7353

xtgmf]k; 7 31/08/2026 gsfdko{dkora fa mtok /b dvq [Iq ,dkocxI6 [|= j w,h me,t-kf .sh xt-k-q o[h ko]t,v' ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ຫ້ອງ​ການກະ ສິກຳແລະສິ່ງແວດລ້ອມເມືອງພູວົງ, ແຂວງອັດຕະປື​ ໄດ້ຈັດຝຶກອົບຮົມ ການແປຮູບໜໍ່ໄມ້ທຳມະ​ຊາດ ໃຫ້ ແກ່ປະຊາຊົນບ້ານລະມອງ ໃນວັນທີ 28 ສິງຫາ 2026 ໂດຍມີ​ ທ່ານ ຈຳ ປາສັກ ບຸນນະວົງ ຮອງຫົວໜ້າຫ້ອງ ການກະສິ​ກຳ ແລະ ສິ່ງແວດ​ລ້ອມ ເມືອງພູວົງ,​ທ່ານ ວັນປະເສີດ ສີຊາ​ ນົນ ຄະນ​ ະປະຈຳພັກເມືອງ ປະທານ ກວດກາພັກ-ລັດ​ເມືອງ,​ ພ້ອມດ້ວຍ ປະຊາຊົນ​ພາຍໃນບ້ານເຂົ້າຮ່ວມ. ການຝຶກອົບຮົມຄັ້ງນີ້ ໄດ້ເນັ້ນ rtoa d'ko76 mq j ;g,n v'\n j o g-n j v,-b ,dkog,n v'{co;7y f ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ຫ້ອງການສຶກ ສາທິການ ແລະ ກິລາເມືອງໝື່ນ ແຂວງວຽງຈັນ ເຊື່ອມຊຶມການ ເມືອງ-ແນວຄິດໃຫ້ພະນັກງານຄູ ທົ່ວເມືອງໝື່ນ ປະຈໍາສົກປີ 20262027 ໃນວັນທີ 28 ສິງຫາ 2026 ໂດຍການເປັນປະທານໂດຍ ທ່ານ ຈີ້ທ່າວ ຊົ້ງເຢີ ກຳມະການພັກ ເມືອງ ຮອງປະທານຄະນະກໍາມະ ການປົກຄອງເມືອງໝື່ນ, ທ່ານ ໂຊຢຸດ ດາວວິຈິດ ກຳມະການພັກ ເ ມືອງ ຫົວໜ້າຫ້ອງການສຶກ ສາທິການ ແລະ ກິລາເມືອງ ພ້ອມ ດ້ວຍພະນັກງານຫ້ອງການສຶກສາ, ພະນັກງານຄູ ໃນທົ່ວເມືອງເຂົ້າ ຮ່ວມ. ທ່ານ ໂຊຢຸດ ດາວວິຈິດ ໄດ້ກ່າວ ວ່າ: ການຈັດກອງປະຊຸມຄັ້ງນີ້ ເພື່ອເພີ່ມທະວີການສ້າງຄຸນທາດ ການເມືອງໃຫ້ພະນັກງານ-ລັດຖະ ກອນ, ຄູ-ອາຈານ, ນັກຮຽນ ແລະ ນັກສຶກສາ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ, ຍົກສູງປະສິດທິ ພາບວຽກງານຄຸ້ມຄອງບໍລິຫານ, ພັດທະນາບຸກຄະລາກອນ, ຜັນ ຂະຫຍາຍ 3 ຂໍ້ແຂ່ງຂັນຂອງຂະ ແໜງການຄຽງຄູ່ກັບການສ້າງ ຂະບວນການຮັກຊາດພັດທະນາ, ຂະຫຍາຍການສຶກສາກ່ອນໄວ ຮຽນ, ທັງເປັນການຜັນຂະຫຍາຍ ເນື້ອໃນມະຕິກອງປະຊຸມຜູ້ບໍລິຫານ ການສຶກສາກິລາ ທົ່ວແຂວງ ວຽງຈັນໃຫ້ຄູ-ອາຈານໄດ້ຮັບຮູ້, ເຂົ້າໃຈ ແລະ ກໍາແໜ້ນແນວທາງ ນະໂຍບາຍ, ແຜນງານທິດທາງ ວຽກງານການສຶກສາໃນສົກຮຽນ ໃໝ່, ຍົກສູງສະຕິການເມືອງ, ຈັນຍາບັນ, ຄວາມຮັບຜິດຊອບ ຂອງຄູ-ອາຈານຕໍ່ພາລະກິດການ ສຶກສາ, ສ້າງຄວາມຮູ້, ສ້າງຄຸນ ນະທຳ-ຈັນຍາບັນ, ລະບຽບວິໄນ, ມີຈິດໃຈຮັກອາຊີບ ເປັນແບບຢ່າງ ທີ່ດີໃຫ້ແກ່ນັກຮຽນ, ພ້ອມນີ້ຍັງ ເນັ້ນໃຫ້ຄູອາຈານເອົາໃຈໃສ່ຍົກສູງ ຄຸນນະພາບການສອນ-ການຮຽນ, ພັດທະນາຕົນເອງນຳໃຊ້ການສິດ ສອນໃຫ້ເໝາະສົມ. ເອກະສານທີ່ນຳມາເຊື່ອມຊຶມຄັ້ງ ນີ້, ປະກອບມີ: ຄໍາສັ່ງວ່າດ້ວຍ ການ ສະກັດກັ້ນ ແລະ ແກ້ໄຂປະກົດການ ຫຍໍ້ທໍ້ໃນຂະແໜງການສຶກສາທິການ ແລະ ກິລາ, ກົດລະບຽບການຄຸ້ມ ຄອງຄູ ແລະ ນັກຮຽນສາມັນສຶກສາ, ດໍາລັດວ່າດ້ວຍຕໍາແໜ່ງວິຊາການ ຄູໃນລະດັບຕໍ່າກວ່າການສຶກສາ ຊັ້ນສູງ ແລະ ແຈ້ງແຜນການຂອງ ໜ່ວຍງານໃນການລົງປະເມີນຄູ, ແຈ້ງການກ່ຽວກັບການສິດສອນ ວິຊາສະເພາະ, ວິຊາສິລະປະໃຫ້ຜູ້ ບໍລິຫານໂຮງຮຽນ ແລະ ຄູສອນ, ຄຸ້ມຄອງ ແລະ ນຳໃຊ້ເງິນຮວງບໍລິ s];'oEmk c9h 'g8n voxt-k-q ovq [rtpq [ vvd9kdrN omu j lj P'9kdwroE4h ;, ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ພະແນກ ແຮງງານ ແລະ ສະຫວັດດີການ ສັງຄົມແຂວງ ໃນນາມຮອງປະທານ ຄະນະກຳມະການຄຸ້ມ ຄອງໄພພິບັດ ຂັ້ນແຂວງຫລວງນ້ຳທາ ໄດ້ອອກ ແຈ້ງການ ໃຫ້ບັນດາບ້ານ, ພໍ່ແມ່ ປະຊາຊົນ ທີ່ຢູ່ລຽບແຄມນໍ້າທາ ແລະ ນໍ້າສາຂາ ອົບພະຍົບອອກຈາກ ພື້ນທີ່ສ່ຽງຈາກໄພນໍ້າຖ້ວມ. ເນື່ອງຈາກປັດຈຸບັນ, ສະພາບ ລະດັບນໍ້າທາ, ບັນດານໍ້າສາຂາ ແລະ ສະພາບຝົນຕົກ ເຮັດໃຫ້ລະດັບ ນໍ້າມີທ່າອ່ຽງ ເພີ່ມຂຶ້ນ. ດັ່ງນັ້ນ, ພະແນກແຮງງານ ແລະ ສະຫວັດດີ ການສັງຄົມແຂວງ ຈຶ່ງແຈ້ງໃຫ້ພໍ່ແມ່ ປະຊາຊົນທີ່ອາໄສຢູ່ລຽບແຄມນໍ້າ ທາ ແລະ ບັນດານໍ້າສາຂາ ໃຫ້ການ ຢູ່ໃນທ້ອງຖິ່ນມາແປຮູບໃຫ້ເກີດມູນ ຄ່າເພີ່ມ, ສາມາດເກັບໄວ້ບໍລິໂພກໄດ້ ຕະຫລອດປີ ແລະ ກ້າວສູ່ການນຳ ໄປຈຳໜ່​ າຍ​ ເພື່ອສ້າງລາຍຮັບເສີມ ໃຫ້ແກ່ຄອບຄົວ, ພ້ອມທັງສົ່ງເສີມ ໃຫ້ປະຊາຊົນນຳໃຊ້ວັດຖຸດິບທີ່ມີຢູ່ ຕາມທຳມະຊາດຢ່າງຮູ້ຄຸນຄ່​ າ ແລະ ເກີດປະ​ໂຫຍດສູງສຸດ. ທ່ານ ວັນປະເສີດ ສີຊານົນ ໄດ້ ຊີ້ນຳໃຫ້ປະ​ຊາຊົນ​ ບ້ານລະມອງ​ ຈົ່ງພ້ອມກັນສືບຕໍ່ນຳໃຊ້ທ່າແຮງ ດ້ານວັດຖຸດິບທີ່ມີຢູ່​ໃນທ້ອງ​ຖິ່ນ​ ໂດຍສະເພາະ ໜໍ່ໄມ້ທີ່ມີຕາມທໍາມະ ຊາດ ນໍາມາແປຮູບໃຫ້ກາຍເປັນ​ ຜະລິດຕະພັນ​ ເພື່ອສ້າງປະ​ໂຫຍດ, ພ້ອມ ໃຫ້ຮັກສາຄຸນນະ ​ພ າບ , ຄວາມສະອາດ ແລະ ຄວາມປອດໄພ ຂອງອາຫານ ທັງນີ້ກໍເພື່ອສົ່ງເສີມ ການແປຮູບຜະລິດ​ຕະພັນຈາກ ທ້ອງຖິ່ນ ໃຫ້ສາມາດສ້າງມູນຄ່າ ເພີ່ມ, ສ້າງລາຍຮັບ ແລະ ຍົກສູງ ຊີວິດການເປັນຢູ່ໃຫ້ດີຂຶ້ນ. ຂ່າວ: ສາຍລຸ້ງ ຈັນທະວົງ ຫານສະຖານການສຶກສາ, ກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ, ຂໍ້ຕົກລົງວ່າດ້ວຍ ກອງທຶນສະຫວັດ ດີການຄູແຫ່ງຊາດ, ຜ່ານຂໍ້ຕົກລົງ ຍົກຍ້າຍ, ຊັບຊ້ອນຄູອາຈານ ພາຍໃນເມືອງສົກປີ 2026-2027 ແລະ ຜ່ານເອກະສານໜັງສືນຳ ສົ່ງພະນັກງານຄູທົດແທນ (ຄູໃໝ່ 95%). ໂອກາດດຽດກັນນີ້, ທ່ານ ຈີ້ທ່າວ ຊົ້ງເຢີ ໄດ້ເນັ້ນໜັກໃຫ້ຄູ-ອາຈານ ໃນທົ່ວເມືອງ ເອົາໃຈໃສ່ສຶກສາອົບ ຮົມການເມືອງ-ແນວຄິດເປັນກົກ ພ້ອມທັງກໍາສະພາບແນວຄິດຂອງ ພະນັກງານ-ສະມາຊິກພັກທີ່ຂຶ້ນກັບ ການຄຸ້ມຄອງຂອງຕົນ ໃຫ້ໄດ້ຢ່າງ ເລິກເຊິ່ງ ຖ້າເຫັນວ່າມີພຶດຕິກຳ ທີ່ບໍ່ເໝາະສົມ ແມ່ນໃຫ້ຮີບຮ້ອນ ແກ້ໄຂໃຫ້ທັນການ, ເອົາໃຈໃສ່ລົງ ຝຶກອົບຮົມພັດທະນາວິຊາຊີບຄູ ແບບຕໍ່ເນື່ອງ ໂດຍເນັ້ນໃສ່ການນໍາ ໃຊ້ຫລັກສູດໃໝ່, ທັກສະການສິດ ສອນ ແລະ ການປະເມີນນັກຮຽນ ໂດຍຫັນປ່ຽນວິທີການຮຽນ-ການ ສອນ ໃຫ້ສອດຄ່ອງກັບຍຸກສະໄໝ, ລົງຕິດຕາມຊຸກຍູ້ຢ່າງໃກ້ຊິດໃຫ້ ແຕ່ລະໂຮງຮຽນເປີດການສອນ ບຳລຸງ ໃຫ້ແກ່ນັກຮຽນທີ່ມີຜົນການ ຮຽນຕໍ່າ, ສົມທົບກັບການຈັດຕັ້ງ ບ້ານ, ສະມາຄົມພໍ່ແມ່ຜູ້ປົກຄອງ ນັກຮຽນໃນການລົງຊຸກຍູ້, ປຸກ ລະດົມ, ສ້າງຈິດສໍານຶກ ດຶງດູດ ເອົາລູກຫລານເຂົ້າຮຽນໃຫ້ຫລາຍ ຂຶ້ນ ແລະ ຫລຸດຜ່ອນອັດຕາການ ປະລະການຮຽນໃຫ້ຢູ່ໃນລະດັບ ຕໍ່າ ພ້ອມທັງຫັນເອົາມາດຕະການ ຕ່າງໆ ມາກຳນົດເປັນແຜນວຽກລະ ອຽດ ໂດຍປະສານສົມທົບກັບອົງ ການປົກຄອງບ້ານເພື່ອຕິດຕາມ, ຊຸກຍູ້ ແລະ ຊ່ວຍເຫລືອ ຄູ-ອາຈານ ປະຕິບັດໜ້າທີ່ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບໃຫ້ດີຂຶ້ນກວ່າເກົ່າ. ຂ່າວ-ພາບ: ວັນນາ dkooec0;'v5 fq ,w- ]q '8y f8k,ltrk[oE4h ;,16 j gmlt[koc0;' ຂປລ. ຈາກສະພາບຝົນຕົກໜັກ ໃນຄ່ຳຄືນຂອງວັນທີ 29 ສິງຫາ 2026 ແລະ ສືບຕໍ່ຕົກມາຮອດ ປັດຈຸບັນ ໄດ້ເຮັດໃຫ້ເກີດມີນ້ຳຖ້ວມ, ນ້ຳຊຸ, ນ້ຳນອງໃນບັນດາຫ້ວຍຮ່ອງ ແລະ ເຮັດໃຫ້ລະດັບນ້ຳໃນນ້ຳສາຍ ຕ່າງໆເຊັ່ນ: ນ້ຳກໍ ໃນເທສະບານ ແຂວງອຸດົມໄຊ, ນ້ຳແຊ ຢູ່ເມືອງ ນາໝໍ້, ນ້ຳພາກ ຢູ່ເມືອງຫລາ ແຂວງອຸດົມໄຊ ເພີ່ມຂຶ້ນຢ່າງໄວ ວາ ແລະ ລົ້ນຖ້ວມເນື້ອທີ່ທຳການ ຜະລິດ, ເຮືອນຊານຂອງປະຊາຊົນ. ໃນຕອນເຊົ້າວັນທີ 30 ສິງຫາ 2026 ນີ້, ທ່ານ ວົງສະຫວັນ ໄຊຍະ ວົງ ຮອງເລຂາພັກແຂວງ, ປະທານ ຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ລະດັບນ້ຳຢູ່ຈຸດຕ່າງໆຂອງເທສະ ບານແຂວງອຸດົມໄຊ ເຊັ່ນ: ຈຸດບ້ານ ນາເລົາ, ຈຸດບ້ານໜອງແມງດາ, ຈຸດໂຮງຮຽນຊົນເຜົ່າ, ຈຸດບ້ານຫລັກ 4 ທາງໄປເມືອງນາໝໍ້, ຈຸດພະແນກ ສຶກສາທິການ ແລະ ກິລາແຂວງ ຊຶ່ງແຕ່ລະຈຸດລະດັບນ້ຳໄດ້ເພີ່ມຂຶ້ນ ຖ້ວມເສັ້ນທາງໃນເທສະບານ ແລະ ຈຸດທີ່ເກີດນ້ຳໄຫລຊຸ ເຂດສາຍນ້ຳ ແຟນ ບ້ານບໍ່ ເມືອງໄຊ ແຂວງ ອຸດົມ ໄຊ. ໃນການລົງເຄື່ອນໄຫວຄັ້ງນີ້, ກໍເພື່ອເປັນການຕິດຕາມລະດັບນ້ຳ, ພ້ອມທັງແນະນຳປະຊາຊົນຢູ່ຈຸດ ທີ່ມີຄວາມສ່ຽງຮີບຮ້ອນຍົກຍ້າຍ ວັດຖຸສິ່ງຂອງ, ສັດລ້ຽງຂຶ້ນໄວ້ທີ່ ປອດໄພ, ພ້ອມທັງຊີ້ນຳໃຫ້ອົງການ ຈັດຕັ້ງແຕ່ລະຂັ້ນ ໃຫ້ກຽມພ້ອມໃນ ການຮັບມືກັບສະພາບໄພນ້ຳຖ້ວມ ທີ່ເກີດຂຶ້ນ ແລະ ພ້ອມກັນສຸມກຳລັງ ເຂົ້າຊ່ວຍເຫລືອປະຊາຊົນຜູ້ທີ່ໄດ້ຮັບ ຜົນກະທົບໃຫ້ທັນການ, ສຳລັບຈຸດທີ່ ໄດ້ຮັບຜົນກະທົບໜັກແມ່ນເຂດສາຍ ນ້ຳແຟນ ບ້ານບໍ່ ເມືອງໄຊ ແຂວງ ອຸດົມໄຊ ນ້ຳໄດ້ໄຫລຊຸ ໃນເວລາ ປະມານ 3 ໂມງເຊົ້າ, ເຮືອນຂອງ ປະຊາຊົນຫລາຍຫລັງຖືກນ້ຳໄຫລ, ທົ່ງນາ ແລະ ໜອງປາຖືກນ້ຳຖ້ວມ ແລະ ເຊາະເຈື່ອນຈຳນວນຫລາຍ. ປັດຈຸບັນຝົນຍັງສືບຕໍ່ຕົກແລະລະດັບ ນ້ຳກໍຍັງສືບຕໍ່ເພີ່ມຂຶ້ນ. ດັ່ງນັ້ນ, ຂໍ ຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າ ທີ່ຢູ່ລຽບແຄມນ້ຳກໍ ໃຫ້ພ້ອມກັນມີ ສະຕິລະວັງຕົວ, ຍົກຍ້າຍວັດຖຸສິ່ງ ຂອງ, ສັດລ້ຽງຂຶ້ນບ່ອນປອດໄພ, ຕິດຕາມລະດັບນ້ຳຢ່າງໃກ້ຊິດ ແລະ ຕິດຕາມຂ່າວພະຍາກອນອາກາດ ແລະ ແຈ້ງເຕືອນຈາກພາກສ່ວນ ກ່ຽວຂ້ອງເປັນແຕ່ລະໄລຍະ. ຂ່າວ-ພາບ: ຄຳພູສະຫວັນ ເພັນສະຫວັດ ໃສ່ການຄັດເລືອກໜໍ່ໄມ້, ການ ກຽມວັດຖຸດິບ, ຂັ້ນຕອນການແປ ຮູບ, ການບັນຈຸ ແລະ ວິທີການ ເກັບຮັກ​ສາໃຫ້ສາມາດເກັບໄວ້ໄດ້ ຍາວນານ ແລະ ປອດໄພ​ ຕໍ່ການ ບໍລິໂພກ, ທັງເຮັດໃຫ້ປະຊາຊົນ​ ຮູ້ຈັກນຳໃຊ້ໜໍ່ໄມ້ທຳມະຊາດ​ ທີ່ມີ ຮ່ວມມືກັບໜ່ວຍງານຊ່ວຍເຫລືອຜູ້ ປະສົບໄພ ເພື່ອອອກຈາກເຂດທີ່ມີ ຄວາມສ່ຽງໂດຍດ່ວນ. ພ້ອມນີ້, ແຈ້ງໃຫ້ຄະນະກຳມະ ການຄຸ້ມຄອງໄພພິບັດຂັ້ນເມືອງ ເປັນເຈົ້າການໃນການປຸກລະດົມ ຂົນຂວາຍ ປະຊາຊົນອອກຈາກເຂດ ທີ່ມີຄວາມສ່ຽງນໍ້າໄຫລຊຸ ແລະ ດິນເຈື່ອນ.

RkJQdWJsaXNoZXIy MTc3MTYxMQ==