xtgmf]k; 7 02/09/2026 gsfdko{dkora fa mtok Iv']a f4t,q o8u xd- 1h P,1k,xt-k-q o mu j wfh Ia [zq odtmq [9kdwrry [a foE4h ;,16 j g,n v'ok\ ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ທ່ານ ພົນຕີ ກົງ ທອງ ສຸຂະວົງ ຮອງລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງ ໄພພິບັດກະຊວງປ້ອງກັນປະເທດ (ປກຊ) ສົມທົບກັບ ທ່ານ ບຸນຄົງ ຫລ້າຈຽມພອນ ເລຂາພັກແຂວງ ອຸດົມໄຊ ພ້ອມດ້ວຍຄະນະ ລົງເຄື່ອນ ໄຫວຢ້ຽມຢາມ, ຕິດຕາມ, ຊຸກຍູ້ ແລະ ຊ່ວຍເຫລືອປະຊາຊົນ ທີ່ໄດ້ຮັບ ຜົນກະທົບຈາກໄພພິບັດນ້ຳຖ້ວມ ຢູ່ ເມືອງນາໝໍ້ ໃນວັນທີ 31 ສິງຫາ 2026 ໂດຍມີ ທ່ານໄກເພັດ ອິນພູ ວຽງ ເລຂາພັກເມືອງນາໝໍ້ ແຂວງ ອຸດົມໄຊ ພ້ອມດ້ວຍຄະນະ ໃຫ້ການ ຕ້ອນຮັບ. ການລົງເຄື່ອນໄຫວໃນຄັ້ງນີ້, ກໍ ເພື່ອແກ້ໄຂ ແລະ ຟື້ນຟູຊີວິດການ ,x mj kc0d goA opq d75 ootrk[ c]t Ia dlkoa dIPo[= j .sh xt]tdkoIPo ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ໂຮງຮຽນ ມປ ທ່າແຂກ ແຂວງຄຳມ່ວນ ໄຂສົກ ຮຽນໃໝ່ 2026-2027 ໃນວັນທີ 1 ກັນຍາ 2026 ໂດຍມີ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າ ພະແນກສຶກສາທິການ ແລະ ກິລາ ແຂວງຄຳມ່ວນ, ມີພະແນກການ, ຂະແໜງການ, ສູນ, ຜູ້ອຳນວຍການ ໂຮງຮຽນ, ບັນດາຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ. ໃນພິທີຜູ້ອໍານວຍການໂຮງຮຽນ ມປ ທ່າແຂກ ໄດ້ລາຍງານການຈັດ ຕັ້ງປະຕິບັດ ຜົນການຮຽນ-ການ ສອນສົກຮຽນ 2025-2026 ທີ່ ຜ່ານມາ ໂດຍມີຄູ-ອາຈານ ແລະ ພະນັກງານ 75 ຄົນ ແລະ ມີນັກ ຮຽນ 924 ຄົນ. ຜົນງານສໍາຄັນ ແມ່ນອັດຕາອອກໂຮງຮຽນກາງ ປີຂອງນັກຮຽນຫລຸດລົງເຫລືອ 0,2% ແລະ ຜົນສອບເສັງເລື່ອນຂັ້ນ ມ5, ມ6 ແລະ ຈົບຊັ້ນ ມ7 ບັນລຸ 100%. ໂຮງຮຽນສົ່ງນັກຮຽນເຂົ້າ ສອບເສັງນັກຮຽນເກັ່ງລະດັບແຂວງ ແລະ ລະດັບຊາດ ຊຶ່ງສາມາດຄວ້າ ລາງວັນລະດັບແຂວງ 1 ລາງວັນ ແລະ ລະດັບຊາດ 1 ລາງວັນ ໃນນັ້ນ, ນັກຮຽນວິຊາຟີຊິກສາດ ໄດ້ລາງວັນ ອັນດັບ 3 ຂອງປະເທດ. ພ້ອມກັນນີ້, ໂຮງຮຽນໄດ້ສົ່ງເສີມ ICT ແລະ Coding ຜ່ານ Scratch ແລະ Micro:bi t ແລະ ສົ່ງນັກຮຽນ 9exkla d l5 ,.lj cdh w0[a oskdkoxt]tdkoIPo c]t pq dl6 '75 ootrk[dkolb dlk ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ພະແນກສຶກ ສາທິການ ແລະ ກິລາ ແຂວງຈຳ ປາສັກ ໄດ້ວາງທິດທາງໜ້າວຽກ ຈຸດສຸມໃນຕໍ່ໜ້າໂດຍໄດ້ຮ່າງແຜນ ພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ 5 ປີ ຄັ້ງທີ X (2026-2030) ຊຶ່ງ ປະກອບດ້ວຍ 7 ພາກ, 3 ກຸ່ມ ວຽກ (ການສຶກສາ, ວິທະຍາສາດ ແລະ ກິລາ-ກາຍຍະກຳ), ລວມມີ 121 ຍຸດທະສາດ, 361 ວຽກຈຸດ ສຸມ ແລະ ໄດ້ເອກະພາບກຳນົດຕົວ ຊີ້ບອກ 11 ຄາດໝາຍ ເພື່ອສູ້ຊົນ ຈັດຕັ້ງປະຕິບັດໃຫ້ບັນລຸຜົນຕາມ ແຜນການທີ່ວາງໄວ້. ທ່ານ ສົມບູນ ເຮືອງວົງສາ ຮອງ ປະທານຄະນະກຳມະການປົກຄອງ ແຂວງຈຳປາສັກ ໄດ້ກ່າວໃນກອງ ປະຊຸມຜູ້ບໍລິຫານການສຶກສາ ທົ່ວ ແຂວງ ປະຈຳສົກຮຽນ 20252026 ໃນວັນທີ 31 ສິງຫາ 2026 ພ້ອມທັງໄດ້ເນັ້ນໃຫ້ເຫັນເຖິງຜົນ ການຈັດຕັ້ງປະຕິບັດ 11 ຄາດໝາຍ ໃນສົກຮຽນຜ່ານມາ ຊຶ່ງສາມາດ ບັນລຸໄດ້ 7 ຄາດໝາຍ, ບໍ່ບັນລຸ 2 ຄາດໝາຍ ແລະ ອີກ 2 ຄາດໝາຍ ແມ່ນກຳລັງຈັດຕັ້ງປະຕິບັດ. ພ້ອມ ດຽວກັນ, ທ່ານໄດ້ຊີ້ໃຫ້ເຫັນສິ່ງ ທ້າທາຍທີ່ຕ້ອງຮ່ວມກັນແກ້ໄຂ ເປັນຕົ້ນ ບັນຫາຄຸນນະພາບການ ຮຽນ-ການສອນ, ການເຂົ້າຮຽນ ຂອງນັກຮຽນສາຍສ້າງຄູ ແລະ ອັດຕາການປະລະການຮຽນຂອງ g,n v'mj krt[kf gxu flq dIPo.\j lq dxu 2026-2027 ຂປລ. ແຫລ່ງຂ່າວຈາກແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ເມືອງທ່າ ພະບາດ ແຂວງບໍລິຄຳໄຊ ຈັດພິທີ ເປີດສົກຮຽນໃໝ່ 2026-2027 ຂຶ້ນໃນວັນທີ 31 ສິງຫາ 2026 ທີ່ ໂຮງຮຽນ ມສ ທ່າພະບາດ ໂດຍ ມີ ທ່ານ ກອນ ຫລວງພິທັກ ຮອງ ປະທານຄະນະກຳມະການປົກຄອງ ເມືອງ, ທ່ານ ໄຊຈະເລີນ ໄຊຍະເດດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງທ່າພະບາດ ພ້ອມດ້ວຍຄູ-ອາຈານ ແລະ ນ້ອງ ນັກຮຽນເຂົ້າຮ່ວມ. ທ່ານ ໂສພາ ບານທະວົງ ຮອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ລາຍງານ ວ່າ: ໃນສົກຮຽນ 2025-2026 ຫ້ອງການສຶກສາທິການ ແລະ ກິ ລາເມືອງ ໄດ້ສືບຕໍ່ຈັດຕັ້ງປະຕິບັດ ຄາດໝາຍຂອງວຽກງານການ ສຶກສາ ແລະ ກິລາ ໃຫ້ບັນລຸທຸກ ຄາດໝາຍ, ແກ້ໄຂບັນຫາຄູທີ່ບໍ່ ພຽງພໍໃນບາງວິຊາຮຽນ, ນອກນີ້ ຍັງຈະໄດ້ປັບປຸງວິທີການສິດສອນ ຂອງຄູໃຫ້ມີຫລາຍຮູບແບບ-ຫລາຍ ວິທີ ແລະ ການຮຽນຂອງນັກຮຽນ ເພື່ອຮັບປະກັນຄຸນນະພາບຂອງ ການສຶກສາໃຫ້ດີຂຶ້ນເທື່ອລະກ້າວ. ທົ່ວເມືອງໂຮງຮຽນ 53 ແຫ່ງ, ມີຄູ-ອາຈານ 267 ຄົນ, ຍິງ 202 ຄົນ ໃນນັ້ນ, ໂຮງຮຽນອະນຸບານ 13 ແຫ່ງ ແລະ ຫ້ອງກຽມ 3 ຫ້ອງ ມີຄູ 49 ຄົນ; ໂຮງຮຽນປະຖົມສົມບູນ 25 ແຫ່ງ, ໂຮງຮຽນມູນລະປະຖົມ 7 ແຫ່ງ ມີຄູ 98 ຄົນ, ຍິງ77 ຄົນ; ໂຮງຮຽນມັດທະຍົມຕອນຕົ້ນ 6 ນັກຮຽນ ຊຶ່ງສາເຫດຕົ້ນຕໍ ແມ່ນ ເກີດຈາກທັງປັດໄຈພາຍໃນ ເຊັ່ນ: ຂີດຄວາມສາມາດຂອງຄູມີຄວາມ ແຕກຕ່າງກັນ, ວິທີການສອນຍັງ ເນັ້ນຄູເປັນໃຈກາງ, ການນຳໃຊ້ ເຕັກໂນໂລຊີ ແລະ ສື່ການສອນ ຍັງຂາດຄວາມຫລາກຫລາຍ, ຜູ້ ອຳນວຍການໂຮງຮຽນບາງບ່ອນ ຕ້ອງຮັບຜິດຊອບຫລາຍໜ້າວຽກ ແລະ ປັດໄຈພາຍນອກ ເປັນຕົ້ນ ສະພາບເສດຖະກິດຄອບຄົວ ທີ່ ບັງຄັບໃຫ້ເດັກຕ້ອງອອກຮຽນໄປ ປະກອບອາຊີບ, ປະກົດການຫຍໍ້ທໍ້ ໃນສັງຄົມ, ຕະຫລອດຮອດການ ປະສານງານລະຫວ່າງໂຮງຮຽນ, ຄອບຄົວ ແລະ ສະມາຄົມພໍ່ແມ່ນັກ ຮຽນຍັງບໍ່ທັນກົມກຽວດັ່ງທີ່ຄວນ. ເຖິງຢ່າງໃດກໍດີ, ໃນສົກຮຽນ 2025-2026 ແຂວງຈຳປາສັກ ຍັງມີຜົນສໍາເລັດທີ່ພົ້ນເດັ່ນຫລາຍ ດ້ານ ເຊັ່ນ:ນັກຮຽນເກັ່ງລະດັບ ຊາດ ຍາດໄດ້ 9 ລາງວັນ (ຫລຽນ ຄຳ ຄະນິດສາດ ມ4; ຫລຽນເງິນ ຟີຊິກສາດ ມ4 ແລະ ມ7; ຫລຽນ ທອງ ພາສາລາວ-ວັນນະຄະດີ ມ7; ລາງວັນທີ 3 ຖາມ-ຕອບວິທະ ຍາສາດ ແລະ ລາງວັນຊົມເຊີຍ 4 ລາງວັນ) ຈັດຢູ່ອັນດັບທີ 3 ຂອງ ທົ່ວປະເທດ. ສ່ວນຜົນການສອບເສັງຈົບຊັ້ນ ປ5 ເສັງໄດ້ 100%; ຊັ້ນ ມ4 ເສັງ ໄດ້ 99,9% ແລະ ຊັ້ນ ມ7 ເສັງໄດ້ 100% (ໃນນີ້ມີນັກຮຽນໄດ້ຮັບໃບ ປະກາດສະນີຍະບັດແດງ 5 ນ້ອງ). ສຳລັບການສະໜອງງົບປະມານ ແລະ ນະໂຍບາຍ ໄດ້ສະໜອງອາ ຫານທ່ຽງໃຫ້ເດັກກ່ອນໄວຮຽນ ແລະ ປະຖົມ 20.653 ຄົນ ໃນ 193 ໂຮງຮຽນ (4 ເມືອງເປົ້າໝາຍ); ສະໜອງເບ້ຍລ້ຽງໃຫ້ນັກຮຽນ ທຸກຍາກ-ດ້ອຍໂອກາດ ແລະ ນັກ ຮຽນຊົນເຜົ່າ 944 ຄົນ ພ້ອມທັງ ຈັດການຮຽນ-ການສອນວິຊາຊີບ ແບບຄູ່ຂະໜານ ໃຫ້ນັກຮຽນ ມ5- ມ7 ໃນ 7 ໂຮງຮຽນ ມີນັກຮຽນ ເຂົ້າຮ່ວມ 349 ຄົນ. ການຈັດ ວາງບຸກຄະລາກອນໄດ້ບັນຈຸຄູໃໝ່ ແລະ ຄູທົດແທນເຂົ້າໃນຂະແໜງ ການສຶກສາ ແລະ ປ້ອງກັນຊາດ 751 ຄົນ. ນອກຈາກນີ້, ພະແນກ ສຶກສາທິການ ແລະ ກິລາແຂວງ ໄດ້ຮ່ວມກັບມະຫາວິທະຍາໄລຈຳ ປາສັກ ແລະ ວິທະຍາໄລຄູປາກ ເຊ ດຳເນີນການວິໄຈ 3 ຫົວຂໍ້ສຳ ຄັນ ເພື່ອຊອກຫາສາເຫດ ແລະ ແນວທາງແກ້ໄຂອັດຕາການປະລະ ການຮຽນ ແລະ ການຫລຸດລົງຂອງ ນັກຮຽນສາຍສາມັນຢ່າງມີວິທະ ຍາສາດ. ຂ່າວ-ພາບ: ຈັນທະວີສັກ ແຍງຊີວິດການເປັນຢູ່ຂອງຄູ-ອາ ຈານ, ຊ່ວຍພັດທະນາການສຶກສາ ແລະ ກິລາ ໂດຍຖືເອົາວຽກງານ ການສຶກສາເປັນໜ້າທີ່ຂອງໝົດທຸກ ຄົນ. ໃນພິທີ ຍັງໄດ້ມອບຮັບໃບຍ້ອງຍໍ ໃຫ້ນັກຮຽນທີ່ເສັງຈົບຊັ້ນ ປ5, ມ4 ແລະ ມ7 ທີ່ໄດ້ຄະແນນສະເລ່ຍ 7, ຄະແນນ 9 ຂຶ້ນໄປທຸກວິຊາ ເພື່ອເປັນ ການຍ້ອງຍໍຊົມເຊີຍໃຫ້ກຳລັງໃຈ ແກ່ນ້ອງນັກຮຽນທີ່ມີຄະແນນດີເດັ່ນ ເພື່ອຮັກສາມູນເຊື້ອໄວ້ຕະຫລອດ ໄປ. ພ້ອມນີ້, ຄະນະຫ້ອງການສຶກ ສາທິການ ແລະ ກິລາເມືອງ ຍັງ ໄດ້ອອກແຈ້ງການໃຫ້ຜູ້ບໍລິຫານ ແລະ ອໍານາດການປົກຄອງບ້ານໃນ 26 ບ້ານ ທົ່ວເມືອງທ່າພະບາດ ລະດົມເອົາລູກຫລານໃນເກນອາຍຸ ເຂົ້າຮຽນມາສະເໜີໂຕເຂົ້າຮຽນ ໃນບັນດາໂຮງຮຽນຢູ່ເຂດບໍລິການ ຂອງແຕ່ລະບ້ານ ໃຫ້ໄດ້ເຂົ້າຮຽນ ໝົດທຸກຄົນ. ຊັບຊ້ອນ ແລະ ຈັດສັນ ບ່ອນປະຈຳການຂອງຄູຕາມຄວາມ ເໝາະສົມຂອງແຕ່ລະໂຮງຮຽນ ພາຍໃນເມືອງ. ການກະກຽມສະ ຖານທີ່, ຫ້ອງຮຽນ, ໂຕະ, ຕັ່ງ, ປື້ມ ຄູ່ມື, ປື້ມແບບຮຽນ ແລະ ອຸປະກອນ ການຮຽນ-ການສອນອື່ນໆ ໃຫ້ມີ ຄວາມພ້ອມໃຊ້ງານໄດ້. ປັດຈຸບັນ ນີ້, ແຕ່ລະໂຮງຮຽນມີຄວາມພ້ອມ ທີ່ຈະຈັດຕັ້ງການຮຽນ-ການສອນ ສົກຮຽນ 2026-2027 ໄດ້ 100% ຂ່າວ-ພາບ: ວົງເດືອນ ອິນທິລາດ ເປັນຢູ່ຂອງປະຊາຊົນບັນດາເຜົ່າ ໃຫ້ກັບຄືນສູ່ສະພາບເດີມ, ດ້ວຍ ການອຳນວຍຄວາມສະດວກ ແລະ ຕອບສະໜອງສິ່ງຂອງທີ່ຈຳເປັນໃຫ້ ແກ່ປະຊາຊົນ ໂດຍສະເພາະເຄື່ອງ ອຸປະໂພກ-ບໍລິໂພກ ເຊັ່ນ: ເຂົ້າ, ປາ, ອາຫານ, ນ້ຳດື່ມ ລວມທັງວັດຖຸ ອຸປະກອນ ແລະ ເຄື່ອງມື ນຳໃຊ້ເຂົ້າ ໃນການທຳຄວາມສະອາດເຮືອນ ຊານບ້ານຊ່ອງ ແລະ ສະຖານທີ່ ທີ່ ໄດ້ຮັບຜົນກະທົບຈາກໄພພິບັດນ້ຳ ຖ້ວມ ດັ່ງກ່າວ. ນອກນັ້ນ, ຍັງເປັນ ການຢ້ຽມຢາມຖາມຂ່າວ ແລະ ໃຫ້ກຳລັງໃຈຜູ້ທີ່ໄດ້ຮັບຜົນກະທົບ ນຳອີກ. ທ່ານ ບຸນຄົງ ຫລ້າຈຽມພອນ ໄດ້ເນັ້ນບາງບັນຫາອັນຮີບດ່ວນ ເປັນຕົ້ນ ການຟື້ນຟູບັນດາພື້ນຖານ ໂຄງລ່າງ ໃຫ້ກັບຄືນສູ່ປົກກະຕິ ໂດຍໄວ ເຊັ່ນ: ໄຟຟ້າ, ນ້ຳປະປາ, ໂຮງຮຽນ, ໂຮງໝໍ, ສັນຍານ ໂທລະສັບ, ສະຖານທີ່ບໍລິການອື່ນໆ, ຕິດພັນກັບການເກັບກຳຂໍ້ມູນສະຖິຕິ ຄວາມເສຍຫາຍ ເພື່ອກຳນົດການ ຊ່ວຍເຫລືອໃຫ້ທັນສະພາບການ. ໄພພິບັດນ້ຳຖ້ວມຄັ້ງນີ້ ເກີດຂຶ້ນ ໃນລະຫວ່າງ ວັນທີ 28-30 ສິງຫາ 2026. ການລົງເຄື່ອນໄຫວຢ້ຽມ ຢາມຕິດຕາມຂອງຄະນະຄັ້ງນີ້ ໄດ້ ລົງບັນດາຈຸດຕ່າງໆ ທີ່ໄດ້ຮັບຜົນກະ ທົບພາຍໃນເທສະບານເມືອງ ໂດຍ ສະເພາະຈຸດຂົວນ້ຳແຊ່, ຕະຫລາດ ບ້ານຫ້ວຍອອນ, ໂຮງຮຽນມັດ ທະຍົມສົມບູນ ເມືອງນາໝໍ້, ໂຮງໝໍ ເມືອງ ພ້ອມທັງມອບເງິນຊ່ວຍເຫລືອ ຈຳນວນໜຶ່ງ ໃຫ້ແຕ່ລະພາກສ່ວນ ຄື: ໂຮງຮຽນ, ໂຮງໝໍ ແລະ ກອງ ບັນຊາການທະຫານເມືອງ ເພື່ອ ຊ່ວຍບັນເທົາທຸກໃນເບື້ອງຕົ້ນ. ຂ່າວ-ພາບ: ຄານມະນີ ຮຽນດໍຈັນ h ແຫ່ງ, ມີຄູ 62 ຄົນ, ຍິງ 37 ຄົນ; ໂຮງຮຽນມັດທະຍົມສົມບູນ 2 ແຫ່ງ, ມີຄູ 42 ຄົນ, ຍິງ 30 ຄົນ; ໂຮງຮຽນ ມັດທະຍົມຕອນປາຍ 1 ແຫ່ງ, ມີຄູ 16 ຄົນ, ຍິງ 9 ຄົນ, ມີນັກຮຽນ 5291 ນ້ອງ, ຍິງ 2.647 ນ້ອງ ໃນນັ້ນ, ມີນັກຮຽນລ້ຽງເດັກ ແລະ ອະນຸບານ 861 ນ້ອງ, ຍິງ 412 ນ້ອງ; ປະຖົມ 2.339 ນ້ອງ, ຍິງ 1.131 ນ້ອງ; ມັດທະຍົມ 2.091 ນ້ອງ, ຍິງ 1.104 ນ້ອງ. ໃນໂອກາດນີ້, ທ່ານກອນຫລວງ ພິທັກ ໄດ້ຮຽກຮ້ອງໃຫ້ຄູ-ອາຈານ, ອໍານາດການປົກຄອງບ້ານ ແລະ ຜູ້ປົກຄອງນັກຮຽນ ຈົ່ງພ້ອມກັນ ຊ່ວຍຕັກເຕືອນ, ບອກສອນ, ສຶກ ສາອົບຮົມລູກຫລານຂອງຕົນ ໃຫ້ເຂົາເຈົ້າເອົາໃຈໃສ່ຕໍ່ການຄົ້ນຄວ້າ ຮ່ຳຮຽນຮູ້ຄຸນຄ່າຂອງການຮຽນແລະ ຮຽກຮ້ອງເຖິງການຈັດຕັ້ງທຸກພາກ ສ່ວນ ນັບທັງສ່ວນບຸກຄົນ, ລວມໝູ່ ໃນທົ່ວສັງຄົມຈົ່ງສືບຕໍ່ໃຫ້ການ ສະໜັບສະໜູນ, ຊ່ວຍເຫລືອເບິ່ງ ແຂ່ງຂັນດ້ານດີຈິຕອນ ແລະ ສິ່ງ ປະດິດ ສາມາດຍາດໄດ້ລາງວັນ ອັນດັບ 1 ດ້ານ Scratch. ສຳລັບສົກຮຽນ 2026-2027 ໂຮງຮຽນຈະເນັ້ນ 3 ວຽກງານຫລັກ ຄື: ຮັກສານັກຮຽນໃຫ້ຢູ່ໃນລະບົບ ການສຶກສາ; ນຳນ້ອງນັກຮຽນທີ່ ປະລະການຮຽນກັບຄືນເຂົ້າຮຽນ; ຍົກລະດັບຄຸນນະພາບການຮຽນການສອນ ແລະ ເສີມທັກສະການ ນໍາໃຊ້ເຕັກໂນໂລຊີ STEM/ICT ແລະ ປັນຍາປະດິດ ເຂົ້າໃນການ ຮຽນ-ການສອນ. ໂອກາດນີ້, ທ່ານ ນາງ ສຸກຂະ ເສີມສິດທິເດດໄດ້ກ່າວວ່າ: ຂະແໜງ ການສຶກສາຈະສືບຕໍ່ຍົກລະດັບຄູ, ປັບປຸງການຮຽນ-ການສອນ, ສ້າງ ສະພາບແວດລ້ອມໂຮງຮຽນທີ່ ປອດໄພ ແລະ ພັດທະນາ ມປ ທ່າ ແຂກ ໃຫ້ເປັນໂຮງຮຽນຕົວແບບ ດ້ານວິຊາການ, ສ້າງນັກຮຽນໃຫ້ມີ ຄວາມຮູ້, ຖືເອົາພິທີໄຂສົກຮຽນໃໝ່ 2026-2027 ນີ້ ເປັນຈຸດເລີ່ມຕົ້ນ ຂອງການເດີນໜ້າຍົກລະດັບຄຸນນະ ພາບການສຶກສາພ້ອມສ້າງທັກສະ ທີ່ຈຳເປັນໃຫ້ນັກຮຽນ ຮອງຮັບອະ ນາຄົດ. ຂ່າວ: ມະນີວັນ =
RkJQdWJsaXNoZXIy MTc3MTYxMQ==