7358

xtgmf]k; 7 07/09/2026 gsfdko{dkora fa mtok z6 h xtlq [wrry [a foE4h ;, 16 j g,n v'okc] wfh Ia [g7n j v'-j ;pgs]n v ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ເມື່ອທ້າຍ ອາທິດຜ່ານມາ ທ່ານ ຄໍາຟອງ ອິນມະນີ ປະທານຄະນະກໍາມະ ການປົກຄອງແຂວງ ຫລວງນ້ຳ ທາ ພ້ອມດ້ວຍຄະນະເຄື່ອນໄຫວ ຕິດຕາມ-ຊຸກຍູ້ ແລະ ມອບເຄື່ອງ ຊ່ວຍເຫລືອປະຊາຊົນຜູ້ປະສົບໄພພິ ບັດນໍ້າຖ້ວມ ຢູ່ເມືອງນາແລ ແຂວງ ຫລວງນໍ້າທາ. ການລົງພື້ນທີ່ຕິດຕາມ, ກວດກາ ແລະ ປະເມີນຄວາມເສຍຫາຍຕົວ ຈິງ ດ້ານພື້ນຖານໂຄງລ່າງ ຄັ້ງນີ້ ມີ 4 ຈຸດຄື: ຈຸດບ້ານສາງອາກ, ບ້ານ ຫາດລອຍ, ບ້ານທົ່ງຖອນ ແລະ ຈຸດ ໂຮງຮຽນ ມສ ເມືອງ. ທ່ານ ທໍາມະວົງ ບຸນຖາວອນ ເລຂາຄະນະບໍລິຫານງານພັກ ເມືອງນາແລ ໄດ້ລາຍງານວ່າ: ໃນ ລະຫວ່າງວັນທີ 29-31 ສິງຫາ 2026 ເມ່ືອໄດ້ຮັບແຈ້ງເຕືອນຈາກ ກົມອຸຕຸນິຍົມ, ໄດ້ຮັບການແຈ້ງ ຈາກຄະນະຮັບຜິດຊອບຂັ້ນແຂວງ ແລະ ແຈ້ງການຂອງຫ້ອງວ່າການ ແຂວງ, ອົງການປົກຄອງເມືອງ ກໍຄືຄະນະຮັບຜິດຊອບໄພພິບັດຂັ້ນ ເມືອງ ໄດ້ກະກຽມຮັບມື ໂດຍແຈ້ງ ເຕືອນບັນດາບ້ານທີ່ມີຄວາມສ່ຽງ ຍົກຍ້າຍໄປບ່ອນທີ່ມີຄວາມປອດ ໄພໂດຍມີຄວາມພ້ອມ 24 ຊົ່ວໂມງ. ຜ່ານການລົງຕິດຕາມກວດກາ ແລະ ປະເມີນຄວາມເສຍຫາຍຕົວຈິງ ດ້ານ ພື້ນຖານໂຄງລ່າງເສຍຫາຍ ແລະ ບ້ານທີ່ຖືກຜົນກະທົບໃນເບື້ອງຕົ້ນ ມີໂຮງຮຽນ 12 ແຫ່ງ, (ເປ່ເພເສຍ ຫາຍ 7 ເເຫ່ງ) ລະບົບນໍ້າລິນເປ່ເພ 12 ບ້ານ, ຫ້ອງການຕາແສງ 1 ຫລັງ, ລະບົບໄຟຟ້າຂາດ 1 ບ້ານ, ເສັ້ນທາງຊົນນະບົດດິນເຈື່ອນຂາດ ການສັນຈອນ 6 ເສັ້ນ, ເສັ້ນທາງ ຊົນນະບົດ 4 ເສັ້ນ, ເສັ້ນທາງຫລວງ 2 ເສັ້ນ ລວມມູນຄ່າປະເມີນຜົນ ເສຍຫາຍ 25 ຕື້ກວ່າກີບ, ບັນດາ ບ້ານທີ່ຖືກນໍ້າຖ້ວມເຮືອນ, ໄຮ່, ນາ, ຮົ້ວສວນ ແລະ ໜອງປາ 22 ບ້ານ ຄື: ບ້ານຫາດນາແລ້ງ, ພູປາດ, ພູ ລວງ, ສາງອາກ, ຫາດເຕາະ, ພູລາ, ຫາດຈະລະ, ສະໂຫລຍ, ຫາດລອຍ, ຫາດລົມ, ທົ່ງຖອນ (ຖ້ວມ 100% ລະດັບນໍ້າສູງ 6 ແມັດ), ບ້ານເລົາ, ນໍ້າແຫງ, ດອນຊາຍ, ອ້ອມ, ນາ ແລ້ງ, ວັງມີໄຊ, ຄອນຈັນ, ຫາດ ຈອນ, ຜາວີ, ວຽງໃໝ່ ແລະ ບ້ານ ພູວຽງ ໃນຈໍານວນບ້ານດັ່ງກ່າວ ມີຜົນເສຍຫາຍນໍ້າຖ້ວມເຮືອນ 15 ບ້ານ, 305 ຄອບຄົວ, ພົນລະເມືອງ 1.646 ຄົນ, ຍິງ 819 ຄົນ, ເຮືອນທີ່ ຖືກຜົນກະທົບໜັກໃຊ້ການບໍ່ໄດ້ 33 ຫລັງຄາ. ສ່ວນອີກ 7 ບ້ານແມ່ນມີ ຜົນກະທົບເນື້ອທີ່ທໍາການຜະລິດ ໃຮ່, ນາ, ໜອງປາ ແລະ ດິນຜະລິດກະ ສິກໍາອື່ນໆ. ໃນໂອກາດນີ້, ທ່ານ ຄໍາຟອງ ອິນມະນີ ໄດ້ມີຄໍາເຫັນຊີ້ນໍາ ແລະ ເນັ້ນໜັກຕໍ່ການນໍາຂອງເມືອງ ຄະນະຮັບຜິດຊອບທຸກຂະເເໜງ xtmkoltstra oc,j py 'c0;'g-dv' -5 dp6 h ;Pd'ko16 j l6 ora fmtokc,j py '[a ofkgzq j k ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ກອງປະຊຸມຄະ ນະກຳມະການຄຸ້ມຄອງໄພພິບັດ ຂັ້ນເມືອງລະມາມ ປະຈໍາປີ 2025 ແລະ ວາງທິດທາງແຜນການ ປີ 2026 ຈັດຂຶ້ນເມື່ອບໍ່ດົນມານີ້ ໂດຍ ການເປັນປະທານ ຂອງທ່ານ ນາງ ພອນໄພ ສີວິໄລ ຮອງປະທານຄະນະ ກຳມະການປົກຄອງເມືອງລະມາມ, ປະທານຄະນະກຳມະການຄຸ້ມຄອງ ໄພພິບັດຂັ້ນເມືອງ, ມີຫ້ອງການ ແລະ ຂະແໜງການກ່ຽວຂ້ອງອ້ອມ ຂ້າງເມືອງ ເຂົ້າຮ່ວມ. ທ່ານ ບຸນເພັງ ເພັງສະຫວັນ ຫົວ ໜ້າຫ້ອງການແຮງງານ ແລະ ສະ 7e,j ;o ]tfq ,dko-j ;pgs]n vzh 6 xtlq [wroE4h ;,16 j 10 g,n v' ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ທ່ານນາງ ມະໂນ ລາ ສຸດທິຈັກ ປະທານຄະນະບໍລິ ຫານງານສະຫະພັນແມ່ຍິງແຂວງ ເຊກອງ ພ້ອມຄະນະໄດ້ຕິດຕາມ, ຊຸກຍູ້ວຽກງານການຫຍິບຜ້າອະ ນາໄມຂອງໄວໜຸ່ມຍິງ ທີ່ມີຄວາມ ເປັນພິການ ແລະ ດ້ອຍໂອກາດ ໃນອາທິດຜ່ານມາ ໂດຍໄດ້ຮັບ ທຶນສະໜັບສະໜູນຈາກໂຄງການ ສ້າງຄວາມເຂັ້ມແຂງດ້ານຮັກສາ ສຸຂະພາບ ແລະ ພັດທະນາຊຸມຊົນ ແບບມີສ່ວນຮ່ວມ (SFE). ທ່ານ ນາງ ສຸກສະໄໝ ສີໂຕນ ທີ່ ເປັນຄູຝຶກ ລາຍງານວ່າ: ວຽກງານ ນີ້ ໄດ້ເລີ່ມມາແຕ່ວັນທີ 24 ກັນຍາ 2025ໂດຍມີຜູ້ເຂົ້າຮ່ວມຝຶກ12ຄົນ, ຊາຍ 1 ຄົນ ໃນນີ້, ມີ 9 ຄົນ ໄດ້ຮັບ ການສະໜັບສະໜູນ ຈາກໂຄງການ SFE, ພາຍໃນສູນພັດທະນາແມ່ ຍິງບັນດາເຜົ່າ ບໍ່ພຽງແຕ່ອົບຮົມ ການຫຍິບເຄື່ອງໃຊ້ທົ່ວໄປເທົ່ານັ້ນ, ຍັງອົບຮົມການຫຍິບຜ້າອະນາໄມ ແບບຊັກໄດ້ ຖືເປັນໜຶ່ງວຽກທີ່ມີ g,n v']t,k, wfh Ia [zq odtmq [9kdwrry [a f c]t va d7u wrglpskp 1,4 8N d;j kdu [ ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄໍາມ່ວນ ລະດົມການຊ່ວຍເຫລືອສູ່ປະຊາຊົນ ຜູ້ປະສົບໄພນໍ້າຖ້ວມ ໂດຍມອບ ເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 350 ລ້ານກີບ ໃຫ້ຄະນະກໍາມະການ ຄຸ້ມຄອງໄພພິບັດ 10 ເມືອງ ເພື່ອນໍາ ໄປແຈກຢາຍແກ່ປະຊາຊົນທີ່ປະສົບ ໄພ. ພິທີມອບ-ຮັບ ຈັດຂຶ້ນເມື່ອມຊ່ ມານີ້ ທີ່ຈຸດຮັບເຄື່ອງຊ່ວຍເຫລືອ ຫ້ອງວ່າການ ແຂວງຄໍາມ່ວນ ໂດຍ ມີ ທ່ານ ເດດສັກດາ ມະນີຄໍາ ຮອງ ປະທານຄະນະກໍາມະການປົກຄອງ ແຂວງ, ປະທານຄະນະກໍາມະການ ຄຸ້ມຄອງໄພພິບັດຂັ້ນແຂວງຄຳມ່ວນ ເປັນຜູ້ຕາງໜ້າໃນການມອບຄັ້ງນີ້. ເຄື່ອງຊ່ວຍເຫລືອປະກອບມີ: ເຂົ້າສານ, ນໍ້າດື່ມ, ໝີ່ສຳເລັດຮູບ ແລະ ເຄື່ອງອຸປະໂພກ-ບໍລິໂພກທີ່ຈໍາ ເປັນ ໂດຍຈະຈັດສົ່ງຕໍ່ໃຫ້ປະຊາຊົນ ຜູ້ປະສົບໄພນໍ້າຖ້ວມຢູ່ບັນດາເມືອງ ເພື່ອແບ່ງເບົາຄວາມລໍາບາກ ແລະ ບັນເທົາຜົນກະທົບ ໃນໄລຍະຟື້ນຟູ ຈາກໄພພິບັດ. ຂ່າວ : ມະນີວັນ ການຂັ້ນເມືອງ ຕ້ອງໄດ້ຮີບຮ້ອນ ລົງຕິດຕາມສະພາບການຢ່າງໃກ້ຊິດ ແລະ ເຂົ້າໃຫ້ຄວາມຊ່ວຍເຫລືອ ເບື້ອງຕົ້ນແກ່ພໍ່ແມ່ປະຊາຊົນ ພ້ອມ ທັງໃຫ້ກໍາລັງໃຈ ແລະ ໄດ້ເນັ້ນໃຫ້ ພາກສ່ວນກ່ຽວຂ້ອງລະດົມກຳລັງ ລົງຊ່ວຍເຫລືອປະຊາຊົນຜູ້ປະສົບໄພ ສຳຫລວດ ແລະ ເກັບກຳຂໍ້ມູນຜົນ ເສຍຫາຍໃຫ້ຄົບຖ້ວນ ພ້ອມທັງເລັ່ງ ຟື້ນຟູພື້ນຖານໂຄງລ່າງ, ເສັ້ນທາງ, ໂຮງຮຽນ ແລະ ຈຸດສຳຄັນຕ່າງໆ ໃຫ້ສາມາດກັບຄືນມາໃຊ້ງານໄດ້ ໂດຍໄວ, ເນັ້ນໃຫ້ປະຊາຊົນ ຜູ້ທີ່ຢູ່ໃນ ເຂດມີຄວາມສ່ຽງ ຈົ່ງເພີ່ມຄວາມ ລະມັດລະວັງ, ຕິດຕາມສະພາບນໍ້າ ແລະ ການແຈ້ງເຕືອນ ຈາກພາກ ລັດຢ່າງໃກ້ຊິດເພືອຄວາມປອດໄພຕໍ່ ຊີວິດ ແລະ ຊັບສິນ. ປັດຈຸບັນ, ຄະນະ ກຳມະການຄຸ້ມຄອງໄພພິບັດຂັ້ນ ເມືອງ ຍັງເຝົ້າລະວັງ ແລະ ຕິດຕາມ ລະດັບນ້ຳຢ່າງຕໍ່ເນື່ອງ ພ້ອມທັງ ແຈ້ງເຕືອນໃຫ້ປະຊາຊົນໃນເຂດທີ່ ມີຄວາມສ່ຽງ ກຽມພ້ອມຮັບມືກັບ ສະພາບອາກາດຢ່າງມີສະຕິ. ໂອກາດດຽວກັນ, ທ່ານຍັງໄດ້ ນໍາເອົາອຸປະກອນ, ເຄື່ອງບໍລິໂພກ, ອຸປະໂພກ, ນໍ້າດື່ມ ແລະ ເຄື່ອງໃຊ້ ທີ່ຈໍາເປັນຈໍານວນໜຶ່ງລວມມູນຄ່າ 170 ລ້ານກີບ ມອບໃຫ້ບາງບ້ານ ທີ່ຖືກຜົນກະທົບໜັກ ແລະ ເມືອງ ເພື່ອນໍາໄປແຈກຢາຍໃຫ້ທົ່ວເຖິງ ຕາມຄວາມເໝາະສົມ. ຂ່າວ: ອຸດົມສຸກ ວັນສະໝອນ ຫວັດດີການສັງຄົມ ເມືອງລະມາມ ໃຫ້ຮູ້ວ່າ: ໃນປີ 2025 ຜ່ານມາ, ໄດ້ ມີເຫດການໄພພິບັດທາງທໍາມະຊາດ (ລົມພາຍຸພັດ) ແລະ ອັກຄີໄພ (ໄຟໄໝ້ເຮືອນ) ສົ່ງຜົນກະທົບໂດຍ ກົງ ຕໍ່ປະຊາຊົນຢູ່ເມືອງລະມາມ ແຂວງເຊກອງ ຈໍານວນ 15 ບ້ານ 152 ຄອບຄົວ, ມີພົນລະເມືອງໄດ້ ຮັບຜົນກະທົບທັງໝົດ 767 ຄົນ, ຍິງ 385 ຄົນ. ນອກນີ້, ຍັງສົ່ງຜົນ ກະທົບຕໍ່ພື້ນຖານໂຄງລ່າງ, ເນື້ອທີ່ ການຜະລິດ, ຊັບສົມບັດຂອງລັດເອກະຊົນ ແລະ ປະຊາຊົນ ໄດ້ຮັບ ຜົນເສຍຫາຍລວມມູນຄ່າ 1,4 ຕື້ ກວ່າກີບ. ພ້ອມນັ້ນ, ຜູ້ເຂົ້າຮ່ວມໃນກອງ ປະຊຸມກໍໄດ້ຮ່ວມກັນປຶກສາຫາລື ແລກປ່ຽນຄວາມຄິດເຫັນ, ຊອກຫາ ວິທີທາງໃນການແກ້ໄຂບາງບັນຫາ ທີ່ຍັງຄົງຄ້າງ ແລະ ຍັງເປັນສິ່ງ ທ້າທາຍ ພ້ອມທັງຮັບຟັງການມີຄໍາ ເຫັນຊີ້ນໍາ ຈາກຮອງປະທານຄະນະ ກໍາມະການປົກຄອງເມືອງ ເພື່ອສືບ ຕໍ່ຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ໄພພິບັດໃນປີ 2026 ໃຫ້ໄດ້ຮັບຜົນດີ ຂຶ້ນກວ່າເກົ່າ. ຂ່າວ: ສັນຍາ ຄວາມສຳຄັນ ແລະ ໂຄງການໃຫ້ ການສະໜັບສະໜູນ, ສົ່ງເສີມ ເພື່ອ ໃຫ້ຜູ້ເຂົ້າຮ່ວມ ຮຽນຮູ້, ເຮັດຂຶ້ນມາ ນໍາໃຊ້ເອງໄດ້ ແລະ ຍັງສາມາດສົ່ງຕໍ່ ຄວາມຮູ້ໃຫ້ກັບຜູ້ທີ່ສົນໃຈຢາກເຮັດ ເພື່ອຂາຍເປັນການສ້າງລາຍໄດ້ໃຫ້ ກັບຕົນເອງ. ສໍາລັບການອົບຮົມ ຫຍິບຜ້າອະນາໄມ ຂອງໄວໜຸ່ມຍິງ ມາຮອດປັດຈຸບັນ ສາມາດຫຍິບ ໄດ້ 394 ຜືນ ຊຶ່ງພາຍຫລັງທີ່ຫຍິບ ສຳເລັດແລ້ວ ແມ່ນຈະໄດ້ເອົາໄປ ແຈກຢາຍໃຫ້ປະຊາຊົນໃນເຂດບ້ານ ເປົ້າໝາຍ ຂອງໂຄງການ ກໍຄືໄວ ໜຸ່ມຍິງທີ່ດ້ອຍໂອກາດ ໃຫ້ເຂົາເຈົ້າ ໄດ້ນຳໃຊ້. ໂອກາດນີ້, ທ່ານ ນາງ ມະໂນລາ ສຸດທິຈັກ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນງານ ແລະ ຄວາມພະຍາຍາມ ຂອງເອື້ອຍນ້ອງແມ່ຍິງທຸກຄົນ ທີ່ ເຂົ້າຮ່ວມອົບຮົມ ແລະ ໄດ້ເອົາໃຈໃສ່ ຮຽນຮູ້ ຈົນສາມາດຫຍິບຜ້າອະນາ ໄມ ອອກມາໄດ້ຢ່າງມີຄຸນນະພາບ ແລະ ນຳໃຊ້ໄດ້ແທ້ຈິງ. ເມື່ອໄດ້ ຄວາມຮູ້ແລ້ວ, ຈົ່ງໃຫ້ນໍາເອົາໄປ ຕໍ່ຍອດພັດທະນາສີມືຕົນເອງ ເຮັດ ໃຫ້ອອກມາດີກວ່າເກົ່າ. ພ້ອມນີ້, ກໍ ໃຫ້ເຜີຍແຜ່ຄວາມຮູ້ກ່ຽວກັບການ ນຳໃຊ້ໃຫ້ຖືກວິທີ ໂດຍສະເພາະ ການຮັກສາຄວາມສະອາດ ແລະ ການຂ້າເຊື້ອໃຫ້ຖືກຫລັກອະນາໄມ ເພື່ອຮັບປະກັນຄວາມປອດໄພ ໃນ ການປ້ອງກັນການຕິດເຊື້ອພະຍາດ ຕ່າງໆ. ຂ່າວ: ອັດສະວິນ

RkJQdWJsaXNoZXIy MTc3MTYxMQ==