xtgmf]k; 7 03/09/2026 gsfdko{dkora fa mtok l6 ora d-q j ;7k;z6 h xtlq [wroE4h ;, pa '8h v'dko g7n j v'v5 xt3rd{[= ]y 3rd mu j 9egxa o1j k's];'s]kp ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ເມື່ອ ມໍ່ໆມານີ້, ທ່ານ ພົນໂທ ຄຳກິ່ງ ຜຸຍຫລ້າມະນີວົງ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ຫລວງນໍ້າທາ, ທ່ານ ຄໍາຟອງ ອິນມານີ ປະທານຄະນະກໍາມະ ການປົກຄອງແຂວງ, ທ່ານ ວົງ ມະນີ ເພື່ອປະຊາ ຮອງປະທານ ຄະກຳມະການປົກຄອງແຂວງ, ປະທານຄະນະກໍາມະການຄຸ້ມຄອງ ໄພພິບັດຂັ້ນແຂວງ ພ້ອມດ້ວຍຄະນະ ລົງຢ້ຽມຢາມສູນພັກຊົ່ວຄາວ ຜູ້ທີ່ ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ແຂວງຫລວງນໍ້າທາ ທີ່ເດີນກິລາ ໃນຮົ່ມຂອງແຂວງ ແລະ ສູນໂຮງໝໍ ປກສ ແຂວງ ແລະ ຂົວນໍ້າທາຈຸດ ບ້ານໃໝ່ ເພື່ອກວດກາຜົນເສຍຫາຍ ເພື່ອໃຫ້ກຳລັງໃຈປະຊາຊົນຜູ້ທີ່ຖືກ ຜົນກະທົບຈາກໄພນໍ້ຖ້ວມ ໃນວັນທີ 29-30 ສິງຫາ 2026 ຜ່ານມາ. ການລົງຢ້ຽມຢາມໃນຄັ້ງນີ້, 9tpq d]tfa [;y mu dkolvo{dkoIPoc[[.\j 8y fra oda [ dkooe.-h g8a d3o3]-u .sh 76 {vk9ko mq j ;g,n v'w-pt[6 ]u ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ໃນໂອກາດ ເ ຂົ້າຮ່ວມພິທີໄຂສົກຮຽນໃໝ່ 2026-2027 ໃນວັນທີ 1 ກັນຍາ 2026 ນີ້, ທ່ານ ຄຳຫລ້າ ຜີວວັນນາ ເລຂາຄະນະບໍລິຫານງານພັກເມືອງ ໄຊຍະບູລີ ໄດ້ເນັ້ນໃຫ້ຫ້ອງການ ສຶກສາທິການ ແລະ ກິລາເມືອງ ຍົກ ສູງສະມັດຕະພາບຄູ ແລະ ຈັດສັນ ບຸກຄະລາກອນຢ່າງສົມເຫດສົມຜົນ ພ້ອມທັງສຸມໃສ່ ຈັດຝຶກອົບຮົມ ແລະ ຍົກລະດັບວິທີການສອນ-ການຮຽນ ແບບໃໝ່ ຕິດພັນກັບການນໍາໃຊ້ເຕັກ ໂນໂລຊີ (ICT) ໃຫ້ແກ່ຄູ-ອາຈານ ໃຫ້ໄດ້ 80% ຂຶ້ນໄປ. ພ້ອມດຽວກັນ ນັ້ນ, ຕ້ອງເລັ່ງຈັດສັນຄູ ໃຫ້ກົງກັບ ວິຊາສະເພາະ ໄປສູ່ໂຮງຮຽນທີ່ຂາດ ແຄນຢ່າງທົ່ວເຖິງ ໂດຍສະເພາະ ເຂດທຸລະກັນດານ, ຄຽງຄູກັບການ ເອົາໃຈໃສ່ດ້ານສະຫວັດດີການຄູ ຈະ ຕ້ອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ 5 ຫລັກມູນ ແລະ ຕົວຊີ້ວັດທີ່ສະພາ ຮັບຮອງ. ທ່ານ ຄຳຫລ້າ ຜີວວັນນາ ກ່າວ ຕື່ມວ່າ: ວັນທີ 1 ກັນຍາ 2026 ແມ່ນວັນໄຂສົກຮຽນໃໝ່ ສົກ ຮຽນ 2026-2027 ຈຸດປະສົງ ກໍ ເ ພື່ອປ ະ ກ າ ດ ໃ ຫ້ທົ່ວສັງຄົມ ຮັບຮູ້ວ່າ ເມືອງໄຊຍະບູລີ ຈະໄດ້ ເລີ່ມຕົ້ນດໍາເນີນການຮຽນ-ການ ສອນເປັນທາງການ, ສ້າງທຸກ ເງື່ອນໄຂອຳນວຍຄວາມສະດວກ ເພື່ອຈັດການຮຽນ-ການສອນ ໃຫ້ທ່ວງທັນຕາມກໍານົດເວລາ ແລະ ຖືກຕ້ອງຕາມກົດໝາຍ ວ່າດ້ວຍການສຶກສາວາງອອກ, ດ້ານໜຶ່ງກໍເພື່ອເປັນການສ້າງ ເງື່ອນໄຂກະຕຸກຊຸກຍູ້ ໃຫ້ຜູ້ບໍລິຫານ 3I'IPo,y f8trk[]k;{s;Pfok, c0;'va f8txn wfh Ia [sh v'lt\5 f ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ສະມາຄົມນັກ ທຸລະກິດໜຸ່ມໂຮ່ຈີ່ມິງ ແຫ່ງ ສສ ຫວຽດນາມ ໄດ້ມອບ-ຮັບໂຄງການ “ຫ້ອງສະໝຸດ 2030” ຄັ້ງທີ 17 ແລະ ອຸປະກອນການຮຽນ ໃຫ້ແກ່ ໂຮງຮຽນປະຖົມ-ມັດທະຍົມຕອນ ຕົ້ນ ມິດຕະພາບລາວ-ຫວຽດນາມ ແຂວງອັດຕະປື ໃນວັນທີ 31 ສິງຫາ 2026 ທີ່ໂຮງຮຽນດັ່ງກ່າວ, ໂດຍ ມີ ທ່ານ ສີໄລ ສີສະແຫວງສຸກ ຮອງ ປະທານຄະນະກຳມະການປົກຄອງ ແຂວງອັດຕະປື, ທ່ານ ນາງ ຕ້າ ເຟືອງ ຢຸງ ກົງສຸນໃຫຍ່ຫວຽດນາມ ປະຈຳ 4 ແຂວງພາກໃຕ້ລາວ, ພ້ອມ ດ້ວຍນັກທຸລະກິດ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ. ໂຄງການ“ຫ້ອງສະໝຸດ2030” ຄັ້ງທີ 17 ດຳເນີນພາຍໃຕ້ຫົວຂໍ້ “ແສງພະອາທິດຫວຽດບົນສາຍທາ ລາແມ່ນ້ຳຂອງ” ໂດຍປະກອບມີ ການສ້າງຫ້ອງສະໝຸດ 1 ຫ້ອງ, ປຶ້ມ ຫລາຍກວ່າ 1.000 ຫົວ, ທຶນການ ສຶກສາ 60 ທຶນ ແລະ ອຸປະກອນ ການຮຽນ 500 ຊຸດ ລວມມູນຄ່າ 1,5 ຕື້ດົ້ງ. ໃນພິທີ ໄດ້ມີການມອບໃບຍ້ອງຍໍ ໃຫ້ແກ່ຜູ້ມີຜົນງານດີເດັ່ນ, ມອບ ອຸປະກອນການຮຽນໃຫ້ນັກຮຽນ 500 ຄົນ, ມອບທຶນການສຶກສາ 60ທຶນໃຫ້ນັກຮຽນເຊື້ອຊາດຫວຽດ ນາມ ແລະ ທຶນການສຶກສາ 8 ທຶນ ໃຫ້ນັກຮຽນຮຽນເກັ່ງ. ໂຮງຮຽນມິດຕະພາບລາວlk,rkdlj ;o ,v[g'o c]t v5 xtdvodkoIPo -j ;pgs]n v;Pd'kowrry [a f{dkolb dlk 16 j lts;a ootg0f ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ພິທີມອບ ເງິນ ແລະ ເຄື່ອງອຸປະກອນການ ຮຽນ ເພື່ອປະກອບສ່ວນທຶນຮອນ ຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ ແລະວຽກງານການສຶກສາເຂດຫ່າງ ໄກສອກຫລີກ ຂອງແຂວງສະ ຫວັນນະເຂດ ຈັດຂຶ້ນຫວ່າງບໍ່ດົນ ມານີ້ ຕາງໜ້າມອບໂດຍ ທ່ານ ວັນລະຄອນ ທໍລະທາ ຮັກສາ ການຫົວໜ້າດ່ານສາກົນແດນສະ ຫວັນ, ທ່ານ ນາງ ມີນາ ແສງສຸລີຈັນ ປະທານບໍລິສັດພູນທະວີຊັບ ກໍ່ສ້າງ, ສ້ອມແປງຊົນລະປະທານ ແລະ ຕິດ ຕັ້ງໄຟຟ້າຈຳກັດ ແລະ ທ່ານ ຫອມ ລື ບຸນຮຽນ ຜູ້ຈັດການບໍລິສັດ ມັງກອນ ເງິນ-ມັງກອນຄຳ ຕາງໜ້າຮັບໂດຍ ທ່ານນາງສີສະຫວັດໂຄດທະວົງສາ ຫົວໜ້າພະແນກແຮງງານ ແລະ ສະ ຫວັດດີການສັງຄົມແຂວງ, ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າ ພະແນກສຶກສາທິການ ແລະ ກິລາ ແຂວງ, ມີທ່ານ ຄຳຜຸຍ ສີບຸນເຮືອງ ຮອງປະທານຄະນະກຳມະການ ປົກຄອງແຂວງສະຫວັນນະເຂດ ເຂົ້າຮ່ວມເປັນສັກຂີພິຍານ. ການມອບເງິນ ແລະ ເຄື່ອງຊ່ວຍ ເຫລືອໃນຄັ້ງນີ້ ປະກອບມີ: ເງິນ ເພື່ອເບິ່ງແຍງຊີວິດການເປັນຢູ່, ໃຫ້ ກຳລັງໃຈ ແລະ ຕິດຕາມເງື່ອນໄຂ ການຢູ່ອາໄສຂອງຜູ້ປະສົບໄພນໍ້າ ຖ້ວມໃນຄັ້ງນີ້ ທັງເປັນການສະແດງ ເຖິງຄວາມຫ່ວງໃຍຈາກພັກ-ລັດ ແລະ ອົງການປົກຄອງແຂວງ ຕໍ່ປະ ຊາຊົນຜູ້ທີ່ກຳລັງປະສົບເຄາະຮ້າຍ ຈາກໄພພິບັດນໍ້າຖ້ວມ ໂດຍສະເພາະ ແມ່ນເຮືອນຊານບ້ານຊ່ອງ, ຊັບສິນ ແລະ ເນື້ອທີ່ທຳການຜະລິດ ມີ 34 ບ້ານ. ທ່ານ ພັນໂທ ອຸ່ນແກ້ວ ສິງດາວີ ຮອງອຳນວຍການ ໂຮງໝໍ ປກສ ແຂວງຫລວງນ້ຳທາ ຜູ້ຮັບຜິດຊອບ ສູນພັກຊົ່ວຄາວໂຮງໝໍ ປກສ ໄດ້ ກ່າວວ່າ: ໂຮງໝໍ ປກສ ແຂວງ ໄດ້ ເປີດເປັນສູນພັກຊົ່ວຄາວ ເພື່ອຮອງ ຮັບປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ແລະ ປະສົບໄພນ້ຳຖ້ວມ ໃນນີ້, ມີ ປະຊາຊົນ ຈາກ 3 ບ້ານ ຄື: ບ້ານ ປຸ່ງ, ບ້ານປ່າສັກ ແລະ ບ້ານໃໝ່ ເຂົ້າມາພັກອາໄສ ລວມທັງໝົດ 71 ຄົນ. ປັດຈຸບັນ, ສູນພັກຊົ່ວຄາວ ຍັງ ມີຄວາມຕ້ອງການ ແລະ ຂາດແຄນ ສິ່ງຂອງອຸປະໂພກ-ບໍລິໂພກ ທີ່ ຈຳເປັນຢ່າງຫລວງຫລາຍ ເປັນຕົ້ນ ນ້ຳດື່ມ, ນ້ຳໃຊ້, ອາຫານ, ເຄື່ອງກິນ ແລະ ເຄື່ອງນຸ່ງຫົ່ມ ພ້ອມນີ້ທາງສູນ ຍັງໄດ້ຮຽກຮ້ອງເຖິງປະຊາຊົນ ຜູ້ທີ່ ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມ ແມ່ນສາມາດເຂົ້າມາພັກອາໄສ ຢູ່ສູນພັກຊົ່ວຄາວ ໂຮງໝໍ ປກສ ແຂວງໄດ້. ພ້ອມທັງໄດ້ຮຽກຮ້ອງ ແລະ ເຊີນຊວນບັນດາອົງການຈັດ ຕັ້ງ, ບໍລິສັດ, ຫ້າງຮ້ານ, ນິຕິບຸກຄົນ ແລະ ມວນຊົນທຸກພາກສ່ວນໃນສັງ ຄົມ ທີ່ມີຈິດໃຈສັດທາຢາກຊ່ວຍ ເຫລືອຜູ້ປະສົບໄພນ້ຳຖ້ວມໃນຄັ້ງນີ້ ແມ່ນສາມາດນຳເອົາເຄື່ອງບັນເທົາ ທຸກ ເຂົ້າມາບໍລິຈາກໄດ້ທີ່ໂຮງໝໍ ປກສ ແຂວງໄດ້. ການສຶກສາ-ກິລາ, ຄູ-ອາຈານ, ສະມາຄົມພໍ່ແມ່ນັກຮຽນ ທຸກການ ຈັດຕັ້ງ, ທຸກພາກສ່ວນເສດຖະກິດສັງຄົມ ເອົາໃຈໃສ່ເຮັດໜ້າທີ່ຂອງ ຕົນດ້ວຍຄວາມຮັບຜິດຊອບສູງ ຮັບປະກັນໃຫ້ນັກຮຽນ-ນັກສຶກສາ ໄດ້ເຂົ້າຮຽນນັບແຕ່ມື້ໄຂສົກຮຽນ ໃໝ່ນີ້ເປັນຕົ້ນໄປ, ເພື່ອເຮັດໃຫ້ການ ຮຽນ-ການສອນສົກຮຽນນີ້ ໄດ້ຮັບ ຜົນສໍາເລັດຢ່າງຈົບງາມ, ພ້ອມນີ້ ຍັງໄດ້ເນັ້ນໜັກ 3 ໜ້າວຽກຈຸດສຸມ ພ້ອມດ້ວຍຕົວເລກຄາດໝາຍ ທີ່ຕ້ອງ ໄດ້ສູ້ຊົນໃຫ້ບັນລຸຕາມຈຸດປະສົງ ລະດັບຄາດໝາຍ ໂດຍສະເພາະ ຈັດ ຕັ້ງມາດຕະການສະກັດກັ້ນ ແລະ ຫລຸດຜ່ອນການປະລະການຮຽນ ພວກເຮົາຕ້ອງໄດ້ສ້າງກົນໄກຮ່ວມມື ລະຫວ່າງໂຮງຮຽນ, ຄອບຄົວ, ສະມາຄົມພໍ່ແມ່ນັກຮຽນ ແລະ ອົງການປົກຄອງທ້ອງຖິ່ນຢ່າງ ກົມກຽວ, ຕ້ອງສູ້ຊົນຫລຸດຜ່ອນ ອັດຕາການປະລະການຮຽນ ຊັ້ນ ມັດທະຍົມຕອນຕົ້ນ ໃຫ້ຕໍ່າກວ່າ 3%ແລະ ຊັ້ນມັດທະຍົມປາຍ ໃຫ້ຕໍ່າ ກວ່າ 2% ເອົາໃຈໃສ່ຫລຸດຜ່ອນຄ່າ ໃຊ້ຈ່າຍ ແລະ ສະໜອງອຸປະກອນ ການຮຽນ ໃຫ້ແກ່ນັກຮຽນໃນກຸ່ມ ສ່ຽງ ແລະ ເຂດຫ່າງໄກສອກຫລີກ ຂອງກຸ່ມເປົ້າໝາຍໃຫ້ໄດ້ຢ່າງທົ່ວ ເຖິງ. ພ້ອມນີ້, ຫັນປ່ຽນລະບົບການ ສຶກສາ ສາຍສາມັນ 6+3+3 ໃຫ້ມີ ປະສິດທິພາບ, ຊັ້ນປະຖົມ (6 ປີ), ສູ້ຊົນອັດຕາການເລື່ອນຂັ້ນຂອງ ນັກຮຽນ ປ1 ໃຫ້ບັນລຸ 95% ຂຶ້ນ ໄປ ໂດຍເນັ້ນທັກສະພື້ນຖານ “ອ່ານ ອອກ, ຂຽນໄດ້, ຄິດໄລ່ເປັນ”; ຊັ້ນ ມັດທະຍົມຕອນຕົ້ນ (3 ປີ): ເນັ້ນ ການພັດທະນາລະບົບວິເຄາະ ແລະ ຈັດຕັ້ງການແນະນຳອາຊີບໃຫ້ໄດ້ 95%; ຊັ້ນມັດທະຍົມປາຍ (3ປີ): ແຍກສາຍການຮຽນໃຫ້ຊັດເຈນ ແລະ ເພີ່ມອັດຕາສ່ວນນັກຮຽນ ຫັນໄປຮຽນຕໍ່ສາຍວິຊາຊີບ ແລະ ເຕັກນິກໃຫ້ບັນລຸ30%ເພື່ອສະໜອງ ກໍາລັງແຮງງານ ໃຫ້ແກ່ການພັດທະ ນາເສດຖະກິດ-ສັງຄົມ ຂອງເມືອງ ໃນໄລຍະໃໝ່. ຂ່າວ-ພາບ: ສົມພົງ ສີສະຫວັດ y 110 ລ້ານກວ່າກີບ ເພື່ອປະກອບ ສ່ວນທຶນໃນການຊ່ວຍເຫລືອຟື້ນຟູ ແລະ ຊ່ວຍຜູ້ປະສົບໄພນ້ຳຖ້ວມ, ອຸປະກອນການຮຽນ ແລະ ເຄື່ອງ ນອນ (ຊຸດປື້ມຂຽນ, ບານສົ່ງ, ບານ ເຕະ, ກະຕໍ້, ມຸ້ງແລະຜ້າຫົ່ມ)ລວມູນ ຄ່າ 32,8 ລ້ານກວ່າກີບ ເພື່ອໄປ ຊ່ວຍເຫລືອໂຮງຮຽນກິນນອນໂຮງຮຽນປະຖົມ ແລະ ມັດທະຍົມ ສົມບູນ ໄຊພູວຽງ ເມືອງພີນ ແຂວງ ສະຫວັນນະເຂດ. ຫວຽດນາມ ລະດັບປະຖົມເລີ່ມ ສ້າງຕັ້ງໃນສົກຮຽນ 2007-2008 ແລະ ລະດັບມັດທະຍົມຕອນຕົ້ນ ໃນສົກຮຽນ 2022-2023. ສົກ ຮຽນ 2025-2026 ໂຮງຮຽນມີ ຄູ-ອາຈານ 22 ຄົນ ແລະ ນັກຮຽນ 494 ຄົນ, ໃນນັ້ນມີນັກຮຽນເຊື້ອ ຊາດຫວຽດນາມ 19 ຄົນ. ບັນດາຜູ້ແທນສອງຝ່າຍເນັ້ນ ວ່າ ການສຶກສາແມ່ນຮາກຖານສຳ ຄັນໃນການພັດທະນາຄົນ ແລະ ເປັນພະລັງສຳຄັນຕໍ່ການພັດທະນາ ເສດຖະກິດ-ສັງຄົມ. ການຮ່ວມມື ດ້ານການສຶກສາລາວ-ຫວຽດນາມ ຈຶ່ງບໍ່ພຽງແຕ່ເປັນການຊ່ວຍເຫລືອ ດ້ານວັດຖຸ ແຕ່ຍັງເປັນສັນຍະລັກ ແຫ່ງມິດຕະພາບ, ຄວາມສາມັກຄີ, ຄວາມຫວັງ ແລະ ໂອກາດສຳລັບ ຄົນຮຸ່ນໃໝ່. ໃນໂອກາດນີ້,ຕາງໜ້າສອງຝ່າຍ ໄດ້ຮ່ວມລົງນາມບົດບັນທຶກຮ່ວມມື ເພື່ອສືບຕໍ່ຜັນຂະຫຍາຍການຮ່ວມມື ດ້ານການສຶກສາໃຫ້ເລິກເຊິ່ງ ແລະ ເປັນຮູບປະທຳ, ພ້ອມຮ່ວມສ້າງ ໂອກາດທາງການສຶກສາ ແລະ ພັດ ທະນາຄົນຮຸ່ນໃໝ່ ເພື່ອສືບຕໍ່ເສີມ ສ້າງມິດຕະພາບ ແລະ ການຮ່ວມມື ອັນດີງາມລະຫວ່າງລາວ-ຫວຽດ ນາມ. ຂ່າວ: ມະນີວອນ
RkJQdWJsaXNoZXIy MTc3MTYxMQ==