7355

02/09/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໃນວັນທີ 2 ກັນຍາ 1945, ຢູ່ສະ ໜາມຫລວງບາດິ່ງອັນເປັນປະຫວັດ ສາດ, ປະທານ ໂຮ່ຈີ່ມິງ ຜູ້ນຳທີ່ຍິ່ງ ໃຫຍ່ຂອງຊາດຫວຽດນາມ ໄດ້ອ່ານ ສູນທອນພົດປະກາດເອກະລາດ, ສະຖາປະນາປະເທດຫວຽດນາມ ປະຊາທິປະໄຕສາທາລະນະລັດ, ປັດ ຈຸບັນແມ່ນສາທາລະນະລັດ ສັງຄົມ ນິຍົມຫວຽດນາມ; ເປີດສັງກາດ ໃໝ່ຂອງຊົນຊາດຫວຽດນາມ: ສັງ ກາດທີ່ເປັນເຈົ້າຂອງປະເທດຊາດ, ອິດສະລະພາບ, ເປັນເຈົ້າຂອງຊາ ຕາກຳຂອງຕົນ; ສັງກາດຂອງເອກະ ລາດແຫ່ງຊາດ ທີ່ຕິດພັນກັບສັງຄົມ ນິຍົມ. ນັບແຕ່ຊ່ວງປະຫວັດສາດນັ້ນ, ໂດຍຖືເອົາສັດຈະທຳທີ່ວ່າ “ບໍ່ມີ ຫຍັງປະເສີດໄປກວ່າເອກະລາດ ແລະ ເສລີພາບ”, ພາຍໃຕ້ຄັນທຸງ ນຳພາຂອງພັກກອມມູນິດຫວຽດ ນາມ, ປະຊາຊົນຫວຽດນາມ ໄດ້ ຮ່ວມກັນປະຕິບັດສຳເລັດພາລະກິດ ແຫ່ງການປົດປ່ອຍຊາດ, ທ້ອນໂຮມ ປະເທດຊາດ; ຜ່ານຜ່າທຸກຄວາມ ຫຍຸ້ງຍາກຢ່າງອົງອາດກ້າແກ່ນ ເພື່ອປົກປັກຮັກສາຄວາມເປັນເອກະ ລາດ ແລະ ອິດສະລະພາບຂອງປະ ເທດຊາດ, ສ້າງສາ ແລະ ພັດທະນາ ປະເທດ, ພ້ອມກັນນັ້ນ, ກໍປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກ ສາສັນຕິພາບ ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາ ໃນພາກພື້ນ ແລະ ໃນໂລກ. ຮຽນບັນດາສະຫາຍ ແລະ ເພື່ອນ ມິດທີ່ນັບຖື ແລະ ຮັກແພງ, ພາຍຫລັງກວ່າ 40 ປີແຫ່ງການ ປະຕິບັດການປ່ຽນແປງໃໝ່ອັນຍິ່ງ ໃຫຍ່ ຊຶ່ງລິເລີ່ມ ແລະ ນຳພາໂດຍ ພັກກອມມູນິດຫວຽດນາມ, ເຖິງວ່າ ສະພາບການຂອງໂລກ ແລະ ພາກ ພື້ນສືບຕໍ່ມີການຜັນແປຢ່າງສັບສົນ, ພື້ນຖານເສດຖະກິດຫວຽດນາມ ຍັງຂະຫຍາຍຕົວຢ່າງຕໍ່ເນື່ອງໃນ ລະດັບທີ່ສູງສົມຄວນ, ດ້ວຍອັດຕາ ສ່ວນການເຕີບໂຕສະເລ່ຍປະມານ 7% ຕໍ່ປີ. ໃນປີ 1986 ເມື່ອເລີ່ມປະຕິບັດ ພາລະກິດປ່ຽນແປງໃໝ່, ຫວຽດ ນາມ ຍັງເປັນປະເທດທີ່ຂາດເຂີນ, ລາຍຮັບຕໍ່ຫົວຄົນຕໍ່າກ່ວາ 100 ໂດລາສະຫະລັດ/ປີ. ມາຮອດປິ 2025, ເສດຖະກິດຂອງຫວຽດ ນາມໄດ້ບັນລຸ 514 ຕື້ໂດລາສະຫະ ລັດ, ຢູ່ອັນດັບທີ 32 ໃນໂລກ; GDP ຕໍ່ຫົວຄົນບັນລຸ 5.000 ໂດລາສະຫະ ລັດ/ຄົນ/ປີ. ເສດຖະກິດມະຫາພາກ ມີສະຖຽນລະພາບ, ຄວບຄຸມໄດ້ອັດ ຕາເງິນເຟີ້ຢູ່ລະດັບ 3,31%, ບັນດາ ຄວາມດຸ່ນດ່ຽງທີ່ສຳຄັນໄດ້ຮັບການ ຮັບປະກັນ. ລວມຍອດມູນຄ່ານຳເຂົ້າ-ສົ່ງ ອອກບັນລຸ 930 ຕື້ໂດລາສະຫະລັດ, ເຮັດໃຫ້ຫວຽດນາມເຂົ້າໃນກຸ່ມ 20 ປະເທດທີ່ມີຂະໜາດການຄ້າໃຫຍ່ ທີ່ສຸດຢູ່ໃນໂລກ, ເກີນດຸນຫລາຍ ກວ່າ 20 ຕື້ໂດລາສະຫະລັດ. ທຶນ FDI ທີ່ໄດ້ຈົດທະບຽນບັນລຸເກືອບ 39 ຕື້ໂດລາສະຫະລັດ, ອັດຕາ ສ່ວນຄອບຄົວທຸກຍາກຫລຸດລົງຍັງ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ບົດຄຳເຫັນຂອງທ່ານທູດ...ົັູ່ ແຕ່ 1,3%. ພ້ອມກັນນັ້ນ, ປີ 2025 ຈະຖືກ ບັນທຶກໄວ້ໃນປະຫວັດສາດ ຂອງ ການປະຕິຮູບການບໍລິຫານລັດ ຫວຽດນາມ ຖືວ່າເປັນຂີດໝາຍທີ່ ສຳຄັນເປັນພິເສດ, ຍ້ອນວ່າການ ຈັດຕັ້ງປະຕິບັດການປະຕິວັດໃນ ການຈັດຕັ້ງສັບຊ້ອນ ແລະ ປັບປຸງ ກະທັດຮັດ ໂຄງສ້າງການຈັດຕັ້ງ ກົງຈັກໃນຂອບຂະໜາດໃຫຍ່ທີ່ສຸດ ນັບແຕ່ກ່ອນຈົນມາຮອດປັດຈຸບັນ ແລະ ເປັນຄັ້ງທຳອິດທີ່ດຳເນີນ ຮູບແບບການປົກຄອງທ້ອງຖິ່ນ ສອງຂັ້ນ, ສ້າງພື້ນຖານທີ່ສຳຄັນ ສຳລັບການປ່ຽນແປງໃໝ່ໃນການ ປົກຄອງບໍລິຫານປະເທດຊາດ, ການແບ່ງຂັ້ນຄຸ້ມຄອງ, ການແບ່ງ ອຳນາດ ແລະ ການພັດທະນາແບບ ຍືນຍົງໃນໄລຍະໃໝ່. ໃນຕົ້ນປີ 2026, ຫວຽດນາມ ກໍໄດ້ຈັດກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດຂອງພັກກອມມູນິດ ຫວຽດນາມ ຄັ້ງທີ XIV ດ້ວຍ ຜົນສຳເລັດຢ່າງຈົບງາມ ແລະ ໄດ້ເລືອກຕັ້ງຜູ້ແທນເຂົ້າສະພາ ແຫ່ງຊາດ ຊຸດທີ XVI. ກອງປະຊຸມ ໃຫຍ່ຄັ້ງທີXIV ໄດ້ກຳນົດແນວຄິດ, ວິໄສທັດ ແລະ ນະໂຍບາຍຊີ້ຂາດທີ່ ມີລັກສະນະຍຸດທະສາດ ເພື່ອນຳພາ ປະເທດກ້າວໄປຢ່າງເຂັ້ມແຂງແຮງ ກ້າໃນສັງກາດໃໝ່ ນັ້ນຄື: ບັນລຸ ບັນດາເປົ້າໝາຍການພັດທະນາ ແຫ່ງຊາດ ຢ່າງສຳເລັດຜົນພາຍໃນ ປີ 2030, ເພື່ອກາຍເປັນປະເທດ ກຳລັງພັດທະນາ ທີ່ມີພື້ນຖານ ອຸດສາຫະກຳທີ່ທັນສະໄໝ ແລະ ມີລາຍໄດ້ປານກາງສູງ, ເມື່ອ ສະເຫລີມສະຫລອງການສ້າງຕັ້ງ ພັກກອມມູນິດຫວຽດນາມ ຄົບຮອບ 100 ປີ (1930-2030) ແລະ ຫັນວິໄສທັດການພັດທະນາຮອດປີ 2045 ໃຫ້ປະກົດຜົນເປັນຈິງເພື່ອ ກາຍເປັນປະເທດທີ່ພັດທະນາ ແລະ ມີລາຍໄດ້ສູງຕາມທິດສັງຄົມນິຍົມ, ເພື່ອສະຫລອງວັນສະຖາປະນາ ປະເທດສາທາລະນະລັດສັງຄົມ ນິຍົມ ຫວຽດນາມ ຄົບຮອບ 100 ປີ (1945-2045). ເພື່ອຫັນ 12 ທິດທາງ, 6 ໜ້າທີ່ ຈຸດສຸມ ແລະ 3 ບາດກ້າວບຸກທະລຸ ຍຸດທະສາດໃຫ້ປະກົດຜົນເປັນຈິງ, ທົ່ວພັກ, ກອງທັບ ແລະ ປະຊາຊົນ ຫວຽດນາມໄດ້ຕັດສິນໃຈ, ບຸກບືນ ພະຍາຍາມ ແລະ ບັນລຸໄດ້ຜົນສຳ ເລັດທີ່ໂດດເດັ່ນຫລາຍຢ່າງ. ໃນຫົກ ເດືອນຕົ້ນປີ 2026, ການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມ ສະຫງົບໄດ້ຮັບການຮັກສາໄວ້ຢ່າງ ໜັກແໜ້ນ; ເສດຖະກິດມະຫາພາກ ມີສະຖຽນລະພາບໂດຍພື້ນຖານ; ຄວບຄຸມໄດ້ອັດຕາເງິນເຟີ້; ການ ພັດທະນາພື້ນຖານໂຄງລ່າງມີບາດ ກ້າວບຸກທະລຸຫລາຍຢ່າງ; ວິທະຍາ ສາດ ແລະ ເຕັກໂນໂລຊີ, ນະວັດຕະ ກໍາ ແລະ ການຫັນເປັນດີຈິຕອນສືບ ຕໍ່ມີຄວາມກ້າວໜ້າໃໝ່; ຂົງເຂດ ວັດທະນະທໍາ ແລະ ສັງຄົມສືບຕໍ່ໄດ້ ຮັບຄວາມສົນໃຈ ແລະ ໄດ້ຮັບການ ສົ່ງເສີມ; GDP ເພີ່ມຂຶ້ນ 8,18% ຊຶ່ງເປັນອັດຕາສູງສຸດເມື່ອທຽບກັບ ໄລຍະດຽວກັນນັບຕັ້ງແຕ່ປີ 2011; ລວມຍອດມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າບັນລຸ 549,69 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 27,1%. ທຶນ FDI ທີ່ລົງທະບຽນທັງໝົດ ບັນລຸຫລາຍກວ່າ 34,6 ຕື້ໂດລາ ສະຫະລັດ, ເພີ່ມຂຶ້ນ 61% ເມື່ອທຽບ ກັບໄລຍະດຽວກັນໃນປີ 2025. ດ້ານວຽກງານການຕ່າງປະ ເທດ ແລະ ການເຊື່ອມໂຍງສາກົນ, ຫວຽດນາມ ສືບຕໍ່ປະຕິບັດນະໂຍ ບາຍການຕ່າງປະເທດທີ່ເປັນເອກະ ລາດ, ເປັນເຈົ້າຕົນເອງ, ເຂັ້ມແຂງ ດ້ວຍຕົນເອງ, ສັນຕິພາບ, ມິດຕະ ພາບ, ຮ່ວມມື ແລະ ພັດທະນາ, ຫັນ ເປັນຫລາຍຝ່າຍ, ຫລາຍຮູບຫລາຍ ແບບໃນການພົວພັນຕ່າງປະເທດ; ເປັນເຈົ້າການປະກອບສ່ວນຢ່າງຕັ້ງ ໜ້າເຂົ້າໃນສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ ບົນຈິດໃຈເປັນເພື່ອນມິດ, ຄູ່ຮ່ວມມື ທີ່ໜ້າເຊື່ອໃຈ, ເປັນສະມາຊິກທີ່ຕັ້ງ ໜ້າ, ມີຄວາມຮັບຜິດຊອບສູງໃນ ປະຊາຄົມສາກົນ. ຫວຽດນາມໄດ້ເປັນເຈົ້າການ ແລະ ຕັ້ງໜ້າໃນການເຊື່ອມໂຍງ ສາກົນ, ເຂົ້າຮ່ວມໃນບັນດາກົນໄກ ການຮ່ວມມືພາກພື້ນ ແລະ ທົ່ວໂລກ ນັບມື້ນັບເລິກເຊິ່ງ. ໃນນັ້ນ, ໄດ້ ສ້າງຕັ້ງສາຍພົວພັນການທູດກັບ 194 ປະເທດໃນທົ່ວໂລກ (ລວມ ສະມາຊິກສະຫະປະຊາຊາດທັງໝົດ 193 ປະເທດ); ໄດ້ຍົກລະດັບສາຍ ພົວພັນກັບອີກ 6 ປະເທດ, ເຮັດໃຫ້ ຈຳນວນຄູ່ຮ່ວມມືຮອບດ້ານ ຫລື ສູງ ກວ່ານັ້ນເພີ່ມຂຶ້ນເປັນ 45 ປະເທດ. ໃນນັ້ນ, ມີທັງໝົດ 5 ປະເທດທີ່ ເປັນສະມາຊິກຖາວອນຂອງສະພາ ຄວາມໝັ້ນຄົງສະຫະປະຊາຊາດ. ເມື່ອບໍ່ດົນມານີ້, ຫວຽດນາມ ກໍໄດ້ເປັນເຈົ້າພາບຈັດບັນດາເຫດ ການລະດັບພາກພື້ນ ແລະ ສາກົນ ຢ່າງມີຜົນສຳເລັດ ໂດຍສະເພາະ ແມ່ນກອງປະຊຸມສຸດຍອດຄູ່ຮ່ວມມື ເພື່ອການເຕີບໂຕສີຂຽວ ແລະ ເປົ້າ ໝາຍໂລກ 2030 (P4G) ຄັ້ງທີ 4, ພິທີລົງນາມ ແລະ ກອງປະຊຸມຜູ້ ອາວຸໂສກ່ຽວກັບສົນທິສັນຍາສະຫະ ປະຊາຊາດກ່ຽວກັບການຕ້ານອາ ຊະຍາກຳທາງອິນເຕີເນັດ ແລະ ເວທີ ປາໄສອະນາຄົດອາຊຽນ ຄັ້ງທີ 3 ທີ່ ນະຄອນຫລວງຮ່າໂນ້ຍ. ພິເສດ, ດ້ວຍຄວາມໄວ້ວາງໃຈ ຈາກເພື່ອນມິດສາກົນ, ຫວຽດນາມ ສືບຕໍ່ໄດ້ຮັບເລືອກຕັ້ງເປັນສະມາຊິກ ສະພາສິດທິມະນຸດຂອງສະຫະປະ ຊາຊາດ ອີກສະໄໝໜຶ່ງໄລຍະ 2026-2028 ແລະ ໃນປີ 2027 ຫວຽດນາມ ຈະເປັນເຈົ້າພາບຈັດ ກອງປະຊຸມ ແລະ ການເຄື່ອນໄຫວ ຕ່າງໆໃນປີ APEC 2027 ເປັນ ຄັ້ງທີສາມ. ຮຽນບັນດາສະຫາຍ ແລະ ເພື່ອນ ມິດທີ່ນັບຖື ແລະ ຮັກແພງ, ເມື່ອຫວນຄືນໄລຍະທາງໃນ 8 ທົດສະວັດທີ່ຜ່ານມາ, ປະຊາຊົນ ຫວຽດນາມ ຍັງເຂົ້າໃຈຢ່າງເລິກເຊິ່ງ ວ່າບັນດາຜົນສຳເລັດໃນປັດຈຸບັນ ບໍ່ພຽງແຕ່ເປັນຜົນມາຈາກຄວາມ ຕັ້ງໝັ້ນ, ມານະຈິດ ແລະ ການເສຍ ສະລະຂອງຄົນຫວຽດນາມຫລາຍ ຮຸ່ນເທົ່ານັ້ນ, ຫວຽດນາມ ຍັງໄດ້ຮັບ ການຮ່ວມໃຈ, ສະໜັບສະໜູນ ແລະ ການຊ່ວຍເຫລືອອັນລ້ຳຄ່າຂອງ ເພື່ອນມິດສາກົນ, ພິເສດແມ່ນຄວາມ ສາມັກຄີ ແລະ ການສະໜັບສະໜູນ ອັນໃຫຍ່ຫລວງ, ບໍ່ເຫັນແກ່ຕົວ ແລະ ສຸດອົກສຸດໃຈຂອງພັກ, ລັດ, ແລະ ປະຊາຊົນລາວອ້າຍນ້ອງ. ປະຊາຊົນຫວຽດນາມ ບໍ່ມີວັນ ລືມການຊ່ວຍເຫລືອຂອງປະຊາຊົນ ລາວ ຕໍ່ພະນັກງານ ແລະ ນັກຮົບ ຫວຽດນາມໃນເວລາສົງຄາມ ກໍຄື ປະຊາຊົນລາວຍັງຈື່ຈຳບັນດາລູກ ຫລານຫວຽດນາມ ທີ່ໄດ້ຕໍ່ສູ້ ແລະ ເສຍສະລະຊີວິດຢູ່ໃນດິນແດນລາວ ເພື່ອເອກະລາດ ແລະ ອິດສະລະ ພາບຂອງທັງສອງຊາດ. ນີ້ແມ່ນ ການຮ່ວມທຸກຮ່ວມສຸກລະຫວ່າງຜູ້ ທີ່ເປັນສະຫາຍ, ອ້າຍນ້ອງ; ແມ່ນ ຄວາມຮັກແພງທີ່ໄດ້ທົດສອບດ້ວຍ ຄວາມຫຍຸ້ງຍາກ ແລະ ເພີ່ມພູນຄູນ ສ້າງດ້ວຍເຫື່ອແຮງ ແລະ ເລືອດ ເນື້ອຂອງຄົນຫວຽດນ-ລາວ ຫລາຍ ຮຸ່ນ. ດັ່ງນັ້ນ, ທຸກໆຜົນສຳເລັດຂອງ ຫວຽດນາມໃນປັດຈຸບັນລ້ວນແຕ່ ມີການປະກອບສ່ວນອັນລ້ຳຄ່າ ຈາກປະຊາຊົນລາວ ແລະ ທຸກໆ ບາດກ້າວໃນການພັດທະນາຂອງ ລາວກໍເປັນຄວາມມ່ວນຊື່ນດີໃຈ ຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ. ເນື່ອງໃນໂອກາດອັນສະຫງ່າ ລາສີນີ້, ຕາງໜ້າພັກ, ລັດ ແລະ ປະຊາຊົນຫວຽດນາມ, ຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນຢ່າງ ເລິກເຊິ່ງມາຍັງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າອ້າຍ ນ້ອງຕໍ່ກັບຄວາມສາມັກຄີ, ການ ສະໜັບສະໜູນ ແລະ ຊ່ວຍເຫລືອ ຫວຽດນາມ ຕະຫລອດໄລຍະການ ຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ໃນພາ ລະກິດສ້າງສາ ແລະ ພັດທະນາປະ ເທດຊາດໃນປັດຈຸບັນ. ຂ້າພະເຈົ້າຂໍສະແດງຄວາມ ຂອບໃຈຢ່າງຈິງໃຈມາຍັງຄະນະ ພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາທ້ອງຖິ່ນຂອງລາວ ທີ່ໄດ້ເອົາໃຈໃສ່, ສ້າງເງື່ອນໄຂອັນ ສະດວກໃຫ້ແກ່ວົງຄະນະຍາດຊາວ ຫວຽດນາມ ທີ່ດຳລົງຊີວິດ, ຮໍ່າ ຮຽນ ແລະ ທໍາມາຫາກິນຢູ່ລາວ; ເພື່ອໃຫ້ເຂົາເຈົ້າສາມາດປະກອບ ສ່ວນເຂົ້າໃນການສ້າງສາພັດທະນາ ປະເທດຊາດຂອງລາວ ແລະ ກາຍ ເປັນຂົວຕໍ່ມິດຕະພາບຢ່າງແໜ້ນ ແຟ້ນລະຫວ່າງສອງຊາດ. ຮຽນບັນດາສະຫາຍ ແລະ ເພື່ອນ ມິດທີ່ຮັກແພງ, ສາຍພົວພັນຫວຽດນາມ-ລາວ ແມ່ນສາຍພົວພັນທີ່ພິເສດ ຊຶ່ງໄດ້ ຮັບການກໍ່ຕັ້ງໂດຍກົງຂອງປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ແລະ ໄດ້ຮັບການເພີ່ມພູນຄູນສ້າງໂດຍຜູ້ ນຳ ແລະ ປະຊາຊົນສອງປະເທດ ຫລາຍຮຸ່ນຕໍ່ໆໄປ. ສາຍພົວພັນນັ້ນ ໄດ້ຮັບການຫລໍ່ຫລອມຜ່ານການ ທົດສອບຂອງປະຫວັດສາດ ແລະ ໄດ້ກາຍເປັນເປັນຊັບສົມບັດລວມ ອັນລ້ຳຄ່າຂອງສອງຊາດ ແລະ ເປັນແຫລ່ງກໍາລັງອັນໃຫຍ່ຫລວງ ໃນພາລະກິດສ້າງສາ ແລະ ປົກ ປັກຮັກສາປະເທດຊາດຂອງແຕ່ລະ ປະເທດ. ໃນປັດຈຸບັນ, ຄວາມຕ້ອງການ ຕັ້ງຂຶ້ນແມ່ນຕ້ອງສືບຕໍ່ຄຽງບ່າ ຄຽງໄຫລ່ ເພື່ອຮ່ວມກັນພັດທະນາ, ຮ່ວມກັນສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ ແລະ ຮ່ວມກັນຍົກສູງຖາ ນະບົດບາດຂອງແຕ່ລະປະເທດໃນ ສະພາບການຂອງໂລກທີ່ກຳລັງ ມີການປ່ຽນແປງຢ່າງໄວວາ. ທ້າຍ ປີ 2025, ຫວຽດນາມ ແລະ ລາວ ໄດ້ເປັນເອກະພາບຕົກລົງເພີ່ມເນື້ອ ໃນ “ຫຸ້ນສ່ວນຍຸດທະສາດ” ຊຶ່ງ ເຮັດໃຫ້ຂອບຂອງສາຍພົວພັນກາຍ ເປັນສາຍພົວພັນ “ມິດຕະພາບອັນ ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນ ຍຸດທະສາດ”. “ຫຸ້ນສ່ວນຍຸດທະສາດ” ນະທີ່ ນີ້ບໍ່ພຽງແຕ່ເປັນການເພີ່ມປ່ຽນຊື່ ເທົ່ານັ້ນ, ແຕ່ຍັງເປັນການພັດທະນາ ໃໝ່ໃນຄຸນນະພາບຂອງສາຍພົວພັນ ລະຫວ່າງສອງປະເທດ, ນັ້ນແມ່ນ ການເປັນຫຸ້ນສ່ວນດ້ານວິໄສທັດ ແລະ ຜົນປະໂຫຍດການພັດທະນາ ຍາວນານ; ຫຸ້ນສ່ວນລະຫວ່າງ ສະຖຽນລະພາບ, ຄວາມໝັ້ນ ຄົງ, ການພັດທະນາຂອງແຕ່ລະ ປະເທດ; ຫຸ້ນສ່ວນລະຫວ່າງສອງ ພື້ນຖານເສດຖະກິດ ແລະ ພື້ນທີ່ ການພັດທະນາ; ສິ່ງທີ່ສຳຄັນທີ່ສຸດ ແມ່ນຫຸ້ນສ່ວນອະນາຄົດຂອງສອງ ຊາດບົນພື້ນຖານຂອງຄວາມເປັນ ເອກະລາດ, ເປັນເຈົ້າຕົນເອງ ແລະ ມີຜົນປະໂຫຍດຮ່ວມກັນ. ບ່ອນອີງພື້ນຖານຂອງການ ພົວພັນດ້ານການເມືອງສືບຕໍ່ໄດ້ຮັບ ການປັບປຸງຢ່າງໜັກແໜ້ນ, ສະ ໜິດສະໜົມ, ຄວາມໄວ້ເນື້ອເຊື່ອໃຈ, ເປັນແກນກາງຫລັກແຫລ່ງກຳນົດ ທິດສັງລວມໃຫ້ແກ່ສາຍພົວພັນ ລະຫວ່າງສອງປະເທດ, ປະສານ ສົມທົບຢ່າງໜັກແໜ້ນໃນບັນດາ ວຽກງານກ່ຽວກັບຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະ ປະເທດ. ເສົາຄໍ້າການຮ່ວມມືດ້ານ ການປ້ອງກັນຊາດ, ປ້ອງກັນຄວາມ ສະຫງົບນັບມື້ສະໜິດແໜ້ນ, ເລິກ ເຊິ່ງ ແລະ ເປີດກວ້າງຮອບດ້ານ; ປະສານສົມທົບຢ່າງໜັກແໜ້ນ, ມີ ປະສິດທິຜົນໃນເວທີພາກພື້ນ ແລະ ສາກົນ, ປະກອບສ່ວນທີ່ສຳຄັນເຂົ້າ ໃນການຮັກສາສະຖຽນລະພາບ ທາງດ້ານການເມືອງ, ຄວາມເປັນ ລະບຽບຮຽບຮ້ອຍສັງຄົມໃນແຕ່ລະ ປະເທດ; ຍົກສູງຖານະບົດບາດ ແລະ ກຽດສັກສີຂອງຫວຽດນາມ ແລະ ລາວໃນເວທີພາກພື້ນ ແລະ ສາກົນ. ການຮ່ວມມືດ້ານລົງທຶນ, ການ ຄ້າໄດ້ຮັບການເອົາໃຈໃສ່ຊຸກຍູ້ຈາກ ທັງສອງຝ່າຍ, ມີຫລາຍການຫັນ ປ່ຽນຢ່າງແຂງແຮງ, ຫັນໄປສູ່ປະ ສິດທິພາບ ແລະ ແທດຕົວຈິງ. ຫວຽດນາມສືບຕໍ່ເປັນໜຶ່ງໃນບັນດາ ນັກລົງທຶນ, ຄູ່ຮ່ວມມືດ້ານການ ຄ້າທີ່ໃຫຍ່ທີ່ສຸດຢູ່ລາວ, ລວມທຶນ ຈົດທະບຽນທັງໝົດຫລາຍກວ່າ 7 ຕື້ໂດລາສະຫະລັດ. ໃນ 7 ເດືອນຕົ້ນ ຂອງປີ 2026, ບັນດາວິສາຫະກິດ ຫວຽດນາມໄດ້ດຳເນີນໂຄງການ ລົງທຶນໃໝ່ 18 ໂຄງການຕື່ມອີກ ໃນຕະຫລາດລາວ, ທຶນຈົດທະບຽນ ທັງໝົດຫລາຍກວ່າ 300 ລ້ານ ໂດລາສະຫະລັດ (ເພີ່ມຂຶ້ນ 2,2 ເທົ່າທຽບກັບໄລຍະດຽວກັນຂອງປີ 2025); ຍອດມູນຄ່າການຄ້າສອງ ຝ່າຍບັນລຸປະມານ 1,47 ຕື້ໂດລາ ສະຫະລັດ ແລະ ສືບຕໍ່ຮັກສາລະດັບ ການເຕີບໂຕຢ່າງຕັ້ງໜ້າ. ໃນນັ້ນ, ຫວຽດນາມຂາດດຸນການຄ້າຫລາຍ ກວ່າ 635 ລ້ານໂດລາສະຫະລັດ ຈາກການນໍາເຂົ້າສິນຄ້າຂອງລາວ. ສອງປະເທດກຳລັງຢືນຢູ່ຕໍ່ໜ້າ ກາລະໂອກາດໃຫຍ່ຫລວງ ເພື່ອ ສ້າງບາດກ້າວຫັນປ່ຽນທີ່ແຂງແຮງ ໃນການເຊື່ອມຈອດສອງພື້ນຖານ ເສດຖະກິດ ໂດຍສະເພາະແມ່ນຜ່ານ ບັນດາໂຄງການຍຸດທະສາດເຊັ່ນ: ທ່າເຮືອສາກົນຫວຸງອ່າງ, ທາງລົດ ໄຟວຽງຈັນ-ຫວຸງອ່າງ, ທາງດ່ວນ ຮ່າໂນ້ຍ-ວຽງຈັນ, ການເຊື່ອມຕໍ່ລະ ບົບພະລັງງານ ແລະ ບັນດາແລວ ເສດຖະກິດຕາເວັນອອກ-ຕາເວັນ ຕົກ. ເປົ້າໝາຍໃນໄລຍະຍາວນານ ແມ່ນເຊື່ອມຕໍ່ພື້ນຖານເສດຖະກິດ ສອງປະເທດ, ຂະຫຍາຍພື້ນທີ່ການ ພັດທະນາຂອງທັງສອງປະເທດ; ຊ່ວຍລາວເສີມຂະຫຍາຍທ່າແຮງ ທາງພູມີສາດເສດຖະກິດໃຫ້ດີຂຶ້ນ; ເພີ່ມທະວີຄວາມສາມາດໃນການ ເຊື່ອມຕໍ່ກັບທະເລ ແລະ ບັນດາ ສູນກາງເສດຖະກິດຂອງພາກພື້ນ; ພ້ອມກັນນັ້ນ, ສ້າງລະບົບຕ່ອງໂສ້ ການຜະລິດ, ການຄ້າ ແລະ ໂລ ຈິສຕິກ(logistics) ໃໝ່ທີ່ຫວຽດ ນາມ ແລະ ລາວ ຈະໄດ້ຮັບຜົນ ປະໂຫຍດ. ການຮ່ວມມືໃນດ້ານການສຶກ ສາ-ກໍ່ສ້າງ, ພັດທະນາຊັບພະຍາ ກອນມະນຸດ ແລະ ວັດທະນະທຳ ສືບຕໍ່ໄດ້ຮັບການເອົາໃຈໃສ່, ມີ ຄວາມໝາຍໃນໄລຍະຍາວ. ນັກ ສຶກສາ, ນັກຮຽນລາວຫລາຍພັນ ຄົນ ແລະ ພະນັກງານລາວຫລາຍ ຮຸ່ນຄົນທີ່ໄດ້ຮັບການສຶກສາ, ຄົ້ນ ຄວ້າຢູ່ຫວຽດນາມ ກຳລັງປະກອບ ສ່ວນອັນສຳຄັນເຂົ້າໃນການກໍ່ສ້າງ ແລະ ພັດທະນາປະເທດລາວ. ໃນ ເວລາດຽວກັນ, ຄົນຫວຽດນາມ ທີ່ ມາສຶກສາຄົ້ນຄວ້າ, ຮໍ່າຮຽນ, ເຮັດ ວຽກຢູ່ໃນລາວ ນັບມື້ນັບຫລາຍ ຂຶ້ນ. ບຸກຄົນເຫລົ່ານີ້ຈະສືບຕໍ່ມູນເຊື້ອ ປະຫວັດສາດ, ນຳເອົາສາຍພົວພັນ ໄມຕີຈິດອັນພິເສດລະຫວ່າງສອງ ຊາດເຂົ້າສູ່ຊີວິດປະຈຳວັນຂອງຄົນ ຮຸ່ນຫລັງ. ຄຽງຄູ່ກັນນັ້ນ, ບັນດາທ້ອງຖິ່ນ ຂອງສອງປະເທດ ແລະ ບັນດາ ສະມາຄົມມິດຕະພາບຫວຽດນາມລາວ, ລາວ-ຫວຽດນາມ ແຕ່ສູນ ກາງຮອດທ້ອງຖິ່ນ ກໍຈັດຕັ້ງການ ເຄື່ອນໄຫວແລກປ່ຽນວັດທະນະທຳ ແລະ ກິລາທີ່ມີຊີວິດຊີວາເປັນປະຈຳ, ກາຍເປັນຂົວຕໍ່ເພື່ອເຊື່ອມຈອດປະ ຊາຊົນຂອງສອງປະເທດ. ບັນດາສະຫາຍ ແລະ ເພື່ອນມິດ ທີ່ຮັກແພງ, ເຖິງວ່າສະພາບການຂອງໂລກ ກຳລັງເຂົ້າສູ່ໄລຍະແຫ່ງການຜັນ ແປຢ່າງເລິກເຊິ່ງ, ແຕ່ຄຸນຄ່າ ແລະ ຄວາມສຳຄັນຂອງສາຍພົວພັນ ຫວຽດນາມ-ລາວ ບໍ່ເຄີຍຫລຸດລົງ; ຫາກຍັງນັບມື້ນັບສຳຄັນກວ່າເກົ່າ. ອີກເທື່ອໜຶ່ງ, ພັກ, ລັດ ແລະ ປະຊາຊົນຫວຽດນາມ ຂໍຢືນຢັນ ວ່າຈະສະຫງວນບຸລິມະສິດສູງສຸດ ໃຫ້ແກ່ສາຍພົວພັນ, ການຮ່ວມມື ຫວຽດນາມ-ລາວ. ສະຖຽນລະ ພາບ, ການພັດທະນາ ແລະ ຜົນສຳ ເລັດຂອງລາວ ລ້ວນແຕ່ມີຄວາມ ໝາຍຍຸດທະສາດຕໍ່ຫວຽດນາມ ກໍຄື ປະເທດຫວຽດນາມ ທີ່ມີສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ ຈະເປັນເງື່ອນໄຂທີ່ສ້າງຄວາມສະ ດວກໃຫ້ແກ່ພາລະກິດສ້າງສ້າ ແລະ ພັດທະນາຂອງລາວ. ເຖິງວ່າສະພາບການພາກພື້ນ ແລະ ໂລກກຳລັງຜັນແປຢ່າງສັບ ສົນ, ບໍ່ສາມາດຄາດຄະເນໄດ້, ໃນ ສະພາບການໃດກໍຕາມ, ພວກຂ້າ ພະເຈົ້າເຊື່ອໝັ້ນວ່າສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດຈະ ສືບຕໍ່ຄຽງບ່າຄຽງໄຫລ່, ຈິງໃຈ ແບ່ງປັນບົດຮຽນ-ປະສົບການ; ຊ່ວຍເຫລືອເຊິ່ງກັນ ແລະ ກັນຢ່າງ ເຕັມທີ່; ຮ່ວມກັນແກ້ໄຂອຸປະສັກອຸດ ຕັນໃນການຮ່ວມມື; ຫັນປ່ຽນຄວາມ ໄວ້ເນື້ອເຊື່ອໃຈພິເສດທາງການ ເມືອງມາເປັນບັນດາຜົນສຳເລັດ ການພັດທະນາເປັນຮູບປະທຳ, ເຮັດໃຫ້ສາຍພົວພັນຫວຽດນາມລາວ ບໍ່ພຽງແຕ່ມີຄວາມພິເສດ ຍ້ອນປະຫວັດສາດເທົ່ານັ້ນ, ແຕ່ຍັງ ມີຄວາມພິເສດຍ້ອນປະສິດທິພາບ ໃນການຮ່ວມມື ແລະ ຜົນປະໂຫຍດ ແທດຈິງທີ່ສາຍພົວພັນນີ້ນຳມາສູ່ ປະຊາຊົນສອງປະເທດໃນປັດຈຸບັນ ກໍຄື ອະນາຄົດ. ນັ້ນກໍເປັນວິທີທີ່ດີທີ່ສຸດ ເພື່ອ ໃຫ້ຄົນຮຸ່ນປັດຈຸບັນປົກປັກຮັກສາ ແລະ ສົ່ງຕໍ່ຊັບສິນອັນລ້ຳຄ່າທີ່ບັນ ພະບຸລຸດຂອງສອງຊາດ ໄດ້ສ້າງ ຂຶ້ນດ້ວຍຄວາມພະຍາຍາມຢ່າງ ຫລວງຫລາຍໃຫ້ແກ່ຄົນຮຸ່ນຫລັງ. ຂ້າພະເຈົ້າເຊື່ອໝັ້ນວ່າຄວາມສາ ມັກຄີພິເສດ ຫວຽດນາມ-ລາວ ຈະ “ເລິກເຊິ່ງກວ່າແມ່ນໍ້າຮົ່ງຮ່າ, ແມ່ນໍ້າຂອງ” ແລະ “ໝັ້ນຄົງຍືນ ຍົງຍິ່ງກວ່າພູເຂົາ, ຍິ່ງກວ່າແມ່ນໍ້າ ໄປຊົ່ວກາລະນານ” ແລະ “ຫອມ ຫວນກວ່າດອກໄມ້ຊະນິດໃດທີ່ຫອມ ຫວນທີ່ສຸດ,” ດັ່ງທີ່ບັນດາຜູ້ນຳຂອງ ສອງປະເທດພວກເຮົາປາຖະໜາມາ ຕະຫລອດ. ເນື່ອງໃນໂອກາດອັນສະຫງ່າ ລາສີນີ້, ຂ້າພະເຈົ້າຂໍອວຍພອນມາ ຍັງພັກ, ລັດ ແລະ ປະຊາຊົນລາວ ອ້າຍນ້ອງຈົ່ງສືບຕໍ່ປະສົບຜົນສຳ ເລັດໃໝ່ອັນໃຫຍ່ຫລວງກວ່າເກົ່າ; ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ແຜນພັດທະນາເສດຖະກິດສັງຄົມ 5 ປີຄັ້ງທີ X ຢ່າງມີໄຊ. ຂໍອວຍພອນໃຫ້ປະເທດລາວ ຈົ່ງນັບມື້ໄດ້ຮັບການພັດທະນາຮັ່ງ ມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ; ປະຊາຊົນລາວອ້າຍນ້ອງມີຊີວິດ ການເປັນຢູ່ທີ່ນັບມື້ອີ່ມໜຳສຳລານ ແລະ ມີຄວາມສຸກຕະຫລອດໄປ; ຖານະບົດບາດ ແລະ ອິດທິພົນຂອງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວນັບມື້ໄດ້ການຍົກສູງຂຶ້ນ ໃນພາກພື້ນ ແລະ ໂລກ. ຂໍອວຍພອນໃຫ້ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ, ການຮ່ວມມືຮອບ ດ້ານ, ຫຸ້ນສ່ວນຍຸດທະສາດຫວຽດ ນາມ-ລາວ ຈະໝັ້ນຄົງຂະໜົງແກ່ນ ໄປຊົ່ວກະລະນານ. ຂໍຂອບໃຈບັນດາສະຫາຍ ແລະ ເພື່ອນມິດທີ່ຮັກແພງ!

RkJQdWJsaXNoZXIy MTc3MTYxMQ==