09/09/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ຢ່າາົ່ຕົ່ງ່ງ ຜັນຂະຫຍາຍມະຕິັ ນິ ກອງປະຊຸມມ່ໃຫຍຸ່ ຄັ້ງທີ XII ຂອງພັກັ້ ງີ ັ ກ rh v,da o9a f8A 'xt8y [a f,t8y dv'xt-5 ,.spj 7A 'mu XII 0v'ra d .sh g0Q kl6 j ];'g]y ddh k;0B ol6 j 7;k,\A o7q ';a fmtok4k;vo c]t p5 8y me ຂປລ. ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃຫ້ເຂົ້າສູ່ລວງເລິກ ຖືເປັນ ໜ້າທີ່ການເມືອງອັນມີລັກສະນະ ຍຸດທະສາດ, ເປັນຂົວຕໍ່ອັນສຳຄັນ ລະຫວ່າງແນວທາງນະໂຍບາຍອັນ ຖືກຕ້ອງຂອງພັກ ກັບຜົນງານຕົວ ຈິງໃນການພັດທະນາປະເທດຊາດ. ເພື່ອເຮັດໃຫ້ມະຕິດັ່ງກ່າວ ບໍ່ເປັນ ພຽງແຕ່ເອກະສານທິດສະດີ, ແຕ່ ຫາກປ່ຽນເປັນຜົນງານ ແລະ ຕົວ ເລກການຈະເລີນເຕີບໂຕນັ້ນ, ພວກ ເຮົາຈຳເປັນຕ້ອງມີການຈັດຕັ້ງປະຕິ ບັດຢ່າງເປັນລະບົບ, ເລິກເຊິ່ງ ແລະ ກວມລວມໃນທຸກຂົງເຂດວຽກງານ. ການຈັດຕັ້ງປະຕິບັດຈະມີຜົນ ສຳ ເລັດໄດ້ຕ້ອງ ເລີ່ມຕົ້ນຈາກ ຄວາມຮັບຮູ້ ແລະ ຄວາມເຂົ້າໃຈທີ່ ເປັນເອກະພາບກັນໃນທົ່ວສັງຄົມ. ອັນສຳຄັນຕ້ອງມີການສຶກສາອົບ ຮົມການເມືອງແນວຄິດຕິດພັນ ກັບການຜັນຂະຫຍາຍມະຕິໃຫ້ ກາຍເປັນເນື້ອໃນທີ່ເຂົ້າໃຈງ່າຍ, ກະ ຈາຍລົງສູ່ຮາກຖານກຸ່ມຄົນຕ່າງໆ ເຊັ່ນ: ພະນັກງານ-ລັດຖະກອນ, ກຳມະກອນ, ຊາວກະສິກອນ, ປັນ ຍາຊົນ ແລະ ຊາວໜຸ່ມ-ເຍົາວະຊົນ ເພື່ອໃຫ້ທຸກຄົນເຫັນແຈ້ງເຖິງຄວາມ *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ບົດສະເໜີົີ ໂດຍ: ຄະນະ ບກ ຂປລ. ສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ເປັນອົງການຈັດຕັ້ງ ໜຶ່ງທີີີ່ມີບົດບາດສຳຄັນໃນການ ຄຸ້ມຄອງ, ດູແລເບິ່ງແຍງ, ສຶກສາ ອົບຮົມ ແລະ ເຕົ້າໂຮມຄວາມສາ ມັກຄີໃນຖັນແຖວພະນັກງານນັກຮົບ ເກົ່າ, ຜູ້ທີ່ເຄີຍອຸທິດເຫື່ອແຮງ ແລະ ສະຕິປັນຍາ ເພື່ອພາລະກິດປົດປ່ອຍ ຊາດ ແລະ ປະກອບສ່ວນສ້າງສາ ພັດທະນາປະເທດຊາດ. ນັກຮົບ ເກົ່າແມ່ນຜູ້ທີ່ມີຄຸນງາມຄວາມດີອັນ ລົ້ນເຫລືອຕໍ່ຊາດ, ເປັນຜູ້ທີ່ໄດ້ເສຍ ສະລະເລືອດເນື້ອ ເພື່ອແລກເອົາ ຄວາມເປັນເອກະລາດ ແລະ ນໍາເອົາ ຄວາມສົມບູນພູນສຸກມາສູ່ປະຊາຊົນ ລາວບັນດາເຜົ່າຄືດັ່ງທຸກວັນນີ້. ພັກ ແລະ ລັດຖະບານຍາມໃດກໍຮູ້ບຸນ ຄຸນອັນລົ້ນເຫລືອຕໍ່ພະນັກງານ ປະຕິວັດຜູ້ທີ່ມີຄຸນງາມຄວາມດີຕໍ່ ປະເທດຊາດ ກົມການເມືອງສູນ ກາງພັກ ຈຶ່ງມອບພາລະບົບບາດ ໃຫ້ແກ່ອົງການນັກຮົບເກົ່າເປັນຜູ້ ຄຸ້ມຄອງ, ດູແລເບິ່ງແຍງ, ເຕົ້າໂຮມ ຄວາມສາມັກຄີ ແລະ ສຶກສາອົບຮົມ ຖັນແຖວພະນັກງານນັກຮົບເກົ່າ ເພື່ອໃຫ້ເປັນຄັນທຸງ, ເປັນແບບຢ່າງ ໃຫ້ແກ່ລູກຫລານຄົນຮຸ້ນໃໝ່ໄດ້ຮຽນ ຮູ້ ແລະ ສືບທອດມູນເຊື້ອພາລະກິດ (ເນ່ືອງໃນໂອກາດວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງລາວ, ວັນທີ 9/9/2002-9/9/2026)່ືັ້ັ້ັັົົ່່ັີ ln [mvf,6 og-N vdko8l6 h [+ pv,9eoq o0v'[a ort[5 ]5 f]k;z6 h vkfsko + ປະຕິວັດຕະຫລອດໄປ. ຕະຫລອດໄລຍະການຕໍ່ສູ້ອັນ ຍາວນານ ປະຊາຊົນລາວບັນດາ ເຜົ່າໄດ້ຮ່ວມກັນຕໍ່ສູ້ຕ້ານການຮຸກ ຮານ ແລະ ການຄອບງຳຈາກຕ່າງ ຊາດ ເພື່ອຮຽກຮ້ອງເອົາເອກະ ລາດ, ອະທິປະໄຕ ແລະ ສິດໃນການ ກຳນົດຊາຕາກຳຂອງຕົນເອງ. ເພື່ອ ຮຽກຮ້ອງເອົາຄວາມເປັນເອກະ ລາດຂອງຊາດ ຂະບວນການຕໍ່ສູ້ ດັ່ງກ່າວບາງຄັ້ງກໍຊະນະ, ບາງຄັ້ງ ກໍປະລາໄຊແຕ່ໃນທີ່ສຸດກໍຖືກຊາດ ຕ່າງດ້າວປາບປາມຈຶ່ງເຮັດໃຫ້ການ ຕໍ່ສູ້ຂອງປະຊາຊົນລາວກ່ອນບໍ່ທັນມີ ພັກນໍາພາບໍ່ໄດ້ຮັບຜົນສໍາເລັດ. ປີ 1930 ພັກກອມມູນິດອິນດູ ຈີນ ໄດ້ສ້າງຕັ້ງຂຶ້ນໂດຍພາຍໃຕ້ ການຊີ້ນໍາ-ນໍາພາຂອງປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່ ພັກໄດ້ມີແນວ ທາງຖືກຕ້ອງ ແລະ ປຸກລະດົມ ຂະບວນການປະຕິວັດບັນດາປະ ເທດອິນດູຈີນເປັນສະໜາມຮົບອັນ ດຽວກັນ ເພື່ອຕໍ່ຕ້ານກັບຈັກກະພັດ ຝຣັ່ງຜູ້ຮຸກຮານເພື່ອຮຽກຮ້ອງ ເອົາຄວາມເປັນເອກະລາດກັບຄືນ ມາ. ປະເທດລາວຂອງພວກເຮົາກໍ ແມ່ນພາກສ່ວນໜຶ່ງຂອງສະໜາມ ຮົບອິນດູຈີນ, ພັກໄດ້ປຸກລະດົມ ປວງຊົນລາວທັງຊາດລຸກຂຶ້ນຕໍ່ສູ້ ສັດຕູຜູ້ຮຸກຮານ. ປະຊາຊົນລາວ ບັນດາເຜົ່າໄດ້ປະກອບສ່ວນຢ່າງ ຕັ້ງໜ້າເຂົ້າຮ່ວມການປະຕິວັດ ພາບປະກອບ ຮັບຜິດຊອບຂອງຕົນຕໍ່ໜ້າທີ່ປະ ຫວັດສາດນີ້. ການສ້າງແຜນງານ ລະອຽດ ໂດຍແຕ່ລະກະຊວງ, ຂະ ແໜງການ, ອົງການ ແລະ ທ້ອງຖິ່ນ ຕ້ອງຮີບຮ້ອນສ້າງແຜນຍຸດທະສາດ ແລະ ບູລິມະສິດຂອງຕົນເອງ ໂດຍ ກຳນົດຄາດໝາຍສູ້ຊົນໃຫ້ຈະແຈ້ງ, ມີຕົວເລກວັດແທກໄດ້ພ້ອມທັງກຳ ນົດເວລາສຳເລັດຢ່າງຊັດເຈນ. ຫັນປ່ຽນເສດຖະກິດດ້ວຍການ ເພິ່ງຕົນເອງ ແລະ ກຸ້ມຕົນເອງຢ່າງ ແທ້ຈິງ ຊຶ່ງຫົວໃຈສຳຄັນຂອງມະຕິ ກອງປະຊຸມໃຫຍ່ ຄັ້ງທີXII ຂອງພັກ ແມ່ນການສ້າງຄວາມເຂັ້ມແຂງໃຫ້ ແກ່ພື້ນຖານເສດຖະກິດມະຫາພາກ ແລະ ການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ. ສົ່ງເສີມການຜະລິດພາຍໃນ ແລະ ຫລຸດຜ່ອນການນຳເຂົ້າ ໂດຍຍູ້ແຮງ ຂະບວນການຜະລິດສິນຄ້າທົດແທນ ການນຳເຂົ້າ ແລະ ສົ່ງເສີມສິນຄ້າ ກະສິກຳສະອາດ, ຫັດຖະກຳ ແລະ ອຸດສາຫະກຳປຸງແຕ່ງ ໂດຍນໍາໃຊ້ ທ່າແຮງບົ່ມຊ້ອນຂອງປະເທດ; ພັດ ທະນາເສດຖະກິດດີຈິຕອນ ແລະ ປະດິດສ້າງ ຕ້ອງຫັນເປັນຫົວໜ່ວຍ ທຸລະກິດດີຈິຕອນ, ນຳໃຊ້ເຕັກໂນ ໂລຊີເຂົ້າໃນການບໍລິຫານລັດຖະ ກິດ, ການເກັບລາຍຮັບ ແລະ ການ ອຳນວຍຄວາມສະດວກໃຫ້ແກ່ ນັກລົງທຶນ ເພື່ອສ້າງຄວາມໂປ່ງ ໃສ ແລະ ຫລຸດຜ່ອນຂອດຂັ້ນທີ່ ຫຍຸ້ງຍາກ; ເພີ່ມທະວີການຄຸ້ມຄອງ ຕະຫລາດເງິນຕາ, ສົ່ງເສີມການຊົມ ໃຊ້ສິນຄ້າພາຍໃນ ເພື່ອຮັກສາມູນຄ່າ ເງິນຕາ ແລະ ສ້າງສະຖຽນລະພາບ ທາງດ້ານເສດຖະກິດ. ການພັດທະນາປະເທດຊາດບໍ່ ສາມາດບັນລຸຜົນໄດ້ຖ້າຫາກປະຊາ ຊົນຍັງດ້ອຍໂອກາດ ແລະ ຂາດການ ເຂົ້າເຖິງການບໍລິການພື້ນຖານ; ຍົກລະດັບຄຸນນະພາບການສຶກສາ ແລະ ສາທາລະນະສຸກ ຕ້ອງມີການ ປັບປຸງການຮຽນ-ການສອນໃຫ້ ຕອບສະໜອງຄວາມຕ້ອງການຂອງ ຕະຫລາດແຮງງານສາກົນ ແລະ ພາຍໃນ, ພ້ອມທັງພັດທະນາໂຮງໝໍ ແລະ ສຸກສາລາຊຸມຊົນໃຫ້ສາມາດ ໃຫ້ບໍລິການສຸຂະພາບແກ່ປະຊາຊົນ ຢ່າງທົ່ວເຖິງຕິດພັນກັບການແກ້ໄຂ ຄວາມທຸກຍາກຢ່າງເປັນຮູບປະທຳ ທັງສຸມໃສ່ສ້າງອາຊີບ, ສ້າງລາຍ ຮັບໃຫ້ແກ່ປະຊາຊົນບັນດາເຜົ່າ ໃນເຂດຫ່າງໄກສອກຫລີກຜ່ານ ໂຄງການພັດທະນາຊົນນະບົດ ແລະ ການເຊື່ອມໂຍງເສດຖະກິດ ທ້ອງຖິ່ນ. ນອກຈາກນີ້, ການເພີ່ມທະວີ ຄວາມສັກສິດຂອງກົດໝາຍ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງ ສັງຄົມ ໂດຍສັງຄົມທີ່ຈະມີຄວາມ ຈະເລີນກ້າວໜ້າໄດ້ຕ້ອງເປັນສັງຄົມ ທີ່ມີຄວາມຍຸຕິທຳ ແລະ ປອດໄພ. ໃນນັ້ນ, ຕ້ອງປະຕິບັດກົດໝາຍຢ່າງ ເຂັ້ມງວດ; ຍົກສູງບົດບາດຂອງ ອົງການຕຸລາການ, ການປົກປ້ອງ ສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງປະຊາຊົນ, ພ້ອມທັງຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ ໃນສັງຄົມເຊັ່ນ: ບັນຫາຢາເສບຕິດ, ການສໍ້ຫລາດບັງຫລວງ ແລະ ການ ລະເມີດກົດໝາຍ. ເສີມຂະຫຍາຍມູນ ເຊື້ອຄວາມສາມັກຄີປອງດອງຂອງ ປະຊາຊົນບັນດາເຜົ່າຖືເອົາຜົນປະ ໂຫຍດສ່ວນລວມ ແລະ ຄວາມໝັ້ນ ຄົງຂອງຊາດເປັນເປົ້າໝາຍສູງສຸດ. ພ້ອມດຽວກັນ, ພັກ ແລະ ລັດ ຕ້ອງ ມີການຕິດຕາມກວດກາການຈັດຕັ້ງ ປະຕິບັດຕົວຈິງຂອງແຕ່ລະຂະແໜງ ການຢ່າງໃກ້ຊິດ, ພ້ອມທັງກ້າຫານ ຮັບຮູ້ຈຸດອ່ອນຂໍ້ຄົງຄ້າງ ເພື່ອປັບປຸງ ແກ້ໄຂໃຫ້ທັນເວລາ; ຍ້ອງຍໍຊົມເຊີຍ ໝູ່ຄະນະ ແລະ ບຸກຄົນທີ່ມີຫົວຄິດ ປະດິດສ້າງ, ປະຕິບັດໜ້າທີ່ໄດ້ດີ ເດັ່ນ ພ້ອມທັງນຳເອົາບົດຮຽນທີ່ ຖອດຖອນໄດ້ມາຂະຫຍາຍຜົນໃຫ້ ກວ້າງຂວາງ. ແນວໃດກໍຕາມ, ການຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງ ທີ XII ຂອງພັກໃຫ້ເຂົ້າສູ່ລວງເລິກ ຈຶ່ງແມ່ນພາລະກິດຮ່ວມມືກັນຂອງ ລະບົບການເມືອງທັງໝົດ ແລະ ປະຊາຊົນລາວບັນດາເຜົ່າຕ້ອງໄດ້ ຕັດສິນໃຈສູງ, ມີຄວາມຮັບຜິດ ຊອບຮ່ວມກັນປົກປັກຮັກສາ ແລະ ສ້າງສາພັດທະນາ ເພື່ອນຳພາປະ ເທດຊາດກ້າວໄປສູ່ເປົ້າໝາຍສັງຄົມ ນິຍົມຢ່າງມີໄຊ. ພາບປະກອບ ພາບປະກອບ ພາບປະກອບ ຢ່າງກວ້າງຂວາງ ແລະ ສົ່ງລູກ ຫລານຂອງຕົນເຂົ້າເປັນທະຫານ ນັບມື້ຫລາຍຂຶ້ນ ຈຶ່ງເພີ່ມກຳລັງ ແຮງໃຫ້ແກ່ກຳລັງປະກອບອາວຸດ ເຮົາໄດ້ມີຄວາມເຂັ້ມແຂງ ແລະ ຕີ ເອົາໄຊຊະນະສັດຕູຢ່າງຕໍ່ເນື່ອງ ໂດຍພາຍໃຕ້ການນໍາພາຂອງພັກ ກອມມູນິດອິນດູຈີນ. ການຕໍ່ສູ້ກູ້ຊາດຕີຕ້ານຈັກກະ ພັດຝຣັ່ງຜູ້ຮຸກຮານໄດ້ກາຍເປັນ ສົງຄາມເຜົາໄໝ້ໄປທົ່ວອິນດູຈີນ, ພັກກອມມູນິດ ຈຶ່ງຕົກລົງໃຫ້ແຕ່ລະ ປະເທດປັບປຸງກຳລັງຂອງຕົນໃຫ້ ມີຄວາມເຂັ້ມແຂງ ແລະ ກ້າວໄປສູ່ ການສ້າງຕັ້ງກອງທັບ ແລະ ສ້າງ ຕັ້ງພັກຂອງແຕ່ລະປະເທດເພື່ອ ໃຫ້ສອດຄ່ອງກັບສະຖານະການ ຂອງແຕ່ລະປະເທດ. ໃນວັນທີ 20 ມັງກອນ 1949 ກອງທັບລາວ ອິດສະຫລະ ຖືກສ້າງຂຶ້ນຢູ່ດິນແດນ ເຂດທີ່ໝັ້ນແຂວງຫົວພັນ ໂດຍ ປະທານ ໄກສອນ ພົມວິຫານ ເປັນ ຜູ້ປະກາດສ້າງຕັ້ງທັງເປັນຜູ້ຊີ້ນໍາ, ບັນຊາກຳລັງປະກອບອາວຸດໂດຍ ກົງຫລັງຈາກນັ້ນກຳລັງປະກອບ ອາວຸດເຮົາກໍໄດ້ທົດສອບໃນແປວ ໄຟສົງຄາມຕໍ່ສູ້ຕ້ານຝຣັ່ງຢ່າງ ແຂງແຮງໃນທົ່ວປະເທດສົມທົບກັບ ກອງທັບປະຊາຊົນຫວຽດນາມຕີ ເອົາຊະນະຝຣັ່ງ, ເຮັດໃຫ້ຈັກກະພັດ ຝຣັ່ງຕ້ອງຍອມເຊັນສັນຍາເຊີແນວ ແລະ ປະລາໄຊສົງຄາມອິນດູຈີນ ໃນປີ 1954 ແລະ ເປັນການປິດ ສາກສົງຄາມຕໍ່ຕ້ານຝຣັ່ງແກ່ຍາວ ມາເປັນເວລາ 61 ປີ ຢູ່ລາວໄດ້ສິ້ນ ສຸດລົງ. ພາຍຫລັງທີ່ຈັກກະພັດຝຣັ່ງ ປະລາໄຊແລ້ວ ຈັກກະພັດອາເມລິ ກາ ເຂົ້າມາແທນທີ່ທັນທີ ແລະ ໄດ້ ກຳເອົາກົງຈັກການປົກຄອງ ແລະ ກຳລັງສູ້ຮົບທີ່ຝຣັ່ງສ້າງໄວ້ແລ້ວ ສືບຕໍ່ເອົາລາວເຮົາເປັນຫົວເມືອງ ຂຶ້ນແບບໃໝ່ຂອງອາ ເມລິກາ , ປະຊາຊົນລາວເຮົາໄດ້ສືບຕໍ່ລຸກຮື້ ຂຶ້ນຕໍ່ສູ້ກັບຈັກກະພັດອາເມລິກາ ຊຶ່ງແມ່ນຈັກກະພັດໂຕທີ່ໂຫດຮ້າຍ ທີ່ສຸດໃນໂລກ. ສະພາບການຢູ່ ລາວ ກໍຄື ບັນດາປະເທດອິນດູຈີນ ໃນໄລຍະໃໝ່ນີ້ມັນຮຽກຮ້ອງໃຫ້ ແຕ່ລະປະເທດຕ້ອງມີພັກຂອງ ຕົນເອງເພື່ອຊີ້ນໍາ-ນໍາພາການ ປະຕິວັດ.
RkJQdWJsaXNoZXIy MTc3MTYxMQ==