7358

07/09/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ພາບປະກອບ ພາບປະກອບ ຂປລ. ກັບມາພໍ້ກັບ “ຄໍລຳ ຊິວິດ ແລະ ກົດໝາຍ” ອີກເທື່ອໜຶ່ງ ຊຶ່ງ ໃນສະບັບນີ້ ຈະສືບຕໍ່ນຳສະເໜີເນື້ອ ໃນຂອງປະມວນກົດໝາຍອາຍາໃນ ມາດຕາ 195 ຫາ ມາດຕາ 199 ກ່ຽວກັບການກະທຳຜິດຕໍ່ຊີວິດ ແລະ ສຸຂະພາບຂອງບຸກຄົນມານຳສະເໜີ ໃຫ້ຜູ້ອ່ານໄດ້ຮູ້ນຳກັນຕື່ມ. ມາດຕາ 195 ການເຮັດໃຫ້ຜູ້ ອື່ນໄດ້ຮັບບາດເຈັບໃນເວລາປະຕິ ບັດໜ້າທີ່ທາງການ: ບຸກຄົນໃດໃນ ເວລາປະຕິບັດໜ້າທີ່ທາງການຫາກ ໄດ້ໃຊ້ຄວາມຮຸນແຮງນອກຂອບ ຂປລ. ນ້ຳຖ້ວມນອກຈາກຈະ ສ້າງຄວາມເສຍຫາຍໃຫ້ແກ່ເຮືອນ ຊານບ້ານຊ່ອງ, ຊັບສິນ ແລະ ພືດຜົນ ຜະລິດແລ້ວ, ຍັງສົ່ງຜົນກະທົບ ໂດຍກົງຕໍ່ສຸຂະພາບ. ພາຍຫລັງນ້ຳ ຖ້ວມນ້ຳ ແລະ ດິນອາດປົນເປື້ອນ ດ້ວຍເຊື້ອພະຍາດ, ສິ່ງເສດເຫລືອ ແລະສານເຄມີຕ່າງໆຊຶ່ງເປັນແຫລ່ງ ແພ່ລະບາດຂອງພະຍາດຫລາຍ ຊະນິດ. ດັ່ງນັ້ນ ຄໍລຳ “ສຶກສາຫາ ຄວາມຮູ້” ມື້ນີ້ຈະພາທ່ານຜູ້ອ່ານ ມາຮູ້ນຳກັນວ່າມີພະຍາດຫຍັງແດ່ ທີ່ຄວນລະວັງ. 1. ພະຍາດຖອກທ້ອງ ແລະ ຕິດ ເຊື້ອທາງເດີນອາຫານ: ເກີດຈາກ ການດື່ມນ້ຳ ຫລື ກິນອາຫານທີ່ປົນ ເປື້ອນ ເຮັດໃຫ້ມີອາການຖອກທ້ອງ, ຮາກ, ເຈັບທ້ອງ ແລະ ເປັນໄຂ້. ຄວນດ່ືມນ້ຳສະອາດ ຫລື ນ້ຳຕົ້ມ ສຸກ ແລະ ກິນອາຫານທີ່ປຸງສຸກໃໝ່. 2. ພະຍາດເລັບໂຕສະໄປໂຣຊິສ (Leptospirosis): ເປັນພະຍາດ ທີ່ອາດຕິດຈາກການສຳຜັດນ້ຳ ຫລື ດິນຕົມທີ່ປົນເປື້ອນນ້ຳຍ່ຽວຂອງສັດ ໂດຍສະເພາະໜູອາດມີການຕິດເຊື້ອ ຈາກບາດແຜ ຫລື ເຍື່ອເມືອກ. 3. ພະຍາດຜິວໜັງ: ການສຳຜັດ ຂປລ. ວິທະຍາໄລເຕັກນິກ ລາວ-ເຢຍລະມັນ (ວຕລຢ) ກໍາ ລັງຝຶກຊ້ອມນັກສຶກສາສາຂາ ມີ ຄາໂທຣນິກ ຢ່າງເຂັ້ມຂຸ້ນມາເປັນ ເວລາ 2 ເດືອນນັບແຕ່ເດືອນມິຖຸນາ 2026 ເປັນຕົ້ນມາ ເພື່ອກຽມ ຄວາມພ້ອມສົ່ງນັກສຶກສາເຂົ້າຮ່ວມ ແຂ່ງຂັນ “ມີຄາໂທຣນິກ” ລະດັບ ພາກພື້ນ ຊຶ່ງຈະຈັດຂຶ້ນຢູ່ທີ່ປະເທດ ໄທ ໃນເດືອນທັນວາ ປີ 2026 ໂດຍ ຄາດວ່າຈະມີຫລາຍປະເທດໃນເຂດ ລຸ່ມນ້ຳຂອງເຂົ້າຮ່ວມ. ອາຈານ ເຕີ່ງ ມະຫາວົງ ໃຫ້ຮູ້ ວ່າ: ສຳລັບການແຂ່ງຂັນຄັ້ງນີ້ ຖືວ່າ ເປັນຄັ້ງທຳອິດທີ່ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ໄດ້ສົ່ງນັກສຶກສາ ເຂົ້າຮ່ວມແຂ່ງຂັນໃນລະດັບພາກ ພື້ນ ໂດຍການແຂ່ງຂັນແມ່ນເນັ້ນໃສ່ ການຕິດຕັ້ງ ແລະ ອອກແບບລະບົບ ຄວບຄຸມອັດຕະໂນມັດ ທີ່ເຊື່ອມໂຍງ 3 ພາກສ່ວນຫລັກເຂົ້າກັນຢ່າງເປັນ ລະບົບ ຄື: ລະບົບ PLC, ລະບົບ ກົນໄກ (Mechanics) ແລະ ຫຸ່ນ ຍົນອຸດສາຫະກຳ (Industrial Robots) ໃຫ້ສາມາດເຮັດວຽກ ຮ່ວມກັນໄດ້ຢ່າງມີປະສິດທິພາບ. ທັງນີ້, ການແຂ່ງຂັນມີຄວາມທ້າ ທາຍຫລາຍເນ່ືອງຈາກຫາກສ່ວນ ໃດສ່ວນໜຶ່ງມັນມີຄວາມຜິດພາດ ຫລື ບໍ່ລະອຽດໃນລະບົບນັ້ນກໍຄືບໍ່ dkodtmezy f8-u ;y f l5 0trk[ c]t dPfla dlu 0v'[5 d7q o + ເຂດທີ່ກົດໝາຍອະນຸຍາດ ຊຶ່ງເຮັດ ໃຫ້ຜູ້ອື່ນໄດ້ຮັບບາດເຈັບຈະຖືກລົງ ໂທດຕັດອິດສະລະພາບແຕ່ຫົກ ເດືອນ ຫາ ສອງປີ ຫລື ດັດສ້າງ ໂດຍບໍ່ຕັດອິດສະລະພາບ ແລະ ຈະ ຖືກປັບໃໝແຕ່ 3.000.000 ຫາ 10.000.000 ກີບ. ໃນກໍລະນີມີການບາດເຈັບແຕ່ ສອງຄົນຂຶ້ນໄປ ຫລື ບາດເຈັບສາ ຫັດຈະຖືກລົງໂທດຕັດອິດສະລະ ພາບແຕ່ໜຶ່ງປີ ຫາ ສາມປີ ແລະ ຈະ ຖືກປັບໃໝແຕ່ 5.000.000 ຫາ 15.000.000 ກີບ. ໃນກໍລະນີການກະທຳຜິດຫາກ ພາໃຫ້ເສຍອົງຄະ, ພິການ ຫລື ເສຍ ຊີວິດຈະຖືກລົງໂທດຕັດອິດສະລະ ພາບແຕ່ສາມປີ ຫາ ຫ້າປີ ແລະ ຈະ ຖືກປັບໃໝແຕ່ 7.000.000 ຫາ 30.000.000 ກີບ. ໃນກໍລະນີການກະທຳຜິດຫາກ ພາໃຫ້ເສຍຊີວິດແຕ່ສອງຄົນຂຶ້ນໄປ ຈະຖືກລົງໂທດຕັດອິດສະລະພາບ ແຕ່ຫ້າປີ ຫາ ເຈັດປີ ແລະ ຈະຖືກ ປັບໃໝແຕ່ 10.000.000 ຫາ 50.000.000 ກີບ. ມາດຕາ 196 ການເຮັດໃຫ້ຜູ້ອື່ນ ໄດ້ຮັບບາດເຈັບຍ້ອນການປ້ອງກັນ ຕົວເກີນຂອບເຂດ: ບຸກຄົນໃດຫາກ ໄດ້ເຮັດໃຫ້ບຸກຄົນອື່ນໄດ້ຮັບບາດ ເຈັບຍ້ອນການປ້ອງກັນຕົວເກີນ ຂອບເຂດຈະຖືກດັດສ້າງໂດຍບໍ່ຕັດ ອິດສະລະພາບ ແລະ ຈະຖືກ ປັບໃໝແຕ່ 1.000.000 ຫາ 5.000.000 ກີບ. ໃນກໍລະນີມີການບາດເຈັບແຕ່ ສອງຄົນຂຶ້ນໄປ ຫລື ບາດເຈັບສາ ຫັດຈະຖືກລົງໂທດຕັດອິດສະລະ ພາບແຕ່ຫົກເດືອນ ຫາ ສອງປີ ແລະ ຈະຖືກປັບໃໝແຕ່ 5.000.000 ຫາ 15.000.000 ກີບ. ໃນກໍລະນີ ການກະທຳຜິດຫາກພາໃຫ້ເສຍອົງ ຄະ, ພິການ ຫລື ເສຍຊີວິດຈະຖືກ ລົງໂທດຕັດອິດສະລະພາບແຕ່ສອງ ປີ ຫາ ຫ້າປີ ແລະ ຈະຖືກປັບໃໝແຕ່ 7.000.000 ຫາ 30.000.000 ກີບ. ໃນກໍລະນີການກະທຳຜິດຫາກ ພາໃຫ້ເສຍຊີວິດແຕ່ສອງຄົນຂຶ້ນໄປ ຈະຖືກລົງໂທດຕັດອິດສະລະພາບ ແຕ່ຫ້າປີ ຫາ ເຈັດປີ ແລະ ຈະຖືກ ປັບໃໝແຕ່ 10.000.000 ຫາ 50.000.000 ກີບ. ມາດຕາ 197 ການເຮັດໃຫ້ ຜູ້ອື່ນຂ້າຕົວຕາຍ: ບຸກຄົນໃດຫາກ ໄດ້ປະພຶດຢ່າງປ່າເຖື່ອນ, ເຮັດໃຫ້ ມີຄວາມຢ້ານກົວຢ່າງຕໍ່ເນື່ອງ, ປະ ຕິບັດໂດຍບໍ່ຖືກຕ້ອງ ຫລື ແບບຕໍ່າ ຕ້ອຍຕໍ່ຜູ້ອື່ນທີ່ຢູ່ໃຕ້ການເບິ່ງແຍງ ດູແລຂອງຕົນ ຊຶ່ງເປັນເຫດໃຫ້ຜູ້ ກ່ຽວຂ້າຕົວຕາຍຈະຖືກລົງໂທດຕັດ ອິດສະລະພາບແຕ່ສາມປີ ຫາ ເຈັດປີ ແລະຈະຖືກປັບໃໝແຕ່5.000.000 ກີບຫາ20.000.000ກີບ. ໃນກໍລະ ນີເຮັດໃຫ້ມີການຂ້າຕົວຕາຍແຕ່ສອງ ຄົນຂຶ້ນໄປຈະຖືກລົງໂທດຕັດອິດສະ ລະພາບແຕ່ຫ້າປີ ຫາ ສິບຫ້າປີ ແລະ ຈະຖືກປັບແຕ່ 10.000.000 ກີບ ຫາ 50.000.000 ກີບ. ມາດຕາ 198 ການຊ່ວຍເຫລືອ ຜູ້ອື່ນໃຫ້ຂ້າຕົວຕາຍ: ບຸກຄົນໃດ ຫາກໄດ້ຊຸກຍູ້, ຊ່ວຍເຫລືອ, ສົ່ງເສີມ, ສ້າງເງື່ອນໄຂທາງດ້ານວັດຖຸ ຫລື ຈິດໃຈໃຫ້ຜູ້ອື່ນຂ້າຕົວຕາຍຈະຖືກ ລົງໂທດຕັດອິດສະລະພາບແຕ່ຫົກ ເດືອນ ຫາ ສາມປີ ຫລື ດັດສ້າງ ໂດຍບໍ່ຕັດອິດສະລະພາບ. ໃນກໍລະນີ ຊ່ວຍເຫລືອຜູ້ອື່ນໃຫ້ຂ້າຕົວຕາຍ ແຕ່ສອງຄົນຂຶ້ນໄປຈະຖືກລົງໂທດ ຕັດອິດສະລະພາບແຕ່ສອງປີ ຫາ ເຈັດປີ. ມາດຕາ 199 ການແພ່ເຊື້ອພະ ຍາດທີ່ຮ້າຍແຮງ: ຜູ້ຕິດເຊື້ອພະຍາດ ທີ່ຮ້າຍແຮງຫາກນຳເອົາເຊື້ອພະ ຍາດນັ້ນ ໄປແພ່ຂະຫຍາຍສູ່ບຸກຄົນ ອື່ນໂດຍເຈດຕະນາຈະຖືກລົງໂທດ ຕັດອິດສະລະພາບແຕ່ສອງປີຫາ ຫ້າປີ ແລະ ຈະຖືກປັບໃໝແຕ່ 1 0 . 0 0 0 . 0 0 0 ກີ ບ ຫ າ 50.000.000 ກີບ. ບຸກຄົນໃດ ໂດຍເຈດຕະນາຫາກນຳເອົາເຊື້ອ ພະຍາດທີ່ຮ້າຍແຮງໄປແພ່ຂະຫຍາຍ ສູ່ບຸກຄົນອື່ນຈະຖືກລົງໂທດຕັດ ອິດສະລະພາບແຕ່ຫ້າປີ ຫາ ສິບປີ ແລະ ຈະຖືກ 70.000.000 ກີບ. ໃນກໍລະນີທີ່ຜູ້ກະທຳຜິດຫາກໄດ້ ນຳເອົາເຊື້ອພະຍາດທີ່ຮ້າຍແຮງໄປ ແພ່ຂະຫຍາຍສູ່ບຸກຄົນອື່ນເປັນອາ ຈິນ ຫລື ມີການຈັດຕັ້ງເປັນກຸ່ມຈະ ຖືກລົງໂທດຕັດອິດສະລະພາບແຕ່ ເຈັດປີ ຫາ ສິບຫ້າປີ ແລະ ຈະຖືກ ປັບໃໝແຕ່ 50.000.000 ກີບ ຫາ 70.000.000 ກີບ. ( ພໍ້ກັນໃໝ່ສະບັບໜ້າ) ;y mtpkw]g8a doy d ]k;{g1p]t,a o dP,lqj 'oa dlb dlkIj ;,c0j '0a o ,u 7k3mioy d ]tfa [rkdrN o “ ” ສາມາດໃຊ້ງານໄດ້ເລີຍ. ສຳລັບ ໂຈດການແຂ່ງຂັນທີ່ໄດ້ຮັບມາ ເບື້ອງຕົ້ນປະມານ 60% ເທົ່ານັ້ນ, ສ່ວນທີ່ເຫລືອແມ່ນຕ້ອງອາໄສການ ແກ້ໄຂບັນຫາສະເພາະໜ້າຢູ່ສະ ໜາມແຂ່ງຂັນຕົວຈິງ. ປັດຈຸບັນ ການຝຶກຊ້ອມມີຄວາມພ້ອມປະມານ 50% ແລະ ວຕລຢ ມີແຜນທີ່ຈະ ເຊີນນັກວິຊາການຈາກປະເທດໄທ ມາຊ່ວຍຝຶກຊ້ອມເພີ່ມເຕີມ ເພື່ອຍົກ ລະດັບທັກສະ ແລະ ຄວາມສາມາດ ຂອງນັກສຶກສາໃຫ້ມີຄວາມພ້ອມ ກ່ອນການແຂ່ງຂັນ. ອາຈານ ເຕີ່ງ ມະຫາວົງ ກ່າວ ຕື່ມວ່າ: ນອກຈາກຄວາມຫວັງທີ່ ຈະຍາດເອົາລາງວັນກັບຄືນມາສູ່ ປະເທດຊາດແລ້ວ, ສິ່ງສໍາຄັນກວ່າ ແມ່ນການຍົກລະດັບປະສົບການ ໃຫ້ທັງຄູ-ອາຈານ ແລະ ນັກສຶກສາ ໄດ້ຮັບປະສົບການໃໝ່, ແລກປ່ຽນ ຄວາມຮູ້ ແລະ ຮຽນຮູ້ເຕັກນິກທີ່ ທັນສະໄໝ ເພື່ອນຳມາປັບປຸງການ ຮຽນ-ການສອນຕະຫລອດຮອດ ການພັດທະນາທັກສະຂອງນັກສຶກ ສາໃນອະນາຄົດ. ນາງ ສາຍສະໝອນ ໄຊຍະຫົງສາ ນັກສຶກສາວິຊາມີຄາໂທຣນິກ ປີ 2 ໃຫ້ຮູ້ວ່າ: ຕົນເອງຮູ້ສຶກດີໃຈຫລາຍ ທີ່ໄດ້ເປັນໜຶ່ງໃນສາມຄົນທີ່ໄດ້ເຂົ້າ ຮ່ວມການແຂ່ງຂັນໃນຄັ້ງນີ້ ຊຶ່ງ ຖືວ່າເປັນໂອກາດທີ່ດີໃນການຫາ ປະສົບການ ແລະ ແລກປ່ຽນທັກສະ ໃໝ່ໆດ້ານເຕັກໂນໂລຊີໃຫ້ຫລາຍ ຂຶ້ນ. ແຕ່ເຖິງຢ່າງໃດກໍຕາມ, ທີມ ຕົນເອງກໍຈະເຮັດສຸດຄວາມສາມາດ ເພື່ອສະແດງໃຫ້ເຫັນວ່ານັກສຶກສາ ລາວເຮົາກໍມີຄວາມຮູ້, ຄວາມສາ ມາດບໍ່ແພ້ຊາດໃດຄືກັນ. ສໍາລັບ ຄວາມຄາດຫວັງໃນການແຂ່ງຂັນ ຄັ້ງນີ້ຕົນເອງກໍຫວັງສ້າງຜົນງານໃຫ້ ດີທີ່ສຸດ, ເຖິງວ່າຜົນອອກມາຈະເປັນ ແນວໃດກໍພ້ອມຈະນໍາມາພັດທະນາ ເຂົ້າໃນການຮຽນ ແລະ ພັດທະນາ ຕົນເອງຕໍ່ໄປ. ວິທະຍາໄລເຕັກນິກ ລາວເຢຍລະມັນສ້າງຕັ້ງຂຶ້ນໃນປີ1964, ປັດຈຸບັນມີ 2 ວິທະຍາເຂດ, ມີ 5 ພາກວິຊາ ແລະ15 ສາຂາວິຊາຊີບ ໂດຍເນັ້ນໃສ່ສາຂາຊ່າງອຸດສາຫະ ກໍາເປັນຫລັກ. ໃນໄລຍະຜ່ານມາ ໄດ້ຈັດການຮຽນ-ການສອນແບບ ຄວບຄູ່ທຸກສາຂາວິຊາຮ່ວມກັບ 100 ກວ່າບໍລິສັດ ເພື່ອໃຫ້ນັກສຶກສາ ມີທັກສະສອດຄ່ອງກັບຕະຫລາດ ແຮງງານ. ໂດຍ: ມາລີດາ ]t;a 'rtpkf mu j vkfgdu f0B os]a 'oE4h ;, ນ້ຳຖ້ວມ ຫລື ຢູ່ໃນບ່ອນຊຸ່ມເປັນ ເວລາດົນອາດເຮັດໃຫ້ເກີດຜື່ນຄັນ. ດັ່ງນັ້ນຄວນອາບນ້ຳ ແລະ ລ້າງຕົນ ໂຕໃຫ້ສະອາດຫລັງສຳຜັດນ້ຳຖ້ວມ. 4 . ພ ະ ຍ າ ດ ໄ ຂ້ ຍຸ ງ ລ າ ຍ (Dengue Fever): ນ້ຳຂັງຫລັງ ນ້ຳຖ້ວມເປັນແຫລ່ງແພ່ພັນຂອງ ຍຸງລາຍ ຊຶ່ງເປັນພາຫະນະນຳເຊື້ອ ໄຂ້ຍຸງລາຍ. ຄວນຮ່ວມກັນກຳຈັດ ນ້ຳຂັງ, ປິດພາຊະນະເກັບມ້ຽນນ້ຳ ແລະ ປ້ອງກັນຍຸງກັດ. 5. ພະຍາດທາງເດີນຫາຍໃຈ: ຫລັງນ້ຳຖ້ວມເຮືອນ ແລະ ສິ່ງຂອງ ອາດມີຄວາມຊຸ່ມເຮັດໃຫ້ເກີດເຊື້ອ ຣາ ແລະ ກິ່ນອັບ ຊຶ່ງຈະສົ່ງຜົນກະ ທົບຕໍ່ລະບົບຫາຍໃຈ, ອາດກະຕຸ້ນ ໃຫ້ເກີດອາການຫອບຫືດ, ໄອ, ຈາມ ຫລື ປອດອັກເສບ. ສະນັ້ນ, ຄວນ ເປີດປະຕູ-ປ່ອງຢ້ຽມໃຫ້ອາກາດ ຖ່າຍເທ ແລະ ອະນາໄມບ່ອນຢູ່ ອາໄສ. ແນວໃດກໍຕາມ, ສິ່ງຄວນລະວັງ ອີກຢ່າງໜຶ່ງຄືອັນຕະລາຍຈາກໄຟ ຟ້າຊັອດ: ກວດເຊັກລະບົບໄຟຟ້າ ແລະ ເຄື່ອງໃຊ້ໄຟຟ້າໃນເຮືອນ ແລະ ໃຫ້ຊ່າງຊ່ຽວຊານກວດກາກ່ອນ ເປີດໃຊ້ງານ, ກວດກາເຮືອນ, ເສື້ອ ຜ້າ, ເກີບ ແລະ ເຄື່ອງຂອງກ່ອນຈັບ ຫລື ໃສ່ ເພາະອາດມີງູ, ແມງເງົາ, ແມງງອດທີ່ອາດຊ້ອນຢູ່. ການປ້ອງ ກັນພະຍາດຫລັງນ້ຳຖ້ວມຕ້ອງເລີ່ມ ຈາກການຮັກສາສຸຂະອະນາໄມຂອງ ຕົນເອງ, ຄອບຄົວ ແລະ ຊຸມຊົນ.

RkJQdWJsaXNoZXIy MTc3MTYxMQ==