7350

26/08/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ຢ່າາົ່ຕົ່ງ່ງ ບົດສະເໜີົີ s;o7n ogsfdkole7a o ;a omu 23 ly 'sk xu 1975 (ເນື່ອງໃນໂອກາດວັນຢຶດອຳນາດ 23/8/1945 ແລະ 23/8/1975)ື່ ອັ ນຶ ດ gxQ k\kpdkolh k'glf4tdy fgvdt]kf gxa og9Q k8q ogv' 0v'ra d ຂປລ. ວັນທີ 23 ສິງຫາ 1975 ແມ່ນວັນສຳຄັນວັນໜຶ່ງໃນປະຫວັດ ສາດການປະຕິວັດລາວ ເປັນເຫດການ ທີ່ສະແດງເຖິງການປ່ຽນຜ່ານອຳນາດ ການປົກຄອງໃນນະຄອນຫລວງວຽງ ຈັນ ກ່ອນການສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975. ພາຍຫລັງການສິ້ນສຸດຂອງສົງ ຄາມໂລກຄັ້ງທີ 2 ແລະ ການສິ້ນສຸດ ລະບອບອານານິຄົມຝຣັ່ງໃນອິນດູຈີນ, ສະພາບການໃນລາວຍັງຄົງມີຄວາມ ຂັດແຍ່ງ ແລະ ການແຊກແຊງຈາກ ພາຍນອກ. ພາຍຫລັງພວກລ່າເມືອງ ຂຶ້ນຝຣັ່ງຖືກປະລາໄຊ, ຈັກກະພັດອາ ເມລິກາ ກໍໄດ້ກະໂດດເຂົ້າມາແທນ ພວກລ່າເມືອງຂຶ້ນຝຣັ່ງ ດໍາເນີນການ ແຊກແຊງ ແລະ ຮຸກຮານປະເທດລາວ ໂດຍທັນທີດ້ວຍກົນອຸບາຍຫວັງເຮັດໃຫ້ ປະເທດເຮົາ ກາຍເປັນຫົວເມືອງຂຶ້ນ ແບບໃໝ່ ແລະ ເປັນຖານທັບຂອງເຂົາ ແນໃສ່ປິດລ້ອມຫວຽດນາມ ແລະ ສປ ຈີນ, ສະກັດກັ້ນ ກະແສຟອງປະຕິວັດບໍ່ ໃຫ້ແຜ່ລາມໄປໃນອາຊີອາຄະເນ. ຕໍ່ສະພາບການ ແລະ ຄວາມຮຽກ ຮ້ອງຕ້ອງການຂອງການຕໍ່ສູ້ ເພື່ອຕີ ເອົາຊະນະສັດຕູຜູ້ຮຸກຮານ, ວັນທີ 22 ມີນາ 1955 ພັກປະຊາຊົນປະຕິວັດ ລາວ ໄດ້ຮັບການສ້າງຕັ້ງຂຶ້ນ. ພັກໄດ້ ນຳພາປະຊາຊົນລາວບັນດາເຜົ່າດໍາ ເນີນການຕໍ່ສູ້ກູ້ຊາດຕ້ານອາເມລິກາ ຊຶ່ງເປັນໄລຍະການຕໍ່ສູ້ທີ່ດຸເດືອດຂ້ຽວ ຂາດສັບສົນ, ຫຍຸ້ງຍາກລຳບາກກວ່າ ໝູ່ຂອງການປະຕິວັດໃນປະເທດເຮົາ ແລະ ເປັນໄລຍະຕໍ່ສູ້ທີ່ສະຫງ່າອົງອາດ ກວ່າໝູ່ ແລະ ມີໄຊຍິ່ງໃຫຍ່ກວ່າໝູ່ໃນ ຂປລ. ໃນທ່າມກາງບັນຍາກາດ ທີ່ທົ່ວພັກ-ລັດ, ທົ່ວກຳລັງປະກອບ ອາວຸດ ແລະ ທົ່ວປວງຊົນລາວທັງ ຊາດ ພວມເລັ່ງເຊື່ອມຊືມ ແລະ ຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງ ທີ XII ຂອງພັກ ຢ່າງເປັນຂະບວນ ຟົດຟື້ນນັ້ນ, ກໍຍັງໄດ້ເອົາໃຈໃສ່ສືບ ຕໍ່ຈັດຕັ້ງປະຕິບັດມະຕິວ່າດ້ວຍ ການ ສ້າງເສດຖະກິດເອກະລາດ ເປັນ ເຈົ້າຕົນເອງ ໃນໄລຍະໃໝ່ (ສອຈ) ຢ່າງຈູດຈ້າວຫ້າວຫັນ, ມີຈຸດສຸມ ເພື່ອສົ່ງເສີມເປັນສິນຄ້າ ໃຫ້ກຸ້ມ ຕົນເອງ ແລະ ຊົມໃຊ້ສິນຄ້າພາຍໃນ ທັງຫລຸດຜ່ອນການນຳເຂົ້າສິນຄ້າ ຈາກພາຍນອກ ທັງໄດ້ກຳນົດເອົາ ຜະລິດຕະພັນທີ່ພົ້ນເດັ່ນຂອງທ້ອງ ຖິ່ນຕົນ ເປັນທ່າແຮງໃນການຈັດຕັ້ງ ປະຕິບັດມະຕິດັ່ງກ່າວ. ການສ້າງເສດຖະກິດເອກະ ລາດ ເປັນເຈົ້າຕົນເອງແມ່ນທິດ ທາງ, ເສັ້ນທາງການພັດທະນາ ຊາດລາວຍຸກໃໝ່ ເພື່ອສ້າງພື້ນຖານ ເສດຖະກິດແຫ່ງຊາດໃຫ້ເຂັ້ມແຂງ ໂດຍສູ້ຊົນເອົາເສດຖະກິດຂອງລາວ ອອກຈາກລະບົບ, ລະບອບເສດຖະ ກິດທີ່ເຕັມໄປດ້ວຍການເພິ່ງພາ ແລະ ເອື່ອຍອີງໃຫ້ກາຍເປັນເຈົ້າ ຕົນເອງ ຢ່າງມີບາດກ້າວເດີນທີ່ ໜັກແໜ້ນ ໝາຍວ່າ: ເປັນເຈົ້າດ້ານ ຄວາມຮັບຮູ້ໃນສິ່ງທີ່ເຮົາມີ, ໃນສິ່ງ ທີ່ເຮົາເຮັດໄດ້; ຮູ້ອີງໃສ່ທ່າແຮງ ບົ່ມຊ້ອນຂອງປະເທດ, ຮູ້ນໍາໃຊ້ຊັບ ພະຍາກອນທີ່ເຮົາມີຢ່າງກຸ້ມຄ່າ ແລະຮູ້ວາງແຜນໃນການຂຸດຄົ້ນຊັບ ພະຍາກອນຂອງຊາດ ໃຫ້ຄົນລາວ ເປັນເຈົ້າຫລາຍຂຶ້ນ; ໄດ້ເງິນມາ ຕ້ອງຮູ້ປະຢັດ-ອົດອອມ, ຮູ້ໃຊ້ຈ່າຍ ຢ່າງຄຸ້ມ, ຕັດສິນໃຈສູງຊອກຫາ ທາງອອກ ແລະ ວາງມາດຕະການ ອັນຈໍາເປັນໃນແຕ່ລະໄລຍະຢ່າງ ຖືກຕ້ອງ ແລະ ສອດຄ່ອງກັບສະ ພາບທີ່ເກີດຂຶ້ນ ເພື່ອເຮັດໃຫ້ບັນ ຫາຕ່າງໆ ໄດ້ຮັບການແກ້ໄຂດີຂຶ້ນ ເທື່ອລະກ້າວ; ປະຊາຊົນມີຄວາມ ສາມັກຄີເປັນປຶກແຜ່ນ, ມີຄວາມ ເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ອະນາຄົດອັນສະຫວ່າງສະ ໄຫວຂອງປະເທດຊາດ, ຕື່ນຕົວ ເປັນເຈົ້າການທໍາມາຫາກິນ ເພື່ອ ໃຫ້ພົ້ນຈາກຄວາມທຸກຍາກ ແລະ ຮັ່ງມີຂຶ້ນ. ພ້ອມດຽວກັນນີ້, ຢາກສ້າງ ເສດຖະກິດ ເອກະລາດ ເປັນເຈົ້າ ຕົນເອງ ໃນເງື່ອນໄຂເຊື່ອມໂຍງ ກັບພາກພື້ນ ແລະ ສາກົນໄດ້ດີນັ້ນ, ນອກຈາກການເປັນເຈົ້າການພັດ ທະນາຊັບພະຍາກອນມະນຸດແລ້ວ ຍັງຕ້ອງມີການພັດທະນາພື້ນຖານ ການຜະລິດ, ການບໍລິການ, ສ້າງ ໃຫ້ມີຜະລິດຕະພັນທີ່ຫລາກຫລາຍ, ພັດທະນາລະບົບການເງິນ-ເງິນຕາ ໃຫ້ເຂັ້ມແຂງ ແລະ ເປັນເຈົ້າການ ເຊື່ອມໂຍງເຂົ້າກັບສາກົນ. ສຸມໃສ່ ສ້າງພື້ນຖານການຜະລິດໃຫ້ໜັກ ແໜ້ນ, ເຂັ້ມແຂງ, ມີສິນຄ້າອຸປະ ໂພກ-ບໍລິໂພກພຽງພໍຕອບສະໜອງ ພື້ນຖານການດໍາລົງຊີວິດຂອງສັງ ຄົມລາວ ໂດຍບໍ່ເພິ່ງພາຈາກພາຍ ນອກດ້ານດຽວ ກ້າວສູ່ການຜະລິດ ເພື່ອສົ່ງອອກ ແລະ ເກາະກ່າຍເປັນ ຕ່ອງໂສ້ໃນລະບົບການຜະລິດຂອງ ພາກພື້ນ ແລະ ສາກົນ, ສ້າງມູນຄ່າ ເພີ່ມໃຫ້ແກ່ການສົ່ງອອກສິນຄ້າ, ປຸງແຕ່ງຊັບພະຍາກອນ ທີ່ເປັນ ທ່າແຮງຂອງປະເທດ ໂດຍນໍາໃຊ້ ເຕັກນິກ-ເຕັກໂນໂລຊີທີ່ທັນສະໄໝ. ປັບປຸງລະບົບການເງິນ-ເງິນຕາ ໃຫ້ເຂັ້ມແຂງ, ຖືເປັນໝາກຫົວໃຈ ຫລື ເສັ້ນເລືອດໃຫຍ່ຂອງລະບົບ ເສດຖະກິດຂອງປະເທດ; ບົນພື້ນ ຖານນັ້ນ ຕ້ອງດໍາເນີນທຸກມາດຕະ ການ ເພື່ອໃຫ້ມີລະບົບການເກັບ ລາຍຮັບເຂົ້າງົບປະມານ ໃຫ້ໄດ້ ຫລາຍເທົ່າທີ່ຈະຫລາຍໄດ້, ສ້າງ ແຫລ່ງລາຍຮັບໃໝ່ໃຫ້ຫລາຍໜັກ ແໜ້ນ, ຂຸດຄົ້ນແຫລ່ງລາຍຮັບຈາກ ບ່ອນທີ່ມີຄວາມສາມາດຂຸດຄົ້ນໄດ້ ແລະ ເກັບໄດ້ຕາມກົດໝາຍແລະລະ ບຽບການຢ່າງຍືດຍຸ່ນ, ທັງມີການ ປັບປຸງ ແລະ ພັດທະນາລະບົບ, ກົນ ໄກຢ່າງເປັນປະຈໍາ ຕາມຫລັກວິທະ ຍາສາດທີ່ປ່ຽນແປງໄດ້ຕາມສະ ຖານະການຕົວຈິງໃນແຕ່ລະໄລ ຍະ; ຕ້ອງຮູ້ວາງແຜນໃຊ້ຈ່າຍງົບ ປະມານຢ່າງເຄັ່ງຄັດ, ມີປະສິດທິ ຜົນ, ເກີດດອກອອກຜົນໃນການພັດ ທະນາຫລາຍກວ່າເກົ່າ ແລະ ສ້າງ ສິ່ງຕອບແທນທີ່ຄຸ້ມຄ່າກວ່າເກົ່າ; ຕັ້ງໜ້າຍົກສູງຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະຫຍາຍຄວາມບາກບັ່ນສູ້ຊົນ ສູງສຸດຂອງຕົນເອງເປັນສິ່ງຕັດສິນ ຕົ້ນຕໍ ໃນການຮັບປະກັນຄວາມ ເປັນເອກະລາດ, ເປັນເຈົ້າຕົນເອງ ໃຫ້ສະແດງອອກຢ່າງເປັນຮູບປະ ທໍາທາງດ້ານເສດຖະກິດ, ການ ຮ່ວມມືດ້ານເສດຖະກິດກັບພາຍ ນອກ ແລະ ການເຊື່ອມໂຍງສາກົນ, ທັງເປັນການສ້າງເງື່ອນໄຂ, ຄວາມ ເຊື່ອໝັ້ນອັນໜັກແໜ້ນ ໃນການຍາດ ແຍ່ງ ແລະ ຮັບເອົາການສະໜັບສະ ໜູນ ຊ່ວຍເຫລືອຈາກເພື່ອນມິດ ສາກົນໃຫ້ກາຍເປັນແຫລ່ງທຶນຮອນ ເພື່ອພັດທະນາ ຫລື ນໍາໃຊ້ຢ່າງມີປະ ສິດທິຜົນສູງສຸດ. ທ່ານ ຄຳແສນ ສົມພານດີ ຮອງ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງປາກງື່ມ ນະ ຄອນຫລວງວຽງຈັນໃຫ້ສຳພາດ ວ່າ: ການຈັດຕັ້ງປະຕິບັດມະຕິວ່າ ດ້ວຍ ສອຈ ຢູ່ເມືອງປາກງື່ມ ຫລັກໆ ແມ່ນຖືວຽກງານກະສິກຳເປັນທ່າ ແຮງ, ເນື່ອງຈາກ 80% ຂອງປະ ຊາຊົນພາຍໃນເມືອງ ແມ່ນເຮັດອາ ຊີບກະສິກຳນີ້ ໂດຍສະເພາະແມ່ນ ການຜະລິດເຂົ້ານາແຊງ, ນາປີ, ການປູກມັນຕົ້ນ ແລະ ການປູກພືດ ຜັກອິນຊີບ້ານທ່າຊ້າງທີ່ມີຊື່ສຽງ ມາແຕ່ດົນ. ການຜະລິດກະສິກຳ ພາຍໃນເມືອງ ໄດ້ສົ່ງເສີມໃນການ ຫັນເປັນທັນສະໄໝ ເພື່ອຫລຸດຜ່ອນ ແຮງງານກໍຄືຕົ້ນທຶນໄດ້ຫລາຍຂຶ້ນ ໄປພ້ອມໆກັບສາມາດສ້າງເສດຖະ ກິດພາຍໃນເມືອງໃຫ້ມີຄວາມເຂັ້ມ ແຂງ. ແນວໃດກໍຕາມ, ເຖິງວ່າການ ຜະລິດໄດ້ຫັນປ່ຽນກ້າວໄປສູ່ການ ຜະລິດທັນສະໄໝກໍຈິງ, ແຕ່ກໍຍັງ ພົບບັນຫາບາງດ້ານ ໂດຍສະເພາະ ແມ່ນບັນຫາລາຄານ້ຳມັນສູງຄືດັ່ງ ປັດຈຸບັນອັນໄດ້ເຮັດໃຫ້ຕົ້ນທຶນການ ຜະລິດກໍເພີ່ມຂຶ້ນໄປຕາມໆກັນ. ທ່ານ ຄຳແສນ ສົມພານດີ ກ່າວ ຕື່ມວ່າ: ໂດຍລວມແລ້ວ, ເສດຖະກິດ ຂອງເມືອງເຮົາແມ່ນອີງໃສ່ການ ເຮັດນາ, ພືດຜັກເປັນຫລັກ ເພື່ອ ສ້າງລາຍຮັບສົ່ງເສີມລູກ-ຫລານ ຮຽນໜັງສື ແລະ ສ້າງສາຄອບຄົວ. ໃນອະນາຄົດກໍຈະສືບຕໍ່ຂະຫຍາຍ ເຕັກນິກໃໝ່ໆ ແລະ ຮ່ວມມືກັບພາກ ສ່ວນຕ່າງໆ ເພື່ອຍົກລະດັບຊີວິດ ການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ໄປພ້ອມໆກັບການຈັດຕັ້ງປະຕິບັດ ມະຕິວ່າດ້ວຍ ສອຈ ຢ່າງມີເຂັ້ມ ແຂງ ແລະ ຍືນຍົງ. ປະຫວັດສາດຂອງຊາດເຮົາ ຊຶ່ງໄດ້ ສະແດງອອກໃນແຕ່ລະໄລຍະດັ່ງນີ້: ໄລຍະ ແຕ່ 1954-1963 ເປັນໄລຍະ ການຕໍ່ສູ້ປົກປັກຮັກສາສອງແຂວງ ເຕົ້າໂຮມ, ຂະຫຍາຍກຳລັງປະຕິວັດ ແລະ ການຫັນທິດການຕໍ່ສູ້ທາງດ້ານ ການເມືອງ ແລະ ການຕໍ່ສູ້ດ້ວຍອາວຸດ. ໄລຍະປີ 1964-1973 ເປັນໄລຍະ ຕໍ່ສູ້ຜາບແພ້ຍຸດທະສາດ” ສົງຄາມພິ ເສດເພີ່ມທະວີຂອງຈອນເງິນ” ແລະ “ຍຸດທະສາດສົງຄາມພິເສດເພີ່ມທະ ວີ” ຕາມທິດສະດີນິກເຊິນຂອງຈັກກະ ພັດອາເມລິກາ. ໄລຍະປີ 19731975 ເປັນໄລຍະຕໍ່ສູ້ເພື່ອເຮັດສຳເລັດ ການປະຕິວັດຊາດ ປະຊາທິປະໄຕ ໃນ ທົ່ວປະເທດ ດ້ວຍກຳລັງແຮງສັງລວມ ຂອງທົ່ວປວງຊົນທັງຊາດ ທີ່ພວມຢູ່ໃນ ທ່າມີໄຊ ແລະ ດຳເນີນໄປໃນເງື່ອນໄຂ ທີ່ສັນຕິພາບໄດ້ຮັບການຟື້ນຟູ. ກອງປະຊຸມສູນກາງພັກ ໃນປີ 1975 ໄດ້ວາງທິດທາງ ແລະ ໜ້າທີ່ ລວມໃນການຕໍ່ສູ້ຍາດເອົາໄຊຊະນະ ຂັ້ນສຸດທ້າຍຂອງການປະຕິວັດໂດຍ ນຳໃຊ້ 3 ບາດຄ້ອນຍຸດທະສາດຄື: ການລຸກຮືຂຶ້ນຂອງມະຫາຊົນ, ການ ໜູນໜີບຂອງກຳລັງປະກອບອາວຸດ ປະຕິວັດ, ການແຍກຕົວອອກຂອງກຳ ລັງທະຫານຂອງສັດຕູ. ໂດຍປະຕິບັດຕາມທິດທາງໜ້າທີ່ ດັ່ງກ່າວ, ພັກປະຊາຊົນປະຕິວັດລາວ ໄດ້ນໍາພາປະຊາຊົນກະກຽມກຳລັງ ທຸກດ້ານຄື: ກຳລັງການເມືອງ ແລະ ກຳລັງປະກອບອາວຸດ, ປຸກລຸກນໍ້າໃຈ ຮັກຊາດ ແລະ ຄຽດແຄ້ນສັດຕູ, ປຸກ ລຸກນໍ້າໃຈຕໍ່ສູ້ຂອງປະຊາຊົນຢູ່ໃນເຂດ ກວດກາຂອງຝ່າຍວຽງຈັນ, ກະກຽນ ແຜນການທຸກດ້ານເພື່ອຢຶດອໍານາດ ຢູ່ ຕາມຕົວເມືອງໃນແຂວງຕ່າງໆ ແລະ ໄດ້ກຽມນະໂຍບາຍອັນລະອຽດໃຫ້ ສອດຄ່ອງກັບແຕ່ລະທ້ອງຖິ່ນ ແລະ ແຕ່ລະຊັ້ນຄົນ. ພາຍໃຕ້ການນຳພາຂອງພັກ ມະ ຫາຊົນຊັ້ນຄົນຕ່າງໆຢູ່ໃນເຂດປົກຄອງ ຂອງສັດຕູ ແລະ ໃນເຂດເປັນກາງ ເປັນ ຕົ້ນແມ່ນກຳມະກອນ,ຊາວນາ,ນັກຮຽນ ນັກສຶກສາໄດ້ພ້ອມກັນລຸກຮືຂຶ້ນ ແລະ ເຂົ້າຮ່ວມການຕໍ່ສູ້ ນັບມື້ນັບຫລາຍ, ຂະບວນການຕໍ່ສູ້ຂອງມະຫາຊົນໄດ້ ແຜ່ລາມກວ້າງອອກໄປຢ່າງໄວວາ ດ້ວຍຖ່ວງທ່າອັນແຂງແຮງຟົດຟື້ນ, ດູດດຶງເຕົ້າໂຮມເອົາກໍາລັງໄດ້ຢ່າງ ຫລວງຫລາຍ ໃນໝູ່ຂ້າລາຊະການ, ຊາວຄ້າຂາຍ, ພະສົງສາມະເນນ, ນັບ ທັງນາຍ ແລະ ພົນທະຫານ, ຕຳຫລວດ ໄດ້ເຂົ້າຮ່ວມຂະບວນການຕໍ່ສູ້ ຊຶ່ງຂະ ຫຍາຍຕົວເປັນກະແສຟອງສູງສຸດເຊັ່ນ: ການລຸກຮືຂຶ້ນຂອງກຳມະກອນໄຟຟ້າ ວຽງຈັນ; ການລຸກຮືຂຶ້ນຕໍ່ສູ້ຢ່າງໝັ້ນ ໜຽວທົນທານຕະຫລອດ 42 ວັນ ແລະ ຄືນ ຂອງປະຊາຊົນຊາວເມືອງໜອງ ບົກ ແຂວງຄໍາມ່ວນ ສາມາດຍາດເອົາ ສິດເປັນເຈົ້າ, ສ້າງຕັ້ງອໍານາດການ ປົກຄອງປະຕິວັດຂຶ້ນ; ການລຸກຮືຂຶ້ນ ປະກາດແຍກຕົວອອກຈາກຝ່າຍວຽງ ຈັນ ຂອງກອງພັນ 102 ມາຂຶ້ນກັບ ລັດຖະບານປະສົມໂດຍກົງ. ໂດຍການປະສານສົມທົບຊ່ວຍຊູ ຈາກຂະບວນການຕໍ່ສູ້ຂອງມະຫາຊົນ, ກຳລັງປະກອບອາວຸດໄດ້ເຄື່ອນທັບ ຍຸດທະສາດເຂົ້າໄປຢຶດເອົາບັນດາທີ່ ຕັ້ງທີ່ສໍາຄັນ ໃນເຂດກວດກາຂອງ ສັດຕູໄດ້ຢ່າງໄວວາ, ຢຶດເອົາບັນດາຕົວ ເມືອງໃຫຍ່ຄື: ວຽງຈັນ, ປາກເຊ, ສະ ຫວັນນະເຂດ ທີ່ເປັນໃຈກາງບັງຄັບ ບັນຊາຂອງສັດຕູ ສ້າງເປັນກຳລັງໜີບ ທາງການທະຫານຢ່າງແຂງແຮງໃນ ເຂດປົກຄອງ ຂອງສັດຕູ. ວັນທີ 23 ສິງຫາ 1975 ຊາວນະ ຄອນຫລວງວຽງຈັນ ສອງໝື່ນກວ່າ ຄົນ ໄດ້ໂຮມຊຸມນຸມມິດຕິ່ງ ເພື່ອຕ້ອນ ຮັບການປະກາດສ້າງຕັ້ງອຳນາດ ການປົກຄອງປະຕິວັດ ນະຄອນຫລວງ ຈັນ ຊຶ່ງກໍເປັນອັນວ່າລະບົບອຳນາດ ການປົກຄອງປະຕິວັດທັງໝົດແຕ່ຂັ້ນ ແຂວງ, ນະຄອນຫລວງ ລົງຮອດຂັ້ນ ຮາກຖານ ໄດ້ຮັບການສ້າງຕັ້ງຂຶ້ນ ໃນທົ່ວເຂດປົກຄອງຂອງສັດຕູ. ວັນທີ 2 ທັນວາ 1975 ກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດໄດ້ໄຂຂຶ້ນຢ່າງສະ ຫງ່າຜ່າເຜີຍ ຢູ່ນະຄອນຫລວງວຽງ ຈັນ, ກອງປະຊຸມໄດ້ເປັນເອກະສັນກັນ ຜ່ານບັນດາມະຕິອັນເປັນປະຫວັດ ການ: ຕົກລົງລົບລ້າງລະບອບລາຊາ ທິປະໄຕ ທີ່ຫລ້າສະໄໝ ແລະ ສະຖາ ປະນາລະບອບ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນ, ສ້າງຕັ້ງສະພາ ປະຊາຊົນສູງສຸດ, ແຕ່ງຕັ້ງປະທານ ປະເທດ ແລະ ສ້າງຕັ້ງລັດຖະບານ ສປປ ລາວ, ກຳນົດທຸງຊາດ, ເພງຊາດ ແລະ ພາສາທາງການ. ສິ່ງດັ່ງກ່າວນັ້ນ ເປັນປະຫວັດການ ໃນການຢຶດອຳນາດ ຂັ້ນສຸດທ້າຍຂອງການປະຕິວັດລາວ ຊຶ່ງໄດ້ຈາລຶກໃນປຶ້ມປະຫວັດສາດຂອງ ຊາດລາວ. ວັນຢຶດອໍານາດ 23 ສິງຫາ ປີ 1975 ຈຶ່ງມີຄວາມໝາຍຄວາມສໍາຄັນ ຫລາຍສໍາລັບປະຊາຊົນລາວທັງຊາດ ເພາະວ່າ: ໄຊຊະນະດັ່ງກ່າວ ມັນແມ່ນ ໝາກຜົນແຫ່ງການຕໍ່ສູ້ປະຕິວັດອັນຍືດ ເຍື້ອຍາວນານ ຂອງປະຊາຊົນລາວ ບັນດາເຜົ່າ ພາຍໃຕ້ການນຳພາຂອງ ພັກປະຊາຊົນປະຕິວັດລາວ; ມັນແມ່ນ ຜົນທີ່ເກີດຈາກຄວາມກ້າຫານປະດິດ ສ້າງແຫ່ງການນໍາໃຊ້ 3 ບາດຄ້ອນຍຸດ ທະສາດ ເພື່ອຢຶດອຳນາດການປົກຄອງ ໃນທົ່ວປະເທດແບບ “ບົວບໍ່ຊໍ້າ ນໍ້າບໍ່ ອຸ່ນ”, ມັນແມ່ນໄຊຊະນະຂອງ ແນວ ທາງປະຕິວັດອັນຖືກຕ້ອງ ແລະ ການ ນໍາພາອັນສະຫລາດສ່ອງໃສຂອງພັກ ທີ່ຮູ້ໝູນໃຊ້ລັດທິມາກ-ເລນິນ ເຂົ້າໃນ ພຶດຕິກຳຕົວຈິງຂອງການປະຕິວັດ ລາວ ຢ່າງປະດິດສ້າງ; ມັນແມ່ນໄຊຊະ ນະຂອງກໍາລັງແຮງ ແຫ່ງຄວາມສາ ມັກຄີເປັນຈິດໜຶ່ງໃຈດຽວກັນຂອງ ປວງຊົນທັງຊາດ, ຄວາມເປັນອັນໜຶ່ງ ອັນດຽວກັນຂອງກອງທັບ ແລະ ປະຊາ ຊົນລາວບັນດາເຜົ່າ, ແມ່ນໄຊຊະນະ ຂອງຄວາມສາມັກຄີຮ່ວມສຳພັນສູ້ ຮົບລະຫວ່າງ ປະຊາຊົນລາວ, ປະຊາ ຊົນຫວຽດນາມ ແລະ ປະຊາຊົນກຳ ປູເຈຍ ທີ່ໄດ້ຄຽງບ່າຄຽງໄລ່ກັນຕ້ານ ສັດຕູໂຕດຽວກັນ ຕະຫລອດໄລຍະ ການປະຕິວັດປົດປ່ອຍຊາດໃນເມື່ອ ກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ກໍ່ສ້າງປະເທດຊາດໃນປັດຈຸບັນ. ພ້ອມນັ້ນ, ກໍເປັນໄຊຊະນະຂອງການ ຊ່ວຍເຫລືອ, ສະໜັບສະໜູນອັນແຂງ ແຮງ ແລະ ປະເສີດເລີດລ້ໍາ ຂອງບັນດາ ປະເທດສັງຄົມນິຍົມອ້າຍນ້ອງ ເປັນຕົ້ນ ແມ່ນອະດີດສະຫະພາບໂຊວຽດ ແລະ ສາທະນະລັດປະຊາຊົນຈີນ ແລະ ຂອງ ປະຊາຊົນຜູ້ກ້າວໜ້າໃນໂລກ. ດັ່ງນັ້ນ, ວັນທີ 23 ສິງຫາ 1975 ຈຶ່ງຖືກຈົດຈຳເປັນເຫດການສຳຄັນອີກ ວັນໜຶ່ງໃນປະຫວັດສາດລາວ. ການ ຈົດຈຳວັນສຳຄັນນີ້ ເປັນການຫວນ ຄືນເຖິງເຫດການ ແລະ ບົດຮຽນຈາກ ອະດີດ ເພື່ອສືບຕໍ່ຮັກສາຄວາມສາ ມັກຄີ, ຄວາມສະຫງົບ ແລະ ຮ່ວມກັນ ສ້າງສາພັດທະນາປະເທດຊາດ. ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==