03/09/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d |5 j ,-P'0;k' .-h ;y mu mv,la f 0kpvvo]kplh k']kpIa [s]kpd;j k 100 ]h kodu [ -q ogzq j kxt3dt da [;y 4u -u ;y f c]t Iu f7v'xtgrou va ogxa ogvdt]a d ຂປລ. ຈາກອະດີດຊີວິດຝືດ ເຄືອງເຮັດນາ 1,5 ເຮັກຕາ ພໍໄດ້ກຸ້ມ ກິນ, ມາຮອດມື້ນີ້ ທ່ານ ສອນຈັນ ພົມເກດແກ້ວ ປະຊາຊົນບ້ານອ່າງ, ເມືອງພູກູດ, ແຂວງຊຽງຂວາງ ໄດ້ ກາຍເປັນ “ຄອບຄົວຕົວແບບ” ທີ່ ປະສົບຜົນສຳເລັດຢ່າງງົດງາມ. ເພິ່ນໄດ້ຫັນມາລ້ຽງງົວ-ຄວາຍແບບ ທອມຂາຍເປັນສິນຄ້າທັງປະສົມ ຂປລ. ສປປ ລາວ ເປັນປະເທດ ທີ່ປະກອບດ້ວຍຫລາຍຊົນເຜົ່າ ໂດຍ ແຕ່ລະຊົນເຜົ່າລ້ວນມີພາສາ, ຂະ ນົບທຳນຽມ, ຮີດຄອງປະເພນີ, ວັດທະນະທຳ ແລະ ວິຖີຊີວິດອັນ ເປັນເອກະລັກ ຊຶ່ງໄດ້ສືບທອດຈາກ ຮຸ່ນໜຶ່ງສູ່ອີກຮຸ່ນໜຶ່ງ. ໃນນັ້ນ, ຊົນເຜົ່າປະໂກະ ຫລື ໂປະໂກະ ເປັນ ອີກຊົນເຜົ່າໜຶ່ງທີ່ມີຮາກເຫງົ້າວັດ ທະນະທຳໂດດເດັ່ນ ແລະ ມີຮີດຄອງ ປະເພນີທີ່ໜ້າສົນໃຈ. ຊົນເຜົ່າປະໂກະ ຈັດຢູ່ໃນກຸ່ມ ພາສາມອນ-ຂະແມ ແລະ ມີພາສາ ເວົ້າສະເພາະຂອງຕົນ ໂດຍບໍ່ມີ ຕົວໜັງສືຂຽນ. ຊຸມຊົນປະໂກະ ສ່ວນໃຫຍ່ອາໄສຢູ່ຕາມເຂດພູດອຍ ໂດຍ: ຢ່າຕົ່ງ່ົ່ ແຫລ່ງຂໍ້ມູນ: ໜັງສືພິມຊຽງຂວາງມີໄຊ່ໍູ້ັືິີ -u ;y f{;a fmtotme u y a ພາກໃຕ້ຂອງລາວ ໂດຍສະເພາະ ເຂດເມືອງສະໝ້ວຍ ແຂວງສາລະ ວັນ. ການຕັ້ງຖິ່ນຖານຢູ່ທ່າມກາງ ພູດອຍ ແລະ ທຳມະຊາດ ໄດ້ຫລໍ່ ຫລອມໃຫ້ຊຸມຊົນມີວິຖີຊີວິດທີ່ຜູກ ພັນກັບປ່າໄມ້, ດິນ, ນ້ຳ ແລະ ຊັບ ພະຍາກອນທຳມະຊາດ. ດ້ານການດຳລົງຊີວິດ, ຊາວ ປະໂກະ ຖືເອົາການຜະລິດກະສິກຳ ເປັນອາຊີບຫລັກ ໂດຍສະເພາະ ແມ່ນການເຮັດໄຮ່ແບບໝູນວຽນ, ຫລັງຈາກນຳໃຊ້ພື້ນທີ່ໃນການຜະ ລິດແລ້ວຈະປ່ອຍໃຫ້ປ່າເລົາຂຶ້ນ ປະມານ 4-5 ປີຈຶ່ງກັບຄືນມາເຮັດ ບ່ອນເກົ່ານັ້ນອີກ. ນອກຈາກການ ປູກເຂົ້າແລ້ວ, ຍັງມີການປູກພືດຜັກ ປະເພດຕ່າງໆ ແລະ ລ້ຽງສັດ ເຊັ່ນ: ງົວ, ຄວາຍ, ເປັດ, ໄກ່ ແລະ ອື່ນໆ ທັງເພື່ອໃຊ້ເປັນອາຫານ ແລະ ນຳ ໄປໃຊ້ໃນພິທີກຳຕາມຮີດຄອງ. ປັດຈຸບັນ, ການຜະລິດບາງດ້ານໄດ້ ພັດທະນາໄປສູ່ການຜະລິດເພື່ອການ ຄ້າຂາຍຫລາຍຂຶ້ນ. ສຳລັບດ້ານຮີດຄອງ ແລະ ພິທີ ກຳ, ຊົນເຜົ່າກະໂປະ ມີຂະນົບ ທຳນຽມທີ່ສະທ້ອນເຖິງຄວາມ ເຊື່ອ, ແນວຄິດ ແລະ ຄຸນຄ່າຂອງ ຊຸມຊົນ. ພິທີກຳຫລາຍຢ່າງມີການ ຮ່ວມມືຈາກຄົນຫລາຍຮຸ່ນ ເຮັດໃຫ້ ຄວາມຮູ້ ແລະ ຂະນົບທຳນຽມບໍ່ ສູນຫາຍໄປຕາມການເວລາ. ໜຶ່ງ ໃນປະເພນີທີ່ມີຄວາມໝາຍສຳຄັນ ຕໍ່ຊຸມຊົນ ແມ່ນ ບຸນອາຢາ ຊຶ່ງເປັນ ໂອກາດໃຫ້ສະມາຊິກຊຸມຊົນມາ ພົບປະ, ຮ່ວມພິທີກຳ ແລະ ສືບ ທອດຮີດຄອງປະເພນີ. ພ້ອມທັງ ເປັນໂອກາດສຳຄັນໃຫ້ຄົນຮຸ່ນໃໝ່ ໄດ້ຮຽນຮູ້ຮາກເຫງົ້າຂອງຕົນ. ນອກຈາກນີ້, ຊົນເຜົ່າກະໂປະ ຍັງ ມີບຸນປີໃໝ່ຕາມພາສາຂອງຊົນເຜ່ົາ ເອີ້ນວ່າ: “ຈາງະ” ຊຶ່ງຈັດຂຶ້ນໃນ ເດີືອນ 11-12 ຂອງທຸກໆປີ, ໃນ ພິທີມີການເຮັດບຸນກ່ຽວກັບດວງ ວິນຍານຂອງຄົນທີ່ຕາຍໄປແລ້ວ, ພາສາຂອງເຂົາເຈົ້າເອີ້ນວ່າ: “ລະ ປືບ”. ຂະນະດຽວກັນໃນຮອບວຽນ ຂອງປີຍັງມີພິທີກຳກ່ຽວກັບການ ຜະລິດ, ການປູກຝັງອີກຫລາຍຮູບ ແບບ. ຈຸດປະສົງສຳຄັນຂອງພິທີ ກຳແມ່ນເພື່ອຂໍໃຫ້ຜົນຜະລິດຈະເລີນ ງອກງາມ, ມີຄວາມອຸດົມສົມບູນ ແລະ ໄດ້ຮັບໝາກຜົນຢ່າງຫລວງ ຫລາຍ, ບໍ່ໃຫ້ມີການເຈັບໄຂ້ໄດ້ປ່ວຍ ເກີດຂຶ້ນໃນບ້ານ ແລະ ໃຫ້ທຸກຄົນພົ້ນ ຈາກໄພອັນຕະລາຍຕ່າງໆ. ດ້ານການນຸ່ງຖື ແລະ ສິລະປະ. ຊົນເຜ່ົາກະໂປະມີເອກະລັກດ້ານ ການນຸ່ງຖື, ເອ້ຢ້ອງ ຫລື ເຄື່ອງນຸ່ງ ປະຈຳຊົນເຜົ່າຂອງເຂົາເຈົ້ນແຕ່ ທຸກມື້ນີ້ບໍ່ຄ່ອຍຈະເຫັນແລ້ວ, ການ ນຸ່ງຖືມີລັກສະນະປ່ຽນແປງໄປຕາມ ແຕ່ ລະຍຸກສະໄໝ ໂດຍສະເພາະ ແມ່ນເຄື່ອງນຸ່ງຫົ່ມ ຈະນິຍົມຫາຊື້ ຕາມຕະຫລາດເປັນສ່ວນຫລາຍ. ສຳລັບດ້ານສິລະປະວັນນະຄະດີ, ເຂົາເຈົ້າມີກອນຂັບລຳ, ຄຳສຸພາສິດ, ຄຳຜະຫຍາ ແລະ ອື່ນໆ ທີ່ສະແດງ ເຖິງການບອກສອນລູກຫລານທັງ ເປັນການພົວພັນກັບຊີວິດສັງຄົມ ຂອງຄົນ ແລະ ທຳມະຊາດ ຊຶ່ງຖື ໄດ້ວ່າເປັນເອກະລັກຂອງຕົນເອງ. ສ່ວນລັກສະນະບ້ານເຮືອນຂອງ ຊົນເຜົ່ານີ້ ໂດຍທົ່ວໄປເຂົາເຈົ້າປຸກ ສ້າງບ້ານຢູ່ເຂດພູດອຍທີ່ຫ່າງໄກ ສອກຫລີກໃນໄລຍະຄວາມສູງປະ ມານ 900 ແມັດ ຂຶ້ນໄປຫ່າງຈາກ ລະດັບນ້ຳທະເລ. ເຮືອນຂອງຊົນ ເຜົ່າປະໂກະ ເປັນເຮືອນຮ້ານ, ແຕ່ ລັກສະນະຂອງເຮືອນຈະມີສອງລະ ບົບແຕກຕ່າງກັນຄື: ແບບເຮືອນ ຍາວຢູ່ຮ່ວມກັນຫລາຍຄອບຄົວ ແລະ ຫລາຍເຊັ່ນຄົນ. ເຮືອນລັກສະ ນະນີ້ຈະພົບເຫັນໃນຊຸມຊົນປະໂກ ແລະ ກາໂດ. ອີກແບບໜຶ່ງແມ່ນ ເຮືອນຮ້ານສີ່ຫລ່ຽມບໍ່ຍາວ ເໝາະ ສຳລັບສະມາຊິກຂອງຄອບຄົວດຽວ ຊຶ່ງເຮືອນໃນລັກສະນະນີ້ຈະພົບເຫັນ ໃນຊຸມຊົນກາໄນ. ປະສານກັບການຊື້-ຂາຍອອນລາຍ ຈົນສ້າງລາຍຮັບເຂົ້າຄອບຄົວໄດ້ 100-150 ລ້ານກີບຕໍ່ປີ, ປ່ຽນແປງ ຄຸນນະພາບຊີວິດໃຫ້ດີຂຶ້ນແບບກ້າວ ກະໂດດ. ທ່ານ ສອນຈັນ ໄດ້ເປີດໃຈໃຫ້ ສຳພາດເມື່ອບໍ່ດົນນີ້ວ່າ: ຄອບຄົວ ມີ 9 ຄົນ, ແຮງງານຕົ້ນຕໍ 4 ຄົນ, ແຕ່ກ່ອນແມ່ນລ້ຽງສັດແບບປະຖົມ ປະຖານປ່ອຍຕາມທໍາມະຊາດ ແລະ ບໍ່ໄດ້ສັກຢາປ້ອງກັນເຮັດໃຫ້ສັດ ລ້ຽງຕາຍທຸກໆປີ. ຈົນຕົກມາ ປີ 2009-2010 ໄດ້ຮັບການແນະ ນໍາເຕັກນິກຈາກຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງພູກູດ ຈຶ່ງຕັດສິນ ໃຈ “ຢືມເງິນທຶນ” ລ້ອມຮົ້ວດິນ 100 ເຮັກຕາ ເຮັດຟາມລ້ຽງສັດ, ປູກຫຍ້າ ແລະ ສັກຢາປ້ອງກັນພະ ຍາດຢ່າງສະໝໍ່າສະເໝີ. ຕໍ່ມາໃນ ປີ 2014 ໄດ້ລົງທຶນ 19 ລ້ານກີບ ປູກຫຍ້າ ແລະ ລ້ອມຮົ້ວຕື່ມ ຊຶ່ງປີ ນັ້ນສາມາດຂາຍ ງົວ-ຄວາຍ ສ້າງ ກໍາໄລໄດ້ເຖິງ 36 ລ້ານກີບ (ລາຍ ຮັບລວມ 55 ລ້ານກີບ). ຈຸດປ່ຽນ ແລະ ສູດເດັດການເຮັດທຸລະກິດ ໃນໄລຍະປີ 2015-2024 ໄດ້ຂະ ຫຍາຍກິດຈະການ ໂດຍນໍາໃຊ້ທຶນ ໝູນວຽນຊື້ສັດມາທອມ 2-3 ເດືອນ ແລ້ວຂາຍ, ປີໜຶ່ງທອມໄດ້ເຖິງ 3 ຊຸດ (ຊຸດລະ 8 ໂຕ). ທີ່ສໍາຄັນແມ່ນ ຍຸກນີ້ ຕ້ອງອອນລາຍ ໂດຍໄດ້ຫັນ ມາຊື້ສັດຜ່ານທາງອອນລາຍມາ ທອມ ເພື່ອສົ່ງຂາຍໃນຕະຫລາດ ສັດແຂວງຊຽງຂວາງ. ພ້ອມທັງ ບໍລິຫານຈັດການອາຫານສັດຢ່າງ ເປັນລະບົບມີພື້ນທີ່ປູກຫຍ້າ 3,5 ເຮັກຕາ, ເຮັດຫຍ້າໝັກ 6 ອ່າງ ແລະ ເກັບຊື້ມຸນສາລີໄວ້ໃຫ້ສັດກິນໃນລະດູ ແລ້ງເຮັດໃຫ້ມີລາຍຮັບເຂົ້າມາຕໍ່າ ສຸດ 10-20 ລ້ານກີບຕໍ່ເດືອນ. ທ່ານ ສອນຈັນ ກ່າວ. ການປ່ຽນວິທີຄິດ ແລະ ນຳໃຊ້ ເຕັກນິກວິຊາການໃນການລ້ຽງຄວບ ຄູ່ກັບການນຳໃຊ້ອອນລາຍໃນການ ຕະຫລາດເຮັດໃຫ້ປັດຈຸບັນຄອບຄົວ ມີເງິນທຶນໝູນວຽນໃນການຊື້-ຂາຍ ສັດເຖິງ 300 ກວ່າລ້ານກີບ. ພ້ອມ ທັງສາມາດປຸກເຮືອນຖາວອນ, ຊື້ ລົດໃຫຍ່, ລົດຈັກ, ໂຮງສີເຂົ້າ, ຈັກ ຕັດຫຍ້າ, ອຸປະກອນໄຟຟ້າ ແລະ ອື່ນໆ ລວມເຖິງສາມາດສົ່ງເສີມ ລູກຫລານໃຫ້ໄດ້ຮຽນສູງໆ ແລະ ມີເງິນເກັບໄວ້ໃຊ້ໃນຍາມຈຳເປັນ. ທ່ານ ສອນຈັນ ກ່າວຕື່ມວ່າ: ຄວາມສໍາເລັດທີ່ໄດ້ຮັບໃນມື້ນີ້ ສ່ວນ ໜຶ່ງແມ່ນຍ້ອນການສະໜັບສະໜູນ ແລະ ຄຳແນະນຳຈາກການນຳເມືອງ ພູກູດ ລວມທັງທີມງານວິຊາການ ທີ່ຄອຍຊ່ວຍເຫລືອ. ໃນອະນາຄົດ ຈະສືບຕໍ່ພັດທະນາການລ້ຽງສັດ ໃຫຍ່ຕາມເຕັກນິກວິຊາການ ແລະ ພ້ອມທີ່ຈະເປັນແບບຢ່າງ ແລະ ປຸກລະດົມຊຸມຊົນພາຍໃນເມືອງ ໃຫ້ຫັນມາລ້ຽງສັດໃຫຍ່ແບບທິີ່ມີ ມາດຕະຖານ ເພື່ອພັດທະນາເປັນ ສິນຄ້າ, ສ້າງລາຍຮັບໃຫ້ຍືນຍົງ ແລະ ພາກັນຮັ່ງໄປນໍາກັນ. ພາບປະກອບ ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==