xtgmf]k; 6 31/08/2026 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d dkodtmezy f8+ -u ;y f l5 0trk[ c]t dPfla dlu 0v'[5 d7q o 5 lt4komu j mj v'mj P;3fj 'fa '0v'c0;'v5 fq ,wຂປລ. ອີງຕາມປະມວນກົດໝາຍ ອາຍາ ສະບັບເລກທີ 26/ສພຊ, ລົງວັນທີ 17 ພຶດສະພາ 2017, ໄດ້ ກຳນົດກ່ຽວກັບການກະທຳຜິດຕໍ່ ຊີວິດ ແລະ ຮ່າງກາຍຂອງບຸກຄົນ ໂດຍກຳນົດຖານຄວາມຜິດ ແລະ ໂທດຕາມລັກສະນະ ແລະ ຄວາມ ຮ້າຍແຮງຂອງການກະທຳ. ໃນມາດ ຕາ 188 ການຄາດຕະກຳ ໄດ້ກຳ ນົດວ່າບຸກຄົນໃດ ຫາກໄດ້ເຮັດໃຫ້ຜູ້ ອື່ນເສຍຊີວິດໂດຍເຈດຕະນາຈະຖືກ ລົງໂທດຕັດອິດສະລະພາບແຕ່ສິບປີ ຫາ ສິບຫ້າປີ(10-15ປີ) ແລະ ຈະ ຖືກປັບໃໝ ແຕ່ 5.000.000 ກີບ ຫາ 50.000.000 ກີບ. ໃນກໍລະນີທີ່ຜູ້ກະທຳຜິດຫາກ ໄດ້ເອົາການຄາດຕະກຳເປັນອາ ຈິນ, ມີການຈັດຕັ້ງເປັນກຸ່ມ, ຂ້າຄົນ ໂດຍມີແຜນການ, ຂ້າຄົນຢ່າງໂຫດ ຮ້າຍປ່າເຖື່ອນ, ຂ້າພະນັກງານທີ່ກຳ ລັງປະຕິບັດໜ້າທີ່, ຂ້າຫລາຍຄົນ, ຂ້າຜູ້ຍິງຖືພາ, ຂ້າເດັກ, ຂ້າເມຍ ຫລື ຜົວ, ຂ້າຍາດໃກ້ຊິດ, ຂ້າຄົນ ທີ່ບໍ່ສາມາດຊ່ວຍເຫລືອຕົນເອງໄດ້ ຫລື ຢູ່ໃນສະພາບອ່ອນແອ, ຂ້າຄົນ ເພື່ອເອົາອະໄວຍະວະ, ຂ້າຄົນເພື່ອ ປິດບັງການກະທຳຜິດອື່ນ ຈະຖືກ ລົງໂທດຕັດອິດສະລະພາບ ແຕ່ ສິບ ຫ້າປີຫາ ຊາວປີ(15-20ປີ) ແລະ ຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 100.000.000 ກີບ, ອາດ ຈະຖືກຈຳກັດທີ່ຢູ່ ຫລື ຕັດອິດສະລະ ພາບຕະຫລອດຊີວິດ ຫລື ປະຫານ ຊີວິດ. ການກະກຽມໃຫ້ແກ່ການກະ ທຳຜິດ, ຄວາມພະຍາຍາມກໍ່ການ ກະທຳຜິດ ກໍຈະຖືກລົງໂທດ. ມາດຕາ 189 ການຈ້າງໃຫ້ ຄາດຕະກຳ. ບຸກຄົນໃດຫາກໄດ້ ຈ້າງບຸກຄົນໃດໜຶ່ງ ໃຫ້ຄາດຕະ ກຳຜູ້ອື່ນຈະຖືກລົງໂທດຕັດອິດ ສະລະພາບແຕ່ ສິບຫ້າປີ ຫາ ຊາວ ປີ (15-20 ປີ) ແລະ ຈະຖືກປັບ ໃໝ ແຕ່ 15.000.000 ກີບ ຫາ 100.000.000 ກີບ. ໃນກໍລະນີ ຫາກໄດ້ຈ້າງໃຫ້ ຄາດຕະກຳແຕ່ສອງຄົນຂຶ້ນໄປຈະ ຖືກລົງໂທດຕັດອິດສະລະພາບຕະ ຫລອດຊີວິດແລະຈະຖືກປັບໃໝແຕ່ 20.000.000ກີບຫາ200.000.000 ກີບ. ການກະກຽມໃຫ້ແກ່ການກະ ທຳຜິດ, ຄວາມພະຍາຍາມກໍ່ການ ກະທຳຜິດ ກໍຈະຖືກລົງໂທດ. ມາດຕາ 190 ການຄາດຕະກຳ ຍ້ອນຖືກກະທົບທາງດ້ານຈິດໃຈ. ບຸກຄົນໃດຫາກໄດ້ເຮັດໃຫ້ຜູ້ອື່ນ ເສຍຊີວິດໂດຍເຈດຕະນາຍ້ອນຖືກ ກະທົບທາງດ້ານຈິດໃຈຢ່າງຮຸນ ແຮງຫລືຍ້ອນການເກາະຜິດຊຶ່ງເຮັດ ໃຫ້ບໍ່ສາມາດຈະຄຸມສະຕິໄວ້ໄດ້ ດ້ວຍການກະທຳອັນບໍ່ຖືກຕ້ອງຕາມ ກົດໝາຍຂອງຜູ້ຖືກເຄາະຮ້າຍຈະ ຖືກລົງໂທດຕັດອິດສະລະພາບ ແຕ່ ສາມປີ ຫາ ຫ້າປີ (3-5 ປີ) ແລະ ຈະຖືກປັບໃໝ ແຕ່ 3.000.000 ກີບ ຫາ 15.000.000 ກີບ. ໃນກໍ ລະນີການກະທຳຜິດຫາກພາໃຫ້ມີ ຄົນເສຍຊີວິດແຕ່ສອງຄົນຂຶ້ນໄປ ຈະ ຖືກລົງໂທດຕັດອິດສະລະພາບ ແຕ່ ຫ້າປີຫາ ເຈັດປີ (5-7 ປີ) ແລະ ຈະ ຖືກປັບໃໝ ແຕ່ 5.000.000 ກີບ ຫາ 30.000.000 ກີບ. ຄວາມ ພະຍາຍາມກໍ່ການກະທຳຜິດກໍຈະຖືກ ລົງໂທດ. ມາດຕາ 191 ການຄາດຕະກຳ ຫລືການປະຖິ້ມລູກທີ່ຫາກໍ່ເກີດ. ແມ່ ຜູ້ໃດຫາກໄດ້ຄາດຕະກຳ ຫລື ປະ ຖິ້ມລູກທີ່ຫາກໍ່ເກີດຂອງຕົນໃຫ້ເສຍ ຊີວິດ ຈະດ້ວຍເຫດຜົນໃດກໍຕາມ ຈະ ຖືກລົງໂທດຕັດອິດສະລະພາບ ແຕ່ ສອງປີ ຫາ ຫ້າປີ (2-5 ປີ). ໃນກໍ ລະນີການຄາດຕະກຳ ຫລື ການປະ ຖິ້ມລູກທີ່ຫາກໍ່ເກີດຂອງຕົນໃຫ້ເສຍ ຊີວິດແຕ່ສອງຄົນຂຶ້ນໄປຈະຖືກລົງ ໂທດຕັດອິດສະລະພາບ ແຕ່ ຫ້າປີ ຫາ ເຈັດປີ (5-7 ປີ). ມາດຕາ 192 ການເຮັດໃຫ້ຜູ້ ອື່ນເສຍຊີວິດຍ້ອນການປ້ອງກັນຕົວ ເກີນຂອບເຂດ. ບຸກຄົນໃດຫາກ ໄດ້ ປ້ອງກັນຕົວເກີນຂອບເຂດ ຊຶ່ງເຮັດ ໃຫ້ຜູ້ອື່ນເສຍຊີວິດຈະຖືກລົງໂທດ ຕັດອິດສະລະພາບ ແຕ່ ໜຶ່ງປີ ຫາ ສາມປີ (1-3 ປີ) ຫລື ດັດສ້າງໂດຍ ບໍ່ຕັດອິດສະລະພາບ ແລະ ຈະຖືກ ປັບໃໝ ແຕ່ 5.000.000 ກີບ ຫາ 15.000.000 ກີບ. ໃນກໍລະນີເຮັດ ໃຫ້ເສຍຊີວິດແຕ່ສອງຄົນຂຶ້ນໄປ ຈະ ຖືກລົງໂທດຕັດອິດສະລະພາບ ແຕ່ ສາມປີ ຫາ ເຈັດປີ (3-7 ປີ) ແລະ ຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 50.000.000 ກີບ. ມາດຕາ 193 ການເຮັດໃຫ້ຜູ້ ອື່ນເສຍຊີວິດໂດຍບໍ່ເຈດຕະນາ ໃນ ເວລາປະຕິບັດໜ້າທີ່ທາງການ. ບຸກ ຄົນໃດຫາກໄດ້ເຮັດໃຫ້ຜູ້ອື່ນເສຍ ຊີວິດໂດຍບໍ່ເຈດຕະນາໃນເວລາ ປະຕິບັດໜ້າທີ່ທາງການຂອງຕົນ ຍ້ອນການໃຊ້ຄວາມຮຸນແຮງນອກ ຂອບເຂດທີ່ກົດໝາຍອະນຸຍາດ ຈະ ຖືກລົງໂທດຕັດອິດສະລະພາບ ແຕ່ ສອງປີ ຫາ ເຈັດປີ (2-7 ປີ) ແລະ ຈະຖືກປັບໃໝ ແຕ່ 5.000.000 ກີບ ຫາ 20.000.000 ກີບ. ໃນກໍ ລະນີເຮັດໃຫ້ເສຍຊີວິດແຕ່ສອງຄົນ ຂຶ້ນໄປ ຫລື ໃນກໍລະນີຮ້າຍແຮງ ຈະ ຖືກລົງໂທດຕັດອິດ ສະລະພາບ ແຕ່ ເຈັດປີຫາສິບຫ້າປີ (7-15ປີ)ແລະ ຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 50.000.000 ກີບ. ມາດຕາ 194 ການທຳຮ້າຍ ຮ່າງກາຍ ບຸກຄົນໃດຫາກເຮັດໃຫ້ ຜູ້ອື່ນໄດ້ຮັບບາດເຈັບໂດຍເຈດຕະ ນາຈະຖືກລົງໂທດຕັດອິດສະລະ ພາບ ແຕ່ ຫົກເດືອນ ຫາ ສາມປີ (6 ເດືອນ-3 ປີ) ແລະ ຈະຖືກ ປັບໃໝ ແຕ່ 3.000.000 ກີບ ຫາ 10.000.000 ກີບ. ພໍ້ກັນໃໝ່ສະບັບໜ້າ.ໍ້ ກັນ່ ສັ ບ້ າ ຂປລ. ແຂວງອຸດົມໄຊ ຕັ້ງຢູ່ ພາກເໜືອຂອງ ສປປ ລາວ ເປັນດິນ ແດນທີ່ອຸດົມສົມບູນໄປດ້ວຍພູຜາ ປ່າໄມ້, ສາຍນ້ຳ ແລະ ທຳມະຊາດ ອັນສວຍສົດງົດງາມ. ນອກຈາກ ນັ້ນ, ຍັງເປັນດິນແດນທີ່ມີຂະນົບ ທຳນຽມ, ປະເພນີ, ວັດທະນະທຳ ແລະ ວິຖີຊີວິດອັນເປັນເອກະລັກ. ດ້ວຍທ່າແຮງດ້ານທຳມະຊາດ ແລະ ວັດທະນະທຳອັນຫລາກຫລາຍ ແຂວງອຸດົມໄຊ ຈຶ່ງເປັນອີກໜຶ່ງ ຈຸດໝາຍປາຍທາງທີ່ໜ້າສົນໃຈ ສຳລັບນັກທ່ອງທ່ຽວ. ມື້ນີ້ ຄໍລຳ “ທ່ອງທ່ຽວເມືອງລາວ” ຈະພາໄປ ຮູ້ຈັກ 5 ສະຖານທີ່ໂດ່ງດັງທີ່ບໍ່ຄວນ ພາດ ເມື່ອມີໂອກາດໄປຢ້ຽມຢາມ ແຂວງອຸດົມໄຊ. 1. ຕາດນ້ຳກັດ ແລະ ນ້ຳກັດ ຢໍລະປາ. ຕັ້ງຢູ່ເຂດປ່າສະຫງວນ ແຫ່ງຊາດ ບ້ານແຟນ, ເມືອງໄຊ, ເປັນແຫລ່ງທ່ອງທ່ຽວແບບທຳ ມະ ຊາດ ແລະ ຣີສອດທີ່ກົມກຽວກັບ ສິ່ງແວດລ້ອມ. ຕາດນ້ຳກັດເປັນ ຕາດທຳມະຊາດສູງປະມານ 20 ແມັດ ມີສາຍນ້ຳໄຫລຜ່ານໂງ່ນຫີນ ແລະ ແອ່ງນ້ຳໃສເຢັນ ເໝາະແກ່ ການພັກຜ່ອນ. ນັກທ່ອງທ່ຽວສາ ມາດເດີນທາງເຂົ້າໄປຫາຕາດດ້ວຍ ລົດກັອຟ, ລົດ ATV, ລົດຖີບ ຫລື ຍ່າງປ່າ ຜ່ານຂົວອູ່ສະລິງ. ສ່ວນ ນ້ຳກັດຢໍລະປາ ມີເຮືອນພັກທີ່ອອກ ແບບກົມກຽວກັບທຳມະຊາດ ພ້ອມ ສິ່ງອຳນວຍຄວາມສະດວກ ເຊັ່ນ: ສະລອຍນ້ຳ, ສະປາ, ຫ້ອງຟິດເນສ ແລະ ຮ້ານອາຫານ. ນອກນັ້ນ, ຍັງ ມີກິດຈະກຳຜະຈົນໄພ ເຊັ່ນ: ຂີ່ ສະລິງ (Zip-line), ຍ່າງປ່າ, ຂີ່ ATV ແລະ ຍ່າງຂ້າມຂົວແຂວນ ເທິງຕົ້ນໄມ້, ຂີ່ຊ້າງ ແລະ ຂີ່ລົດ ATV. 2. ຖ້ຳຈອມອອງ ເປັນໜຶ່ງໃນ ແຫລ່ງທ່ອງທ່ຽວທາງທຳມະຊາດ ທີ່ໂດດເດັ່ນຂອງແຂວງອຸດົມໄຊ ແລະ ຖືກລະບຸວ່າເປັນໜຶ່ງໃນຖ້ຳ ທີ່ມີຄວາມຍາວຫລາຍໃນອາຊີຕາ ເວັນອອກສ່ຽງໃຕ້ ໂດຍມີຄວາມ ຍາວຫລາຍກວ່າ 16 ກິໂລແມັດ. ພາຍໃນຖ້ຳມີຫ້ອງໂຖງ ແລະ ໂງ່ນ ຫີນຮູບຮ່າງຕ່າງໆ ທີ່ເກີດຂຶ້ນຕາມ ທຳມະຊາດ ທັງຫີນຍ້ອຍ, ນົມຜາ ແລະ ຫີນແກ້ວທີ່ມີລວດລາຍງົດ ງາມ. ບາງຈຸດມີສາຍນ້ຳໄຫລຜ່ານ ເຮັດໃຫ້ຖ້ຳມີຄວາມງາມ ແລະ ລຶກ ລັບໜ້າຄົ້ນຫາ. ສຳລັບຜູ້ທີ່ມັກການ ຜະຈົນໄພ ແລະ ສຳຫລວດທຳມະ ຊາດ ຖ້ຳຈອມອອງ ນັບເປັນອີກໜຶ່ງ ຈຸດໝາຍທີ່ໜ້າສົນໃຈ. 3. ພະທາດພູໄຊ ຫລື ພະທາດ ໄຊມຸງຄຸນ ຣັດຕະນະ ມິ່ງເມືອງ ຕັ້ງ ຢູ່ເທິງຈອມພູໃຈກາງເມືອງໄຊ, ເປັນພະທາດຄູ່ບ້ານຄູ່ເມືອງ ແລະ ເປັນສະຖານທີ່ສຳຄັນທາງວັດທະ ນະທຳ ແລະ ສາສະໜາຂອງຊາວ ອຸດົມໄຊ. ນອກຈາກການຂຶ້ນໄປ ກາບໄຫວ້ສັກກະລະບູຊາແລ້ວ, ຈຸດເດັ່ນຂອງພະທາດພູໄຊແມ່ນ ສາມາດຊົມທິວທັດເມືອງໄຊໄດ້ ແບບ 360 ອົງສາ ແລະ ນັກທ່ອງ ທ່ຽວຍັງສາມາດຊົມຕາເວັນຂຶ້ນໃນ ຍາມເຊົ້າ ຫລື ຊົມແສງຕາເວັນຕົ້ນ ຍາມແລງ ພ້ອມສຳຜັດບັນຍາກາດ ອັນສະຫງົບ ແລະ ສວຍງາມ. 4. ວັດພະເຈົ້າສິງຄຳ ຕັ້ງຢູ່ໃຈ ກາງເທສະບານເມືອງຫລາ ຫ່າງ ຈາກຕົວເມືອງໄຊ ປະມານ 28 ກິໂລແມັດ. ເປັນວັດເກົ່າແກ່ທີ່ມີປະ ຫວັດຄວາມເປັນມາຍາວນານ ແລະ ເປັນບ່ອນປະດິດສະຖານຂອງ “ພະ ເຈົ້າສິງຄຳ” ພະພຸດທະຮູບຄູ່ບ້ານ ຄູ່ເມືອງ ທີ່ປະຊາຊົນໃຫ້ຄວາມ ເຄົາລົບສັກກະລະບູຊາ. ແຕ່ກ່ອນ ວັດແຫ່ງນີ້ເອີ້ນວ່າ “ວັດກາງ”ແລະ ຕໍ່ມາ ເມື່ອໄດ້ອັງເຊີນພະເຈົ້າສິງ ຄຳ ມາປະດິດສະຖານ ຈຶ່ງໄດ້ປ່ຽນ ຊື່ມາເປັນ “ວັດພະເຈົ້າສິງຄຳ”. ປັດຈຸບັນວັດແຫ່ງນີ້ເປັນທັງສະຖານ ທີ່ສັກກະລະບູຊາ ແລະ ແຫລ່ງທ່ອງ ທ່ຽວທາງສາສະໜາ-ວັດທະນະທຳ ທີ່ດຶງດູດພຸດທະສາສະນິກະຊົນ ແລະ ນັກທ່ອງທ່ຽວ. 5. ເມືອງປາກແບ່ງ ເປັນເມືອງ ທ່າເຮືອແຄມແມ່ນ້ຳຂອງທີ່ມີສະເໜ່ ແລະ ທິວທັດງົດງາມ. ເມືອງແຫ່ງ ນີ້ເປັນຈຸດແວ່ພັກທີ່ສຳຄັນຂອງນັກ ທ່ອງທ່ຽວ ໃນການເດີນທາງລ່ອງ ເຮືອຕາມແມ່ນ້ຳຂອງ ລະຫວ່າງ ຫລວງພະບາງ ແລະ ບໍ່ແກ້ວ. ຈຸດ ເດັ່ນຂອງປາກແບ່ງ ບໍ່ໄດ້ມີພຽງ ແຕ່ທິວທັດສອງຝັ່ງແມ່ນ້ຳຂອງ ແຕ່ຍັງມີບັນຍາກາດເມືອງນ້ອຍທີ່ ສະຫງົບ, ວິຖີຊີວິດຊຸມຊົນ ແລະ ຕະຫລາດທ້ອງຖິ່ນ. ນັກທ່ອງທ່ຽວ ສາມາດແວ່ພັກຜ່ອນ, ຊົມທິວທັດ, ສຳຜັດວິຖີຊີວິດຄົນທ້ອງຖິ່ນ ແລະ ເກັບກ່ຽວປະສົບການອັນປະທັບ ໃຈນີ້ໄດ້. ແຂວງອຸດົມໄຊ ຈຶ່ງເປັນອີກໜຶ່ງ ຈຸດໝາຍປາຍທາງທີ່ລວມເອົາ ທັງຄວາມງາມຂອງທຳມະຊາດ, ຄວາມລ້ຳຄ່າຂອງວັດທະນະທຳ ແລະ ສະເໜ່ຂອງວິຖີຊີວິດຊຸມຊົນ. ການເດີນທາງມາຢ້ຽມຢາມທັງ 5 ສະຖານທີ່ນີ້ ຈະຊ່ວຍໃຫ້ໄດ້ສຳຜັດ ແຂວງອຸດົມໄຊໃນຫລາຍແບບ ທັງ ດ້ານທຳມະຊາດ, ສາສະໜາ, ປະ ຫວັດສາດ ແລະ ວິຖີຊີວິດເຫລົ່ານີ້ ເປັນຕົ້ນ.
RkJQdWJsaXNoZXIy MTc3MTYxMQ==