ຂອງ ດວງອາທິດທີ່ຍິ່ງໃຫຍ່ເທົ່ານັ້ນ. ສະຫາຍ ກິມອິນ ຊຸງ ໄດ້ສ້າງຕັ້ງ ສາທາລະນະລັດ ປະຊາຊົນ ປະຊາ ທິປະໄຕ ເກົາຫລີ ໃນວັນທີ 9 ກັນ ຍາ ປີ 1948. ການສ້າງຕັ້ງປະ ເທດຊາດໄດ້ຫັນທິດໃຫ້ປະຊາຊົນ ສປປ ເກົາຫລີ ໃຫ້ກາຍເປັນລັດທີ່ ມີກຽດ ແລະ ມີອຳນາດ ດ້ວຍການ ຍຶດໝັ້ນຈຸດໝາຍປາຍທາງຂອງ ຕົນເອງ ແລະ ປະເທດ ສປປ ເກົາ ຫລີ, ເມື່ອຖືກຈັດຕັ້ງປະຕິບັດໃນ ແຜນທີ່ໂລກ ສາມາດເຂົ້າສູ່ສະຖານ ທີ່ສາກົນຍອມຮັບຢ່າງພາກພູມໃຈ ເປັນລັດອະທິປະໄຕ. ສະຫາຍໄດ້ ປົກປ້ອງສິດອຳນາດອະທິປະໄຕ ແລະ ກຽດສັກສີຂອງ ສປປ ເກົາຫລີ ຢ່າງມີກຽດ, ໃນສົງຄາມເກົາຫລີ ຕ້ານການຮຸກຮານທາງທະຫານ ຂອງຈັກກະພັດຜູ້ຮຸກຮານ ຊຶ່ງເລີ່ມ ແຕ່ປີ 1950 ຈົນເຖິງປີ 1953 ສະ ຫາຍໄດ້ປະຕິບັດການຟື້ນຟູຫລັງສົງ ຄາມ ແລະ ການປະຕິວັດສັງຄົມ ນິຍົມໃນໄລຍະເວລາສັ້ນໆ, ໄດ້ນຳ ພາການກໍ່ສ້າງສັງຄົມນິຍົມໃນ ຫລາຍໄລຍະໃຫ້ໄດ້ຮັບໄຊຊະນະ. ດັ່ງນັ້ນຈຶ່ງເຮັດໃຫ້ ສປປ ເກົາຫລີ ກາຍເປັນປະເທດສັງຄົມນິຍົມທີ່ ຮັ່ງມີເຂັ້ມແຂງ, ມີຈິດໃຈເອກະລາດ ເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ສະຫາຍ ກິມ ອິນ ຊຸງ ແລະ ສະຫາຍ ກິມ ເຈິງ ອິນ ໄດ້ຖືເອົາ ແນວຄິດ ຈຸ ເຈ ເປັນແນວຄິດຊີ້ນຳ ຂອງລັດຂອງ ສປປ ເກົາຫລີ. ດ້ວຍ ສະຕິປັນຍາອັນດີເດັ່ນ ແລະ ການນຳ ພາທີ່ບໍ່ອິດເມື່ອຍ, ພວກເພິ່ນໄດ້ບຸກ ເບີກສ້າງລັດ ທີ່ມີປະຊາຊົນເປັນໃຈ ກາງ ແລະ ສ້າງປະເທດຊາດ, ບ້ານ ເກີດເມືອງນອນເປັນລັດສັງຄົມນິ ຍົມທີ່ຍິ່ງໃຫຍ່ ມີເອກະລາດດ້ານ ການເມືອງ, ເປັນເຈົ້າຕົນເອງທາງ ດ້ານເສດຖະກິດ ແລະ ດ້ານວຽກ ງານປ້ອງກັນປະເທດ. ເມື່ອການປະຕິວັດຂອງ ສປປ ເກົາຫລີ ປະສົບກັບຄວາມຫຍຸ້ງ ຍາກຫລາຍປະການ, ສະຫາຍ ກິມ ເຈິງ ອິນ ໄດ້ເອົາໄຊຊະນະກົນອຸບາຍ ອັນໂຫດຮ້າຍຂອງບັນດາກຳລັງ ພັນທະມິດຈັກກະພັດ ທີ່ກີດຂວາງ ສປປ ເກົາຫລີ, ໄດ້ປົກປັກຮັກສາ ກຽດສັກສີ, ອຳນາດອະທິປະໄຕ ຂອງປະເທດຊາດ ແລະ ຈຸດໝາຍ ປາຍທາງຂອງປະຊາຊົນ ສປປ ເກົາຫລີ, ໄດ້ຜັນຂະຫຍາຍ ແລະ ເພີ່ມທະວີການພົວພັນຕ່າງປະເທດ ກັບຫລາຍປະເທດໃນໂລກ. ເຖິງແມ່ນຈະຜະເຊີນໜ້າກັບ ຄວາມຫຍຸ້ງຍາກກໍຕາມ, ແຕ່ສະ ຫາຍ ກິມ ເຈິງ ອິນ ໄດ້ສ້າງພື້ນຖານ ໂຄງລ່າງທີ່ໜັກແໜ້ນໃຫ້ແກ່ການ ກໍ່ສ້າງເສດຖະກິດ ແລະ ເພີ່ມທະວີ ຊີວິດການເປັນຢູ່ຂອງປະຊາຊົນ, ສ້າງຂະແໜງການປ້ອງກັນປະເທດ ໃຫ້ເອກະລາດ ແລະ ທັນສະໄໝ ໄປ ຕາມທິດສະດີຈຸເຈ. ໃນທ້າຍສະຕະວັດທີ່ຜ່ານມາ, ສປປ ເກົາຫລີ ໄດ້ຜະເຊີນໜ້າກັບ ສະພາບການທີ່ບໍ່ເພິ່ງປາຖະໜາ ເມື່ອລະບົບສັງຄົມນິຍົມໃນຫລາຍ ປະເທດຖືກລົ້ມສະຫລາຍ ຊຶ່ງເຮັດ ໃຫ້ພວກຈັກກະພັດ ແລະ ອິດທິກຳ ລັງປໍລະປັກຄຸຍໂວໂອ້ອວດນັ້ນ, ສະ ຫາຍໄດ້ນຳພາຈັດຕັ້ງປະຕິບັດນະ ໂຍບາຍເຊິນກຸນ ຢ່າງມີຜົນສຳເລັດ ຮອບດ້ານ, ເຮັດໃຫ້ ສປປ ເກົາຫລີ ເປັນແວ່ນແຍງອັນໃສແຈ້ງໃຫ້ ປະເທດເພື່ອນມິດໄດ້ຮ່ຳຮຽນນຳ. ກຳລັງປະກອບອາວຸດປະຊາຊົນ ສປປ ເກົາຫລີ ໄດ້ພັດທະນາຂີດ ຄວາມສາມາດໃນການເປັນເສົາ ຄ້ຳໃຫ້ແກ່ປະເທດຊາດ. ພາຍໃຕ້ ການນຳພາຂອງ ສະຫາຍ ກິມ ເຈິງ ອິນ ສປປ ເກົາຫລີ ໄດ້ມີຄວາມເຂັ້ມ ແຂງທາງດ້ານປ້ອງກັນປະເທດ, ມີຄວາມສາມາດສູງສົ່ງ, ມີຄວາມ ພ້ອມໃນລະດັບສູງຕໍ່ພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ. ພາລະກິດການປະຕິວັດຂອງຈຸເຈ ທີ່ບຸກເບີກໂດຍ ປະທານ ກິມ ອິນ ຊຸງ ແລະ ພັດທະນາໂດຍ ສະຫາຍ ກິມ (ເນື່ອງໃນໂອກາດວັນສະຖາປະນາ ສປປ ເກົາຫລີ ຄົບຮອບ 78 ປີ 9/9/1948-9/9/2026)ື່ ອັ ນົ າີ ົບີ ເຈິງ ອິນ ກໍາລັງດໍາເນີນຕໍ່ໄປໂດຍ ສະຫາຍ ກິມ ເຈິງ ອຸນ ທີ່ແສນເຄົາ ລົບຮັກ. ພາຍໃຕ້ການເຄື່ອນໄຫວ ອັນມີພະລັງທາງດ້ານແນວຄິດ, ທິດສະດີ ແລະ ການຊີ້ນຳໆພາອັນ ສະຫລາດສ່ອງໃສຂອງສະຫາຍ, ແນວຄິດການປະຕິວັດຂອງບັນດາ ຜູ້ນໍາທີ່ຍິ່ງໃຫຍ່ໃນເມື່ອກ່ອນ ຈຶ່ງໄດ້ ຖືກສ້າງຂຶ້ນເປັນລັດທິ ກິມ ອິນ ຊຸງ - ລັດທິ ກິມ ເຈິງ ອິນ ແລະ ປະຊາຊົນ ສປປ ເກົາຫລີ ມີຄວາມເຊື່ອໝັ້ນ ທີ່ຈະເດີນໜ້າໄປສູ່ເສັ້ນທາງເອກະ ລາດ ແລະ ສັງຄົມນິຍົມ. ສະຫາຍ ໄດ້ມີທັດສະນະຄະຕິ ອັນສູງສົ່ງຕໍ່ປະຊາຊົນ ດັ່ງທີ່ສະ ຫາຍນັບຖືບັນດາຜູ້ນຳທີ່ຍິ່ງໃຫຍ່ ຊຶ່ງໄດ້ຖືເອົາປະຊາຊົນເປັນພະເຈົ້າ ແລະ ໄດ້ປົກຄອງການເມືອງດ້ວຍ ຄວາມຮັກຂອງປະຊາຊົນເພື່ອຜັນ ແປຄວາມຝັນ ແລະ ອຸດົມຄະຕິອັນ ສວຍງາມຂອງເຂົາເຈົ້າໃຫ້ກາຍ ເປັນຈິງ ແລະ ເຕົ້າໂຮມເຂົາເຈົ້າໃຫ້ ເປັນໜຶ່ງດຽວຢູ່ອ້ອມຂ້າງພັກແຮງ ງານເກົາຫລີ ດ້ວຍຄວາມຮັກ ແລະ ຄວາມໄວ້ເນື້ອເຊື່ອໃຈ. ຍ້ອນມີນ້ຳ ໃຈຕໍ່ສູ້ທີ່ບໍ່ຍອມຖອຍ, ຄວາມກ້າ ຫານ ແລະ ການນຳພາ ເປັນທີ່ນັບຖື ຂອງສະຫາຍ ກິມ ເຈິງ ອຸນ, ກຽດ ສັກສີ ແລະ ອຳນາດຂອງປະເທດ ຊາດ ສປປ ເກົາຫລີ ຈຶ່ງໄດ້ບັນລຸ ສະຖິຕິສູງໃນປະຫວັດສາດຂອງ ປະເທດຊາດ ແລະ ໄດ້ສະແດງໃຫ້ ເຫັນອິດທິພົນຂອງຕົນໃນຖານະ ເປັນອຳນາດເອກະລາດ ແລະ ປ້ອງ ກັນຕົນເອງໃນເວທີສາກົນ. ຕາບ ໃດທີ່ປະຊາຊົນ ສປປ ເກົາຫລີ ມີ ແນວຄິດທີ່ດີເດັ່ນ ແລະ ການນຳພາ ຂອງ ສະຫາຍ ກິມ ເຈິງ ອຸນ ທີ່ແສນ ເຄົາລົບຮັກ, ຄວາມສາມັກຄີຂອງ ທົ່ວປວງຊົນ, ມີແຕ່ໄຊຊະນະອັນ ພາກພູມໃຈ ແລະ ຄວາມຈະເລີນ ຮຸ່ງເຮືອງຈະໄດ້ຕິດພັນກັບ ສປປ ເກົາຫລີ ຕະຫລອດໄປ. ຮ່ວມສອງກອງທັບ ລາວ-ຈີນ ໄດ້ ໃຫ້ຮູ້ວ່າ: ຂະບວນລົດໄຟສັນຕິພາບ ລາວ-ຈີນ ໄດ້ເລີ່ມຈັດຕັ້ງປະຕິບັດ ມາແຕ່ປີ 2017, ຄັ້ງນີ້ເປັນຄັ້ງທີ 6 ແລະ ເປັນຄັ້ງທີ 3 ທີ່ນໍາໃຊ້ຂະບວນ ລົດໄຟຕົວຈິງເຂົ້າໃນການຝຶກຊ້ອມ. ພິເສດການຝຶກຊ້ອມຮ່ວມຂະບວນ ລົດໄຟສັນຕິພາບ-2026 ນີ້ ຈະໄດ້ ນໍາໃຊ້ອຸປະກອນອັດສະລິຍະທີ່ບໍ່ມີ ຄົນຂັບ ເພື່ອຊອກຄົ້ນ ແລະ ຂົນສົ່ງ ຄົນເຈັບ ຊຶ່ງການຝຶກຊ້ອມຄັ້ງນີ້, ເພື່ອສະຫລອງວັນສ້າງຕັ້ງສາຍ ພົວພັນຮ່ວມມືທາງດ້ານການທູດ ລະຫວ່າງ ລາວ-ຈີນ ຄົບຮອບ 65 ປີ ແລະ ຄົບຮອບ 5 ປີຂອງການ ເປີດນໍາໃຊ້ບໍລິການໂຄງການທາງ ລົດໄຟ ລາວ-ຈີນ. ຂະບວນການຝຶກຊ້ອມຈະນໍາໃຊ້ ກໍາລັງພົນເຂົ້າຮ່ວມທັງໝົດ 710 ສະຫາຍ, ມີກໍາລັງຝ່າຍລາວ 560 ສະຫາຍ (ມີນັກຝຶກຊ້ອມ 263 ສະ ຫາຍ) ແລະ ກໍາລັງເພື່ອນຈາກ ສປ ຈີນ ເຂົ້າຮ່ວມ 150 ສະຫາຍ; ດ້ານ ເນື້ອໃນຝຶກຊ້ອມຈະໄດ້ຈໍາລອງເຫດ ການໄພພິບັດທີ່ເກີດຈາກໄພທໍາມະ ຊາດ ມີຝົນຕົກໜັກ, ເກີດພາຍຸລົມ ແຮງແບບກະທັນຫັນ, ມີກໍລະນີຖືກ ຜົນກະທົບເປັນຈໍານວນຫລາຍ. ໃນ ນັ້ນ, ມີຜູ້ຄົນຂາດທີ່ຢູ່ອາໄສ, ຖືກ ບາດເຈັບແຂນ, ຂາຫັກ, ກະທົບຫົວ, ກະທົບເອິກ, ກະທົບທ້ອງ, ຊຸດໂຊມ ລະບົບຫາຍໃຈ. ຂະບວນລົດໄຟສັນ ຕິພາບ, ນອກຈາກຈະສ້າງຄວາມ ເຂັ້ມແຂງໃຫ້ເຫລົ່າຮົບເສນາຮັກ ແລ້ວ, ຍັງເປັນການເພີ່ມຂີດຄວາມ ສາມາດຂອງແພດໝໍໃຫ້ມີຄວາມ ຊໍານານງານ ແລະ ເປັນການຮັດ ແໜ້ນສາຍພົວພັນຄວາມສາມັກຄີ- ມິດຕະພາບລະຫວ່າງ ສອງຊາດ, ສອງກອງທັບ, ສອງເຫລົ່າຮົບເສ ນາຮັກ ລາວ-ຈີນ, ຈີນ-ລາວ ໃຫ້ ແໜ້ນແຟ້ນຂຶ້ນອີກ. ການຝຶກຊ້ອມຮ່ວມໃນການ ຊ່ວຍເຫລືອມະນຸດສະທຳແລະການ ບໍລິການດ້ານການແພດຮ່ວມສອງ ກອງທັບ ລາວ-ຈີນ ແມ່ນເປົ້າໝາຍ ຂອງສອງພັກ, ສອງລັດ, ສອງກອງ ທັບ. ນອກຈາກຈະເປັນການສະສົມ ປະສົບການ, ການສ້າງຄວາມເຂັ້ມ ແຂງທາງດ້ານວິຊາການແລ້ວ, ຍັງ ເປັນການຮັດແໜ້ນຄວາມສາມັກຄີ ມິດຕະພາບ ລະຫວ່າງ ເຫລົ່າຮົບເສ ນາຮັກແລະພະນັກງານແພດໝໍຂອງ ສອງກອງທັບນຳອີກ, ເປັນສັນຍະ ລັກສໍາຄັນໜຶ່ງໃນປີ 2026 ນີ້, ເປັນ ປີສ້າງສາຍພົວພັນທາງການທູດ ລະຫວ່າງ ລາວ-ຈີນ ຄົບຮອບ 65 ປີ “ປີມິດຕະພາບ ລາວ-ຈີນ” ແລະ ການເປີດນຳໃຊ້ເສັ້ນທາງລົດໄຟ ລາວ-ຈີນ ຄົບຮອບ 5 ປີ. ການຮ່ວມຝຶກຊ້ອມຄັ້ງນີ້, ຍັງ ໄດ້ຕີລາຄາສູງ ແລະ ເຫັນໄດ້ຄວາມ ສາມັກຄີແບບພິເສດລະຫວ່າງ ສອງ ລັດຖະບານກໍຄືສອງກອງທັບລາວຈີນ ທີ່ໄດ້ຮ່ວມກັນເຊັນສັນຍາແຜນ ແມ່ບົດວ່າດ້ວຍຄູ່ຮ່ວມຊາຕາກຳ ຮອບດ້ານ ລາວ-ຈີນ ໂດຍສະເພາະ ເປັນການຍົກລະດັບຂີດຄວາມສາ ມາດໃນການກອບກູ້, ຊ່ວຍເຫລືອ ແລະ ແກ້ໄຂເຫດການໄພພິບັດທຳ ມະຊາດ ຮ່ວມກັນລະຫວ່າງສອງ ເຫລົ່າຮົບເສນາຮັກ. ການຝຶກກອບ ກູ້ໄພພິບັດຄັ້ງນີ້ ແມ່ນການຊອກຄົ້ນ ກອບກູ້ ແລະ ຊ່ວຍເຫລືອຜູ້ໄດ້ຮັບ ຜົນກະທົບຈາກລົມພາຍຸຮ້າຍແຮງ ຊຶ່ງເຫດການນີ້ມີຜູ້ໄດ້ຮັບບາດເຈັບ ເປັນຈຳນວນຫລວງຫລາຍ. ກິດຈະກໍາຄັ້ງນີ້ຈະດໍາເນີນໄປ ເປັນເວລາ 16 ວັນ ແບ່ງເປັນສອງ ໄລຍະຄື: ວັນທີ 7-14 ກັນຍາ 2026 ແມ່ນການຝຶກຊ້ອມຊ່ວຍ ເຫລືອກອບກູ້ໄພພິບັດ ຢູ່ນະຄອນ ຫລວງວຽງຈັນ ທີ່ສະໜາມຈໍາ ລອງ (ສະຖານີຄ່ຽນຖ່າຍສິນຄ້າ ດົງໂພສີ) ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ, ວັນທີ1522 ກັນຍາ 2026 ແມ່ນກິດຈະກໍາ ບໍລິການກວດສຸຂະພາບ (ຢູ່ໂຮງໝໍ ສູນກາງ 103 ກອງທັບ, ໂຮງໝໍບໍລິ ເວນ 106 ກອງທັບ, ໂຮງໝໍບໍລິ ເວນ 109 ກອງທັບ ແລະ ໂຮງໝໍ ທະຫານແຂວງອັດຕະປື) ຊຶ່ງທີມ ແພດຝ່າຍຈີນ ຈະໄດ້ຈັດແບ່ງກຳລັງ ເພື່ອໄປກວດສຸຂະພາບ ແລະ ເບີກ ຈ່າຍຢາປົວພະຍາດໂດຍບໍ່ເສຍຄ່າ. ຂ່າວ: ໂຊເລ້ ບຸນເຮືອງ ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ພ້ອມຄະນະ (ຂວາ) ລ້ອມ, ຫົວໜ້າຄະນະປັບປຸງດຳລັດ ວ່າດ້ວຍກອງທຶນປົກປັກຮັກສາສິ່ງ ແວດລ້ອມແລະປ່າໄມ້,ທ່ານຄໍາພັນ ບຸນພາຄົມ ຮອງລັດຖະມົນຕີກະຊວງ ຍຸຕິທໍາ, ມີບັນດາຫົວໜ້າກົມ, ຜູ້ຕາງ ໜ້າຈາກກະຊວງຍຸຕິທຳ, ຫ້ອງວ່າ ການສຳນັກງານນາຍົກລັດຖະມົນ ຕີ, ກະຊວງການເງິນ ແລະ ຂະແໜງ ການກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ເພື່ອກວດ ກາຄວາມສອດຄ່ອງດ້ານເນື້ອໃນ ຂອງຮ່າງດໍາລັດ ວ່າດ້ວຍກອງທຶນ ປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ພາຍຫລັງທີ່ໄດ້ດຳເນີນການ ຈັດກອງປະຊຸມ ເພື່ອປະກອບຄໍາ ຄິດຄໍາເຫັນເຂົ້າໃນເນື້ອໃນຂອງດຳ ລັດສະບັບນີ້ ມາຫລາຍຄັ້ງໃນຂັ້ນ ຕ່າງໆແຕ່ສູນກາງລົງຮອດທ້ອງ ຖິ່ນ ເພື່ອໃຫ້ມີຄວາມແທດເໝາະ, ສອດຄ່ອງທາງດ້ານກົດໝາຍ ແລ້ວ ປັບປຸງໃຫ້ມີຄວາມຊັດເຈນ ສາມາດ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ເພື່ອບັນລຸຕາມເປົ້າໝາຍ. ເນື້ອໃນຂອງຮ່າງດຳລັດວ່າ ດ້ວຍກອງທຶນປົກປັກຮັກສາສິ່ງ ແວດລ້ອມ ແລະ ປ່າໄມ້ ທີ່ນໍາມາ ກວດກາຄວາມສອດຄ່ອງໃນຄັ້ງ ນີ້ ມີທັງໝົດ 7 ໝວດ 39 ມາດຕາ ຊຶ່ງກອງປະຊຸມໄດ້ປະກອບຄໍາຄິດ ຄໍາເຫັນ ແລະ ເອກະພາບໃນຫລາຍ ອາຍຸ 36 ປີ ອາຊີບຄ້າຂາຍຢູ່ບ້ານ ວັງຊາຍ ເມືອງໄຊເສດຖາ ນະຄອນ ຫລວງວຽງຈັນ. ຕໍ່ກັບເຫດການດັ່ງ ກ່າວ, ປັດຈຸບັນ ເຈົ້າໜ້າທີ່ກຳລັງ ເລັ່ງສືບສວນ-ສອບສວນຂະຫຍາຍ ຜົນ ແລະ ນໍາຕົວຜູ້ກະທໍາຜິດ ມາດໍາ ເນີນຄະດີຕາມລະບຽບກົດໝາຍ. ໂອກາດນີ້, ຂໍສະແດງຄວາມ ຂອບໃຈມາຍັງພໍ່ແມ່ປະຊາຊົນ ແລະ ພົນລະເມືອງດີ ທີ່ແຈ້ງເບາະແສຂໍ້ ມູນທີ່ສໍາຄັນໃຫ້ເຈົ້າໜ້າທີ່ຕຳຫລວດ ແລະ ຖ້າພົບເຫັນບຸກຄົນ ຫລື ນິຕິບຸກ ຄົນ ທີ່ກະທຳຜິດຕໍ່ລະບຽບກົດໝາຍ ຫາລືກະກຽມ...ື *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ວາລະແຫ່ງຊາດ ວ່າດ້ວຍການພັດ ທະນາຊົນນະບົດແລະແກ້ໄຂຄວາມ ທຸກຍາກຂັ້ນສູນກາງ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ຄອມພິວເຕີຕັ້ງໂຕະ 6 ຊຸດ, ໂຕະທີ່ ໃຊ້ສໍາລັບການຫລິ້ນໄພ້ 40 ໂຕະ, ໂຕະນ້ອຍ (ມົນ) 12 ຊຸດ, ຈໍ LED ຂະໜາດໃຫຍ່ 1 ຊຸດ, ໄພ້ 976 ຊຸດ, ຊິບທີ່ໃຊ້ແລກປ່ຽນເງິນໃນການ ພະນັນ ຫລາຍປະເພດລວມ 7.840 ຊິບ. ນອກຈາກນີ້, ຍັງພົບເຫັນໃບ ອະນຸຍາດຜູ້ສ້າງຕັ້ງຫົວໜ່ວຍກິລາ ປະເພດປຸກເກີ (ໝາກລູກ) ອອກ ຊື່ ທ້າວ ແກ້ວອາລຸນ ແສ່ວດາລາ ກວາດລ້າງການພະນັນ...້ັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ໂດຍສະເພາະແມ່ນການກໍ່ອາຊະຍາ ກໍາທາງອິນເຕີເນັດ ແລະ ການພະ ນັນ ໃຫ້ແຈ້ງຕໍ່ເຈົ້າໜ້າທີ່ຕຳຫລວດ ທີ່ເບີໂທສາຍດ່ວນ 1533 ໄດ້ຕະ ຫລອດ 24 ຊົ່ວໂມງ. ຂ່າວ-ພາບ: ຄວາມສະຫງົບ ທ່ານ ວົງສະຫວັນ ວົງໄກສອນ ໄດ້ລາຍງານໂດຍສັງເຂບກ່ຽວກັບ ສະພາບລວມຂອງການກະກຽມ ຮ່າງຄໍາແນະນຳຂອງລັດຖະບານ ວ່າດ້ວຍການແບ່ງຄວາມຮັບຜິດ ຊອບ ໃນການຈັດຕັ້ງປະຕິບັດ ມະຕິ ສະພາແຫ່ງຊາດ ວ່າດ້ວຍການ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກ ໂດຍສະເພາະແມ່ນ ພາບລວມ, ຈຸດປະສົງ, ວິທີການ ຈັດຕັ້ງປະຕິບັດແຜນປະຕິບັດງານ ແຫ່ງຊາດ ເຊັ່ນ: ການກໍານົດເປົ້າ ໝາຍ, ການສ້າງແຜນງານ-ໂຄງ ການ/ກິດຈະກໍາ, ການຂຶ້ນແຜນງົບ ປະມານ, ການກໍານົດແຫລ່ງທຶນ ລວມທັງການຊຸກຍູ້, ຕິດຕາມກວດ ກາ ແລະ ປະເມີນຜົນການຈັດຕັ້ງປະ ຕິບັດແຜນງານ ເພື່ອເປັນເຄື່ອງມື ແລະ ບ່ອນອີງສຳຄັນ ໃນການຈັດ ຕັ້ງປະຕິບັດວາລະແຫ່ງຊາດດັ່ງ ກ່າວ. ກອງປະຊຸມໄດ້ພ້ອມກັນຄົ້ນ ຄວ້າ, ປຶກສາຫາລືແລກປ່ຽນຄຳ ເຫັນ, ສ້າງຄວາມເປັນເອກະພາບ ໃນທາງປະຕິບັດ ຈາກຂະແໜງ ການທີ່ກ່ຽວຂ້ອງໃນຂັ້ນສູນກາງ ເພື່ອເປັນຂໍ້ມູນພື້ນຖານໃຫ້ຄະນະ ຮັບຜິດຊອບນໍາໄປປັບປຸງ ເພື່ອເຮັດ ໃຫ້ການກະກຽມວຽກງານດັ່ງກ່າວ ໄດ້ຮັບໝາກຜົນທີ່ດີຂຶ້ນກວ່າເກົ່າ. ສໍາລັບ ຜົນຂອງກອງປະຊຸມຄົ້ນ ຄວ້າປຶກສາຫາລື ແລະ ເອກະພາບ ຕໍ່ກັບຮ່າງຄໍາແນະນຳຄັ້ງນີ້ຈະກາຍ ເປັນຂໍ້ມູນພື້ນຖານເພື່ອນຳໄປຜ່ານ ໃນກອງປະຊຸມສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ໃນທ້າຍປີ ນີ້ ແລະ ຈະໄດ້ເລີ່ມຈັດຕັ້ງປະຕິບັດ ບັນດາໂຄງການຈຸດສຸມ ໃນຕົ້ນປີ 2027 ບົນພື້ນຖານການຮັບຮອງ ໂດຍກອງປະຊຸມສະໄໝສາມັນ ເທື່ອ 2 ຂອງສະພາແຫ່ງຊາດຊຸດ ທີ X ຈົນເຖິງ ປີ 2030. ພ້ອມກັນ ນັ້ນ, ກໍຈະໄດ້ຈັດຕັ້ງການສະຫລຸບ, ຖອດຖອນບົດຮຽນ ແລະ ປະເມີນ ຜົນຂອງການຈັດຕັ້ງປະຕິບັດໃນ ທ້າຍສະໄໝຂອງການປະຕິບັດວາ ລະແຫ່ງຊາດ. ຂ່າວ-ພາບ: ສອນເພັດ ສຸລິພອນ ປະເດັນ ເພື່ອໃຫ້ກອງເລຂາຮວບ ຮວມປະເດັນຕ່າງໆນໍາເອົາໄປພິຈາ ລະນາ ປັບປຸງໃຫ້ເກີດຄວາມສອດ ຄ່ອງ, ພາຍຫລັງສໍາເລັດຈະໄດ້ ລາຍງານຫາຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ເພື່ອພິຈາ ລະນາ ເຂົ້າຜ່ານໃນກອງປະຊຸມ ລັດຖະບານສະໄໝສາມັນ ໃນທ້າຍ ເດືອນ ກັນຍາ 2026 ທີ່ຈະມາເຖິງ ເພື່ອຮັບຮອງ ແລະ ປະກາດນໍາໃຊ້ ດຳລັດສະບັບດັ່ງກ່າວຢ່າງເປັນ ທາງການໃນຂັ້ນຕອນຕໍ່ໄປ. ຂໍ້ມູນ-ພາບ: ຂ່າວສານກະສິກຳ ເມືອງສີໂຄດຕະບອງ ນະຄອນ ຫລວງວຽງຈັນ, ກັກຕົວໄດ້ 16 ຄົນ. ໃນນີ້, ສັນຊາດຈີນ 14 ຄົນ, ສັນຊາດໄທ 2 ຄົນ. ພ້ອມນີ້ ຍັງສາ ມາດຢຶດເຄື່ອງຂອງກາງໄດ້ຄອມ ພິວເຕີຕັ້ງໂຕະ 23 ເຄື່ອງ, ຄອມພິວ ເຕີໂນດບຸກ 3 ເຄື່ອງ, ຜົງສີເຫລືອງ ຄ້າຍຄືສານເສບຕິດ ຈໍານວນ 2 ຖົງ, ຜົງສີຂາວຄ້າຍຄືສານເສບຕິດ ຈໍານວນ 3 ຖົງ, ຜົງສີເທົາຄ້າຍຄື ສານເສບຕິດ ຈໍານວນ 1 ຖົງ, ຊອງ ສີແດງ, ຊອງສີຟ້າ, ຊອງສີສົ້ມ, ຊອງສີຂາວ ທີ່ມີຜົງຂາວຄ້າຍຄື ສານເສບຕິດ ຈໍານວນ 132 ຊອງ, ຫົວນ໋ອດບັນຈຸນໍ້າສີແດງຄ້າຍຄື ສານເສບຕິດ ຈໍານວນ 4 ຫົວ, ຫົວ ນ໋ອດທີ່ມີນໍ້າສີຂາວຄ້າຍຄືສານ ເສບຕິດ ຈໍານວນ 3 ຫົວ. ໃນຂະນະດຽວກັນ, ເຈົ້າໜ້າທີ່ສະ ເພາະກິດກະຊວງປ້ອງກັນຄວາມ ສະຫງົບ ກໍໄດ້ກວາດລ້າງແກ້ງກໍ່ ອາຊະຍາກໍາທາງອິນເຕີເນັດ ຢູ່ 2 ຈຸດ ໃນເມືອງໄຊທານີ ຈັບຕົວຜູ້ຖືກ ຫາໄດ້ 39 ຄົນ. ໃນນັ້ນ,ຈຸດທີ 1 ບ້ານໂນນແສງຈັນ ໜ່ວຍ 38 ສາ ມາດກັກຕົວຜູ້ຖືກຫາໄດ້ຈໍານວນ 25 ຄົນ, ຍິງ 5 ຄົນ, ລວມມີ 3 ສັນຊາດຄື: ຈີນ 15 ຄົນ, ມຽນມາ 6 ຄົນ, ຍິງ 5 ຄົນ ແລະ ສັນຊາດ ຈີນ-ຮົງກົງ 4 ຄົນ ແລະ ຢຶດຂອງ ກາງໄດ້ຫລາຍລາຍການ ເປັນຕົ້ນ ຄອມພິວເຕີຕັ້ງໂຕະ 14 ໜ່ວຍ, ໂທລະສັບມືຖື 70 ໜ່ວຍ, ໄອແພັດ 21 ໜ່ວຍ, ລົດໃຫຍ່ 2 ຄັນ ແລະ ຢາ ເມັດສີແດງ (ຄ້າຍຄືຢາເສບຕິດ) ຈໍານວນ 129 ເມັດ. ຈຸດທີ 2 ບ້ານ ນາທົ່ມ ສາມາດກັກຕົວຜູ້ຖືກຫາໄດ້ 14 ຄົນ ເປັນຄົນສັນຊາດຈີນ ແລະ ຢຶດຂອງກາງໄດ້ຄື: ຄອມພິວເຕີຕັ້ງ ໂຕະ 20 ໜ່ວຍ, ໂທລະສັບມືຖື 40 ໜ່ວຍ ແລະ ຢາສູບໄຟຟ້າ 4 ອັນ. ພ້ອມນີ້, ເຈົ້າໜ້າທີ່ສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ຍັງໄດ້ເຂົ້າມ້າງກຸ່ມກໍ່ອາຊະຍາກໍາ ທາງອິນເນັດ ທີ່ໂຮງແຮມຮຸ່ງເຮືອງ KTV ຕັ້ງຢູ່ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ກັກຕົວໄດ້ 11 ຄົນ, ສັນຊາດຈີນ 10 ຄົນ, ລາວ 1ຄົນ.ພ້ອມນີ້,ຍັງສາມາດຢຶດເຄື່ອງ ຂອງກາງໄດ້ ປະກອບມີ ໂທລະສັບ 16 ເຄື່ອງ, ຄອມພິວເຕີ ໂນດບຸກ 1 ເຄື່ອງ, ຖັງແກັດອົກຊີໄນ 2 ຖັງ, ຫລອດເຂັມຢາ ບັນຈຸນໍ້າສີນໍ້າຕານ ຄ້າຍຄືສານແຕ່ງກິນ ໃນສານເສບ ຕິດຈໍານວນ2 ເຂັມ, ອຸປະກອບການ ເສບຢາເສບຕິດ, ປຸມເປົ້າ ຈໍານວນ 10 ຖົງ (ຖົງ 1 ມີ 50 ອັນ), ຢາ ສູບ 16 ຕຸດ, ນໍ້າຕານຄູໂກດ 2 ຖົງ. ປັດຈຸບັນ, ເຈົ້າໜ້າທີ່ກໍາລັງດໍາ ເນີນການສືບສວນ-ສອບສວນຜູ້ ຖືກຫາ ເພື່ອຂະຫຍາຍຜົນຊອກຫາ ພັກພວກກຸ່ມແກ້ງ ມາດໍາເນີນຄະດີ ຕາມລະບຽບກົດໝາຍ. ຂ່າວ: ຄໍາໂຖ ເຈົ້າໜ້າທີ່ສະເພາະກິດ...ົ້້ີ່ິ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ
RkJQdWJsaXNoZXIy MTc3MTYxMQ==